12 August 2011

ເມືອງຊ່ອນ (ຊັຍບູຣີ) ຢູ່ຊຳເໜືອ ປັດຈຸບັນຢູ່ໃສ ?

-ຂວາມືເຈົ້າຣາຊະວົງ ນະຄອນຫຼວງພຣະບາງ ພາຍຫຼັງໄດ້ສະຖາປານາເປັນເຈົ້າສັກກະຣິນຣິດ ເຈົ້າຄອງນະຄອນຫຼວງພຣະບາງ ໃນປະເທດ ສະຣາຊອານາຈັກສຍາມ, ເມື່ອຄາວໄປປາບຮໍ້ ກັບມາເຖິງເມືອງຊ່ອນ ເຊິ່ງຊົ່ງຖອດພຣະຮູບຖ່າຍກັບແມ່ທັບສຍາມ ກັບທຸງໄຊສະເຫຼີມພົນ (ປັດຈຸບັນປ່ຽນມາເປັນທຸງຈຸທາທຸຊະທິປະໄຕຂອງໄທຍ).

ສຳຫຼວດພູມິປະເທດ
- ເນື່ອງຈາກທາງຕັ້ງແຕ່ເມືອງສົບແອດລົງມາເຖິງເມືອງແວນ ທິດຕາເວັນອອກນັ້ນ ເປັນສຸດພຣະຣາຊະອານາເຂດ ແລະອີກເສັ້ນໜຶ່ງ ເຊິ່ງຕັດລົງທາງ ໃຕ້ສຸດຫົວເມືອງ ເມືອງຫົວພັນທັງຫ້າທັງຫົກ, ຄືເມືອງຊຳໃຕ້ກັບເຂດແດນຍວນ(ຫວຽດນາມ) ແມ່ທັບໄດ້ສັ່ງການໃຫ້ສຳຫຼວດກວດ ພູມີປະເທດທາງເຂົ້າ-ອອກ ພຣະຣາຊະອານາເຂດ ແລະທຳຣາຍງານ ດັ່ງນີ້.

- ນາຍຮ້ອຍເອກ ຫຼວງຫັດຖະສາຣະສຸພະກິດ ກັບນາຍຮ້ອຍໂທແຈງ ນຳທະຫານ 24 ນາຍ, ສຳຫຼວດຕັ້ງແຕ່ເມືອງສົບແອດລົງໄປບັນຈົບກັບກອງ ທັບເຈົ້າຣາຊະວົງທີ່ເມືອງແວນ.

- ນາຍຮ້ອຍເອກຫຼວງຈຳນົງຍຸທະກິຈ(ອີ່ມ) ກັບນາຍຮ້ອຍເພັຊຣ ນຳທະຫານ 24 ນາຍ ສຳຫຼວດລົງໄປເຖິງເມືອງຊຳໃຕ້ ເສຣັດແລ້ວກໍໃຫ້ກັບມາຣວມກັບກອງເຈົ້າຣາຊະວົງ ທີ່ເມືອງແວນໃຫ້ພ້ອມກັນ.

- ກັບຕັນຈະເຣິນ ອອກສຳຫຼວດທຳສຳມະໂນຄົວໃນແຂວງເມືອງຫົວພັນທັງຫ້າທັງຫົກໃຫ້ສິ້ນເຊີງດ້ວຍຜົນການສຳຫຼວດໃນເຂດແຂວງເມືອງຊ່ອນ ນັ້ນ ເປັນສ່ວນເປັນອຳເພີ ດັ່ງນີ້ (ສະຫຼຸບຫຍໍ້ ພໍສັງເຂບເປັນຕົວຢ່າງ)
ກ. ເມືອງຊ່ອນ (ຊັຍບູຣີ) ແບ່ງອອກເປັນສອງພວກ ຄື ຊ່ອນໄທ(ຍ) ແລະຊ່ອນລາວ.

- ຕຳບົນແຂວງຊ່ອນລາວ ພຣະຍາສີສຸມັງ ເປັນຜູ້ຮັກສາເມືອງ ຕັ້ງຢູ່ຣະຫວ່າງເຂົາຮອກ (ດ້ານເໜືອ)ແລະເຂົາຮົມ(ດ້ານໃຕ້) ບ້ານເຮືອນຕັ້ງໃກ້ຫ້ວຍແອດ ບ້ານໃນຕຳບົນຊ່ອນລາວ ໄດ້ແກ່ບ້ານຫ້ວຍຊາຍ, ບ້ານຈັກຣ໌, ບ້ານວັດ, ບ້ານນອມ, ບ້ານໂງນ, ບ້ານກົ້ວ, ບ້ານແລ້ງ ຣວມເຮືອນ 103 ຫຼັງຄາ ເຮືອນ ຊາຍ 166 ຄົນ, ຍິງ 279 ຄົນມີປືນດາບສີລາ 43 ກະບອກ.

- ຕຳບົນແຂວງຊ່ອນໄທ(ຍ) ຕັ້ງຢູ່ໃນເຂດແຂວງດຽວກັນກັບເມືອງຊ່ອນ(ຊັຍບູຣີ) ແບ່ງຄົນອອກເປັນສອງພວກ ຄື ລາວ ແລະຜູ້ໄທ(ຍ) ເດີມພຣະຍາຍອດຈອມຄຳ ເປັນຜູ້ບັງຄັບວ່າກ່າວພວກຜູ້ໄທ(ຍ) ແຕ່ໄປສົມທົບກັບພວກຮໍ້ເຂົ້າມາປຸ້ນບ້ານເມືອງຊ່ອນ ເມື່ອເມືອງຫຼວງພຣະບາງແຕ່ງກອງທັບມາຕີພວກຮໍ້ແຕກ ພຣະຍອດຈອມຄຳຈຶ່ງໜີໄປເມືອງຮຸ່ງ ໃນແຄວ້ນສິບສອງຈຸໄທ(ຍ) ກອງທັບຕາມໄປຈັບຕົວໄດ້ ຈຶ່ງປະຫານຊີວິດ ແລ້ວບໍ່ໄດ້ຕັງຄົນແທນ ໃຫ້ຣວມກັບພວກຊ່ອນລາວ ໃນພຣະຍາສີສຸມັງທັງສີິ້ນ ແຕ່ບັດນີ້ຜູ້ຮັກສາຕຳບົນຊ່ອນໄທ(ຍ) ຕັ້ງໃຫ້ເປັນເພັຍຫົວພັນ.

- ຕຳບົນແຂວງຊ່ອນໄທ(ຍ) ຫ່າງຈາກເມືອງຊ່ອນລາວ 2 ຊົ່ວໂມງ, ຕັ້ງໃກ້ຫ້ວຍແອດ ຕຳບົນບ້ານທີ່ຢູ່ໃນແຂວງຊ່ອນໄທ(ຍ) ຂຶ້ນຢູ່ກັບເພັຍຫົວພັນ ເປັນບ້ານພວກຜູ້ໄທ(ຍ) ດັ່ງນີ້ບ້ານບໍ່, ບ້ານສົບຊາຍ, ບ້ານນາໜອງ, ບ້ານໝັນ ຣວມເຮືອນ 63 ຫຼັງຄາເຮືອນ ຊາຍ 148 ຍິງ 178 ມີປືນດາບສີລາ 11 ກະບອກ.

- ອັນໜຶ່ງ, ໃນແຂວງເມືອງຊ່ອນ(ຊັຍບູຣີ) ນັ້ນມີຂ້າແຈະແລະພວກແມ້ວ ຕັ້ງຢູ່ສ່ວນໜຶ່ງ ກະຈັດກະຈາຍ ຯລຯ

- ແມ່ທັບສັ່ງໃຫ້ກອງທັບຖອຍລົງມາເມືອງຊ່ອນກ່ອນ ແລະໃຫ້ຄະນະນາຍທະຫານທີ່ຍົກຍ້າຍກັນ ໄປສຳຫຼວດໃຫ້ສຳເຣັດແລ້ວມາບັນຈົບກັນກັບກອງເຈົ້າຣາຊະວົງ ແລ້ວໃຫ້ລົງມາເມືອງຊ່ອນ ກຳນົດໃຫ້ເຖິງເມືອງຊ່ອນໃນຂ້າງຂຶ້ນ ເດືອນສິບສອງນີ້.

- ການເດີນທັບໄປເມືອງໂງນັ້ນ ແມ່ທັບສັ່ງການໃຫ້ພຣະອິນທອນແສນແສງ ປລັດເມືອງກຳ ແພງເພັຊຣ໌ ກັບພຣະຍາເມືອງຂວາ ແລະພຣະຍາເມືອງຊ້າຍ ຄຸມຄົນ 100 ຍົກໄປກ່ອນ ເພື່ອຖາງທາງ ແລະທອດສະບຽງໄວ້ກັບກອງທັບຕລອດທາງເຖິງເມືອງແຖງ ແລະຕັ້ງສາງ ຄອຍຮັບສະບຽງທີ່ຈະສົ່ງ ມາກຈາກຫຼວງພຣະບາງທາງລຳນໍ້າອຸນໍ້ານົວດ້ວຍ.

11 August 2011

ອິດທິພົນການນັບເລກໃນພາສາລາວ ຕິດແສດການນັບແບບຝຣັ່ງ

ກ. ການນັບເລກໃນພາສາແບບລາວເດີມແທ້ໆໆໆ
ລຳດັບເລກ- ການອອກສຽງ.
໐ ສູນ
໑ ນຶ່ງ
໒ ສອງ
໔ ສີ່
໕ ຫ້າ
໖ ຫົກ
໗ ເຈັດ
໘ ແປດ
໙ ເກົ້າ
໑໐ ສິບ
໑໑ ສິບເອັດ
໒໐ ຊາວ
໑໐໐ ຮ້ອຍ
໑໐໐໐ ພັນ .
໑໐໐໐໐ ໝື່ນ
໑໐໐໐໐໐ ແສນ
໑໐໐໐໐໐໐ ລ້ານ
໑໐໐໐໐໐໐໐ ໂກດ
໑໐໐໐໐໐໐໐໐ ກື
໑໐໐໐໐໐໐໐໐໐ ຕື້
໑໐໐໐໐໐໐໐໐໐໐໐໐ ພັນຕື້

ຂ. ການນັບແບບໃໝ່ ທີ່ໄດ້ຮັບອິດທິພົນການນັບມາຈາກພາສາອື່ນແບບສາກົນ.
ລຳດັບເລກ - ການອອກສຽງ.
໐ ສູນ
໑ ນຶ່ງ
໒ ສອງ
໔ ສີ່
໕ ຫ້າ
໖ ຫົກ
໗ ເຈັດ
໘ ແປດ
໙ ເກົ້າ
໑໐ ສິບ
໑໑ ສິບເອັດ
໒໐ ຊາວ
໑໐໐ ຮ້ອຍ
໑໐໐໐ ໜຶ່ງພັນ .
໑໐໐໐໐ ສິບພັນ(ອິດທິພົນຈາກການນັບແບບສາກົນ)
໑໐໐໐໐໐ ແສນ
໑໐໐໐໐໐໐ ໜຶ່ງລ້ານ
໑໐໐໐໐໐໐໐ ໂກດ
໑໐໐໐໐໐໐໐໐ ກື
໑໐໐໐໐໐໐໐໐໐ ຕື້
໑໐໐໐໐໐໐໐໐໐໐໐໐ ພັນຕື້

ຄ. ທຽບການນັບໃນພາສາອັງກິດ.

ລຳດັບເລກ - ການອອກສຽງ Cardinal ເລກລຳດັບ (Ordinal)
໐ ສູນ Zero -
໑ ນຶ່ງ One ທີນຶ່ງ (First)
໒ ສອງ Two ທີສອງ (Second)
໓ ສາມ Three ທີສາມ (Third)
໔ ສີ່ Four ທີສີ່
໕ ຫ້າ Five ທີ່ຫ້າ
໖ ຫົກ Six ທີຫົກ
໗ ເຈັດ Seven ທີເຈັດ .
໘ ແປດ Eight ທີແປດ .
໙ ເກົ້າ Nine ທີເກົ້າ.
໑໐ ສິບ Ten ທີສິບ.
໑໑ ສິບເອັດ Eleven .
໒໐ ຊາວ Twenty .
໑໐໐ ຮ້ອຍ Hundred .
໑໐໐໐ ພັນ Thousand .
໑໐໐໐໐ ໝື່ນ(ສິບພັນ) Ten thousand .
໑໐໐໐໐໐ ແສນ(ຮ້ອຍພັນ) Hundred thousand .
໑໐໐໐໐໐໐ ລ້ານ Million .
໑໐໐໐໐໐໐໐ ໂກດ(ສິບລ້ານ) Ten million .
໑໐໐໐໐໐໐໐໐ ກື (ຮ້ອຍລ້ານ) Hundred million .
໑໐໐໐໐໐໐໐໐໐ ຕື້ (ພັນລ້ານ) Billion .
໑໐໐໐໐໐໐໐໐໐໐໐໐ ພັນຕື້ Trillion .

ທິດ 6 ຄຳກອນ

- ທິດໃນໂລກຫຼາກລ້ວນ ມີຢູ່ແປດທິດພໍດີ
ສິບທິດເຕັມລຸ່ມເທິງ ໂລກຈັກກະວານເຮົານີ້
ທິດທາງທັງພຣະອົງຊີ້ ໄຂຂານຕັດສັ່ງສອນນັ້ນ
ມີຫົກທິດຊິບອກໄວ້ ໄຂແຈ້ງເຫດຄະດີ

- ປຸຣິມະທິດຊີ້ ເບື້ອງໜ້າທິດບົວລະພາ
ປັດສີມາປັດສິເມ ເບື້ອງຂວາຕົກພ້ອມ
ອຸຕະຣະກໍ້າອຸປະຣິມາຕໍ່ ປຸຣະຖີມະທິດຕໍ່
ທິດເບື້ອງຊ້າຍເທິງລຸ່ມດ້ວຍ ຮຽງຖ້ານຊິກ່າວຄວາມ ທ່ານເອີຍ

- ປຸຣິມະທິດເບືອງໜ້ານັ້ນ ມາຕຸພາກມານດາ
ມີຄຸນຄາມຕໍ່ບຸດ ລູກແພງສະເໝີດ້າມ
ຫ້າມປາມທັງສອນຊີ້ ຫວັງພຽງບໍ່ໃຫ້ຊົ່ວ
ໃຫ້ຕັ້ງຕົນຢູ່ໃນຄວາມດີ ໃຫ້ການສຶກສາພໍ່າພ້ອມ
ໃຫຍ່ສົມຄວນຫາຄູ່ໃຫ້ ສົມບັດມີເທົ່າໃດມອບໄວ້ ລູກຫຼານຫຼ້າໄດ້ສືບມູນ

- ບຸດທິດາຮູ້ເຫດແລ້ວແລ້ວ ຮີບເຮັ່ງຕອບແທນຄຸນ
ທ່ານລ້ຽງເຮົາມາຈົນໃຫຍ່ສູນ ລ້ຽງທ່ານຄືນເມື່ອໃຫ້ສຸກແທ້
ວຽກງານການເຮືອນຢ້າວ ເອົາກຳລັງຊົດຊ່ວຍ
ດຳລົງວົງສະກຸນປະພຶດຕົນໃຫ້ພ້ອມ ເມື່ອທ່ານລ່ວງລັບໄປແລ້ວ ທຳບຸນໃຫ້ຍອດກະຕັນຍູ

- ທິດທີສອງຄູອາຈານອຸປັດຊາ ທີ່ສອນວິຊາຄວາມຮູ້
ເພິ່ນຫາກມີຄຸນລົ້ນ ຕໍ່ສິດສາທຸກສໍ່າ
ສອນແນະນໍາໃຫ້ເປັນຄົນດີ ສອນອີຫຍັງຫວັງໃຫ້ຮູ້ແຈບແຈ້ງ
ສິລະປະວິທະຍາມີເທົ່າໃດມອບໃຫ້ ທັງຍົກຍໍປໍປັ້ນ ວິຊາການສິ່ງນັ້ນ ນຳໄປໃຊ້ໄດ້ຜົນ

- ເມື່ອສິດຮູ້ຊາບແລ້ວ ຄວນຕອບບຸນແທນຄຸນ
ເຄົາຣົບຄູອາຈານມາຍໍມີນົບ ໃຫ້ກຽດສູງເໜືອສຽນເກົ້າ
ເຂົ້າໄປຫາວາຈານ້ອມ ໃຝ່ໃຈຮຽນຮໍ່າ
ບົວລະບັດໃຫ້ພຽບພ້ອມ ຕັ້ງໃຈໝັ້ນຕໍ່ການຮຽນ

- ອັນວ່າທິດທີສາມນັ້ນ ຜົວເມັຍຄູ່ຄຽງໝອນ
ສາມີຄວນຍໍຍົກ ວ່າເປັນເມັຍສະເໝີແກ້ວ
ບໍ່ດູໝີ່ນເມັຍໃຫ້ຕົວດ້ອຍ ບໍ່ນອກໃຈໃຫ້ຊໍ້າເນົ່າ
ສິດໃນຄອບຄົວມອບໃຫ້ ຫາພວກຂອງເຄື່ອງໃຊ້ ມາມອບໃຫ້ຖືກຍາມ

- ເມັຍຮູ້ຄຸນຜົວແກ້ວ ປະຕິບັດຮີດຄອງເມັຍ
ຈັດລະບຽບເຮືອນຊານ ໃຫ້ດີຢ່າວາງເວັ້ນ
ພີ່ນ້ອງໄກຫຼືໃກ້ ຄວນເອົາໃຈຮັກຫໍ່
ບໍ່ນອກໃຈທັງຮັກສາສົມບັດນັ້ນໄວ້ ຄວາມຂີ້ຄ້ານຈົ່ງເວັ້ນ ຂະຫຍັນໄວ້ຈຶ່ງຊິຄູນ ທ່ານເອີຍ

- ທິດທີສີ່ທິດເບື້ອງຊ້າຍ ເພື່ອນມິດສະຫາຍເກີ
ມີຄຸນຄາມອະນັນ ຫາກສ້າງສັນຮູ້ຈັກເລື້ອງ
ເພື່ອແຜ່ແບ່ງປັນໃຫ້ ເວົ້າຈາກໍຍິນມ່ວນ
ຊ່ວຍເຫຼືອເກື້ອກູນກັນໃຫ້ພຽບພ້ອມ ຮ່ວມສຸກຮ່ວມທຸກກັນແທ້ໆ ຊື່ສັດຕໍ່ກັນດ້ວຍຊ່ວຍພະລັງ

- ເມື່ອເພື່ອນຮູ້ຄຸນມິດແລ້ວ ຕອບແທນມິດສະເໝີກັນ
ເມື່ອມິດປະໝາດຄົນປົກປ້ອງຊີວິດ ເມື່ອມິດປະໝາດຮັກສາຊັບມິດໄວ້
ຄວາມີໄພມາເຖິງເພື້ອນ ປ້ອງກັນທັງຊົດຊ່ວຍ
ຄວາມເມື່ອຕົກທຸກໄດ້ຍາກຊ່ວຍບໍ່ລະຖິ້ມ ນັບຖືທັງຍາດພີ່ນ້ອງວົງເຊື້ອມິດເຮົາ

- ທິດທີຫ້າທ່ານກ່າວເວົ້າ ສະມະນະພຣະສົງ
ທ່ານຫ້າມປາມບໍ່ໃຫ້ທຳຄວາມຊົ່ວຊາມ ໃຫ້ຕັ້ງຢູ່ໃນຄວາມດີພ້ອມ
ອະນຸເຄາະປະສົງໃຫ້ ປາຖະໜາດີເມດຕາຊ່ວຍ
ເທດສະໜາແນວບໍ່ເຄີຍຮັບຮູ້ ອະທິບາຍທຳທີ່ຮູ້ແລ້ວໃຫ້ແຈ້ມແຈ້ງ ຊີ້ທາງສະຫວັນພ້ອມບ່ອນຈະເຣີນ

- ອຸປະສົກອຸປະສິກາຮັບຮູ້ ຄຸນທ່ານສະມະນະແລ້ວນັ້ນ
ເວົ້າຈາເມດຕາໄວ້ ທຳອັນໃດໃຫ້ນ້ອມເນັ່ງ
ຄິດສິ່ງໃດກໍນ້ອມ ຕ້ອນຮັບພ້ອມດ້ວຍສັດທາ
ອຸປະຖັມປັດໄຈສີ່ ຫວັງມຸງເພື່ອກະເສີມ

- ທິດເບື້ອງລຸ່ມແມ່ນລູກຈ້າງ ທີ່ຊົດຊ່ວຍວຽກງານເຮົາ
ຈັດວຽກງານໃຫ້ເໝາະສົມ ເທົ່າກັບຄວາມຮູ້
ຄ່າຈ້າງເງິນເດືອນໃຫ້ ສະເໝີຄວາມເປັນຢູ່
ຍາມເຈັບເປັນຊ່ວຍຊ້ວນ ໄດ້ຂອງດີໆມາຝາກຕ້ອນ
ຫາວັນພັກພິເສດໃຫ້ ຕາມໂອກາດອັນຄວນ

- ລູກນ້ອງຮັບຮູ້ແລ້ວ ຄຸ່ນແຫ່ງເຈົ້ານາຍເຮົາ
ທຳການງານກ່ອນເຈົ້ານາຍ ເລີກຫຼັງເຈົ້ານາຍດ້ວຍ
ເອົາແຕ່ຂອງເຈົ້ານາຍໃຫ້ ຢ່າທຳການລັກລອບ
ເຮັດວຽກງານໃຫ້ຮຽບຮ້ອຍ ນຳຄວາມດີຂອງເຈົ້ານາຍໄປຍົກຍ້ອງ ປາກົດແຈ້ງທົ່ວໄປ

- ທິດທັງຫົກຊີ້ບອກໃຫ້ ນໍາໄປຄ່ອຍປະຕິບັດ
ເຮັດຈົນເປັນຄອງວັດ ຈະເກີດຜົນພາຍຊ້ອຍ
ທັງຄອບຄົວເຮືອນຊານພ້ອມ ສັງຄົມໄດ້ປະໂຫຍດ
ປະເທດຊາດກໍເດີນກ້າວ ເພາະຄົນຮູ້ໜ້າທີ່ຕົນ ນັ້ນແລ້ວ

10 August 2011

ຫັດອ່ານໜັງສື ໃນແບບຮຽນ ປີ 1932


1,ຫຼັງປົກ:
- ເປັນອັກສອນຝຣັ່ງ ອ່ານບໍ່ອອກ.
2. ໜ້າປົກ: ອ່ານລຽງຕາມລຳດັບລົງໄປເລີຍ
(1) ແບບສຶກສາ
(2) ສຳຫຣັບໃຊ້ຕາມໂຮງຮຽນປຼະຖົມະສຶກສາ ນະປຼະເທດລາວ
(3) ແຕງຕາມຂໍ້ດຳຣັດຂອງທ່ານເອກະອັຄະມະຫາອະທິບໍດີ
(4) ລົງວັນທີ່ 11 ເມ 1926
(ໝຍເຫດ ປີ ຄ.ສ ອ່ານບໍ່ແຈ້ງ)
----------------------------
(5)ແບບສອນອ່ານ
ຊັ້ນອະວະສານມູນລະສຶກສາ
ພາສາລາວ


(6) ພິມຄັ້ຼງທີ່ແຣກ
(7) ຮ່າໂນຽ-ໂຮງພິມເອັກສແຕຼມ ໂອຣິອັງ (ຄາດວ່າ ໂອຣິອັງ-ບໍ່ເຫັນແຈ້ງ)
(8) 1932


(ຫົວຂໍ້ເລື່ອງ)
3
2 ຕ້ອງໄປໂຮງຮຽນໃຫ້ກັນເວລາ
(ຮູບປະກອບ)
(1) ເຊົ້າມື້ໜຶ່ງ, ທ້າວພັນໄປໂຮງຮຽນ, ແຕ່ລາວບໍ່ຟ້າວ,
(2) ເມື່ອຕາມທາງໄປ, ລາວພົບທ້າວກິ່ງເພື່ອນຂອງລາວ.
(3) ທ້າວກິ່ງເວົ້າວ່າ ເຮົາຈະຟ້າວໄປສັງ, ຍັງບໍ່ທັນດີກອງ.
(4) ຖ້າຢູ່ນີ້ຄຼາວໜຶ່ງກ່ອນນ້າ ! ເຖິງຈະພາກັນຫຼິ້ນອີກສັກ
(5) ຫຼາຽນາທີກໍຍັງໄດ້ຢູ່, ເພຼາະເຮົາກໍມີເງິນຕິດຕົວຢູ່ສອງ
(6) ສາມອັດ, ຈັກໜ່ອຍຈຶ່ງຄ່ອຍໄປໂຮງຮຽນກໍໄດ້, ເຮົາຍັງມີເວ
(7) ລາຢູ່ດອກ, ທ້າວພັນຈຶ່ງຕອບວ່າ : ແມ່ນແລ້ວບໍ່
(8) ທັນຮອດໂມງຈຼິງ, ແຕ່ເຮົາກໍຟ້າວແດ່, ເພື່ອໄປ
(9) ໃຫ້ທັນໂມງເຂົ້າຮຽນ, ຄັນເຮົາຈະຄອງຖ້າໃຫ້ເຂົາຕີກອງ
(10) ແລ້ວຈຶ່ງໄປ, ເຖິງຈະຟ້າວເທົ່າໃດ ກໍບໍ່ທັນໂມງ ແລະພວກ


4
(1) ເຮົາກໍຈະຖືກໂທດດ້ວຍ, ວ່າແລ້ວທ້າວພັນເລີຍຢ່າງໄປ, ທ້າວກິງຈຶ່ງຢ່າງຕາມຫຼັງ.
(2) ເຮົາຄວນມາໂຮງຮຽນໃຫ້ທັນເວລາ.
(3) ບົດຝືກຫັດ: 1. ໃຫ້ເອົາຄຳຕໍ່ໄປນີ້ແຕ່ງເປັນຄຳລະປຣະໂຫຢກ ໃຫ້ໄດ້ຄວາມ : ໂຮງຮຽນ, ກອງ, ຖນົນ, ຫ້ອງຮຽນ.
(4) ໃຫ້ຊອກຫາຄຳທີ່ຕຼົງກັນຂ້າມກັບ : ເພື່ອນ, ໂທດ.
(5) ໃຫ້ເອົາຄໍາຢູ່ລຸ່ມນີ້ ຕື່ມໃສ່ບ່ອນຈ້ຳເມັດໄວ້ໃຫ້ຖືກ: ກ່ອນ, ຊ້າ, ທັນໂມງ, ຕາມທາງ, ຟ້າວ.
(6) ຢ່າມາໂຮງຮຽນ..... ຫຼື.....ໂພດ, ຕ້ອງມາໃຫ້.........ບໍ່ຄວນຢອກກັນ........ຕ້ອງ...........ຈຶ່ງຈະມາທັນໂມງເຂົ້າໂຮງຮຽນ.
(7) 4. ຫັດແຕ່ງເຣື່ອງ: ທ້າວພັນໄດ້ພົບໃຜ ? ທ້າວ
(8) ກິ່ງເວົ້າຫຍັງກັບລາວ ? ທ້າວພັນຕອບວ່າຢ່າງໃດ ? ໃນ
(9) (ເ)ຣື່ອງນີ້ມີຄຳສອນວ່າຢ່າງໃດ ?

(ຈັກໜ່ອຍຈຶ່ງຕໍ່ ບົດທີ 3)
5
ຕ້ອງນັບຖືຄຼູຂອງເຮົາ


09 August 2011

ມາດຕາຖານເງິນຕາ( The Monetary Standard)

ມາດຕາຖານເງິນຕາ( The Monetary Standard)
- ເປັນເຄື່ອງມື ຫຼືແນວທາງໜຶ່ງສໍາລັບການຄວບຄຸມປະຣິມານເງິນ, ປະກອບດ້ວຍຫຼັກ ເກນ ຣະບຽບຂໍ້ບັງຄັບ ແລະຂໍ້ປະຕິບັດຕ່າງໆ ໃນການອອກເງິນຕາ ເພື່ອຮັກສາຂອງ ຄ່າເງິນ.
- ໂດຍຫຼັການທຸກປະເທດໃນໂລກ(ລວມທັງລາວເຮົາດ້ວຍ) ພະຍາຍາມຮັກສາຄ່າເງິນ ຂອງປະເທດຕົນໃຫມີຄ່າຄົງທີ່ ເມື່ອທຽບກັບສິນຄ້າ ຫຼືສິ່ງຂອງບາງຊະນິດ ເຊິ່ງປະ ເທດນັ້ນໆ ອາດເລືອກສິນຄ້າໃດໆກໍໄດ້ ເພື່ອປຽບທຽບກັບຄ່າເງິນຂອງຕົນ ເຊັ່ນ ອາດເປັນຢາສູບ,ຝ້າຍ ຫຼືໂລຫະຊະນິດໃດຊະນິດໜຶ່ງ ທີ່ໃຊ້ກັນຫຼາຍທີ່ສຸດ ຄື ໂລຫະ ເງິນ, ທອງຄໍາ, ຫຼືໂລຫະມີຄ່າອື່ນໆ.
- ໃນການຮັກສາຄ່າຂອງໜ່ວຍເງິນຂອງປະເທດໃດໜຶ່ງ ເຈົ້າໜ້າທີ່ການເງິນຂອງ ປະເທດນັ້ນຈະຕ້ອງ
ກຳນົດຄວາມສັມພັນສຳພັນກັບປະຣິມານຣະຫວ່າງໜ່ວຍເງິນຂອງປະເທດ ນັ້ນກັບສິນຄ້າຊະນິດນັ້ນໆ.
- ພ້ອມທີ່ຈະຮັບຊື້ສິນຄ້າຊະນິດນັ້ນທັງໝົດເມື່ອມີການສະເໜີຂາຍໃນຣາຄາທີ່ກຳນົດໃຫ້.
- ພ້ອມທີ່ຈະຂາຍສິນຄ້າຊະນິດນັ້ນທັງໝົດເມື່ອມີຜູ້ຕ້ອງການຊື້ໃນຣາຄາທີ່ກຳນົດໃຫ້.

ກ. ມາດຕາຖານໂລຫະຄູ່ (Bimetallic Standard)
- ມາດຕາຖານທີ່ໃຊ້ທັງໂລຫະທອງຄຳແລະເງິນເປັນເຄື່ອງໜຸນຫຼັງເງິນທີ່ໃຊ້ໃນປະເທດໃດປະເທດໜຶ່ງ(The Coinage Act) ຄ.ສ 1792 ຂອງສະຫະຣັດອາເມຣິກາ
US$1 = ທອງຄຳບໍຣິສຸດ 24.75 ເກຣນສ໌
US$1 = ເງິນບໍຣິສຸດ 371.25 ເກຣນສ໌

ຂ. ມາດຕາຖານທອງຄຳ ຄ.ສ 1875-1914
- ເປັນຣະບົບອັດຕາແລກປ່ຽນຄົງທີ່ ມີ 2 ປະເພດ ຄື:
1. ມາຕາຖານຫຼຽນທອງຄຳ ( Gold Specie Standard) : ຣາຄາຫຼຽນ ໜ້າຫຼຽນກັບມູນຄ່າໂລຫະທີ່ໃຊ້ເຮັດຫຼຽນ ທີ່ມີຄ່າເທົ່າກັນສະເໝີ.
2. ມາດຕາຖານທອງຄຳແທ່ງ: ( Gold Bullion Standard) : ປະຣິມານເງິນໝູນວຽນ ລະບົບຈະເປັນເງິນເຈັ້ຍພິເສດ ທອງຄຳທຳໜ້າທີ່ເປັນພຽງສິນຊັບສຳຮອງໜູນຫຼັງ.
- ປະເທດອັງກິດປະກາດໃຊ້ລະບົບມາດຕາຖານຂອງທອງຄຳ ເມື່ອປີ ຄ.ສ 1821 ທຳໃຫ້ເງິນປອນດ໌ ຂອງອັງກິດເປັນເງິນຕາສະກຸນຫຼັກທີ່ມີສະເຖັຍຣະພາບຫຼາຍທີ່ສຸດ ໃນຍຸກນັ້ນເນື່ອງຈາກໜູນໄວ້ດ້ວຍທອງຄຳບໍຣິສຸດ.

ຄ. ຣະບົບມາດຕາຖານຂອງທອງຄຳ ທີ່ປະການດໂດຍປະເທດຕ່າງໆ ໃນປີ ຄ.ສ 1876.
- ກຳນົດໃຫ້ແຕ່ລະປະເທດປະການຄ່າສະເໝີພາກ (Par Value) ໂດຍການທຽບຄ່າເງິນສະກຸນຂອງປະ ເທດຕົນ ຕໍ່ນໍ້າໜັກທຣອຍເອົາຊ໌28.249 ກຣາມ) ເພື່ອເປັນມາດຕາຖານໃນການກຳນົດອັດຕາແລກປ່ຽນຣະຫວ່າງ ເງິນສະກຸນ ຕ່າງໆ ເຊັ່ນປະເທດສະຫະຣັດອະເມຣິກາ ປະກາດສະເໝີພາກເທົ່າກັບ 20.67/ທຣອຍເອົານຊ໌, ປະເທດ ອັງກິດປະກາດສະເໝີພາກເທົ່າກັບ 4.1474/ທຣອຍເອົານຊ໌.
- ກຳນົດໃຫ້ປະເທດຕ່າງໆຕ້ອງຮັກສາຣະດັບຂອງທຶນສໍາຮອງທີ່ເປັນທອງຄໍາ ໃຫ້ພຽງພໍກັບທະນະບັດທີ່ພິມອອກໃຊ້ ເພື່ອ ຮັກສາສະເຖັຍຣະພາບຂອງຄ່າເງິນຂອງປະເທດນັ້ນ.

- ຣະບົບນີ້ຊ່ວຍອຳນວຍຄວາມສະດວກໃນການທຳການຄ້າຣະຫວ່າງປະເທດ ແລະຊ່ວຍສ້າງຄວາມໝັ້ນຄົງ ໃຫ້ຣະບົບ ເສດຖະກິດຂອງໂລກເປັນເວລາຫຼາຍສະຕະວັດ.

ງ. ໄລຍະສົງຄາມໂລກ (ຄສ. 1918-1939)
- ການແຂ່ງຂັນກັນລົດຄ່າເງິນ(The Devaluation Race)ຄວາມຕ້ອງການໃຊ້ເງິນຈຳນວນມະຫາສານຣະຫວ່າງສົງຄາມ
1. ການສ້າງຄ່າເງິນ
2. ຄວາມແຕກຕ່າງໃນອັດຕາເງິນເຟີ້ຣະຫວ່າງປະເທດມີຫຼາຍຂຶ້ນ.
3. ຄວາມແຕກຕ່າງຫຼາຍຂຶ້ນໃນຄວາມສັມພັນຂອງຣະດັບຣາຄາສິນຄ້າຣະຫວ່າງປະເທດ.
4. ການລົດຄ່າເງິນ.

ຈ. ການຄວບຄຸມປະຣິວັດ ຫຼືຄວບຄຸການປ່ຽນແປງ(Exchange Control)
- ໄລຍະທົດສະວັດ 1930 ຫຼາຍປະເທດເຣີ່ມຄວບຄຸມການແລກປ່ຽນເງິນ ເພື່ອຮັກສາຣະດັບເງິນຕາຕ່າງປະເທດເຊິ່ງເປັນເງິນສຳຮອງ ໂດຍການຄວບຄຸມການນໍາເຂົ້າ ແລະສົ່ງອອກເງິນຕາຕ່າງປະເທດ ການໃຊ້ມາດຕາການປັນສ່ວນເງິນຕ່າງປະເທດ ການຫ້າມເຄື່ອນຍ້າຍເງິນທຸນອອກນອກປະເທດ ການບັງຄັບໃຫ້ນໍາເງິນຕາຕ່າງປະເທດຈາກການສົ່ງອອກ ສິນຄ້າ ແລະທຸຣະກັມທາງການເງິນມາຂາຍໃຫ້ກັບທາງການ.

08 August 2011

ເດືອນເກີດເປັນມິດ ແລະສັດຕູກັນ

ເດືອນເກີດທີ່ເປັນມິດ ຫຼືຖືກຊະຕາກັນ
- ຄົນເກີດເດືອນ ໓ ເປັນມິດກັບຄົນເກີດເດືອນ ໕.
- ຄົນເກີດເດືອນ ໖ ເປັນມິດກັບຄົນເກີດເດືອນ໑໒.
- ຄົນເກີດເດືອນ ໔ ເປັນມິດກັບຄົນເກີດເດືອນ ໘.
- ຄົນເກີດເດືອນ ໗ ເປັນມິດກັບຄົນເກີດເດືອນ ໙.
- ຄົນເກີດເດືອນ ໑ ເປັນມິດກັບຄົນເກີດເດືອນ ໒.
- ຄົນເກີດເດືອນ ໑໐ ເປັນມິດກັບຄົນເກີດເດືອນ ໑໑.

ເດືອນເກີດທີ່ເປັນສັດຕູ ຫຼືບໍ່ຖືກຊະຕາກັນ
- ຄົນເກີດເດືອນ ໑ ເປັນວສັດຕູກັບຄົນເກີດເດືອນ ໔.
- ຄົນເກີດເດືອນ ໒ ເປັນສັດຕູກັບຄົນເກີດເດືອນ ໗.
- ຄົນເກີດເດືອນ ໓ ເປັນສັດຕູກັບຄົນເກີດເດືອນ ໘.
- ຄົນເກີດເດືອນ ໙ ເປັນສັດຕູກັບຄົນເກີດເດືອນ ໑໑ ແລະເດືອນ ໑໒.
- ຄົນເກີດເດືອນ ໕ ເປັນສັດຕູກັບຄົນເກີດເດືອນ ໗.