ໄປທ່ຽວຕາດຫຼີ່ຜີທາງຝັ່ງຂະເໝນ ງາມແທ້ງາມວ່າ, ຈຸດເລີ່ມຕົ້ນ ຄືເອົາລົດຂ້າມຈາກທ່າບັກ ເມືອງແສນ ໄປຍັງບ້ານທ່າເປືອຍ ເມືອງແສບ ແຂວງພະວິຫານ ຂະເໝນ ເຮືອຈະເວັ້ນຫາງດອນຂະເໝົາ ຈຸດທີ່ເຂົ້າໄປເປັນປ່າຂອງບ້ານທ່າເສືອໝີ ແລະໃກ້ໆກັບພູສາລະແພຄອນແຫ່
ຮ້ອຍເຣື່ອງເມືອງລາວ, ຣວມເຣື່ອງກ່ຽວກັບລາວ ແລະເຣື່ອງທີ່ໜ້າສົນໃຈອື່ນໆໄວ້ໃຫ້ເປັນຮ້ອຍເປັນພວງ.
03 August 2011
ໄປທ່ຽວຫຼີ່ຜີ
ໄປທ່ຽວຕາດຫຼີ່ຜີທາງຝັ່ງຂະເໝນ ງາມແທ້ງາມວ່າ, ຈຸດເລີ່ມຕົ້ນ ຄືເອົາລົດຂ້າມຈາກທ່າບັກ ເມືອງແສນ ໄປຍັງບ້ານທ່າເປືອຍ ເມືອງແສບ ແຂວງພະວິຫານ ຂະເໝນ ເຮືອຈະເວັ້ນຫາງດອນຂະເໝົາ ຈຸດທີ່ເຂົ້າໄປເປັນປ່າຂອງບ້ານທ່າເສືອໝີ ແລະໃກ້ໆກັບພູສາລະແພຄອນແຫ່
01 August 2011
ພາຍຸໄຕ້ຝຸ່ນນົກເຕັນ (ນົກກະເຕັນ) - ລົມໄຕ້ຝຸ່ນ
ນົກເຕັນ:
- ນົກກະເຕັນ (ເປັນຊື່ເຕັມໃນພາສາລາວ) ນົກເຕັນ (ເປັນພາສາເວົ້າຂອງຄົນລາວ) ຊື່ວິທະຍາສາດ Alcedo atthis ພາສາອັງກິດ common kingfisher ລັກສະນະທົ່ວໄປ ມີຄວາມຍາວຈາກປາຍປາກຈົນສຸດປາຍຫາງ 13-16 ຊມ. ໂຕຜູ້ແລະໂຕແມ່ ມີລັກສະນະຄ້າຍຄືກັນ ແຕກຕ່າງກັນພຽງເລັກນ້ອຍ ພໍສັງເກດໄດ້ ຄືໂຕແມ່ມີໂຄນປາກລ່າງເປັນສີສົ້ມ ຂະນະທີ່ໂຕຜູ້ມີປາກສີດຳສະໜິດ ຫົວ ໜ້າຜາກ ສີຟ້າອົມຂຽວ ຄໍສີຂາວ ໜ້າເອີກແລະຂົນຄຸມຫູສີແດງ ຂົນຄຸມປີກສີຟ້າອົມຂຽວ.
ຖິ່ນອາໄສ:
- ເປັນນົກທີ່ອົບພະຍົບມາຈາກຖິ່ນທີ່ອາກາດໜາວເຢັນ ໃນລະດູໜາວ ພົບໄດ້ເລື່ອຍໆ ແລະປະຣິມານຫຼາຍທົ່ວພູມີພາກຂອງປະເທດລາວ ມັກອາໄສຢູ່ຕາມແຫຼ່ງນໍ້າ.
ອາຫານ:
- ປາ, ແມງປໍ, ຕັກແຕນ, ຂຽດນ້ອຍ, ກຸ້ງນໍ້າຈືດຂະໜາດນ້ອຍ, ຮວກ ບໍຣິເວນໜອງ, ບຶງນໍ້າຈືດ ແຄມຫ້ວຍ ມັກຈອບງອຍກິ່ງໄມ້ເພື່ອດັກຈັບ ຫາອາຫານ.
ພຶດຕິກັມ:
- ມັກພົບຢູ່ໂດດດ່ຽວບໍ່ຣວມຝູງ ຫາກິນເວລາກາງເວັນ ໂດຍມັກຈະຈັບງອຍຢູ່ຕາມກິ່ງງ່າ ຮຽວໄຜ່ ໄມ້ແຫ່ງ ຕໍໄມ້ ໃນແຫຼ່ງນໍ້າ ເມື່ອພົບເຫຍື່ອມັກຈະບິນໂສບໃຊ້ປາກຄາບເຫຍື່ອ.
ການສືບພັນ:
- ຍັງບໍ່ມີການຣາຍງານພົບການເຮັດຮັງວາງໄຂ່ໃນປະເທດລາວ ຈະເຣີ່ມພົບໃນລາວໄດ້ຕັ້ງແຕ່ເດືອນກັນຍາ ໄປຈົນເຖິງປາຍລະດູໜາວ.
ສະຖານທີ່ພົບ
- ສາມາດພົບໄດ້ທົ່ວໄປ.
ຊື່ພາຍຸໄຕ້ຝຸ່ນ : ນົກເຕັນ
- ພາຍຸ(ລົມ) ມາຈາກ ຄຳເດີມ ວາຍຸ,(ວາໂຍ) ພາຍຸເປັນການໃຊ້ຮຽກລົມໄຕ້ຝຸ່ນທີ່ພັດມາແຮງ ທີ່ມາພ້ອມກັບຝົນ, ລັກສະນະຂອງລົມພາຍຸນີ້ ຈະມີລັກສະນະເປັນລົມໝູນ ມາພ້ອມກັບຝົນ, ລົມໝຸນຫາກເປັນລົມຂະໜາດນ້ອຍ ແລະບໍ່ມີຝົນຈະຮຽກວ່າ ລົມຫົວກຸດ.
- ພາຍຸ: ນົກເຕັນ (ຊື່ທີ່ໃຊ້ຮຽກລົມໄຕ້ຝຸ່ນ) ນົກກະເຕັນ (ເປັນຊື່ທາງການໃນພາສາລາວ ພາສາເວົ້າແມ່ນນົກເຕັນ-ບາງຄົນກໍເວົ້າເຕັມໆຄວາມ ຄືນົກກະເຕັນ)
- ຄວາມໝາຍ : ເປັນຊື່ຂອງພາຍຸ (ໂດຍເອົາຊືນົກມາຕັ້ງຊື່)
- ຄວາມຈິງແລ້ວຫາກເປັນລົມໃຫຍ່ບໍ່ມີຝົນ ພາຍຸລົມ, ຫາກເປັນລົມມີຝົນພ້ອມ ຄວນຈະຮຽກວ່າ ພາຍຸຝົນ.
- ຊື່ພາສາອັງກິດ : Nock-Ten (1108)
- ທີ່ມາຂອງຊື່ພາຍຸໄຕ້ຝຸ່ນນົກເຕັນ : ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
- ວັນທີ 27 ກໍຣະກົດ 2011(2554) ຣະດັບຄວາມຮຸນແຮງ (ພາຍຸໂຊນຮ້ອນ 85 15° 00' 00'' ເໜືອ 122° 48' 00'') ຕາເວັນອອກ.
- ວັນທີ 26 ກໍຣະກົົດ 2011(2554) ຣະດັບຄວາມຮຸນແຮງ (ພາຍຸໂຊນຮ້ອນ 85 14° 48' 00'' ເໜືອ 123° 00' 00'') ຕາເວັນອອກ.
- ຂຶ້ນບົກ ແລະເຂົ້າສູ່ປະເທດລາວ ວັນທີ 30-31 ກໍຣະກົດ 2011(2554).
ທີ່ມາ ຂອງຂໍ້ມູນບາງສ່ວນສະພາບອາກາດ ໄຕ້ຝຸ່ນນົກເຕັນ:
http://www.tmd.go.th/storm_tracking.php

Subscribe to:
Posts (Atom)