19 March 2015

ວຽງຈັນ-ວຽງຄຳ ປາກົດໃນສີລາຈາຣືກສຸໂຂໄທ ຫຼັກທີ 1 ດ້ານທີ 4

ວຽງຈັນ-ວຽງຄຳ ປາກົດໃນສີລາຈາຣືກສຸໂຂໄທ ຫຼັກທີ 1 ດ້ານທີ 4
-------====------
ພອຄ.ເນືອງພິລັກ ໂຊຕິທອນ
- ຮອງຜູ້ອຳນວຍການວິທະຍາໄລສົງ(ອົງຕື້)


- ວຽງຈັນ ຕາມປາກົດໃນສີລາຈາຣືກສຸໂຂໄທຫຼັກ ທີ 1 ຄືນະຄອນຫຼວງວຽງຈັນ ຂອງລາວ ເຮົາປັດຈຸບັນ, ສ່ວນວຽງຄຳ ເປັນຊື່ເມືອງ ແຝດຄູ່ວຽງຈັນ ທີ່ຫາຍໄປແລ້ວ ແຕ່ທາງນັກວິຊາການປະຫວັດສາດ ແລະບູຮານຄະດີຂອງລາວຢັ້ງຢືນວ່າ ຄືບໍລິເວນ ແຂວງວຽງຈັນ ຄືທີ່ຕັ້ງຂອງເມືອງວຽງຄຳປັດຈຸບັນ.
- ວຽງຈັນ ປາກົດຕົວຄັ້ງແຮກ ໃນສະໄໝສີໂຄດ- ຈັນທະບູຣີ ຫຼືຍຸກທວາຣວະດີ ປະມານປີ ພສ 218-236 ມີບັນທຶກ ໄວ້ໃນໜັງສືພະຍາບູຣີຈັນອ່ວຍລ່ວຍ ຫຼືພະຍາຈັນທະບູຣີປາສິດທິສັກ ກ່າວໂດຍສະຫຼຸບເອົາເນື້ອໃນໄວ້ດັ່ງນີ້ "ບູຣີຈັນອ່ວຍລ່ວຍ ໄດ້ມາເຮັດນາ ບ້ານໜອງຄັນແທເສື້ອນໍ້າ ບູຣີຈັນເປັນຄົນມີເມດຕາ ພວກນາກຈຶ່ງຊ່ວຍ ບູຣີຈັນອ່ວຍລ່ວຍ ສ້າງເມືອງຈັນທະບູຣີ ມີພະນາມວ່າພະຍາຈັນມະບູຣີປະສີດທິສັກ ໄດ້ລູກສາວພະຍາສຸວັນນະພູມເປັນເມັຍ"
- ຕໍ່ມາວຽງຈັນໄດ້ປາກົດຕົວອີກ ໃນສະໄໝພະເຈົ້າຟ້າງຸ້ມມະຫາຣາດ ໃນຄິຼຕະສະຕະວັດທີ 13 ຊື່ຈັນທະບູຣີ ມີພະຍາຊຽງມຸງເປັນເຈົ້າປົກຄອງ, ໃນໄລຍະດຽວກັນນັ້ນ ກໍປາກົດຊື່ເມືອງໜຶ່ງອີກ ທີ່ຄູ່ກັບນະຄອນຈັນທະບູຣີ ຄື ເມືອງໄຜ່ໜາມ ມີພະນາເພົາເປັນເຈົ້າປົກຄອງ ເຊິ່ງຕໍ່ມາເມືອງໄຜ່ໜາມ ຫຼືວຽງໄຜ່ໜາມ ໄດ້ປ່ຽນນາມເມືອງເປັນ ເມືອງວຽງຄຳ.
- ເຫດທີ່ເມືອງໄຜ່ໜາມ ຫຼືວຽງໄຜ່ໜາມປ່ຽນນາມເມືອງເປັນວຽງຄຳ ຕາມບັນທຶກໃນພົງສາວະດານລາວກ່າວໄວ້ ສະຫຼຸບເຫດການສຳຄັນດັ່ງນີ້ "ວຽງໄຜ່ໜາມ ເປັນເມືອງຂອງພະຍາເພົາ ເມືອງນີ້ມີໄມ້ໄຜ່ໜາມເປັນກຳແພງອ້ອມຮອບ ຫຼັງຈາກພະເຈົ້າຟ້າງຸ່ມໄດ້ຂຶ້ນຄອງອານາຈັກຊຽງ ທອງແລ້ວ ພາໄພ່ພົນລົງມາຢືດຫົວເມືອງຝ່າຍ ໃຕ້ອັນມີເມືອງຈັນທະບູຣີ ແລະເມືອງບໍຣິວານຂອງ ເມືອງຈັນທະບູຣີ(ວຽງຈັນ) ທັງສອງຟາກຝັ່ງແມ່ນໍ້າຂອງຈົນຮອດໂຄຣາດ ໄດ້ທັງໝົດ ແລ້ວກໍຕັ້ງທັບຢູ່ຈັນທະບູຣີ ຍົກໃຫ້ພະຍາຊຽງມຸງປົກຄອງ ແລ້ວກໍຍົກກອງທັບ ໄປຍັງວຽງໄຜ່ໜາມ ເຊິ່ງມີພະຍາເພົາເປັນເຈົ້າເມືຶອງ ເມື່ອກອງທັບຂອງ ພະເຈົ້າຟ້າງຸ່ມໄປຮອດວຽງໄຜ່ໜາມແລ້ວອ້ອມ ຮອບເມືອງໄວ້ ຫຼາຍວັນ ທະຫານຂອງວຽງໄຜ່ໜາມກໍບໍ່ອອກມາສູ້ຮົບ ຈຶ່ງຍົກທັບກັບຍັງເມືອງຈັນທະບູຣີ ພະເຈົ້າຟ້າງຸ້ມ ຈຶ່ງສັ່ງໃຫ້ເປີດສາງເອົາຄຳມາເຮັດເປັນລູກໜ້າ ແຕ່ງໃຫ້ທະຫານໄປຍິງລູກໜ້າ ໃສ່ຍັງກຳແພງວຽງໄຜ່ໜາມນັ້ນ ເມື່ອຊາວເມືອງອອກມາເຫັນລູກໜ້າຄຳ ຈຶ່ງຖາງກໍໄຜ່ເອົາລູກໜ້າຄຳ ໄດ້ເວລາເໝາະສົມ ພະເຈົ້າຟ້າງຸ່ມ ຈຶ່ງສັ່ງໃຫ້ທະຫານເອົາໄຟ ໄປເຜົາກຳແພງໄມ້ໄຜ່ນັ້ນໄໝ້ຈົນໝົດກ້ຽງ ກອງທັບຂອງພະເຈົ້າຟ້າງຸ້ມ ຈຶ່ງເຂົ້າຢືດເອົາວຽງໄຜ່ໜາມໄດ້ຢ່າງງ່າຍດາຍ ເມື່ອຢືດວຽງໄຜ່ໜາມໄດ້ແລ້ວ ພະເຈົ້າຟ້າງຸ່ມ ຈຶ່ງຕັ້ງເຈົ້າເມືອງຄົນໃໝ່ປົກຄອງ ແລະປ່ຽນນາມເມືອງຈາກວຽງໄຜ່ໜາມ ເປັນວຽງຄຳ ແຕ່ບັດນັ້ນເປັນຕົ້ນມາ"
- ເມືອງວຽງຄຳ ປາກົດໃນສີລາຈາຣືກສະໄໝ ພຣະໂພທິວໍຣະວົງສາ ມະຫາກະສັຕຣາທິຣາຊະເຈົ້າ ປີ ຈ.ສ 985 ກົງກັບ ຄ.ສ 1623 ກ່າວໄວ້ວ່າ "ັ...ລາຍຈູມສົມເດັດພະບໍຣົມບໍພິດມະຫາທຳມິກະຣາຊເຈົ້າ ຕົນເປັນພະ ຕົນຊື່ສົມເດັດພິໂພທິວໍຣະວົງສາ ມິກະສັດຕາທິຣາຊເຈົ້າ ຕົນປະກອບດ້ວຍ ທົສສະຣາຊະພິສະທຳ ສາສະນູປະຖັມພະກະບໍຣົມກະນາຖະ ບໍຣົມບໍພິດ ປະສິດທິຈູມດວງນີ້ໄວ້ກັບວັດສຸວັນເຈຕິຍາ ຊື່ວັດບ້ານເກິນ ວຽງຄຳ ເຂດແດນແຕ່ສົມເດັດ ພະເຈົ້າໄຊຍະເຊດຖາເຈົ້າໄດ້ປ..."
- ໃນສີລາຈາຣືກນີ້ ໄດ້ກ່າວເຖິງວັດສຸວັນເຈດີ ວັດດັ່ງກ່າວກໍຍັງປາກົດຕົວເປັນວັດຮ້າງ ແລະສາສະໜາສະຖານຕ່າງໆ ກໍຍັງຄົງຮູບຮອຍ ຢູ່ຈະແຈ້ງ, ແລະສິ່ງທີ່ໜ້າສົນໃຈ ແລະຢັ້ງຢືນວ່າເມືອງວຽງຄຳ ຄື ໃນສີລາຈາຣືກ ໄດ້ກ່າວຊື່ເມືອງໄວ້ຈະແຈ້ງວ່າ "ຊື່ພະບ້ານເກິນ ວຽງຄຳ" ຄຳວ່າວຽງຄຳ ກໍຄືເມືອງວຽງຄຳ ເຊິ່ງເປັນຊື່ເມືອງຕັ້ງແຕ່ສະໄໝ ພະເຈົ້າຟ້າງຸ່ມເປັນຕົ້ນມາ.
- ວຽງຈັນວຽງຄຳ ປາກົດໃນສີລາຈາຣືກ ສຸໂຂໄທ, ສີລາຈາຣືກສຸໂຂໄທ ຫຼັກທີ 1 ດ້ານທີ ສີ່ ເຊິ່ງຮູ້ກັນໃນນາມສີລາຈາຣືກທີ່ສ້າງຂຶ້ນໂດຍ ຂຸນຣາມຄຳແຫງ ກ່າວເຖິງອານາເຂດ ເມືອງສຸໂຂໄທວ່າດັ່ງນີ້ "ອາຈປຣາບຂ້າເສີກ ມີເມືອງກວ້າງຊ້າງຫຼາຍ ປຣາບຕາວັນອອກຣອດສຣລວງ ສອງແຄວ ລຸມບາຈາຍ ສຄາ ເທົ້າຝັ່ງຂອງ ເຖິງວຽງຈັນວຽງຄຳ ເປັນທີ່ແລ້ວ..."
- ສີລາຈາຣືກສຸໂຂໄທ ຫຼັກທີ 1 ຂອງຂຸນຣາມຄຳແຫງນີ້ ນັກວິຊາການໄທຍ ສັນນິຖານວ່າ ສ້າງຂຶ້ນໃນປີ ພ.ສ 1835 ກົງກັບ ຄ.ສ 1292 ຄືສີລາຈາຣືກນີ້ໄດ້ເກີດກ່ອນພະເຈົ້າ ຟ້າງຸ່ມມະຫາຣາຊ ຊົງມາສະຖາປານາທ້ອນໂຮມອານາຈັກລ້ານຊ້າງ ເຊິ່ງໃນພົງສາວະດານ ແລະປະຫວັດສາດລາວ ໄດ້ກ່າວໄວ້ວ່າ "ພະເຈົ້າຟ້າງຸ່ມມະຫາຣາຊ ຊົງທ້ອນໂຮມອານາຈັກລ້ານຊ້າງເປັນປືກແຜ່ນໃນປີ ພ.ສ 1896 ຄ.ສ 1353 ຄື ສີລາຈາຣືກທີ່ຂຸນຣາມຄຳແຫງສ້າງຂຶ້ນນີ້ ມີອາຍຸກ່ອນ ພະເຈົ້າຟ້າງຸ່ມມະຫາຣາຊ ຊົງສະຖາປານາທ້ອນໂຮມອານາຈັກລ້ານຊ້າງ 61 ປີ.
- ທຽບຊື່ວຽງຈັນວຽງຄຳ ທີ່ປາກົດໃນສີລາຈາຣືກ ຂຸນຣາມຄຳແຫງນັ້ນ ເຮັດໃຫ້ເຮົາສົງໄສວ່າ ດ້ວຍເຫດໃດ ຊື່ວຽງຈັນ ວຽງຄຳ ຈຶ່ງປາກົດຕົວກ່ອນສະໄໝພະເຈົ້າຟ້າງຸ່ມໄດ້ເຖິງ 61 ປີ ໂດຍສະເພາະວຽງຄຳນີ້ ພົງສາວະດານລາວ ກ່່າວໄວ້ວ່າ ຊື່ເດີມຄືເມືອງໄຜ່ໜາມ ຫຼືວຽງໄຜ່ໜາມ ເມື່ອພະເຈົ້າຟ້າງຸ່ມຢືດເມືອງໄຜ່ໜາມໄດ້ແລ້ວ ປ່ຽມນາເມືອງວ່າ "ເມືອງວຽງຄຳ" ດັ່ງທີ່ກ່າວແລ້ວ.
- ນະຄອນຫຼວງວຽງຈັນປາກົດນາມໃນ ຈາຣືກ, ຕຳນານ, ພົງສາວະດານ ຄື ອານາຈັກຈັນທະບູຣີ ແລະວຽງຈັນ, ສ່ວນພົບໃນສີລາຈາຣືກ ມັກຈະພົບ ຄຳວ່າ ຈັນທະບູຣີ, ຫຼືນະຄອນຈັນທະບູຣີສີສັດຕະນາຄະນາຫຸດ, ສ່ວນເມືອງວຽງຄຳນີ້ ປາກົດໃນພົງວາວະດານ ລ້ານຊ້າງ ຫຼືພົງສາວະດານລ້ານຊ້າງໃນສະໄໝ ພະເຈົ້າຟ້າງຸ່ມ ດ້ວຍເຫດນັ້ນ ຈຶ່ງເປັນທີ່ໜ້າສັງ ເກດວ່າ ວຽງຄຳ ເປັນນາມເມືອງ ທີ່ພະເຈົ້າຟ້າງຸ່ມ ຕັ້ງແທນເມືອງໄຜ່ໜາມເດີມ ເຫດໃດຈຶ່ງໄປປາກົດໃນ ສີລາຈາຣືກຂຸນຣາມຄຳແຫງ ກ່ອນການຕັ້ງນາມເມືອງຕັ້ງຫົກສິບກວ່າປີໄດ້ ອັນນີ້ກໍໜ້າຄິດ.
- ຄັນແມ່ນໜັງຮໍລີວູດ ກໍແມ່ນໜັງປະເພດທະລຸມິຕິ ຫຼືເລື່ອງຢ້ອນເວລາຫາອະດີດແລ.



No comments:

Post a Comment