12 December 2011

ເງິນຮ້ອຍ ເງິນລາດ ເງິນອານາຈັກລ້ານຊ້າງ

ສາຍເຊລຳເພົາ

ເມືອງລ້ານຊ້າງ ອັນເປັນນະຄອນລັດແຮກຂອງລາວ ໄດ້ຂະຫຍາຍອຳນາດ ທາງດ້ານການເມືອງ ແລະ ການປົກຄອງ ບົນສອງຝາກຝັ່ງແມ່ນໍ້າຂອງ(ແມ່ນໍ້າລ້ານຊ້າງ)ຢູ່ນັ້ນ, ລ້ານນາ ອັນເປັນອາຈັກລາວໂຍນົກ ກໍຂະຫຍາຍຕົວຂຶ້ນ ຄຽງຄູ່ກັນ ກັບອານາຈັກລ້ານຊ້າງ ເຊິ່ງເປັນເມືອງຄູ່ແຝດກັນ,   ໄດ້ຄ່ອຍໆພັດທະນາສ້າງຄວາມເຂັ້ມ ແຂງພາຍໃຕ້ອຳນາດຂອງຂອມ ທີ່ເຣືອງອຳນາດຢູ່ໃນອະນາຈັກຕ່າງທາງໃຕ້ ແລະຕາເວັນຕົກສ່ຽງໃຕ້, ດ້ານການປົກຄອງລ້ານຊ້າງໄດ້ມີຜູ້ປົກຄອງ ໄດ້ພັດ ທະນາມາເປັນພຣະຍາແລ້ວ ແຕ່ເມືອງຕ່າງໆຍັງເປັນພຽງຂຸນ ເຊິ່ງມີຖານັນດອນສັກຕໍ້າກວ່າພຣະຍາ, ຖານັນດອນສັກ ຂອງເຈົ້າຜູ້ປົກຂອງຊັ້ນໃດ ອຳນາດຂອງເມືອງ ກໍເທົ່ານັ້ນ, ເຖິງແມ່ນໃນສະໄໝນັ້ນຈະປົກຄອງແບບນະຄອນລັດ ແຕ່ເມືອງ ໃຫຍ່ກໍມີເມືອງຂຶ້ນ ເຊັ່ນໃນ ປີ ໑໘໗໕ ເມືອງສຸໂຂໄທໄດ້ມີຂຸນບາງກາງທ່າວ ກັບຂຸນຜາເມືອງຮ່ວມກັນ ຢຶດເມືອງສຸໂຂໄທ ຈາກຂອມໄດ້ ແລະສະຖາປານາຂຸນບາງກາງທ່າວໃຫ້ເປັນ “ຂຸນສີອິນທະຣາທິດ” ປົກຄອງສຸໂຂໄທສິສັດຊະນາໄລ, ແຕ່ອຳ ນາດຂອງລ້ານຊ້າງຂະນະນັ້ນ ມີເຈົ້າຜູ້ປົກຄອງອານາຈັກ ມີຖານັນດອນສັກເປັນພຣະຍາແລ້ວ ຄືພຣະຍາລັງທິຣາດ ນັບວ່າ ຂະນະນັ້ນ ອານາຈັກລ້ານຊ້າງ ມີອຳນາດທາງການເມືອງສູງກວ່າສຸໂຂໄທ ສືບຕໍ່ມາຈົນຮອດພຣະຍາສຸວັນນະຄຳຜົງ ເຮັດ ໃຫ້ບົດບາດຂອງສຸໂຂໄທ ມີການພົວພັນກັບລ້ານຊ້າງຊຽງດົງ-ຊຽງທອງ ຈະເຫັນນາມຜູ້ປົກຄອງຢູ່ໃນຖານະຂຸນ.

ມາເຖິງຍຸກນີ້ ປາຍຂອງພຣະຍາສຸວັນນະຄຳຜົງແລ້ວ ອານາຈັກສຸໂຂໄທເຣີ່ມມີອຳນາດຂຶ້ນ ໂດຍທີ່ຂຸນ ຣາມຄຳແຫງໄດ້ທຳ ການກອບກູ້ເອກະລາດຈາກອຳນາດຂອງຂອມ ເຖິງປານນັ້ນຣາມຄຳແຫງ ກໍມີຖານັນດອນສັກເປັນຂຸນຢູ່ ພໍສິ້ນຍຸກຂຸນຣາມ ຄຳແຫງກະສັດຜູ້ປົກຄອງສຸໂຂໄທ ກໍເລີ່ມປະກົດມີພະຍາຂຶ້ນ ຄື ພະຍາທັມມະຣາຊາລິໄທ ສືບຕໍ່ມາຈົນຮອດ ຍຸກຂອງພຣະ ຍາເລີໄທ ເມື່ອສຸໂຂໄທ ມີກະສັດຊົງພຣະຍົດເປັນພຣະຍາ ທາງລ້ານຊ້າງຊຽງດົງຊຽງທອງ ກໍມີກະສັດທີ່ມີຖານັນດອນສັກ ເປັນ “ເຈົ້າຟ້າ” ແລ້ວ, ເຊິ່ງຖືວ່າຖານັນດອນສັກທີ່ສູງກວ່າ ຄືເຈົ້າຟ້າງ້ຽວ ແລະເຈົ້າຟ້າຄຳຮຽວ.

ຕາບຈົນເຖິງສະໄໝພຣະເຈົ້າຟ້າງຸ່ມມະຫາຣາດໄດ້ ມາທ້ອນໂຮມອານາຈັກລ້ານຊ້າງ ອັນມີນະຄອນຣັດຕ່າງໆ ທີ່ປົກຄອງ ກັນຢູ່ມາກ່ອນ ແລ້ວບົນສອງຝາກຝັ່ງແມ່ນໍ້າຂອງ ຕັ້ງແຕ່ “ຕົ້ນສ້ານສາມງ່າ ຈົນຮອດນໍ້າມ້າສາມແຄວ” ເປັນອານາຈັກ ລ້ານຊ້າງທີ່ກວ້າງໃຫຍ່ ແລະຊົງອຳນາດ ໃນຍຸກນີ້ເຮັດໃຫ້ລາວເຮົາໃນເມື່ອກ່ອນລວມກັນເປັນປຶກແຜ່ນ ມີຂະໜົບທຳນຽມ ປະເພນີ ອັກສອນ ພາສາ ສາສະໜາ ແລະວັດທະນະທັມອັນດຽວກັນ ບົນສອງຟາກຝັ່ງແມ່ນໍ້າຂອງ, ຄວາມຈະເລີນ ທາງ ດ້ານການເມືອງ ການປົກຄອງ ຂະໜົບທຳນຽມ ແລະວັດທະນະທັມລາວ ທີ່ເຂັ້ມແຂງນັ້ນ ຈຶ່ງເຮັດໃຫ້ລາວຂະຫຍາຍ ວັດທະນະທັມຂອງຕົນໄປທົ່ວພູມີພາກນີ້ ໃນນັ້ນກໍມີອຳນາດທາງດ້ານການເມືອງ ການປົກຄອງ ເສດຖະກິດ ການເງິນຄວບ ຄູ່ກັນໄປດ້ວຍ ປະເທດລາວຈຶ່ງມີເງິນໃຊ້ເປັນຂອງຕົນເອງ ອັນປະກອບດ້ວຍ ເງິນຮ້ອຍ, ເງິນລາດຮ້ອຍ ແລະເງິນລາດ, ເງິນເຫຼົ່ານີ້ ອາດຖືກນຳໃຊ້ໃນຫົວ ເມືອງຕ່າງໆ ທີ່ມີການພົວພັນທາງການຄ້ານຳກັນ ໃນຫົວເມືອງຕ່າງໆ ທີ່ບໍ່ຂຶ້ນກັບລ້ານ ຊ້າງ ກໍມີເງິນລາວລ້ານຊ້າງ ມີດັ່ງນີ້.

- ເງິນຮ້ອຍ: ເງິນຮ້ອຍເປັນເງິນແທ່ງຮູບຮ່າງເໝືອນເຮືອ ຜະຫຼິດຂຶ້ນຈາກໂລຫະເງິນຜະສົມ ດ້ານໜ້າ ເປັນເມັດຕຸ່ມໆຂຶ້ນ ໂດຍຮອບ ແລະປະທັບກາຊ້າງ, ດອກໄມ້ ຫຼືພຣະຍານາກ ເປັນຕົ້ນ, ສ່ວນດ້ານຫຼັງຮຽບມີຢູ່ ຫຼາຍຂະໜາດ ມູນຄ່າຂອງເງິນ ຮ້ອຍນັ້ນ ຂຶ້ນຢູ່ກັບນຳ້ໜັກ ແລະຄວາມບໍລິສຸດຂອງເນຶ້ອເງິນ.
- ເງິນລາດຮ້ອຍ : ເງິນລາດຮ້ອຍ ມີລັກສະນະເໝືອນເງິນຮ້ອຍ ທີ່ຫົວ ແລະທ້າຍຂອງເງິນ ຈະຮຽວ ນ້ອຍກວ່າ ເງິນຮ້ອຍ ແລະບໍ່ມີກາປະທັບ.
- ເງິນລາດ: ເງິນລາດ ເປັນເງິນທີ່ເຮັດຂຶ້ນດ້ວຍທອງແດງ ຫຼືທອງເຫຼືອງ ມີຫຼາຍຂະໜາດ ລັກສະນະ ເໝືອນເຮືອ ຈຶ່ງມີການ ຮຽກວ່າ “ເງິນເຮືອ” ບາງຄັ້ງກໍຮຽກວ່າ “ເງິນຮາງ” ມີ ໒ ຊະນິດ ໄດ້ແກ່ ຊະນິດທີ່ໂລຫະເງິນເຄືອບ ດ້ານເທິງຕອກປະທັບ ກາໄວ້ ຕັ້ງແຕ່ ໑ ຕາໄປເຖິງ ໔ ຕາຕ່າງໆກັນ ມີຫຼາຍຂະໜາດ ກັບກັບອີກຊະນິດໜຶ່ງ ເຮັດດ້ວຍທອງແດງ ທອງເຫຼືອງເຊັ່ນ ກັນ ມີຂະໜາດເໝືອນກັນ ແຕ່ບໍ່ມີກາໃດໆລົງ ຫຼືສະຫຼັກໄວ້ ເງິນລາດຊະນິດນີ້ ມີສີມືບໍ່ຄ່ອຍງາມ ເຂົ້າໃຈວ່າປະຊາຊົນສ້າງ ຂຶ້ນມາໃຊ້ເອງ ເພື່ອເປັນເງິນຍ່ອຍ ເພາະເງິນຊະນິດນີ້ ບໍ່ມີການຄວບຄຸມໃນການຜະລິດ.

ນອກຈາກເງິນ ເຫຼົ່ານີແລ້ວ ສະກຸນເງິນລາວຍັງມີເງິນຮາງ, ເງິນຝັກ, ເງິນຕູ້, ເງິຍເບັ້ຍ, ເງິນແທ່ງ ແລະເງິນໝັນ ແລະ ມີເງິນຂອງຕ່າງປະເທດເຂົ້າມາໃຊ້ໃນລ້ານຊ້າງ ຕອນປາຍອີກ ເຊັ່ນ ເງິນບີ້, ເງິນເຟື້ອງ, ເງິນໝາກຄໍ້ ແລະເງິນຫຼຽນ ແລະອື່ນໆອີກ.

ຄົ້ນຄວ້າໂດຍ : ພອ.ເນືອງພິລັກ ໂຊຕິທອນ

18 October 2011

ນ້ຳຖ້ວມໄທຍລາວໃຫ້ລ້ານຫ້າ

ນ້ຳຖ້ວມໄທຍລາວໃຫ້ລ້ານຫ້າ
ລາວບໍ່ຊ້າ ສົ່ງຮອດຈອດເຖິງ
ບໍ່ໃຫ້ເຫິງຊ່ວຍພີ່ຊ່ວຍນ້ອງ
ຍາມຂັດຂ້ອງຕ້ອງເບິ່ງແຍງກັນ
ຄວາມສຳພັນມະນຸດສະທັມ
ເຖິງເຄາະກັມເບິ່ງພີ່ເບິ່ງນ້ອງ
ບໍ່ໃຫ້ຂ້ອງເຂີນຂາດຍາມຈົນ
ຕ້ອງສູ້ຊົນຍາມຈົນຜ່ານຜ່າ
ສ້າງຄຸນຄ່ານ້ຳຈິດນຳ້ໃຈ
ນຳ້ຖ້ວມໃຫຍ່ເປັນໄພມະຫັນ
ຄວນພາກັນຕໍ່ສູ້ພົ້ນຜ່ານ

01 October 2011

ປະຫວັດຫຍໍ້ ນະຄອນຫລວງວຽງຈັນ

ທົ່ງພຽງວຽງຈັນຖຶກຮັບຮູ້ວ່າມີມະນຸດອາໄສຢູ່ມາແລ້ວກວ່າ 500 000 ປີ ແລະ ໄດ້ຖຶກສັນນິຖານວ່າ ວຽງຈັນ ໄດ້ກາຍເປັນບ້ານມາ ກວ່າ 2000 ປີແລ້ວ ຊຶ່ງມີການປົກຄອງກັນມາແບບເຈົ້າກົກເຈົ້າເຫຼົ່າ ແລະ ຄ່ອຍໆພັດທະນາມາເປັນເມືອງ ຊຶ່ງແມ່ນພະຍາເຈົ້າເມືອງເປັນຜູ້ປົກຄອງ. ໃນລະຫວ່າງສະຕະວັດທີ 1 ເຖິງ 10 ເມືອງວຽງຈັນໄດ້ພັດທະນາເປັນຕົວເມືອງໂດຍແມ່ນ ທ້າວ ບູລິຈັນ ຫລື ພະຍາຈັນທະບູລີ ປະສິດທິສັກ ເປັນພະຍາປົກຄອງ ສະນັ້ນ ເມືອງວຽງຈັນໃນໄລຍະນີ້ຈຶ່ງໃສ່ຊື່ວ່າ: ເມືອງ ຈັນທະບູລີ ຕາມຊື່ນາມມະຍົດຂອງ ບູລີຈັນ (ບູລີ ແປວ່າ: ນະຄອນ ຫລື ວຽງ, ບູລີຈັນ ແປວ່າ: ວຽງຈັນ ນັ້ນເອງ)
        ນັບແຕ່ນັ້ນມາ ເມືອງວຽງຈັນກໍໄດ້ມີປະຫວັດການພັດທະນາ ຊຶ່ງໃນຊ່ວງສະຕະວັດທີ 12 ເມືອງວຽງຈັນຈຶ່ງໄດ້ຖຶກຂື້ນກັບອານາຈັກຂະເໝນອີກ ຈົນພາຍຫລັງເຈົ້າໄຊຍະວໍລະມັນທີ 7 ໄດ້ສິ້ນພະຊົນ ເຮັດໃຫ້ອຳນາດຂອງຂະເໝນຊຸດໂຊມລົງ ແລະ ເມືອງວຽງຈັນ ກໍສືບຕໍ່ເປັນເອກະລາດ (ນະຄອນລັດ) ໄປອີກໄລຍະໜຶ່ງຄຽງຄູ່ກັບເມືອງວຽງຄຳ ແລະ ເມືອງດ່ານໜ້າ. ມາເຖິງສະໄໝພະຍາ ຟ້າຫລ້າ ແຫລ່ງທໍລະນີ ສີສັດຕາ ຄະນະຫຸດ (ເຈົ້າຟ້າງຸ່ມ) ທ້ອນໂຮມອານາຈັກລາວລ້ານຊ້າງ ແລະ ປະກາດເປັນເອກະລາດ ໃນສະຕະວັດທີ 14 (ປີ 1353), ເມືອງວຽງຈັນກໍແມ່ນໜຶ່ງໃນອານາເຂດອານາຈັກລາວລ້ານຊ້າງ ຊຶ່ງເຈົ້າຟ້າງຸ່ມ ໄດ້ແຕ່ງຕັ້ງເຈົ້າໝຶ່ນຈັນ (ບາຄຸ້ມ) ປົກຄອງເມືອງວຽງຈັນ. ຫລັງຈາກນັ້ນ, ເມືອງວຽງຈັນກໍໄດ້ສືບຕໍ່ພັດທະນາ ແລະ ມີການປ່ຽນເຈົ້າເມືອງເຖິງ 6 ຊົ່ວຄົນ ກ່ອນຈະມາເຖິງສະໄໝ ເຈົ້າໄຊເສດຖາທິລາດປົກຄອງອານາຈັກລາວລ້ານຊ້າງ ແລະ ລົງມາສ້າງຕັ້ງນະຄອນຫລວງຢູ່ເມືອງວຽງຈັນ ໃນປີ ຄສ 1560 ຊຶ່ງເພິ່ນໄດ້ອັງເຊີນເອົາພະແກ້ວມໍລະກົດ ແລະ ພະແຊກຄຳ ລົງມາປະທັບເປັນຂວັນເມືອງວຽງຈັນ ນັບແຕ່ນັ້ນມາ, ແລະ ເມືອງວຽງຈັນ ກໍ່ສືບຕໍ່ເປັນນະຄອນຫລວງຂອງອານາຈັກລາວລ້ານຊ້າງ ຈົນເພີ່ນໄດ້ສິ້ນພະຊົນ, ເສນາບໍດີຜູ້ໃຫຍ່ກໍຍາດຊິງອຳນາດ ເຮັດໃຫ້ສັດຕູພາຍນອກເຂົ້າມາຮຸກຮານ ແລະ ອານາຈັກລາວລ້ານຊ້າງກໍການເປັນເມືອງຂື້ນຂອງພະມ້າ ເປັນເວລາ 28 ປີ ຈຶ່ງບໍ່ມີການພັດທະນາໃດໆໃນເວລານັ້ນ.
        ມາເຖິງສະໄໝເຈົ້າສຸລິຍະວົງສາ ທຳມິກະລາດ ປົກຄອງອານາຈັກລາວລ້ານຊ້າງ (ຄສ 1638-1690), ນະຄອນຫລວງວຽງຈັນກໍ່ໄດ້ກັບມາຮຸ່ງເຮືອງເຫລືອງເຫລື້ອມໃນທຸກດ້ານ ໂດຍສະເພາະແມ່ນທາງດ້ານພຸດທະສາດສະໜາ ຈົນທ່ານ ວັນ ວູດສະໂຕບ ຊາວໂຮນລັງ ທີ່ມາລາວໃນປີ ຄສ 1641 ໄດ້ຍ້ອງຍໍວ່າ: ພຸດທະສາດສະໜາຈະເລີີນຮຸ່ງເຮືອງຫລາຍ, ພະສົງໃນນະຄອນຫລວງວຽງຈັນ ມີຫລາຍກວ່າທະຫານໃນກອງທັບຂອງພະເຈົ້າແຜ່ນດິນເຢຍລະມັນອີກຊ້ຳ, ມີວັດວາອາຣາມໃຫຍ່ ແລະ ງົດງາມກວ່າປະເທດອື່ນໆ ການສຶກສາຮ່ຳຮຽນກໍສຳຄັນກວ່າປະເທດອື່ນໆ ດ້ວຍເຫດນີ້ຈຶ່ງມີພະສົງຈາກປະເທດສະຫຍາມ, ຂະເໝນ ມາສຶກສາຢູ່ທີ່ນີ້ເຖິງ 10 ເຖິງ 12 ປີ ກ່ອນຈະສຳເລັດ.
        ມາເຖິງປີ ຄສ 1778, ກອງທັບສະຫຍາມໄດ້ມາໂຈມຕີນະຄອນຫລວງວຽງຈັນ, ຈູດເຜົາລາດຊະວັງຫລວງ, ຫໍໂຮງຜູ້ໃຫຍ່, ຫໍພະແກ້ວ ແລະ ກວດຕ້ອນເອົາເຊື້ອກະສັດ, ເສນາບໍດີ ແລະ ປະຊາຊົນໄປສະຫຍາມກວ່າແສນຄົນ. ພາຍໃຕ້ການນຳພາຂອງເຈົ້າອານຸວົງ, ປະຊາຊົນລາວໄດ້ລຸກຮື້ຂື້ນເພື່ອກອບກູ້ເອກະລາດ ຈາກນັ້ນປີ 1827 ກອງທັບສະຫຍາມໄດ້ກັບມາໂຈມຕີນະຄອນຫລວງວຽງຈັນອີກຄັ້ງໃໝ່ ຊຶ່ງຈູດເຜົານະຄອນຫລວງວຽງຈັນຈົນຮາບກ້ຽງ ແລະ ກວາດຕ້ອນປະຊາຊົນລາວໄປສະຫຍາມອີກຮອບໃໝ່. ນັບແຕ່ປີ 1828 ເຖິງ 1893 (65 ປີ), ນະຄອນຫລວງວຽງຈັນໄດ້ກາຍເປັນເມືອງຮ້າງທີ່ງຽບເຫງົາທີ່ສຸດ.
       ແຕ່ປີ 1893 - 1975 ແມ່ນໄລຍະທີ່ປະເທດ ແລະ ປະຊາຊົນລາວ ຕໍ່ສູ້ກູ້ເອກະລາດ ຕ້ານການຮຸກຮານຂອງຈັກກະພັດລ່າເມືອງຂື້ນແບບເກົ່າ ແລະ ແບບໃໝ່ຈາກຕ່າງດ້າວ. ຈົນເຖິງມາວັນທີ 2 ທັນວາ 1975 ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ. ນັບແຕ່ນັ້ນມານະຄອນຫລວງວຽງຈັນກໍໄດ້ຮັບການຟື້ນຟູບູລະນະ ແລະ ພັດທະນາທາງດ້ານເສດຖະກິດ, ສັງຄົມ, ວັດທະນະທຳ ແລະ ກາຍເປັນນະຄອນຫລວງວຽງຈັນ ຂວັນໃຈຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດຈົນມາເຖິງທຸກວັນນີ້.

30 September 2011

ຄອບຄົວຕົວແບບ (ຄຳສິງ ສີຫາເທບ) ບ້ານວຽງຈະເລີນ

ທ່ານ ຄຳ​ສິງ ສີ​ຫາ​ເທບ ນັກ­ທຸ­ລະ­ກິດ​ຢູ່​ບ້ານ​ວຽງ​ຈະ­ເລີນ ເມືອງ​ໄຊ​ເຊດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຖືກ​ຄັດ​ເລືອກ​ໃຫ້​ເປັນ​ຄອບ­ຄົວ​ຕົວ​ແບບ ໃນ​ການ​ຜະ­ລິດ​ທຸ­ລະ​ກິດ​ດ້ານ​ຜະ­ລິດ​ຕະ​ພັນ​ລາວ​ປອດ​ສານ­ພິດ.
ທ່ານ ຄຳ​ສິງ ໄດ້​ໃຫ້​ສຳ­ພາດ​ວ່າ: ສິ່ງ​ທີ່​ດົນ​ບັນ­ດານ​ໃຫ້​ຂ້າ­ພະ­ເຈົ້າ ເຮັດ​ການ​ຜະ­ລິດ​ຕະ​ພັນ​ປອດ​ສານ­ພິດ ມີ​ຢູ່ 4 ປັດ​ໄຈ ຄື: 1. ຈາກ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ-ລັດ ທີ່​ວ່າ: ເຮົາ​ຕ້ອງ​ເພິ່ງ​ຕົນ​ເອງ ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມ­ແຂງ​ດ້ວຍ​ຕົນ​ເອງ ຫັນ​ການ​ຜະ­ລິດ​ແບບ​ທຳ​ມະ​ຊາດ ໃຫ້​ກາຍ­ເປັນ​ສິນ­ຄ້າ ນີ້​ກໍ​ເປັນ​ອັນ​ໜຶ່ງ ທີ່​ຊຸກ​ດັນ​ໃຫ້​ຂ້າ­ພະ­ເຈົ້າ​ຫັນ​ມາ​ຜະ­ລິດ ອັນ​ທີ​ສອງ ແມ່ນ​ຢາກ​ປົກ​ປັກ​ຮັກ­ສາ​ມູນ­ເຊື້ອ ຫົວ­ຄິດ​ປະ­ດິດ​ສ້າງ​ຂອງ​ບັນ​ພະ​ບູ​ລຸດ​ຂອງ​ລາວ​ເຮົາ ແຕ່​ດຶກ​ດຳ​ບັນ​ມາ​ແລ້ວ ທີ່​ໄດ້​ເຮັດ​ການ​ຜະ­ລິດ​ເຄື່ອງ­ໃຊ້​ໃນ​ຄົວ​ເຮືອນ ຫວ້ານ​ຢາ​ຕ່າງໆ ເປັນ­ຕົ້ນ ສະ​ໝຸນ​ໄພ ຢາ​ປົວ​ພະ­ຍາດ ຖ້າ​ພວກ​ເຮົາ​ບໍ່​ປົກ​ປັກ​ຮັກ­ສາ ມັນ​ກໍ​ຈະ​ສູນ­ຫາຍ​ໄປ ບັນ­ດາ​ລູກ​ຫຼານ​ໜຸ່ມ​ນ້ອຍ ຈະ​ບໍ່​ຮູ້​ຊ້ຳ​ວ່າ ຄົນ​ລາວ​ແຕ່​ກ່ອນ ກໍ​ມີ​ຜະ­ລິດ​ຕະ​ພັນ​ສິນ­ຄ້າ​ທີ່​ເປັນ​ຂອງ​ຕົນ​ເອງ ອັນ​ທີ​ສາມ ທີ່​ຊຸກ​ດັນ​ໃຫ້​ຂ້າ­ພະ­ເຈົ້າ​ແມ່ນ​ເພື່ອ​ຢາກ​ໃຫ້​ສຸ­ຂະ­ພາບ​ຂອງ​ຄົນ​ລາວ​ ເຮົາ ມີ​ສຸ­ຂະ­ພາບ​ເຂັ້ມ­ແຂງ ບໍ່​ມີ​ສານ​ເຄ​ມີ​ຕົກ​ຄ້າງ ຖ້າ​ເຮົາ​ນຳ​ໃຊ້​ຜະ­ລິດ​ຕະ​ພັນ​ຂອງ​ຄົນ​ລາວ​ທີ່​ປອດ​ສານ­ພິດ ກໍ​ຈະ​ເປັນ​ຜົນ​ດີ​ຕໍ່​ສຸ­ຂະ­ພາບ ແລະ ສິ່ງ­ແວ­ດລ້ອມ ແລະ ສີ່ ເພື່ອ​ປະ­ຕິ­ບັດ​ຄວາມ​ດູ​ໝິ່ນ​ຂອງ​ຕ່າງ­ປະ­ເທດ ທີ່​ວ່າ ຄົນ​ລາວ​ເຮົາ​ເຮັດ​ຫຍັງ​ກໍ​ບໍ່​ເປັນ ເຂັມ​ກໍ​ເຮັດ​ບໍ່​ເປັນ ໄມ້​ຈີ້ມ​ແຂ້ວ​ກໍ​ຊື້​ຂອງ​ເຂົາ ສ່ວນ​ຫຼາຍ​ແມ່ນ​ຂອງ​ຕ່າງ­ປະ­ເທດ ດັ່ງ­ນັ້ນ ເຮົາ​ຕ້ອງ​ຜະ­ລິດ​ໃຫ້​ເປັນ​ສິນ­ຄ້າ ເພາະ​ຄົນ​ລາວ​ເຮົາ ກໍ​ສາ­ມາດ​ເຮັດ​ໄດ້​ສ້າງ​ຊື່​ສຽງ​ໃຫ້​ປະ­ເທດ​ຊາດ​ໄດ້ ເພາະ​ປະ­ເທດ​ລາວ​ເຮົາ​ມີ​ວັດ­ຖຸ​ດິບ ຊັບ­ພະ­ຍາ­ກອນ​ອຸ­ດົມ­ສົມ­ບູນ ມີ​ຫົວ­ຄິດ​ປະ­ດິດ​ສ້າງ ຄົນ​ລາວ​ເຮົາ​ບໍ່​ແມ່ນ​ບໍ່​ມີ​ສະ­ຕິ​ປັນ­ຍາ ແຕ່​ເນື່ອງ​ຈາກ​ເຮົາ​ຍັງ​ບໍ່​ທັນ​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ຢ່າງ​ຈິງ​ຈັງ.
ການ​ຜະ­ລິດ​ຂອງ​ຂ້າ­ພະ­ເຈົ້າ​ມີ​ຢູ່ 5 ຂະ­ແໜງ­ການ ຄື: 1. ຜະ­ລິດ​ຕະ​ພັນ​ຮັບ​ໃຊ້​ຄົວ​ເຮືອນ ເປັນ­ຕົ້ນ: ສະ­ບູ​ສະ​ປາ ເຮັດ​ຈາກ​ນ້ຳ­ມັນ​ໝາກ­ພ້າວ ນ້ຳ­ມັນ​ງາ ຢາ­ສະ­ຜົມ​ໝາກ​ຂີ້­ຫູດ ຢາ­ຖູ­ແຂ້ວ​ສະ​ໝຸນ​ໄພ ເຮັດ​ໃຫ້​ແຂ້ວ​ບໍ່​ຫຼ່ອນ ບໍ່​ມີ​ກິ່ນ​ປາກ ປະ­ເພດ​ນ້ຳ​ຢາ​ລ້າງ​ຖ້ວຍ ນ້ຳ​ຢາ​ຊັກ​ຜ້າ ເຊິ່ງ​ລ້ວນ​ແຕ່​ເອົາ​ວັດ­ຖຸ​ຈາກ​ບ້ານ​ເຮົາ​ມາ​ຜະ­ລິດ.
2. ປະ­ເພດ​ອາ­ຫານ​ກໍ​ມີ​ປາ­ແດກ​ຜົງ​ສຳ­ເລັດ​ຮູບ ຫັນ​ຈາກ​ປາ­ແດກ​ມາ​ເຮັດ​ເປັນ​ຜົງ ເພື່ອ​ໃຫ້​ມັນ​ສະ­ດວກ​ສະ­ບາຍ​ໃນ​ການ​ປຸງ​ແຕ່ງ ແລະ ຖືກ​ສຸ​ຂະ​ອະ­ນາ­ໄມ​ດີ.
3. ຜະ­ລິດ​ຕະ​ພັນ​ເພື່ອ​ສຸ­ຂະ­ພາບ ເຊັ່ນ: ຢາ­ພື້ນ­ເມືອງ​ທີ່​ໄດ້​ຮັບ​ການ​ຕອບ​ຮັບ​ຢ່າງ​ສູງ ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ຄື: ເຫັດ​ໝື່ນ​ປີ ເຫັດ​ລິ້ນ​ຈື່ ໃນ​ປີ 2009ໄດ້​ຮັບ​ລາ­ງວັນ​ຜະ­ລິດ​ຕະ​ພັນ​ດີ​ທີ່​ສຸດ​ຂອງ​ອາ​ຊຽນ ຢູ່​ບຣູ​ໄນ ດາ​ລູ​ຊາ​ລຳ ແລະ ເປັນ​ຜະ­ລິດ​ຕະ​ພັນ​ຈາກ​ທຳ​ມະ​ຊາດ​ມາ​ປູກ​ເອງ ນອກ­ຈາກ​ນີ້ ຍັງ​ມີ​ຊາ​ມ້ອນ​ຫຼຸດ​ສານ​ຜິດ ຫຼຸດ​ຄວາມ­ດັນ ຊາ​ໝາກ​ຂາມ­ປ້ອມ ສຳ­ລັບ​ດີ​ຫວັດ ດີ​ໄອ ຊາ​ໝາກ­ຍໍ ສຳ­ລັບ​ຜູ້​ເປັນ​ເບົາ­ຫວານ ເຈັບ​ເສັ້ນ­ປະ­ສາດ ຊາ​ພັນ​ປີ​ທີ່​ອິດ­ເມື່ອຍ​ອ່ອນ­ເພຍ ຊາ​ເຂົ້າ­ເໝົ້າ ສຳ­ລັບ​ເປັນ​ມຶນ​ຕີນ ມຶນ​ມື​ຕ່າງໆ ນອກ­ຈາກ​ນັ້ນ ກໍ​ມີ​ຜະ­ລິດ​ຕະ​ພັນ​ບຳ­ລຸງ​ສາຍ­ຕາ ແລະ ມີ​ຜະ­ລິດ​ຕະ​ພັນ​ທຳ​ມະ​ຊາດ ຫວ້ານ​ລື​ສີ​ດີ​ກະ­ເພາະ ດີ​ປະ­ດົງ ດີ​ເບົາ­ຫວານ ມີ​ນ້ຳ­ໝາກ​ຍໍ ແລະ ຜະ­ລິດ​ຕະ​ພັນ​ອື່ນໆ​ອີກ ເຊັ່ນ: ຜັກ​ອີ່­ຮຸມ ເປັນ​ແຄບ​ຊຸນ ເປັນ​ຜັກ​ທີ່​ມີ​ແຄນ​ຊຽມ​ສູງ ເຮັດ​ໃຫ້​ກະ­ດູກ​ແຂງ­ແຮງ ມີ​ວິ​ຕາມ​ມິນ​ເອ ບຳ­ລຸງ​ສາຍ­ຕາ ມີ​ວິ­ຕາ­ມິນ​ເຊ ມີ​ທາດ​ໂປ​ຕິນ​ສູງ ແລະ ອື່ນໆ​ທີ່​ຕ່າງ­ປະ­ເທດ​ແມ່ນ​ຕ້ອງ­ການ​ຫຼາຍ.
4. ຜະ­ລິດ​ຕະ​ພັນ​ເຄື່ອງ­ໃຊ້​ສະ​ປາ ມີ: ຄີມ​ນວດ​ນ້ຳ­ມັນ ໝາກ­ງາ ນ້ຳ­ມັນ​ໝາກ­ພ້າວ ແລະ ອື່ນໆ.
5. ຜະ­ລິດ​ຕະ​ພັນ​ຮັບ​ໃຊ້​ກະ­ສິ­ກຳ​ມີ​ປຸ໋ຍ​ອິນ​ຊີ​ອັດ​ເມັດ ນ້ຳ​ອີ​ເອັມ ນ້ຳ​ຮໍ​ໂມນ​ພືດ ຢາ​ສະ​ໝຸນ​ໄພ​ປ້ອງ​ກັນ​ສັດ­ຕູ​ພືດ ນ້ຳ­ມັນ​ຊີ­ວະ​ພາບ​ຜະ­ລິດ​ຈາກ​ໝາກ​ເຍົາ (ນ້ຳ­ມັນ​ໄບ​ໂອ​ດີ​ເຊວ) ໃຊ້​ກັບ​ລົດ​ທຸກ​ຊະ­ນິດ ແລະ ປັດ­ຈຸ­ບັນ ຍັງ​ຜະ­ລິດ​ເຕົາ​ຄົວ­ກິນ​ດ້ວຍ​ແສງ​ອາ­ທິດ.
ທ່ານ ຄຳ​ສິງ ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ທຸກ​ຜະ­ລິດ​ຕະ​ພັນ​ຂອງ​ຂ້າ­ພະ­ເຈົ້າ ແມ່ນ​ພ້ອມ​ທີ່​ຈະ​ເຜີຍ­ແຜ່​ເຝິກ­ອົບ­ຮົມ ຫຼື ວ່າ​ໃຫ້​ເປັນ​ວິ­ທະ­ຍາ­ກອນ ທີ່​ມາ​ຖອດ​ຖອນ​ບົດ­ຮຽນ ພວກ​ເຮົາ​ພ້ອມ​ທີ່​ຈະ​ສະ­ໜອງ​ໃຫ້ ບໍ່​ສະ­ຫງວນ​ລິ​ຂະ​ສິດ ເນື່ອງ​ຈາ​ກວ່າ ຢາກ​ໃຫ້​ຄົນ​ລາວ​ຄິດ​ເຖິງ​ການ​ຜະ­ລິດ ຢາກ​ໃຫ້​ຄົນ​ລາວ​ເຮົາ​ນຳ​ໃຊ້​ຜະ­ລິດ​ຕະ​ພັນ​ທີ່​ບໍ່​ມີ​ສານ­ພິດ ໃນ​ການ​ດຳ­ລົງ​ຊີ­ວິດ​ປະ­ຈຳ​ວັນ ເພື່ອ​ສຸ­ຂະ­ພາບ​ແຂງ­ແຮງ ເພື່ອ​ຕົນ​ເອງ​ມີ​ອາ­ຍຸ​ໝັ້ນ­ຍືນ.
ຜະ­ລິດ​ຕະ​ພັນ​ຂອງ​ຂ້າ­ພະ­ເຈົ້າ ມີ​ຈຳ­ໜ່າຍ​ຢູ່​ປະ­ເທດ​ເຮົາ ແມ່ນ​ຢູ່​ຕະ­ຫຼາດ ຮ້ານ​ຂາຍ­ເຄື່ອງ​ທົ່ວ​ໄປ ແລະ ໄດ້​ຂາຍ​ຢູ່​ຕະ­ຫຼາດ​ປອດ​ສານ­ພິດ​ໃນ​ວັນ​ເສົາ​ທີ່​ທາດ­ຫຼວງ ສ່ວນ​ລາຍ​ຮັບ​ສະ­ເລ່ຍ​ແລ້ວ ປີ​ໜຶ່ງ​ໄດ້​ປະ­ມານ 240 ລ້ານ​ກີບ.

24 September 2011

ອານາຈັກຈາມປາ(ຈຳປາ ?)


ອານາຈັກຈາມປາ(ຈຳປາ ?)
- ອານາຈັກຈາມປາ ເປັນອານາຈັກບູຮານ ມີອາຍຸຢູ່ແຕ່ ສະຕະວັດທີ່ ໒ ແຫ່ງຄິດຕະການ, ຕັ້ງຢູ່ທາງ ທິດໃຕ້ຂອງຈີນ ແລະຢູ່ທາງເໜືອຂອງຟູນັນ, ການກຳນົດທີ່ຕັ້ງແລະຂອບເຂດຂອງອານາຈັກນີ້ ປັດຈຸບັນ ກຳນົດເອົາ ນະຄອນເວຫ໌ ເປັນສູນກາງ, ກວາງນາມ, ຖົວຖຽນ, ແຜນຣັງ ແລະຍາຈາງ ອານາຈັກຈາມ ເປັນອານາຈັກເອກຣາດເຫີງນານ ອາດເພາະດ້ວຍສາສນາ ແລະວັດທະນະທັມທີ່ເຂັ້ມແຂງ ຈຶ່ງບໍ່ໃຫ້ ຊາດອື່ນຄອບຄອບໄດ້ ແມ່ນແຕ່ປັດຈຸບັນນີ້ ອານາຈັກຈາມໄດ້ສູນສິ້ນແລ້ວ ແຕ່ຊົນຊາດຈາມຍັງຄົງຢູ່ ພວກຂົາຍັງສືບຕໍ່ເຊື້ອຊາດ, ເຜົ່າພັນ, ປະເພນີ ແລະວັດທະນະທັມຂອງເຂົາ ໃນດິນແດນຂະເໝນ, ຫວຽດນາມ
- ນັກມະນຸດວິທະຍາ ໄດ້ຈັດຊົນຊາດຈາມໄວ້ໃນພວກ ມາລາໂຍໂພລິນີຊຽນ, ເດີມພວກຈາມເປັນຊາວທະ
ເລ ຈຶ່ງມີຄວາມຊຳນານໃນການເດີນເຮືອ ຕໍ່ມາໃນ ຄ.ສ ໔໔໖ ຊົນຊາດຈີນໄດ້ຍົກທັບຣາຊະທານີຂອງ ຊາວຈາມລົງໄດ້.
- ເມື່ອສະຕະວັດທີ ໖ ຄິດຕະສະຕະວັດ ຊາວຈີນຊື່ມາຕວນຫຼິນ ໄດ້ຂຽນເລື່ອງຂອງຊາວຫຼີນຍີ່ ຫຼືຊາວຈາມ ວ່າ “ຊາວບ້ານສ້າງເຮືອນດ້ວຍດິນຈີ່ ແລະສາບດ້ວຍປູນ ຍິງແລະຊາຍມີຜ້າຝ້າຍຜືນດຽວຫໍ່ຫຸ້ມຮ່າງກາຍ ມັກເຈາະຫູ ແລະຫ້ອຍບ້າງນ້ອຍໆ ຊົນຊັ້ນສູງໃສ່ເກີບໜັງ ພວກໄພ່ເດີນຕີນເປົ່າ ພຣະຣາຊາຊົງພຣະ ມາລາຊົງສູງ, ຊົງຊ້າງ ແລະລ້ອໃດ້ວຍບໍລິພານຖືທຸງ ແລະກົດກັ້ງ”.
- ສະຕະວັດທີ ໑໓ ນັ້ນຊາວຈາມປາ ໄດ້ຖືກກອງທັບຂອງພຣະເຈົ້າໄຊຍະວໍຣະມັນທີ ໒ ກະສັດອານາຈັກ ຂອມ ແລະຕໍ່ມາໃນ ຄ.ສ ໑໓໑໓ ຂຸນຣາມຄຳແຫງ ໄດ້ປະກາດຕົນເປັນເອກຣາດຈາກຂອມ, (ໜ້າຈະເປັນ ການປະກາດຕົວເປັນເອກະລາດຈາກລ້ານຊ້າງຊຽງດົງດ້ວຍ) ປີ ຄ.ສ ໑໓໕໓ ພຣະເຈົ້າຟ້າງຸ່ມມະຫາຣາດ ທ້ອນໂຮມອານາຈັກລ້ານຊ້າງເປັນອັນໜຶ່ງອັນດຽວກັນ, ເຖິງວ່າການທ້ອນໂຮມອານາຈັກລ້ານຊ້າງຂອງ ພຣະເຈົ້າຟ້າງຸ່ມ ບໍ່ໄດ້ແຕະຕ້ອງອານາຈັກຈາມກໍຕາມ ແຕ່ໃນຂະນະນັ້ນເອງ ເມື່ອຂອມເປັນເປັນມະຫາ ອຳນາດອ່ອນແອ ທັງຍັງໄດ້ປະເຊີນໜ້າກັນກາຍເກີດຂຶ້ນຂອງຊົນຊາດສຍາມໃນອະຍຸທະຍາໄດ້ຂະ ຫຍາຍອຳນາດລົງໄປຝັ່ງທະເລຕະເວັນຕົກ ແລະຝັ່ງທະເລາຕາເວັນອອກ ພ້ອມທັງຍົກທັບມາຍຶດເອົາ ຫົວເມືອງຂອງຊົນຊາວໄທລາວໃນສຸໂຂໄທໃນປີສະຕະວັດທີ ໑໔ ເຮັດໃຫ້ອຳນາດຂອງສຸໂຂໄທຢຸດຂະ ຫຍາຍຕົວໃນສະໄໝ ຂອງພຣະຍາລິໄທ, ເມື່ອສຍາມມີອຳນາດຂຶ້ນ ຈຶ່ງຖືວ່າເປັນ ໄພຕໍ່ການຂະຫຍາຍ ອຳນາດຂອງຂອມ ແລະຈາມ ເຫດຜົນໜຶ່ງ ກໍເປັນຍຸກປ່ຽນແປງຈາກການເຊື່ອຖື ສາສານາພຣາມຮິນດູ ມາເປັນສາສນາພຸດ ຈຶ່ງເຮັດໃຫ້ຂອມອ່ອນແອອຳນາດລົງ, ທາງອານາຈັກຊຽງດົງ ຊຽງທອງ ຈຶ່ງສົ່ງພຣະ ເຈົ້າຟ້າງຸ່ມມະຫາຣາດ ລົງໄປສຳພັນທາງການທູດກັບອານາຈັກຂອມ ແລ້ວພຣະ ເຈົ້າຟ້າງຸ່ມມະຫາຣາດ ຈຶ່ງຂະຫຍາຍອຳນາດຕັດທາງຂະຫຍາຍຕົວຂອງສຍາມໄວ້ ໃນລ່ອງແມ່ນ້ຳຊີ, ມູນ, ຈົນຮອດສາຍພູເພັດ ສະບູນ ຮອດແມ່ນ້ຳກົກ, ວັງ, ຍົມ, ນ່ານ ເປັນການຕັນທາງບໍ່ໃຫ້ສຍາມຂະ ຫຍາຍອິດທິພົນສູ່ອານາ ຈັກຈາມ ແລະຂອມໄດ້.
- ເຖິງປານນັ້ນ ມາຮອດປີ ຄ.ສ ໑໔໗໑ ຣາຊະວົງເລ ຂອງດາຍຫວຽດໄດ້ຍົກທັບມາຕີ ໍຣາຊະທານີນະຄອນ ວິໄຊ(ບິນດິ່ນ)ຂອງຊາວຈາມຈົນແຕກ ຊາວຈາມເສັຍຊີວິດ ໖໐.໐໐໐ ຄົນ, ເປັນຊະເລີຍ ໓໐.໐໐໐ ຄົນ, ເຮັດໃຫ້ຈາມເສັຍຄວາມເປັນຊາດລົງໃນຂະນະນັ້ນ, ຈາມໄດ້ຕົກເມືອງຂຶ້ນຂອງຊາວດາຍຫວຽດ, ຈົນມາ ຮອດປີ ໑໙໐໐ ອານາຈັກຈາມ ຍັງປາກົດຕົວໃນແຜນທີ່ໂລກໃນນາມອານາຈັກອານາມ ເຊິ່ງຄູ່ກັບອານາ ຈັກດາຍຫວັດໃນສະຫະພັນອິນດູຈີນ ຈົນມາເຖິງປີ ໑໙໔໕ ອານາຈັກອານາກໍຜນວກເຂົາເປັນສ່ວໜຶ່ງ ຂອງວຽດນາມ ເມື່ອຝຣັ່ງປຣາໄຊໃນອິນດູຈີນແລ້ວ ອາະເມຣິກາແບ່ງອານາຈັກຂອງຫວຽດນາມອອກ ເປັນ ໒ ຄື ຫວຽດນາມເໜືອ ມີສູນກາງຢູ່ຫ່າໂນ້ຍ ແລະຫວຽດນາມໃຕ້ ມີສູນກາງຢູ່ໄຊງ່ອນ ແຕ່ສຳນັກ ພຣະຣາຊະວັງຂອງກະສັດວຽດນາມໃຕ້ຢູ່ນະຄອນເວຫ໌ ປີ ໑໙໙໗໕ ຫວຽດນາມປົດປ່ອຍຫວຽດນາມໃຕ້ ໄດ້ ຈຶ່ງລວມເປັນປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມເທົ້າປັດຈຸບັນ.

ທີ່ມາຂອງ ຊຽງທອງ ແລະສຸໂຂທັຍ

ຊຽງທອງ
- ຊຽງທອງ ເປັນຊື່ເມືອງໃນ ອານາຈັກລ້ານຊ້າງ ປາກົດຕົວຄັ້ງແຮກໃນສະໄໝພຣະຍາລັງທິຣາດ ເຊິ່ງກ່ອນໜ້ານັ້ນຮຽກວ່າຊຽງດົງ ກ່ອນຈະເປັນຊຽງດົງ ຊື່ວ່າເມືອງຊວາ ປັດຈຸບັນພັດທະນາມາເປັນເມືອງຫຼວງພຣະບາງ ໃນສະຕະວັດທີ ໑໖ ສະໄໝພຣະເຈົ້າໄຊຍະເສດຖາທິຣາດ ຄວາມໝາຍຂອງຄຳວ່າ "ຊຽງທອງ" ເປັນດັ່ງນີ້ ຄື
- ຊຽງ ມີຄວາມໝາຍວ່າ "ວຽງ-ເມືອງ-ນະຄອນ-ບູຣີ" ຄວາມໝາຍທາງເລີກ ອາດໝາຍເຖິງ "ດີ, ງາມ, ປະເສີດ" ກໍໄດ້.
- ທອງ(ທອງຄຳ) ມີຄວາມໝາຍວ່າ "ຄຳ, ຮຸ່ງເຮືອງ, ງາມ" ຄວາມໝາຍອາດໝາຍເຖິງ ຈະເລີນຮຸ່ງເຮືອງກໍໄດ້.
ເມື່ອລວມສອງຄຳເຂົ້າກັນ ກໍໝາຍເຖິງ "ເມືອງທີ່ມີຄວາມຈະເຣີນຮຸ່ງເຮືອງ" ນັ້ນເອງ, ຫາກຈະແປທາງກົງກັບຄຳສັບ ຈະແປວ່າ "ເມືອງຄຳ ຫຼືເມືອງແຫ່ງທອງຄຳ" ຖ້າເປັນດັ່ງນັ້ນ ຄຳວ່າ "ສຸວັນນະພູມ" ອາດກົງກັບຄຳວ່າຊຽງທອງ, "ສຸວັນນະ" ພາສາປາລີແປວ່າ "ຄຳ" ສ່ວນຄຳວ່າ "ພູມ" ພາສາປາລີຂຽນ "ພູມີ" ແປວ່າ ເຂດແດນ, ປະເທດ, ບ້ານ (ພາສາຂະເໝນ) ເມືອງ, ນະຄອນ, ບູຣີ, ວຽງ, ຊຽງ ສະນັ້ນ "ຊຽງທອງ" ຈຶ່ງຖືກແປວ່າ "ເມືອງທອງຄຳ  ຫຼືເມືອງຄຳ" ລ້ວນແຕ່ກົງກັບສຸວັນນະພູມ ແລະສຸວັນນະ ພູມເອງກໍແປວ່າ "ເມືອງແຫ່ງຄວາມຮຸ່ງເຮືອງ" ເໝືອນກັນ ດ້ວຍເຫດນັ້ນ ຄຳວ່າຊຽງທອງ ໝາຍເຖິງເມືອງແຫ່ງຄວາມຈະເລີນຮຸ່ງເຮືອງ.

ສຸໂຂທັຍ(ໄທ)
- ສຸໂຂທັຍ ເປັນຊື່ເມືອງຂອງຊາວໄທ(ໄຕ) ບໍ່ປາກົດຊື່ ອານາຈັກຈະແຈ້ງ ຊື່ເມືອງອາດເປັນຊື່ດຽວກັບຊື່ອານາຈັກກໍໄດ້, ປາ ກົດຕົວຄັ້ງແຮກໃນຂຸນບາງກາງທ່າວ ຫຼືຂຸນສີອິນທຣາທິດ ແລະຍັງຄົງຕົວມາຮອດປັດຈຸບັນ.
- ສຸໂຂທັຍ ໃນທັດສະນະຂອງຊາວໄທຍ໌ ມີຄວາມໝາຍເຖິງ ເມືອງແຮ່ງຮຸ່ງອາຣຸນ ຫຼືເມືອງແຫ່ງຄວາມຮຸ່ງເຮືອງ ເຊິ່ງມີຄວາໝາຍກ່ຽວຂ້ອງກັບ "ຊຽງທອງ" ແຕ່ຫາກແປ ຕາມສັບ ຄຳວ່າ "ສຸຂະ" ອາດໝາຍເຖິງ "ຄວາມສຸກ" ຜະສົມ ຫຼືສົນທິກັບ "ອຸທັຍ" ແປວ່າ "ຮຸ່ງເຮືອງ ຫຼືຮຸ່ງອະຣຸນ" ເຊິ່ງວິເຄາະຕາມສັບ ຄື "ສຸຂະ+ອຸທັຍ" ເອົາ ×ະ ກັບ ×ຸ ຜະສົມກັນກາຍເປັນ "×ູ ກໍໄດ້ ເປັນ ໂ× ກໍໄດ້"(ອະກັບອຸເປັນໂອ) ທີ່ນີ້ເລືອກເອົາ ໂ× ສະນັ້ນຈຶ່ງເປັນ "ສຸໂຂທັຍ" ບາງທ່ານ ອະທິບາຍວ່າ "ເມືອງທີ່ມີຄວາມສຸກຂອງຊາວໄທຍ໌(ທະຍະ) ເນື່ອງການຕີຄວາມໝາຍຂອງນັກປະຫວັດສາດໄທຍ໌ ທີ່ວ່າ "ທະຍະ" ໝາຍເຖິງ "ທັຍ" ແລ້ວແປງເປັນ "ໄທຍ໌" ຫາກເປັນເຊັ່ນນັ້ນແທ້ ເມືອງສຸໂຂທັຍ ກໍ ໝາຍເຖິງເມືອງໄທລາວ ທີ່ມີຄວາມສຸກຮຸ່ງເຮືອງຂຶ້ນ ແລະຫາກແປຕາມສັບທີ່ວ່າ “ສຸຂະ+ອຸທັຍ” ກໍຈະໄດ້ຄວາມໝາຍວ່າ ເມືອງແສງສະຫວ່າງຂອງຄວາມສຸກກຳລັງເກີດຂຶ້ນ(ແສງສະຫວ່າງແຫ່ງຄວາມສຸກ) ຫາກຖືວ່າ ທະຍະ ເປັນໄທຍ໌ "ໄທ" ຄຳນີ້ກ່ຽວຂ້ອງກັບ "ໄທລາວ" ໂດຍກົງ ແລະເມືອງສຸໂຂໄທ ກໍເປັນເມືອງ ໜຶ່ງຂອງໄທລາວໃນສະໄໝພະຍາລັງທິຣາດ ໃນ ສະໄໝດຽວກັບຂຸນຣາມຄຳແຫງນັ້ນ ພຣະຍາລັງທິຣາດເປັນຕຳແໜ່ງສູງກວ່າຂຸນ ອຳນາດຂອງສຸໂຂໄທ ຕ້ອງຂຶ້ນກັບ ພຣະຍາລັງທິຣາດໃນລ້ານຊ້າງ(ຊຽງດົງຊຽງທອງ) ຄັນເປັນດັ່ງນັ້ນແທ້ ຄຳທີ່ປາກົດໃນສີລາຈາຣືກຣາມຄຳແຫງຫຼັກທີ ໑ ທີ່ວ່າ "ເມືອງສຸໂຂທັຍ.....ຮອດເມືອງຊວາ" ກໍຂັດກັບຄວາມເປັນຈິງ ຫຼືຫາກເປັນຈິງຕາມສີລາຈາຣືກນັ້ນອ້າງເຖິງ ກໍສອດຄ່ອງກັບຄຳວ່າ "ເທົ້າຮອດຝັ່ງຂອງ" ກໍໝາຍວ່າເມືອງສຸໂຂທັຍ ມີອານາເຂດຮອດຊຽງທອງ ແຕ່ອຳນາດນັ້ນ ອາດ ຕຳ່ກວ່າຊຽງດົງ-ຊຽງທອງ ພຣະຍາລັງທິຣາດ ແລະພຣະຍາສຸວັນນະຄຳຜົງ ເມືອງສຸໂຂທັຍຕ້ອງຂຶ້ນກັບຊຽງດົງຊຽງທອງ.

ຮ່ອງຮອຍການຕັ້ງຖິ່ນຖານຂອງຊົນຊາດລາວບູຮານ

ໂດຍ: ພອຈ.ເນືອງພິລັກ ໂຊຕິທອນ

ຮ່ອງຮອຍການຕັ້ງຖິ່ນຖານຂອງຊົນຊາດລາວບູຮານ
໑. ການຕັ້ງຖິ່ນຖານ.
ຈາກຫຼັກຖານບູຮານຄະດີ ເປັນທີ່ເຊື່ອຖືໄດ້ວ່າຊຸມຊົນລາວບຸຮານ ຫຼືຊຸມຊົນບູຮານທີ່ປາກົດຕົວ ໃນດິນແດນລາວ ແລະດິນແດນສອງຝາກຝັ່ງແມ່ນຳ້ຂອງ (ຝັ່ງລາວ-ໄທຍ) ນັບເປັນເວລາແຕ່ ໔.໐໐໐ ເຖິງ ໑.໐໐໐ ປີ.
ການຂຸດພົບຊາກວັດທະນະທຳຫຼາຍແຫຼ່ງ ແລະແຫຼ່ງວັດທະນະທຳໃຫຍ່ໆ ຄື ແຫຼ່ງວັດທະນະ ທຳບ້ານຊຽງ ເຊິ່ງຢູ່ໃນລ່ອງແມ່ນຳ້ສົງຄາມ ຊີ້ໃຫ້ເຫັນວ່າຊຸມຊົນບູຮານທີ່ມີວິວັດທະນາການທາງເທັກ ໂນໂລຊີທີ່ເກົ່າແກ່ ທີ່ສຸດແຫ່ງໜຶ່ງຂອງໂລກ ແລະຂອງອາຊີ ເຊິ່ງວັດທະນະທຳບ້ານຊຽງນີ້ ມີອາຍຸ ໔.໐໐໐ ປີ, ສາມາດຫຼອມສຳຣິດມາ ເຮັດເປັນເຄື່ອງມືຕ່າງໆໄດ້ ວັດທະນະທຳບ້ານຊຽງນີ້ ໄດ້ກະຈ່າຍຕົວ ແລະສືບທອດໄປເຖິງວັດທະນະທຳ ນາດີ(ກິ່ງອຳເພີໜອງນາຄຳ) ບ້ານໂນນນົກທາ(ອຳເພີພູວຽງ) ບ້ານໂນນເມືອງ(ອຳເພີຊຸມແພ) ແລະໂນນໄຊ (ອຳເພີຂອນແກ່ນ ຈັງຫວັດຂອນແກ່ນ).

ວັດທະນຳທຳເຫຼົ່ານີ້ ໄດ້ປາມີສ່ວນພົວພັນກັນໂດຍກົງ ກັບແຫຼ່ງວັດທະນະທຳເຫຼົ່າປາໂກ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເຊິ່ງໄດ້ກະຈາຍຕົວຢູ່ບໍລິເວນລ່ອງງື່ມ, ສິ່ງທີ່ເຫັນໄດ້ຈະແຈ້ງ ນອກຈາກທອງສຳລິດແລ້ວ ສິ່ງທີ່ເໝືອນກັນກໍຄື ເຄື່ອງປັ້ນດິນເຜົາລາຍເຊືອກ ແລະສີຕ່າງ ແມ່ນມີວິວັດທະນາການໃນຍຸກດຽວກັນ.

ຊຸມຊົນອີກຊຸມຊົນນໜຶ່ງທີ່ມີການພົວພັນໂດຍກົງ ກັບວັດທະນະທຳເຫຼົ່າປາໂກ ແລະບ້ານຊຽງ ເຖິງວ່າຈະຢູ່ໃນພື້ນທີ່ທີ່ໄກ ອອກໄປກໍຕາມ ຄື ວັດທະນະທຳກຸ່ມແມ່ນຳ້ຊີ ແລະແມ່ນຳມູນໃນເຂດຈັງຫວັດບູຣີຣັມ, ມະຫາສາຣະຄາມ, ຮ້ອຍເອັດ, ສຸຣິນ ຈົນເຖິງອຸບົນຣາຊະທານີ ເຊິ່ງມີການພົວພັນກັບແຫຼ່ງວັດທະນະທຳຈຳປາສັກ ເຊິ່ງເຊື່ອກັນວ່າເປັນວັດທະນະທຳບູຮານ ຫຼາຍພັນປີ, ແຫຼ່ງວັດທະນະທຳ ເຫຼົ່ານີ້ປາກົດເຫັນເຄື່ອງປັ້ນດິນເຜົາ ທີ່ມີສີຂາວເນື້ອບາງ ແລະເຜົາດ້ວຍໄຟທີ່ມີຄວາມຮ້ອນສູງ ມີທັງລາຍແຕ້ມສີ, ລາຍເຊືອກທາບທັບ ແລະແບບຈຸບນຳ້ຕົມສີແດງ ທັງຍັງມີການຂີດເສັ້ນ ໔-໕ ເສັ້ນ ໃນຊັ້ນດິນຕໍ່າສຸດ ມັກຈະພົບພາຊະນະດິນ, ເຜົາແບບໜ້າ ເນື້ອບໍ່ລະອຽດບໍ່ມລາຍແຕ້ມສີ.

ສະໄໝນີ້ ຈະຮຽກວ່າວັດທະນະທະນະທຳ ສີໂຄຕະປຸຣະ ແລະເຊດຖະປູຣະຢູ່ໃນລະຫວ່າງພຸດ ທະສະຕະວັດທີ ໑໒ ກັບໄປ, ເຊິ່ງພົວພັນໂດຍກົງກັບວັດທະນະທຳເຫຼົ່າປາໂກເຊິ່ງເຮົາຈະຮຽກວ່າວັດທະນະທຳຈັນທະປຸຣະພຸດທະສະຕະວັດທີ ໓-໖, ວັດທະນະທຳບັນດາເຂດແຄວ້ນເຫຼົ່ານີ້ ໄດ້ຮັບວັດທະນະທຳຮີນດູໃນເຂດ ກ່ອນພຸດທະສະຕະວັດ ຈົນຮອດສະຕະວັດທີ ໓ ແລະມີການຜະສົມ ຜະສານກັບວັດທະນະທຳພຸດໃນພຸດທະສະຕະວັດທີ ໖ ຫາພຸດທະສະຕະວັດທີ ໑໒ ຜັນຂະຫຍາຍມາ ເລື້ອຍໆ ວັດທະນະທຳນີ້ຍັງສົ່ງຜົນໄປຍັງບໍຣິເວນດິນແດນທະວາຣະວະດີ ມີການພົວພັນກັນໂດຍກົງ ຈຶ່ງເກີດແຫຼ່ງຊຸມ ຊົນຂຶ້ນຕາມເສັ້ນທາງແຫ່ງວັດທະນະທຳ ດັ່ງກ່າວຢ່າງໜາແໜ້ນໃນແຂວງໄຊຍະພູມ, ຂອນແກ່ນ, ມະຫາສາຣະຄາມ, ກາລະສິນ, ຮ້ອຍເອັດ, ຍະໂສທອນ ແລະອຸບົນ, ເຊິ່ງພົບຊຸມຊົນຂະໜາດໃຫຍ່ ໃນບໍຣິເວນຝັ່ງຂອງກຳ້ຕາເວັນອອກ ໃນລ່ອງແມ່ນຳ້ເຊບັ້ງໄຟ, ສາຍພູຫີນປູນເຊິ່ງເປັນສິ່ງ ທີ່ລາວເຮົາພົບຫຼັກຖານໃໝ່ ທີ່ສະໜັບສະໜູນທິດສະດີນີ້ ເມື່ອປີ ຄ.ສ ໒໐໐໘, ເຄື່ອງເງິນເຄື່ອງຄຳບ້ານໜອງເຮືອທອງ, ສີມາຫີນສະໄໝສີໂຄດຕະບອງຕອນຕົ້ນ, ໜອງບູຮານ ແລະຄູເມືອງບູ ຮານໃນຝັ່ງ ແມ່ນຳ້ເຊບັງໄຟຝັ່ງໃຕ້, ອັນເປັນເມືອງບູຮານເພາະໃນວັດຖຸເຫຼົ່ານີ້ ເປັນຕົ້ນແມ່ນພາພານເງິນ ແລະໂອຄຳ ຈະເຫັນອັກສອນສະໄໝປັນລະວະ, ວັດຖຸບູຮານເຫຼົ່ານີ້ມີລາຍບູຮານ ເຊິ່ງບໍ່ແມ່ນລາຍຂອງຂອມ ແລະເປັນລາຍທີ່ມີສ່ວນ ຄ້າຍກັບລາຍລາວ ມີຄວາມລະອຽດ ແລະປາຍແຫຼມ, ນອກຈາກນັ້ນຍັງມີເພັດນິນຈີນດາ ປະດັບກະອູບ, ໃນປີດຽວກັນນັ້ນ ຍັງໄດ້ພົບເມືອງບູຮານທີ່ເມືອງເຊໂປນຮຽກວ່າທົ່ງນາເງືອກ ມີຄ້ອງບັ້ງລຸ້ນ ໑ ເປັນວັດທະທຳໄຕລາວບູຮານ ຮ່ວມສະໄໝສີໂຄຕະປຸຣະ.

ວັດທະນະທຳສີມາຫີນ, ພາຊະຫີນ, ພາຊະນາເຄືອງປັ້ນດິນເຜົາ, ວິຫານ, ສະຖູບ, ເຈດີ ເຫຼົ່ານີ້ ພົບຢູ່ຫຼາຍເມືອງສຳຄັນ ເທິງສອງຟາກຝັ່ງແມ່ນຳ້ຂອງ.

ຝັ່ງຂອງຕາເວັນຕົກ ມີຄື.
໑. ເມືອງກາຫຼົງ ທີ່ອຳເພີຄອນສະຫວັນຈັງຫວັດໄຊຍະພູມ.
໒. ເມືອງບູຮານທີ່ວັດພຣະທາດບ້ານເກິ້ງ ທີ່ອຳເພີພູຂຽວ ຈັງຫວັດໄຊຍະພູມ.
໓. ເມືອງກັນທະຣະວິໄຊ ອຳເພີກັນທະຣະວິໄຊ ມະຫາສະລະຄາມ.
໔. ເມືອງຊຽງຫຽນ ອຳເພີມະຫາສາຣະຄາມ
໕. ເມືອງຟ້າແດດສູງຍາງ ອຳເພີກົມມະລາໄສ ແຂວງຮ້ອຍເອັດ.
໖. ເມືອງຈັມປາຂັນ ອຳເພີສຸວັນນະພູມ ຈັງຫວັດຮ້ອຍເອັດ.
໗. ເມືອງນະຄອນຈຳປາສີ ອຳເພີນາດູນ ຈັງຫວັດມະຫາສາຣະຄາມ.
ນະຄອນຈຳປາສີ ເປັນນະຄອນຂະໜາດໃຫຍ່ ໃນສະໄໝສີໂຄຕະປຸຣະ ມີຄູນຳ້ອ້ອມຮອບ ແລະ ມີການຢູ່ອາໄສສືບ ຕໍ່ມາເຖິງສີໂຄຕະບູຣີ, ຊາຍຟອງບູຣີຈົນຮອດສະໄໝລົບບູຣີ, ຊຽງແສນ, ເມືອງດັ່ງ ກ່າວມີເຈດີສະໄໝສີໂຄຕະບູຣີ, ຊາຍຟອງບູຣີຈົນຮອດສະໄໝລົບບູຣີ, ຊຽງແສນຫຼວງຫຼາຍ(ສະໄໝນີ້ ທາງໄທຍ໌ວ່າສະໄໝທວາຣວະດີ) ກາງເມືອງມີເນີນສາສນາສະຖານ ກໍ່ດ້ວຍສີລາແດງ ຊາວບ້ານຮຽກ ວ່າສາລານາງຂາວ, ເປັນທີ່ພົບສີລາຂອມ ທີ່ກ່າວເຖິງພຣະນາມກະສັດ ພຣະບາດກັມຣະເຕັງອັນ ສີວໍຣະມັນເທວະ ເຊິ່ງອາດໝາຍເຖິງພຣະເຈົ້າໄຊຍະວໍຣະມັນທີ ໕ ຫຼືພຣະເຈົ້າໄຊຍະວໍຣະມັນທີ ໖ ກໍເປັນໄດ້, ເຊິ່ງພຣະນາມກະສັດທັງສອງນີ້ ແມ່ນເປັນກະສັດໃນຍຸກທີ່ຂອມເຮືອງ ອຳນາດມາເຖິງສີໂຄຕະບູຣີ, ຈັນທະບູຣີ, ແລະຊາຍຟອງບູຣີໃນລ່ອງນຳ້ເຊບັງໄຟ ແລະນຳ້ງື່ມ.
ສະໄໝສີໂຄດຕະບູຣີ, ລວມໄປຮອດສຸໂຂໄທ ລົບບູລີ ອາຍຸທະຍາ ໃນລ່ອງແມ່ນໍ້າເຈົ້າຍາ ແລະພາກອີສານຂອງໄທຍ, ຈັນທະບູຣີ ແລະຊາຍຟອງນັ້ນ ມີການຂະຫຍາຍວັດທະນະທຳຂອມມາ ຍັງລ່ອງແມ່ນຳ້ຊີ, ມູນ ສ່ວນໃຫ່ເຂົ້າມາທາງສາຍພູ ເຂົາພະນົມດົງຮັກ ນັບຕັ້ງແຕ່ພຸດທະສະຕະວັດທີ ໑໖ ຫຼືນັບແຕ່ສະໄໝພຣະເຈົ້າສຸຣິຍະວໍຣະມັນທີ ໑ ເປັນຕົ້ນມາ ທັງມີປາກົດບູຮານສະຖານ ທີ່ເປັນສາສະໜາສະຖານສີລາແລງ ຢູ່ເປັນໄລຍະຕັ້ງແຕ່ບໍຣິເວນນຳ້ລ່ອງນຳ້ມູນ ຜ່ານໄປທາງແຂວງໄຊະພູມ ຂອນແກ່ນ ມະຫາສະຣະຄາມ ຮ້ອຍເອັດ ເຊິ່ງວັດທະນະທັມຂອມສະໄໝນີ້ ມີສູນກາງຢູ່ ໔ ແຫ່ງຄື ເສດຖະປຸຣະ(ຈຳປາສັກ ເມືອງເກົ່າພະພີນ) ໄດ້ຂະຫຍາຍຕົວໃນລ່ອງແມ່ນຳ້ຊີມູນ ສ່ວນສູນກາງ ຂອງຂອມ ທີ່ຊາຍຟອງປຸຣະ(ເມືອງຫາດຊາຍຟອງ)ນີ້, ໄດ້ຂະຫຍາຍຕົວຢູ່ໃນລ່ອງແມ່ນຳ້ງີ່ມ ເຊບັງໄຟ, ນຳ້ເຊບັງຫຽງ, ນຳ້ເຊໂດນ ແລະນຳ້ເຊກອງ, ນຳ້ສົງຄາມ ແຖວມະຫາສາຣະຄາມ, ອຸດອນທານີ, ວຽງ ຈັນຮອດສາຍພູເພັດຊະບູນ ຂ້າມດົງພະຍາໄຟໄປຍັງດິນແດນຂອງທະວາຣະວະດີ ຂອງພວກມອນ, ສ່ວນສູນກາງຂອມທີ່ລົບບູຣີນັ້ນໄດ້ຂະຫຍາຍ ໄປທົ່ວພາກເໜືອຂອງໄທຍປັດຈຸບັນ ໄດ້ພົບຫຼັກຖານປະສາດຂອມສະໄໝນີ້ທັງທີ່ຢູ່ໃນລົບບູຣີ ຕະຫຼອດເມືອງເໜືອ, ສ່ວນສູນກາງຂອມທີຊຽງແສນ ແລະສຸວັນນະໂຄມຄຳນັ້ນ ແມ່ນຂະຫຍາຍຕົວຢູ່ໃນພາກເໜືອຂອງໄທຍ໌ ແລະລາວ, ສ່ວນວັດທະນະທັມຂອມໃນ ເມືອງຊວາ(ຫຼວງພຣະບາງ) ນັ້ນ ມີຫຼັກຖານຖານຢູ່, ຫຼັກຖານເມືອງຂອງຂອມໃນສູນກາງຊຽງແສນ, ສຸວັນນະໂຄມຄຳ ແລະເມືອງຊວານີ້ ມີຫຼັກຖານປາກົດຢູ່ແຕ່ຍັງບໍ່ມີຄວາມເດັ່ນຊັດ.

ການຂະຫຍານຕົວຂອງຂອມໃນຊາຍຟອງນີ້ ເຊື່ອວ່າສູນກາງສຳຄັນທີ່ຊາຍຟອງ ເມືອງຈາກໄດ້ ພົບຫຼັກຖານການສ້າງ ໂຮງໝໍທີ່ເມືອງຫາດຊາຍຟອງ ແລະມີຮູບຂອງກະສັດໄຊຍະວໍຣະມັນ ທີ່ນັ້ນ (ເບິ່ງຮູບທີ່ກົມມະລຽນພຣະທາດຫຼວງ) ເຈດີ ແລະສະຖູບທີ່ຊາຍຟອງສະໄໝນີ້ຍັງປາກົດຮາກຮາກຖານຢູ່, ແລ້ວຈຶ່ງຂະຫຍາຍຕົວໄປຍັງເມືອງວຽງຄຸກ, ເມືອງໜອງ ຫານ້ອຍ, ໜອງຫານຫຼວງຈົນເຖິງຮ້ອຍເອັດ, ໃນປີ 2010 ທາງລາວກໍພົບພະພຸດທະຮູບສີລາສະໄໝຊາຍຟອງ ທີ່ສະຖານທີ່ສ້າງບ້ານຈັດສັນ ແລະສະໜາກ໊ອບແທັງລອງຫຼາຍອົງ ເມືອງບູຮານເຫຼົ່ານີ້ພົວພັນກັນໂດຍກົງກັບເມືອງຈັນທະບູຣີ, ເມືອງເກົ່າບ້ານ ເກິນ, ເມືອງເກົ່າວຽງຄຳ(ປາກະຍຸງ) ເມືອງເກົ່າໃນເມືອງທ່າແຂກ ຄືເມືອງຕຸມພະວາງຟ້າຮ່ວນ(ໜອງເຮືອທອງ) ແລະເມືອງເວີນຊາ ໃນລ່ອງນຳ້ເຊບັງໄຟ, ອາດກ່ຽວພັນອຳນາດໄປຮອດເມືອງເກົ່າເຊໂປນ(ທົ່ງນາເງືອກດ້ວຍ).

- ທົ່ງນາເງືອກນັ້ນ ເປັນສະຖານທີ່ພົບຄ້ອງບັ້ງຣຸ້ນໜຶ່ງ(ຄ້ອງບັ້ງຣຸ່ນໜຶ່ງ ເປັນຄ້ອງບັ້ງທີ່ໃຊ້ໃນພິທີກັມຂອງສາສນາແຖນຟ້າ ທີ່ສາບສຸນເປັນສາສນາຂອງຊົນເຜົ່າລາວ ເຊິ່ງມີອາຍຸແຕ່ ໒໐໐໐ ປີກັບໄປ-ປັດຈຸບັນຢູ່ພິພິດທະພັນປະຕິວັດ ເປັນໜ່ວຍທີ ໗ ທີ່ພົບຢູ່ລາວ ເຊິ່ງສົມບູນ ແລະເປັນໜ່ວຍສົມບູນທີ່ສຸດ ໃນຈຳນວນ ໑໓ ໜ່ວຍທີ່ພົບໃນລາວ) ຄ້ອງບັ້ງນີ້ໄດ້ປະກົດຕົວ ທີ່ທົ່ງ ນາເງືອກ ອັນເປັນທີ່ດຽວກັບສະຖານທີ່ຂຸດຄຳ-ທອງ ເຊໂປນ, ເມື່ອເຮົາພົບຄ້ອງບັ້ງ ທີ່ຝັງລົງດີເລີດ ເຖິງ ໒ ແມັດກວ່າເຊັ່ນນີ້ ມັນບໍ່ແມ່ນເລື່ອງທັມມະດາເລີບ, ການພົບຄ້ອງບັ້ງ ເກົ່າເຊັ່ນນີ້ ມັນເປັນຫຼັກຖານສຳຄັນສຳລັບການຢັ້ງຢືນການຂະຫຍາຍ ຕົວຂອງຄົນເຊື້ອຊາດລາວ ແລະຄົນທີ່ນັບຖືສາສນາແຖນຟ້າ ຍິ່ງມັນຝັງຢູ່ເລີກເດີນກວ່າ ໒ ແມັດ ມັນບິ່ງບອກ ອາຍຸການ ຂອງຊຸມຊົນທີ່ເປັນເຈົ້າຂອງໆມັນດ້ວຍ, ອີກຢ່າງໜຶ່ງເຮົາຍ່ອມວິເຄາະໄດ້ອີກວ່າ ຄ້ອງບັ້ງນັ້ນມັນໄດ້ມາຢູ່ທີ່ນີ້ໄດ້ຈັ່ງໃດ ? ເຈົ້າຂອງຂອງມັນເປັນໃຜ ? ເຂົາມາເຮັດຫຍັງຢູ່ທີ່ນີ້ ? ຫຼືວ່າທີ່ນີ້ເຄີຍເປັນເມືອງຫຼວງຂອງຊຸມຊົນບູຮານມາກ່ອນ ຫຼືເປັນພຽງ ຊຸມຊົນ ເຈົ້າຂອງຄ້ອງບັ້ງ ທີ່ເຂົ້າມາສ້າງນິຄົມ ເພື່ອຂຸດຄົ້ນທອງ-ຄຳ, ຫາກເຮົາຄົ້ນຄວ້າໄປເລື້ອຍໆ ເຮົາຈະເຫັນວ່າ ທີ່ນີ້ ຫາກບໍ່ເປັນເມືອງຫຼວງຂອງຊົນຊາດລາວ-ຂອມ-ຈາມ ແລະອື່ນໆແລ້ວ ຊຸມຊົນນີ້ກໍແມ່ນ ຊຸມຊົນຂອງເຈົ້າຂອງບໍ່ຄຳ, ເມື່ອ ເປັນເຊັ່ນນັ້ນ ນອກຈາກເຮົາຈະພົບຄວາມຈະເລີນຂອງຊຸມຊົນລາວບູຮານແລ້ວ ເຮົາຍັງພົບຫຼັກຖານວ່າ "ລາວຫຼືຄົນບູຮານ ທີ່ນີ້ ເຂົາມີຄວາມຊຳນານດ້ານວິທະຍາສາດມາຮ່ວມ ໒໐໐໐ ປິແລ້ວ" ດັ່ງເຮົາຈະເຫັນຫຼັກຖານໃນຄ້ອງບັ້ງນັ້ນ ຄື.

໑. ວິທະຍາສາດ ການຂຸດຄົ້ນ ແລະຜລິດທອງ-ຄຳ.
໒. ວິຊ່າງຫຼໍ່ຫຼອມທອງ.
໓. ວິຊາສີລປະກຳ.

- ນອກຈາກນັ້ນ ຍັງເຫັນເຖິງ ອະຣະຍະທຳລາວ ທີ່ກ່ຽວພັນກັບການດຳຣົງຊີວິດ ການສັງຄົມວັດທະນະທຳ ແລະສາສະ ໜາດ້ວຍ, ຫາກທາງການໄດ້ມີການຄົ້ນຄວ້າຕໍ່ໄປວ່າ ເຂົາພົບຫຼັກຖານການຂຸດຄົ້ນທອງ-ຄຳ ໃນສະຖານທີດັ່ງກ່າວແລ້ວ ໃນອະນາຄົດນັ້ນ ເຮົາຈະພົບຫຼັກຖານຕໍ່ໄປກວ້າງຂວາງ ແລະຄວບຄຸມໄປຮອດພາກໃຕ້ຂອງໄທຍ໌ ພຸ້ນວ່າອິກທິພົບ ຄ້ອງບັ້ງ ນັ້ນ ໄດ້ມີສູນກາງຢູ່ທີ່ເມືອງສີໂຄດທວາຣາລະວະດີ-ສີວິໄຊ ເປັນພຽງເມືອງທ່າຂອງອະນາຈັກສິໂຄຕະບອງ ເຊິ່ງສູນກາງ ຂອງສຸວັນນະພູມນັ້ນບໍ່ອື່ນໄກ ຄື ສີໂຄດຕະບອງ ໜອງເຮືອທອງ ຫຼືທ່າແຂກເກົ່ານັ້ນເອງ.

17 September 2011

ໃຜສ້າງພຣະທາດຫຼວງ ມີຄວາມກ່ຽວພັນກັບທາດພະນົມບໍ ?

- ພຣະທາດຫຼວງ ສ້າງ ໒ ສອງຍຸກ
໑. ຍຸກທີ ໑ ຮຽກວ່າອຸມຸງຊິນະຄຸຍຫະທາຕຸຍາ, ສ້າງແຕ່ສະໄໝພຣະຍາຈັນທະບູຣີປະສິດທິສັກ ປີ ພ.ສ ໒໓໖
໒. ຍຸກທີ ໒ ສ້າງໃນສະໄໝ ພຣະເຈົ້າໄຊຍະເຊດຖາທິຣາດ ປີ ຄ.ສ ໑໕໖໗, ກວາມທາດເກົ່າເປັນລັກສະນະທີ່ເຮົາເຫັນ,

- ປັດຈຸບັນ ໃນພຣະທາດຫຼວງປັດຈຸບັນ ມີພຣະທາດສອງອົງ ຄື:
ກ. ອົງທີ ໑ ແມ່ນຢູ່ທິດຕາເວັນອອກ ຮຽກວ່າພຣະທາດສີທັມມະຫາຍໂສກ ອາດໝາຍເຖິງສ້າງໃນສະໄໝ ພຸດທະສາສະໜາແຜ່ເຂົ້າມາລາວສະໄໝພຣະເຈົ້າກະໂສກກະລາດ ໃນນັ້ນມີເສົາບູຮານຍັງ ໑ ຫຼັກ.

ຂ. ອົງໃຫຍ່ ທີ່ເຮົາເຫັນສ້າງໃນສະໄໝພຣະເຈົ້າໄຊຍະເຊດຖາທີຣາດ ພ້ອມດຽວກັບສ້າງພຣະທາດເຈົ້າຊຽງ ໃໝ່ນາບອນ (ພຣະທາດເຈົ້າຊຽງໃໝ່ໜອງບອນ) ທີ່ວັດໜອງບອນ, ການສ້າງຄັ້ງນີ້ ໃນສີລາຈາຣືກວ່າ ສ້າງໂດຍພຣະເຈົ້າໄຊຍະເຊດ ຖາທິຣາດ ປະກົດພຣະນາມວ່າ "ພຣະມະຫາທາດ" ແຕ່ໃນຕຳນານພຣະທາດຫຼວງວ່າ "ພຣະທາດໂລກາຈຸລະມານີ"

- ກ່ຽວພັນກັບພຣະທາດພນົມ ທັງສອງຄັ້ງ ຄື
1, ຄັ້ງທີ 1 ຫຼັງຈາກສ້າງພຣະທາດພຣະນົມແລ້ວ ໃນ ພ ສ 8 ກໍມາເຖິງຍຸກພຣະຍາຈັນທະບູຣີສະຖາປາ ນາໜອງຄັນແທ ເສື້ອນໍ້າ ໃຫ້ເປັນເມືອງຈັນທະບູຣີ.

2, ຄັ້ງທີ ສອງເມື່ອພຣະເຈົ້າໂພທິສາລະຣາດກັບຈາກສົ່ງເຈົ້າເຊດຖະວັງໂສຄອງລ້ານນາແລ້ວ ລົງໄປໄຫວ້ພຣະ ທາດເຊີງຊູມ, ພຣະທາດພຣະນົມ ແລະພຣະທາດຫຼວງກໍກັບນະຄອນຊຽງທອງ ເມື່ອພຣະເຈົ້າໄຊຍະເຊດຖາ ລົງມາສະຖາປານານະຄອນຈັນທະບູຣີໃຫ້ເປັນຣາຊະທານີຊົງພຣະນາມວ່າ ພຣະນະຄອນຈັນທະບູຣີສິສັຕນາຄນາ ຫຸຕອຸຕມະຣາຊະທານີແລ້ວ ກໍຊົງສ້າງອົງພຣະທາດຫຼວງ ພຣະທາດເຈົ້າຊຽງໃໝ່ນາບອນ ແລະລົງໄປບູລະນະພຣະ ທາດພຣະນົມ.

ເປັນຫຍັງຈຶ່ງວ່າອານາຈັກລ້ານຊ້າງ

- ວັນທີ ໑໖ ກັນຍາ ໒໐໑໑ ໄດ້ໄປບັນຍາຍໃຫ້ແກ່ຄະນາຈານແລະນິສິດນັກສຶກສາສາຍພຸດທະສາດ ຈາກມະຫາວິທະຍາໄລ ມະຫາຈຸລາລົງກອນຣາຊະວິທະຍາໄລ ວິທະຍາເຂດໜອງຄາຍ ໄດ້ມາສຶກສານອກສະຖານ ທີ່ທີ່ວິທະຍາໄລສົງ ຫົວຂໍ້ບັນຍາຍ "ເລື່ອງພຣະພຸດທະສາສະໜາໃນລາວ" ເມື່ອບັນຍາຍຈົບລົງແລ້ວກໍມີການຖາມຈາກ ຄະນາຈານ ແລະນັກສຶກສາ.

- ຖາມ : ເປັນຫຍັງຈຶ່ງວ່າລ້ານຊ້າງ ?
- ຕອບ : ເຫດທີ່ວ່າລ້ານຊ້າງ ໝາຍເຖິງອານາຈັກນີ້ນີ້ເຕັມໄປດ້ວຍຊ້າງ "ອາດມີຊ້າງເປັນຈຳນວນລ້ານໂຕພຸ້ນ ແລະມີຊ້າງເປັນຣາຊະພາຫານະສຳຄັນ ແລະເປັນສັດມຸງຄຸນຄູ່ບ້ານເມືອງລາວ.(ຕອບພຽງເທົ່ານັ້ນ)

- (ຕອບເພີ່ມເຕີມຂະຫຍາຍຄວາມ-ເພາະຕອບບໍ່ໝົດເພາະເວລານ້ອຍ ຈຶ່ງມາອະທິບາຍເພີ່ມໄວ້ທີ່ນີ້)
- ອະທິບາຍ : ເຫດທີ່ວ່າລ້ານຊ້າງ ຄື:
໑. ຄົນລາວບູຮານໃນອານາຈັກຊຽງຮຸ່ງ ຮຽກແມ່ນໍ້າຂອງວ່າ "ແມ່ນໍ້າລ້າຊ້າງ" ເມື່ອຄົນລາວມາຕັ້ງອາ ນາຈັກທີ່ຊຽງດົງຊຽງທອງ ຢູ່ແຄມແມ່ນໍ້າລ້ານຊ້າງ, ຈຶ່ງຮຽກອານາຈັກຂອງຕົນວ່າ "ອານາຈັກລ້ານຊ້າງ" ຕໍ່ມາ ແມ່ນໍ້າລ້ານຊ້າງກໍໄດ້ກາຍເປັນແມ່ນ້ໍາຫຼັກຂອງຄົນລາວ ປາກົດວ່ານັບແຕ່ຊຽງຮຸງລົງຮອດຈຳປາສັກ ລີ່ຜີ ລ້ວນແຕ່ ຄົນລາວເປັນເຈົ້າຂອງ ສົງໃສວ່າ ແມ່ນໍ້າລ້ານຊ້າງໄດ້ກາຍເປັນຂອງຄົນລາວລ້ານຊ້າງ ຈຶ່ງປ່ຽນມາເປັນແມ່ນໍ້າຂອງ ຄວາມໝາຍ ຄື "ແມ່ນໍ້າຂອງຊາວລ້ານຊ້າງ" ໃນຕຳນານຕ່າງໆ ຮຽກແມ່ນໍ້າສາຍນີ້ວ່າ"ຂະຣະນະທີ", ແມ່ນໍ້າລ້ານຊ້າງ ເປັນແມ່ນນໍ້າຂອງຄົນໄທລາວ, ໃນຫຼັກຖານໜຶ່ງ ຄົນອ້າຍລາວ ອັນເປັນກົກເຄົ້າຊາດໄທລາວ ແລະໄທຍສຍາມນັ້ນ ອາດກໍາເນີດໃນດິນແດນຕອນເໜືອສຸດຂອງແມ່ນໍ້າສາຍນີ້ ແລ້ວຈຶ່ງຍ້າຍລົງມາທາງໃຕ້ ເລື້ອຍໆ ແລ້ວຈຶ່ງເຄື່ອນຍ້າຍໄປສູ່ທີ່ຕ່າງບົນສອງຟາກຝັ່ງແມ່ນໍ້າຂອງເລີກເຂົ້າໄປໃນທີດທາງຕ່າງໆຈົນຮອດທະເລ ຕາເວັນຕົກຕາເວັນອອກ ເມື່ອສະພາບທາງການເມືອງປ່ຽນແປງໄປ ຊົນຊາດອ້າຍລາວ ໄດ້ແຍກອອກ ກັນໄປຮຽກຕົນເອງວ່າ ໄທຕ່າງໆຕາມລັກສະນະທາງພູມສາດ ແລະຖິ່ນອາໄສ, ສ່ວນຄົນໄທລາວ ທີ່ຢູ່ໝັ້ນຄົງຖາວອນໃນລ່ອງແມ່ນໍ້າຂອງ ກໍຍັງຄົງສະຖານະພາບທາງການເມືອງ ສັງຄົມ ວັດທະນະທຳ ຂອງສ້າງເປັນອານາຈັກ ແລະປະເທດ ກໍຮຽກຕົນເອງວ່າປະຊາຊົນລາວຊາວລ້ານຊ້າງສືບມາ.

໒. ອັນໜຶ່ງຊ້າງ ເປັນສັດປະຈຳຊາດລາວ ເພາະວ່າ "ໄດ້ເປັນຊື່ຕາມຊື່ອານາຈັກລ້ານຊ້າງນັ້ນແລ". 
 

ລ້ານຊ້າງແລະລ້ານນາ ມີຄວາມກ່ຽວພັນຢ່າງໃດ ?

- ຖາມ : ລ້ານຊ້າງແລະລ້ານນາ ມີຄວາມກ່ຽວພັນຢ່າງໃດ ?
- ຕອບ: ຄົນລາວບູຮານໄດ້ ບໍຮູ້ໄດ້ເຄັດລັບ ຫຼືຫຼັກການຕັ້ງເມືອງ ຫຼືນພຄອນມາຈາກໃສ ແຕ່ການຕັ້ງເມືອງ ຂອງຄົນລາວມັກຈະຕັ້ງເມືອງຄູ່ແຝດສະເໝີ.
໑. ຄົນລາວຕັ້ງນະຕອນລຸງ ຄູ່ກັບນະຄອນປາ.
໒. ຕັ້ງນະຄອນເພງາຍ ຄູ່ກັບນະຄອນງາຍລາວ (ອານາຈັກໜອງແສ)
໓. ຕັ້ງນະຄອນຊຽງຮຸ່ງ ຄູ່ກັບນະຄອນຊຽງຕຸງ
໔. ຕັ້ງນະຄອນລ້ານຊ້າງ ຄູ່ກັບນະຄອນລ້ານນາ.
- ສົງໄສໄດ້ອິດທີພົນ ການຕັ້ງນະຄອນມາຈາກສະໄໝກ່ອນພຸດທະການ ຄື ການຕັ້ງນະຄອນກະບິນລະພັດ ຄູ່ກັບນະຄອນເທວະທະຫະ.
- ການຕັ້ງນະຄອນແບບນີ້ ແມ່ນກ່ຽວພັນກັນທາງສາຍເລືອດ ວັດຖຸປະສົງຄົງຈະຄົງຄວາມເປັນເຊື້ອກະສັດຂອງຕົນ ໄວ້, ຄືເຊື້ອພະວົງຂອງທັງສອງເມືອງຈະຕ້ອງໄດ້ແຕ່ງງານກັນ ໃນລະດັບເຊື້ອແຖວນແນວພັນ ບໍ່ໃຫ້ສາຍເລືອດກະ ສັດ ຕ້ອງປ່ຽນແປງ.

10 September 2011

ลาวใหม่กับอนาคตของไทย

ลาวใหม่กับอนาคตของไทย

Mon, 2010-10-18 15:44
ดร.โสภณ พรโชคชัย
18 ตุลาคม 2553

ลาววันนี้มีสิ่งใหม่ที่น่าทึ่งเป็นอย่างยิ่ง ผมไปลาวหลายครั้ง แต่ผมก็เพิ่งได้เปิดหูเปิดตาดูอย่างจริงจัง จึงขออนุญาตแบ่งปันมาเพื่อเตือนสติผู้กุมอำนาจในไทย ทั้งนี้ผมได้ประมวลจากการไปบรรยายด้านอสังหาริมทรัพย์และการประเมินค่าทรัพย์สิน ที่กรุงเวียงจันทน์ เฉพาะในระหว่างวันที่ 14-17 ตุลาคม 2553


3G ลาวสุดล้ำหน้า

ลาวเขามีโทรศัพท์มือถือระบบ 3G มาเกือบ 4 ปีแล้ว ข่าวว่าในเดือนพฤศจิกายน 2553 เขาจะมีระบบ 4G แล้ว และระบบ 8G ในอีก 2 ปีข้างหน้า แต่ไทยยังไม่มี นัยว่าในภูมิภาคนี้มีอีกเพียง 2 ประเทศคือ บังคลาเทศ และเวียดนามที่ยังไม่มี 3G ใช้!

นี่แสดงว่าผู้กุมอำนาจในไทยไม่ได้ทำเพื่อชาติอย่างแท้จริง ตั้งแต่เบอร์ 1 ยันเบอร์รองๆ ลงมา แต่ละคนคงกระเสือกกระสนรักษาอำนาจและผลประโยชน์ส่วนตัว อ้างข้อกฎหมายแบบศรีธนญชัยไปวันๆ ประชาชนไทยจึงสูญเสีย ไม่ได้บริโภคสิ่งดีๆ เช่นชนชาติอื่น

มาเฟียมีน้อย

ตำรวจจราจรรับสินบนก็มี แต่ตำรวจกองปราบปรามลาวทำงานเชิงรุก มีหน่วยปฏิบัติการออกลาดตระเวนยามค่ำคืน หากพบผู้ทำผิดกฎหมายจะตักเตือนก่อน หากผิดซ้ำจะถูกจับกุม และได้รับการลงโทษตามกฎหมายขั้นสูงสุด จึงทำให้อันธพาล นักเลงหัวไม้มีน้อยมาก สันติราษฎร์จึงร่มเย็นเป็นสุข

การเปิดไนท์คลับในลาว เสียเฉพาะภาษีมูลค่าเพิ่ม 10% แตกต่างจากไทยที่ต้องจ่ายให้พวกมาเฟียมีสี บางแห่งจ่ายพอ ๆ กับค่าเช่าสถานที่ เช่น 30,000 บาทต่อเดือน การที่ต้องจ่ายหนักขนาดนี้ ธุรกิจบางแห่งเลยปิดกิจการไป

ล็อตเตอรี่ลาวก็ออกสัปดาห์ละ 2 หน ใครใคร่ซื้อ ซื้อ เขาเชื่อมั่นว่าประชาชนมีวิจารณญาณ ไม่งมงายจนเสียผู้เสียคน แต่ลาวไม่มีหวยใต้ดิน ใครบังอาจทำคงไม่รอดเงื้อมือกฎหมาย แต่ในไทย หวยใต้ดิน บ่อนเถื่อน และยาบ้ากลับเฟื่องฟู นัยว่าเป็นเพราะผู้กุมอำนาจไทยเกี่ยวข้อง หรือทำหูไปนาตาไปไร่นั่นเอง

กฎหมายแรง-ศักดิ์สิทธิ์

กฎหมายลาวเข้มงวดนัก การ ‘วิสามัญฆาตกรรม’ โดยผู้พิทักษ์สันติราษฎร์ เกิดขึ้นได้ แต่ไม่เป็นข่าวแบบไทย ศาลประชาชนก็เป็นศาลชั้นเดียว อย่างกรณีการแอบถ่ายคลิปที่เกิดขึ้นในไทย หากเป็นในลาว คงต้องโทษติดคุก (แทบ) ตลอดชีวิต

ชีวิตคนคุกลาวคงไม่ยืนยาวนัก เพราะเสมือนตายทั้งเป็น สมัยก่อนยังมี ‘คุกมืด’ และ ‘คุกใต้ดิน’ แต่ที่แน่นอนก็คือไม่มีการปล่อยให้ ‘ขาใหญ่’ เปิดสำนักงานในคุกเพื่อค้ายาเสพติดกันอย่างเป็นล่ำเป็นสัน คนคุกที่ไม่กลับเนื้อกลับใจจริง คงไม่ได้ออกมาเป็นภัยสังคมเป็นแน่

กฎหมายไม่เข้าข้างนายทุน

ไม่มีโอกาสที่ใครจะครองที่ดินจำนวนมหาศาลโดยไม่มีขีดจำกัด เพราะหลังการปลดปล่อย ระบบการผูกขาดที่ดินโดยพวกศักดินาหรือนายทุนใหญ่หมดลง แม้ในระยะหลังอาจมีนายทุนได้รับสัมปทานที่ดินแปลงใหญ่ แต่หากไม่ได้ใช้ประโยชน์ตามเงื่อนไขและเวลาที่กำหนด รัฐก็สามารถยึดคืนมาได้

ลาวมีระบบภาษีที่ดินโดยเสียเป็นรายปี ส่วนการโอนมรดกอสังหาริมทรัพย์ก็เสียภาษีราว 13% แต่ในกรณีการซื้อขาย อาจต้องเสียภาษีถึงหนึ่งในสามของมูลค่า เพราะเขาไม่ส่งเสริมให้มีการเปลี่ยนมือที่ดิน และมีโอกาสน้อยในการติดสินบนเพื่อให้จ่ายภาษีน้อยเพราะมีระบบตรวจสอบข้าราชการที่ค่อนข้างรัดกุม

สื่อมวลชนไม่อ้อล้อ

หนังสือพิมพ์ลาวไม่ประโคมข่าวฉาวโฉ่ที่ไม่เป็นเรื่อง ไม่มีนักอ่านข่าว นักจัดรายการวิทยุ-โทรทัศน์ประเภท ‘จ้อ’ ใส่สีใส่ไข่อย่างเมามัน ดารานักแสดงก็ทำตัวเรียบร้อยดีเพราะกฎหมายที่ลาวนั้นเข้มแข็ง หาไม่ก็หมดทางทำมาหากินอีกต่อไป

การที่สื่อมวลชนมีมาตรฐานและจรรยาบรรณในวิชาชีพสูง โดยไม่หากิน ‘ขายข่าว’ ในเรื่องไม่เป็นเรื่อง ก็เท่ากับไม่ได้สร้างความเครียดกับสังคม ประชาชนก็ต่างมุ่งการทำมาหากิน มากกว่าไปสนใจเรื่องไร้สาระของชาวบ้าน

เอ็นจีโอไม่กล้าหือ

สมัยสร้างเขื่อนน้ำงึม 2 กลุ่มเอ็นจีโอกล่าวหาว่าลาวทำลายสิ่งแวดล้อม รัฐบาลลาวมั่นใจว่าตนทำเพื่อประโยชน์สุขของประชาชน ลาวยังตั้งคำถามกลับกับพวกนี้ว่าถ้าไม่ให้ลาวสร้างเขื่อน ประชาคมโลกจะช่วยเหลืออะไรลาวได้บ้างหรือไม่ ลาวไม่ใส่ใจต่อนโยบายสิ่งแวดล้อม ‘จอมปลอม’ ที่พยายามให้ลาวดักดาน

โอกาสที่กลุ่ม ‘กรีนพีซ’ จะไปเดินขบวนต่อต้านในลาว คงเกิดขึ้นได้ยาก เชื่อว่าเอ็นจีโอที่เคยรับเงินไปเที่ยวเดินขบวนในยุโรปและอเมริกา ก็คงไม่กล้าจะไป ‘แหยม’ ที่ลาวเป็นแน่ แต่รัฐบาลลาวก็ยินดีต้อนรับเอ็นจีโอเชิงสร้างสรรค์ และคอยติดตามและอำนวยความสะดวกอย่างใกล้ชิด ไม่ปล่อยให้ซ่องสุมทำลายชาติ

ลาวเป็นเผด็จการ?

บางคนบอกว่าลาวเป็นเผด็จการ แต่ลาวมีชื่ออย่างเป็นทางการว่า ‘สาธารณรัฐประชาธิปไตยประชาชนลาว’ ตามลัทธิคอมมิวนิสต์ เขาเป็นเผด็จการโดยชนชั้นกรรมาชีพซึ่งหมายถึงคนส่วนใหญ่ของประเทศ ลาวว่าตนมีประชาธิปไตย ไม่ใช่อนาธิปไตยแบบ ‘ทำได้ตามใจคือไทยแท้’ จะมาด่า มาเดินขบวนไล่รัฐบาลไม่ได้ ทหารเขาก็อยู่ใต้การเมือง ควบคุมโดยรัฐบาล ไม่มีรัฐประหาร

สมาชิกรัฐสภาลาวก็ไม่จำเป็นต้องสังกัดพรรคประชาชนปฏิวัติลาว ห้ามการซื้อเสียง ประชาชนได้รับการปลูกฝังให้มีศักดิ์ศรี ในทางตรงกันข้าม ลาวกลับมองว่าสหรัฐอเมริกาต่างหากที่ไม่เป็นประชาธิปไตยแท้ เพราะยังมีการผูกขาด การแบ่งแยกสีผิว ไทยยิ่งอาจไม่ใช่ประชาธิปไตยเพราะมีอภิสิทธิ์ชนเต็มบ้านเต็มเมือง

ไทยสุดเยียวยา?

หวนกลับมาดูไทยที่มักอ้างตัวบทกฎหมาย เรียกร้องให้คนทำดีอย่างไม่ลืมหูลืมตา และโฆษณาว่าเป็นแผ่นดินธรรม แต่กลับโกงกินกันทุกหย่อมหญ้า ข้าราชการดีๆ ก็มี แต่มักเป็นระดับล่างหรืออยู่ในตำแหน่งและหน่วยงานที่หาผลประโยชน์ได้ยาก ถ้าคิดแบบตลกร้ายโดยข้าราชการดีๆ ลาออกเสียหมด คนโกงจะได้ไม่อาจอ้างได้ว่าในระบบราชการก็ยังมีคนดี ระบบราชการจะได้กลายเป็นชุมโจรโดยสมบูรณ์

ขณะนี้คนไทยถูกปั่นหัวให้แตกแยกกันหนัก ส่วนหนึ่งคงเพราะขาดความเป็นธรรม ไทยจึงมีปัญหาชายแดนใต้ ยิ่งมีเรื่องสีเสื้อ ยิ่งเหมือนไทยขาดที่พึ่ง คล้ายกับว่าผู้กุมอำนาจในไทยขาดความเป็นกลาง-ความเป็นธรรม อนาคตของชาติจึงดูมืดมน ว่ากันว่าประเทศไทยวันนี้เน่าในหนักกว่าลาวก่อนการปลดปล่อย

ทุกท่านคงทราบดีว่าเมื่อสองร้อยกว่าปีก่อน ไทยไปอัญเชิญพระแก้วมรกตมาจากลาว ผมห่วงเหลือเกินว่า หากเมืองไทยเกิดกลียุคในวันหน้า เราจะยังรักษาพระแก้วมรกตไว้ในแผ่นดินไทยได้ไหม
http://prachatai.com/journal/2010/10/31529
ໄດ້ຈາກເວບເທິງນັ້ນ (ເປັນບົດຂຽນຂອງໄທ ບໍ່ຕ້ອງປະຣິວັດເປັນອັກສອນລາວ ເພາະມັນຈະເສັຍເນື້ອໃນ)

08 September 2011

ທອງຄຳ

ໂດຍ: ພອຈ.ເນືອງພິລັກ ໂຊຕິທອນ

- ເວົ້າເລື່ອງທອງ ທີ່ເປັນທຳມະຊາດມີ 3 ປະເພດ ຄື:
1. ທອງແດງ
2. ທອງເຫຼືອງ
3. ທອງຄໍາ
- ແລະທອງປະດີດອີກ 2 ປະເພດ ຄື:
1. ທອງສໍາຣິດ : ເອົາທອງເຫຼືອງ-ແດງ-ທອງຄໍາ-ເງິນ ອາດມີກົ່ວ ຊືນ ໂລຫະທາດອື່ນໆແນວລະເລັກລະນ້ອຍ ແຕ່ມີທອງ ແດງ ແລະເຫຼືອງຫຼາຍກວ່າ ກໍກາຍເປັນທອງສໍາຣິດ
2. ທອງນາກ (ທອງນາກນັ້ນ ມີທອງຄໍາເປັນຫຼັກ ມີອາດອື່ນເປັນຮອງ).
- ທອງຄໍາເປັນທອງທີ່ມີມູນຄ່າກວ່າທອງທັງໝົດ ເພາະເປັນທອງຄໍາບໍຣິສຸດ ທອງທີ່ບໍຣິສຸດທີ່ມີຂາຍທົ່ວໄປ ມີ 99.99 %
- ທອງຄໍາ 99.99 % ຄົນລາວບູຮານ ຮຽກວ່າຄໍາໃບ ຫຼືຄໍາລາວ.
- ຄົນໄທລາວບູຮານ ຮຽກວ່າທອງຄໍາ ເມື່ອຕໍ່ມາເກີດປະເທດຂຶ້ນ ຄົນທີ່ເວົ້າພາສາຕະກູນລາວ ມີ 2 ປະເທດ ຄື
1. ລາວ
2. ໄທຍ໌
- ເມື່ອມີປະເທດໃຜມັນແລ້ວ ແຕ່ພາສາເໝືອນກັນ ໄທຍ໌ກໍພັດທະນາພາສາຂອງຕົນ ໂດຍປະສົມປະສານກັບພາສາ ຂະເໝນ-ລາວ-ມາລາຢູ-ຈີນ-ປາລີ-ສັນສະກິດ ແຕ່ໃຊ້ສໍານຽງໜຶ່ງຕ່າງຫາກ (ໃນປະເທດໃນ ທີການຄວບຄຸມ ແລະ ກໍານົດການເວົ້າ ແລະຂຽນ)
- ລາວກໍມີການພັດທະນາພາສາມາຈາກພາສາລາວເດີມ ປ່ອຍໃຫ້ເປັນໄປໂດຍທຳມະຊາດ ປະສົມກັບພາສາພາສາຂະ ເໝນ-ລາວ-ມາລາຢູ-ຈີນ-ປາລີ-ສັນສະກິດ ບໍ່ຄວບຄຸມດ້ານພາສາ ແລະສຽງ ປ່ອຍໄປຕາມທ້ອງຖິ່ນ ຈຶ່ງໄດ້ພາສາລາວ ທີ່ມີໃຊ້ກັນທົ່ວປະເທດຫຼາຍສໍານຽງ, ພາສາລາວຫຼາຍສໍານຽງ ເປັນທ່າອ່ຽງທີ່ດີ ເຮັດໃຫ້ພາສາລາວ ມີຄວາມຫຼາກຫຼາຍ ທັງພາສາເວົ້າ.

- ທອງຄໍາ ນີ້
- ຄົນລາວ ຮຽກວ່າ ຄໍາ
- ໄທຍ໌ ຮຽກວ່າ ທອງ
- ແຕ່ເມື່ອເວົ້າທາງການແມ່ນ “ທອງຄໍາ” ທັງໄທຍ໌ແລະລາວ ແຕ່ປັດຈຸບັນເມື່ອປະມານ 1 ປີຜ່ານມາທາງລາວ ໂດຍສະເພາະໂທລະພາບ(ຖືເອົາແຕ່ພຽງບາງຄົນ) ໄດ້ປະຕິເສດວ່າ ທອງຄໍາ ບໍ່ແມ່ນພາສາລາວ(ລາຍການອະລຸນວັນໃໝ່) ສົງໄສເຂົາຮັບຮູ້ໄດ້ຈາກໜັງສືພິມບາງໜັງສືພິມ.

- ເວົ້າເລື່ອງທອງຄໍາ ຄິດເຫັນໃນສະໄໝພຣະເຈົ້າສຸຣິຍະວົງສາທັມມິກະຣາຊນັ້ນ ມີຄໍານຶ່ງທີ່ພຣະອົງຕັດກັບຣາຊະທູດ ໂຮນລັງ ວ່າ
- ພວກເຮົາມີຄໍາຫຼາຍ ພຽງແຕ່ເອົາໃນໜ້າດິນ ເຮົາກໍໄດ້ຄໍາສົດມາຂາຍແລ້ວ
- ປັດຈຸບັນ ນອກຈາກບໍ່ຄໍາເຊໂປນ ບໍ່ຄໍາພູເບັ້ຍ, (ເປັນຄຳໃນຫີນ ຂຸດໄປ 100 ປີ ກະບໍ່ໝົດ ແຕ່ມາເບິ່ງເຂົາເຮັດເຂົາຂຸດ ຕະຫຼອດວັນ ສົງໄສຈະໝົດກ່ອນ 100 ປີ ແຮ່ໆໆໆ)
- ຍັງມີບໍ່ຄໍາສົດໆອີກ ຄືບໍ່ຄໍາຄໍາເກີດ ເປັນຄໍາ 75-89 % ເຂົາຂຸດເອົາໃນດິນ ແລະແຄມນໍ້າມາຮ່ອນເລີຍ ກໍໄດ້ຄໍາ 3 ປະເພດ ຄື
1- ຄໍາ 89 > % ເອົາມາຮອດຕະຫຼາດວຽງຈັນແລ້ວ ເຂົາອາດຂາຍໄດ້ປະມານ 19.000 > ບາທ.
2. ຄໍາ 75 %
3. ຄໍາປົນ (ຄຳປົນ ເປັນຄໍາທີ່ມີແຮ່ທາດອື່ນປົນຫຼາຍຢູ່) ການຂຸດຄຳປະເພດນີ້ບໍ່ໄດ້ໃຊ້ເຄມີ ມີແຕ່ເອົານໍ້າລ້າງເອົາເລີຍ.
- ທີ່ແຂວງຊຽງຂວາງ ແລະແຂວງວຽງຈັນ ກໍມີການຂຸດ(ສັງເກດໂຮງງານແຮ່ເຫຼັກທີ່ແຂວງວຽງຈັນດ້ວຍ-ທີ່ໃດມີເຫຼັກ ທີ່ນັ້ນມີເງິນ ແລະຄໍາ)
- ນອກຈາກນັ້ນ ມີການຂຸດຄໍາເກືອບທຸກໆເມືອງ ແລະແຂວງທົ່ວປະເທດລາວ (ເຂົາຮຽກວ່າຄໍາຕົກຂ້ອນ ມີການສໍາປະທານ ຖືກຕ້ອງກໍຂຸດໄດ້ແລ້ວ, ຄໍານີ້ຂຸດມາແລ້ວຂາຍໄດ້ເລີຍ ໃນຣາຄາ 19.000 > ບາທ (ເກືອບເທົ່າຄໍາສົດໆໆໆໆ).
- ເມືອງລາວ ເປັນສູນກາງຂອງສຸວັນນະພູມໂດຍແທ້ (ສູນກາງຢູ່ທ່າແຂກ-ວຽງຈັນ) ທົ່ວປະເທດລາວມີຄໍາທຸກໆແຂວງ ຕ່າງແຕ່ຫຼາຍຫຼືນ້ອຍ ແມ່ນແຕ່ໃນຊານເມືອງວຽງຈັນ(ດ້ານຕາເວັນອອກ ແຖວໆບໍລິເວນ ຖນົນ 450 ເຂົ້າໄປ ເຂົ້າ ຮຽກວ່າເຂດອຸສະຫະກຳ ກໍອາດຈະມີ, ແຕ່ທີ່ອ້າງອີງວ່າລາວ ເປັນສູນກາງສຸວັນນະພູມ ເພາະວ່າທີ່ສະຫວັນມີບໍ່ຄໍາ 2000 ກວ່າປີແລ້ວ ທີ່ທົ່ງນາເງືອກ ເຊໂປນ ທາງການລາວເຮົາພົບບໍ່ຄໍາບູຮານ ແລະພົບຄ້ອງບັ້ງຣຸ່ນ 1 ໃນຊຸມຊົນບູຮານ, ຫຼັກຖານຄ້ອງບັ້ງ ສອດຄ່ອງກັບຫຼັກຖານບໍ່ຄໍາ ທີ່ບ້ານທົ່ງນາເງືອກວ່າ ມີການຂຸດທອງ ແລະຄໍາມາແລ້ວໃນສະໄໝ ແຕ່ 2000 > ປີກັບໄປ, ນອກຈາກນັ້ນ ເຮົາຍັງພົບຊື່ບ້ານ ຊື່ເມືອງໃນເມືອງລາວ ລ້ວນແລ້ວແຕ່ຊື່ເປັນທອງເງິນຄໍາ ເຊັ່ນ

- ຊື່ເມືອງໃນລາວ
1. ເມືອງວັງອ່າງຄໍາ (ເຊໂປນ)
2. ເມືອງຄໍາເກີດ (ຫຼັກ 20)
3. ເມືອງສຸວັນນະເຂດ(ສະຫວັນນະເຂດ) ຫຼືເຂດເມືອງຄໍາ (ສຸວັນນະ=ຄຳ)
4. ເມືອງບໍຣິຄໍາໄຊ (ບໍຣິຄັນ).
5. ເມືອງວຽງຄໍາ (ວຽງຈັນ)
6. ເມືອງຄໍາ (ຊຽງຂວາງ)
7. ເມືອງຊຽງທອງ (ຊຽງຄໍາ) ຫຼວງພຣະບາງປັດຈຸບັນ.
8. ເມືອງສຸວັນນະໂຄມຄໍາ (ບໍ່ແກ້ວ)
9. ຖໍ້າລາ-ນາຄຳ (ເມືອງວຽງທອງ-ຊໍາເໜືອ)
10. ບ້ານໜອງເຮືອທອງ (ເມືອງຮ້າງໜອງເຮືອທອງ-ຄໍາ, ທີ່ແມ່ນໍ້າເຊບັ້ງໄຟ ເມືອງເມືອງບູຮານສະໄໝສີໂຄດຈັນທະບູຣີ)
- ສ່ວນຊື່ພູ ແລະສະຖານທີ່ບູຮານກໍມີຊື່ກ່ຽວກັບທອງຄໍາ ເຊັ່ນ ພູເບັ້ຍ, ພູຄໍາ ເມືອງໄຊສົມບູນ.
- ໃນປັດຈຸບັນບໍ່ຄວນທີ່ຈະຂຸດຄໍາຊະຊາຍ ຄວນຈະອະນຸຍາດສະເພາະ ເຊັ່ນເຊໂປນ ແລະພູເບັ້ຍ, ຄໍາເກີດ, ແຂວງວຽງຈັນ ອະນຸຍາດໄປແລ້ວກໍໃຫ້ເຂົາເຮັດໄປ ສ່ວນທີ່ຍັງບໍ່ອະນຸຍາດກໍຄວນທີ່ຈະຢຸດຊະລໍໆໆໆໄວ້ກ່ອນ ໂດຍສະເພາະຄໍາ ຕົກຂ້ອນນີ້ບໍ່ຄວນອະນຸຍາດ, ຄວນຈະປົກປັກຮັກສາ ໄວ້ເປັນບາງສ່ວນນານໆ, ຢາກເນັ້ນ ໃຫ້ຂຸດເລື່ອງເຫຼັກ ແລະທອງຫຼາຍ ກວ່າ ໂດຍສະເພາະບໍ່ເຫຼັກນີ້ ຈະໄດ້ປະໂຫຍດໃຫ້ແກ່ລັດຫຼາຍທີ່ສຸດ ຄິດຫຼິ້ນໆເດີ ຄັນເອົາໄປໃຊໄດ້ກະດີ.

04 September 2011

ອັກສອນລາວຂຽນໃສ່ໃບລານ



















- ຕຳນານດອຍເຕົ້າ ເປັນວັນນະກັມລາວ ທາງພາກເໜືອ ທີ່ຖືກຈານດ້ວຍອັກສອນລາວແທ້ແທ້ໆ ຕຳນານດອຍເຕົ້າ ເປັນສົມບັດຂອງພຣະຣາຊະວັງຫຼວງພຣະບາງ.
- ໃນທີ່ນີ້ ຢາກໃຫ້ເຫັນວ່າອັກສອນລາວໃນສະບັບການຈານໃນໃບລານນັ້ນ ມີຮູບແບບການຈານທີ່ຄົບສົມບູນ ຢາກໃຫ້ເບິ່ງທີ່ທີ່ການຂຽນ ແລະການວາງຮູບອັກສອນ ທັງຮູບອັກສອນດ້ວຍ.

ມໍຣະດົກອີສານ ພາສາລາວນຸ່ງເຄື່ອງຊົງໄທຍ໌

ພາສາລາວ ໝາຍເຖິງຄວາມເວົ້າຂອງຄົນລາວທີ່ເວົ້າກັນເປັນພາສາຂອງຊົນຊາດລາວທັງມວນ, ພາສາລາວເປັນພາສາ ສື່ສານລະຫວ່າງພາສາລາວດ້ວຍກັນເອງ ພາສາລາວຈະຄົງຕົວຢູ່ໄດ້ຢ່າງໝັ້ນຄົງບໍ່ແປຜັນແມ່ນຕ້ອງໄດ້ຖືກບັນທຶກໄວ້ ດ້ວຍສື່ ສື່ທີ່ບັກທຶກພາລາວໄດ້ດີ ແລະຄົບຖ້ວນຕາມຮູບຕາມສຽງລາວແທ້ຕ້ອງແມ່ນອັກສອນສອນລາວ.

ພາສາລາວ ນອກຈາກຂຽນດ້ວຍອັກສອນລາວແລ້ວ ອັກສອນໄທຍກໍສາມາດບັນທຶກໄດ້ແຕ່ກໍບໍ່ເໝືອນອັກສອນລາວ ບັນທຶກພາສາລາວໝົດທຸກຄຳໄດ້ເຊັ່ນ ບໍ່ໄດ້, ຊ່າງ,

30 August 2011

"ພົງສາວະດານ"

- ໃນບັນດາປະເທດອາຊີນີ້ ມີໜັງສືປະຫວັດສາດຂອງຕົນ ຄື ເລີ່ມຕົ້ນຈາກ ນິທານ, ຕຳນານ, ແລ້ວຈຶ່ງກ້າວເຂົ້າຂອງ "ພົງສາວະດານ" ເມື່ອຜ່ານຍຸກ ຂອງສາວະດານແລ້ວ ຈຶ່ງກ້າວເຂົ້າຍຸກຂອງປະຫວັດສາດ.

- ປະຫວັດສາດ ໄດ້ກຳເນີດເກີດຂຶ້ນແທ້ໆ(ໃນຢູໂຣບ ເຊິງຂຽນວ່າ History ນັ້ນກໍໃນຕົ້ນສະຕະວັດທີ ໒໐ ນີ້, ແຕ່ຄຳວ່າ "ພົງສາວະດານ" ນັ້ນໄດ້ກຳເນີດເກີດຂຶ້ນ ກ່ອນຍຸກປະຫວັດ ສາດຂອງຊາດຕ່າງໆ ໃນອາຊີ ໂດຍສະເພາະປະເທດລາວເຮົານີ້ ຍຸກຕຳນານ ໄດ້ເສື່ອມຕໍ່ເຂົ້າສູ່ຍຸກຂອງພົງສາວະດານ ກໍຢູ່ໃນປະມານ ຄ.ສ ໑໒໐໐ ເປັນຕົ້ນມາ, ສ່ວນຍຸກຂອງພົງສາວະດານເຊື່ອມຕໍ່ໃສ່ຍຸກຂອງປະຫວັດສາດແມ່ນຢູ່ໃນປະມານປີ ໑໙໐໐ ເປັນຕົ້ນມາ.

ຄຳວ່າ "ພົງສາວະດານແມ່ນຫຍັງ ?".

ພາສາວະດານ ແຝງມາຈາກ ພົງສາວະຕານ
- ພົງສາ = ມາຈາກ ວົງສາຄະນາຍາດ ຫຼືສະກຸນວົງ, ອັນໝາຍເຖິງຍາດພີ່ນ້ອງທີ່ສືບສະກຸນກັນຈາກຄົນຮູ່ນໜຶ່ງສູ່ຄົນຮູ່ນໜຶ່ງ ອັນມີຍາດຂ້າງແມ່ ແລະ ຂ້າງພໍ່,

- ອາວະຕານ : (ແປງ ຕ ເປັນ ດ) ກໍຄືການແບ່ງພາກມາເກີດ, ການມາຮັບໃຊ້ຊາດ ການຈຸຕິຈາກສະຫວັນ ມາສູ່ໂລກມະນຸດ.

ຄຳວ່າ "ພົງສາວະດານ" ຈຶ່ງໝາຍເຖິງ "ບຸກຄົນຜູ້ມີບຸນ, ພະເຈົ້າ ຫຼືເທພະບຸດ ເທພະດາ ໄດ້ແບ່ງພາກ ຫຼືລົງມາເກີດ ເພື່ອປົກຄອງມະນຸດ, ສະນັ້ນ ເຮົາຈະເຫັນວ່າ ໃນບັນດາປະເທດອາຊີນີ້ ຈະກ່າວເຖິງກະສັດຂອງຕົນຕາມທັດສະນະຄວາມເຊື່ອພື້ນຖານຂອງສາສນາຂອງເຂົານັບຖືຢູ່.

ຄຳວ່າ "ພົງສາວະດານ" ໃນຄວາມໝາຍຂອງພາສາລາວ ແມ່ນເວົ້າສະເພາະການບັນທຶກເຊື້ອພະວົງ ອັນເປັນວົງບໍຣິສຸດທີ່ອາວະຕານມາຈາກຊັ້ນ ຟ້າ, ນອກຈາກພົງສາວະດານແລ້ວ ຍັງມີ "ພົງສາວະລີ" ອີກ ອັນໝາຍເຖິງ ການບັນທຶກ ເຊື້ອວົງຂອງສາມັນຊົນຄົນຜູ້ມີຄວາມສຳຄັນຕໍ່ຊາດ ຫຼືສະກຸນວົງສາຂາຕ່າງໆ.

ສຍາມຍອມຮັບໃນຄວາມເປັນລາວ

24 August 2011

ຫຼືວ່າລາວເຮົາ ຢູ່ນີ້ກ່ອນຂອມ

- ໃນປະຫວັດສາດອາຊີຕາເວັນອອກສ່ຽງໃຕ້ ຕາມສະມຸດຖານຂອງຊາວອາຊີວ່າ "ຄົນໃນທີ່ນີ້ມີອາຣະຍະທັມມາຈາກສອງແຫຼ່ງ ຄື ອິນເດັຍ ແລະຈີນ" ສະນັ້ນດິນແດນທີ່ຮຽກວ່າສຸວັນນະພູມເດີມນັ້ນ ຊາວຕາເວັນຕົກມັກຈະຮຽກວ່າ "ອິນດູຈີນ".
- ໃນຄະຕິຄວາມເຊື່ອຕອນຕົ້ນປະຫວັດສາດຂອງຊາວອາຊີວ່າ ດິນແດນອິນດູຈີນ ປັດຈຸບັນນີ້ ແມ່ນບັນດາແຜ່ນດິນໃຫຍ່ ຂອງປະເທດອາຊີຕາເວັນສ່ຽງໃຕ້ທັງໝົດລວມທັງບັນດາດອນໃນມະຫາສະໝຸດປາຊີຟີກດ້ວຍ.
- ນັກປະຫວັດສາດລຸ້ນກ່ອນໆ ໄດ້ຮັບອິດທິພົນແນວຄວາມຄິດຈາກນັກຄົ້ນຄວ້າຊາດຕາເວັນຕົກວ່າ ບັນດາປະເທດ ໃນອາຊີຕາເວັນອອກສ່ຽງໃຕ້ນັ້ນ ໂດຍສະເພາະໃນດິນດອນຕອນໃຫຍ່ຂອງແຫຼມທອງຄຳ (ສຸວັນນະພູມເດີມ)ລວມທັງດອນຊວາດ້ວຍ, ເຈົ້າຂອງດິນ ເດີມແມ່ນຊົນທີ່ເຂົາກຳນົດຊື່ວ່າ "ຂອມແລະຈາມ" ເພາະວ່າເຫັນຫຼັກຖານບູຮານຄະດີພ້ອມທັງຮູບອັກສອນນັ້ນເປັນແບບຂອມ ເຊິ່ງພັດທະນາມາ ຈາກອັກສອນໃນອິນເດັຍຕອນໃຕ້ ແລະຕອນເໜືອຫຼາຍທີ່ສຸດ ໃນນັ້ນມອນເອງ ກໍຖຶກຍົກມາເປັນບໍຣິບົດສຳຄັນໃນກາຍແຈກຢາຍວັດທະນະທັມ ທາງພາສາ ແລະອັກສອນຂອງບັນດາປະເທດໃໝ່ໃນອາຊີຕາເວັນອອກສ່ຽງໃຕ້ ໂດຍສະເພາະໄທລາວ ແລະໄທຍ.
- ລາວ ເປັນຊົນຊາດເກົ່າແກ່ແລະມີຄວາມສຳຄັນສຸດໃນການເຄື່ອນໄຫວທາງປະຫວັດສາດໃນພາກພື້ນອາຊີຕາເວັນດອກໃນໄລຍະຕົ້ນໆ ໂດຍສະເພາະນັກປະຫວັດສາດທັງຫຼາຍ ຫາກກ່າວເຖິງໄທ(ໄຕ) ມັກຈະມຸ້ງປະມາຍັງລາວ, ເພາະເຂົາເຂົ້າໃຈວ່າລາວ ມີສູນກາງອຳນາດຕາມລ່ອງ ແມ່ນນຳ້ຂອງຕອນຕົ້ນ ນັບແຕ່ນະຄອນລຸງ, ນະຄອນປາ, ນະຄອນເພງາຍ, ໜອງແສ, ລ້ານຊ້າງ, ລ້ານນາ, ຊຽງຮຸ່ງ, ຊຽງຕຸງ ເພາະນັກປະຫວັດ ສາດລຸ້ນກ່ອນໆເຂົາພົບຄຳໃນພາສາຕະກຸນໄຕກະໄດນັ້ນ ເປັນພາສາຕະກຸນດຽວກັບລາວ ເຖິງຈະຕັ້ງຊື່ວ່າກຸ່ມພາສາໄຕ-ກະໄດກໍຕາມ, ເມື່ອມາເຖິງທ້າຍສະຕະວັດທີ ໒໐ ນັ້ນ, ການມອງມາຍັງລາວຂອງນັກຄົ້ນຄວ້າ ແລະວິໄຈກ່ຽວກັບປະຫວັດສາດ, ຊາດພັນວິທະຍາ, ພາສາ, ອັກສອນ ເລີ່ມມອງຫ່າງລາວວ່າເປັນຈຸດສູນກາງຂອງບັນາກຸ່ມຄົນໄຕເລົ່ານັ້ນ.
- ໃນທັດສະນະຂອງນັກຄົ້ນຄວ້າທ້ອງຖິ່ນໄດ້ກຳເນີດຂຶ້ນມາຫຼາຍ ເອກະສານຫຼັກຖານຕ່າງໆ ໄດ້ຖືກປ່ຽນມື ແລະຖືກຄົ້ນຄວ້າໃນລັກສະນະທີ່ເປັນ ລັກສະນະອັດຕະລັກຂອງຊາດສະເພາະ ເຮັດໃຫ້ລາວໃນການຈັດລຽງລຳດັບລົດຕຳ່ລົງໃນຖານະ Union Gruop ກາຍມາເປັນ Unit Gruop ຂອງໄທ-ກະໄດ.
- ເມື່ອເຮົາພົບຫຼັກຖານໃໝ່ ໒-໓ ຊິ້ນໃນດິນແດນລາວ ຄືຫຼັກສີລາຈາຣືກ ວັດວິຊຸນ ມີອາຍຸ ໘໔໐ ປີ (໒໐໑໑) ສີລາຈາຣືກທາດຫຼວງ ທຫຼI ໑໓ ແລະທາງໄທຍ໌ ກໍພົບສີລາຈາຣືກ ພຣະທາດຮ້າງບ້ານນາແຮ່ ເມືອງສະກົນນະຄອນແລ້ວ, ໂລກະທັດໃໝ່ກ່ຽວກັບໄທລາວ ອາດຈະມີທັດສະນະແນວ ຄິດທາງປະຫວັດສາດຢ່າງກ້າວໜ້າ ແລະມຸ້ງປະເທດຈາກຈຸດທີ່ຕັ້ງໃໝ່ ກັບໄປສູ່ຈຸດເດີມ ຄື ຫຼືວ່າ "ຫຼືວ່າລາວເຮົາ ຢູ່ນີ້ກ່ອນຂອມ" ຫຼື "ເປັນຊາດເກົ່າແກ່ເທົ່າໆກັບຂອມ" ກໍອາດເປັນໄດ້.

ມາຕຣາ ຊັ່ງ ຕວງ ວັດ ທີ່ໜ້າຮູ້

໑. ມາຕຣາວັດໄລຍະທາງ
ກ, ແບບລາວບູຮານ
໑໒ ນິ້ວ = ໑ ຄືບ
໒ ຄືບ = ໑ ສອກ.
໔ ສອກ ໑ ວາ.
໒໐ ວາ = ໑ ເສັ້ນກ
໔໐໐ ວາ = ໑ ໂຍຊະນະ

ຂ. ແບບອັງກິດ
໑໒ ນິ້ວ = ຟຸດ
໓ ຟຸຸດ = ຫຼາ
໑໗໖໐ = ໄມລ໌

ຄ. ລາວທຽບເມຕຣິກ
ັ໑ ຄືບ = ໒໕ ຊັງຕີແມັດ
໑ ສອກ = ໕໐ ເຊັນຕີແມັດ
໑ ວາ = ໒ ແມັດ
໑ ເສັ້ນ = ໔໐ ແມັດ
໒໕ ເສັ້ນ = ໑ ກິໂ​ລແມັດ.
໑ ໂຍຊນ໌ = ໑໖ ກິໂລແມັດ

ງ. ປຽບທຽບແບ່ບຕ່າງໆ
໑ ແມັດ = ໒ ສອກ
໑ ກິໂລແມັດ = ໒໕ ເສັ້ນ
໑ ໄມລ໌ = ໔໐ ເສັ້ນ.
໑ ໄມລ໌ = ໑.໖ ກິໂລແມັດ
໑ ເສັ້ນ = ໔໐ ແມັດ.
໑ ນິ້ວ(ອັງກິດ) = ໒.໕໒ ຊັງກຕີແມັດ
໑ ຟຸດ = ໓໐.໓ ຊັງຕີແມັດ
໑ ຫຼາ = ໙໑ ຊັງຕີແມັດ

໒. ມາດຕາວັດເນື້ອທີ່
ກ. ແບບລາວບູຮານ
໑ ງານ = ໑໐໐ ຕາລາງວາ
໑ ໄຮ່ = ໔໐໐ ຕາລາງວາ

ຂ. ແບບອັງກິດ
໑ ຕາລງໄມລ໌ = ໖໔໐ ເອເຄີ
໑ ເອເຄີ = ໔໘໔໐ ຕາລາງວາ
໑ ຕາລາງຫຼາ = ໙ ຕາລາງຟຸດ
໑ ຕາລາງຟຸດ = ໑໔໔ ຕາລາງນິ້ວ​

ຄ. ທຽບແບບຕ່າງໆ
໑ ເອເຄີ = ໒.໕ ໄຮ່
໑ ໄຮ່ = ໑໖໐໐ ຕາລາງແມັດ
໑ ແອຣ໌ (are) = ໑໐໐ ຕາລາງແມັດ
໑ ເຮັກຕາ (hectare) = ໑໐໐ ແອຣ໌
໑ ເຮັກຕາ (hectare) = ໒,໔໗໑ ເອເຄີຣ໌
໑ ຕາລາງກິໂລແມັດ = ໑໐໐ ເຮັກຕາ.
໑. ຕາລາງກິໂລແມັດ = ໖.໒໕ ໄຮ່.

໓. ມາຕາຕວງບໍຣິມາດ
ກ. ແບບລາວ (ແບບ ໑)
໑ ຖັງ = ໒໐ ທະນານ(ລິດ)
໑ ບັ້ນ = ໕໐ ຖັງ
໑ ກວຽນ = ໑ ບັ້ນ
໑ ກວຽນ = ໑໐໐ ຖັງ.
(ເຮົາຍັງພົບການໃຊ້ຜອງ ເຂົ້າຂອງຊາວນາຢູ່ ຄື ໄດ້ ໑໐໐ ໝາຍເຖິງ ໑ ກວຽນ ຫາກເຂົາວ່າໄດ້ເຂົ້າ ໕ ຮ້ອຍໝາຍເຖິງ ໕ ກວຽນ)

ຂ. ແບບລາວ (ແບບ ໒)
໑໒ ທະນານ = ໑ ໝື່ນ
໖ ໝື່ນ = ໑ ຫາບ
໕ ຫາບ = ໑ ກວຽນ.

ຄ. ແບບອັງກິດ
໑ ແກລລອນ = ໔ ຄວອດ
໑ ຄວອດ = ໒ ໄພນ໌
໑ ໄພນ໌ = ໒໐ ອອນຊ໌ (fluidounce, Fluid oz.)

ງ. ລາວທຽບເມຕຣິກ
໑ ທານນານເທົ່າກັບ ໑ ລິດ.
໑ ສັດ = ໒໐ ລິດ
໑ ບັ້ນ = ໑໐໐໐ ລິດ
໑ ກວຽນ = ໒໐໐໐ ລິດ

23 August 2011

Michel LORRILLARD ວ່າສີລາຈາຣືກ ວັດວິຊຸນບໍ່ມີໂຕເລກຈິງບໍ ?

ໂດຍ: ພອຈ.ເນືອງພິລັກ ໂຊຕິທອນ
(ສະຫງວນສິດ)
ຄຳອ້າງອີງ ວ່າເປັນບົດຄວາມຂອງ Michel LORRILLARD ໄດ້ກ່າວວ່າ:-
It is easy in this case to state that the claims of Boumi Thepsimuong are entirely baseless: close observation of the Vat Visoun stele by Lao scholars, experienced in reading hundreds of other inscriptions from around the Tai world, quickly reveals errors in the retired economist’s deciphering and transcription. The inscription does not actually bear any date* and it is thus not possible―on the basis of palaeographic criteria―to place it before the sixteenth century. This incident is, however, indicative of the current fragility of scientific research on the question of the origins of Tai scripts. Dominated by politics and partisan views, it suffers above all from the difficulty that local historians still have in thinking beyond their national borders, or even outside their own immediate environment.

The inscription bears certain passages which are difficult to read. However, it is clear that the characters Bounmi Thepsimuong interprets as the number 532 in fact say “lae”, an exclamation used at the end of a phrase. His reading of “culla sangkhat” from the preceding phrase appears absolutely forced.

Michel LORRILLARD
Professor, Ecole française d’Extrême-Orient

- ຕໍ່ບັນຫາສີລາຈາຣືກ ວັດວະຊຸນນີ້ Michel LORRILLARD ອາດມອງຄົນລະມູມກັນກັບບຸນມີ ເທບສີເມືອງ ເພາະທ່າອ່ຽງທີ່ເປັນພື້ນຖານໃຕ້ສຳນຶກຂອງຊາວຕາເວັນຕົກ ທີ່ມີອະຄະຕິຕໍ່ລະບອບຄອມມູຍນິດຢູ່ກ່ອນ ບັງເອີນ ປະເທດລາວເອງ ໃນປີ ໑໙໗໕-໑໙໙໐ ກໍມີຄວາມມຸ້ງຫວັງຢາກຈະເດີນຕາມແນວທາງຄອມມູຍນິດ ການຄາດການນີ້ ອາດຜິດກໍໄດ້ ແຕ່ທີ່ແນ່ນອນເຂົາຕ້ອງມີຄວາມລະແວງ ໃນລະບອບການປົກຄອງບ້ານເຮົາ ທີ່ປົກຄອງແບບລະບອບຄອມ ມູຍນິດນັ້ນ ອາດຈະຄວບຄຸມແນວຄິດຂອງຄົນລາວ ແລະນັກວິໄຈຂອງຄົນລາວ, ນອກຈາກນັ້ນເຂົາຍັງໃຫ້ທັດສະນະວ່າ ອາດມີອຳນາດອື່ນໄປຊັກນຳໄດ້, ໃນຄວາມເປັນຈິງທັງລະບອບຄອມມູຍນິດ ແລະອຳນາດທາງເບື້ອງເທິງຂອງລາວ ຄົງຈະບໍ່ມີສ່ວນໃນງານວິໄຈຂອງບຸນມີ ເທບສີເມືອງດອກ ເພາະທ່ານເປັນນັກວິຊາການອິສຣະ ແລະບໍ່ມີຕຳແໜ່ງໃດໆ ທີ່ຈະຕ້ອງໃຫ້ທ່ານລະມັດລະວັງ ອີກຢ່າງວຽກງານທາງວັດທະນະທຳ-ສາສນາ ນັ້ນຣັດຖະບານ ແລະບຸກຄົນໃນຣັດ ຖະບານລາວຈະລະມັດລະວັງທີ່ສຸດ.

- ອີກຢ່າງໜຶ່ງ ຕາມສືກສາເບິ່ງແລ້ວ ຊາວຝຣັ່ງໜັງຂາວຝ່າຍຕາເວັນຕົກນັ້ນ ພວກເຂົາຈະຖືວ່າຊາດອາຊີ ໃນອະດີດ ເຂົາຖືວ່າຍັງເປັນປະເທດປ່າເຖື່ອນຢູ່ ໂດຍສະເພາະຊາດລາວເຮົາເອງແລ້ວ ຍັງບໍ່ທັນມີຜູ້ໃດຈະສ້າງຊື່ສຽງດ້ານວິຊາການ ແລະງານວິໄຈອັນໃດເປັນຜົນສຳເລັດກ່ຽວກັບເລື່ອງອັກສອນສາດ, ສະນັ້ນຄວາມໄວ້ວາງໃຈ ຕໍ່ຜົນສຳເລັດໃນງານວິໄຈເຊິ່ງເປັນຄົນທ້ອງຖິ່ນເອງນັ້ນ ມັນຈິງໃຫ້ເຂົາມອງໃນລັກສະນະເຊີງລົບໄວ້ກ່ອນເປັນທຳມະດາ, ການທີ່ເຂົາຕັດສິນໃຈເວົ້າຢ່າງນັ້ນ ມັນເປັນພື້ນຖານອັນໜຶ່ງ ທີ່ບົ່ມຊ້ອນທາງປະຫວັດສາດຂອງທ້ອງຖິ່ນ, ເຫັນໄດ້ຈາກການ ໃຫ້ທັດສະນະຂອງເຂົາທີ່ວ່າ "ມັນເປັນເລື່ອງງ່າຍ ທີ່ລັດຈະຂໍຮ້ອງໃຫ້ບຸນມີ ເທບສີເມືອງບໍ່ເວົ້າຄວາມຈິງທັງໝົດ ໄດ້" ທັດສະນະຂອງ Michel LORRILLARD ກ່າວວ່າຜົນວິໄຈການອ່ານສີລາຈາຣືກຂອງບຸນມີ ເທບມີເມືອງ ວ່າ ອາດເປັນການຊັກນຳ ແລະການແນະນຳຂອງອຳນາດທາງການເມືອງ, ພວກພວກ ທີ່ແນະນຳ ໃຫ້ອ່ານຜິດພາດຂອງ ນັກເສດຖະສາດ ບໍານານຜູ້ນີ້ "ສິ່ງໜຶ່ງທີ່ເຂົາບໍ່ເຊື່ອ ເພາະບຸນມີເທບສີເມືອງ ອາດບໍ່ມີຜົນງານພໍ ແລະບໍ່ມີງານຜົນ ດ້ານການວິໄຈມາກ່ອນ ແຕ່ເຂົາລືມມອງໄປວ່າ ບຸນມີ ເທບສີເມືອງ ເປັນມະຫາ ເປັນນັກຄົ້ນຄວ້າປະຫວັດສາດ”.

- ອັນໜຶ່ງ ເຂົາຍັງເຊື່ອວ່າ ຖານະຂອງບຸນມີ ເທບສີເມືອງ ຍັງບໍ່ມີຄວາມສາມາດພຽງພໍ ທີ່ເຂົາມີໜ້າທີ່ເປັນພຽງນັກເສດຖະສາດ ບຳນານ ທຳມະດາ ອາດບໍ່ມີຄວາມສັກສິດ ແລະເສລີໃນການຕັດສິນໃຈ, ແຕ່ຢ່າງໃດກໍຕາມ ຜູ້ຂຽນອ່ານຄຳເຫັນຂອງເຂົາແລ້ວ ເຊື່ອແນ່ວ່າ Michel LORRILLARD ອາດບໍ່ເຂົ້າເຖິງທາດແທ້ຂອງວັດທະນະທຳ ທາງພາສາ ແລະອັກສອນຂອງຊາວອາຊີຢ່າງເລິກເຊິ່ງໄດ້ ໂດຍສະເພາະວັດທະນະທຳ ທາງພາສາ ແລະອັກສອນລາວ, ເພາະເຫັນເຂົາກ່າວເຖິງວ່າປະຫວັດສາດທ້ອງຖິ່ນ ຍັງຢູ່ໃນຂອບເຂດແຫ່ງພົມແດນ.

- ເທົ່າທີ່ສັງເກດໃນໄລຍະຜ່ານມານັ້ນ ນັກອ່ານສີລາຈາຣືກຂອງຊາວຢູໂຣບ-ອະເມຣິກາມາເມືອງລາວ, ເພື່ອຈະທຳວິໄຈດ້ານອັກສອນ ແລະພາສາ ບູນຮານໃນສີລາຈາຣືກ ເຂົາຕ້ອງເອົານັກອ່ານສີລາຈາຣືກ ຂອງຄົນທ້ອງຖິ່ນເປັນຜູ້ອ່ານໃຫ້ຢູ່ແລ້ວ ໂດຍສະເພາະອ່ານຈາຣືກທີ່ເປັນອັກສອນ ທຳແລະອັກສອນລາວ, ໃນສະໄໝກ່ອນ ຄົນທີ່ອ່ານຈາຣືກໃຫ້ແກ່ນັກວິໄຈຊາວຢູ່ໂຣບ ກໍໜີບໍ່ພົ້ນ ມະຫາຄຳ ຈຳປາແກ້ວມະນີ,(ນັກບູນຮານຄະດີ ກົມບູຮານຄະດີ ແລະນັກປະຫວັດສາດ ແລະເປັນຄູສອນທັງສະຖາບັນສົງ ແລະໂລກ)  ໃນສະໄໝປັດ ຈຸບັນນັກອ່ານໜັງສືບູຮານ ໃຫ້ແກ່ນັກວິໄຈຊາວຕ່າງປະເທດນັ້ນມີຫຼາຍທ່ານ ບໍ່ວ່າຈະເປັນທ່ານມະຫາບຸນຍົກ ແສນສຸນທອນ ອະດີດອາຈານສອນພາສາລາວ ແລະພາສາປາລີ ວິທະຍາໄລສົງ ເມື່ອກະສຽນແລ້ວ ກໍເປັນຜູ້ຊ່ຽວ ຊານຂອງໂຄງການໃບລານລາວ ໃນທິມງານນັ້ນກໍມີມະຫາຫຼາຍທ່ານ ເຊັ່ນມະຫາບຸນເລີດ ທຳມະຈັກເປັນຕົ້ນ ອີກທ່ານ ໜຶ່ງກໍແມ່ນມະຫາແກ້ວ ເຊິ່ງເຂົາຜູ້ນີ້ມີຄວາມຊຳນານ ໃນການອ່ານໜັງສືບູຮານ ບໍ່ສະເພາະແຕ່ຊາວຕ່າງປະເທດ ນັກວິຊາການດ້ານບູຮານຄະດີ ອັກສອນສາດ ຂອງລາວກໍຕ້ອງໄດ້ເພິ່ງເຂົາ ເຂົາເອງຈົບປະຣິນຍາຕີ ແຕ່ມີພື້ນຖານ ການອ່ານໜັງສືລາວບູຮານ ໃນຄວາມເປັນມະຫາ ແລະການບວດ ບໍ່ເຫິງມານີ້ເຂົາຈົບປະຣິນຍາໂທ ທາງອັກສອນສາດ ດີກຼີ ບໍ່ໄດ້ເຮັດເຂົາມີຄວາມຊຳນານໃນການອ່ານ ເພາະກ່ອນໜ້ານັ້ນ ເຂົາໄດ້ອະນຸປະຣິນຍານັ້ນ ເຂົາໄດ້ເປັນຄົນອ່ານໜັງສືບູຮານ ແລະຈາຣືກບູຮານໃຫ້ນັກວິໄຈຊາວຕ່າງປະເທດ ແລະຊາວລາວມາກ່ອນແລ້ວ ເປັນເວລາ ໒໐ ປີເຂົາເປັນຜູ້ຊຳນານການ ແລະໃຫ້ຄວາມໄວ້ເນື້ອເຊື່ອໃຈຂອງ ທຳງານໃນສຳນັນຄົ້ນຄວ້າປະຫວັດສາດ ແລະວັດທະນະທັມຕາເວັນອອກໄກ ຂອງຝຣັ່ງ ເຊິ່ງມີສຳນັກງານຢູ່ບ້ານນາໄຊ ນະຄອນຫຼວງວຽງຈັນ, ເຊິ່ງ Michel LORRILLARD ກໍໄດ້ຮ່ວມງານກັບມະຫາແກ້ວ ໃນສະຖາບັນນັ້ນນີ້ດ້ວຍ.

- ການທີ່ຍົກຊື່ມະຫາແກ້ວມາ ກໍເພາະສະແດງໃຫ້ເຫັນວ່າ ນັກວິໄຈຂອງຕ່າງປະເທດ ຍ່ອມໄດ້ຄຳນຶງ ແລະໃຊ້ຄົນທ້ອງ ຖິ່ນອ່ານໜັງສືລາວບູຮານ ບໍ່ວ່າຈະເປັນສີລາຈາຣືກໃຫ້ເຂົາ ເພື່ອເປັນບ່ອນອິງ ເມື່ອເຂົາໄດ້ຮັບການອ່ານຈາກເຮົາແລ້ວ ເຂົາຈະໄປຕີຄວາມໝາຍຢ່າງໃດ ຕາມທິດສະດີ ແລະສະຄິບຂອງເຂົາ ອັນເປັນຄວາມຮູ້ເດີມທີ່ເຂົາມີຢູ່, ຜູ້ຂຽນເອງ ກໍ ເຄີຍຖືກສຳພາດຈາກນັກວິໄຈຈາກເມຣິກາມາ ໒-໓ ທ່ານ ທ່ານ ໑ ນັກວິໄຈ ປະຣິນຍາເອກ ຂອງມະຫາວິທະຍາໄລ ມີຊື່ຂອງອາເມຣິການທ່ານໜຶ່ງ ທີ່ສຳພາດກ່ຽວກັບປະຫວັດສາດ ເມື່ອເຂົາຖາມສຳພາດແລ້ວ ເຂົາມັກຈະບໍ່ເອົາຄຳເຮົາ ທັງໝົດ ແມ່ນກະທັງຈະເປັນຄວາມຈິງກໍຕາມ, ນັກວິໄຈບາງທ່ານກໍຈະໃຫ້ທັດສະນະແນວທາງຂອງເຂົາກ່ອນ ແລ້ວ ຈຶ່ງໃຫ້ເຮົາຕອບຄຳຖາມຂອງເຂົາຕາມທີ່ເຂົາວາງໄວ້ ຫາກເຮົາໃຫ້ທັດສະນະຕ່າງຈາກທີ່ເຂົາຂີດເສັ້ນໄວ້ ເຂົາມັກຈະບໍ່ ເອົານຳເຮົາ ຫຼືເອົາກໍບໍ່ອ້າງອີງຈາກເຮົາໃນສ່ວນທີ່ເປັນສາລະຖະ ແລະນັກວິໄຈອິດສະຫຼະຈາກຕ່າງປະເທດທົ່ວໄປ ຫຼືນັກຄົ້ນຄົ້ນປະລິນຍາດຽວນີ້ ເຂົາມັກຈະໃຊ້ໜັງສືສັນຍາກັບເຮົາກ່ອນ ແລະໃຫ້ເຮົາຍອມຮັບສັນຍາວ່າ ຈະມີຈຳນົງອອກຊື່ ແລະບໍ່ອອກຊື່ກໍໄດ້ ແລ້ວກໍມີຂໍ້ຜູກພັນວ່າ ສິ່ງທີ່ທ່ານໃຫ້ສຳພາດໄປນັ້ນ ເຂົາຈະບໍ່ເອົາທັງໝົດ ແຕ່ແລ້ວການທີ່ບໍ່ເອົາທັງໝົດ ຫຼືເປີດໂອກາດໃຫ້ເຮົາສະຫງວນສິດໄດ້ ນັ້ນຖືວ່າເປັນການເອົາ ໝາຍຄວາມວ່າເຂົາຈະບໍ່ເວົ້າຕາມທີ່ເຮົາ ໃຫ້ສຳພາດໄວ້ ແຕ່ເຂົາຈະແຜງໆໆໆ ໃນລັກສະນະທາງພາສາ ໃນຄວາມໝາຍດຽວກັບເຮົາ.

- Michel LORRILLARD ທີ່ໃຫ້ທັດສະນະຕໍ່ການອ່ານສີລາຈາຣືກຂອງບຸນມີ ເທບສີເມືອງວ່າ ບໍ່ມີຜົນ, ເພາະເຂົາ ສົງໄສວ່າ ອາດມີອຳນາດບາງຢ່າງຊີ້ນຳຜູ້ອ່ານທ່ານຜູ້ນີ້ ຫຼືໃຫ້ທ່ານເວົ້າຕາມສະຄິບ ເຂົາອາດມອງມະຫາບຸນມີ ວ່າ ເປັນ ແນວຄິດຊາດນິຍົມ (ເພາະເຂົາໃຊ້ຄຳວ່າ ຄວາມທຸກທໍລະມານ) ໝາຍວ່າ Michel LORRILLARD ຕີລາຄາຄົນລາວ ຕໍ່າເກີນໄປ ເພາະທົນທຸກທໍລະມານຈາກ ການຄອບງຳຂອງຊາວບັນດາຊາດຕ່າງໆຫຼາຍປີ, ໃນນັ້ນເຂົາຍັງບອກອີກວ່າ ເປັນໄປບໍ່ໄດ້ ທີ່ການຂຽນສີລາຈາຣືກແບບນີ້ ຈະມີກ່ອນສະຕະວັດ ທີ ໑໖ ໄປໄດ້.

- ມາເບິ່ງທັດສະນະຂອງຂ້າພະເຈົ້າຕໍ່ ຫຼັກສີລານີ້ ຄື ຜູ້ຂຽນພົບຄັ້ງທຳອິດທີ່ຖານຂ້າງບັນລັງພຣະວັດວິຊຸນນະລາດ ດ້ານ ທ່ານໍ້າ(ເບື້ອງແມ່ນໍ້າຂອງ) ໃນທ້າຍເດືອນທັນວາ ໑໙໙໙ ກໍເຫັນວ່າມີໂຕເລກຈິງ.

- ມາເບິ່ງທັດສະນະຂອງຂ້າພະເຈົ້າຕໍ່ ຫຼັກສີລານີ້ ຄື ຜູ້ຂຽນພົບຄັ້ງທຳອິດທີ່ປະດິດສະຖານ ຂ້າງບັນລັງພຣະວັດວິຊຸນນະ ລາດ ດ້ານທ່ານໍ້າ(ເບື້ອງແມ່ນໍ້າຂອງ) ໃນປີ ທ້າຍເດືອນທັນວາ ໑໙໙໙ ກໍເຫັນວ່າມີໂຕເລກຈິງ ທັງອ່ານໄດ້ເລີຍ.

- ເມື່ອເຫັນທັດສະນະ ແລະຜົນສະຫຼຸບຂອງມະຫາບຸນມີ ອອກມາໃນປີ ໒໐໐໕ ກໍຍອມຮັບໃນຄວາມຄິດນັ້ນວ່າ ເປັນຕົວເລກ ຈິງ ເພາະສອດຄ່ອງກັບຄຳອ່ານ ຂອງຜູ້ຂຽນໃນປີ ໑໙໙໙ ແລ້ວ, ເມື່ອເຫັນຄຳອ່ານຂອງທ່ານມະຫາບຸນມີ ເທບສີເມືອງ ແລ້ວ ກໍຮັບວ່າເປັນຈິງ ແລະຖືກຕ້ອງ ສ່ວນຄຳອ່ານອື່ນໆນັ້ນ ຈະກົງກັນບໍ ? ກໍລໍເບິ່ງຄຳອ່ານຂອງຂ້າພະເຈົ້າລຸ່ມນີ້.

(ລຸ່ມນີ້ ເປັນການອ່ານຂອງຂ້າພະເຈົ້າເອງ ກ່ອນທີ່ຈະເຫັນຂອງມະຫາບຸນມີ-ບໍ່ໄດ້ຕີພິມທີ່ໃດມາກ່ອນ ເພາະວ່າ ຂະນະນັ້ນ ຍັງເປັນນັກສຶກສາຢູ່, ເມື່ອກັບເຖິງເມືອງລາວ ກໍໃຫ້ຄວາມສົນໃຈຫຼັກສີລານີ້ຕະຫຼອດ ເມື່ອໄປຫຼວງພຣະບາງ ກໍຈະໃຊ້ເວລາ ກັບສີລານີ້ທຸກຄັ້ງໄປ)

(ຄຳອ່ານຂອງຂ້າພະເຈົ້າ)
ຫລານ ກວານ
ຕາຍຣອອຫາພ
ຮຽມ ໔ ພີນອງໜີ
ເຂາປາ ຈູລສັງກຣາສ
໕໓໒ ແຕນັນ
ສປາສນໃດໄວ
ແກຕູຢາຮອນ
ໃຈ ກວານ
ຜູນັນເບາເປ
ນຄນຮາຍໄວ
ແກຕູ
(ອ່ານເອົາຄວາມໃນພາສາ ແລະໃໝ່) "ຫຼານກວານ ຕາຍຮອອ(໑-)ຫາພໍ່ ຮຽມ ໔ ພີ່ນ້ອງໜີ ເຂົ້າປ່າ ຈຸລະສັງກຣາດ ໕໓໒(໒) ແຕ່ນັ້ນ ສະປາສົນໃດໄວ້ ແກ່ຕູຢ່າຮ້ອນ ໃຈກວານ ຜູ້ນັ້ນເບົ່າ(໓)ເປັນຄົນຮ້າຍໄວ້ແກ່ຕູ"

(ຂຽນຕາມພາສາໃໝ່) "ຫຼານກວານ ຕາຍເຣາະ(໑-)ຫາພໍ່ ຮຽມ ໔ ພີ່ນ້ອງໜີ ເຂົ້າປ່າ ຈຸລະສັງກຣາດ ໕໓໒(໒) ແຕ່ນັ້ນ ສະປາສົນໃດໄວ້ ແກ່ກູຢ່າຮ້ອນ ໃຈກວານ ຜູ້ນັ້ນບໍ່(໓)ເປັນຄົນຮ້າຍໄວ້ແກ່ກູ".
(ຄຳວ່າຕູ, ກູ ໝາຍເຖິງຂ້ອຍ, ເຮົາ, ຂ້າພະເຈົ້າ)

(໑-) ຂ້າພະເຈົ້າອ່ານ ຣອອ(ເຣາະ ຫຼື ເຮາະ) ເຊິ່ງໃນພາສາລາວ ວ່າ "ເຮາະຮ່ອນ" ຄືຊອກຫາ, ຕາມຫາ, ເຊິ່ງກົງກັບກັບ "ເລາະ" ໃນປັດຈຸບັນ, ເຖິງໝາຍເຖິງທຽວຫາໃນປັດຈຸບັນ, ການທີ່ຂ້າພະເຈົ້າ ອ່ານວ່າເຣາະ ເນື່ອງຈາກວ່າ ການຂຽນວ່າ "ຣອ" ໃນ ອັກຂະຣະວິທີລາວບູຮານເຫັນປາກົດມີ ແມ່ນກະທັງໃນອັກສອນທຳ ທີ່ວ່າ "ຂໍອ" ຍັງໃສ່ຕີນ "ອ" ຫ້ອຍໄວ້ດ້ວຍ, ໃນອັກຂະຫຼະວິທີ່ອັກສອນລາວ ກໍປາກົດເຫັນ, "ຣ" ເປັນສຽງຍາວ, ແຕ່ "ເຣາະ" ເປັນສຽງ ສັ້ນ, ເມື່ອເຂົາຢາກຂຽນເຣາະ ເຂົາອາດເອົາໂຕ "ອອ" ຊ້ອນກັນແບບທີ່ເຫັນ, ແທນທີ່ຈະໃຊ້ "ເ×າະ" ແບບປັດຈຸບັນ ທັງນີ້ມັນກໍສອດຄ່ອງກັບຄໍາວ່າ "ຮຽມ ໔ ພີ່ນ້ອງ(ເຣາະ)ຫາພໍ່".
(ໃນອັກສອນບູຮານ ໂຕ “ຣ ກັບ ຮ” ມັກຈະມີຄວາມຄ້າຍກັນ ແລະບາງຄັ້ງໃຊ້ແທນກັນໄດ້)

(໒-) ທ່ານມະຫາບຸນມີ ເທບສີເມືອງ ອ່ານຕົວເລກສຸດທ້າຍນັ້ນວ່າ ເລກ(໒) ແຕ່ເພິ່ນກໍ ບໍ່ຢືນການຄັກແນ່ ບາງທີອາດ ເປັນເລກ ໗ ກໍໄດ້(ອັນນີ້ເພີ່ນໃຫ້ໂອກາດທ່ານອື່ນ), ທັງນີ້ຜູ້ຂຽນວ່າ ກໍຕ້ອງພິສູດກັນໃນຂັ້ນຕໍ່ໄປວ່າເປັນເລກ ໗ ຫຼືເລກ ໒ ເຮົາບໍ່ທັນຍືນການ ​ໃຫ້ນັກອ່ານຄົນອື່ນວິເຄາະກັນຕໍ່ໄປ ແຕ່ເຖິງເປັນເລກ ໒ ຫຼືເລກ ໗ ຫຼັກສີລາຈາຣືກຫຼັກນີ້ ກໍບໍ່ໄດ້ໝາຍ ວ່າມັກບໍ່ເກົ່າແກ່ຢູ່ແລ້ວ.

(໓-) ຄຳທີ່ຂຽນວ່າ "ເບາ" ບາງທ່ານອາດຊິອ່ານວ່າ "ເຂາ" ທີ່ແທ້ເປັນ "ເບາ" ທັງນີ້ ເຮົາພົບຮູບ ໂຕ "ຂ" ຈະແຈ້ງໃນແຖວ ທີ ໔ ວ່າ "ເຂົ້າປ່າ" ຈະແຈ້ງເຊິ່ງມັນຕ່າງກັບອັກສອນທີ່ຂຽນວ່າ "ເບົາ", ເບົາ ອອກສຽງວ່າ "ເບົ່າ" ແປວ່າ "ບໍ່" ເປັນພາ ສາຕະກູນລາວເດີມ ມີການເວົ້າໃນປັດຈຸບັນ ໃນບາງຊົນເຜົ່າ ໄຕ-ລາວ ໃນແລະນອກປະເທດ "ເບາ-ເປັນຄຳປະຕິເສດ").

- ເທິງນັ້ນ ເປັນຄຳອ່ານຂອງຜູ້ຂຽນໂດຍກົງທີ່ອ່ານຈາກພາບນີ້, ສະນັ້ນ ໃນຄຳອ່ານນີ້ ເຊິ່ງ Michel LORRILLARD ບອກວ່າ "ບໍ່ມີໂຕເລກຈັກໂຕ ທັງຍັງບອກວ່າ ບໍ່ມີຜົນຫຍັງເລີຍ" ນັ້ນ Michel LORRILLARD ກ່າວຜິດແລ້ວ, ຫາກ Michel LORRILLARD ຈະເໝົາລວມວ່າ ການອ່ານ ທັງໝົດຂອງມະຫາບຸນມີ ເທບສີເມືອງ ວ່າບໍ່ມີຜົນຫຍັງໝົດ ຍິ່ງຜິດຫຼາຍກວ່າໄປອີກ.

- ການທີ່ Michel LORRILLARD ວ່າ ໃນສີລາຈາຣືກຫຼັກນີ້ "ບໍ່ມີຕົວເລກປະກົດຕົວຢູ່ນັ້ນ" ຍິ່ງເຮັດໃຫ້ເຂົາເຂົ້າໃຈ ຜິດເລິກເຂົ້າໄປຊັກໃຊ້, ເຫດໃດຜູ້ຂຽນຈຶ່ງກ້າເວົ້າເຊັ່ນນີ້ ເພາະໃນແຖວທີສາມເຮົາພົບກັບເລກ ໔ ແລ້ວເຮົາມາພົບກັບຕົວ ເລກອີກ ໃນແຖວທີຫ້າ ເຊິ່ງເລກ ໔ ກັບເລກ ໕ ເປັນຄົນລະຕົວເລກ, ແຕ່ເລກນີ້ໃກ້ຄຽງກັນເໝືອນໃນປັດຈຸບັນ ເລກຂອງຊາວ ອາຊີ ຫຼືເລກຂອງອັກສອນທີ່ມີອິດທິພົນຕໍ່ກັນນັ້ນ ໃນຕະກູນໄຕກະໄດ ແລະບັນດາອັກສອນທີ່ເຊື່ອວ່າມາຈາກ ("ພຣາມີ, ເທວະນາຄຣິນ, ປາລີ-ສັນສະກຣິດ-ມອນ-ຂອມ") ຕົວເລກ ໔-໕ ມັກຈະຄືກັນ ເຊັ່ນເລກຂອງຂະເໝນ ແລະລາວ ແມ່ນກະ ທັງໃນເລກອັກສອນທຳກໍເຊັ່ນນັ້ນ.

- ມັນປະຕິເສດບໍ່ໄດ້ ເມື່ອເຮົາພົບກັບຄຳວ່າ "ຮຽມ(ເບິ່ງໜັງສືໂຕນີ້ໃນຮູບເທິງ)ພີ່ນ້ອງໜີເຂົ້າປ່າ" ຈະບໍ່ໃຫ້ເຮົາອ່ານເປັນເລກ ໔ ເປັນໄປບໍ່ໄດ້ ເພາະຮູບປະໂຫຍກມັນບອກ ແລະຮູບອັກສອນເຊັ່ນນັ້ນມັກບໍ່ມີໃນໝວດອັກຂະຫຼະວິທີຂອງອັກສອນທັງໝົດ ທີ່ກ່າວມາ ຫາກມັນບໍ່ແມ່ນຮູບຕົວເລກ, ມັນກໍບໍ່ມີຮູບອັກສອນອື່ນມາແທນມັນ, ອັນໜຶ່ງຫາກເປັນຮູບອັກສອນແທ້ ຕາມທັດສະນະຂອງ Michel LORRILLARD ນ້ອຍທີ່ສຸດມັນຈະຢູ່ໂດດດຽວເຊັ່ນນັ້ນ ມັນຕ້ອງມີໜັງສືຕົວອື່ນມາປະ ກອບ ຈຶ່ງເປັນຮູບຄວາມ, ຫາກເຮົາຫາອັກສອນອື່ນມາແທນບໍ່ໄດ້ ມັນກໍຄືຕົວເລກ ມັນເປັນໄປບໍ່ໄດ້ທີ່ມັນມີຕົວອັກສອນແລ້ວ ຈະບໍ່ມີຄວາມໝາຍໃດໆ ? ເມື່ອເຮົາເອົາເລກທີ່ພົບໃນແຖວທີ ໓ ໄປແລກັບເລກ ໕(ເບິ່ງໃນຮູບ) ມັນເໝືອນກັນ ພຽງແຕ່ເລກ ໕ ມີຂີດເທິງຫົວ ເພື່ອໃຫ້ຕ່າງກັບເລກ ໔ ສະນັ້ນ ຈຶ່ງອ່ານວ່າ "ຮຽມ ໔ ພີ່ນ້ອງໜີເຂົ້າປ່າ" ກໍແປວ່າ "ຂ້ອຍ, ເຮົາ, ຂ້າພະເຈົ້າ,  ພວກເຮົາ" ເພາະ "ຮຽມ" ເປັນພາສາບູຮານລາວ ແລະຍັງໃຊ້ຢູ່ໃນບາງຊົນເຜົ່າລາວ-ໄຕ, ໃນພາສາວັນ ນະຄະດີປະເພດສັນທະລັກສະນະ(ກະວີ) ຍັງໃຊ້ຢູ່, "ຮຽມ ໔ ພີ່ນ້ອງໜີເຂົ້າປ່າ" ຄຳນີ້ມັນສົມບູນໃນຕົວມັນເອງໂດຍ ປະຕິເສດບໍ່ໄດ້.

- ບາດນີ້ມາເບິ່ງເບື້ອງ ເລກ ໕໓໒ ຂ້າພະເຈົ້າກໍເຊື່ອວ່າ ເປັນຫ້າ-ສາມ-ສອງ(໕໓໒) ແລະເຊື່ອວ່າມັນເປັນຕົວເລກແທ້ໆ ບໍ່ມີຄຳອື່ນໃດ ຫຼືອັກສອນໃດໆ ຈະມາແທນຕົວເລກໄດ້ເດັດຂາດ ເພາະຄຳໜ້າໂຕເລກນັ້ນ ໄດ້ຂຽນຄຳວ່າ "ຈຸລະສັງກຣາດ" ໄວ້ຄັກແນ່ ແລະຂຽນແບບສັນສະກຣິດສາດ້ວຍ, ອັນໜຶ່ງວັດທະນະທັມການບອກສັກກຣາດຂອງຄົນຍຸກນັ້ນ ມັກຈະໃຊ້ ຈຸລະສັງກຣາດ ຫຼາຍກວ່າການໃຊ້ມະຫາສັງກຣາດ ແລະພຸດທະສັກກຣາດ ຄໍາວ່າ "ຈູລສັກຣາສ"(ຕາມສີລາຈາຣືກປະກົດ ຕົວຈະແຈ້ງ ພຽງແຕ່ເປັນສຣະ ອູ ອັນນັ້ນຖືວ່າມັນຜິດກັນໄດ້ລະຫວ່າງ ອຸ-ອູ) ເມື່ອຄຳເບື້ອງຕົ້ນບອກວ່າ "ຈຸລະສັງກຣາດ" ອັກສອນທີ່ເຫັນຖັດໄປ ມັນຕ້ອງເປັນຕົວເລກ ຫຼືຫາກບໍ່ໃຊ້ຕົວເລກ ຈະໃຊ້ອັກສອນແທນ ກໍຕ້ອງໃຊ້ອັກສອນທີ່ສື່ບອກແທນ ຈຳນວນ "ຫ້າ-ສາມ-ສອງ"(ຫຼືຕົວເລກໄດ້) ເມື່ອເຮົາເອົາມາທຽບກັບເລກໃນສີລາອື່ນໆ ເຮົາຮູ້ແລ້ວວ່າ ເປັນເລກ ໕, ແຕ່ຕົວທີສອງ ເຮົາເຫັນຮູບຕ້ອງບອກວ່າ ເລກ ໓ ເພາະເປັນຮູບແບບນີ້ ປາກົດໃນອັກຂອມຢູ່ແລ້ວ ສ່ວນອັກສອນຕົວສຸດ ທ້າຍນີ້ ກໍຕ້ອງບອກວ່າເລກ ໒ ເພາະເລກແບບນີ້ມີໃນບັນດາອັກສອນທຳ, ລາວ, ມອນ, ຂອມ ໃນບາງຍຸກ ທີ່ມັກພົບໃນສີ ລາຈາຣືກລາວ ຫຼືທຳໃນຍຸກຫຼັງສະເໝີ, ໂດຍສະເພາະແມ່ນໃນເລກຂອງເລກຂອງໂຫຣາ ລາວ, ລື້, ມອນ, ພະມ້າ ຂະເໝນ(ປັດຈຸບັນ) ແລະລ້ານນາ(ປັດຈຸບັນ) ກໍມີຮູບລັກສະນະຄ້າຍຄຽງກັນ.

- ເມື່ອສະຫຼຸບແລ້ວ ກໍແມ່ນ ໕໓໒ ຫາກມີຄົນອື່ນຈະຂັດແຍ້ງ ມາບອກວ່ານັ້ນບໍ່ແມ່ນເລກສອງ ມັນແມ່ນເລກ ໗ (ເບິ່ງທີ່ໝາຍ ໄວ້) ກໍສາມາດອະນຸໂລມນຳເຂົາໄດ້, ເພາະເລກລາວໃນໄລຍະຫຼັງໆ ເລກ ໗ ຂຽນ ຕົວ "ຕ" ດຶງຫາງຍາວກໍມີ, ແຕ່ຜູ້ຂຽນຍັງ ເຊື່ອວ່າເລກ ໒ ຕາມມະຫາບຸນມີ ອ່ານ ແຕ່ຈະບໍ່ເຊື່ອວ່າ ແມ່ນ "ແລຯ ຫຼື ໆ" ດັ່ງທີ່ Michel LORRILLARD ໃຫ້ທັດສະນະໄວ້ເດັດຂາດ ມັນເປັນໄປບໍ່ໄດ້ ທີ່ບອກວ່າ "ຈຸລະສັງກຣາດແລຯ" ເພາະມັນບໍ່ມີຄວາມໝາຍຫຍັງໝົດ ຫາກ ຄຳນັ້ນເປັນ "ແລຯ" ຜູ້ຈາຣືກສີລາ ຈຳເປັນຫຍັງຊິມາຂຽນວ່າ "ຈູລສັງກຣາສ" ໄວ້ໃຫ້ເບືອງເນື້ອທີ່ ແລະເວລາ ເພາະ ເຖິງຈາຣືກລົງໄປກໍບໍ່ໄດ້ໃຫ້ຜົນຫຍັງໝົດ, ອັນໜຶ່ງເຮົາຕ້ອງຄຳນຶງວ່າ ການຂຽນ ຫຼືຈາຣືກໃນສະໄໝບູຮານນັ້ນ ເນື້ອທີ່ຂອງສື່ ແລະເຄື່ອງມືໃນການຈາຣືກນັ້ນ ມັນມີຄວາມຈຳກັດຫຼາຍ ສະນັ້ນການຈາຣືກທຸກໆຕົວ ມັນຕ້ອງມີຄວາມໝາຍ.

- ສະນັ້ນ, Michel LORRILLARD ກ່າວເຖິງນັ້ນ ເປັນການກ່າວໃນທັດສະນະທີ່ບໍ່ຍອມຮັບນັກວິໄຈຄົນທ້ອງຖິ່ນ ເຊິ່ງ ເຂົາຖືວ່າຊາວອາຊີ ເປັນຊາດທີ່ຍັງຫຼ້າຫຼັງ ຖືກຄວບຄຸມຈາກອຳນາດອື່ນ ຄວາມທະນົງຕົວນັ້ນອາດຄວບຄຸມແນວຄິດເຂົາໄດ້.

- ໃນຄວາມເປັນຈິງແລ້ວນັກວິໄຈ ແລະນັກຄົ້ນຄວ້າຕ່າງປະເທດ ພາພວກເຮົາຊາວອາຊີຫຼົງທາງມາສະຕະວັດກວ່າແລ້ວ ກ່ຽວກັບປະຫວັດສາດ ຂອງຊາວອາຊີທັງຫຼາຍ ເຮົາຈຶ່ງຫາທາງເປັນຕົວຂອງເຂົາຢ່າງອິດສະຫຼະດ້ວຍຂໍ້ມູນຫຼັກຖານທີ່ມີຢູ່.

- ຜູ້ຂຽນບໍ່ໄດ້ເປັນນັກອ່ານສີລາຈາຣືກຫຍັງໝົດ ແລະບໍ່ໄດ້ຮຽນການອ່ານສີລາຈາຣືກດອກ ພຽງແຕ່ຈົບເສດຖະສາດ ທຳມະດາສາມັນ ແລະບໍ່ໄດ້ຊຳນານ ການວິຊານັ້ນດ້ວຍ ແຕ່ເຄີຍອ່ານໜັງສືບູຮານມາ ທີ່ໄດ້ຮຽນນຳວັດເທົ່ານັ້ນ, ບັງເອີນ ມາອ່ານສີລາຈາຣືກນີ້ໄດ້ຈຶ່ງສະໜັບສະໜູນແນວຄິດທ່ານບຸນມີ ເທບສີເມືອງ ວ່າທ່ານອ່ານຖືກຕ້ອງ ແລະເຊື່ອແນ່ວ່າມະຫາສີລາເອງ ອັນເປັນນັກຄົ້ນຄວ້າລຸ້ນກ່ອນ ກໍບໍ່ມີອຳນາດອື່ນໃດໆມາຄອບງຳແນວຄິດຂອງເພິ່ນເຊັ່ນກັນ.

- ເມື່ອເຮົາອ່ານ ຄຳນັ້ນໄດ້ແລ້ວ ກໍເຊື່ອວ່າອັກສອນທີ່ເຫັນເປັນເຊັ່ນນັ້ນເປັນຈິງ ການອ່ານນີ້ບໍ່ຜິດຈາກຮູບອັກສອນທີ່ເຫັນ ໃນການສະເກັດມາຈາກ ຮູບເດີມເດັດຂາດ, ແຕ່ວ່າຫີນສີລາ ທີ່ບັນທຶກຈາຣືກນີ້ ມີອາຍຸຍາວນານຕາມຕົວເລກ ທີ່ກຳນົດໄວ້ ໃນສີລາຈາຣືກບໍ່, ອັນນີ້ຕ້ອງໄດ້ພິສູດກັນທາງເຄມີຈຶ່ງຈະຮູ້ໄດ້.
(ເລກຂອງປະເທດຕ່າງໆ ສ່ວນວ່າເລກໂຫຣານັ້ນ ແມ່ນເລກໝໍໂຫນ ຫຼືມໍນັ້ນເອງ, ນັກໂຫຣາສາດ ເວລາຈະດູມໍ ເຂົາຈະໃຊ້ເລກແບບນີ້ ໂຫຣາຈານລາວ ໃນຍຸກ ໑໙໙໐ ກັບໄປກໍໃຊ້ເລກນີ້ ແຕ່ປັດຈຸບັນນີ້ ບໍ່ຮູ້ວ່າມີການເບິ່ງມໍດ້ວຍ ລະບົບຄິດໄລບໍ ຫຼືວ່າເບິ່ງແບບຫຼັບຕາເອົາ ເລກໂຫຣານີ້ ມີການໃຊ້ໃນພາກເໜືອລາວ-ໄທຍ໌ ເມື່ອເຂົາຂຽນອັກສອນທຳ)

22 August 2011

ສີລາຈາຣືກອັກສອນລາວທີ່ມີອາຍຸເກົ່າແກ່ປາກົດຕົວໃນພາກອີສານຂອງໄທຍ໌ ໄຂຄວາມຈິງສີລາຈາຣືກຂຸນຣາມຄຳແຫງ

ໂດຍ: ພອຈ.ເນືອງພິລັກ ໂຊຕິທອນ
(ສະຫງວນສິດ)

- ຈາຣືກອັກສອນລາວທີ່ເກົ່າແກ່ທີ່ສຸດທີ່ພົບໃນວຽງຈັນ ແມ່ນຈາຣືກຫຼັກເສມາຫີນຊົງກົມໝາຍເລກ ທຫຼI/13 ປາກົດປາກົດສັກກຣາດ ເປັນຈຸລສັງກາດ 314 ຫາກໄລ່ມາຮອດປີ ຄ.ສ 2008 ນີ້ ຈາຣືກອັກສອນລາວໃນເສມານີ້ມີອາຍຸ ນານເຖິງ 1056  ປີ.(ວິທີຄິດໄລ່ ຂອງຜູ້ຂຽນ ຄື ເອົາປີທີ່ປາກົດໃນສີລາຈາຣືກມາລົບໃຫ້ ປິຈຸລະສັງກາດ 1070 ຄ.ສ ໃນປີ ໒໐໐໘ ຄື ສັງກາດທີ່ພົບໃນສີລາ ຈາຣືກນີ້ຈາຣືກຂຶ້ນໃນປີ ພ.ສ 1495  ຄ.ສ 952).
ເບິ່ງວາຣະສານທ່ຽວເມືອງລາວ ສະບັບທີ 26 ກໍລະກົດ-ກັນຍາ 2005

- ຈາຣືກອັກສອນລາວທີ່ອາຍຸເກົ່າແກ່ທີ່ສຸດທີ່ພົບໃນຫຼວງພຣະບາງ ແມ່ນຈາຣືກອັກສອນລາວທີ່ບັນທຶກໃສ່ສີລາ ຫຼັກທີ ໑ ວັດວິຊຸນນະຣາດ(ດຽວນີ້ໄດ້ຍ້າຍໄປທີ່ພິພິດທະ ພັນພຣະຣາດຊະວັງຫຼວງພຣະບາງແລ້ວ)ສີລາຈາຣືກນີ້ປາກົດສັກກຣາດ ເປັນປີ ຈ.ສ  532 ຫາກໄລ່ມາຮອດປີ ຄ.ສ 2008 ນີ້ ພ.ສ 2551 ຈາຣືກອັກສອນລາວໃນສີລານີ້ ມີອາຍຸນານເຖິງ 838 ປີ. (ວິທີຄິດໄລ່ ຂອງຜູ້ຂຽນ ຄື ເອົາປີທີ່ປາກົດໃນສີລາຈາຣືກມາລົບໃຫ້ ປິຈຸລະສັງກາດ 1370 ກົງກັບປີ ພ.ສ 2551 ຄ.ສ 2008 ຈາຣືກນີ້ຈາຣືກຂຶ້ນໃນປີ ພ.ສ 1713 ຄ.ສ 1170).
ເບິ່ງວາຣະສານທ່ຽວເມືອງລາວ ສະບັບທີ 17 ມັງກອນ-ກຸມພາ 2006

- ຈາຣືກອັກສອນລາວທີ່ເກົ່າແກ່ທີ່ສຸດທີ່ພົບໃນດິນແດນພາກອີສານ(ຂອງໄທຍ໌) ກໍຄືລາວຝັ່ງຂວາໃນອະດີດນັ້ນ ຄື ຈາຣືກພຣະທາດຮ້າງບ້ານແຮ່ ສະຖານີອະນາໄມບ້ານແຮ່(ວັດພຣະທາດສີບຸນເຮືອງ)ຕຳບົນແຮ່ ອຳເພີພັງໂຄນ ຈັງຫວັດສາກົນນະຄອນ, ຂໍ້ຄວາມຈາຣືກກ່າວເຖິງການອຸທິດທີ່ດິນໃຫ້ແກ່ວັດຂອງພຣະຍາຣະດັບເຈົ້າເມືອງໃນບໍຣິເວນເມືອງເກົ່າໃນສາກົນນະຄອນ.

- ການກຳນົດອາຍຸຂອງສີລາຈາຣືກນັ້ນອິງຕາມ ນະວະພັນ ພັດທະຣະມູລ, ໂຄງການຖານຂໍ້ມູນຈາຣືກໃນປະເທດໄທຍ໌, ສມສ,. 2549 , ເຊິ່ງອ້າງອິງຈາກ ທະວັຊ ປຸນໂຍທົກ, ຈາຣືກພຣະທາດຮ້າງບ້ານແຮ່, ໃນສີລາຈາຣືກສະໄໝໄທຍ໌-ລາວ : ສຶກສາທາງດ້ານອັກສອນວິທະຍາແລະປະວັດສາດອີສານ (ກຸງເທບ: ຄຸນພິນ ອັກສອນກິດ, 2530), 225-225.

- ເນື້ອຄວາມທີ່ຈາຣືກໃນບັນທຶກທີ 4 ຂອງສີລາຈາຣືກ ຣະບຸ ຈ.ສ 712  ຄື ພ.ສ 1893  ຄ.ສ 1350 ຈາຣືກນີ້ກົງກັບປີທີ່ ພຣະເຈົ້າອູ່ທອງຊົງສະຖາປານາກຸງສຣີອາຍຸທະຍາ ແລະກ່ອນພຣະເຈົ້າຟ້າງຸ່ມຂຶ້ນຄອງຣາດໃນນະຄອນຊຽງທອງ (ນະຄອນຫຼວງພຣະບາງ) ໃນປີ ພ.ສ 1896 ຄ.ສ 1353 , ພຽງ ໓ ປີ. ນັບມາຮອດປີ 2008 ມີອາຍຸຫຼາຍເຖິງ 658 ປີ.(ເທົ່າກັບອາຍຸຂອງອານາຈັກລ້ານຊ້າງ).
ອ້າງອິງຈາກ
http://www4.sac.or.th/jaruk2008/page.php?p=ZGV0YWls&id=1037

- ຈາຣືກທັງສາມແຫຼ່ງນີ້ເປັນສິ່ງທີ່ເຮັດໃຫ້ພວກເຮົາເຫັນວ່າ ອັກສອນລາວເກົ່າແກ່ກວ່າອັກສອນຂຸນຣາມຄຳແຫງ ຫຼືອັກສອນໄທຍ໌ນັ້ນຕ້ອງພັດທະນາການມາຈາກອັກສອນລາວນີ້ ເນື່ອງຈາກຈາຣືກອັກສອນຣາມຄຳແຫງໃນສີລາຈາຣືກຫຼັກທີ 1 ຂອງສຸໂຂທັຍນັ້ນ ປາກົດວ່າສ້າງໃນປີມະຫາສັງກາດ 1208  ກົງກັບຈຸລະສັງກາດ 645 ຈຸລະສັງກາດ ຫາກຫຼັກຖານນີ້ເປັນຄວາມຈິງ ກໍໝາຍວ່າ ໃນປີ 2008 ນີ້ ສີລາຣືກຂຸນຣາມຄຳແຫງ ມີອາຍຸໄດ້ 725  ປີພໍດີ, ເຊິ່ງຈະທຽບອັກສອນລາວທີ່ພົບໃນແຕ່ລະຫຼັກວ່າມີອາຍຸຫຼາຍກວ່າອັກສອນຂຸນຣາມຄຳແຫງແຕ່ລະຫຼັກດັ່ງນີ້ ຄື

1. ຈາຣືກຫຼັກ ທຫຼI/13 ທີ່ພົບໃນນະຄອນຫຼວງວຽງຈັນ ມີອາຍຸຫຼາຍກວ່າຈາຣືກຣາມຄຳແຫງເຖິງ 331 ປີ.
2. ຈາຣືກຫຼັກທີ 1 ວັດວິຊຸນທີ່ພົບໃນນະຄອນຫຼວງພຣະບາງ ມີອາຍຸຫຼາຍກວ່າຈາຣືກຂຸນຣາມຄຳແຫງເຖິງ 113 ປີ.

- ຈາຣືກທີ່ພົບໃນລາວທັງສອງຫຼັກນັ້ນ ເຫັນວ່າມີອາຍຸຫຼາຍກວ່າສີລາຈາຣືກຂຸນຣາມຄຳແຫງຢ່າງຂາດຂັ້ນ ຈຶ່ງເປັນໄປບໍ່ໄດ້ທີ່ຄວາມໝາຍ ແລະຄວາມເຂົ້າໃຈຂອງນັກປະວັດສາດອັກສອນໄທຍ໌ ທີ່ໄດ້ໃຫ້ທັດສະນະກ່ຽວກັບອັກສອນລາວ ທັງໃນລາວ ແລະໃນພາກອີສານວ່າ "ພັດທະນາມາຈາກອັກສອນຣາມຄຳແຫງ" ອັນໜຶ່ງໃນໄລຍະຜ່ານມາກໍຕາມ ອາຈານທີ່ປຶກສາວິທະຍານິພົນໃຫ້ແກ່ນັກສຶກລະດັບຊັ້ນຕ່າງໆ ມັກຈະສອດແຊກແນວຄິດນີ້ໂດຍການຊີ້ແນະໃຫ້ນັກສຶກສາ ຜູ້ທີ່ຂຽນວິທະຍານິພົນເລື່ອງ ພາສາ ແລະອັກສອນຕ້ອງໄດ້ໃຫ້ທັດສະນະວ່າອັກສອນລາວໄດ້ຈາກສຸໂຂໄທ ໂດຍຜ່ານຫຼວງພະບາງ ເຂົ້າສູ່ອີສານ ຫາກມີແນວຄວາມຄິດຕ່າງຈາກນີ້ເຖິງມີຫຼັກຖານດີກວ່າ ວິທະຍານິພົນນັ້ນມັກຈະກວດຜ່ານຍາກ.

- ນອກຈາກຫຼັກຖານຈາຣືກອັກສອນລາວ 2 ຫຼັກນັ້ນແລ້ວ ທາງໄທຍ໌ຍັງໄດ້ພົບຈາຣືກອັກສອນລາວທີ່ເກົ່າແກ່ ໃນດິນແດນພາກອີສານຂອງໄທຍ໌ອີກ, ເຖິງວ່າຈາຣືກນີ້ຈະສ້າງຫຼັງຈາຣືກຂຸນຣາມຄຳແຫງເຖິງ 67 ປີກໍຕາມ, ແຕ່ວ່າເປັນປີດຽວກັບ ພຣະເຈົ້າອູ່ທອງຊົງສະຖາປານາກຸງສຣີອະຍຸທະຍາເປັນຣາຊະທານີແຫ່ງສຍາມ ກ່ອນພຣະເຈົ້າຟ້າມງຸ່ມມະຫາຣາດ ຂຶ້ນຄອງຣາດໃນນະຄອນຊຽງທອງ ແລະຊົງສະຖາປານາອານາຈັກລ້ານຊ້າງບົນສອງຝາກຝັ່ງແມ່ນຳ້ຂອງ ອັນມີເຂດແດນກວ້າງຂວາງພຽງ 3 ປີ ເທົ່ານັ້ນ ດັ່ງປາກົດໃນຫຼັກຖານທາງປະວັດສາດວ່າ "ດິນແດນລາວທາງເໜືອຮອດຜາໄດ ຜາດ່າງ ທາງໃຕ້ຮອດຫຼີ່ຜີ, ທາງຕາເວັນຕົກກຸງສຣິອາຍຸທະຍາ ທາງຕາເວັນອອກສາຍພູຫຼວງແດນແກວເປັນເຂດ".

- ເປັນທີ່ໜ້າສົງໄສວ່າ ເຫດສັນໃດ ອາຍຸທະຍານັ້ນມີອຳນາດຂຶ້ນ ໃນສະໄໝພຣະເຈົ້າອູ່ທອງ ເຊິ່ງກ່ອນພຣະເຈົ້າຟ້າງຸ່ມ ພຽງແຕ່ 3 ປີ ເປັນໄປໄດ້ບໍວ່າອຳນາດຂອງອາຍຸທະຍາ ຈະແຜ່ອິດທິພົນຂ້າມສາຍດົງພຣະຍາພໍ່ (ອົງພຣະຍາໄຟ)ມາຍັງດິນອັນເປັນພາກອີສານຂອງໄທຍ໌ດຽວນີ້ໄດ້ພາຍໃນ 3 ປີ, ຫາກຈະເວົ້າເຖິງອຳນາດທາງການເມືອງ, ການປົກຄອງ ແລະຊົນຊາດຊົນເຜົ່າໃນສະໄໝນັ້ນ ມັນກໍເປັນໄປໄດ້ຍາກເຕັມທີ,  ອັນໜຶ່ງທາງອານາຈັກອາຍຸທະຍາ ຫຼືຫົວເມືອງໃນລ່ອງແມ່ນນໍ້າເຈົ້າພະຍາລົງໄປໃຕ້ ຈົນຮອດຊາຍທະເລນັ້ນ ມັກຈະພົບວ່າໃຊ້ອັກສອນຂອມ ແລະມອນເປັນສ່ວນຫຼາຍ ສ່ວນອັກສອນລາວ, ອັກສອນລາວໃນຮູບຕ່າງໆ ແລະອັກສອນທຳລາວ ມັກຈະພົບໃນດິນແດນອະດີດລ້ານຊ້າງ ລ້ານນາ ສຸໂຂໄທ ເປັນສ່ວນຫຼາຍ ເປັນອັນວ່າ ກະແສວັດທະນະທຳອື່ນໆ ຈາກອາຍຸທະຍາ ບໍ່ຂ້າມດົງພະຍາໄຟມາຍັງປາຍນໍ້າຊີ ແມ່ນໍ້າມູນເລີຍ.

- ຈາກຫຼັກຖານທາງອັກສອນ ທີ່ພົບໃນສາກົນນະຄອນນັ້ນເປັນອັກສອນລາວແທ້ ກໍຢັ້ງຢືນວ່າ ສຍາມບໍ່ໄດ້ມີອິດທິພົນວັດທະນະທຳອັກສອນ ແລະພາສາເໜືອດິນແດນລາວຝັ່ງຕາເວັນຕົກຂອງລ້ານຊ້າງເລີຍ ຫາກພິເຄາະຕາມຄວາມເຫັນ ຂອງນັກວິຊາການໄທຍ໌ໃນໄລຍະໃໝ່ ກ່ຽວກັບພາກອີສານວ່າ "ສຍາມມີອິດທິພົນໃນພາກອີສານຕໍ່ຈາກຂອມມາກ່ອນລາວ" ອັນນີ້ເຮັດໃຫ້ມອງເຫັນວ່າ "ອັກສອນລາວບໍ່ພຽງແຕ່ບໍ່ໄດ້ຮັບອິດທິພົນຈາກສຍາມແຫ່ງອະຍຸທະຍາເລີຍ ອາຍຸທະຍາຍັງໄດ້ພັດທະນາ ອັກສອນຈາກລາວລ້ານຊ້າງຢ່າງເຕັມຕົວ ອາດກ່າວໄດ້ວ່າ ພາສາເອງກໍໄດ້ຮັບອິດທິພົນຈາກພາສາລາວ" ຕໍ່ບັນຫາການເຂົ້າມາຂອງພາສາ ແລະອັກສອນຈາກອາຍຸທະຍາສູ່ລ້ານຊ້າງຕາເວັນຕົກ ແລະຕາເວັນອອກຂອງແມ່ນໍ້າຂອງຖືວ່າເປັນອັນຕົກໄປ ເພາະຫຼັກຖານທາງໄທຍ໌ກໍບໍ່ກ່າວເຖິງຢູ່ແລ້ວ ໃນຄວາມເປັນຈິງແຫ່ງປະຫວັດສາດ ພູມສາດ ການເມືອງ ການປົກຄອງ ກໍຫາຫຼັກຖານຍາກຢູ່ແລ້ວ.

- ທີ່ນີ້ເຮົາມາສຶກສາເຖິງຄຳວ່າ "ສຍາມ ກັບມໄທຍ໌" ໃນອາຍຸທະຍາໂດຍອາໄສ ຫຼັກຖານຂໍ້ມູນເບື້ອງຕົ້ນນັ້ນຕໍ່ ເມື່ອພົບຫຼັກຖານທາງປະຫວັດສາດຂອງສຍາມວ່າ “ສຍາມພະຍາຍາມພື້ນຕົວອອກຈາກຂອມ ແລະມອນ ສະເໝີມາ”  ຫາກເປັນໄປຕາມນັ້ນ ເຮົາຕ້ອງສຶກສາຕື່ມອີກວ່າ "ສຍາມ" ເປັນຊົນຊາດໃດ ? ເຫດໃດຈຶ່ງພະຍາມຍາມຟື້ນຕົວຈາກຂອມ ແລະມອນ, ອີກຢ່າງໜຶ່ງພະເຈົ້າອູ່ທອງກໍດີ ເມືອງອາຍຸທະຍາກໍດີ ເປັນຊາດໃດ ຄົນສຍາມ ຂອມ ມອນ ຫຼຶລາວ ?

- ຫຼັກຖານ ຈາຣືກອັກສອນທີ່ພົບໃນພຣະທາດຮ້າງບ້ານແຮ່ ເກີດກ່ອນພຣະພຣະເຈົ້າຟ້າງຸ່ມພຽງ 3 ປີ ແຕ່ອັກສອນໃນສີລາຈາຣືກນີ້ສົມບູນທີ່ສຸດ ເກືອບກ່າວໄດ້ວ່າສົມບູນກວ່າອັກສອນໃນສະໄໝພະຍາລິໄທ ແຫ່ງສຸໂຂໄທດ້ວຍຊໍ້າ, ອັນນີ້ສະແດງໃຫ້ເຫັນວ່າ ອັກສອນພຣະທາດຮ້າງບ້ານແຮ່ ພັດທະນາມາຢ່າງຍາວນານຈົນສົມບູນກ່ອນທີ່ຈະມີການບັນທຶກໃສ່ສີລານີ້, ຫາກເຮົາທຽບອັກສອນຂຸນຣາມຄຳແຫງ ກັບອັກສອນສະໄໝພຣະລິໄທ ເຫັນວ່າອັກສອນສະໄໝພຣະຍາລິໄທ ກັບອັກສອນຂຸນຣາມຄຳແຫງທີ່ເປັນຍຸກຕໍ່ກັນມານັ້ນຕ່າງກັນໂດຍສິ້ນເຊີງ ແຕ່ອັກສອນສະໄໝພຣະຍາລິໄທ ພັດມາຄືອັກສອນລາວໃນພຣະທາດຮ້າງບ້ານແຮ່ ອັນນີ້ໝາຍວ່າ ອັກສອນສະໄໝພຣະຍາລິໄທ ບໍ່ໄດ້ຖືແບບຢ່າງອັກສອນຂອງຂຸນຣາມຄຳແຫງອັນເປັນບັນພະບູຣຸດຂອງຕົນເລີຍ ແຕ່ກັບມາເອົາແບບຢ່າງຈາກອັກສອນລາວ ແບບດຽວກັບອັກສອນລາວໃນສີລາຈາຣືກພຣະທາດຮ້າງບ້ານແຮ່ເວົ້າສະເພາະມເວົ້າລວມອັກສອນພະຍາລິໄທ ຄືອັກສອນກຸ່ມດຽວກັບອັກສອນລາວໃນພູມີພາກນີ້ ແລ້ວມີຄຳຖາມວ່າສູນກາງ ຫຼືແຫຼ່ງກຳເນີດອັກສອນ ໃນພຣະທາດຮ້າງບ້ານແຮ່ນັ້ນກຳເນີດຈາກຈຸດໃດມາຈາກໃສ ?

- ປະຫວັດສາດໄທຍ໌ ແລະລາວຕອນຕົ້ນໆ ນັ້ນກຳເນີດຊາດ ມາຈາກຈຸດດຽວກັນ ຄືມາຈາກອານາຈັກອ້າຍລາວ-ງາຍລາວ ແລະສືບເຊື້ອມາຈາກໄທລາວ ແລະຂຸນບູຣົມຣາຊາທິຣາດທີ່ດຽວກັນ ຄື ມາຈາກສອງຈຸດ ຄື ນ່ານເຈົ້າ ເມືອງແຖນ.

- ໃນຍູກກຳເນີດ ປະຫວັດສາດໄທຍ໌-ລາວ ຖືຈຸດກຳເນີດຈາກຕ່າງກັນ ຄື ໄທຍ໌ ກຳເນີດຈາກອະຍູທຍາ ແລະສຸໂຂໄທ ໂດຍເອົາສອງແຫຼ່ງມາລວມກັນ ຄື ສຸໂຂໄທ ໂດຍເນັ້ນໃສ່ຂຸນຣາມຄຳແຫງເປັນຕົ້ນກະສັດ ແລະອະຍຸທະຍາໂດຍ ເອົາພະພຣະເຈົ້າອູ່ທອງ ເປັນຕົ້ນກະສັດ.

- ສ່ວນລາວແມ່ນຖືເອົານະຄອນຊຽງທອງ ເປັນຈຸດກຳເນີດ ແລະຖືເອົາພຣະເຈົ້າຟ້າງູ່ມ ເປັນຕົ້ນກະສັດ.

- ລາວມີຈຸດກຳເນີດປະຫວັດສາດຢູ່ນະຄອນຊຽງທອງ ຖືເອົາອານາຈັກລ້ານຊ້າງເປັນປະຫວັດສາດມາ, ທີ່ນີ້ກ່ອນຈະມາເຖິງພຣະເຈົ້າຟ້າງຸ່ມມະຫາຣາດນັ້ນ ລາວມີກະສັດສືບເຊື້ອສາຍມາກ່ອນແລ້ວ 22 ພຣະອົງໂດຍເລີ່ມຈາກຂຸນລໍເປັນຕົ້ນມາ ໃນໄລຍະນີ້ ເຮົາພົບເຫັນຫຼັກສີລາຈາກລືກວັດວິຊຸນ ທີ່ມີອາຍຸເກົ່າແກ່ກວ່າຂຸນຣາມຄຳແຫງແລ້ວ ແລະສົມບູນກວ່າອັກສອນຂຸນຣາມຄຳແຫງອີກ ອັນນີ້ສະແດງໃຫ້ເຫັນວ່າອັກສອນລາວວັດວິຊຸນນັ້ນພັດທະນາມາກ່ອນໜ້ານັ້ນຫຼາຍຮ້ອຍປີກວ່າຈະສົມບູນເຊັ່ນນີ້ໄດ້ ກໍໝາຍວ່າອັກສອນລາວວັດວິຊຸນນັ້ນ ພັດທະນາມາແຕ່ຍຸກຕົ້ນໆຂຸນລໍ ຄືມາຈາກການກຳເນີດຊາດລາວ ຫຼືກຳເນີດອານາຈັກຊຽງທອງ ສູນກາງອັກສອນລາວກໍຄືຢູ່ຊຽງທອງນີ້ເອງ.

- ເມື່ອທາງໄທຍ໌ພົບອັກສອນລາວ ທີ່ພະທາດຮ້າງບ້ານແຮ່ ສາກົນນະຄອນ ກ່ອນພຣະເຈົ້າຟ້າງຸ່ມຄອງຣາດພຽງ 3 ປີ ກໍໝາຍວ່າສີລາຈາຣືກນີ້ສ້າງຂຶ້ນໃນສະໄໝພຣະຍາຄຳຮຽວຄອງຊຽງທອງ ຫຼັກສີລານີ້ໄດ້ສະໜັບສະໜຸນສີລາຈາຣືກວັດວິຊຸນໃຫ້ເດັ່ນຂຶ້ນ ອີກຢ່າງໜຶ່ງໄດ້ຢັ້ງຢືນໃຫ້ເຫັນວ່າອຳນາດຂອງເຈົ້າຟ້າງ້ຽວ ແລະເຈົ້າຟ້າຄຳຮຽວ ໜ້າຈະມີອິດທິພົນເໜືອອີສານໃນລ່ອງແມ່ນຳ້ສົງຄາມ ແມ່ນໍ້າຊີມາກ່ອນສຍາມແລ້ວ ເນື່ອງຈາກອາຍຸທະຍາກ່ອນນັ້ນ ເປັນເມືອງທີ່ບໍ່ທັນມີອຳນາດ ແລະຂຶ້ນກົງຕໍ່ມອນ ແລະຂອມ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ ພຣະເຈົ້າງຸ່ມມະຫາຣາດອ້າງຄວາມຊອບທຳ ໃນການທ້ອນໂຮມດິນແດນລາວຝັ່ງຂວາແມ່ນຳ້ຂອງ ເຊິ່ງເຫັນໄດ້ຈະແຈ້ງວ່າ ພຣະເຈົ້າຟ້າງຸ່ມມະຫາຣາດ ບໍ່ໄດ້ສ້າງອິດທິພົນເໜືອອຳນາດຂອງອາຍຸທະຍາ ຫາກເປັນພຽງການໂຮມແຜ່ນດິນອັນເປັນຂອງຊົນຊາດລາວເຫຼົ່ານັ້ນໃຫ້ເປັນອັນໜຶ່ງເອົາດຽວກັນເທົ່ານັ້ນ ເພື່ອຄວາມຈະແຈ້ງຕໍ່ບັນຫານີ້, ພວກເຮົາເຫັນຄຳໃນ ສຸພຣະອັກສອນຂອງພຣະເຈົ້າອູ່ທອງ ທີ່ສົ່ງຕອບກັບມາຍັງພຣະເຈົ້າຟ້າງຸ່ມນັ້ນວ່າ "ເຮົາຫາກແມ່ນອ້າຍນ້ອງ ກັນມາແຕ່ຂຸນບູຣົມພຸ້ນ ຫາກເຈົ້າເປັນລູກຫຼານຂອງຂຸນບູຣົມຈິງ ເຮົາຢ່າມາຮົບຮາຂ້າຟັນກັນເລີຍ ດິນແດນສ່ວນທີ່ເລີຍ ດົງສາມເສົ້າ(ດົງພຣະຍາໄຟ)ຈະຣົດພູພຣະຍາພໍ່ ແລະແດນເມືອງນະຄອນໄທ ໃຫ້ເປັນຂອງເຈົ້າ ສ່ວນທີ່ຢູ່ເລີຍດົງພຣະຍາ ໄຟລົງມາໃຫ້ເປັນຂອງຂ້ອຍ ແລ້ວຈັດສົ່ງລູກສາວໄປຈັດທີ່ຢູ່ທີ່ນອນໃຫ້" (ທອງສືບ ສຸພະມາກ:ອ້າງໃນ ສົມເດັດພຣະສັງຄະຣາດລາວ 2528:43) ຄວາມຈະແຈ້ງໃນສຸພະອັກສອນຂອງພຣະເຈົ້າອູ່ທອງນັ້ນ ສະແດງໃຫ້ເຫັນວ່າ ອຳນາດຂອງມອນກ່ອນພຣະເຈົ້າອູ່ທອງກໍດີ, ອຳນາດຂອງສຍາມໃນສະໄໝພຣະເຈົ້າອູ່ທອງ ທີ່ສະຖາປານາອາຍຸທະຍາກ່ອນພຣະເຈົ້າຟ້າງຸ່ມພຽງ 3 ປີນັ້ນກໍດີ ບໍ່ເກີນເລີຍດົງພຣະຍາໄຟເຂົ້າມາຍັງປາຍນໍ້າຊີມູນເລີຍ.

- ອັນໜຶ່ງເຫັນໄດ້ວ່າໃນສຸພະອັກສອນຂອງພຣະເຈົ້າອູ່ທອງນັ້ນ ບໍ່ໄດ້ປ້ອງກັນດິນແດນຈາກດົງພຣະຍາໄຟເຂົ້າມາຫົວເມືອງພາຍໃນລ້ານຊ້າງສະໄໝນັ້ນ ຫາກແຕ່ວ່າເຈຣະຈາບໍ່ໃຫ້ພຣະເຈົ້າຟ້າງຸ່ມ ຍົກທັບເຂົ້າໄປໃນເຂດອາຍຸທະຍາເທົ່ານັ້ນ ທັງຍັງເຮັດໃຫ້ເຮົາເຫັນອຳນາດຂອງພຣະເຈົ້າຟ້າງງຸ່ມແຜ່ລັດສະໝີໄປຢ່າງກວ້າງຂວາງ, ທາງໜຶ່ງຍັງເຮັດໃຫ້ເຮົາເຫັນວ່າ ພະເຈົ້າອູ່ທອງ ແລະຄົນອາຍຸທະຍານັ້ນ ສືບເຊື້ອສາຍມາຈາກລາວ ບໍ່ວ່າຈະມາຈາກລາວລົບບູລີ ລາວລ້ານນາ ລາວລ້ານຊ້າງທາງໃດທາງໜຶ່ງ ຫາກເປັນເຊັ່ນນັ້ນຈິງ ພາສາ ແລະອັກສອນອາຍຸທະຍາ ຕ້ອງແມ່ນສືບທອດມາຈາກລາວ ໂດຍສະເພາະລາວລ້ານຊ້າງຊຽງທອງ ຜ່ານສຸໂຂໄທ ຫຼືຂ້າມໄປທາງດົງພະຍາໄຟປາຍນໍ້າສັກ ທີ່ເປັນເຫງົ້າແຫຼງວັດທະນະທຳລາວຈາກທາງເໜືອ ແລະຕາເວັນອອກສ່ຽງເໜືອຜ່ານແມ່ນໍ້າງື່ມ ນໍ້າກະດິງ ນໍ້າເຊບັ້ງໄຟ ໄປຕາມແມ່ນໍ້າສົງຄາມ ນໍ້າຊີ ເຊິ່ງເປັນແອ່ງອາຣະທຳລາວລວມສູນຢູ່ທີ່ນີ້ກ່ອນຍຸກປະຫວັດສາດ.

- ມາເບິ່ງເບື້ອງສຸໂຂໄທ ກັບລ້ານຊ້າງຊຽງທອງ ເຊິ່ງນັກປະຫວັດສາດພາສາ ອັກສອນໄທຍ໌ຢັ້ງຢືນວ່າ "ອັກສອນລາວໄດ້ຈາກສຸໂຂໄທ ຜ່ານຊຽງທອງ ແລ້ວເຂົ້າສູ່ພາກອີສານຂອງໄທຍ໌ອີກຕໍ່ໜຶ່ງ"   ຈິງຢູ່ຂຸນອິນທະຣາທິດກັບຂຸນບາງກາງທ່າວ ສະຖາປານາສຸໂຂໄທຂຶ້ນຫຼາຍປີ ກ່ອນຈະມາເຖິງສະໄໝຂອງຂຸນຣາມຄຳແຫງ ອັນເປັນຣາຊະບຸດທີ່ສືບຕໍ່ຣາດບັນລັງໃນສຸໂຂໄທຕໍ່ມາ ແຕ່ວ່າຄວາມຊັດເຈນ ເຣື່ອງອຳນາດທາງການເມືອງຂອງຂຸນອິນທະຣາທິດນັ້ນ ຄົງບໍ່ມີຫຼາຍກວ່າພຣະຍາລັງທິຣາດ ທີ່ຄອງນະຄອນຊຽງດົງ ຊຽງທອງຮ່ວມຍຸກກັນປະວັດສາດສຸໂຂໄທນັ້ນ ບົດບາດທີ່ປາກົດໃນສີລາຈາຣືກຂອງຂຸນຣາມຄຳແຫງນັ້ນ ບໍ່ໄດ້ໃຫ້ຄວາມສຳຄັນກ່ຽວກັບຂຸນອິນທຣາທິດຫຼາຍ ເທົ່າອຳນາດຂອງຂຸນຣາມຄຳແຫງເອງ, ອັນໜຶ່ງກ່າວເຖິງຖານັນດອນສັກຂອງ ພຣະຍາລັງທິລາດ ກໍຢູ່ໃນຖານະ “ພະຍາ” ແຕ່ຂຸນອິນທະລາທິດ ກໍຢູ່ໃນຖານະ “ຂຸນ” ກ່ຽວກັບດ້ານອັກສອນ ເຖິງວ່າອຳນາດທາງການເມືອງຂອງຂຸນຣາມຄຳແຫງ ທີ່ປາກົດໃນສີລາຈາຣືກ ຈະເນັ້ນຄວາມສຳຄັນວ່າກວ້າງໄປຮອດເມືອງ ຊວາ...ວຽງຈັນວຽງຄຳກໍຕາມ ອັນນັ້ນບໍ່ໄດ້ໝາຍວ່າ ລ້ານຊ້າງຊຽງດົງຊຽງທອງ ແລະວຽງຈັນ-ວຽງຄຳ ຈະມີອຳນາດ ນ້ອຍໄປກວ່າສຸໂຂໄທ, ສິ່ງທີ່ເປັນໜ້າສັງເກດກ່ຽວກັບອັກສອນລາວ ວ່າໄດ້ຮັບອິດທິພົນມາກຈາກສຸໂຂໄທນັ້ນ ຫຼັກຖານໃນສີລາຈາຣືກ ທີ່ພົບໃນວຽງຈັນຫຼັກ ທຫຼI/13 ແລະສີລາຈາຣືກວັດວິຊຸນຫຼັກທີ 1 ກໍເປັນເຄື່ອງພິສູດແລ້ວວ່າ ອັກສອນລາວ ເກີດກ່ອນອັກສອນສຸໂຂໄທຫຼາຍກວ່າຕັ້ງເປັນ 331 ປີ, (ສີລາຈາຣືກໃນວຽງຈັນ  ໂດຍສະເພາະຫຼັກອັກສອນລາວ ໝາຍເລກ ທຫຼI/13 ນັ້ນ, ເຮົາພົບແຕ່ຕົວເລກເທົ່ານັ້ນ) ແຕ່ເຮົາທຽບກັບສີລາຈາລືກ ຫຼັກທີ 1 ວັດວິຊຸນ ກໍມີຮູບແບບພັດທະນາການສົມບູນ ແລະຄວາມແຕກຕ່າງຈາກອັກສອນຂຸນຣາມຄຳແຫງຈະແຈ້ງກວ່າ ທັງມີຄວາມໃກ້ຄຽງອັກສອນລາວໃນໄລຍະຫຼັງໆ ໂດຍສະເພາະມີຄວາມຄ້າຍກັບອັກສອນລາວ ທີ່ຮຽກວ່າ “ອັກສອນຝັກຂາມ” ອັນມີອິດທິພົນທາງພາກເໜືອ ສອງຝັ່ງ ຄືອານາຈັກສຸວັນນະໂຄມຄຳ, ຜະສົມອັກສອນລາວໃນຈາຣືກພະທາດຮ້າງບ້ານແຮ່ທີ່ສຸດ,  ຍ່ອມເຮັດໃຫ້ເຫັນວ່າອັກສອນລາວມີຄວາມຈະແຈ້ງ ໃນເລື່ອງຮູບການຂອງພັດທະນາການອັກສອນ ແລະຄວາມ ເກົ່າຂອງສີລາ ແລະການສ້າງສີລາ ຖ້າທຽບໃສ່ອັກສອນຂອງຂຸນຣາມຄຳແຫງແລ້ວ ຍັງມີຄວາມໄກຄວາມຈິງ ເມື່ອທຽບກັບອັກສອນໄທຍ໌ ແລະລາວໃນປັດຈຸບັນ ເມື່ອມາເບິ່ງຕົວສີລາເອງກັບທັນສະໄໝກວ່າ ເຮັດໃຫ້ສີລາຈາຣືກ ກັບໂຕອັກສອນຂັດແຍ້ງໃນຕົວມັນເອງ, ນອກຈາກນັ້ນເນື້ອຄວາມໃນສີລາຈາລືກຂຸນຣາມຄຳແຫງ ຍັງສະແດງຄວາມ ເດັ່ນໃນເລື່ອງຂອງການປະຕິເສດອັກສອນລາວ ທີ່ປາກົດຕົວກ່ອນນັ້ນຢ່າງຈົງໃຈ ດັ່ງຄຳປາກົດໃນສີລາຈາຣືກດ້ານທີ 4 ແຖວທີ 8-11໘ ວ່າ "ເມື່ອກ່ອນ ລາຍສືໄທນີ້ບໍ່ມີ 12ໜ5ສກ ປີມະແມພໍ່ຂຸນຣາມຄຳແຫງ ຫາໄຄຣ່ໃຈໃນໃຈ ແລໃສ່ລາຍສືໄທນີ້ ລາຍສືໄທຈຶ່ງມີ ເພື່ອຂຸນຜູ້ນັ້ນໃສ່ໄວ້..." ຂໍ້ຄວາມນີ້ ສະແດງໃຫ້ເຫັນວ່າ ຈາຣືກຣາຄຳແຫງ ບໍ່ໄດ້ຮັບຮູ້ວ່າອັກສອນລາວທີ່ປາກົດຕົວໃນພາກພື້ນດຽວກັນນີ້ມີມາກ່ອນເລີຍ ຈຶ່ງເຮັດໃຫ້ຂຸນຣາມຄຳແຫງ ປະຕິເສດຄວາມຈິງນັ້ນ, ທັງໆທີ່ອັກສອນລາວນັ້ນ ໄດ້ຂະຫຍາຍຕົວໃນພູມີພາກນີ້ ໂດຍສະເພາະໃນຊຸມຊົນຊາວລາວຫຼາຍຫົວເມືອງ, ສິ່ງທີ່ສະໜັບສະໜູນທັດສະນະນີ້ ອັກສອນລາວທີ່ພົບໃນສະກົນນະຄອນນັ້ນ ເປັນຕົວຢ່າງຢັ້ງຢືນໃຫ້ເຫັນວ່າ ຄວາມຊັດເຈນໃນຄຳທີ່ປາກົດໃນສີລາຈາຣືກຂອງ ຂຸນຣາມຄຳແຫງນັ້ນ ມັນໄດ້ຄຳ້ປະກັນຄວາມຖືກຕ້ອງຫຼາຍນ້ອຍພຽງໃດ ໃນບັນຫານີ້ ທີ່ວ່າກ່ອນໜ້າອັກສອນຂຸນຣາມຄຳແຫງນັ້ນອັກສອນໄທ ເຊິ່ງເປັນວົງສະກຸນດຽວກັບລາວນັ້ນບໍ່ມີ ຈຶ່ງຢູ່ສີລາຈາຣືກບ້ານແຮ່ ສາກົນນະຄອນຈະເກີດ ຂຶ້ນຫຼັງສີລາຈາຣືກຣາມ ຄຳແຫງຕັ້ງ 76 ປີ, ແຕ່ເຫດສັນໃດສີລາຈາຣືກຂອງຣາມຄຳແຫງກັບສີລາຈາຣືກບ້ານແຮ່ ຈຶ່ງມີຄວາມແຕກຕ່າງກັນເຖິງປານນີ້ ທັງໆທີ່ເຂົ້າໃຈວ່າ "ອັກສອນລາວພັດທະນາມາຈາກອັກສອນຂຸນຣາມຄຳແຫງ ຫຼືອັກສອນສຸໂຂໄທ" ອິງຕາມໄລຍະເວລາແລ້ວ ວິວັດທະນາການປ່ຽນແປງໃນລັກສະນະການສຶບທອດນັ້ນ ອັກສອນລາວໃນບ້ານແຮ່ ສາກົນນະຄອນ ມັນບໍ່ຄວນທີ່ຈະພັດທະນາໃຫ້ສົມບູນທັງຮູບ ແລະອັກຂະຫຼະວິທີເຖິງຂະໜາດນັ້ນ ຫຼືຈາກຕົວອັກ ສອນຂຸນຣາມຄຳແຫງໄວເຖິງປານນີ້ ເວັ້ນເສັຍແຕ່ການພັດທະນານັ້ນ ຫາກເກີດຈາກຄວາມຈົງໃຈໃຫ້ມັນແຕກຕ່າງ ແຕ່ມັນຈະເປັນໄປໄດ້ຈັ່ງໃດ ? ໃນເມື່ອອັກສອນລາວທີ່ພົບວ່າມີອາຍຸເກົ່າກວ່າທັງສອງ ຫຼັກທີ່ພົບນັ້ນມີອາຍຸຫ່າງກັນຕັ້ງ 113 ປີ ພັດມີຄວາມໃກ້ຄຽງກັບອັກສອນບ້ານນາແຮ່ຂ້າມຍຸກຂອງຣາມຄຳແຫງໄປໄດ້ ແລະເມື່ອເອົາອັກສອນບ້ານນາແຮ່ມາ ສົມທຽບກັບອັກສອນລາວໄລຍະຫຼັງໆ ທີ່ພົບກັນທົ່ວໄປທັງໃນລາວ ແລະອີສານກັບມີຄວາມຄ້າຍກັນບໍ່ຜິດຜ້ຽນ, ສິ່ງໜຶ່ງສິ່ງດຽວທີ່ແຕກຕ່າງໂດຍຈະແຈ້ງ ຄືເປັນສີລາຫຼັກດຽວໃນຍຸກດຽວກັນ ທີ່ໃຊ້ມະຫາສັງກາດ ແທນຈຸນລະສັງກາດ ອັນນີ້ມັນແມ່ນຄວາມແຕກຕ່າງ ທີ່ນອກເໜືອວັດທະນະທຳໃນຍຸກດຽວກັນ.

- ມາເບິ່ງດ້ານອັກສອນຂະເໝນ ແລະອັກສອນຂອມ ກັບອັກສອນລາວທັງ 2 ຫຼັກ (ໝາຍເອົາສີລາຈາລືກ ວັດວິຊຸນ ກັບສີລາຈາລືກທາດຮ້າງບ້ານແຮ່) ທີ່ອ້າງເຖິງນັ້ນ ກ່າວໂດຍຈະແຈ້ງວ່າ ບໍ່ມີອັກສອນໃດ ຂອງອັກສອນລາວໃນຍຸກ ນີ້ເໝືອນກັບອັກສອນຂະເໝນເລີຍ, ມາເບິ່ງເບຶ້ອງອິດທິພົນຂອງຂອມໃນພູມີພາກນີ້ ກໍເຫັນ ໄດ້ຈະແຈ້ງວ່າໃນລະຫວ່າງ ພຸດທະສະຕະວັດທີ 18 ກັບໄປນັ້ນຂອມເຮືອງອຳນາດໃນພູມີພາກນີ້ ແຕ່ເຫດສັນໃດອັກສອນທີ່ບ້ານແຮ່ ສາກົນນະຄອນ ຈຶ່ງບໍ່ມີ ອັກສອນຂະເໝນຜະສົມຢູ່ດ້ວຍ ແມ່ນກະທັງພາສາຂະເໝນ ຫຼືພາສາຂອມເອງ ກໍບໍ່ໄດ້ປະປົນໃນສີລາຈາຣືກ ນັ້ນຫຼາຍເລີຍ ອັນນີ້ມັນສະແດງໃຫ້ເຫັນວ່າ ອຳນາດທາງວັດທະນະທຳທາງພາສາ ແລະອັກສອນຂອມ ບໍ່ໄດ້ມີອິດທີພົນ ຕໍ່ວັດທະນະທາງພາສາ ແລະອັກສອນລາວໃນແຫຼ່ງຊຸມຊົນລາວໃນສາກົນນະຄອນ ແລະເມືອງອື່ນໆໃນພູມີພາກດຽວ ກັນເລີຍ, ອັນນີ້ຍັງບໍ່ທັນເວົ້າເຖິງຫຼັກຖານໃນສີລາຈາຣືກວັດວິຊຸນນັ້ນ, ທີ່ກຳເນີດໃນຍຸກຂອງຂອມເຮືອງອຳນາດ ສຸດຂີດໃນຍຸກນີ້ ກໍຍັງບໍ່ປາກົດເຫັນພາສາ ແລະອັກສອນຂອມເຂົ້າມີອິດທະພົນປະປົນຢູ່ ແມ່ນແຕ່ນ້ອຍດຽວ, ເຊິ່ງມັນ ກໍຕ່າງຈາກອັກສອນຣາມຄຳແຫງໂດຍສິ້ນເຊີງ ທີ່ມີຮູບແບບອັກສອນຂອມ ເຂົ້າມາກ່ຽວຂ້ອງຢ່າງເຫັນໄດ້ຈະແຈ້ງ ມັນເປັນສິ່ງທີ່ທຳໃຫ້ສົງໄສ ໃນອຳນາດຂອງຂຸນຣາມຄຳແຫງເອງ, ແນວຄວາມຄິດຂອງຣາມຄຳແຫງ ກັບທັງຕົວຂຸນຣາມຄຳ ແຫງເອງແທ້ໆນັ້ນ ເປັນໄທລາວ ຫຼືເປັນຂອມກັນແທ້ ໃນຄວາມຈິງແຫ່ງປະຫວັດສາດແລ້ວ ຂຸນອິນທຣາທິດ ກັບຂຸນບາງກາງທ່າວເປັນລາວຈັກກະຣາດ, ຂໍ້ສັນນິຖານນີ້ຍັງເຮັດໃຫ້ເຮົາເຫັນວ່າ ລາວໃນຊຽງທອງຂຶ້ນເໜືອ ມີອຳນາດເທົ່າທຽມຂອມ ແລະມີອິດທິພົນເໜືອນະຄອນລັດໄທລາວທັງມວນ.

- ຢ່າງໃດກໍຕາມ ຫຼັກຖານທັງໝົດ ບໍ່ວ່າແຕ່ສີລາຈາຣືກຂອງຂຸນຣາມຄຳແຫງ ແລະສີລາຈາຣືກອັກສອນລາວທັງ 3 ຫຼັກທີ່ພົບວ່າມີອາຍຸເກົ່ານີ້ ລ້ວນແຕ່ຊົງຄຸນຄ່າທາງດ້ານປະວັດສາດ ວັນນະຄະດີ ຊົນຊາດຊົນເຜົ່າ ແລະວັດທະນະທຳອື່ນໆ ຈະແຈ້ງ, ຄວນແກ່ການສຶກສາໃຫ້ກວ້າງຂວາງ ເພື່ອເປີດໂລກະທັດກ່ຽວກັບຊົນຊາດລາວ ແລະປະວັດສາດລາວ ກ່ອນປະ ວັດສາດໃດ້ຢ່າງຈະແຈ້ງ ແລະຊັດເຈນຂຶ້ນຕໍ່ໄປ, ເປັນສິ່ງທີ່ຄວນສຶກສາເປັນຫຍັງອັກສອນລາວ ກັບອັກສອນ ໄທຍ໌ທີ່ມີຄວາມເໝືອນກັນໃນປັດຈຸບັນ ແຕ່ຕົ້ນສະບັບການພັດທະນາພັດຕ່າງກັນໂດຍສິ້ນເຊີງເຊັ່ນນີ້ ອັນນີ້ເປັນໄປໄດ້ບໍ່ວ່າ ອັກສອນລາວກັບອັກສອນໄທຍ໌ໃນປັດຈຸບັນນີ້ ມີຄວາມຈົງໃຈພັດທະນາໃຫ້ຕ່າງກັນ ເຊິ່ງບໍ່ແມ່ນມັນຕ່າງກັນໂດຍຂະບວນວິວັດແຫ່ງທຳມະຊາດ ປະຫວັດສາດ ສັງຄົມ ຊົນຊາດຢ່າງທີ່ມັນຄວນຈະເປັນ.
---------------
ເບິ່ງອັກສອນຣາມຄຳແຫງ ກັບອັກສອນລາວພຣະທາດຮ້າງບ້ານແຮ່ ໃນສາກົນນະຄອນ ທີ່ຮ່ວມສະໄໝກັນກັບມີຄວາມແຕກຕ່າງກັນ

ສີລາຈາຣືກຣາມຄຳແຫງ ໃຫ້ສັງເກດຮູບອັກສອນ, ສັງເກດລັກສະນະການຈາຣືກອັກສອນ ແລະແທ່ນສີລາ ທີ່ມີຄວາມທັນສະໄໝກວ່າ ແຕກຕ່າງກວ່າ ສີລາຈາຣືກອັກສອນລາວໃນຍຸກດຽວກັນ

ສີລາຈາຣືກອັກສອນລາວ ບ້ານແຮ່ ສາກົນນະຄອນ ມີອາຍຸຫ່າງຈາກສີລາຈາຣືກຂຸນຣາມຄຳແຫງພຽງ 76 ປີ ແຕ່ກັບເຫັນຮູບສີລາຕ່າງກັນ ທັງຮູບສີລາຈາຣືກ ການສະຫຼັກອັກສອນ ແລະຮູບອັກສອນ ທີ່ສຳຄັນຮູບອັກສອນໃນສີລາຈາຣືກນີ້ ມີຄວາມຄ້າຍກັບອັກສອນພົບທົ່ວໄປໃນລາວ  ໂດຍສະເພາະຫຼວງພຣະບາງ ຄືສີລາວັດວິຊຸນ ທີ່ມີອາຍຸຫ່າງກັນຕັ້ງຫຼາຍປີ.