19 May 2011

ຍຸກອະຣິຍະເມດໄຕເກີດຂຶ້ນໄດ້ ຫາກໃຈຄົນມີທັມ

ຣະບົບໃດ ສີວິໄລ ໄດ້ທັງນັ້ນ
ຫາກມະນຸດ ທຸກຊົນຊັ້ນ ຮູ້ຈັກທັມ
ຫາກມະນຸດ ເຊື່ອສັດທາ ໃບບຸນກັມ
ກໍຈະນໍາ ມະນຸດ ໃຫ້ພົ້ນໄພ

ອັນມະນຸດ ທຸກຊົນຊັ້ນ ທົ່ວທັງໂລກ
ຈະເປັນໂຈກ ເປັນໃຫຍ່ ສຸດພຽງໃດ
ຈະສູງຄ່າ ມີຍົດສັກ ທັງນ້ອຍໃຫຍ່
ກໍຢາກໄດ້ ອິດສະຫຼະ ສະເໝີກັນ

ທັງຄົນທຸກ ຄົນຈົນ ຄົນຕໍ່າຕ້ອຍ
ຄົນທີ່ດ້ອຍ ວາດສະໜາ ຄ່າບໍ່ສູງ
ເປັນຊາວນາ ກັມມະກອນ ຊີວິດຫຍຸ້ງ
ໃຈໝັ້ນມຸ້ງ ລ້ວນຢາກໄດ້ ໃນເສຣີ

ສັນຕິພາບ ສະເໝີພາບ ສັນຕິສຸກ
ອິດສະຫຼະ ເສຣີພາບ ນິຣາດທຸກ
ເປັນສິ່ງດຽວ ທີ່ທໍາໃຫ້ ພົ້ນຈາກທຸກ
ຄົນທຸກຍຸກ ໄຝ່ຝັນຫາ ມາຄອບຄອງ

ລ້ວນຢາກໄດ້ ດ້ວຍຄວາມຫວັງ ດ້ວຍໃຈປອງ
ຊົນທັງຜອງ ສ້າງສັນຫາ ມານານເຫິງ
ເໝືອນຍິ່ງຫາ ເໝືອນຍິ່ງຫ່າງ ຍິ່ງກະເຈີງ
ຝັນບໍ່ເຖິງ ສິ່ງເຫຼົ່ານັ້ນ ໄກແສນໄກ

ໃນຍຸກນີ້ ໂລກເລີດເລໍ້າ ສີວິໄລ
ທັນສະໄໝ ໃນເຄື່ອງມື ສ້າງໂລກສວຍ
ເຖິງປານນັ້ນ ໂລກກັບຫັນ ສູ່ຄວາມປ່ວຍ
ມະນຸດສ້ວຍ ໃຈກໍສັ້ນ ຮໍ່າຮັ່ນກັນ

ຖືຄະຕິ ຂອງຕົນເອງ ເປັນສໍາຄັນ
ຊ່ວງເສງກັນ ຍາດແຍ້ງ ແບ່ງກັນຄອງ
ມີໂອກາດ ກໍຍົກພວກ ເຂົ້າປະລອງ
ຊົນທັງຜອງ ລ້ວນລຸ້ມຫຼົງ ໃນທິດຖີ

ຊົນທຸກຝ່າຍ ລ້ວນອ້າງວ່າ ພວກຕົນດີ
ມີເສຣີ ມີສັນຕິ ມີຄວາມສຸກ
ແລ້ວບັງຄັບ ຄູ່ເຂັນ ທັງບຸກລຸກ
ສ້າງຄວາມທຸກ ທົ່ວທັງໂລກ ໂສກອະນັນ

ໃນທີ່ສຸດ ຊົນທຸກຝ່າຍ ລ້ວນເໝືອນກັນ
ໃຜເສກສັນ ໃຫ້ໂລກເປັນ ດັ່ງທີ່ເຫັນ
ຫາກເຮົາຮູ້ ທາດແທ້ ຂອງກົດເກນ
ກໍຈະເຫັນ ໃນບັນຫາ ສະເໝີກັນ

ອັນຄວາມທຸກ ມະນຸດມີ ທຸກໆຊາດ
ຫາກຄົນຂາດ ທັມມະ ໃນດວງຈິດ
ຂາດສິນທັມ ຂາດປັນຍາ ໃນຊີວິດ
ກໍສູນສິດ ເສຣີ ມານມາຄອງ

ຍຸດຕິທັມ ຈະບໍ່ເກີດ ດ້ວຍອໍານາດ
ສິດກໍຂາດ ຫາກຄວາມໂລບ ເຂົ້າມາຄອງ
ຄວາມສູນເສັຍ ຫາກຄວາມຫຼົງ ເຂົ້າມາປອງ
ຄວາມໂກດຄອງ ຂົ່ມຂູ່ ຢູ່ນິຣັນ

ໂລກວິໄລ ດ້ວຍມະນຸດ ເຮົາສັນສ້າງ
ໂລກບໍ່ຮ້າງ ຫາກມະນຸດ ມີໃຈສູງ
ໂລກບໍ່ສູນ ຫາກມະນຸດ ສ້າງສົມດູນ
ຈະພອກພູນ ດ້ວຍທັມມະ ຊະນະໄພ

ຄົນມີທັມ ໂລກມີທັມ ທັມເປັນໃຫຍ່
ອະຣິຍະ ເມດໄຕ ກໍມາເຖິງ
ໝາຍຄວາມວ່າ ມະນຸດຊົນ ລ້ວນກໍ້າເກິ່ງ
ຍັງອີກເຫິງ ຫາກມະນຸດ ຍັງມົວເມົາ

ອະຣິຍະ ເມດໄຕໂຍ ໝາຍຄວາມວ່າ
ຄວາມເມດຕາ ຍິ່ງໃຫຍ່ ໃນສາກົນ
ທັມປະເສີດ ດ້ວຍປັນຍາ ໝົດທຸກຄົນ
ໂລກຈຶ່ງພົ້ນ ຈາກວິນາດ ສະເໝີກັນ

ມີເມດຕາ ຍັງບໍ່ພໍ ພຽງເທົ່ານັ້ນ
ຄົນທຸກຊັ້ນ ຄຸ້ມຄອງທັມ ໃຫ້ຖ້ວນຄົບ
ໃນທໍານົບ ພົມວິຫານ ທຸກຂໍ້ຈົບ
ຈຶ່ງຈະພົບ ອະຣິຍະ ດັ່ງຄາດໝາຍ

ພົມວິຫານ ເປັນຍອດທັມ ຄຸ້ມຄອງໂລກ
ຄົນເປັນໂຈກ ຄຸ້ມຄອງທັມ ສະເໝີເໝືອນ
ຫາກມະນຸດ ປະລະທັມ ໂລກສະເທືອນ
ໂລກສະເນືອນ ຄົນເນືອງນັນ ສັ່ນສາຍຈິງ

ອາການຂອງຄົນເມົາ ຄວາມເມົາຫ້າຢ່າງ




- ສຸຣາແປໃຫ້ແຈ້ງ ສອດຄ່ອງພາສາສັບ ແທ້ນັ້ນ
ເວົ້າຄວບກັນສຸຣາເຫຼົ້າ ກິນແລ້ວເມົາທຸກເທື່ອ
ເມຣະຍະຄືຄວາມເມົາແທ້ ກິນສຸຣາກໍເມົາມືດ
ເຖິງບໍ່ກິນນໍ້າເຫຼົ້າ ມົວບ້າກໍວ່າເມົາ
- ໝາຍຄວາມວ່າເມຣະຍະນີ້ ແບ່ງອອກເປັນສອງຄວາມໝາຍ
ເມົາສຸຣາຢາດອງ ຜ່ອງເບັຍກໍເມົາເປັ້ຍ
ເຜົາຜົວເມັຍທັງກາຍກ້ຽງ ເມົາຕັນຫາພາໂຫດ
ເມົາຢົດສັກຕໍາແໜ່ງຊັ້ນ ເຂົາກໍຮຽກວ່າເມົາ
- ມີວິຊາການກ່າວເວົ້າ ແຈກແບ່ງອາການເມົາ
ຊິແມ່ນເມົາສຸຣາ ຕັນຫາກໍແມ່ນຣວມຢູ່ໃນນີ້
ເມົາຄວາມມີຄວາມບ້າ ອະວິຊາມືດບອດ
ແບ່ງອອກເປັນຫ້າຂໍ້ ມາຟັງເລື່ອງກ່າວຖະແຫຼວງ
- ຂໍ້ໜຶ່ງ SMART ສະຫຼາດລໍ້າ ເມົາອວດເກ່ງເສງລອງ
ຄວາມຜະຫຍອງຫຼົງຕົວ ອວດວິຊາຄວາມຮູ້
ເມົາສຸລາພຽງນ້ອຍ ກໍບໍ່ຫຼາຍຍິ່ງກວດເກ່ງ
ເຖິງບໍ່ກິນນໍ້າເຫຼົ້າ ຫາກເມົາຮູ້ອວດວິຊາ
- ເຂົາກໍທຽບເປັນພວກບ້າ ເມົານໍ້າທ່າຫຼືນໍ້າລາຍ
ເມົາວິຊາທະນົງໂຕ ອວດໂອຈົນເປັນບ້າ
ມີວິຊາພຽງນ້ອຍ ຫຼືຫຼວງຫຼາຍພາຍມາກ
ໃຜບໍ່ທັນທຽບໄດ້ ບັນຍາຍສ້າງບໍ່ເຊື່ອງອຳ
- ຂໍ້ທີສອງນັ້ນ GOOD LOOKING ດູດີລໍ້າ ເມົາຈັກໜ່ອຍຍັງບໍ່ແຮງ
ຫາກຄວາມເມົາມາແຊງ ນຶກວ່າຕົນດີລໍ້າ
ທຸກທີ່ທໍາທັງເວົ້າ ເຫັນດີໄປທຸກທີ່
ມີບໍ່ມີກໍອວດອ້າງ ດີບໍ່ດີກໍກ່າວຍ້ອງ ໃຫ້ຄົນຮູ້ວ່າຕົນດີ.
- ເມົາໃນຣະດັບນີ້ ຍັງດີແນ່ເມົາບໍ່ຫຼາຍ
ແຕ່ວ່າເມົາກາຍຫຼົງທະນົງຕົວ ອວດດີຈົນເປັນເລື້ອງ
ມັນກໍເຄືອງຫູເພື້ອນ ວົງວານສະຫາຍຫ່າງ
ທຸກຢ່າງໃນໂລກນີ້ ເພາະດີລໍ້າລື່ນຄົນ.
- ເຮົາມັກເຫັນຢູ່ເລື້ອຍ ມີມາກໃນສາກົນ
ພວກທີ່ວົນມົວຫຼົງ ບໍ່ຮູ້ຄວາມຈິງສັງຂານຊໍ້າ
ນຶກວ່າຕົນຈະຄົງໝັ້ນ ສັງຂານບໍ່ແປປ່ຽນ
ຄວາມເຈັບເປັນເຖົ້າແກ່ນັ້ນ ບໍ່ມີມື້ປ່ຽນແປງ
ຂໍ້ທີສາມ RICH ຣວຍເລີດລໍ່າ ມີຮັ່ງໄປທັງໝົດ
ເງິນທອງມີເທົ່າໃດ ຈ່າຍກິນບໍ່ກົວຢ້ານ
ຄັນວ່າເມົາພຽງນ້ອຍ ເຫັນສາວງາມມາທຽງພ່າງ
ໃຊ້ຈ່າຍເກີນທີ່ໄດ້ ກິນກ້ຽງບໍ່ໃຫ້ຫຼໍ່
- ແມ່ນວ່າເງິນບໍ່ຍັງຢູ່ຄ້າງ ສ້ຽວເສດຕິດຖົງ
ສ້ອຍຄໍແຫວນທັງລົດ ຈ່ອງຈໍາກິນກ້ຽງ
ວ່າແຕ່ມີຄົນຍ້ອງ ຫຼືຄົນລອງເວົ້າຂັດທ່າ
ກໍອວດຣວຍຮັ່ງລົ້ນ ໃຫ້ຄົນຮູ້ວ່າຕົນດີ
- ຄົນທີ່ເມົາແບບນີ້ ມີມາກເຫັນຫຼາຍ
ບໍ່ກິນສຸຣາຢາເມົາ ກໍຫາກມີຫຼາຍແທ້
ເຂົາວ່າເມົາມົວບ້າຕັນຫາຫັງ ມັນກໍາເລີບ
ທໍາບຸນທານແທ້ໆ ຍັງມົວບ້າກະຫາກມີ
- ບາງຄົນບໍ່ກິນນໍ້າເຫຼົ້າ ໃຈໃຫຍ່ຈ່າຍບໍ່ຖອງ
ອ້າງວ່າຕົນມີເງິນທອດທານ ໝົດຫຼາຍຕື້
ບຸນທີ່ຄວນຄືໄດ້ ບໍ່ມີຈັກສະໜ່ອຍ
ທໍາບຸນດ້ວຍນໍ້າເຫຼົ້າ ຣາຄາຕື້ກໍເປົ່າຄົນ
- ອັນນີ້ເວົ້າໃຫ້ແຈ້ງ ຊີເຫດຊີ້ຜົນ
ທໍາກະຖິນກອງອັດຖະ ເພື່ອກິນເບັຍກິນເຫຼົ້າ
ເຮັດບຸນທານໝົດມື້ ໝົດເບັຍໄປຫຼາຍລ້ານກີບ
ບາດໂຕບຸນແທ້ໆ ບໍ່ເຖິງລ້ານເສດປາຍ
- ຂໍ້ທີສີນັ້ນ BULLET PROOF ເມົາແລ້ວກ່າວໂວຫານ
ບໍ່ຢ້ານໃຜຈັກຄົນ ອວດຄົງຂະໜານກ້າ
ບໍ່ມີໃຜຫານທ້າ ຄົງກະພັນໝັ້ນແກ່ນ
ຕົບຕ່ອຍດີກະບໍ່ຢ້ານ ພານເລື້ອຍບໍ່ຖອຍ
- ຕົບຕ່ອຍຕີເລັກນ້ອຍ ນຶກວ່າລອງວິຊາ
ເມົາສຸຣາທັງເບັຍ ເກ່ງເກີນພົນລ້ານ
ກາຍເປັນຄົນພານຫາເລື້ອງ ລອງດີໄປທຸກທີ່
ເມົາແລ້ວອວດໂອ້ ນັກມວຍຢ້ານແລ່ນໜີ
- ເມົາຂໍ້ທີຫ້ານີ້ INVISIBLE ເຂົາຮຽກວ່າຫາຍຕົວ
ບໍ່ສົນຊາຄວາມອາຍ ວ່າແຕເມົາເຖິງຣະດັບແລ້ວ
ເຮັດຫຍັງບໍ່ສົນແທ້ ບໍ່ຮູ້ຕົວຈັກຢ່າງ
ເມົາຈົນລືມແກ້ຜ້າ ຈົນຄົນຢ້ານແລ່ນໜີ
- ຄົນທີ່ເມົາແບບນີ້ ບໍ່ຮູ້ຊົ່ວບໍ່ຮູ້ດີ
ສັກສີສູນຫາຍໝົດ ທຸກຢ່າງຫາຍເຫີຍສ້ຽງ
ອັນວ່າເມົາສຸຣານັ້ນ ສັກສີສູນເສື່ອມ
ຮ່າງກາຍເຈັບປວດຊໍ້າ ໂຣຄາເຂົ້າຄອບຄອງ
- ອັນວ່າເມົາໂລບລ້ຽວ ຫຼົງຍົດສັກສີ
ເມົາຕັນຫາຣາຄີ ແມ່ນຕົວຕາຍບໍ່ຫາຍຊໍ້າ
ກໍຈັກນໍາຕົນເຂົ້າ ອະບາຍພູມຕົກຕໍ່າ
ຊີວິດຍັງກໍຊອກຊໍ້າ ພາຍທ້າຍຫາກຊິເຫັນ ທ່ານເອີຍ

16 May 2011

ຢ່າທໍາຮ້າຍແຜ່ນດິນລາວ

ແຜ່ນດິນລາວ ກວ້າງໃຫຍ່ ມະຫາສານ
ບັນພະການ ດິນລາວ ໃຫຍ່ເຫຼືອຫຼາຍ
ເຖິງແມ່ນວ່າ ມານຮາວີ ເກືອບກະຈາຍ
ລາວບໍ່ກາຍ ເປັນຊາດອື່ນ ຄົນລາວຍັງ

ດິນແດນລາວ ດຽວນີ້ ເຫຼືອນ້ອຍແທ້
ເຫຼືອຕັ້ງແຕ່ ເນື້ອທີ່ ສອງແສນປາຍ
ສາມຮ້ອຍປີ ສັດຕູມານ ຫວັງທໍາລາຍ
ລາວບໍ່ກາຍ ເປັນອື່ນ ຍັງຍືນຍົງ

ໃນຍຸກນີ້ ດິນແດນລາວ ມີຄວາມສ່ຽງ
ລາວອາດກ້ຽງ ໝົດຊາດໄປ ໃນບໍ່ເຫິງ
ຫາກຄົນລາວ ບໍ່ຮູ້ລາວ ຢ່າງເລິກເຊິ່ງ
ອາດບໍ່ເຫິງ ລາວອາດສູນ ມູນອາດຫາຍ

ໃນຍຸກນີ້ ຄົນລາວ ບໍ່ຮູ້ຊາດ
ຍັງອາຄາດ ທໍາຮ້າຍຊາດ ດ້ວຍທິດຖີ
ບໍ່ຮູ້ຈັກ ສ້າງຄຸນຄ່າ ທາງໄມຕຣີ
ສາມັກຄີ ປອງດອງ ຄອງອັນຄວນ

ບາງຄົນທໍາ ບາງຄົນຄິດ ບາງຄົນເວົ້າ
ບໍ່ເປັນເຈົ້າ ເອກະລາດ ວັດທະນະທັມ
ຍັງຖືໂຕ ຍັງທໍາຮ້າຍ ສ້າງບາບກັມ
ບໍ່ຊັກນໍາ ສະຕິຊາດ ພິລາດໄພ

ລາວຈະຍົງ ລາວບໍ່ສູນ ຫາກລາວສູ້
ລາວຕ້ອງຮູ້ ປົກປ້ອງຊາດ ດ້ວຍພາສາ
ຢູ່ແດນໃດ ຍັງຮູ້ຮີດ ພັດທະນາ
ສາສາສາ ຈາຮີດລາວ ວັດທະນະທັມ

ລາວທັງຫຼາຍ ຄວນຮັກຊາດ ໃຫ້ຖືກຕ້ອງ
ມາປອງດອງ ສ້າງຄ່າລາວ ໃຫ້ສູງສັກ
ພັດທະນາ ອັກສອນຊາດ ໃຫ້ປາຈັກ
ເອກະລັກ ຊາວລາວຄົງ ບໍ່ມີຄາຍ