28 May 2011

ລາວ ໃນລ້ານນາ

ຄຳວ່າ ລາວ ເປັນຊື່ຂອງຄົນລາວ ປະເທດ ສປປ.ລາວໃນປັດຈຸບັນ ເຊິ່ງເປັນຊື່ທາງການ ຂຽນເປັນ ພາສາອັງກິດ ວ່າ Laos ຄືປະເທດລາວ, ຂຽນຊື່ປະເທດທາງການ Lao PDR ຫຼື Lao People's Democratic Republic ຫາກ ຂຽນເປັນຄົນລາວ Lao ຫາກຂຽນເປັນພາສາລາວຕ້ອງຂຽນວ່າ Laotian.
ປັດຈຸບັນນີ້ ຫາກກ່າວເຖິງລາວຫຼາຍຄົນມັກຈະກ່າວເຖິງລ້ານຊ້າງ, ຫຼືລາວ ສປປ.ລາວ ຫຼືພາກອີສານ ຂອງໄທຍ໌ເທົ່ານັ້ນ ຄວາມຈິງລາວນັ້ນຍັງໄດ້ກ່າວເຖິງໃນລ້ານນາດ້ວຍ ແລະເບິ່ງເໝືອນວ່າລາວໃນລ້ານນານັ້ນ ຮູ້ສຶກວ່າຕໍານານໄດ້ກ່າວເຖິງໄວ້ຈະແຈ້ງທີ່ສຸດ.
ລາວໄດ້ປະກົດໃນພົງສາວະດານ ຫຼືຕໍານານທ້ອງຖິ່ນ ຫຼືຕໍານານບູຮານຂອງປະເທດຕ່າງໆອ້ອມຂ້າງ ລາວຫຼາຍປະເທດບໍ່ວ່າຈະເປັນປະເທດຫວຽດນາມ, ຈີນ, ພະມ້າ, ຂະເໝນ ສ່ວນປະເທດໄທຍ໌ນັ້ນຄໍາວ່າລາວ ໄດ້ປະກົດຢູ່ໃນທຸກຂົງເຂດຂອງວຽກງານເສດຖະກິດ ສັງຄົມ ແລະວັດທະນະທັມ.
ໂດຍສະເພາະແລ້ວລ້ານນາ ເຄີຍເປັນອານາຈັກໜຶ່ງທີ່ມີເອກະລາດໃນອະດີດ ມີການພົວພັນທາງການ ເມືອງ, ເສດຖະກິດ, ສັງຄົມ, ວັດທະນະທັມ ແລະສາສນາກັບອານາຈັກລ້ານຊ້າງເລື້ອຍມາ ປັດຈຸບັນນີ້ ລ້ານນາ ໄດ້ລືບຊື່ອອກຈາກຈາກປະຫວັດສາດຂອງໂລກໄປແລ້ວ ຫົວເມືອງຕ່າງໆຂອງອານາຈັກລ້ານນາ ໄດ້ແບ່ງອອກ ເປັນແຂວງຕ່າງໆຂອງພາກເໜືອໄທຍ໌.
ຄໍາວ່າລາວ ໄດ້ປາກົດຢູ່ໃນຕໍານານບູຮານ ອັນເປັນສະເໝືອນປະຫວັດສາດໃນປັດຈຸບັນນີ້ຂອງດິນແດນ ລ້ານນາທັງໝົດ ນອກຈາກນັ້ນໄດ້ພົບໃນຕໍານານອື່ນໆທີ່ກ່ຽວຂ່້ອງກັບລ້ານນາ ບໍ່ວ່າທາງດ້ານເຊື້ອຊາດ, ຊົນ ເຜົ່າ, ວັດທະນະທັມ ແລະແດນດິນຂອງລ້ານນາ,
ລາວໄດ້ເປັນຊື່ນໍາໜ້າຂອງບຸກຄົນ ເພື້ອສະແດງວ່າບຸກຄົນນັ້ນມີຕຳແໜ່ງເປັນຫົວໜ້າຂອງຊຸມຊົນ ຫຼືເປັນຜູ້ນໍາ ຄໍາວ່າລາວໃນວັດທະນະທັມລ້ານນາທຽບໄດ້ກັບກະສັດຂອງຄົນກຸ່ມນັ້ນໆ ບຸກຄົນແຮກທີ່ໃຊ້ຄໍານໍາ ໜ້າວ່າລາວ ຄື “ລວຈັງກາຊ ຫຼືລາວຈັກກະຣາຊ” ເຊິ່ງໃນກໍາເນີດບຸກຄົນ ດັ່ງກ່າວນັ້ນໃນຕໍານານຊຽງໃໝ່ໄດ້ຮະບຸ ວ່າ “…ເທພບຸຕຣ໌ຕົນໜຶ່ງຊື່ ລວຈັງກຣເທພບຸຕຣ໌…” ເຊິ່ງພຣະອິນໄດ້ອາຣາທະນາວ່າ “…ທ່ານຈຸ່ງລົງໄປເກີດໃນ ມະນຸສສະໂລກເມືອງຄົນ ທີ່ເມືອງຊຽງລາວນັ້ນ ແລ້ວກະທໍາຣາຊະພາວະເປນທ້າວພຣະຍາມະຫາກະສັຕຣ໌ ເປນເຈົ້າ ເປັນໃຫຍ່ແກ່ທ້າວພຣະຍາທັງຫຼາຍໃນເມືອງລ້ານນາ ແລຮັກສາຍັງວໍຣະພຸທທະສາສນາເທີະ ວ່າສະ ນັ້ນ…”
ເທພະບຸດດັ່ງກ່າວ ຖືກໍາເນີດດ້ວຍໂອປະປາຕິກະປະຕິສົນທິ ຄືເກີດມາເປັນຄົນໄວໜຸ່ມທັນທີ ມີຊື່ວ່າ “ລວຈັງກຮະເອກະຣາຊະ” ໃນປີຈຸລະສັງກຣາຊ ທີ ໑ ຄື ພ.ສ ໑໑໘໑ ເມື່ອໄດ້ຮັບອະພິເສກເປັນກະສັດແລ້ວ ກໍໄດ້ ປົກຄອງບ້ານເມືອງມີລູກຫຼານປົກຄອງເມືອງສືບຕໍ່ມາ.
ໃນຕໍານານສະບັບດຽວກັນນັ້ນ ກໍໄດ້ກ່າວວ່າ “…ພຣະຍາລາວຈົງ ຄື ລວກັງກຣາຊະ” ເຊິ່ງສະແດງວ່າ ລວຈັງກຣາຊະ ຫຼືລວຈັງກະເອກະຣາຊະ ມີຊື່ອີກຢ່າງໜຶ່ງວ່າ “ລາວຈົງ ແລະລາວຈົກ” ເຊິ່ງເປັນປະຖົມມະກະ ສັດໃນຣາຊະວົງລາວ ໄດ້ຄອງເມືອງຊຽງລາວ ໃນ ພ.ສ ໑໑໘໑ ແລະໄດ້ສືບຕໍ່ຄອງເມືອງນັ້ນສືບມາ ໂດຍມີຄໍາວ່າ ລາວນໍາໜ້າ ສືບມາເລື້ອຍໆ ຄືລາວຈົງ(ລາວຈົກ) ລາວເລົ່າແກ້ວມາເມືອງ, ລາວເສົາ, ລາວຕັ້ງ, ລາວກົມ, ລາວ ເຫລວ, ລາວກັບ, ລາວກືນ, ລາວຄຽງ, ລາວກິນ ຫຼືລາວຄຣິວ, ລາວທຶງ, ລາວເທິງ: ລາວຄົນ, ລາວໂສມ, ລາວກວັກ, ລາວກວິນ, ລາວຈອມຜາເຮືອງ, ລາວເຈືອງ(ພຣະຍາເຈືອງ-ຂຸນເຈືອງ) ລາວເງິນເຣືອງ, ລາວຊື່ນ, ລາວມິ່ງ, ລາວເມັງ: ແລະລຳດັບທີ ໒໕ ຄືລາວມັງຮາຍ ແຕ່ວ່າລາວມັງລາວປາກົດວ່າບໍ່ໃຊ້ຄໍານໍາໜ້າພຣະນາມ ວ່າ “ລາວ” ແຕ່ໃຊ້ຄໍາວ່າ “ພຣະຍາ” ແທນ.
(ຍັງມີຕໍ່ໂຜດຕິດຕາມ)

ໃນອະດີດ ພາສາລາວມີອິດທິພົນຕໍ່ພາສາສຍາມຢ່າງໃດ ?

- ປະເທດ ທີ່ມີພາສາເໝືອນກັັນນັ້ນ ຈະມີຫຼາຍປະເທດຢູ່ ແຕ່ຈະບໍ່ເໝືອນກັນທັງໝົດ ແຕ່ປະເທດລາວກັບປະເທດໃນພູມີພ່າກອາຊີຕາເວັນອອກສ່ຽງໃຕ້ ກໍມີມີຄວາມເໝືອນກັນໃນຫຼາຍຄວາມ ແຕ່ວ່າປະເທດລາວກັບປະເທດໄທຍ໌ນັ້ນ ມີພາສາເໝືອນກັບຫາກຊາດອື່ນຟັງ ບໍ່ເຂົ້າໃຈແຈ້ງກໍຈະເຂົ້າໃຈວ່າ ພາສາລາວກັບພາສາໄທຍ໌ ເປັນພາສາດຽວກັບເລີຍ, ໃນນັ້ນຍິ່ງເຮັດໃຫ້ຊາວຕ່າງປະເທດສັຍສົນ ກໍຄືໃນພາກອີສານຂອງໄທຍ໌ພັດແມ່ນພາສາລາວທາງໃຕ້ອ້ອຍຕ້ອຍ, ສ່ວນພາກເໜືອລ້ານນາ ພັດແມ່ນພາສາລາວເໜືອນ ເໝືອນກັຍ, ລາວໄທຍ໌ມີພາສາເໝືອນກັນເກີບແຍກກັນບໍ່ອອກ ຕ່າງແນ່ກໍສຳນຽງ ແລະລະຄໍາເວົ້າບາງຄໍາເທົ່ານັ້ນ ບໍ່ພຽງແຕ່ພາສາ ອັກສອນນັ້ນຍັງມີຄວາມຄືກັນປານລູກແຟດ ເຖິງຕ່າງກໍຕ່າງແຕ່ອັກສອນບາງໂຕເທົ່ານັ້ນ ເປັນຫຍັງຈຶ່ງເປັນຈັ່ງຊັ້ນ.

- ຕໍ່ບັນຫານີ້ ເຮົາມາສຶກສາຊອກຄົ້ນສາເຫດ ຄວາມເໝືອນກັນຂອງພາສາທັງສອງປະເທດ ວ່າພາສາລາວມີອິດທິພົນຕໍ່ຄົນໄທຍ໌ບໍ ? ຫຼືພາສາໄທຍ໌ມີອິດທິພົນຕໍ່ພາສາລາວ, ຫຼັກຖານນີ້ ຈະຮູ້ໄດ້ໂດຍແຈ່ມແຈ້ງ ກໍຕ້ອງໄດ້ສືບຄົ້ນໃນປະຫວັດສາດຄວາມເປັນມາ ແລະການຂະຫຍາຍຕົວ ຂອງສັງຄົມລາວ ກໍສັງຄົມບັນດາປະເທດໃນພູມີພາກອາຊີນີ້ ວ່າມີສ່ອງທາງໃດຈະເປີດປ່ອງ ໃຫ້ເຮົາເຫັນແຈ້ງແທງຕລອດໃນເລື່ອງດັ່ງກ່າວໄດ້ ເຮົາມາຊອກຫາເຫດຜົນ ແລະຄວາມເປັນມາພ້ອມໆກັນ.

- ເພື່ອໃຫ້ເກີດຄວາມກະຈ່າງແຈ້ງ ແລະຫ່ບົດສະຫຼູບທີ່ຖືກຕ້ອງ ແລະໃກ້ຄຽງທີ່ສຸດນັ້ນ ເຮົາຈະຫຼີກລຽງປະຫວັດສາດ ແລະຄວາມເປັນຂອງຊົນຊາດ ຊົນເຜົ່າໃນດິນແດນທີ່ເປັນປະເທດລາວ-ໄທຍ ໌ແລະປະເທດອາຊີຕາເວັນອອກນີ້ໄປບໍ່ໄດ້.

- ປະເທດລາວ ແລະປະເທດໄທຍ ເປັນປະເທດທີ່ລວມຢູ່ໃນພູມີພາກ ທີ່ຮຽກວ່າສຸວັນນະພູມ ຫຼືແຫຼມທອງຄໍາ ຫຼືເຮົາຮູ້ກັນໃໝ່ວ່າ ບັນດາປະເທດອິນດູ ຈີນ ຫຼືອາຊີຕາເວັນອອກສ່ຽງໃຕ້ ທັງປະເທດລາວ ແລະປະເທດໄທຍ໌ແມ່ນຢູ່ໃນແຜ່ນດີໃຫຍ່ຂອງພູມີພາກນີ້.

- ຂອບເຂດຂອງຊົນຊາດຊົນ​ເຜົ່າໃນພູມີພາກນີ້ ທັງກ່ອນ ແລະຫຼັງປະຫວັດສາດນັ້ນ ນັກປະຫວັດສາດ ແລະຊາດພັນວິທິຍາຕ່າງໆ ມັກຈະຕັ້ງຂອບເຂດ ຫຼື Limit ໄວ້ວ້າ ເຄື່ອນຍ້າຍມາຈາກທີ່ອື່ນ the Moving of people ກ່ອນທີ່ຈະມາຕັ້ງຫຼັກແຫ່ຼ່ງຢ່າງໝັ້ນຄົນໃນຕອນຕົ້ນຂອງປະຫວັດສາດ ປະມານ ພ.ສ ໑໒໐໐-໑໙໐໐ ແມ່ນກະທັງໃນໄລຍະຫຼັງປະຫວັດສາດ ໂດຍນັບແຕ່ ພ.ສ ໑໙໐໐ ຮອດບັດນີ້ ການເຄື່ອນຍ້ານຂອງຄົນຍັງປະກົດ ຕົວຢ່າງຕໍ່ເນື່ອງ.

- ຂອບເຂດຖິ່ນທີ່ກໍາເນີດ ແລະອາໃສຂອງໄທລາວ
- ກ່ອນປະຫວັດສາດນັ້ນ ນັກມານຸດວິທະຍາຮັບຢ່າງເປັນເອກະສັນວ່າ ໄທລາວເປັນພວກດຽວກັນ ປະກົດຕົວຢູ່ໃນຫຼັກຖານວ່າ ອ້າຍລາວ, ຕັ້ງຕົນ ເປັນເຈົ້າກົກ ຫຼືສັງຄົມຊົນເຜົ່າ ໃນລັກສະນະນະຄອນຮັດຢ່າງເອກະຣາດໃນລ່ອງແມ່ນໍ້າຫວ່າງໂຫ ຊືວ່າເມືອງລຸງ ເມືອງປາກ່ອນຄິດຕະການ.

-

(ບົດຄວາມນີ້ ຍັງບໍ່ທັນຈົບ ຍັງຕ້ອງໄດ້ສຶກຫາຂໍ້ມູນຈົນເຣົາພົບຄໍາຕອບທີ່ຖືກຕ້ອງ ແລະໃກ້ຄຽງທີ່ສຸດ ເຊີນຕິດຕາມອ່ານຈົນສຸດໃນໂອກາດໜ້າ)

26 May 2011

ປາຍຝັນວັນຂອງເຮົາ

ປາຍຝັນວັນຂອງເຮົາ
ນິດທະເນັ່ງນັ່ງເນີ້ງ ເນົາແນບຕັ່ງໄມ້ດູລາຍ
ໝອນໄມ້ໝູນງ່ອນພຽງ ຕ່າງຕຽງຫັຼບນິ້ງ
ນອນຢູ່ຕຶກເຈັດຊັ້ນ ເຮືອນໂຕເອງຫຼັງບັກໃຫຍ່
ຍອດຊໍ່ສູງສຽດຟ້າ ບໍ່ມີຮ້ອນເຮັ່ງໃຈ ທ່ານເອີຍ
ຄາວນັ້ນເນົາຢູ່ສ້າງ ເມືອງເອກນະຄອນຫຼວງ
ຈັນທະບູລີນະຄອນຄາມ ມິ່ງແມນວຽງຈັນກວ້າງ
ແສນສຸຂີເຫຼືອລົ້ນ ອະນັນຕັງເກີນຊິກ່າວ
ເມືອງລາວດິນລ້ານຊ້າງ ຄາວນີ້ຕ່າງຫັຼງ ແທ້ນາ
ສຸກຢູ່ໃນໂລກນີ້ ໃສຊິປຽບເມືອງລາວ ຮຽມນີ້
ແສນທີ່ພູມໃຈເຫຼືອ ຊາດລາວຈະເລີນລໍ້າ
ອັນວ່າແດນສຸຂະວະດີກ້ຳ ສະຫວັນຄຳທັງແທ່ງ
ມິອາດໄປ່ປຸນປຽບໄດ້ ຊີວິດຂ້ອຍຢູ່ກະເສີມ
ແນມເບິ່ງຂອງເຄື່ອງໃຊ້ ສັບພະສິ່ງມີໝົດ
ລົດລານພາຫານະ ຈອດເຕັມກາງບ້ານ
ໂຊເຟີຂັບມີພ້ອມ ສອງຄົນຄັນໜຶ່ງ
ຄົນຮັບໃຊ້ມີມາກລົ້ນ ຈຳໜ້າບໍ່ໄຫວ
ອັນວ່າຂອງເຄື່ອງໃຊ້ ເຈົ້າໜ້າທີ່ຈັດແຈງ
ຄົນເຮັດສວນທັງຄົວກິນ ແຕ່ງສັນປັນໄວ້
ຄົນທຳການງານສ້າງ ແລງງາຍລົງຕະຫຼາດ
ເຂົາກໍຈັດແຕ່ງຫ້າງ ບໍ່ມີເລື່ອງຍາກຊາ
ເວົ້າເລືື່ອງການຂາຍຄ້າ ວຽກງານໃຫຍ່ທຸລະກິດ
ພະນັກງານມີຄົບ ສັ່ງການບັນຊາໄດ້
ສ່ວນວ່າການງານນີ້ ເມັຍແພງຈັດທຸກຢ່າງ
ສ່ວນວ່າຕົວຜູ້ຂ້າ ເຮັດການສ້າງບ້ານເມືອງ
ທຸກມື້ຕື່ນແຕ່ເຊົ້າ ເຈັດໂມງເຄິ່ງຕາມກຳນົດ
ເລາະເດີ່ນເດີນຊົມສວນ ອອກກຳລັງກາຍເຂັ້ມ
ບາງວັນມີເວລາພ້ອມ ກໍໄປເດີນຢູ່ເດີ່ນໃຫຍ່
ຊົມອາກາດນອກບ້ານ ນຳເພື່ອນໝູ່ສະຫາຍ
ຄົນຂັບລົດສົ່ງໃຫ້ ໄປທີ່ສະໜາມຫຼວງ
ເຖິງເວລາຄວນກັບ ກໍຕ່າວຄືນມາບ້ານ
ອາບອົງສະສົງລ້າງ ກາຍາໃຫ້ຊ້ອຍຊື່ນ
ກິນອາຫານເຊົ້າແລ້ວ ກໍໄປວຽກຢູ່ກະຊວງ
ສ່ວນວ່າລູກມິ່ງເຄົ້າ ສຸດແສນຮັກມີສາມຄົນ ເທົ່ານັ້ນ
ຍິງໜຶ່ງຊາຍສອງຄົນ ເປັນຕາແພງທັງນັ້ນ
ເຂົາຫາກຮຽນຈົບຊັ້ນ ປະລິນຍາຕ່າງປະເທດ
ມາຊົດຊ່ວຍວຽກບ້ານ ທຳງານພ້ອມລັດຖະການ
ຊີວິດຜູ້ຂ້ານີ້ ຄວາມທຸກຍາກບໍ່ເຄີຍເຫັນ ທ່ານເອີຍ
ທັງກາງຄືນກາງເວັນ ທຸກບໍ່ມາວຽນໃກ້
ໃຜຊິທັນທຽມໄດ້ ປຸນປານຍາກຍິ່ງ
ສຸກຢູ່ໃຕ້ລຸ່ມຟ້າ ບໍ່ມີແລ້ວໂລກຄົນ
ທຸກສິ່ງລ້ວນ ມີມາກອຳນວຍໝົດ
ເງິນຄຳກອງ ໂກດກືໄຫຼທ້ອນ
ຍາມເມື່ອມີເວລາພ້ອມ ກໍເດີນຈອນທ່ອງທ່ຽວ
ດິນແດນໃຕ້ລຸ່ມຟ້າ ໄປມາແລ້ວທົ່ວທຸກຫົນ
ໃຜກໍໄຫຼຈົ້ນໆ ຢາກເປັນໝູ່ສະຫາຍເກີ
ທຸກແລງງາຍມີໝາຍນັດ ຕີກ໊ອຟບໍ່ວາຍເວັ້ນ
ຜູ້ສາວຮາມສາວນ້ອຍ ຢາກຮຽງສອງທຽມພ່າງ
ຊີວິດຜູ້ຂ້າເໝືອນດັ່ງໄດ້ຂຶ້ນຂີ່ຊ້າງ ເສດຕະສັດກັ້ງດັ່ງພະຍາ ທ່ານເອີຍ
ວັນໜຶ່ງ ຢູ່ທີ່ບ້ານຜູ້ຂ້າ ມີງານໃຫຍ່ສຳຄັນ
ສະຫຼອງງານເລື່ອນຍົດ ຕຳແໜ່ງສູງຜົນງານຊີ້
ໃຜກໍມາໂຮມເຕົ້າ ຍິນດີນຳຕຳແໜ່ງໃໝ່
ຍົກຈອກເຫຼົ້າ ໄຊໂຍຮ້ອງເປັ່ງສຽງ ມ່ວນເດ
ແມ້ງເມື່ອຄາວໜຶ່ງນັ້ນ ມັນຄັນຢູ່ຄາງກະໄຕ
ມືທາວຕົບຄວາມຄັນ ຕື່ນຕົວຕາຕຶ້ງ
ຫົວຕົກໝອນໝູນໄມ້ ຊູນຕຳກັບຂອບ ຕັ່ງນັ້ນ
ຫົວໂນນູນຈົນວ່າຊ້ຳ ຕື່ນຂຶ້ນພັດແມ່ນຝັນ ໜ່າຍເດ ເອະເອໆໆ

22 May 2011

ລາວມາເປັນເຈົ້າຂອງແຫຼມທອງ ຫຼືສຸວັນນະພູມເຫິງແລ້ວ


(ພາບ1) ເປັນພາບສົມມຸຕິຖານຕາມທິດສະດີວ່າ ຊົນຊາດໃນສຸວັນນະພູມ ມາຈາກສອງແຫຼ່ງຄື ອິນເດັຍ ແລະຈີນ, ເສັ້ນຂຽວ ສົມມຸຕິຖານໃຫ້ເຫັນວ່າຄົນມາຈາກພາກໃຕ້ອິນເດັຍ ເສັ້ນສີສົ້ມສົມມຸຕິຖານໃຫ້ເຫັນວ່າຄົນມາຈາກຈິນຕອນໃຕ້.

(ພາບ 2) ເປັນພາບສົມມຸດຕິຖານ ຈາກປະຫວັດສາດຫຼາຍແຫ່ງທີ່ບອກວ່າ ໄທລາວ ມາຈາກອິນເດັຍ ແລະຈີນ ຫຼືມາຈາກອິນເດັຍແລ້ວເຂົ້າຈີນ ຈຶ່ງເຂົ້າມາສຸວັນນະພູມ ຫຼືມາທັງສອງແຫຼ່ງເລິຍ)

(ພາບ 3) ສົມມຸດຖານທາງປະຫວັດສາດທີ່ວ່າ ດິນແດນສຸວັນນະພູມ ເປັນດິນແດນຂອງພວກຂອມ-ມອນ-ຂະແມ່ຣ໌ ມາກ່ອນ ໄທລາວອົບພະຍົມມາທີຫຼັງ ຫາກເປັນເຊັ່ນນັ້ນຈິງ ສະແດງວ່າ ໄທລາວມາແຫຍ້ມອນ ແລະຂະແມຣ໌ອອກຈາກັນ ແລ້ວສຍາມຫາຍໄປໃສ ? ເມື່ອສຍາມທີ່ກາຍມາເປັນໄທຍ໌ປັດຈຸບັນ ເປັນໄທລາວພວກໜຶ່ງ ຫຼືສຍາມຖືກແຍ້ລົງໄປແຖວສຸຣາດ ແລະດອນຊວາ)
------------------

- ຈາກສະຕະວັດ ທີ 4-12- ຊົນຊາດອ້າຍລາວ ສາມາດລວມຕົວກັນເປັນອານາຈັກ ຮຽກວ່າອານາຈັກນ່ານເຈົ້າ ເຊິ່ງແປວ່າ “ເຈົ້າທິດໃຕ້” ເຊິ່ງກໍໄດ້ສູນສິ້ນຊື່ລົງເມືອ່ປີ ຄ.ສ 1253 ເພາະຈັກກະພັດຈີນອົງແຮກໃນຣາຊະວົງຫຍວນ ຄືພຣະເຈົາກຸບໄລ ຂ່ານ ຜູ້ນໍາຊາດມົງໂກລີໄດ້ຍົກທັບມາຕີນ່ານເຈົ້າແຕກໄປ ຊົນຊາດອ້າຍລາວ ໃນຂະນະນີ້ ຊົນຊາດອ້າຍລາວໄດ້ສ້າງອານາ ຈັກຂອງຕົນຂຶ້ນອີກ ຊື່ອານາຈັກໜອງແສ ຮຽນຕົນເອງວ່າ “ອ້າຍລາວ ແລະອີກພວກໜຶ່ງລົງມາທາງໃຕ້ຮຽກຕົນເອງ ວ່າງາຍລາວ ແຕ່ທັງສອງພວກກໍຮຽກຕົນເອງວ່າ “ໄທລາວ” ໄປຢູ່ທີ່ໃດ ກໍຮຽກຕົນເອງວ່າໄທນັ້ນໆ ແຕ່ຍັງຖືວ່າຕົນເປັນລາວ ຢູ່,  ເມື່ອຖືກຈີນຮຸກຮານ ຈຶ່ງຕ້ອງອົບພະຍົບລົງມາໃນດິນແດນສຸວັນນະພູມ ເຊິ່ງຕໍ່ມາໄດ້ສ້າງຕັ້ງອານາຈັກລາວຈົກ (ລາວຈັກກະຣາດ) ມີເມືອງສຸວັນນະໂຄມຄຳເປັນສູນກາງ ແລະເປັນເມືອງ ສຳຄັນ, ໄທລາວທີ່ທີ່ຮຽກຕົນເອງວ່າ “ລາວຈັກກະຣາຊ”ນີ້, ລົງໃນແຖບແມ່ນຳ້ຂອງ ໄດ້ຕໍ່ສູ້ກັບຊົນຊາດເດີມຄື ຂອມດຳ ເຊິ່ງ ໄດ້ແຜ່ອິດທິພົນເໜືອຊົນຊາດ ລາວ້(ລາວະ)ກ່ອນໜ້ານີ້ ຈຶ່ງເອົາຊະນະເຈົ້າຂອງຖິ່ນເດີມ ຄືຂອມ ແລະລະວາ ແລ້ວຂະຫຍາຍ ອຳນາດຂອງຕົນ ກວ້າງຂວາງອອກໄປຮອດແມ່ນຳ້ປິງ-ຍົມນ່ານ ຊົນຊາດໄທລາວຈົກກໍຕັ້ງອານາຈັກຂອງຕົນທີ່ແຄວ້ນຫະ ຣິພຸນໄຊ ເຊິ່ງມີຂອມ ແລະລະວ້າເປັນເຈົ້າຂອງເດີມສຳເຣັດ ພາຍລຸນມາຈຶ່ງໄດ້ຕັ້ງອານາຈັກຊຽງແສນຢູ່ຝັ່ງກົງກັນຂ້າມ ກັບສຸວັນນະໂຄມຄໍາໃນໄລຍະຫຼັງ, ໄທລາວອີກພວກໜຶ່ງໄດ້ເຂົາຢຶດອໍານາດຂອງຂອມ ທີ່ແຄວ້ນສຸໂຂໄທ ສະຖາປານາຕົນເປັນ ຣັດໄທ(ບໍ່ແມ່ນໄທຍ໌)ຈະແຈ້ງ, ອານາຈັກສຸໂຂໄທໄດ້ຕົກຢູ່ໃນອຳ ນາດຂອງຂອມລົບບູຣີ ເຊິ່ງເຊື່ອວ່າເຈົ້າຂອງດິນແດນລົບ ບູຣີນັ້ນແມ່ນອານາຈັກຂອງອ້າຍລາວພວກໜຶ່ງ ທີ່ອົບພະຍົບລົງມາກ່ອນໄທລາວ ແຕ່ຢູ່ພາຍໃຕ້ອຳນາດຂອງຂອມທີ່ຂະ ຫຍາຍອິດທິພົນຂຶ້ນມາໃນສະໄໝໄຊຍະມັນທີ 2 ເມື່ອຂອມຄ່ອຍໆ ເຊື່ອອຳນາດລົງໄທລາວກໍລວມຕົວກັນມີພະລັງເຂັ້ມແຂງ ກໍປະກາດຕົວເປັນອິດສະຫຼະ ມີເມືອງສຸໂຂໄທເປັນຣາຊະທາ ນີ, ພວກໜຶ່ງກໍປະກາດຕົນເປັນອານາຈັກລາວຈັກຣາດທີ່ ຊຽງແສນ-ຫະຣິພຸນໄຊ ຂະຫຍາຍຕົວໄປຈົນຮອດຊຽງຕຸງ(ຊຽງທຸງ),  ສ່ວນລາວອີກພວກໜຶ່ງໄດ້ຕັ້ງຫຼັກໝັ້ນຢູ່ຊຽງຮຸ່ງ ຮຽກຊືຕົນ ເອງວ່າໄຕລື້.

- ສ່ວນລາວອີກພວກໜຶ່ງອົບພະຍົບໄປທາງອ່າວຕົງແກງ ຊາຍຝັ່ງທະເລຕາເວັນອອກ ຂອງຫວຽດ ແລະຕາເວັນອອກ ສ່ຽງໃຕ້ຂອງຈີນຮຽກຕົນເອງວ່າຈ້ວງ ແລະອີກພວກໜຶ່ງໃນຫວຽດນາມຮຽກຕົນເອງວ່າໄທດໍາ-ໄທແດງ(ໄຕດຳ-ໄຕແດງ) ມີສູນກາງຢູ່ເມືອງແຖນ, ຫຼືທຽນ ຖືສາສນາແຖນ, ໄທ້(ກະໄທ້).

- ອ້າຍລາວພວກໜຶ່ງລົງມາທາງແມ່ນໍ້າລ້ານຊ້າງ ມາຕັ້ງສຸວັນນະໂຄມຄໍາກ່ອນ ຫຼັງຈາກສຸວັນນະໂຄມຄຳແຕກ ກໍໄປຕັ້ງ ຊຽງແສນໃນໄລຍະຫຼັງ,  ອີກພວກໜຶ່ງໄປ ຕັ້ງເມືອງຊວາ ວ່າຊຽງດົງ-ຊຽງທອງ, ລາວພວກໜຶ່ງຕັ້ງ ອານາຈັກຂອງ ຕົນຢູ່ແຖວແມ່ນໍ້າປິງ ຍົມແລະນ່ານ ຕໍ່ມາຣວມຕົວເປັນຣາຊະທານີ ມີເມືອງນະຄອນພິງເປັນໃຫຍ່ເຊິ່ງມີລາວຈັກກະຣາດ (ເຜົ່າຍວນ)ກຳອຳນາດ ແລະມີໄຕລາວເຜົ່າອື່ນໆ ເປັນເມືອງບໍຣິວານ ສ່ວນເມືອງລົບບູຣີ ກໍກາຍເປັນເມືອງຮອງທີ່ໄຮ້ອຳນາດລົງ.

- ສ່ວນລາວອີກພວກໜຶ່ງໄດ້ລົງໄປຕາມແມ່ນ້ຳເຈົ້າພຣະຍາ ຕັ້ງບ້ານເຮືອນຂອງຕົນໃນດິນແດນຂອງສາມເທດ ຫຼືສຍາມ ເທດ ເຊິ່ງມີອຳນາດເຂັ້ມແຂງຢູ່ແຄວ້ນອາໂຍທະຍາ, ຊາວສຍາມນັ້ນສັນນິຖານວ່າ ເປັນຊົນເຜົ່າໜຶ່ງຂອງຂອມ ແຕ່ມີອຳ ນາດຕັ້ງຣັດຂອງຕົນໄດ້ ເມື່ອຄົນໄທລາວ ເຂົ້າໄປຕັ້ງບ້ານເຮືອນຢູ່ໃນອານາເຂດຂອງສຍາມ ເຣືອງເດດບັນເຂື່ອນຂິດ ໃຫ້ ທັດສະນະວ່າ “ໄທລາວໄດ້ອົບພະຍົບລົງມາຢູ່ໃນດິນແດນຂອມສຍາມ ກໍໄດ້ກືນຊາດສຍາມທາງວັດທະນະທຳ, ສາຍເລືອດ ແລະພາສາ…” ເຮັດໃຫ້ຊົນຊາດສຍາມໄດ້ຮັບວັດທະນະທັມໄທລາວຫຼາຍຂຶ້ນ ການທີ່ລາວສາມາດກືນຊາດສຍາມດ້ວຍວັດ ທະນະທຳ, ພາສາ ແລະສາຍເລືອດໄດ້ນັ້ນ ທາງໜຶ່ງສັນນິຖານວ່າ “ຄົນລາວມີຈຳນວນຫຼວງຫຼາຍກວ່າສຍາມ ເຊິ່ງໃນຂະ ນະນັ້ນສຍາມເອງ ກໍທຳສົງຄາມ ແລະເປັນຄູ່ອາຣິກັບຂອມຢູ່, ສຍາມຕ້ອງການກຳລັງພົນທີ່ຈະຕໍ່ສູ້ກັບຂອມ ສຍາມຈຶ່ງ ທຳຕົວເປັນມິດກັບຄົນໄທລາວຄັນການເວລາລ່ວງໄປ ໄທລາວກໍໄດ້ເຂົ້າໄປມີບົດບາດໃນອຳນາດຣັດຂອງສຍາມ ແລ້ວກໍໄດ້ ແຕ່ງງານກັບຄົນສຍາມຫຼາຍຂຶ້ນ ແລ້ວກໍເຜີຍແຜ່ພາສາ ແລະວັດທະນະທຳຂອງຕົນເໜືອສຍາມ ເຮັດໃຫ້ສຍາມດຳຣົງ ວັດທະນະທຳຂອງໄທລາວຢ່າງແຍກບໍ່ອອກ. ຈຶ່ງເຮັດໃຫ້ສຍາມບໍ່ໄດ້ລັງກຽດພວກໄທລາວ ທີ່ອົບພະຍົບລົງໄປຢູ່ໃນດິນແດນ ຂອງຕົນ. ສ່ວນລາວອີກພວກໜຶ່ງລົງມາທາງນໍ້າຂອງຕອນກາງ ແລະຕອນໃຕ້ໄດ້ຕໍ່ສູ້ກັບຊົນຊາດ ຂອມເຜົ່າຊວາ ໄດ້ໄຊຊະ ນະແລ້ວກໍສ້າງຕັ້ງອານາຈັກຂອງຕົນທີ່ຊຽງດົງ ແລ້ວປ່ຽນຊື່ເມືອງຊຽງ ດົງເປັນຊຽງທອງ ຮຽກວ່າອານາຈັກລ້ານຊ້າງ, ສ່ວນອີກ ພກວໜຶ່ງລົງໄປຂັບໄລ່ຂອມອອກຈາກອານາຈັກຊາຍຟອງເຊິ່ງເປັນສູນກາງ ຂອງຂອມໃນລ້ອງແມ່ນຳ້ຂອງ ແລ້ວສ້າງອານາຈັກຂອງຕົນຂຶ້ນຊື່ວ່າ “ອານາຈັກຈັນທະບູຣີ” ແລ້ວໄທລາວຈຳ ນວນໜຶ່ງກໍລົງໄປທາງໃຕ້ ໂດຍຢູ່ຮ່ວມກັບ ຊົນຊາດຂອງພວກໜຶ່ງໃນອານາຈັກສີໂຄຕະປຸຣະ ຈົນໃນທີ່ສຸດຂອງໃນອານາຈັກສີໂຄຕະປຸຣະກໍເສື່ອມອຳນາດລົງ ໄທລາວຈຶ່ງເຂົ້າມີອຳນາດບົດ ບາດໃນເມືອງສີໂຄຕະປຸຣະ. George Caedes ຊາວຝຣັ່ງເສດ ໄດ້ສະໜັບສະໜູນທິດສະດີນີ້ ສະຫຼຸບວ່າ “ຊົນຊາດໄທ(ລາວ)ອົບພະຍົບລົງໃຕ້ ໂດຍອາໄສແມ່ນຳ້ເປັນຫຼັກ ເປັນການົບພະຍົບຢ່າງຄ່ອຍເປັນຄ່ອຍໄປ ເມື່ອອານາຈັກ ນ່ານເຈົ້າຖືກພວກມົງໂກລີຮຸກຮນານ ຄົນໄທ(ລາວ)ຈຳນວນຫຼວງຫຼາຍອາໄສແມ່ນຳ້ສອງສາຍ ຄືລຳນໍ້າຂອງ ແລ້ວມາຕັ້ງຫຼັກແຫຼ່ງທີ່ອານາຈັກລ້ານຊ້າງ(ຫຼວງພຣະບາງ ແລະວຽງຈັນ) ແລະລ້ານນາ(ຊຽງແສນ, ຊຽງໃໝ່) ແລະສຸໂຂໄທ ສ່ວນທີ່ອົບພະຍົບໄປຕາລຳນໍ້າສາຣະວິນນັ້ນ ໄດ້ຕັ້ງຫຼັກແຫຼງເຖິງແຄວ້ນອັດສັມຂອງອິນເດັຍ ແລະ ຣັດສານຂອງພະມ້າກໍມີ”

- ຫາກຖືເອົາຕາມຄວາມເປັນຈິງນີ້ກໍເຮັດໃຫ້ຫຼັກຖານທາງວັນນະຄະດີລາວປະເພດຕຳນານພົ້ນເດັ່ນຂຶ້ນ ໃນຖານະທາງປະ ວັດສາດປະເພດຕຳນານ 3 ເລື່ອງ ຄື ໜັງສືອຸຣັງຄະນິທານ, ໜັງສືຂຸນບູຣົມ ແລະທ້າວຮຸ່ງທ້າວເຈືອງ ແລະເຮັດໃຫ້ວັດ ທະນະທຳຂອງບັນດາຊົນຊາດ ທີ່ຖືແຖນ ແລະນາກຄືພວກດຽວກັນ ເຊັ່ນລາວລ້ານຊ້າງ ແລະລາວລ້ານນາ ອາດຣວມເຖິງ ສຸໂຂໄທດ້ວຍ ນັບຖືນາກ ແລະແຖນຄືຊົນຊາດດຽວກັນ.

- ການຕໍ່ມາ ເມື່ອຊົນຊາດໄທລາວກ້າວເຂົ້າຍຸກຂອງປະຫວັດສາດ ໃນປີ 1357 ພຣະເຈົ້າຟ້າງຸ່ມມະຫາຣາດ ໄດ້ໂຮມລາວ ໄດ້ສໍາເຣັດ ກໍຂະຫຍາຍອານາເຂດກວາມສອງ ຟາກຝັ່ງແມ່ນໍ້າຂອງໂດຍມີສູນກາງທາງການເມືອງສອງເມືອງຄື ເມືອງ ຊຽງທອງ(ຫຼວງພຣະບາງໃຈປັດຈຸບັນ) ແລະຈັນທະບູຣີ(ວຽງຈັນປັດຈຸບັນ) ທັງສອງເມືອງນີ້ມີເມືອງຂຶ້ນໂດຍ ກົງຈົນຮອດ ສາຍພູເພັດສຸບູນ, ດົງພຣະຍາໄຟ ແລະສາຍພູພະນົມດົງເລັກ ຕິດຕໍ່ກັບອານາຈັກຂະແມຣ໌ ທາງດ້ານຕາເວັນອອກຕິດເຂດ ແດນແກວ, ທາງເໜືອຮອດຊຽງຮຸ່ງ ແລະຊຽງຕຸງ ແລະຊຽງຮຸ່ງ ອານາເຂດຂອງລາວລ້ານຊ້າງກວາມເອົາຊຽງແສນ ແລະຊຽງຮາຍ.

- ສ່ວນໄທລາວອີກພວກໜຶ່ງ ຕັ້ງອານາຈັກຂອງຕົນມາເຫິງນານ ຕັ້ງແຕ່ຂຸນອິນທະຣາທິດ ແລະຣາມຄໍາແຫ່ງ ໂດຍປະກາດ ເອກະຣາດຈາກຂອມ ແຕ່ຕັ້ງອານາຈັກຂອງຕົນຂຶ້ນວ່າສຸໂຂທັຍ(ຮຸ່ງອະຣຸນແຫ່ງຄວາມສຸຂ) ພາຍລຸນມາສຍາມທາງສຸໂຂ ທັຍ ຖືກຍຶດເອົາເປັນຫົວເມືອງສ່ວຍແກ່ໄທສຍາມ ແຫ່ງອາຍຸທະຍາ, ໄທລາວພວກນີ້ ເປັນອີກພວກໜຶ່ງໄດ້ມີບົດບາດສໍາ ຄັນໃນການປ່ຽນອຳນາດທາງການເມືອງ ແລະວັດທະນະທຳໃນອາຍຸທະຍາໃນການຕໍ່ມາ.

- ສ່ວນໄທລາວໂຍນົກ ຫຼືລາວຍວນ ຫຼືລາວໂຍນ ໄດ້ລວມຕົວກັນຕັ້ງອານາຈັກຂອງຕົນ ຂຶ້ນທີ່ຊຽງໃໝ່ ແລ້ວຂະຫຍາຍຕົວ ກວາມຣວມເອົາອານາຈັກໄທລາວອານາຈັກນ້ອຍໆ ເປັນເມືອງຂຶ້ນຂອງຕົນໃນແຄມແມ່ນໍ້າປິງ, ຍົມນ່ານ ແລະອິຣະວະດີ ໄທໂຍນົກ ຫຼືລາວຈັກກະຣາດນີ້ ມີການພົວພັນສະໜິດແໜ້ນກັບໄທລາວລ້ານຊ້າງເປັນຢ່າງດີ ຕັ້ງແຕ່ເລີ່ມສ້າງອານາຈັກ.

- ໃນໄລຍະປະຫວັດສາດມາລ້ານຊ້າງໄດ້ຂະຫຍາຍຕົວອອກໄປ ອຳນາດທາງການເມືອງເຂັ້ມແຂງ ອານາຈັກລ້ານຊ້າງມີ ສາຍພົວພັນອັນດີກັບລ້ານນາ ກາຍເປັນເມືອງຄູ່ແຝດ ກັນກັບລ້ານຊ້າງ ແລະໄທລາວລ້ານຊ້າງໄດ້ຮັກສາຄວາມເຂັ້ມ ແຂງຂອງຕົນຈົນຮອດສະໄໝ ພຣະເຈົ້າໄຊຍະເຊດຖາທິຣາດ ເຊິ່ງໄດ້ມາສະຖາປານາອານາອານາຈັກຈັນທະບູຣີ ໃຫ້ເປັນ ນະຄອນຈັນທະບູຣີສີສັດຕະນາຄະນາຫຸດ ແລ້ວຄຸມຫົວເມືອງທັງສອງຢາກຝັ່ງແມ່ນໍ້າຂອງ ຈົນຮອດໂຄຣາດ ແລະຈຳບາກນາຄະບູຣີສີ(ຈຳປາສັກ).

- ສໍາລັບເມືອງສຸໂຂໄທ ແລະເມືອງລົບບູຣີ ຖືວ່າເປັນເມືອງໄທລາວບູຮານມາແຕ່ກ່ອນ ໄດ້ຕົກຢູ່ພາຍໃຕ້ອຳນາດຂອງສຍາມ ຂຶ້ນກົງຕໍ່ສຍາມ ເມືອງທັງສອງເມືອງຈຶ່ງຂາດການພົວ ພັນໃກ້ຊິດກັບໄທລາວລ້ານຊ້າງ ແຕ່ກ່ອນເມືອງລົບບູຣີ ມີຊື່ວ່າ ລາວະຣັຖະ ແປວ່າຣັດລາວ(ຣັຖະແປວ່າປະເທດລາວກໍໄດ້) ພາຍລຸນມາຈຶ່ງປ່ຽນເປັນລົບບູຣີ, ສັນນິຖານວ່າລົບບູຣີເປັນ ເມືອງລາວເອກະຣາດພ້ອມໆກັບເມືອງຊຽງດົງ-ສຸວັນນະໂຄມຄໍາ ແລະຈັນທະບູຣີ(ວຽງຈັນເດີມ) ແຕ່ ຍ້ອນອຳນາດທາງ ການ ເມືອງຂອງສຍາມເໜືອກວ່າ ຈຶ່ງເຮັດໃຫ້ເມືອງລົບບູຣີກາຍເປັນເມືອງພາຍໃຕ້ອານັດຂອງສຍາມ ແລະສືບທອດທາງ ປະຫວັດສາດເລື້ອຍມາຮອດຍຸກປັດຈຸບັນ.

- ສະຫຼຸບຄວາມແລ້ວ ໄທລາວ ຫຼືໄຕລາວ(ບໍ່ແມ່ນໄທຍ໌) ເປັນຊົນຊາດເກົ່າແກ່ ທີ່ປົກຄອງ ຫຼືເປັນເຈົ້າຂອງດິນແດນສຸວັນນະ ພູມນີ້ມາເຫິງນານ ກ່ອນປະຫວັດສາດໄທຍ໌-ລາວ ຈຶ່ງປ່ຽນແປງວັດທະນະທຳ ເຈົ້າຂອງຖິ່ນເດີມຄືຂອມ ຂະແມຣ໌ແລະມອນໄດ້.

- ມາໄລຍະຫຼັໆ ຄືນັບແຕ່ປີ 1779 ເປັນຕົ້ນມາ ໄທລາວ ຫຼືລາວ ໄດ້ຖືກອົບພະ ຍົບຈາກດິນແດນລ້ານຊ້າງ ແລະລ້ານນາຫຼັງ ລ້ານຊ້າງ ແລະລ້ານນາລົ້ມສະຫຼາຍ ຍິ່ງເຂົ້າໄປປ່ຽນແປງວັດທະນະທຳຂອງພວກສຍາມ  ຈົນເຮັດໃຫ້ພວກສຍາມປົນ ໄທລາວເດີມກາຍເປັນໄທຍ໌ ປະເທດໄທຍ໌ ແລະຄົນໄທຍ໌ມາຮອດບັດນີ້, ໃນໄລຍະນີ້ສຍາມເອງນອກຈາກໄດ້ຮັບອິດທິພົນ ທາງພາສາ ວັດທະນະທຳຈາກໄທລາວແລ້ວ ຍັງໄດ້ຮັບອິດທິພົນຈາກຈີນ ທີ່ເຂົ້າມາຫຼວງຫຼາຍ ເຮັດໃຫ້ວັດທະນະທຳສຍາມ ໄທລາວ ຈີນ ຜະສົມກັນໃນອານາຈັກໃໝ່ທີ່ເກີດຂຶ້ນໃນສອງຝັ່ງແມ່ນໍ້າເຈົ້າພຣະຍາ ຄືທົນບູຣີ ແລະຣັດຕະນະໂກສິນໄລຍະນີ້ ໄທລາວຜະສົມພວກນີ້ຍັງຮຽກຕົນເອງວ່າສຍາມຢູ່, ສ່ວນໄທລາວເດີມ ກໍຍັງຮຽກຕົນວ່າໄທລາວ ໃນຄວາມຮຽກຂານກັນ ແຕ່ຕັ້ງຊື່ປະເທດຕົນວ່າປະເທດລາວ ໂດຍຕັດເອົາຄຳວ່າໄທນໍາໜ້ານັ້ນອອກໄປ.

- ສ່ວນສຍາມໄດ້ໂອກາດກໍເອົາຄໍາວ່າໄທມາເປັນຊື່ຊາດ ແຕ່ຕື່ມຕົວ “ຍ“ໍ” ເຂົ້າກາຍເປັນປະເທດໄທຍ, ຄົນໄທຍ ນັບຕັ້ງແຕ່ປີ ຄ.ສ 1839 ເປັນຕົ້ນມາ.

ໂດຍ. ພອຈ.ເນືອງພິລັກ ໂຊຕິທອນ

ລົບບູຣີ ເມື່ອເບິ່ງຕາມຮູບສັບແລ້ວ ແປວ່າ "ເມືອງລາວ"





ປະຫວັດຄວາມເປັນມາ ໂດຍຫຽໍ້ຂອງລົບບູຣີ (ລົພບຸຣີ):
ພອຄ.ເນືອງພິລັກ ໂຊຕິທອນ

- ລົບບຸຣີ ເປັນເມືອງສຳຄັນເກົ່າແກ່ເມືອງໜຶ່ງ ຕັ້ງແຕ່ສະຕະວັດທີ (ພຸດທະສະຕະວັດທີ ໑໑-໑໖) ເຄີຍຢູ່ໃຕ້ອຳນາດຂອງຂອມ ແລະມອນຈົນກະທັງເຖິງຕອນຕົ້ນພຸດທະສະຕະວັດທີ ໑໙ ຄົນໄທ-ລາວ ໄດ້ເຣີ່ມມີອຳນາດຂຶ້ນໃນບັນດາຫົວເມືອງຕ່າງໆບັນສອງຝາກຝັ່ງແມ່ນຳ້ຂອງ ຄື ອານາຈັກລ້ານຊ້າງເ, ລ້ານນາ, ສຸໂຂໄທ, ຊຽງແສນ ອະໂຍທະຍາໃນສະໄໝ ພຣະເຈົ້າອູ່ທອງ ອັນຮ່ວມສະໄໝກັບພຣະເຈົ້າຟ້າງູ່ມມະຫາຣາດ.
- ອານາຈັກທີ່ພົ້ນເດັ່ນ ແລະມີອຳນາດສູງສຸດ ທີ່ພົ້ນອອກຈາກຂອມໂດຍເດັດຂາດ ແລະມີອຳນາດສູງກວ່າຫົວເມືອງຕ່າງໃນສະໄໝນັ້ນ ຄື ໃນລ່ອງແມ່ນຳ້ຂອງສອງຝາກຝັ່ງ ແມ່ນອານາຈັກລ້ານຊ້າງ ເຊິ່ງສະຖາປານຂຶ້ນໂດຍ ສົມເດັດພຣະເຈົ້າຟ້າມງູ່ມມະຫາຣາດ ມີອານາເຂດກວ້າງຈົນເຖິງທົ່ງຮາບໂຄຣາດ ສາຍພູເພັດຊະບູນ ສາຍພູແດນລາວທາງດ້ານຕາເວັນ ຕົກແມ່ນຳ້ຂອງ, ທາງໃຕ້ຮອດສາຍພຸດົງພຣະຝໍ່(ພໍ່ ຫຼືດົງພຣະຍາໄຟ) ຕໍ່ໃສ່ສາຍພູດົງເຣັກ ລຽບຕາມສາຍພູຫຼວງດ້ານຕາເວັນອອກ ຂຶ້ນໄປຮອດ ເຂດສິບສອງເຈົ້າໄທ (ນຳ້ມ້າສາມແຄວ).
- ສ່ວນອີກອານາຈັກໜຶ່ງ ທີ່ມີອຳນາດລົງໄປທາງໃຕ້ຮອດຝັ່ງທະເລຕາເວັນອອກຂອງອ່າວສຍາມ ໄດ້ແກ່ອານາຈັກອະໂຍທະຍາເຊິ່ງສະຖາປານາຂຶ້ນໂດຍພຣະເຈົ້າອູ່ທອງ (ຣາມາທິບໍດີທີ ໑)ໃນປິ ພ.ສ ໑໘໙໓, ໃນປະຫວັດສາດໄທຍ໌ ໄດ້ກ່າວເຖິງລົບບູຣີນັ້ນ ຄື "ພຣະເຈົ້າອູ່ທອງ ປະຖົມມະກະສັດອາຍຸທະຍາ ຍົກລົບບູຣີໃຫ້ມີຖານະເປັນເມືອງລູກ ຫຼວງ ຄື ພຣະເຈົ້າອູ່ທອງໄດ້ໂຜດໃຫ້ພຣະຣາມເມສວນ ຣາຊະໂອຣົດອົງກົກໄປຄອງລົບບູຣີໃນ ພ.ສ ໑໘໙໓ " ເມື່ອພຣະເຈົ້າອູ່ທອງສະວັນນະຄົດ ໃນ ພ.ສ ໑໙໑໒ ພຣະຣາມເມສວນ ໄດ້ຖວາຍຣາຊະບັນລັງໃຫ້ພຣະປິຕຸລາຂອງພຣະອົງ ໄດ້ຂຶ້ນຄອງຣາດນາມວ່າ ພຣະບໍຣົມມະຣາຊາທີ ໑ ພຣະຣາມເມສວນຄອງຣາດຢູ່ລົບບູຣີ ສືບຕໍ່ໄປ ຈົນເຖິງ ພ.ສ ໑໙໓໑ ສົມເດັດພຣະບໍຣົມມະຣາຊາທີ ໑ ສະຫວັນນະຄົດ ພຣະຣາມເມສວນຈຶ່ງຂຶ້ນຄອງຣາດ ທີ່ພຣະນະຄອນສີອາຍຸທະຍາ ຄັ້ງທີ ໒ ຫຼັງຈາກນັ້ນລົບບູຣີໄດ້ລົດຄວາມສຳຄັນລົງ ໄປຈົນເຖິງສະໄໝສົມເດັດພຣະນາຣາຍມະກາຣາດ (ພ.ສ ໒໑໙໙-໒໒໓໑) ລົບບູຣີຈຶ່ງໄດ້ຮັບການພັດທະນາຄັ້ງໃຫຍ່ ສືບເນື່ອງມາຈາກການຄຸກຄາມຂອງຊົນຊາດໂຮນລັງ ທີ່ຕິດຕໍ່ຄ້າ ຂາຍກັບສຍາມ ເຮັດໃຫ່້ສົມເດັດພຣະນາຣາຍ ນະຄອນອາຍຸທະຍານັ້ນບໍ່ສູ້ປອດໄຜຈາກການປິດລ້ອມຣະດົມຍິງຂອງຂ້າເສີກຫາເກີດສົງຄາມ ຈຶ່ງໄດ້ສ້າງເມືອງລົບບູຣີເປັນຣາຊະທານີທີ ໒ ສົມເດັດພຣະນາຣາຍໄດ້ສະເດັດປະທັບຢູ່ລົບບູຣີເປັນສ່ວນໃຫຍ່ ເມື່ອສິ້ນຣັດຊະໄໝຂອງພຣະອົງແລ້ວ ລົບບູຣິກໍລົດຄວາມສຳຄັນລົງ ສົມເດັດພຣະເພທະຣາຊາໄດ້ຊົງຍ້າຍພຣະຣາຊະ ອຳນາດທັງໝົດກັບໄປຍັງອາຍຸທະຍາ ຈາກສະໄໝນີ້ເປັນຕົ້ນໄປອາຍຸທະຍາ ແລະລົບບູຣີກໍຜັດປ່ຽນກັນມີອຳນາດ ພາຍໃຕ້ການຄວບຄຸມຂອງກະສັດເຊື້ອສາຍຈາກອາຍຸທະຍາ ລົບບູຣີ ສຶບຕໍ່ກັນຈົນຮອດສະໄໝ ພຣະນັ່ງເກົ້າ ຣ.໔ ແຫ່ງກຸງເທບ ໃນ ພ.ສ ໒໔໐໖ ເມືອງລົບບູຣີກ​ໍໄດ້ຢູ່ພາຍໃຕ້ອານຈັກຣັດຕະນະໂກສິນ ແລະສືບທອດມາເປັນ ແຂວງໜຶ່ງຂອງໄທຍ ວ່າ "ຈັງຫວັດລົບບູຣີ"