05 July 2008

ຮາກຖານ(ພື້ນຖານ)


ຖານຂອງຕຶກ ກໍຄືປູນຄືອິດ ຖານຂອງຊີວິດກໍຄືການສຶກສາ ຖານຂອງຊາດ, ສາສນາກໍຄືພາສາ ແລະວັດທະນະທັມ - ທຸກຢ່າງຕ້ອງມີທີ່ຕັ້ງ ບໍ່ວ່າວັດຖຸ ກໍຄືສັງຄົມປະເທດຊາດ ແລະຊີວິດຂອງມະນຸດ ຫາກພື້ນຖານດີມັນກໍຢູ່ໄດ້ຢ່າງໝັ້ນຄົງ ເຊັ່ນດຽວກັບກັບຕືກອາຄານບໍ່ວ່າຈະແມ່ນສາລາໂຮງທັມ ກໍຄືສິມ ຕ້ອງມີພື້ນຖານທີ່ໝັ້ນແກ່ນແໜ້ນໜາ ໂດຍສະເພາະແລ້ວ ຕ້ອງໃຫ້ຄວາມສຳຄັນໄປທີ່ເສົາເຂັມ ການລົງທຶນປຸກອາຄານ ນັ້ນອາດຈະລົງທຶນໃນການສ້າງພື້ນຖານ ໓໐ ເປີເຊັນຂອງມູນຄ່າການກໍ່ສ້າງ ຕຶກອາຄານເຖິງຈະງາມປານໃດກໍຕາມ ຫາກຮາກຖານບໍ່ໝັ້ນຄົງແລ້ວມັນກໍໄຮ້ປະໂຫຍດ ແລະຕັ້ງຢູ່ບໍ່ໄດ້ນານ ອັນນີ້ມັນຈະຕັດສິນຄຳວ່າ "ສຸກງ່າໃດກິນງ່ານັ້ນ" ເປັນສິ່ງທີ່ບໍ່ໃຫ້ທຸກຢ່າງບໍ່ມີຄວາມໝັ້ນຄົງ.
ຖານຂອງຂອງຊີວິດກໍຄືການສຶກສາ ໝາຍຄວາມວ່າການສຶກສາ ເປັນພື້ນຖານຂອງມິນຸດ ພຣະພຸດທະສາສນາ ຈຶ່ງເນັ້ນໃສ່ການສຶກສາເປັນຫາສຳຄັນ ຄື ສິກຂາສາມ ເຊັ່ນ ສິນ ສະມາທິ ປັນຍາ ໝາຍຄວາມວ່າທັງໝົດ ສີນໝາຍຄວາມວ່າ ກົດເກນ ກົດລະບຽບ ກົດໝາຍ ແລະກົດວັດທະນະທັມອື່ນໆ ສະມາທິເວົ້າເຖິງຄວາມສະຫງົບ ມີຈິດໝັ້ນຄົງ ແລະມີປັນຍາໝາຍເຖິງມີຄວາມຮູ້ຢ່າງເປັນທຳ ມີວິຊາການທີ່ຈະແຈ້ງ ບໍ່ວ່າສັງຄົມໃນອະດີດ ກ​ໍຄືສັງຄົມໃນປັດຈຸບັນ ຄົນທີ່ມີຄວາມຮູ້ເທົ່ານັ້ນຈຶ່ງຈະສ້າງຖານຊີວິດຂອງຕົນໄດ້ໝັ້ນຄົງ ແລະເປັນເຈົ້າຄົນນາຍຄົນໄດ້.
ຖານຂອງຊາດສາສນາ ກໍຄືພາສາ ແລະວັດທະນະທັມ, ໝາຍຄວາມວ່າ ເສັຍຊາດກໍຄືເສັຍພາສາ ເສັຍສາດສະໜາກໍຄືເສັຍພາສາ ອັນນີ້ຈະແຈ້ງຢູ່ໃນຕົວແລ້ວ ເຮົາຈະເຫັນວ່າເອກລັກຊາດທີ່ສຳຄັນນັ້ນ ຄືພາສາ ດຽວນີ້ວັດທະທັມມັນລຽນແບບກັນໄດ້ ແຕ່ພາສາມັນລຽນແບບກັນໄດ້ຍາກ ຫາກພາສາວິບັດ ຫຼືພາສາຕາຍຊາດກໍຕາຍ ສ່ວນສາສນາກໍເຊັ່ນດຽວກັນ ເພາະສາສນາ ກໍຄືຄຳສອນ ຫາກພາເສັຍ ຂາດຫຼັກ ຄົນກໍເຂົ້າໃຈຄຳສອນນັ້ນຍາກ ຫຼືເຂົ້າໃຈໄຂວ່ເຂວ ຫາກພາສາໄຂວ່ເຂວ ຄຳສອນກໍວິປະຣິດຜິດພາດ ໃນທີ່ສຸດກເຂົ້າໃຈຄຳສອນຜິດ ແລະກໍປະຕິບັດຜິດ ໃນທີ່ສຸດຄອສອນກໍເສື່ອມລົງເທື່ອລະຂັ້ນ ເປັນອັນເສື່ອມສະຫຼາຍລົງໄດ້.

03 July 2008

ຄວາມເປັນມາຂອງວັນສັງຂານ

ປະວັດປີໃໝ່ລາວ ແລະນາງສັງຂານນັ້ນ ເປັນປະເພນີປີໃໝ່ຂອງປະເທດລາວ, ໄທຍ, ພະມ້າ, ກຳປູເຈັຍ, ສີລັງກາ ບັນດາຊົນເຜົ່າຕ່າງໆທີ່ເປັນຊົນເຜົ່າເວົ້າພາສາລາວ ຕະກູນພາສາໄຕ ໃນຈີນ, ຫວຽດນາມ ແລະຊົນກຸ່ມນ້ອຍໃນອິນເດັຍຕາເວັນອອກ ເວົ້າລວມແລ້ວສົງການ ຫຼືປີໃໝ່ອາດເວົ້າໄດ້ວ່າ ເປັນປະເພຣີຂອງຊົນຊາດ ທີ່ນັບຖືສາສນາພຸດເຖຣະວາດທັງມວນ.

ປະວັດຄວາມເປັນມາຂອງແຄນ

"ແຄນ" ເປັນຊື່ເຄື່ອງດົນຕຣີພື້ນເມືອງຂອງລາວທີ່ເກົ່າແກ່ ໄດ້ຢູ່ຄູ່ຄົນເຊື້ອຊາດລາວມາຕັ້ງແຕ່ບູ ຮານ, ປັດຈຸບັນນີ້ ແຄນຍັງເປັນເຄື່ອງດົນຕຣີທີສຳຄັນ ແລະສ້າງຊື່ສຽງໃຫ້ແກ່ຊາດລາວ "ແຄນ" ໄດ້ກາຍເປັນເອກລັກ ແລະສັນຍາລັກລາວ, ບັນດາສາກົນໂລກຫາກເວົ້າເຖິງແຄນ ກໍຕ້ອງເວົ້າເຖິງລາວ, "ແຄນ" ຍັງເປັນເຄື່ອງດົນຕຣີພື້ນເມືອງຂອງຄົນໄທຍ໌ ສະເພາະໃນພາກອີສານດ້ວຍ ເນື່ອງຈາກວ່າ ພາກອີສານ ແລະຄົນໃນພາກອີສານນັ້ນ ເປັນເຊື້ອຊາດລາວ ແລະດິນແດນອີສານພາກອີສານຂອງໄທຍ໌ນັ້ນ ເປັນສ່ວນໜຶ່ງຂອງອານາຈັກລ້ານຊ້າງ, ມາຮອດບັດນີ້ ຄົນໃນພາກອີສານບໍ່ພຽງແຕ່ໃຊ້ແຄນເປັນ ເຄື່ອງດົນຕຣີປະຈຳພາກ ຫືຼປະຈຳຊົນຊາດຕົນເທົ່ານັ້ນ ພວເຂົາຍັງຄົງໝັ້ນໃນີ້ດສິບສອງ ຄອງສິບສີ່ອັນ ເປັນກົດມົນທຽນບານອານາຈັກລ້ານຊ້າງຢ່າງເປັນຊີວິດຈິດໃຈ, ນອກຈາກນັ້ນພາສາ, ວັດທະນະທັມ, ສິລະປະ, ວັນນະກັມ, ຫັດຖະກັມ ຕະຫຼອດຄວາມເຊື່ອຖື ແລະພື້ນຖານວັດທະນະທັມ ເປັນແບບດຽວກັບລາວທຸກຢ່າງ.

"ແຄນ" ເປັນເຄື່ອງດົນຕີ ພື້ນເມືອງລາວທີ່ເກົ່າແກ່ ອາດກ່າວໄດ້ວ່າມີການກຳເນີດມາພ້ອມການກຳເນີດຊາດ ລາວກ​ໍວ່າໄດ້ ເນື່ອງຈາກເຮົາພົບຫຼັກຖານວ່າຄົນລາວບັນດາເຜົ່ານັ້ນລ້ວນແຕ່ໃຊ້ແຄນເປັນເຄື່ອງດົນຕີທາງວັດທະນະ ທັມ ແລະປະເພນີຂອງແຕ່ລະກຸ່ມຊົນ ມາຮອດບັດນີ້ ແຄນໄດ້ກາຍເປັນວັດທະນະທັມຂອງຊາດໄປແລ້ວ, ສະນັ້ນເມື່ອ ສຶກສາເຖິງວ່າ ແຄນນັ້ນໃຜເປັນຜູ້ສ້າງທຳອິດນັ້ນ ຈຶ່ງບໍ່ມີຫຼັກຖານແນ່ນອນ ແຕ່ກໍມີການເລົ່າກັນສືບໆມາ ການເລົ່ານີ້ ຈະວ່າບໍ່ມີຫຼັກຖານກະບໍ່ໄດ້ ເພາະວ່າທຸກຢ່າງທີ່ເປັນຫຼັກຖານນັ້ນກໍເກີດຈາກການເລົ່າ ແລະການເລົ່າກໍແມ່ນມີຄວາມຈິງ ຂອງມັນຢູ່ດ້ວຍ ສະນັ້ນຈຶ່ງມີເລື່ອງກ່ຽວກັບການກຳເນີດແຄນມາດ່ັງນີ້:
ກາລະຄັ້ງໜຶ່ງເຫິງນານມາແລ້ວ ມີນາຍພານຄົນໜຶ່ງໄດ້ອອກໄປລ່າເນື້ອໃນປ່າ ເຂົາໄດ້ຍິນສຽງນົກກໍລະວີກ ຮ້ອງຈັບໃຈເປັນຢ່າງຍິ່ງ ຈຶ່ງໄດ້ເຫຼົ່າເຣື່ອງທີ່ຕົນໄດ້ຍິນນັ້ນໃຫ້ພີ່ນ້ອງເພື່ອນຝູງຟັງ ໃນຈຳນວນຜູ້ທີ່ມາຟັງເລື່ອງດັ່ງກ່າວນີ້ ຍິງແມ່ຮ້າງຄົນໜຶ່ງເຫີດຄວາມກະຫາຍໃຄ່ຢາກຟັງສຽງຂອງນົກກໍລະວີກນັ້ນຢ່າງຍິ່ງ ຈຶ່ງໄດ້ຮ້ອງຂໍໃຫ້ນາຍພາຍລ່າເນື້ອ ອະນຸດຍາດໃຫ້ຕົນຕິດຕາມໄປເພື່ອຈະໄດ້ຍິນສຽງຂອງນົກກໍຣວີກນັ້ນ ວັນຕໍ່ມານາຍພານອອກລ່າເນື້ອ ພ້ອມໄດ້ພາເອົາຜູ້ຍິງໄປພ້ອມ ພໍເມື່ອໄປເຖິງປ່າອັນເແັນຖິ່ນທີ່ນົກກໍລະວີກຢູ່ ໃນຂະນະນັ້ນເອງນົກເຫຼົ່ານັ້ນກຳລັງຮ້ອງ ສົກສຽງຢ່າງມ່ວນຊື່ນຕາມປົກກະຕິວິໄສຂອງສັກກຸນາ ນາຍພານກໍໄດ້ບອກແກ່ແມ່ຮ້າງຄົນນັ້ນງ່ຽງຫູຟັງວ່າ:

ນົກກໍຣະວີກກຳລັງຮ້ອງເພງຢູ່ ເຈົ້າຈົ່ງຟັງເຖີດ ສຽງຂອງມັນອ່ອນຊອນແທ້ແມ່ນບໍ ?" ແມ່ຍິງຮ້າງຄົນນັ້ນກໍ ໄດ້ຕັ້ງໃຈຟັງດ້ວຍຄວາມເພີດເພີນ ແລະຕິດອົກຕິດໃຈໃນສຽງອັນມ່ວນນັ້ນເປັນຢ່າງຍິ່ງ ເກີດຄວາມຄັ່ງໃຄ້ຫຼົງໄຫຼ ຮຳເພິງຢູ່ໃນໃຈຕົນເອງວ່າ "ເຮັດຈັ່ງໃດນໍຈຶ່ງໄດ້ສຽງອັນມ່ວນຊື່ນຈັບໃຈຈັ່ງຊີ້ຕະຫຼອດໄປ ຄັນຊິຄອນເຝົ້າສຽງນົກໃນກາງ ປ່າທີ່ນີ້ ກໍເປັນແດນດົງອັນແສນທຸຣະກັນດານ ມີຄວາມຫຍຸ້ງຍາກຫຼາຍປະການ ຈຶ່ງໄດ້ຄົ້ນຄິດຫາວິທີການຕ່າງໆ ເພື່ອຈະລຽນແບບສຽງນົກນັ້ນ ຈຶ່ງຕັກສິນໃຈວ່າ:

"ເຮົາຈະຕ້ອງເຮັດເຄື່ອງບັງເກີດສຽງໃຫ້ມີສຽງມ້ວນເພາະສະເໜາະຫູອອນຊອນຈັບໃຈດັ່ງສຽງນົກກໍຣະວີດນີ້ໃຫ້ຈົນໄດ້" ເມື່ອແມ່ຍິງຮ້າງນັ້ນກັບມາເຖິງບ້ານ ກໍໄດ້ຄິດຫາເຄື່ອງດົນຕີໆ ທັງເຄື່ອງ ດີດ ສີ ຕີ ເປົ່າຫຼາຍຢ່າງກໍບໍ່ມີເຄື່ອງດົນຕີໃດຈະມີສຽງມ່ວນ ຟັງແລ້ວຂຶ້ນໃຈເໝືອນກັບສຽງນົກກໍຣະວີດ ໃນທີ່ສຸດນາງກໍໄດ້ໄປຈັດໄມ້ອ້ໍ(ເປັນໄມ້ໄຜ້ນ້ອຍຊະນິດໜຶ່ງ) ເອົາມາປະດິດແລະດັດແປງເປັນເຄື່ອງເປົ່າສະນິດໜຶ່ງ ແລ້ວລອງເປົ່າເບິ່ງ ກ​ຮູ້ສຶກຄ້ອນຂ້າງຈະມ່ວນ ແຕ່ຍັງບໍ່ທັນພໍໃຈຈຶ່ງໄດ້ດັດແປງແກ້ໄຂໄປອີກຫຼາຍຄັ້ງ ສຸດທ້າຍກໍລອງເປົ່າ ອີກຮູ້ສຶກວ່າບໍ່ມ່ວນອອນຊອນດີ ນາງຈຶ່ງໄດ້ຝືກເປົ່າຈົນສຳນານດີ ຫຼາຍທຳນອງ ຈຶ່ງໄປທູນເກົ້າຖວາຍພຣະເຈົ້າປັດເສນທິໂກສົນ ເມື່ອນາງໄປເຝົ້າພຣະເຈົ້າປັດເສນທີ່ໂກສົນ ນາງກໍໄດ້ເຜົ່າເພງແຮກ ໃຫ້ພຣະເຈົ້າປັດເສນທິໂກສົນໄດ້ສະດັບ ເມື່ອນາງເປົ່າຈົບລົງແລ້ວ ກໍໄດ້ຖາມພຣະເຈົ້າປັດເສນທິໂກສົນວ່າ:

"ເປັນຈັ່ງໃດ ມ່ວນບໍ່ຂ້ານ້ອຍ" ພຣະເຈົ້າປັດເສນທິໂກສົນ ກໍຕັດຕອບວ່າ " ເອີ ພ​ໍຟັງຢູ່" ນາງກໍໄດ້ເປົ່າຖວາຍພຣະເຈົ້າປັດເສນທິໂກສົນໄດ້ສະດັບອີກຫຼາຍເພງ ສຸດທ້າຍພຣະເຈົ້າປັດເສນທີ່ໂກສົນ ກໍຕັດອອກມາວ່າ "ເອີ ເທື່ອນີ້ແຄນແນ່" (ດີຂຶ້ນແນ່-ຫຼືວ່າພໍໄຄແນ່) ແມ່ໝ້າຍຄົນນັ້ນ ຈຶ່ງຖາມວ່າ "ເຄື່ອງດົນຕີນີ້ຄວນຊິ ຮຽກຊື່ວ່າຈັ່ງໃດ ຂ້ານ້ອຍ" ພຣະເຈົ້າປັດເສນທິໂກສົນຊົງຕັດວ່າ "ສູເຈົ້າຈົ່ງຮຽກດົນຕີນີ້ວ່າແຄນ" ຕາມຄຳເວົ້າຂອງເຮົາ ນີ້ສືບໄປເມືອໜ້າເທີ້ນ" ດ້ວຍເຫດນັ້ນເຄື່ອງດົນຕີນີ້ ຈຶ່ງຖືກຮຽກວ່າແຄນນັບແຕ່ນັ້ນເປັນຕົ້ນມາຕາບເທົ້າບັດນີ້

ດອກໄມ້ປະຈຳຊາດ ແລະເອກະລັກຊາດລາວ



ດອກຈຳປາ ເປັນດອກໄມ້ປະຈຳຊາດລາວ, ສ່ວນດອກຄູນນັ້ນ ເປັນດອກໄມ້ເອກລັກຊາດລາວ, ເຊິ່ງດອກໄມ້ທັງສອງນີ້ ຄວນແກ່ການອະນຸລັກ ແລະສົ່ງເສີມ ໃຫ້ມີການປູກ ແລະຊົມໃຊ້ຢ່າງກວ້າງຂວາງ.
ຄຳວ່າ "ດອກຈຳເປັນດອໄມ້ປະຈຳຊາດນັ້ນ" ເນື່ອງຈາກວ່າ ດອກໄມ້ຊະນິດນີ້ ເປັນດອກໄມ້ທີ່ເກີດ ແລະແຜ່ຫຼາຍໃນດິນແດນລາວໃນລ້ອງແມ່ນໍ້າຂອງ.
- ດິນແດນລາວເຮົານັ້ນ ຕັ້ງແຕ່ເໜືອຮອດໃຕ້ ສາມາດປູກຕົ້ນຈຳປາໄດ້ທຸກທ້ອງຖິ່ນ,
- ດິນແດນລາວ ເຄີຍເປັນດິນແດນຂອງອານາຈັກຈາມປາ ຫຼືຈຳປາ.
- ອານາຈັກລາວລ້ານຊ້າງ ມີອານາຈັກໜຶ່ງວ່າ ອານາຈັກຈຳປາສັກ.

30 June 2008

ສາຍນຳ້ແຫ່ງມິດຕະພາບ "ແມ່ນຳ້ລ້ານຊ້າງ-ແມ່ນຳ້ຂອງ"


ແມ່ນຳ້ຂອງໃນປະເທດຈີນຮຽກແມ່ນຳ້ລ້ານຊ້າງ ເປັນແມ່ນຳ້ສາຍສຳຄັນສາຍໜຶ່ງຂອງຊ່ວອາຊີ ຈັດເຂົ້າໃນອັນດັບມີ ໑໒ ຂອງໂລກ ເປັນເສັ້ນເລືອດຫຼໍ່ລ້ຽງປະຊາກອນຂອງປະເທດຕ່າງໆ ຕັ້ງ ໖ ປະເທດທີ່ຕັ້ງຢູ່ສອງຟາກຝັ່ງແມານຳ້ຂອງອັນໄດ້ ແກ່ ຈີນ, ມຽນມາຣ໌, ລາວ, ໄທຍ໌, ກັມປະເຈັຍ ແລະຫວຽດນາມ ມີຄວາມຍາວ ໔.໙໐໒ ກິໂລແມັດ ປົກຄຸມໄປດ້ວຍລ່ອງ ນຳ້ອັນອຸດົມສົມບູນ ໗໙໕.໐໐໐ ຕາຕະລາງກິໂລແມັດ ມີປະຣິມານຳ້ໄຫຼອອກສູ່ທະເລ ໔໗໕ ແມັດກິບ.

ຕົ້ນກຳເນີດຂອງແມ່ນຳ້ຂອງ ເຣີ່ມຈາກພູພຽງທິເບດ ເຊິ່ງເປັນສ່ວນໜຶ່ງຂອງຫຼັງຄາໂລກ ແຖບສາຍພູຕາລາໂງ (Thanglango) ມົນທົນຊິງໄຫ່ (Ching Hai) ປະເທດຈີນ ປະຣິມານຳ້ໃນແມ່ນຳ້ຂອງ ນອກຈາກຈະໄດ້ຈາກນຳ້ຫ້ວຍ ເຊ ແລະແມ່ນຳ້ສາຍໃຫຍ່ໆທີ່ເປັນສາຂອງແມ່ນຳ້ຂອງແລ້ວ ເຊິ່ງໄຫຼຈາກສອງຟາກຝັ່ງແລ້ວ ແຫຼ່ງນຳ້ທີ່ສຳຄັນຍັງໄດ້ຈາກ
ການພັງທະລາຍຂອງຫິມະໃນລະດູແລ້ງຈາກຍອດເຂົາຫິມະໄລອັກ ດ້ວຍປະຣິມານນຳ້ເຫຼົ່ານີ້ ຈຶ່ງມີພຽງພໍທີ່ຈະຫຼໍ່ລ້ຽງປະ ຊາກອນ ທີ່ຕັ້ງຖິ່ນຖານຢູ່ສອງຟາກຝັ່ງ ທີ່ແມ່ນຳ້ຂອງໄຫຼຜ່ານໄດ້ຕລອດທັງປີ ແຕ່ສະຖານະການຫຼ້າສຸດເມື່ອປີ ໒໕໔໗ ເຣີ່ມປະສົບບັນຫານຳ້ຂອງລົດປະຣິມານລົງ ເຊິ່ງມີການຕັ້ງຂໍ້ສັນນິຖານວ່າ ໃນປະເທດຈີນມີການກໍ່ສ້າງເຂື່ອນໃນລະຂອງ ໔ ແຫ່ງ ເຊິ່ງຈະສົ່ງຜົນກະທົບຕໍ່ລະດັບ ແລະປະຣິມານຂອງນຳ້ຂອງຕາມາ.
ແມ່ນຳ້ຂອງມີຊື່ຮຽກຫຼາຍຊື່ ຕາມພາສາ ຂອງແມ່ນຳ້ໄຫຼຜ່ານ ຕອນຕົ້ນປະເທດຈີນ ຊື່ແມ່ນຳ້ໂອລິງ (O-Ling)
ຕ໙ມາຖືກຮຽກຊື່ວ່າ ແມ່ນຳ້ຢາລຸງ (Ya Lung) ເມື່ອໄຫຼຜ່ານມົນທົນຢູນານ (Yunnan) ຊາວໄຕລື້ທີ່ຕັງຖິ່ນຖານຢູ່ສອງຝາກຝັ່ງແມ່ນຳ້ຮຽກວ່າ ແມ່ນຳ້ລ້ານຊ້າງ (Lan Tsang) ເມື່ອໄຫຼຜ່ານປະເທດຈີນເຂົ້າສູ່ລາວແລ້ວຮຽກວ່າ ແມ່ນຳ້ຂອງ ໄທຍ໌ຮຽກວ່າແມ່ນຳ້ໂຂງ ໄຫຼຜ່ານປະເທດຫວຽດນາມ ຮຽກວ່າທຽນກຽງ (Tien Giang) ຫຼືແມ່ນຳ້ຈາກສະຫວັນ ເພາະວ່າໄຫຼມາຈາກພູເຂົາຫິມະໄລ ເຊິ່່ງສູງທຽມແມກ ກ່ອນຈະໄຫຼອອກສູ່ທະເລຈີນໃຕ້ ໄດ້ແຍກອອກເປັນ ໙ ສາຍ ສະນັ້ນຊາວຫວຽດນາມ ແລະຊາວຂະເໝນກຣອມ ຈຶ່ງຮຽກວ່າກົ້າເລັ່ງ ຫຼືເກົົ້າຫຼົ່ງ ຫຼືກິວລອງ ເຊິ່ງແປວ່າແມ່ນຳ້ ໙ ມັງກອນ(ນາກ)

ລັກສະນະທົ່ວໄປຂອງແມ່ນຳ້ຂອງ ມີຂະໜາດໃຫຍ່ກວ້າງສູດແຕ່ ໕໐໐. ເຖິງ ໑໒໐໐ ແມັດ: ທີ່ແຄບສຸດນັ້ນປະມານ ໒໐໐ ແມັດ ມີນຳ້ເຕັມຕະລິງໃນຍາມຝົນ ສ່ວນໃນຍາມແລ້ງນຳ້ຈະລົດຣະດັບລົງ ດອນ ແລະຫາດຈະຜຸດຂຶ້ນ ບາງຕອຍຂອງສາຍນຳ້ຈະເຕັມໄປດ້ວຍໂຂດຫີນ ແລະແກ້ງ ເປັນອຸປະສັກຕໍ່ການເດີນເຮືອໂດຍສະເພາະເຮືອຂົນສົ່ງສິນຄ້າ ແລະໂດຍສານຂະໜາດໃຫຍ່ ຕັງແຕ່ເໜືອຮອດໃຕ້ຂອງແມ່ນຳ້ຂອງ ຈະມີດອນກາງແມ່ນຳ້ເຊິ່ງເປັນດອນເກົ່າແກ່ ລະຖາວອນ ມີຜູ້ຄົນອາໄສຢູ່ຢ່າງໜາແໜ້ນ ເຊັ່ນໃນເຂດສີພັນດອນຂອງປະເທດລາວຕອນໃຕ້ ແມ່ນຳ້ຂອງໃນບໍລິເວນນີ້ຈະມີຄວາມກວ້າງ ປະມານ ໑໕ ກິໂລແມັດ ແລະຈະມີດອນລຽນສະຫັຼບກັນ ເຊິ່ງມີປະຊາຊົນອາໄສຢູ່ໜ້າແໜ້ນ ດອນທີ່ໃຫຍ່ສຸດໃນແມ່ນຳ້ຂອງແມ່ນຢູ່ບໍຣິເວນສີພັນດອນນີ້ ກວ່າງ ໙ ກິໂລແມັດ ແລະຍາວສຸດ ໒໘ ກິໂລແມັດ.

ການເດີນເຮືອໃນລ່ອງແມ່ນຳ້ຂອງນັບວ່າມີອຸປະສັກຫຼາຍ ເຮືອຂະໜາດໃຫຍ່ແມ່ບໍ່ສາມາດເດີນໄດ້ ສ່ວນເຮືອຂະໜາດກາງສາມາດເດີນໄດ້ສະເພາະຍາມແລ້ງ ແລະສະເພາະເປັນຊ່ວງໆ ຫາກເຮືອກິນນຳ້ເລີກຈາກ ໑-໑.໕໐ ທາງເໜືອຈະເດີນຈາກເມືອງຊຽງຮຸ່ງ ເຖິງອຳເພີຊຽງຂອງ ແຂວງຊຽງຮາຍ ຂອງໄທຍ໌ ແລະເມືອງຫວ້ຍຊາຍ ແຂວງບໍ່ແກ້ວ ຂອງລາວ, ຈາກກຫ້ວຍຊາຍເຖິງຫຼວງພຣະບາງ ແລະຈາກຫຼວງພຣະບາງເຖິງວຽງຈັນ, ແລະຈາກວຽງຈັນເຖິງສະຫວັນນະເຂດ(ແຕ່ທາງຝ່າຍລາວຈາກວຽງຈັນເຖິງສະຫວັນນະເຂດນັ້ນຍົກເລີກການເດີນເຮືອແລ້ວ, ຈາກສະຫວັນນະເຂດເຖິງປາກເຊ ແຂວງຈຳປາສັກ ກໍຍົກເລີກການເດີນເຮືອແລ້ວແຕ່ປີ ໑໙໙໐ ຍັງເຫຼືອແຕ່ປາກເຊເຖິງສີພັນດອນ, ສ່ວນທາງຂະເໝນນັ້ນແມ່ນມີການເດືອນເຮືອຈາກຊຽງແຕງເຖິງພະນົມເປັນ ນັບແຕ່ປີ ໒໐໐໗ ເປັນຕົ້ນຖະໜົນຈາກຊຽງແຕງເຖິງພະນົມເປັນສຳເລັດ ແລະສະດວກສະບາຍກວ່າ ຈຶ່ງມີການຍົກເລີກການເດີນເຮືອໂດນສານແລ້ວ ເພາະການເດີນເຮືອທາງຂະເໝນແມ່ນມີອັນຕະລາຍໃນຍາມແລ້ງ ແຕ່ຈະສະດວກສະບາຍໃນຍາມຝົນສະນັ້ນເຮືອສິນຄ້າກໍຍັງມີການເດີນຢູ່, ຈາກພະນົມເປັນໄປຫາກຫວຽດນາມນັ້ນ ການເດີນເຮືອແມ່ນສະດວກສະບາຍ ຈຶ່ງມີການເດີນເຮືອຢູ່ ແຕ່ຢ່າງໃດກໍຕາມການເດີນເຮືອໃນແມ່ນຳ້ຂອງຈາກຢູນານ ເຖິງປາກແມ່ນຳ້ຂອງນັ້ນບໍ່ເຄີຍມີ.