22 August 2011

ສີລາຈາຣືກອັກສອນລາວທີ່ມີອາຍຸເກົ່າແກ່ປາກົດຕົວໃນພາກອີສານຂອງໄທຍ໌ ໄຂຄວາມຈິງສີລາຈາຣືກຂຸນຣາມຄຳແຫງ

ໂດຍ: ພອຈ.ເນືອງພິລັກ ໂຊຕິທອນ
(ສະຫງວນສິດ)

- ຈາຣືກອັກສອນລາວທີ່ເກົ່າແກ່ທີ່ສຸດທີ່ພົບໃນວຽງຈັນ ແມ່ນຈາຣືກຫຼັກເສມາຫີນຊົງກົມໝາຍເລກ ທຫຼI/13 ປາກົດປາກົດສັກກຣາດ ເປັນຈຸລສັງກາດ 314 ຫາກໄລ່ມາຮອດປີ ຄ.ສ 2008 ນີ້ ຈາຣືກອັກສອນລາວໃນເສມານີ້ມີອາຍຸ ນານເຖິງ 1056  ປີ.(ວິທີຄິດໄລ່ ຂອງຜູ້ຂຽນ ຄື ເອົາປີທີ່ປາກົດໃນສີລາຈາຣືກມາລົບໃຫ້ ປິຈຸລະສັງກາດ 1070 ຄ.ສ ໃນປີ ໒໐໐໘ ຄື ສັງກາດທີ່ພົບໃນສີລາ ຈາຣືກນີ້ຈາຣືກຂຶ້ນໃນປີ ພ.ສ 1495  ຄ.ສ 952).
ເບິ່ງວາຣະສານທ່ຽວເມືອງລາວ ສະບັບທີ 26 ກໍລະກົດ-ກັນຍາ 2005

- ຈາຣືກອັກສອນລາວທີ່ອາຍຸເກົ່າແກ່ທີ່ສຸດທີ່ພົບໃນຫຼວງພຣະບາງ ແມ່ນຈາຣືກອັກສອນລາວທີ່ບັນທຶກໃສ່ສີລາ ຫຼັກທີ ໑ ວັດວິຊຸນນະຣາດ(ດຽວນີ້ໄດ້ຍ້າຍໄປທີ່ພິພິດທະ ພັນພຣະຣາດຊະວັງຫຼວງພຣະບາງແລ້ວ)ສີລາຈາຣືກນີ້ປາກົດສັກກຣາດ ເປັນປີ ຈ.ສ  532 ຫາກໄລ່ມາຮອດປີ ຄ.ສ 2008 ນີ້ ພ.ສ 2551 ຈາຣືກອັກສອນລາວໃນສີລານີ້ ມີອາຍຸນານເຖິງ 838 ປີ. (ວິທີຄິດໄລ່ ຂອງຜູ້ຂຽນ ຄື ເອົາປີທີ່ປາກົດໃນສີລາຈາຣືກມາລົບໃຫ້ ປິຈຸລະສັງກາດ 1370 ກົງກັບປີ ພ.ສ 2551 ຄ.ສ 2008 ຈາຣືກນີ້ຈາຣືກຂຶ້ນໃນປີ ພ.ສ 1713 ຄ.ສ 1170).
ເບິ່ງວາຣະສານທ່ຽວເມືອງລາວ ສະບັບທີ 17 ມັງກອນ-ກຸມພາ 2006

- ຈາຣືກອັກສອນລາວທີ່ເກົ່າແກ່ທີ່ສຸດທີ່ພົບໃນດິນແດນພາກອີສານ(ຂອງໄທຍ໌) ກໍຄືລາວຝັ່ງຂວາໃນອະດີດນັ້ນ ຄື ຈາຣືກພຣະທາດຮ້າງບ້ານແຮ່ ສະຖານີອະນາໄມບ້ານແຮ່(ວັດພຣະທາດສີບຸນເຮືອງ)ຕຳບົນແຮ່ ອຳເພີພັງໂຄນ ຈັງຫວັດສາກົນນະຄອນ, ຂໍ້ຄວາມຈາຣືກກ່າວເຖິງການອຸທິດທີ່ດິນໃຫ້ແກ່ວັດຂອງພຣະຍາຣະດັບເຈົ້າເມືອງໃນບໍຣິເວນເມືອງເກົ່າໃນສາກົນນະຄອນ.

- ການກຳນົດອາຍຸຂອງສີລາຈາຣືກນັ້ນອິງຕາມ ນະວະພັນ ພັດທະຣະມູລ, ໂຄງການຖານຂໍ້ມູນຈາຣືກໃນປະເທດໄທຍ໌, ສມສ,. 2549 , ເຊິ່ງອ້າງອິງຈາກ ທະວັຊ ປຸນໂຍທົກ, ຈາຣືກພຣະທາດຮ້າງບ້ານແຮ່, ໃນສີລາຈາຣືກສະໄໝໄທຍ໌-ລາວ : ສຶກສາທາງດ້ານອັກສອນວິທະຍາແລະປະວັດສາດອີສານ (ກຸງເທບ: ຄຸນພິນ ອັກສອນກິດ, 2530), 225-225.

- ເນື້ອຄວາມທີ່ຈາຣືກໃນບັນທຶກທີ 4 ຂອງສີລາຈາຣືກ ຣະບຸ ຈ.ສ 712  ຄື ພ.ສ 1893  ຄ.ສ 1350 ຈາຣືກນີ້ກົງກັບປີທີ່ ພຣະເຈົ້າອູ່ທອງຊົງສະຖາປານາກຸງສຣີອາຍຸທະຍາ ແລະກ່ອນພຣະເຈົ້າຟ້າງຸ່ມຂຶ້ນຄອງຣາດໃນນະຄອນຊຽງທອງ (ນະຄອນຫຼວງພຣະບາງ) ໃນປີ ພ.ສ 1896 ຄ.ສ 1353 , ພຽງ ໓ ປີ. ນັບມາຮອດປີ 2008 ມີອາຍຸຫຼາຍເຖິງ 658 ປີ.(ເທົ່າກັບອາຍຸຂອງອານາຈັກລ້ານຊ້າງ).
ອ້າງອິງຈາກ
http://www4.sac.or.th/jaruk2008/page.php?p=ZGV0YWls&id=1037

- ຈາຣືກທັງສາມແຫຼ່ງນີ້ເປັນສິ່ງທີ່ເຮັດໃຫ້ພວກເຮົາເຫັນວ່າ ອັກສອນລາວເກົ່າແກ່ກວ່າອັກສອນຂຸນຣາມຄຳແຫງ ຫຼືອັກສອນໄທຍ໌ນັ້ນຕ້ອງພັດທະນາການມາຈາກອັກສອນລາວນີ້ ເນື່ອງຈາກຈາຣືກອັກສອນຣາມຄຳແຫງໃນສີລາຈາຣືກຫຼັກທີ 1 ຂອງສຸໂຂທັຍນັ້ນ ປາກົດວ່າສ້າງໃນປີມະຫາສັງກາດ 1208  ກົງກັບຈຸລະສັງກາດ 645 ຈຸລະສັງກາດ ຫາກຫຼັກຖານນີ້ເປັນຄວາມຈິງ ກໍໝາຍວ່າ ໃນປີ 2008 ນີ້ ສີລາຣືກຂຸນຣາມຄຳແຫງ ມີອາຍຸໄດ້ 725  ປີພໍດີ, ເຊິ່ງຈະທຽບອັກສອນລາວທີ່ພົບໃນແຕ່ລະຫຼັກວ່າມີອາຍຸຫຼາຍກວ່າອັກສອນຂຸນຣາມຄຳແຫງແຕ່ລະຫຼັກດັ່ງນີ້ ຄື

1. ຈາຣືກຫຼັກ ທຫຼI/13 ທີ່ພົບໃນນະຄອນຫຼວງວຽງຈັນ ມີອາຍຸຫຼາຍກວ່າຈາຣືກຣາມຄຳແຫງເຖິງ 331 ປີ.
2. ຈາຣືກຫຼັກທີ 1 ວັດວິຊຸນທີ່ພົບໃນນະຄອນຫຼວງພຣະບາງ ມີອາຍຸຫຼາຍກວ່າຈາຣືກຂຸນຣາມຄຳແຫງເຖິງ 113 ປີ.

- ຈາຣືກທີ່ພົບໃນລາວທັງສອງຫຼັກນັ້ນ ເຫັນວ່າມີອາຍຸຫຼາຍກວ່າສີລາຈາຣືກຂຸນຣາມຄຳແຫງຢ່າງຂາດຂັ້ນ ຈຶ່ງເປັນໄປບໍ່ໄດ້ທີ່ຄວາມໝາຍ ແລະຄວາມເຂົ້າໃຈຂອງນັກປະວັດສາດອັກສອນໄທຍ໌ ທີ່ໄດ້ໃຫ້ທັດສະນະກ່ຽວກັບອັກສອນລາວ ທັງໃນລາວ ແລະໃນພາກອີສານວ່າ "ພັດທະນາມາຈາກອັກສອນຣາມຄຳແຫງ" ອັນໜຶ່ງໃນໄລຍະຜ່ານມາກໍຕາມ ອາຈານທີ່ປຶກສາວິທະຍານິພົນໃຫ້ແກ່ນັກສຶກລະດັບຊັ້ນຕ່າງໆ ມັກຈະສອດແຊກແນວຄິດນີ້ໂດຍການຊີ້ແນະໃຫ້ນັກສຶກສາ ຜູ້ທີ່ຂຽນວິທະຍານິພົນເລື່ອງ ພາສາ ແລະອັກສອນຕ້ອງໄດ້ໃຫ້ທັດສະນະວ່າອັກສອນລາວໄດ້ຈາກສຸໂຂໄທ ໂດຍຜ່ານຫຼວງພະບາງ ເຂົ້າສູ່ອີສານ ຫາກມີແນວຄວາມຄິດຕ່າງຈາກນີ້ເຖິງມີຫຼັກຖານດີກວ່າ ວິທະຍານິພົນນັ້ນມັກຈະກວດຜ່ານຍາກ.

- ນອກຈາກຫຼັກຖານຈາຣືກອັກສອນລາວ 2 ຫຼັກນັ້ນແລ້ວ ທາງໄທຍ໌ຍັງໄດ້ພົບຈາຣືກອັກສອນລາວທີ່ເກົ່າແກ່ ໃນດິນແດນພາກອີສານຂອງໄທຍ໌ອີກ, ເຖິງວ່າຈາຣືກນີ້ຈະສ້າງຫຼັງຈາຣືກຂຸນຣາມຄຳແຫງເຖິງ 67 ປີກໍຕາມ, ແຕ່ວ່າເປັນປີດຽວກັບ ພຣະເຈົ້າອູ່ທອງຊົງສະຖາປານາກຸງສຣີອະຍຸທະຍາເປັນຣາຊະທານີແຫ່ງສຍາມ ກ່ອນພຣະເຈົ້າຟ້າມງຸ່ມມະຫາຣາດ ຂຶ້ນຄອງຣາດໃນນະຄອນຊຽງທອງ ແລະຊົງສະຖາປານາອານາຈັກລ້ານຊ້າງບົນສອງຝາກຝັ່ງແມ່ນຳ້ຂອງ ອັນມີເຂດແດນກວ້າງຂວາງພຽງ 3 ປີ ເທົ່ານັ້ນ ດັ່ງປາກົດໃນຫຼັກຖານທາງປະວັດສາດວ່າ "ດິນແດນລາວທາງເໜືອຮອດຜາໄດ ຜາດ່າງ ທາງໃຕ້ຮອດຫຼີ່ຜີ, ທາງຕາເວັນຕົກກຸງສຣິອາຍຸທະຍາ ທາງຕາເວັນອອກສາຍພູຫຼວງແດນແກວເປັນເຂດ".

- ເປັນທີ່ໜ້າສົງໄສວ່າ ເຫດສັນໃດ ອາຍຸທະຍານັ້ນມີອຳນາດຂຶ້ນ ໃນສະໄໝພຣະເຈົ້າອູ່ທອງ ເຊິ່ງກ່ອນພຣະເຈົ້າຟ້າງຸ່ມ ພຽງແຕ່ 3 ປີ ເປັນໄປໄດ້ບໍວ່າອຳນາດຂອງອາຍຸທະຍາ ຈະແຜ່ອິດທິພົນຂ້າມສາຍດົງພຣະຍາພໍ່ (ອົງພຣະຍາໄຟ)ມາຍັງດິນອັນເປັນພາກອີສານຂອງໄທຍ໌ດຽວນີ້ໄດ້ພາຍໃນ 3 ປີ, ຫາກຈະເວົ້າເຖິງອຳນາດທາງການເມືອງ, ການປົກຄອງ ແລະຊົນຊາດຊົນເຜົ່າໃນສະໄໝນັ້ນ ມັນກໍເປັນໄປໄດ້ຍາກເຕັມທີ,  ອັນໜຶ່ງທາງອານາຈັກອາຍຸທະຍາ ຫຼືຫົວເມືອງໃນລ່ອງແມ່ນນໍ້າເຈົ້າພະຍາລົງໄປໃຕ້ ຈົນຮອດຊາຍທະເລນັ້ນ ມັກຈະພົບວ່າໃຊ້ອັກສອນຂອມ ແລະມອນເປັນສ່ວນຫຼາຍ ສ່ວນອັກສອນລາວ, ອັກສອນລາວໃນຮູບຕ່າງໆ ແລະອັກສອນທຳລາວ ມັກຈະພົບໃນດິນແດນອະດີດລ້ານຊ້າງ ລ້ານນາ ສຸໂຂໄທ ເປັນສ່ວນຫຼາຍ ເປັນອັນວ່າ ກະແສວັດທະນະທຳອື່ນໆ ຈາກອາຍຸທະຍາ ບໍ່ຂ້າມດົງພະຍາໄຟມາຍັງປາຍນໍ້າຊີ ແມ່ນໍ້າມູນເລີຍ.

- ຈາກຫຼັກຖານທາງອັກສອນ ທີ່ພົບໃນສາກົນນະຄອນນັ້ນເປັນອັກສອນລາວແທ້ ກໍຢັ້ງຢືນວ່າ ສຍາມບໍ່ໄດ້ມີອິດທິພົນວັດທະນະທຳອັກສອນ ແລະພາສາເໜືອດິນແດນລາວຝັ່ງຕາເວັນຕົກຂອງລ້ານຊ້າງເລີຍ ຫາກພິເຄາະຕາມຄວາມເຫັນ ຂອງນັກວິຊາການໄທຍ໌ໃນໄລຍະໃໝ່ ກ່ຽວກັບພາກອີສານວ່າ "ສຍາມມີອິດທິພົນໃນພາກອີສານຕໍ່ຈາກຂອມມາກ່ອນລາວ" ອັນນີ້ເຮັດໃຫ້ມອງເຫັນວ່າ "ອັກສອນລາວບໍ່ພຽງແຕ່ບໍ່ໄດ້ຮັບອິດທິພົນຈາກສຍາມແຫ່ງອະຍຸທະຍາເລີຍ ອາຍຸທະຍາຍັງໄດ້ພັດທະນາ ອັກສອນຈາກລາວລ້ານຊ້າງຢ່າງເຕັມຕົວ ອາດກ່າວໄດ້ວ່າ ພາສາເອງກໍໄດ້ຮັບອິດທິພົນຈາກພາສາລາວ" ຕໍ່ບັນຫາການເຂົ້າມາຂອງພາສາ ແລະອັກສອນຈາກອາຍຸທະຍາສູ່ລ້ານຊ້າງຕາເວັນຕົກ ແລະຕາເວັນອອກຂອງແມ່ນໍ້າຂອງຖືວ່າເປັນອັນຕົກໄປ ເພາະຫຼັກຖານທາງໄທຍ໌ກໍບໍ່ກ່າວເຖິງຢູ່ແລ້ວ ໃນຄວາມເປັນຈິງແຫ່ງປະຫວັດສາດ ພູມສາດ ການເມືອງ ການປົກຄອງ ກໍຫາຫຼັກຖານຍາກຢູ່ແລ້ວ.

- ທີ່ນີ້ເຮົາມາສຶກສາເຖິງຄຳວ່າ "ສຍາມ ກັບມໄທຍ໌" ໃນອາຍຸທະຍາໂດຍອາໄສ ຫຼັກຖານຂໍ້ມູນເບື້ອງຕົ້ນນັ້ນຕໍ່ ເມື່ອພົບຫຼັກຖານທາງປະຫວັດສາດຂອງສຍາມວ່າ “ສຍາມພະຍາຍາມພື້ນຕົວອອກຈາກຂອມ ແລະມອນ ສະເໝີມາ”  ຫາກເປັນໄປຕາມນັ້ນ ເຮົາຕ້ອງສຶກສາຕື່ມອີກວ່າ "ສຍາມ" ເປັນຊົນຊາດໃດ ? ເຫດໃດຈຶ່ງພະຍາມຍາມຟື້ນຕົວຈາກຂອມ ແລະມອນ, ອີກຢ່າງໜຶ່ງພະເຈົ້າອູ່ທອງກໍດີ ເມືອງອາຍຸທະຍາກໍດີ ເປັນຊາດໃດ ຄົນສຍາມ ຂອມ ມອນ ຫຼຶລາວ ?

- ຫຼັກຖານ ຈາຣືກອັກສອນທີ່ພົບໃນພຣະທາດຮ້າງບ້ານແຮ່ ເກີດກ່ອນພຣະພຣະເຈົ້າຟ້າງຸ່ມພຽງ 3 ປີ ແຕ່ອັກສອນໃນສີລາຈາຣືກນີ້ສົມບູນທີ່ສຸດ ເກືອບກ່າວໄດ້ວ່າສົມບູນກວ່າອັກສອນໃນສະໄໝພະຍາລິໄທ ແຫ່ງສຸໂຂໄທດ້ວຍຊໍ້າ, ອັນນີ້ສະແດງໃຫ້ເຫັນວ່າ ອັກສອນພຣະທາດຮ້າງບ້ານແຮ່ ພັດທະນາມາຢ່າງຍາວນານຈົນສົມບູນກ່ອນທີ່ຈະມີການບັນທຶກໃສ່ສີລານີ້, ຫາກເຮົາທຽບອັກສອນຂຸນຣາມຄຳແຫງ ກັບອັກສອນສະໄໝພຣະລິໄທ ເຫັນວ່າອັກສອນສະໄໝພຣະຍາລິໄທ ກັບອັກສອນຂຸນຣາມຄຳແຫງທີ່ເປັນຍຸກຕໍ່ກັນມານັ້ນຕ່າງກັນໂດຍສິ້ນເຊີງ ແຕ່ອັກສອນສະໄໝພຣະຍາລິໄທ ພັດມາຄືອັກສອນລາວໃນພຣະທາດຮ້າງບ້ານແຮ່ ອັນນີ້ໝາຍວ່າ ອັກສອນສະໄໝພຣະຍາລິໄທ ບໍ່ໄດ້ຖືແບບຢ່າງອັກສອນຂອງຂຸນຣາມຄຳແຫງອັນເປັນບັນພະບູຣຸດຂອງຕົນເລີຍ ແຕ່ກັບມາເອົາແບບຢ່າງຈາກອັກສອນລາວ ແບບດຽວກັບອັກສອນລາວໃນສີລາຈາຣືກພຣະທາດຮ້າງບ້ານແຮ່ເວົ້າສະເພາະມເວົ້າລວມອັກສອນພະຍາລິໄທ ຄືອັກສອນກຸ່ມດຽວກັບອັກສອນລາວໃນພູມີພາກນີ້ ແລ້ວມີຄຳຖາມວ່າສູນກາງ ຫຼືແຫຼ່ງກຳເນີດອັກສອນ ໃນພຣະທາດຮ້າງບ້ານແຮ່ນັ້ນກຳເນີດຈາກຈຸດໃດມາຈາກໃສ ?

- ປະຫວັດສາດໄທຍ໌ ແລະລາວຕອນຕົ້ນໆ ນັ້ນກຳເນີດຊາດ ມາຈາກຈຸດດຽວກັນ ຄືມາຈາກອານາຈັກອ້າຍລາວ-ງາຍລາວ ແລະສືບເຊື້ອມາຈາກໄທລາວ ແລະຂຸນບູຣົມຣາຊາທິຣາດທີ່ດຽວກັນ ຄື ມາຈາກສອງຈຸດ ຄື ນ່ານເຈົ້າ ເມືອງແຖນ.

- ໃນຍູກກຳເນີດ ປະຫວັດສາດໄທຍ໌-ລາວ ຖືຈຸດກຳເນີດຈາກຕ່າງກັນ ຄື ໄທຍ໌ ກຳເນີດຈາກອະຍູທຍາ ແລະສຸໂຂໄທ ໂດຍເອົາສອງແຫຼ່ງມາລວມກັນ ຄື ສຸໂຂໄທ ໂດຍເນັ້ນໃສ່ຂຸນຣາມຄຳແຫງເປັນຕົ້ນກະສັດ ແລະອະຍຸທະຍາໂດຍ ເອົາພະພຣະເຈົ້າອູ່ທອງ ເປັນຕົ້ນກະສັດ.

- ສ່ວນລາວແມ່ນຖືເອົານະຄອນຊຽງທອງ ເປັນຈຸດກຳເນີດ ແລະຖືເອົາພຣະເຈົ້າຟ້າງູ່ມ ເປັນຕົ້ນກະສັດ.

- ລາວມີຈຸດກຳເນີດປະຫວັດສາດຢູ່ນະຄອນຊຽງທອງ ຖືເອົາອານາຈັກລ້ານຊ້າງເປັນປະຫວັດສາດມາ, ທີ່ນີ້ກ່ອນຈະມາເຖິງພຣະເຈົ້າຟ້າງຸ່ມມະຫາຣາດນັ້ນ ລາວມີກະສັດສືບເຊື້ອສາຍມາກ່ອນແລ້ວ 22 ພຣະອົງໂດຍເລີ່ມຈາກຂຸນລໍເປັນຕົ້ນມາ ໃນໄລຍະນີ້ ເຮົາພົບເຫັນຫຼັກສີລາຈາກລືກວັດວິຊຸນ ທີ່ມີອາຍຸເກົ່າແກ່ກວ່າຂຸນຣາມຄຳແຫງແລ້ວ ແລະສົມບູນກວ່າອັກສອນຂຸນຣາມຄຳແຫງອີກ ອັນນີ້ສະແດງໃຫ້ເຫັນວ່າອັກສອນລາວວັດວິຊຸນນັ້ນພັດທະນາມາກ່ອນໜ້ານັ້ນຫຼາຍຮ້ອຍປີກວ່າຈະສົມບູນເຊັ່ນນີ້ໄດ້ ກໍໝາຍວ່າອັກສອນລາວວັດວິຊຸນນັ້ນ ພັດທະນາມາແຕ່ຍຸກຕົ້ນໆຂຸນລໍ ຄືມາຈາກການກຳເນີດຊາດລາວ ຫຼືກຳເນີດອານາຈັກຊຽງທອງ ສູນກາງອັກສອນລາວກໍຄືຢູ່ຊຽງທອງນີ້ເອງ.

- ເມື່ອທາງໄທຍ໌ພົບອັກສອນລາວ ທີ່ພະທາດຮ້າງບ້ານແຮ່ ສາກົນນະຄອນ ກ່ອນພຣະເຈົ້າຟ້າງຸ່ມຄອງຣາດພຽງ 3 ປີ ກໍໝາຍວ່າສີລາຈາຣືກນີ້ສ້າງຂຶ້ນໃນສະໄໝພຣະຍາຄຳຮຽວຄອງຊຽງທອງ ຫຼັກສີລານີ້ໄດ້ສະໜັບສະໜຸນສີລາຈາຣືກວັດວິຊຸນໃຫ້ເດັ່ນຂຶ້ນ ອີກຢ່າງໜຶ່ງໄດ້ຢັ້ງຢືນໃຫ້ເຫັນວ່າອຳນາດຂອງເຈົ້າຟ້າງ້ຽວ ແລະເຈົ້າຟ້າຄຳຮຽວ ໜ້າຈະມີອິດທິພົນເໜືອອີສານໃນລ່ອງແມ່ນຳ້ສົງຄາມ ແມ່ນໍ້າຊີມາກ່ອນສຍາມແລ້ວ ເນື່ອງຈາກອາຍຸທະຍາກ່ອນນັ້ນ ເປັນເມືອງທີ່ບໍ່ທັນມີອຳນາດ ແລະຂຶ້ນກົງຕໍ່ມອນ ແລະຂອມ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ ພຣະເຈົ້າງຸ່ມມະຫາຣາດອ້າງຄວາມຊອບທຳ ໃນການທ້ອນໂຮມດິນແດນລາວຝັ່ງຂວາແມ່ນຳ້ຂອງ ເຊິ່ງເຫັນໄດ້ຈະແຈ້ງວ່າ ພຣະເຈົ້າຟ້າງຸ່ມມະຫາຣາດ ບໍ່ໄດ້ສ້າງອິດທິພົນເໜືອອຳນາດຂອງອາຍຸທະຍາ ຫາກເປັນພຽງການໂຮມແຜ່ນດິນອັນເປັນຂອງຊົນຊາດລາວເຫຼົ່ານັ້ນໃຫ້ເປັນອັນໜຶ່ງເອົາດຽວກັນເທົ່ານັ້ນ ເພື່ອຄວາມຈະແຈ້ງຕໍ່ບັນຫານີ້, ພວກເຮົາເຫັນຄຳໃນ ສຸພຣະອັກສອນຂອງພຣະເຈົ້າອູ່ທອງ ທີ່ສົ່ງຕອບກັບມາຍັງພຣະເຈົ້າຟ້າງຸ່ມນັ້ນວ່າ "ເຮົາຫາກແມ່ນອ້າຍນ້ອງ ກັນມາແຕ່ຂຸນບູຣົມພຸ້ນ ຫາກເຈົ້າເປັນລູກຫຼານຂອງຂຸນບູຣົມຈິງ ເຮົາຢ່າມາຮົບຮາຂ້າຟັນກັນເລີຍ ດິນແດນສ່ວນທີ່ເລີຍ ດົງສາມເສົ້າ(ດົງພຣະຍາໄຟ)ຈະຣົດພູພຣະຍາພໍ່ ແລະແດນເມືອງນະຄອນໄທ ໃຫ້ເປັນຂອງເຈົ້າ ສ່ວນທີ່ຢູ່ເລີຍດົງພຣະຍາ ໄຟລົງມາໃຫ້ເປັນຂອງຂ້ອຍ ແລ້ວຈັດສົ່ງລູກສາວໄປຈັດທີ່ຢູ່ທີ່ນອນໃຫ້" (ທອງສືບ ສຸພະມາກ:ອ້າງໃນ ສົມເດັດພຣະສັງຄະຣາດລາວ 2528:43) ຄວາມຈະແຈ້ງໃນສຸພະອັກສອນຂອງພຣະເຈົ້າອູ່ທອງນັ້ນ ສະແດງໃຫ້ເຫັນວ່າ ອຳນາດຂອງມອນກ່ອນພຣະເຈົ້າອູ່ທອງກໍດີ, ອຳນາດຂອງສຍາມໃນສະໄໝພຣະເຈົ້າອູ່ທອງ ທີ່ສະຖາປານາອາຍຸທະຍາກ່ອນພຣະເຈົ້າຟ້າງຸ່ມພຽງ 3 ປີນັ້ນກໍດີ ບໍ່ເກີນເລີຍດົງພຣະຍາໄຟເຂົ້າມາຍັງປາຍນໍ້າຊີມູນເລີຍ.

- ອັນໜຶ່ງເຫັນໄດ້ວ່າໃນສຸພະອັກສອນຂອງພຣະເຈົ້າອູ່ທອງນັ້ນ ບໍ່ໄດ້ປ້ອງກັນດິນແດນຈາກດົງພຣະຍາໄຟເຂົ້າມາຫົວເມືອງພາຍໃນລ້ານຊ້າງສະໄໝນັ້ນ ຫາກແຕ່ວ່າເຈຣະຈາບໍ່ໃຫ້ພຣະເຈົ້າຟ້າງຸ່ມ ຍົກທັບເຂົ້າໄປໃນເຂດອາຍຸທະຍາເທົ່ານັ້ນ ທັງຍັງເຮັດໃຫ້ເຮົາເຫັນອຳນາດຂອງພຣະເຈົ້າຟ້າງງຸ່ມແຜ່ລັດສະໝີໄປຢ່າງກວ້າງຂວາງ, ທາງໜຶ່ງຍັງເຮັດໃຫ້ເຮົາເຫັນວ່າ ພະເຈົ້າອູ່ທອງ ແລະຄົນອາຍຸທະຍານັ້ນ ສືບເຊື້ອສາຍມາຈາກລາວ ບໍ່ວ່າຈະມາຈາກລາວລົບບູລີ ລາວລ້ານນາ ລາວລ້ານຊ້າງທາງໃດທາງໜຶ່ງ ຫາກເປັນເຊັ່ນນັ້ນຈິງ ພາສາ ແລະອັກສອນອາຍຸທະຍາ ຕ້ອງແມ່ນສືບທອດມາຈາກລາວ ໂດຍສະເພາະລາວລ້ານຊ້າງຊຽງທອງ ຜ່ານສຸໂຂໄທ ຫຼືຂ້າມໄປທາງດົງພະຍາໄຟປາຍນໍ້າສັກ ທີ່ເປັນເຫງົ້າແຫຼງວັດທະນະທຳລາວຈາກທາງເໜືອ ແລະຕາເວັນອອກສ່ຽງເໜືອຜ່ານແມ່ນໍ້າງື່ມ ນໍ້າກະດິງ ນໍ້າເຊບັ້ງໄຟ ໄປຕາມແມ່ນໍ້າສົງຄາມ ນໍ້າຊີ ເຊິ່ງເປັນແອ່ງອາຣະທຳລາວລວມສູນຢູ່ທີ່ນີ້ກ່ອນຍຸກປະຫວັດສາດ.

- ມາເບິ່ງເບື້ອງສຸໂຂໄທ ກັບລ້ານຊ້າງຊຽງທອງ ເຊິ່ງນັກປະຫວັດສາດພາສາ ອັກສອນໄທຍ໌ຢັ້ງຢືນວ່າ "ອັກສອນລາວໄດ້ຈາກສຸໂຂໄທ ຜ່ານຊຽງທອງ ແລ້ວເຂົ້າສູ່ພາກອີສານຂອງໄທຍ໌ອີກຕໍ່ໜຶ່ງ"   ຈິງຢູ່ຂຸນອິນທະຣາທິດກັບຂຸນບາງກາງທ່າວ ສະຖາປານາສຸໂຂໄທຂຶ້ນຫຼາຍປີ ກ່ອນຈະມາເຖິງສະໄໝຂອງຂຸນຣາມຄຳແຫງ ອັນເປັນຣາຊະບຸດທີ່ສືບຕໍ່ຣາດບັນລັງໃນສຸໂຂໄທຕໍ່ມາ ແຕ່ວ່າຄວາມຊັດເຈນ ເຣື່ອງອຳນາດທາງການເມືອງຂອງຂຸນອິນທະຣາທິດນັ້ນ ຄົງບໍ່ມີຫຼາຍກວ່າພຣະຍາລັງທິຣາດ ທີ່ຄອງນະຄອນຊຽງດົງ ຊຽງທອງຮ່ວມຍຸກກັນປະວັດສາດສຸໂຂໄທນັ້ນ ບົດບາດທີ່ປາກົດໃນສີລາຈາຣືກຂອງຂຸນຣາມຄຳແຫງນັ້ນ ບໍ່ໄດ້ໃຫ້ຄວາມສຳຄັນກ່ຽວກັບຂຸນອິນທຣາທິດຫຼາຍ ເທົ່າອຳນາດຂອງຂຸນຣາມຄຳແຫງເອງ, ອັນໜຶ່ງກ່າວເຖິງຖານັນດອນສັກຂອງ ພຣະຍາລັງທິລາດ ກໍຢູ່ໃນຖານະ “ພະຍາ” ແຕ່ຂຸນອິນທະລາທິດ ກໍຢູ່ໃນຖານະ “ຂຸນ” ກ່ຽວກັບດ້ານອັກສອນ ເຖິງວ່າອຳນາດທາງການເມືອງຂອງຂຸນຣາມຄຳແຫງ ທີ່ປາກົດໃນສີລາຈາຣືກ ຈະເນັ້ນຄວາມສຳຄັນວ່າກວ້າງໄປຮອດເມືອງ ຊວາ...ວຽງຈັນວຽງຄຳກໍຕາມ ອັນນັ້ນບໍ່ໄດ້ໝາຍວ່າ ລ້ານຊ້າງຊຽງດົງຊຽງທອງ ແລະວຽງຈັນ-ວຽງຄຳ ຈະມີອຳນາດ ນ້ອຍໄປກວ່າສຸໂຂໄທ, ສິ່ງທີ່ເປັນໜ້າສັງເກດກ່ຽວກັບອັກສອນລາວ ວ່າໄດ້ຮັບອິດທິພົນມາກຈາກສຸໂຂໄທນັ້ນ ຫຼັກຖານໃນສີລາຈາຣືກ ທີ່ພົບໃນວຽງຈັນຫຼັກ ທຫຼI/13 ແລະສີລາຈາຣືກວັດວິຊຸນຫຼັກທີ 1 ກໍເປັນເຄື່ອງພິສູດແລ້ວວ່າ ອັກສອນລາວ ເກີດກ່ອນອັກສອນສຸໂຂໄທຫຼາຍກວ່າຕັ້ງເປັນ 331 ປີ, (ສີລາຈາຣືກໃນວຽງຈັນ  ໂດຍສະເພາະຫຼັກອັກສອນລາວ ໝາຍເລກ ທຫຼI/13 ນັ້ນ, ເຮົາພົບແຕ່ຕົວເລກເທົ່ານັ້ນ) ແຕ່ເຮົາທຽບກັບສີລາຈາລືກ ຫຼັກທີ 1 ວັດວິຊຸນ ກໍມີຮູບແບບພັດທະນາການສົມບູນ ແລະຄວາມແຕກຕ່າງຈາກອັກສອນຂຸນຣາມຄຳແຫງຈະແຈ້ງກວ່າ ທັງມີຄວາມໃກ້ຄຽງອັກສອນລາວໃນໄລຍະຫຼັງໆ ໂດຍສະເພາະມີຄວາມຄ້າຍກັບອັກສອນລາວ ທີ່ຮຽກວ່າ “ອັກສອນຝັກຂາມ” ອັນມີອິດທິພົນທາງພາກເໜືອ ສອງຝັ່ງ ຄືອານາຈັກສຸວັນນະໂຄມຄຳ, ຜະສົມອັກສອນລາວໃນຈາຣືກພະທາດຮ້າງບ້ານແຮ່ທີ່ສຸດ,  ຍ່ອມເຮັດໃຫ້ເຫັນວ່າອັກສອນລາວມີຄວາມຈະແຈ້ງ ໃນເລື່ອງຮູບການຂອງພັດທະນາການອັກສອນ ແລະຄວາມ ເກົ່າຂອງສີລາ ແລະການສ້າງສີລາ ຖ້າທຽບໃສ່ອັກສອນຂອງຂຸນຣາມຄຳແຫງແລ້ວ ຍັງມີຄວາມໄກຄວາມຈິງ ເມື່ອທຽບກັບອັກສອນໄທຍ໌ ແລະລາວໃນປັດຈຸບັນ ເມື່ອມາເບິ່ງຕົວສີລາເອງກັບທັນສະໄໝກວ່າ ເຮັດໃຫ້ສີລາຈາຣືກ ກັບໂຕອັກສອນຂັດແຍ້ງໃນຕົວມັນເອງ, ນອກຈາກນັ້ນເນື້ອຄວາມໃນສີລາຈາລືກຂຸນຣາມຄຳແຫງ ຍັງສະແດງຄວາມ ເດັ່ນໃນເລື່ອງຂອງການປະຕິເສດອັກສອນລາວ ທີ່ປາກົດຕົວກ່ອນນັ້ນຢ່າງຈົງໃຈ ດັ່ງຄຳປາກົດໃນສີລາຈາຣືກດ້ານທີ 4 ແຖວທີ 8-11໘ ວ່າ "ເມື່ອກ່ອນ ລາຍສືໄທນີ້ບໍ່ມີ 12ໜ5ສກ ປີມະແມພໍ່ຂຸນຣາມຄຳແຫງ ຫາໄຄຣ່ໃຈໃນໃຈ ແລໃສ່ລາຍສືໄທນີ້ ລາຍສືໄທຈຶ່ງມີ ເພື່ອຂຸນຜູ້ນັ້ນໃສ່ໄວ້..." ຂໍ້ຄວາມນີ້ ສະແດງໃຫ້ເຫັນວ່າ ຈາຣືກຣາຄຳແຫງ ບໍ່ໄດ້ຮັບຮູ້ວ່າອັກສອນລາວທີ່ປາກົດຕົວໃນພາກພື້ນດຽວກັນນີ້ມີມາກ່ອນເລີຍ ຈຶ່ງເຮັດໃຫ້ຂຸນຣາມຄຳແຫງ ປະຕິເສດຄວາມຈິງນັ້ນ, ທັງໆທີ່ອັກສອນລາວນັ້ນ ໄດ້ຂະຫຍາຍຕົວໃນພູມີພາກນີ້ ໂດຍສະເພາະໃນຊຸມຊົນຊາວລາວຫຼາຍຫົວເມືອງ, ສິ່ງທີ່ສະໜັບສະໜູນທັດສະນະນີ້ ອັກສອນລາວທີ່ພົບໃນສະກົນນະຄອນນັ້ນ ເປັນຕົວຢ່າງຢັ້ງຢືນໃຫ້ເຫັນວ່າ ຄວາມຊັດເຈນໃນຄຳທີ່ປາກົດໃນສີລາຈາຣືກຂອງ ຂຸນຣາມຄຳແຫງນັ້ນ ມັນໄດ້ຄຳ້ປະກັນຄວາມຖືກຕ້ອງຫຼາຍນ້ອຍພຽງໃດ ໃນບັນຫານີ້ ທີ່ວ່າກ່ອນໜ້າອັກສອນຂຸນຣາມຄຳແຫງນັ້ນອັກສອນໄທ ເຊິ່ງເປັນວົງສະກຸນດຽວກັບລາວນັ້ນບໍ່ມີ ຈຶ່ງຢູ່ສີລາຈາຣືກບ້ານແຮ່ ສາກົນນະຄອນຈະເກີດ ຂຶ້ນຫຼັງສີລາຈາຣືກຣາມ ຄຳແຫງຕັ້ງ 76 ປີ, ແຕ່ເຫດສັນໃດສີລາຈາຣືກຂອງຣາມຄຳແຫງກັບສີລາຈາຣືກບ້ານແຮ່ ຈຶ່ງມີຄວາມແຕກຕ່າງກັນເຖິງປານນີ້ ທັງໆທີ່ເຂົ້າໃຈວ່າ "ອັກສອນລາວພັດທະນາມາຈາກອັກສອນຂຸນຣາມຄຳແຫງ ຫຼືອັກສອນສຸໂຂໄທ" ອິງຕາມໄລຍະເວລາແລ້ວ ວິວັດທະນາການປ່ຽນແປງໃນລັກສະນະການສຶບທອດນັ້ນ ອັກສອນລາວໃນບ້ານແຮ່ ສາກົນນະຄອນ ມັນບໍ່ຄວນທີ່ຈະພັດທະນາໃຫ້ສົມບູນທັງຮູບ ແລະອັກຂະຫຼະວິທີເຖິງຂະໜາດນັ້ນ ຫຼືຈາກຕົວອັກ ສອນຂຸນຣາມຄຳແຫງໄວເຖິງປານນີ້ ເວັ້ນເສັຍແຕ່ການພັດທະນານັ້ນ ຫາກເກີດຈາກຄວາມຈົງໃຈໃຫ້ມັນແຕກຕ່າງ ແຕ່ມັນຈະເປັນໄປໄດ້ຈັ່ງໃດ ? ໃນເມື່ອອັກສອນລາວທີ່ພົບວ່າມີອາຍຸເກົ່າກວ່າທັງສອງ ຫຼັກທີ່ພົບນັ້ນມີອາຍຸຫ່າງກັນຕັ້ງ 113 ປີ ພັດມີຄວາມໃກ້ຄຽງກັບອັກສອນບ້ານນາແຮ່ຂ້າມຍຸກຂອງຣາມຄຳແຫງໄປໄດ້ ແລະເມື່ອເອົາອັກສອນບ້ານນາແຮ່ມາ ສົມທຽບກັບອັກສອນລາວໄລຍະຫຼັງໆ ທີ່ພົບກັນທົ່ວໄປທັງໃນລາວ ແລະອີສານກັບມີຄວາມຄ້າຍກັນບໍ່ຜິດຜ້ຽນ, ສິ່ງໜຶ່ງສິ່ງດຽວທີ່ແຕກຕ່າງໂດຍຈະແຈ້ງ ຄືເປັນສີລາຫຼັກດຽວໃນຍຸກດຽວກັນ ທີ່ໃຊ້ມະຫາສັງກາດ ແທນຈຸນລະສັງກາດ ອັນນີ້ມັນແມ່ນຄວາມແຕກຕ່າງ ທີ່ນອກເໜືອວັດທະນະທຳໃນຍຸກດຽວກັນ.

- ມາເບິ່ງດ້ານອັກສອນຂະເໝນ ແລະອັກສອນຂອມ ກັບອັກສອນລາວທັງ 2 ຫຼັກ (ໝາຍເອົາສີລາຈາລືກ ວັດວິຊຸນ ກັບສີລາຈາລືກທາດຮ້າງບ້ານແຮ່) ທີ່ອ້າງເຖິງນັ້ນ ກ່າວໂດຍຈະແຈ້ງວ່າ ບໍ່ມີອັກສອນໃດ ຂອງອັກສອນລາວໃນຍຸກ ນີ້ເໝືອນກັບອັກສອນຂະເໝນເລີຍ, ມາເບິ່ງເບຶ້ອງອິດທິພົນຂອງຂອມໃນພູມີພາກນີ້ ກໍເຫັນ ໄດ້ຈະແຈ້ງວ່າໃນລະຫວ່າງ ພຸດທະສະຕະວັດທີ 18 ກັບໄປນັ້ນຂອມເຮືອງອຳນາດໃນພູມີພາກນີ້ ແຕ່ເຫດສັນໃດອັກສອນທີ່ບ້ານແຮ່ ສາກົນນະຄອນ ຈຶ່ງບໍ່ມີ ອັກສອນຂະເໝນຜະສົມຢູ່ດ້ວຍ ແມ່ນກະທັງພາສາຂະເໝນ ຫຼືພາສາຂອມເອງ ກໍບໍ່ໄດ້ປະປົນໃນສີລາຈາຣືກ ນັ້ນຫຼາຍເລີຍ ອັນນີ້ມັນສະແດງໃຫ້ເຫັນວ່າ ອຳນາດທາງວັດທະນະທຳທາງພາສາ ແລະອັກສອນຂອມ ບໍ່ໄດ້ມີອິດທີພົນ ຕໍ່ວັດທະນະທາງພາສາ ແລະອັກສອນລາວໃນແຫຼ່ງຊຸມຊົນລາວໃນສາກົນນະຄອນ ແລະເມືອງອື່ນໆໃນພູມີພາກດຽວ ກັນເລີຍ, ອັນນີ້ຍັງບໍ່ທັນເວົ້າເຖິງຫຼັກຖານໃນສີລາຈາຣືກວັດວິຊຸນນັ້ນ, ທີ່ກຳເນີດໃນຍຸກຂອງຂອມເຮືອງອຳນາດ ສຸດຂີດໃນຍຸກນີ້ ກໍຍັງບໍ່ປາກົດເຫັນພາສາ ແລະອັກສອນຂອມເຂົ້າມີອິດທະພົນປະປົນຢູ່ ແມ່ນແຕ່ນ້ອຍດຽວ, ເຊິ່ງມັນ ກໍຕ່າງຈາກອັກສອນຣາມຄຳແຫງໂດຍສິ້ນເຊີງ ທີ່ມີຮູບແບບອັກສອນຂອມ ເຂົ້າມາກ່ຽວຂ້ອງຢ່າງເຫັນໄດ້ຈະແຈ້ງ ມັນເປັນສິ່ງທີ່ທຳໃຫ້ສົງໄສ ໃນອຳນາດຂອງຂຸນຣາມຄຳແຫງເອງ, ແນວຄວາມຄິດຂອງຣາມຄຳແຫງ ກັບທັງຕົວຂຸນຣາມຄຳ ແຫງເອງແທ້ໆນັ້ນ ເປັນໄທລາວ ຫຼືເປັນຂອມກັນແທ້ ໃນຄວາມຈິງແຫ່ງປະຫວັດສາດແລ້ວ ຂຸນອິນທຣາທິດ ກັບຂຸນບາງກາງທ່າວເປັນລາວຈັກກະຣາດ, ຂໍ້ສັນນິຖານນີ້ຍັງເຮັດໃຫ້ເຮົາເຫັນວ່າ ລາວໃນຊຽງທອງຂຶ້ນເໜືອ ມີອຳນາດເທົ່າທຽມຂອມ ແລະມີອິດທິພົນເໜືອນະຄອນລັດໄທລາວທັງມວນ.

- ຢ່າງໃດກໍຕາມ ຫຼັກຖານທັງໝົດ ບໍ່ວ່າແຕ່ສີລາຈາຣືກຂອງຂຸນຣາມຄຳແຫງ ແລະສີລາຈາຣືກອັກສອນລາວທັງ 3 ຫຼັກທີ່ພົບວ່າມີອາຍຸເກົ່ານີ້ ລ້ວນແຕ່ຊົງຄຸນຄ່າທາງດ້ານປະວັດສາດ ວັນນະຄະດີ ຊົນຊາດຊົນເຜົ່າ ແລະວັດທະນະທຳອື່ນໆ ຈະແຈ້ງ, ຄວນແກ່ການສຶກສາໃຫ້ກວ້າງຂວາງ ເພື່ອເປີດໂລກະທັດກ່ຽວກັບຊົນຊາດລາວ ແລະປະວັດສາດລາວ ກ່ອນປະ ວັດສາດໃດ້ຢ່າງຈະແຈ້ງ ແລະຊັດເຈນຂຶ້ນຕໍ່ໄປ, ເປັນສິ່ງທີ່ຄວນສຶກສາເປັນຫຍັງອັກສອນລາວ ກັບອັກສອນ ໄທຍ໌ທີ່ມີຄວາມເໝືອນກັນໃນປັດຈຸບັນ ແຕ່ຕົ້ນສະບັບການພັດທະນາພັດຕ່າງກັນໂດຍສິ້ນເຊີງເຊັ່ນນີ້ ອັນນີ້ເປັນໄປໄດ້ບໍ່ວ່າ ອັກສອນລາວກັບອັກສອນໄທຍ໌ໃນປັດຈຸບັນນີ້ ມີຄວາມຈົງໃຈພັດທະນາໃຫ້ຕ່າງກັນ ເຊິ່ງບໍ່ແມ່ນມັນຕ່າງກັນໂດຍຂະບວນວິວັດແຫ່ງທຳມະຊາດ ປະຫວັດສາດ ສັງຄົມ ຊົນຊາດຢ່າງທີ່ມັນຄວນຈະເປັນ.
---------------
ເບິ່ງອັກສອນຣາມຄຳແຫງ ກັບອັກສອນລາວພຣະທາດຮ້າງບ້ານແຮ່ ໃນສາກົນນະຄອນ ທີ່ຮ່ວມສະໄໝກັນກັບມີຄວາມແຕກຕ່າງກັນ

ສີລາຈາຣືກຣາມຄຳແຫງ ໃຫ້ສັງເກດຮູບອັກສອນ, ສັງເກດລັກສະນະການຈາຣືກອັກສອນ ແລະແທ່ນສີລາ ທີ່ມີຄວາມທັນສະໄໝກວ່າ ແຕກຕ່າງກວ່າ ສີລາຈາຣືກອັກສອນລາວໃນຍຸກດຽວກັນ

ສີລາຈາຣືກອັກສອນລາວ ບ້ານແຮ່ ສາກົນນະຄອນ ມີອາຍຸຫ່າງຈາກສີລາຈາຣືກຂຸນຣາມຄຳແຫງພຽງ 76 ປີ ແຕ່ກັບເຫັນຮູບສີລາຕ່າງກັນ ທັງຮູບສີລາຈາຣືກ ການສະຫຼັກອັກສອນ ແລະຮູບອັກສອນ ທີ່ສຳຄັນຮູບອັກສອນໃນສີລາຈາຣືກນີ້ ມີຄວາມຄ້າຍກັບອັກສອນພົບທົ່ວໄປໃນລາວ  ໂດຍສະເພາະຫຼວງພຣະບາງ ຄືສີລາວັດວິຊຸນ ທີ່ມີອາຍຸຫ່າງກັນຕັ້ງຫຼາຍປີ.

No comments:

Post a Comment