19 March 2015

ແມ່ນໍ້າຂອງ ປາກົດໃນສີລາຈາລືກສຸໂຂໄທຫຼັກທີ 1 ສະໄໝຂຸນຣາມຄຳແຫງ ມີທັງຂອງ ທັງໂຂງ

ແມ່ນໍ້າຂອງ ປາກົດໃນສີລາຈາລືກສຸໂຂໄທຫຼັກທີ 1 ສະໄໝຂຸນຣາມຄຳແຫງ ມີທັງຂອງ ທັງໂຂງ.
--------------------------------
ພອຈ.ເນືອງພິລັກ ໂຊຕິທອນ
9 ມີນາ 2015

- ແມ່ນໍ້າຂອງ ເປັນແມ່ນໍ້ານານາໆຊາດ ໄຫຼຜ່ານຫຼາຍປະເທດຈີນຕອນໃຕ້, ພະມ້າ, ລາວ, ໄທຍ໌, ກຳປູເຈັຍ ແລະຫວຽດນາມ ໃນບັນດາປະເທດເຫຼົ່ານັ້ນ ມີຊື່ີຮຽກແມ່ນໍ້າສາຍນີ້ແຕກ ຕ່າງກັນໄປ ເຊັ່ນ ຈີນຮຽກວ່າ ລານຈຽງ, ລື້ຊຽງຮຸ່ງ ແລະຊຽງຕຸງ ຮຽກແມ່ນໍ້າລ້ານຊ້າງ(ອອກສຽງລ້ານຈ້າງກໍມີ), ລາວ ຮຽກແມ່ນ້ຳຂອງ, ໄທຍ໌ຮຽກແມ່ນໍ້າໂຂງ, ກຳປູເຈັຍຮຽກ ຕົນເລແມກົງ ຂະເໝນບູຮານຮຽກ ຕົນເລລຽວ ຫຼືແມ່ນໍ້າລາວ, ຫວຽດນາມຮຽກ ກິ໋ວລອງ ແມ່ນໍ້າຂອງປາກົດໃນວັນນະຄະດີບູຮານລາວຫຼາຍສະບັບຮຽກວ່າແມ່ນໍ້າຂອງ ແລະຂະນະນະທີ.
- ສ່ວນໃນພາສາຝຣັ່ງ ແລະອັງກິດຂຽນ Mea khong, Mea Kong, Khong River.
- ເມື່ອມາສຶກສາສີລາຈາຣືກສຸໂຂໄທ ຫຼັກທີ 1 ສະໄໝຂຸນຣາມຄຳແຫງ ປາກົດເຫັນວ່າ ໃນສີລາຈາຣືກຫຼັກດຽວນັ້ນຮຽກທັງ "ໂຂງ ແລະຂອງ", ດັ່ງຄຳ ທີ່ປາກົດໃນສີລາຈາຣືກດ້ານທີ 2 ບັນທັດທີ 6-7 ວ່າ "ກາງເມືອງສຸໂຂໄທນີ້ມີນໍ້າຕຣະພັງໂພຍສີ ໃສກິນດີ...ດັງ ນໍ້າໂຂງເມື່ອແລ້ງ" ແລະໃນສີລາຈາຣືກຫຼັກດຽວກັນ ດ້ານທີ 4 ບັນບັນທັກທີ 3 ບັນທຶກວ່າ "ໄທຊາວອູຊາວຂອງມາອອກ" ໃນໜ້າທີ 4 ບັນທັດທີ 18 ພົບຄຳວ່າ "ເທົ້າຝັ່ງຂອງ ແລະບັນທັດທີ 25 ພົບຄຳວ່າ "ພົ້ນຝັ່ງຂອງ", ເຮົາພົບການຮຽກຊື່ແມ່ນໍ້າສາຍນີ້ວ່າ "ຂອງ" ເຖິງ 3 ຄັ້ງ ກໍເປັນທີ່ຢັ້ງຢືນໄດ້ແລ້ວວ່າ ແມ່ນໍ້າສາຍນີ້ ມີຊື່ວ່າແມ່ນໍ້າຂອງ.
- ຫາກເຮົາມອງໃນສະພາວະປັດຈຸບັນນີ້ ຄຳວ່າໂຂງ ແລະຂອງ ບໍ່ເປັນເລື່ອງແປກປາຫຼາດເລີຍ ຖືວ່າເປັນເລື່ອງທຳມະດາສາມັນ ເພາະໃນປັດຈຸບັນນີ້ ແຕ່ລະປະເທດກໍຮຽກແມ່ນໍ້າສາຍນີ້ໃນຊື່ຕ່າງກັນຢູ່ແລ້ວ, ໂດຍສະເພາະ ລາວກໍຮຽກວ່າແມ່ນໍ້າຂອງ, ໄທຍ໌ກໍຮຽກວ່າແມ່ນໍ້າໂຂງ ຕາມພາສານິຍົມສະໄໝໃໝ່ ຫຼືຕາມການກຳນົດໃຊ້ຂອງປະເທດໃຜ ປະເທດມັນ.
- ແຕ່ເມື່ອເຮົາມອງກັບໄປເມື່ອ 700 ຮ້ອຍກວ່າປີຄືນຫຼັງ ຄວາມເປັນປະເທດຍັງບໍ່ທັນເກີດຂຶ້ນ, ຄວາມເປັນຊາດຍັງບໍ່ທັນປາກົດຕົວ ສະພາວະທາງການເມືອງການປົກຄອງສະໄໝນັ້ນ ຍັງເປັນນະຄອນລັດຢູ່ ພາສາອາດມີການໃຊ້ໃນລັກສະນະສື່ສານກັນ ທຳມະດາ ຕາມທ້ອງຖິ່ນ ແລະສຽງຂອງກຸ່ມຄົນຊຸມຊົນ ທີ່ມີຄວາມໃກ້ ຊິດ ແລະທີ່ມາແຫຼ່ງດຽວກັນ ທີ່ມັນແປກປາຫຼາດນັ້ນ ຄືໃນສີລາຫຼັກດຽວກັນ ດ້ວຍເຫດໃດ ຈຶ່ງມີການໃຊ້ພາສາຮຽກແມ່ນໍ້າ ສາຍດຽວກັນກັນຄົນລະຊື່ເຊັ່ນນີ້.
- ຈິງຢູ່ໃນປະຫວັດສີລາຈາຣືກຫຼັກນີ້ ນັກວິຊາການຂອງໄທຍ໌ຍອມຮັບວ່າ ການບັນທຶກສີລາຈາຣືກນີ້ ອາດມີການບັນທຶກຫຼາຍໄລຍະ ຫຼືຫຼາຍຊ່ວງໄລຍະ ເບື້ອງຕົ້ນນັກວິຊາການໄທຍ໌ເຊື່ອວ່າ ໃນດ້ານທີໜຶ່ງ ຫຼືຕອນຕົ້ນ ຂອງການບັກທຶກຄົງຈະແມ່ນຂຸນຣາມຄຳແຫງເອງ ເປັນຜູ້ບັນທຶກ ຫຼືສັ່ງໃຫ້ຄົນອື່ນບັນທຶກແທນ ເພາະປາກົດຄຳໃນສີລາຈາຣືກວ່າ "ພໍ່ກູຊື່ສຣີອິນທຣາທິຕຣ໌ ແມ່ກູຊື່ນາງເສືອງ...ພີ່ກູຊື່ບານເມືອງ...." ບັນທຶກເບື້ອງຕົ້ນ ເປັນການໃຊ້ຄຳແທນນາມວ່າ "ກູ" ອັນໝາຍເຖິງຂຸນຣາມຄຳແຫງເອງ, ສ່ວນໃນໜ້າຕໍ່ໄປໃຊ້ຄຳວ່າ "ພໍ່ຂຸນຣາມຄຳແຫງ" ອັນໝາຍເຖິງຄົນອື່ນ ບັນທຶກໄປຈົບຄົບຈາກດ້ານທີ 1 ຈົນສຸດເລື່ອງໃນດ້ານທີ 4.
- ເຖິງປານນັ້ນກໍຕາມ ເມື່ອເຮົາພົບຄຳວ່າ "ໂຂງ ແລະຂອງ" ປາກົດໃນສີ ລາຈາຣືກຫຼັກດຽວກັນເຊັ່ນນີ້ ຕ້ອງຖືວ່າເປັນເລື່ອງແປກປະຫຼາດ, ເນື່ອງຈາກວ່າ ເຮົາມີຄວາມສົງໄສຕໍ່ຄົນເມືອງສຸໂຂໄທນັ້ນ ຮຽກແມ່ນໍ້າສາຍດຽວກັນ ຄົນລະຊື່ໄດ້ຈັງໃດ ?
- ອັນນໜຶ່ງ ເມື່ອເຮົາສຶກວ່າ ຊື່ແມ່ນໍ້າສາຍສຳຄັນນີ້ ຊື່ໂຂງ ຫຼືຂອງກັນແທ້ ຄຳຢືນຢັນວ່າ ຊື່ແມ່ນໍ້າຂອງຈະຖືກຕ້ອງກວ່າ ຫາກເຮົາຖືວ່າ ສີລາຈາລືກສຸໂຂໄທນີ້ເປັນສິ່ງຢືນຍັນຄວາມຖືກຕ້ອງ ເພາະເຮົາພົບຊື່ແມ່ນໍ້າຂອງຕັ້ງ 3 ຄັ້ງໃນສີລາດຽວກັນ ແລະຕ້ອງເຊື່ອວ່າ ຊາວສຸໂຂໄທ ຮຽກແມ່ນໍ້າຂອງ ບໍ່ແມ່ນແມ່ນໍ້າໂຂງແລ.
- ຫຼືຄົນເມືອງສຸໂຂໄທ ເປັນໄທຍ໌ ຫຼືເປັນລາວກັນແທ້ລະ ?



No comments:

Post a Comment