ສົ້ມຕຳໝາກຫຸ່ງ
----------
- ຕໍາສົ້ມ ເປັນອາຫານລາວປະເພດໜຶ່ງ ໃນອະດີດ "ຕໍາສົ້ມທຸກປະເພດ" ຖືກຈັດໄວ້ໃນປະເພດ ອາຫານກິນຫຼິ້ນ ຫຼືອາຫານກິນໃນຍາມວ່າງ ເພື່ອການຊຸມແຊວ, ປັດຈຸບັນຍ້ອນຄວາມນິຍົມຫຼາຍ ຈຶ່ງເຮັດໃຫ້ສົ້ມຕຳໝາຫຸ່ງ ກາຍເປັນ ອາຫານຫຼັກໃນບາງຄອບຄົວ ແລະກາຍ ເປັນອາຫານປະເພດການຄ້າໄປ.
- ສົ້ມຕຳໝາກຫຸ່ງ ຖືກຮຽກໃນພາສາລາວນິຍົມປັດຈຸບັນ (ໂດຍສະເພາະໃນວຽງຈັນ) ວ່າ "ຕໍາໝາກຫຸ່ງ" ຄວາມຈິງແລ້ວ "ຕໍາໝາກຫຸ່ງ" ທີ່ນິຍົມກັນແຕ່ບູຮານເກົ່າແກ່ມາແລ້ວວ່າ "ສົ້ມຕຳໝາກຫຸ່ງ".
- ອາຫານປະເພດນີ້ ມີສ່ວນປະກອບຫຼັກ ຄື ມີໝາກຫຸ່ງຂູດ, ຫຼືຊອຍບາງໆແລ້ວ, ໝາກພິກ(ດິບ, ດິບໆສຸກໆ ຫຼືແຫ້ງກະໄດ້) ມີຫົວກະທຽມ, ເກືອ, ນໍ້າປາ ແລະນໍ້າປາແດກ (ໃນພາກໃຕ້ເນື່ອງຈາກປາແດກໄດ້ຈາກປານໍ້າຂອງເຂົາຈະໃຫ້ປາແດກຕ່ອນ ຈະເປັນປາແດກ ປານ້ອຍ ຫຼືປາແດກປາໃຫຍ່ ແຕ່ໃນພາກໃຕ້ ປາແດກສໍາລັບຕໍາສົ້ມຕ່າງໆ ຈະເຮັດຮອດສາມ ປີຈຶ່ງເອົາມາປຸງແຕ່ງ ອາຫານ) ເຖິງຈະມີເຄື່ອງ ປະກອບເກືອບຄົບສົມບູນ ດັ່ງທີ່ກ່າວແລ້ວໃນ ເບື້ອງຕົ້ນ ກໍຈະເປັນອາຫານທີ່ສົມບູນ ພ້ອມທີ່ຈະຮັບປະທານບໍ່ໄດ້ ຫາກຂາດ "ໝາກສົ້ມ"(ໝາກສົ້ມທີ່ນິຍົມສຸດທົ່ວໄປແມ່ນ ໝາກນາວ ແຕ່ໃນພາກໃຕ້ມີໝາກກະສັງ ກໍໃຊ້ໄດ້), ນອກຈາກນັ້ນ ຈະມີໝາກເລັ່ນ, ໝາກກອກ, ດ້ວຍເຫດນີ້ເອງ ອາຫານປະເພດນີ້ ຈຶ່ງມີຊື່ທີ່ສົມບູນວ່າ "ສົ້ມຕຳໝາກຫຸ່ງ".
- ສົ້ມຕຳໝາກຫຸ່ງ ເຖິງຈະເປັນອາຫານເກົ່າແກ່ ຂອງລາວກໍຕາມ, ແຕ່ກໍບໍ່ແມ່ນອາຫານຫຼັກ ຈັດຢູ່ໃນອາຫານປະເພດກິນຫຼິ້ນ ແລະມີຂໍ້ຫ້າມ ຄື
1. ຫ້າມກິນຕຳສົ້ມໃນຕອນເຊົ້າ ອະນຸຍາດໃຫ້ກິນໃນຕອນບ່າຍ.
2. ຫ້າມເດັກນ້ອຍກິນ.
3. ຫ້າມຕຳສົ້ມກິນໃນຍາມກາງຄືນ.
4. ຫ້າມກິນຕຳສົ້ມໃນງານສົບ.
5. ຫ້າມເອົາສົ້ມຕຳໝາກຫຸ່ງ ຮ່ວມພາເຂົ້າ.
(ຂະລຳ)
- ສົ້ມຕຳໝາກຫຸ່ງ ຈຶ່ງນິຍົມກິນຫຼິ້ນ ໂດຍສະເພາະບ່າວສາວ ໃນສັງຄົມຊົນນະບົດ ຄືພວກເຂົາຈະນັດກັນ ມາເຮັດຕຳສົ້ມ ໝາກຫຸ່ງກິນ.
- ສົ້ມຕຳໝາກຫຸ່ງ ເດີມນິຍົມກິນໃນຊຸມຊົນ ຊາວລາວ ແລະຊຸມຊົນເຊື້ອສາຍລາວເທົ່ານັ້ນ, ຕໍ່ມາໂດຍອີງຕາມປະຫວັດສາດ, ຄົນລາວໄດ້ ຖືກອົບພະຍົບລົງໄປຢູ່ພາກກາງຂອງໄທຍ໌ ແລະຄົນເຊື້ອສາຍລາວ ໄດ້ກາຍ ເປັນພົນເມືອງໄທຍ໌ເປັນຊົນກຸ່ມໃຫຍ່ ສະນັ້ນວັດທະນະທໍາຕ່າງໆ ຂອງລາວຕະຫຼອດທັງວັດທະນະທໍາການກິນ ຈຶ່ງຖືກຂະຫຍາຍຕົວຈາກຊຸມຊົນຊາວລາວອອກສູ່ສັງ ຄົມຊາວໄທຍ໌ກຸ່ມຕ່າງໆ ເຮັດໃຫ້ໃນການຂະຫຍາຍຕົວຕອນຕົ້ນໆ ອາຫານລາວເກືອບທຸກປະເພດ ລວມທັງຕໍາສົ້ມໝາກຫຸ່ງພ້ອມ ໄດ້ຖືກຕໍ່ຕ້ານ ແລະກ່າວຂວັນໃນທາງລົບວ່າ ອາຫານຊັ້ນຕໍ່າ, ອາຫານເໝັນ, ອາຫານບໍ່ສະອາດ ແລະອາຫານພວກລາວໆ ໄປຕ່າງໆນານາ, ຍຸກຕົ້ນໆຈົນມາເຖິງປີ ພ.ສ ໒໕໑໘ ອາຫານລາວປະເພດຕ່າງໆ ຍັງຖືກປະຕິເສດ ຈາກສັງຄົມບາງສັງຄົມໃນຊຸມຊົນຊາວກຸງ ແລະພາກກາງບາງຈັງຫວັດຮອບໆ ກທມ ຢູ່ ແຕ່ວ່າໃນຂະນະດຽວກັນນັ້ນຫຼັງຈາກ ສປປ.ລາວ ເຮົາໄດ້ປ່ຽນການປົກຄອງຈາກ ລະບອບຣາຊາອານາຈັກມາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແລ້ວ, ແຮງງານໄທຍ໌ ໂດຍສະເພາະແຮງງານ ຄົນລາວຝັ່ງຂວາ(ອີສານຂອງໄທຍ໌) ເມື່ອກ່ອນນິຍົມມາເຮັດວຽກ ຫຼືຂາຍແຮງງານ ທີ່ເມືອງລາວ ກໍກັບເມືອປະເທດໄທຍ໌ ແຮງງານ ເຫຼົ່ານັ້ນກໍກັບເຂົ້າໄປເຮັດວຽກຂາຍແຮງງານຢູ່ບາງກອກ ແລະພາກອື່ນໆຂອງໄທຍ໌ ເມື່ອແຮງງງານໄປ(ແຮງງານ ໝາຍເຖິງຄົນ) ວັດທະນະທໍາອື່ນໆກໍໄປດ້ວຍ ໂດຍສະເພາະອາຫານເຊິ່ງເປັນວັດທະນະທໍາທີ່ຕິດພັນກັບວິຖີຊີວິດມະ ນຸດກໍໄປດ້ວຍ, ອີກກະແສໜຶ່ງຄົນລາວຈໍານວນຫຼາຍກໍໄດ້ອົບພະຍົບເຂົ້າສູ່ ພາກຕ່າງໆຂອງໄທຍ໌ ນັບແຕ່ຕົ້ນປະຫວັດສາດຈົນຮອດປັດຈຸບັນ ກໍໄດ້ຂະ ຫຍາຍວັດທະນະທໍາສ່ວນນີ້ໃຫ້ຫົວເມືອງຕ່າງໆຂອງໄທຍ, ມີວັດທະນະທໍາການກິນຂອງລາວ ຫຼາຍຢ່າງກໍໄດ້ກົມກືນກາຍໄປເປັນ ວັດທະນະທໍາອາຫານໄທຍ໌ ຍັງເຫຼືອແຕ່ອາຫານບາງປະເພດເຊັ່ນ ລາບ, ກ້ອຍ, ຊອຍ, ແຊ່, ແຈ່ວປາ ແລະຕໍາສົ້ມໝາກຫຸ່ງ ເພາະອາຫານປະເພດນີ້ເປັນອາຫານຄູ່ຄົວຄົນລາວ ເນື່ອງຈາກໃນອະດີດນັບແຕ່ປິ ໑໗໗໙ ເປັນຕົ້ນມາຄົນລາວ ແລະສຍາມ ຖືກປະຕິເສດຈາກຄົນຈີນຢູ່ແລ້ວ ອາຫານຈຶ່ງພອຍໄດ້ຮັບການປະຕິເສດໄປດ້ວຍ ຈຶ່ງຖືວ່າເປັນຄວາມໂຊກດີຂອງອາຫານລາວ ປະ ເພດນີ້ ບໍ່ດັ່ງນັ້ນຄົງຈັດເຂົ້າເປັນປະເພດ ອາຫານໄທຍ໌ໄປແລ້ວ, ຈາກປີ ພ.ສ ໒໕໑໘ ຈົນມາເຖິງປີ ພ.ສ ໒໕໓໕ ແຮງງານອີສານໄດ້ຫຼັ່ງໄຫຼເຂົ້າສູ່ພາກກາງ ພາກໃຕ້ຂອງໄທຍ໌ເປັນຈໍານວນຫຼວງຫຼາຍ ການປະກອບອາຊີບຂາຍອາຫານສໍາລັບແຮງງານຄົນອີສານ(ລາວຝັ່ງ ຂວາໃນເມືອງກຸງ) ກໍໄດ້ເກີດຂຶ້ນໃນຕອກ ໃນຊອຍ(ຮ່ອມ) ປານດອກເຫັດເວົ້າໄດ້ວ່າທຸກໆຊອຍ ທີ່ມີແຮງງານອີສານຢູ່ ທໍາອິດກໍແມ່ນຂາຍ ໃຫ້ສະເພາະແຮງງານຄົນອີສານ ສະນັ້ນອາຫານປະເພດນີ້ ຈຶ່ງຖືກຂາຍໃນລົດລໍ້ ເຊິ່ງພາສາໄທຍວ່າ "ຊາເລັ່ງ", ເມື່ອມີການຂາຍຫຼາຍ ຂຶ້ນກໍມີການຊື້ ຈາກກຸ່ມຄົນນອກຈາກກຸ່ມຄົນອີສານ "ມີການກ່າວວ່າ ມີບາງຄົນທີ່ເປັນຄົນອີສານ ຫຼືຄົນໄທຍ໌ທີ່ມັກໃນລົດຊາດຕໍາສົ້ມໝາກຫຸ່ງເວົ້າສະເພາະ ເວົ້າລວມອາຫານລາວ ປະເພດລາບກ້ອຍເຖິງຢາກປານໃດ ກໍບໍ່ກ້າຊື້ກິນ ຄັນ ຢາກກິນກໍກິນແບບ ຫຼົບໆຊ້ອນໆ ຫຼືເຮັດກິນໃນເຮືຶອນ ແລະຊຸມຊົນ) ແຕ່ມາຮອດປີ ພສ ໒໕໓໕ ຫຼັງຈາກພຶດສະພາ ທະມິນແລ້ວ ອາຫານພວກນີ້ ໄດ້ຖືກຍອມ ຮັບໃນຄົນເຊື້ອສາຍລາວໄທຍ໌ ທີ່ຢູ່ໃນສັງຄົມຊັ້ນສູງຂອງໄທຍ໌ຫຼາຍຂຶ້ນ ເຖິງປານນັ້ນ ກໍຍັງມີການແຍກກັນຢ່າງເປັນຮູປະທຳຢູ່ ຈຶ່ງມີການຂາຍອາຫານປະເພດນີ້ ຢູ່ໃນຮ້ານອາ ຫານໃຫຍ່ໆ ປະເພດ ຈໍາເພາະ ຄື ຮ້ານອາຫານອີສານ ຫຼືຮ້ານອາຫານຕາເວັນ ອອກສ່ຽງເໜືອ ຫຼືບາງຮ້ານໃຊ້ວ່າອາຫານລາວ ເຊິ່ງມີເຈົ້າຂອງເປັນຄົນອີສານເປັນສ່ວນໃຫຍ່ ເຊັ່ນ ໃນລຽບສະຖານີລົດໄຟ, ສະຖານີລົດໂດຍສານ ແລະໃນສ່ວນຈະຕຸຈັກ ແລະທີ່ອື່ນໆໃນຊຸມຊົນທີ່ມີຊາວອີສານທຸກຊົນຊັ້ນສາມາດຊື້ກິນໄດ້ ແລະສາມາດພົບປະສັງ ສັນກັນເປັນກຸ່ມກ້ອນ ປັດຈຸບັນນັບແຕ່ປີ ພ.ສ ໒໕໔໐ ເປັນຕົ້ນມາອາຫານລາວ ຖືວ່າເປັນຍອດນິຍົມ ໃນໄທຍ໌ ຕຳສົ້ມໝາກຮຸ່ງ ໄດ້ກ້າວຈາກຊອຍ ຂຶ້ນສູ່ພັດຕາຄານ ແລະໂຮງແຮມ ຫຼືຕັ້ງເປັນພັດຕາຄານໂດຍສະເພາະ ເຊັ່ນຮ້ານອາຫານສົ້ມຕຳຫຼວງ ຖະໜົນເທພາລັກ ຮ້ານອາຫານນີ້ ນອກຈາກຕຳສົ້ມທົ່ວໄປແລ້ວຍັງມີ ສູດສະເພາະປະຈຳຮ້ານຂອງເຂົາອີກ.
- ອີກທາງໜຶ່ງ ເມື່ອສົງຄາມອິນດູຈີນສິ້ນສຸດລົງ ຄົນອີສານບາງຄົນໄດ້ມີໂອກາດກັບໄປຍັງປະເທດອາເມກາ ແລະປະເທດຢູ່ໂຣບອື່ນໆ ກໍໄດ້ໄປ ຂາຍອາຫານປະເພດນີ້ ຢູ່ຕ່າງປະເທດ ອາຫານລາວກໍໄດ້ກ້າວເຂົ້າສູ່ເວທີສາກົນ ອັນໜຶ່ງຄົນລາວທີ່ໄດ້ອົບພະຍົບໄປຍັງປະເທດ ທີສາມກໍໄດ້ຂະຫຍາຍຕົວຂຶ້ນ ອາຫານລາວກໍເປັນທີ່ນິຍົມຂອງຊາວຕ່າງປະເທດ ຫາກເຈົ້າຂອງເປັນຄົນລາວ ອາຫານເຫຼົ່ານີ້ກໍ ຖືກຮຽກວ່າ "ອາຫານລາວ" ຫາກຮ້ານອານັ້ນເປັນຂອງຄົນໄທຍ໌ ກໍຖືກຮຽກວ່າ ''ອາຫານໄທຍ໌'' ຊາວຕ່າງປະເທດຮູ້ຈັກອາຫານ ໄທຍ໌ຫຼາຍກວ່າອາຫານລາວ ໂດຍສະເພາະຕໍາສົ້ມໝາກຫຸ່ງນັ້ນ ໃນຕ່າງປະເທດ ຮູ້ຈັກວ່າເປັນອາຫານໄທຍ໌ ທາງໄທຍ໌ເອງ ກໍຈັດເຂົ້າໃນປະເພດ ອາຫານໄທຍ໌ ແຕ່ກົງກັນຂ້າມເມື່ອຢູ່ເມືອງໄທຍ໌ ສົ້ມຕຳໝາກຫຸ່ງເຂົາຈະຮຽກວ່າ "ອາຫານລາວ".
- ປັດຈຸບັນ ສົ້ມຕຳໝາກຫຸ່ງ ເປັນທີ່ຮູ້ຈັກກັນ ທັງຊາວລາວ ໄທຍ໌ ຂະເໝນ ແລະທົ່ວໂລກ ຖືເປັນອາຫານປະເພດສາກົນນິຍົມ.
- ເມື່ອກ່ອນ ສົ້ມຕຳໝາກຫຸ່ງ ທີ່ເມືອງລາວ ແຕ່ປີ 1980 ຄືນໄປປານໃດ ເຖິງມີກໍເລັກນ້ອຍ ບໍ່ໄດ້ຕຳຂາຍເໝືອນໃນປັດຈຸບັນນີ້, ແຕ່ຍ້ອນມີການນິຍົມກິນຫຼາຍຈຶ່ງມີຂາຍກັນທົ່ວໄປ, ແຕ່ມີການແປຮູບສົ້ມຕຳໝາກຫຸ່ງໄປຫຼາຍແບບອີກ ເຊັ່ນຕຳໝີ່, ຕຳລວມມິດ, ຕຳຊົ້ວ, ຕຳມົ້ວ ແລະອື່ນໆພັດທະນາການຂຶ້ນເລື້ອຍໆ.

No comments:
Post a Comment