04 March 2008

ພາສາຂຽນ ແລະພາສາເວົ້າ


ປະເທດລາວ ເປັນອີກໜຶ່ງປະເທດໃນໂລກ ທີ່ມີພາສາປາກເວົ້າ-ຂີດຂຽນ ເປັນຂອງຕົນເອງ. ພາສາລາວ ເດີມແທ້ມັກຈະເປັນຄຳເປັນໂດດ(ຄຳດ່ຽວ), ແລະຄຳປະສົມລະຫວ່າງຄຳໂດດ, ມີສຳນຽງ-ສຳນວນອັນອ່ອນຊ້ອຍ ແລະ ແຕກຕ່າງກັນຕາມແຕ່ລະທ້ອງຖິ່ນ. ທັງພາສາເວົ້າ ຫຼື ພາສາຂຽນ ແມ່ນໄດ້ຮັບການພັດທະນາມາແຕ່ລະຍຸກສະໄໝ ທີ່ຕິດພັນກັບຄົນລາວ ພາສາລາວແມ່ນມີຄວາມໃກ້ສິດຕິພັນກັບກຸ່ມຊົນທີ່ແຕກຂະແໜງດຽວກັນ ຫຼາຍຊົນເຜົ່າ ຄຳເວົ້າທີ່ມີເອກລັກ ນັ້ນ ພາສາລາວກັບ ພາສາຂອງຊົນເຜົ່າຕະກູນໄຕ ໃຊ້ຮ່ວມກັນ ເຖິງແມ່ນບາງຄຳສັບຈະໄດ້ຮັບອິດທິພົນຈາກ ພາສາຈີນ, ຂະແມ, ບາລີ-ສັນສະກິດ, ຫວຽດນາມ ຯລຯ ແຕ່ກໍ່ຍັງຄົງຄວາມມີສະເໜ່ ແລະເອກະລັກ ອັນສະເພາະຂອງລາວ ໄວ້ຢ່າງໝັ້ນຄົງມາຈົນເຖິງປັດຈຸບັນ, ສະແດງອອກໃຫ້ເຫັນຢ່າງຈະແຈ້ງ ຄື: ຊາດລາວ ເຖິງຈະເຄີຍຖືກປົກຄອງຈາກຕ່າງຊາດ ເປັນເວລາຫລາຍສະຕະວັດກໍ່ຕາມ, ຄົນລາວ ເຖິງຈະຕົກຢູ່ດິນແດນໃດ.. ກໍຍັງຄົງໃຊ້ພາສາແມ່ ໃນການສົນທະນາ-ປາກເວົ້າ ແລະ ສັ່ງສອນລູກຫລານຂອງຕົນ ຢ່າງບໍ່ມີວັນເບື່ອໜ່າຍເປັນ.

ໃນນິີ້, ໄດ້ນຳເອົາຮູບແບບຕົວອັກສອນ (ອັກຂຣະລາວ) ທີ່ຖືກນຳໃຊ້ຜ່ານແຕ່ລະຍຸກສະໄໝ ເຊັ່ນ: ອັກສອນທັມ, ອັກສອນລາວສະກົດປາລີ(ໃຊ້ສະກົດພາສາລາວ ທີ່ມີເຄົ້າສັບຈາກພາສາບາລີ ໃນວິທະຍາລັຍສົງຄ໌) ແລະ ອັກສອນລາວສະໄໝໃໝ່ (ທີ່ໃຊ້ໃນປັດຈຸບັນ).