28 May 2011

ລາວ ໃນລ້ານນາ

ຄຳວ່າ ລາວ ເປັນຊື່ຂອງຄົນລາວ ປະເທດ ສປປ.ລາວໃນປັດຈຸບັນ ເຊິ່ງເປັນຊື່ທາງການ ຂຽນເປັນ ພາສາອັງກິດ ວ່າ Laos ຄືປະເທດລາວ, ຂຽນຊື່ປະເທດທາງການ Lao PDR ຫຼື Lao People's Democratic Republic ຫາກ ຂຽນເປັນຄົນລາວ Lao ຫາກຂຽນເປັນພາສາລາວຕ້ອງຂຽນວ່າ Laotian.
ປັດຈຸບັນນີ້ ຫາກກ່າວເຖິງລາວຫຼາຍຄົນມັກຈະກ່າວເຖິງລ້ານຊ້າງ, ຫຼືລາວ ສປປ.ລາວ ຫຼືພາກອີສານ ຂອງໄທຍ໌ເທົ່ານັ້ນ ຄວາມຈິງລາວນັ້ນຍັງໄດ້ກ່າວເຖິງໃນລ້ານນາດ້ວຍ ແລະເບິ່ງເໝືອນວ່າລາວໃນລ້ານນານັ້ນ ຮູ້ສຶກວ່າຕໍານານໄດ້ກ່າວເຖິງໄວ້ຈະແຈ້ງທີ່ສຸດ.
ລາວໄດ້ປະກົດໃນພົງສາວະດານ ຫຼືຕໍານານທ້ອງຖິ່ນ ຫຼືຕໍານານບູຮານຂອງປະເທດຕ່າງໆອ້ອມຂ້າງ ລາວຫຼາຍປະເທດບໍ່ວ່າຈະເປັນປະເທດຫວຽດນາມ, ຈີນ, ພະມ້າ, ຂະເໝນ ສ່ວນປະເທດໄທຍ໌ນັ້ນຄໍາວ່າລາວ ໄດ້ປະກົດຢູ່ໃນທຸກຂົງເຂດຂອງວຽກງານເສດຖະກິດ ສັງຄົມ ແລະວັດທະນະທັມ.
ໂດຍສະເພາະແລ້ວລ້ານນາ ເຄີຍເປັນອານາຈັກໜຶ່ງທີ່ມີເອກະລາດໃນອະດີດ ມີການພົວພັນທາງການ ເມືອງ, ເສດຖະກິດ, ສັງຄົມ, ວັດທະນະທັມ ແລະສາສນາກັບອານາຈັກລ້ານຊ້າງເລື້ອຍມາ ປັດຈຸບັນນີ້ ລ້ານນາ ໄດ້ລືບຊື່ອອກຈາກຈາກປະຫວັດສາດຂອງໂລກໄປແລ້ວ ຫົວເມືອງຕ່າງໆຂອງອານາຈັກລ້ານນາ ໄດ້ແບ່ງອອກ ເປັນແຂວງຕ່າງໆຂອງພາກເໜືອໄທຍ໌.
ຄໍາວ່າລາວ ໄດ້ປາກົດຢູ່ໃນຕໍານານບູຮານ ອັນເປັນສະເໝືອນປະຫວັດສາດໃນປັດຈຸບັນນີ້ຂອງດິນແດນ ລ້ານນາທັງໝົດ ນອກຈາກນັ້ນໄດ້ພົບໃນຕໍານານອື່ນໆທີ່ກ່ຽວຂ່້ອງກັບລ້ານນາ ບໍ່ວ່າທາງດ້ານເຊື້ອຊາດ, ຊົນ ເຜົ່າ, ວັດທະນະທັມ ແລະແດນດິນຂອງລ້ານນາ,
ລາວໄດ້ເປັນຊື່ນໍາໜ້າຂອງບຸກຄົນ ເພື້ອສະແດງວ່າບຸກຄົນນັ້ນມີຕຳແໜ່ງເປັນຫົວໜ້າຂອງຊຸມຊົນ ຫຼືເປັນຜູ້ນໍາ ຄໍາວ່າລາວໃນວັດທະນະທັມລ້ານນາທຽບໄດ້ກັບກະສັດຂອງຄົນກຸ່ມນັ້ນໆ ບຸກຄົນແຮກທີ່ໃຊ້ຄໍານໍາ ໜ້າວ່າລາວ ຄື “ລວຈັງກາຊ ຫຼືລາວຈັກກະຣາຊ” ເຊິ່ງໃນກໍາເນີດບຸກຄົນ ດັ່ງກ່າວນັ້ນໃນຕໍານານຊຽງໃໝ່ໄດ້ຮະບຸ ວ່າ “…ເທພບຸຕຣ໌ຕົນໜຶ່ງຊື່ ລວຈັງກຣເທພບຸຕຣ໌…” ເຊິ່ງພຣະອິນໄດ້ອາຣາທະນາວ່າ “…ທ່ານຈຸ່ງລົງໄປເກີດໃນ ມະນຸສສະໂລກເມືອງຄົນ ທີ່ເມືອງຊຽງລາວນັ້ນ ແລ້ວກະທໍາຣາຊະພາວະເປນທ້າວພຣະຍາມະຫາກະສັຕຣ໌ ເປນເຈົ້າ ເປັນໃຫຍ່ແກ່ທ້າວພຣະຍາທັງຫຼາຍໃນເມືອງລ້ານນາ ແລຮັກສາຍັງວໍຣະພຸທທະສາສນາເທີະ ວ່າສະ ນັ້ນ…”
ເທພະບຸດດັ່ງກ່າວ ຖືກໍາເນີດດ້ວຍໂອປະປາຕິກະປະຕິສົນທິ ຄືເກີດມາເປັນຄົນໄວໜຸ່ມທັນທີ ມີຊື່ວ່າ “ລວຈັງກຮະເອກະຣາຊະ” ໃນປີຈຸລະສັງກຣາຊ ທີ ໑ ຄື ພ.ສ ໑໑໘໑ ເມື່ອໄດ້ຮັບອະພິເສກເປັນກະສັດແລ້ວ ກໍໄດ້ ປົກຄອງບ້ານເມືອງມີລູກຫຼານປົກຄອງເມືອງສືບຕໍ່ມາ.
ໃນຕໍານານສະບັບດຽວກັນນັ້ນ ກໍໄດ້ກ່າວວ່າ “…ພຣະຍາລາວຈົງ ຄື ລວກັງກຣາຊະ” ເຊິ່ງສະແດງວ່າ ລວຈັງກຣາຊະ ຫຼືລວຈັງກະເອກະຣາຊະ ມີຊື່ອີກຢ່າງໜຶ່ງວ່າ “ລາວຈົງ ແລະລາວຈົກ” ເຊິ່ງເປັນປະຖົມມະກະ ສັດໃນຣາຊະວົງລາວ ໄດ້ຄອງເມືອງຊຽງລາວ ໃນ ພ.ສ ໑໑໘໑ ແລະໄດ້ສືບຕໍ່ຄອງເມືອງນັ້ນສືບມາ ໂດຍມີຄໍາວ່າ ລາວນໍາໜ້າ ສືບມາເລື້ອຍໆ ຄືລາວຈົງ(ລາວຈົກ) ລາວເລົ່າແກ້ວມາເມືອງ, ລາວເສົາ, ລາວຕັ້ງ, ລາວກົມ, ລາວ ເຫລວ, ລາວກັບ, ລາວກືນ, ລາວຄຽງ, ລາວກິນ ຫຼືລາວຄຣິວ, ລາວທຶງ, ລາວເທິງ: ລາວຄົນ, ລາວໂສມ, ລາວກວັກ, ລາວກວິນ, ລາວຈອມຜາເຮືອງ, ລາວເຈືອງ(ພຣະຍາເຈືອງ-ຂຸນເຈືອງ) ລາວເງິນເຣືອງ, ລາວຊື່ນ, ລາວມິ່ງ, ລາວເມັງ: ແລະລຳດັບທີ ໒໕ ຄືລາວມັງຮາຍ ແຕ່ວ່າລາວມັງລາວປາກົດວ່າບໍ່ໃຊ້ຄໍານໍາໜ້າພຣະນາມ ວ່າ “ລາວ” ແຕ່ໃຊ້ຄໍາວ່າ “ພຣະຍາ” ແທນ.
(ຍັງມີຕໍ່ໂຜດຕິດຕາມ)

No comments:

Post a Comment