22 July 2011

ຍົສ

ຍົສ
ໂດຍ ສາຍເຊລຳເພົາ

ຍະສະກວ້າງກຽດກ້ອງ ກຳປະນາດລືຊາ
ຜາກົດຕົວນາມກະເລື່ອງລື ດັງໄກພັນລີ້
ມີຄົນຍໍນິຍົມຍ້ອງ ຮັກຫອມຊ້ອງຊໍ່
ນັບຖືໂຮມນອບນ້ອມ ລືກຽນກ້ອງດັງໄກ

ຍົດສັກຄົນຢາກໄດ້ ຊັ້ນຕໍາແໜ່ງກຽດສັກສີ
ຊັ້ນນາຍພັນນາຍພົນ ຫົວໜ້າກົມກໍພໍໃຊ້
ໄດ້ນາຍພົນຕີແລ້ວ ນາຍພົນໂທຢາກຕື່ມ
ພົນເອກຍັງໜຶ່ງຊັ້ນ ຂໍໃຫ້ໄດ້ກ່ອນກະສຽນ

ບາງຄົນໄດ້ພະແນກແລ້ວ ຢາກໄດ້ຕໍ່ຫົວໜ້າກົມ
ຫົວໜ້າກົມຍັງບໍ່ພໍ ຢາກໄດ້ຮອງຣັດຖະມົນຕີພຸ້ນ
ຊາມກະສຽນຂໍໃຫ້ໄດ້ ເປັນລັດຖະມົນຕີກະໄຄແນ່
ຄັນບໍ່ເປັນດັ່ງເວົ້າ ນາຍົກພຸ້ນບ່ອນໝາຍ

ອັນວ່າຍົດບໍ່ແມ່ນຮ້າຍ ໃຜໄດ້ຍົດມີສັກສີ
ເຂົາວ່າມີດີກຣີ ກວ່າຄົນທັງຄ້າຍ
ຄັນເປັນນາຍຄົນໄດ້ ຍັງໃຄກວ່າເປັນໄພ່
ຄັນບໍ່ເປັນດັ່ງເວົ້າ ມີເງິນໃຊ້ຫຼາຍຫຼາກລົ້ນ ຍົດກໍເພີ້ມລື່ນກວ່າຄົນ ແລ້ວນາ

- ຍົດນີ້ເປັນສິ່ງຍ້ອງ ໃຫ້ຄົນຕື່ມລາຄາຄົນ
ຄົນທີ່ມີນາມະຍົດ ພັດເດັ່ນດັງພະລັງກ້າວ
ຍົດກໍພາວໆເຫຼື້ອມ ເຮັດຫຍັງກໍໄດ້ງ່າຍ
ຍົດສັກມີເດັ່ນແລ້ວ ລວຍກໍເພິ້ມຕື່ມຍົດດີ

ມີຍົດເໝືອນດັ່ງໄດ້ຂີ່ຊ້າງ ສານເອກຕົວມຸງຄຸນ
ມີຍົດເປັນເໝືອນດັ່ງ ມີເງິນຄໍາໂກດກືກອງລ້ານ
ມີຍົດຄົນນິຍົມຍ້ອງ ໃຜໆກໍໃຫ້ກຽດ
ມີຍົດຄັນວ່າທໍາບາບໃບ້ ກໍເດີນເຂົ້າສູ່ອະບາຍ

ຄົນມີຍົດທໍາບຸນສ້າງ ຫວັງໄດ້ຍົດປາຣະມີ
ມີຍົດທໍາຄວາມດີ ເດັ່ນກໍຢູ່ສຸກສະສົມສ້າງ
ມີຍົດທໍາກຸສົນພ້ອມ ໃຫ້ຊຸມຊົນໄດ້ເພິ່ງ
ມີຍົດຄັນຫຼົງຍົດດາຍລ້າ ກໍເປັນບ້າຍົດບໍ່ເຊົາ

ຍົດທີ່ວ່ານີ້ ຄືກຽດກັບສັກ
ມີຍົດຄົນຫອມຮັກ ເທົ່າກັບມີເງິນຕື້
ມີຍົດບໍ່ມີຄົນຫວນຮູ້ ຄວາມດີຈັກສະໜ່ອຍ
ມີແຕ່ກົງຈ້ອຍໆ ຫັນໜ້າສູ່ອະບາຍ ພຸ້ນແລ້ວ