26 January 2012

ທະນະບັດໃບແສນ

ທະນະບັດທີ່ລະລຶກ ໔໕໐ ປີ ນະຄອນຫຼວງວຽງຈັນ ປີ ໒໐໑໐
ສາມາດຈໍຣະຈອນໄດ້ໃນທ້ອງຕລາດຕາມປົກກະຕິ
ພິມອອກມາຈໍຣະຈອນໃນທ້ອງຕລາດຕາມປົກກະຕິກຳນົດອອກໃຊ້ວັນທີ ໑ ກຸມພາ ໒໐໑໒ ນີ້

ຮັກແທ້ຫ້າມກອດ


12 December 2011

ເງິນຮ້ອຍ ເງິນລາດ ເງິນອານາຈັກລ້ານຊ້າງ

ສາຍເຊລຳເພົາ

ເມືອງລ້ານຊ້າງ ອັນເປັນນະຄອນລັດແຮກຂອງລາວ ໄດ້ຂະຫຍາຍອຳນາດ ທາງດ້ານການເມືອງ ແລະ ການປົກຄອງ ບົນສອງຝາກຝັ່ງແມ່ນໍ້າຂອງ(ແມ່ນໍ້າລ້ານຊ້າງ)ຢູ່ນັ້ນ, ລ້ານນາ ອັນເປັນອາຈັກລາວໂຍນົກ ກໍຂະຫຍາຍຕົວຂຶ້ນ ຄຽງຄູ່ກັນ ກັບອານາຈັກລ້ານຊ້າງ ເຊິ່ງເປັນເມືອງຄູ່ແຝດກັນ,   ໄດ້ຄ່ອຍໆພັດທະນາສ້າງຄວາມເຂັ້ມ ແຂງພາຍໃຕ້ອຳນາດຂອງຂອມ ທີ່ເຣືອງອຳນາດຢູ່ໃນອະນາຈັກຕ່າງທາງໃຕ້ ແລະຕາເວັນຕົກສ່ຽງໃຕ້, ດ້ານການປົກຄອງລ້ານຊ້າງໄດ້ມີຜູ້ປົກຄອງ ໄດ້ພັດ ທະນາມາເປັນພຣະຍາແລ້ວ ແຕ່ເມືອງຕ່າງໆຍັງເປັນພຽງຂຸນ ເຊິ່ງມີຖານັນດອນສັກຕໍ້າກວ່າພຣະຍາ, ຖານັນດອນສັກ ຂອງເຈົ້າຜູ້ປົກຂອງຊັ້ນໃດ ອຳນາດຂອງເມືອງ ກໍເທົ່ານັ້ນ, ເຖິງແມ່ນໃນສະໄໝນັ້ນຈະປົກຄອງແບບນະຄອນລັດ ແຕ່ເມືອງ ໃຫຍ່ກໍມີເມືອງຂຶ້ນ ເຊັ່ນໃນ ປີ ໑໘໗໕ ເມືອງສຸໂຂໄທໄດ້ມີຂຸນບາງກາງທ່າວ ກັບຂຸນຜາເມືອງຮ່ວມກັນ ຢຶດເມືອງສຸໂຂໄທ ຈາກຂອມໄດ້ ແລະສະຖາປານາຂຸນບາງກາງທ່າວໃຫ້ເປັນ “ຂຸນສີອິນທະຣາທິດ” ປົກຄອງສຸໂຂໄທສິສັດຊະນາໄລ, ແຕ່ອຳ ນາດຂອງລ້ານຊ້າງຂະນະນັ້ນ ມີເຈົ້າຜູ້ປົກຄອງອານາຈັກ ມີຖານັນດອນສັກເປັນພຣະຍາແລ້ວ ຄືພຣະຍາລັງທິຣາດ ນັບວ່າ ຂະນະນັ້ນ ອານາຈັກລ້ານຊ້າງ ມີອຳນາດທາງການເມືອງສູງກວ່າສຸໂຂໄທ ສືບຕໍ່ມາຈົນຮອດພຣະຍາສຸວັນນະຄຳຜົງ ເຮັດ ໃຫ້ບົດບາດຂອງສຸໂຂໄທ ມີການພົວພັນກັບລ້ານຊ້າງຊຽງດົງ-ຊຽງທອງ ຈະເຫັນນາມຜູ້ປົກຄອງຢູ່ໃນຖານະຂຸນ.

ມາເຖິງຍຸກນີ້ ປາຍຂອງພຣະຍາສຸວັນນະຄຳຜົງແລ້ວ ອານາຈັກສຸໂຂໄທເຣີ່ມມີອຳນາດຂຶ້ນ ໂດຍທີ່ຂຸນ ຣາມຄຳແຫງໄດ້ທຳ ການກອບກູ້ເອກະລາດຈາກອຳນາດຂອງຂອມ ເຖິງປານນັ້ນຣາມຄຳແຫງ ກໍມີຖານັນດອນສັກເປັນຂຸນຢູ່ ພໍສິ້ນຍຸກຂຸນຣາມ ຄຳແຫງກະສັດຜູ້ປົກຄອງສຸໂຂໄທ ກໍເລີ່ມປະກົດມີພະຍາຂຶ້ນ ຄື ພະຍາທັມມະຣາຊາລິໄທ ສືບຕໍ່ມາຈົນຮອດ ຍຸກຂອງພຣະ ຍາເລີໄທ ເມື່ອສຸໂຂໄທ ມີກະສັດຊົງພຣະຍົດເປັນພຣະຍາ ທາງລ້ານຊ້າງຊຽງດົງຊຽງທອງ ກໍມີກະສັດທີ່ມີຖານັນດອນສັກ ເປັນ “ເຈົ້າຟ້າ” ແລ້ວ, ເຊິ່ງຖືວ່າຖານັນດອນສັກທີ່ສູງກວ່າ ຄືເຈົ້າຟ້າງ້ຽວ ແລະເຈົ້າຟ້າຄຳຮຽວ.

ຕາບຈົນເຖິງສະໄໝພຣະເຈົ້າຟ້າງຸ່ມມະຫາຣາດໄດ້ ມາທ້ອນໂຮມອານາຈັກລ້ານຊ້າງ ອັນມີນະຄອນຣັດຕ່າງໆ ທີ່ປົກຄອງ ກັນຢູ່ມາກ່ອນ ແລ້ວບົນສອງຝາກຝັ່ງແມ່ນໍ້າຂອງ ຕັ້ງແຕ່ “ຕົ້ນສ້ານສາມງ່າ ຈົນຮອດນໍ້າມ້າສາມແຄວ” ເປັນອານາຈັກ ລ້ານຊ້າງທີ່ກວ້າງໃຫຍ່ ແລະຊົງອຳນາດ ໃນຍຸກນີ້ເຮັດໃຫ້ລາວເຮົາໃນເມື່ອກ່ອນລວມກັນເປັນປຶກແຜ່ນ ມີຂະໜົບທຳນຽມ ປະເພນີ ອັກສອນ ພາສາ ສາສະໜາ ແລະວັດທະນະທັມອັນດຽວກັນ ບົນສອງຟາກຝັ່ງແມ່ນໍ້າຂອງ, ຄວາມຈະເລີນ ທາງ ດ້ານການເມືອງ ການປົກຄອງ ຂະໜົບທຳນຽມ ແລະວັດທະນະທັມລາວ ທີ່ເຂັ້ມແຂງນັ້ນ ຈຶ່ງເຮັດໃຫ້ລາວຂະຫຍາຍ ວັດທະນະທັມຂອງຕົນໄປທົ່ວພູມີພາກນີ້ ໃນນັ້ນກໍມີອຳນາດທາງດ້ານການເມືອງ ການປົກຄອງ ເສດຖະກິດ ການເງິນຄວບ ຄູ່ກັນໄປດ້ວຍ ປະເທດລາວຈຶ່ງມີເງິນໃຊ້ເປັນຂອງຕົນເອງ ອັນປະກອບດ້ວຍ ເງິນຮ້ອຍ, ເງິນລາດຮ້ອຍ ແລະເງິນລາດ, ເງິນເຫຼົ່ານີ້ ອາດຖືກນຳໃຊ້ໃນຫົວ ເມືອງຕ່າງໆ ທີ່ມີການພົວພັນທາງການຄ້ານຳກັນ ໃນຫົວເມືອງຕ່າງໆ ທີ່ບໍ່ຂຶ້ນກັບລ້ານ ຊ້າງ ກໍມີເງິນລາວລ້ານຊ້າງ ມີດັ່ງນີ້.

- ເງິນຮ້ອຍ: ເງິນຮ້ອຍເປັນເງິນແທ່ງຮູບຮ່າງເໝືອນເຮືອ ຜະຫຼິດຂຶ້ນຈາກໂລຫະເງິນຜະສົມ ດ້ານໜ້າ ເປັນເມັດຕຸ່ມໆຂຶ້ນ ໂດຍຮອບ ແລະປະທັບກາຊ້າງ, ດອກໄມ້ ຫຼືພຣະຍານາກ ເປັນຕົ້ນ, ສ່ວນດ້ານຫຼັງຮຽບມີຢູ່ ຫຼາຍຂະໜາດ ມູນຄ່າຂອງເງິນ ຮ້ອຍນັ້ນ ຂຶ້ນຢູ່ກັບນຳ້ໜັກ ແລະຄວາມບໍລິສຸດຂອງເນຶ້ອເງິນ.
- ເງິນລາດຮ້ອຍ : ເງິນລາດຮ້ອຍ ມີລັກສະນະເໝືອນເງິນຮ້ອຍ ທີ່ຫົວ ແລະທ້າຍຂອງເງິນ ຈະຮຽວ ນ້ອຍກວ່າ ເງິນຮ້ອຍ ແລະບໍ່ມີກາປະທັບ.
- ເງິນລາດ: ເງິນລາດ ເປັນເງິນທີ່ເຮັດຂຶ້ນດ້ວຍທອງແດງ ຫຼືທອງເຫຼືອງ ມີຫຼາຍຂະໜາດ ລັກສະນະ ເໝືອນເຮືອ ຈຶ່ງມີການ ຮຽກວ່າ “ເງິນເຮືອ” ບາງຄັ້ງກໍຮຽກວ່າ “ເງິນຮາງ” ມີ ໒ ຊະນິດ ໄດ້ແກ່ ຊະນິດທີ່ໂລຫະເງິນເຄືອບ ດ້ານເທິງຕອກປະທັບ ກາໄວ້ ຕັ້ງແຕ່ ໑ ຕາໄປເຖິງ ໔ ຕາຕ່າງໆກັນ ມີຫຼາຍຂະໜາດ ກັບກັບອີກຊະນິດໜຶ່ງ ເຮັດດ້ວຍທອງແດງ ທອງເຫຼືອງເຊັ່ນ ກັນ ມີຂະໜາດເໝືອນກັນ ແຕ່ບໍ່ມີກາໃດໆລົງ ຫຼືສະຫຼັກໄວ້ ເງິນລາດຊະນິດນີ້ ມີສີມືບໍ່ຄ່ອຍງາມ ເຂົ້າໃຈວ່າປະຊາຊົນສ້າງ ຂຶ້ນມາໃຊ້ເອງ ເພື່ອເປັນເງິນຍ່ອຍ ເພາະເງິນຊະນິດນີ້ ບໍ່ມີການຄວບຄຸມໃນການຜະລິດ.

ນອກຈາກເງິນ ເຫຼົ່ານີແລ້ວ ສະກຸນເງິນລາວຍັງມີເງິນຮາງ, ເງິນຝັກ, ເງິນຕູ້, ເງິຍເບັ້ຍ, ເງິນແທ່ງ ແລະເງິນໝັນ ແລະ ມີເງິນຂອງຕ່າງປະເທດເຂົ້າມາໃຊ້ໃນລ້ານຊ້າງ ຕອນປາຍອີກ ເຊັ່ນ ເງິນບີ້, ເງິນເຟື້ອງ, ເງິນໝາກຄໍ້ ແລະເງິນຫຼຽນ ແລະອື່ນໆອີກ.

ຄົ້ນຄວ້າໂດຍ : ພອ.ເນືອງພິລັກ ໂຊຕິທອນ

18 October 2011

ນ້ຳຖ້ວມໄທຍລາວໃຫ້ລ້ານຫ້າ

ນ້ຳຖ້ວມໄທຍລາວໃຫ້ລ້ານຫ້າ
ລາວບໍ່ຊ້າ ສົ່ງຮອດຈອດເຖິງ
ບໍ່ໃຫ້ເຫິງຊ່ວຍພີ່ຊ່ວຍນ້ອງ
ຍາມຂັດຂ້ອງຕ້ອງເບິ່ງແຍງກັນ
ຄວາມສຳພັນມະນຸດສະທັມ
ເຖິງເຄາະກັມເບິ່ງພີ່ເບິ່ງນ້ອງ
ບໍ່ໃຫ້ຂ້ອງເຂີນຂາດຍາມຈົນ
ຕ້ອງສູ້ຊົນຍາມຈົນຜ່ານຜ່າ
ສ້າງຄຸນຄ່ານ້ຳຈິດນຳ້ໃຈ
ນຳ້ຖ້ວມໃຫຍ່ເປັນໄພມະຫັນ
ຄວນພາກັນຕໍ່ສູ້ພົ້ນຜ່ານ

01 October 2011

ປະຫວັດຫຍໍ້ ນະຄອນຫລວງວຽງຈັນ

ທົ່ງພຽງວຽງຈັນຖຶກຮັບຮູ້ວ່າມີມະນຸດອາໄສຢູ່ມາແລ້ວກວ່າ 500 000 ປີ ແລະ ໄດ້ຖຶກສັນນິຖານວ່າ ວຽງຈັນ ໄດ້ກາຍເປັນບ້ານມາ ກວ່າ 2000 ປີແລ້ວ ຊຶ່ງມີການປົກຄອງກັນມາແບບເຈົ້າກົກເຈົ້າເຫຼົ່າ ແລະ ຄ່ອຍໆພັດທະນາມາເປັນເມືອງ ຊຶ່ງແມ່ນພະຍາເຈົ້າເມືອງເປັນຜູ້ປົກຄອງ. ໃນລະຫວ່າງສະຕະວັດທີ 1 ເຖິງ 10 ເມືອງວຽງຈັນໄດ້ພັດທະນາເປັນຕົວເມືອງໂດຍແມ່ນ ທ້າວ ບູລິຈັນ ຫລື ພະຍາຈັນທະບູລີ ປະສິດທິສັກ ເປັນພະຍາປົກຄອງ ສະນັ້ນ ເມືອງວຽງຈັນໃນໄລຍະນີ້ຈຶ່ງໃສ່ຊື່ວ່າ: ເມືອງ ຈັນທະບູລີ ຕາມຊື່ນາມມະຍົດຂອງ ບູລີຈັນ (ບູລີ ແປວ່າ: ນະຄອນ ຫລື ວຽງ, ບູລີຈັນ ແປວ່າ: ວຽງຈັນ ນັ້ນເອງ)
        ນັບແຕ່ນັ້ນມາ ເມືອງວຽງຈັນກໍໄດ້ມີປະຫວັດການພັດທະນາ ຊຶ່ງໃນຊ່ວງສະຕະວັດທີ 12 ເມືອງວຽງຈັນຈຶ່ງໄດ້ຖຶກຂື້ນກັບອານາຈັກຂະເໝນອີກ ຈົນພາຍຫລັງເຈົ້າໄຊຍະວໍລະມັນທີ 7 ໄດ້ສິ້ນພະຊົນ ເຮັດໃຫ້ອຳນາດຂອງຂະເໝນຊຸດໂຊມລົງ ແລະ ເມືອງວຽງຈັນ ກໍສືບຕໍ່ເປັນເອກະລາດ (ນະຄອນລັດ) ໄປອີກໄລຍະໜຶ່ງຄຽງຄູ່ກັບເມືອງວຽງຄຳ ແລະ ເມືອງດ່ານໜ້າ. ມາເຖິງສະໄໝພະຍາ ຟ້າຫລ້າ ແຫລ່ງທໍລະນີ ສີສັດຕາ ຄະນະຫຸດ (ເຈົ້າຟ້າງຸ່ມ) ທ້ອນໂຮມອານາຈັກລາວລ້ານຊ້າງ ແລະ ປະກາດເປັນເອກະລາດ ໃນສະຕະວັດທີ 14 (ປີ 1353), ເມືອງວຽງຈັນກໍແມ່ນໜຶ່ງໃນອານາເຂດອານາຈັກລາວລ້ານຊ້າງ ຊຶ່ງເຈົ້າຟ້າງຸ່ມ ໄດ້ແຕ່ງຕັ້ງເຈົ້າໝຶ່ນຈັນ (ບາຄຸ້ມ) ປົກຄອງເມືອງວຽງຈັນ. ຫລັງຈາກນັ້ນ, ເມືອງວຽງຈັນກໍໄດ້ສືບຕໍ່ພັດທະນາ ແລະ ມີການປ່ຽນເຈົ້າເມືອງເຖິງ 6 ຊົ່ວຄົນ ກ່ອນຈະມາເຖິງສະໄໝ ເຈົ້າໄຊເສດຖາທິລາດປົກຄອງອານາຈັກລາວລ້ານຊ້າງ ແລະ ລົງມາສ້າງຕັ້ງນະຄອນຫລວງຢູ່ເມືອງວຽງຈັນ ໃນປີ ຄສ 1560 ຊຶ່ງເພິ່ນໄດ້ອັງເຊີນເອົາພະແກ້ວມໍລະກົດ ແລະ ພະແຊກຄຳ ລົງມາປະທັບເປັນຂວັນເມືອງວຽງຈັນ ນັບແຕ່ນັ້ນມາ, ແລະ ເມືອງວຽງຈັນ ກໍ່ສືບຕໍ່ເປັນນະຄອນຫລວງຂອງອານາຈັກລາວລ້ານຊ້າງ ຈົນເພີ່ນໄດ້ສິ້ນພະຊົນ, ເສນາບໍດີຜູ້ໃຫຍ່ກໍຍາດຊິງອຳນາດ ເຮັດໃຫ້ສັດຕູພາຍນອກເຂົ້າມາຮຸກຮານ ແລະ ອານາຈັກລາວລ້ານຊ້າງກໍການເປັນເມືອງຂື້ນຂອງພະມ້າ ເປັນເວລາ 28 ປີ ຈຶ່ງບໍ່ມີການພັດທະນາໃດໆໃນເວລານັ້ນ.
        ມາເຖິງສະໄໝເຈົ້າສຸລິຍະວົງສາ ທຳມິກະລາດ ປົກຄອງອານາຈັກລາວລ້ານຊ້າງ (ຄສ 1638-1690), ນະຄອນຫລວງວຽງຈັນກໍ່ໄດ້ກັບມາຮຸ່ງເຮືອງເຫລືອງເຫລື້ອມໃນທຸກດ້ານ ໂດຍສະເພາະແມ່ນທາງດ້ານພຸດທະສາດສະໜາ ຈົນທ່ານ ວັນ ວູດສະໂຕບ ຊາວໂຮນລັງ ທີ່ມາລາວໃນປີ ຄສ 1641 ໄດ້ຍ້ອງຍໍວ່າ: ພຸດທະສາດສະໜາຈະເລີີນຮຸ່ງເຮືອງຫລາຍ, ພະສົງໃນນະຄອນຫລວງວຽງຈັນ ມີຫລາຍກວ່າທະຫານໃນກອງທັບຂອງພະເຈົ້າແຜ່ນດິນເຢຍລະມັນອີກຊ້ຳ, ມີວັດວາອາຣາມໃຫຍ່ ແລະ ງົດງາມກວ່າປະເທດອື່ນໆ ການສຶກສາຮ່ຳຮຽນກໍສຳຄັນກວ່າປະເທດອື່ນໆ ດ້ວຍເຫດນີ້ຈຶ່ງມີພະສົງຈາກປະເທດສະຫຍາມ, ຂະເໝນ ມາສຶກສາຢູ່ທີ່ນີ້ເຖິງ 10 ເຖິງ 12 ປີ ກ່ອນຈະສຳເລັດ.
        ມາເຖິງປີ ຄສ 1778, ກອງທັບສະຫຍາມໄດ້ມາໂຈມຕີນະຄອນຫລວງວຽງຈັນ, ຈູດເຜົາລາດຊະວັງຫລວງ, ຫໍໂຮງຜູ້ໃຫຍ່, ຫໍພະແກ້ວ ແລະ ກວດຕ້ອນເອົາເຊື້ອກະສັດ, ເສນາບໍດີ ແລະ ປະຊາຊົນໄປສະຫຍາມກວ່າແສນຄົນ. ພາຍໃຕ້ການນຳພາຂອງເຈົ້າອານຸວົງ, ປະຊາຊົນລາວໄດ້ລຸກຮື້ຂື້ນເພື່ອກອບກູ້ເອກະລາດ ຈາກນັ້ນປີ 1827 ກອງທັບສະຫຍາມໄດ້ກັບມາໂຈມຕີນະຄອນຫລວງວຽງຈັນອີກຄັ້ງໃໝ່ ຊຶ່ງຈູດເຜົານະຄອນຫລວງວຽງຈັນຈົນຮາບກ້ຽງ ແລະ ກວາດຕ້ອນປະຊາຊົນລາວໄປສະຫຍາມອີກຮອບໃໝ່. ນັບແຕ່ປີ 1828 ເຖິງ 1893 (65 ປີ), ນະຄອນຫລວງວຽງຈັນໄດ້ກາຍເປັນເມືອງຮ້າງທີ່ງຽບເຫງົາທີ່ສຸດ.
       ແຕ່ປີ 1893 - 1975 ແມ່ນໄລຍະທີ່ປະເທດ ແລະ ປະຊາຊົນລາວ ຕໍ່ສູ້ກູ້ເອກະລາດ ຕ້ານການຮຸກຮານຂອງຈັກກະພັດລ່າເມືອງຂື້ນແບບເກົ່າ ແລະ ແບບໃໝ່ຈາກຕ່າງດ້າວ. ຈົນເຖິງມາວັນທີ 2 ທັນວາ 1975 ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ. ນັບແຕ່ນັ້ນມານະຄອນຫລວງວຽງຈັນກໍໄດ້ຮັບການຟື້ນຟູບູລະນະ ແລະ ພັດທະນາທາງດ້ານເສດຖະກິດ, ສັງຄົມ, ວັດທະນະທຳ ແລະ ກາຍເປັນນະຄອນຫລວງວຽງຈັນ ຂວັນໃຈຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດຈົນມາເຖິງທຸກວັນນີ້.