07 June 2008

ເມື່ອພຣະເຈົ້າຟ້າງຸ່ມຖືກເນລະເທດ

ໃນໄລຍະຊີວິດຂອງພະບາດສົມເດັດພະເຈົ້າຟ້າງຸ່ມມະຫາລາດນັ້ນ ເລີ່ມຈາກທີ່ເປັນເຈົ້າຟ້າ ຕົວນ້ອຍໆ ຈົນກາຍມາເປັນພະມະຫາກະສັດຜູ້ກຽງໄກລືຊາຜາກົດ ແລະເປັນມະຫາຈັກກະພັດຜູ້ຊົງອຳນາດ ຜູ້ເປັນຈອມເອກະທິລາຊາ ແລະເອກະມະຫາລາຊາ ມີອະທິກະລາດທີ່ເຕັມໄປດ້ວຍຄວາມສຳເລັດອັນມະຫາສານ ເຊິ່ງຫາມະຫາກະສັດພະອົງໃດໃນຂອງລາວ ແລະມະຫາກະສັດບັນດາລາຊະອານາຈັກອ້ອມຂ້າງ ພະອົງຈະສະເໝີເໝືອນຍາກ ແຕ່ຊີວິດຂອງພະອົງຕັ້ງແຕ່ເລີ່ມຕົ້ນ ຈົນບັ້ນທ້າຍຂອງຊີວິດນັ້ນ ຕາມປະຫວັດສາດບັນທຶດວ່າມີຄຳວ່າຖືກເນລະເທດເຖິງສອງຄັ້ງ, ຫາກເຮົາເບິ່ງຕາມ ຄວາມເປັນຈິງຂອງຕາມລັກສະນະການປົກຄອງແບບຕ່າງໆແລ້ວ, “ພຣະຣາຊະອານາຈັກ ລ້ານຊ້າງນັ້ນ ໃຊ້ລະບອກຣາຊາທິປະໄຕ ທີ່ຖືກພັດທະນາມາຢ່າງສຸດຍອດມາແລ້ວແລ້ວ”.

ຫາກເຮົາບໍ່ທັນມອງເບິ່ງ ເຫດການແຫ່ງວັດທະນາການຂອງປະຫວັດສາດລ້ວ ເຮົາມາ ເບິ່ງວຽກງານດ້ານວັດທະນະທຳ ທີ່ປາກົດວັນນະຄະດີຂອງລາວ ບໍ່ວ່າຈະເປັນວັນນະຄະດີພະພຸດທະສາສະໜາ ຫຼືວັນນະຄະດີທີ່ອ້າງອິງຄຳສອນຂອງສາສະໜາ ຫຼືວັນນະຄະດີອື່ນໆ ທີ່ເກີດຂຶ້ນໃນສະໄໝອານາຈັກລ້ານຊ້າງນັ້ນ, ມັນກໍສອດຄ່ອງກັບປະວັດສາດຫຼາຍຢ່າງ ຄືວັນນະຄະດີຫຼາຍເລື່ອງຂອງລາວຈະເວົ້າເຖິງຄຳວ່າລາຊະມົນຕີ ແທນຄຳວ່າເສນາຂ້າມະຫາດຄຳເວົ້າປະໂຫຍກນີ້ ຍ່ອມເຮັດໃຫ້ເຫັນເຖິງວັດຖຸປະສົງ ແລະຄວາມມຸ້ງຫວັງຂອງປະຊາຊົນຣາຊະດອນໃນສະໄໝນັ້ນ, ທັງຍັງສະແດງໃຫ້ ເຫັນເຖິງລະບົບສັງຄົມ, ວັດທະນະທຳ ແລະການເມືອງ ການປົກຄອງຂອງພະລາຊະອານາຈັກລ້ານຊ້າງ ໄດ້ເປັນຢ່າງດີ, ໂດຍສະເພາະແລ້ວມີວັນນະຄະດີຫຼາຍເລື່ອງທີ່ກ່າວເຖິງພະມະຫາກະສັດຊົງສະຫຼະລາຊະບັນລັງອອກຜະໜວດແລະມີວັນນະຄະດີຫຼາຍເລື່ອງທີ່ເວົ້າເຖິງບ່າວໄພ່ລາຊະດອນໄດ້ເນລະເທດພະຣາຊາມະຫາຫະສັດອອກຈາກລາຊະບັນລັງອັນນີ້ ແມ່ນຢັ້ງຢືນເຖິງລະບອບລາຊາທິປະໄຕ ໃນພະລາຊາອານາຈັກລ້ານຊ້າງ" ຫຼືຈະຮຽກວ່າລະບອບປະຊາທິປະໄຕອັນມີ ພະມະຫາກະສັດເປັນປະມຸກລັດນັ້ນເອງ.

ຫາກເປັນເຊັ່ນນັ້ນແທ້ ໃນພະຣາຊະປະວັດຂອງພະເຈົ້າຟ້າງຸ່ມ ແລະປະວັດສາດລາວຕອນຕົ້ນນັ້ນ ມັນກໍສອດຄ່ອງກັນໄດ້ດີພໍສົມຄວນ ຫາກວ່າປະວັດສາດພະເຈົ້າຟ້າງຸ່ມ ທີ່ເວົ້າເຖິງການເນລະເທດເພື່ອວັດຖຸປະສົງອື່ນ ແຕ່ຖ້າຫາກວິເຄາະໄປວ່າຕອນຕົ້ນຊີວິດຂອງພະອົງເປັນແຜນການທາງການທູດ ແລະຕອນທ້າຍຂອງຊີວິດພະອົງ ເປັນວັດຖຸປະສົງ ແລະລະດັບເປົ້າໝາຍຂອງຊີວິດເພື່ອປາຖະໜາສູງສຸດ ຂອງມະນຸດຫາກບັນລຸເປົ້າໝາຍ ໃນທາງໂລກຢ່າງເຕັມຂັ້ນແລ້ວ ຈະເປັນໄປໄດ້ບໍວ່າ ພະມະຫາກະສັດອັນເປັນປະຖົມບໍລົມມະກະສັດພະອົງນີ້ຂອງລາວ ປາດຖະໜາຍອດພະໂພທິສັດ.....

06 June 2008

ພະສົງລາວໃນອະດີດທຳທຸລະສອງຢ່າງຕໍ່ຊາດລາວ

ພະສົງນອກຈາກທຳພາລະໜ້າທີ່(ກຳ)ຂອງຕົນແລ້ວ, ຍັງທຳພາລະໃຫ້ແກ່ໂລກອີກ ຄື ທຳການເຜີຍແຜ່ຄຳສອນຂອງພະເຈົ້າລົງສູ່ປວງຊົນ ຕາມຄຳສັ່ງສອນຂອງພະພຸດທະເຈົ້າແລ້ວ ຍັງທຳໜ້າທີປົກປ້ອງປະເທດຊາດ ແລະສັງຄົມທີ່ພະສົງນັ້ນອາໄສຢູ່ອີກ, ພະສົງລາວຕັ້ງແຕ່ອະ ດີດກໍໄດ້ທຳພາລະເຊັ່ນນັ້ນມາແລ້ວ ຄື “ຍາມສະຫງົບພະສົງພັດທະນາ ຍາມປະເທດຊາດມີບັນ ຫາພະສົງຊ່ວຍປົກປ້ອງ ແລະຄຸ້ມຄອງ, ອັນນີ້ຖືເປັນພາລະໜ້າທີ່ຂອງພຣະສົງຕ້ອງທຳມາຕັ້ງ ແຕ່ຕອນຕົ້ນແຫ່ງປະຫວັດສາດລ້ານຊ້າງ, ຫຼັກຖານທີ່ຄວນອ້າງເຖິງ ແລະນຳຂຶ້ນມເວົ້ານັ້ນ ຄື ພະສົງລາວໄດ້ທຳໜ້າທີ່ບໍລິຫານບ້ານເມືອງຕາມໜ້າທີ່ຕົນມາແລ້ວເຖິງ ໒ ຄັ້ງ ເຊິ່ງມີຫຼັກ ຖານ ທາງປະຫວັດສາດມາແລ້ວດັ່ງນີ້.
ການຂຽນບົດຄວາມນີ້ ບໍ່ແມ່ນມີຈຸດປະສົງອື່ນໃດ ນອກຈາກຈະສຶກສາເຖິງພາລະໜ້າທີ່ ຂອງພະສົງໃນອະດີດ ແລະພະສົງປັດຈຸບັນ ຄວນຈະທຳພາໜ້າທີ່ຂອງຕົນແນວໃດ ເພື່ອຈະໄດ້ ຊ່ວຍຊາດຂອງເຮົາໃຫ້ກ້າວໜ້າ ກ້າວສູ່ຄວາມສີວິໄລພາບຍໃຕ້ການນຳອັນຖືກ ຢືນຢູ່ຄຽງຂ້າງ ພັກແລະລັດເຮົາ ແລະສຶກສາໃຫ້ຍາດໂຍມເຂົ້າໃຈເຖິງພາລະໜ້າທີ່ອີກມິຕິໜຶ່ງຂອງພະສົງ ທີ່ ຄວນຈະເດີນຄຽງຂ້າງປະຊາຊົນ ແລະການນຳອັນຖືກຕ້ອງຂອງພັກ ແລະລັດ.
ດັ່ງທີ່ນັກການສາດສະໜາຂອງລາວເຮົາເຄີຍເວົ້າວ່າ “ພຣະສົງສາມະເນນລາວ ແມ່ນ ລູກຫຼານຂອງປະຊາຊົນລາວ” ຄວາມເວົ້າປະໂຫຍກນີ້ ບໍ່ແມ່ນຄຳເວົ້າທີ່ເກີນໄປກວ່າຄວາມ ເປັນຈິງເລີຍແມ່ນແຕ່ນ້ອຍ ຫາກເຮົາສຶກສາເຖິງປະວັດສາດແຫ່ງຍຸກສະໄໝຂອງຊາດລາວ ໂດຍສະເພາະແມ່ນໃນການຕໍ່ສູ້ປົກປ່ອຍຊາດໃນໄລຍະຜ່ານມາ ພຣະສົງລາວກໍໄດ້ທຳໜ້າທີ່ນີ້ ຕາມທາງເດີນບຸພາຈານລາວຕັ້ງແຕ່ອະດີດ,
ໃນອະດີດ ພະສົງລາວ ໄດ້ທຳໜ້າທີ່ປົກຄອງປະເທດ ຫຼືບໍລິຫານລາຊະອານາຈັກ ຍາມ ເມື່ອກະສັດຫວ່າງລົງເຖິງ ໒ ເຫດການໃຫຍ່ ຄື:
ເຫດການຄັ້ງທີໜຶ່ງ ໃນປະມານປີ ຄ.ສ ໑໔໒໘ ເຖິງ ຄ.ສ ໑໔໕໖ ໃນຍຸກຂອງພຣະນາງ ມະຫາເທວີ ຫຼືປະຫວັດສາດລາວບາງສະບັບວ່າພະນາງແກ້ວພິມພານັ້ນ, ຫຼັງຈາກພຣະເຈົ້າ ລ້ານຄຳແດງ ສະຫວັນນະຄົດແລ້ວ ອານາຈັກລ້ານຊ້າງທີ່ເຄີຍຮົ່ມເຢັນມາກ່ອນ ກໍເກີດຄວາມ ເດືອດຮ້ອນທຸກແຫ່ງຫົນ ດ້ວຍຄວາມໂຫດຮ້າຍຂອງພະນາງນັ້ນ ພະນາງໄດ້ທຳລາຍກະສັດ ລ້ານຊ້າງລົງເຖິງ ໗ ພະອົງ(#), ພະນາງມະເທວີນີ້ ພະນາງເປັນທິດຂອງພະເຈົ້າສາມແສນ ໄທໄຕພູວະນາດ, ໃນຂະນະນັ້ນພະນາງມີອຳນາດຫຼາຍໃນລາຊະສຳນັກ ຕັ້ງແຕ່ປາຍສະໄໝ ຂອງພະນາງຂອງພະເຈົ້າລ້ານຄຳແດງ ພະນາງທຳໜ້າທີ່ໃນລາຊະຖານັນດອນສັກເປັນ “ພະ ມະຫາເທວີ” ເມື່ອພະເຈົ້າລ້ານຄຳແດງສະຫວັນນະຄົດແລ້ວ ພະນາງກໍມີອຳນາດເຕັມສ່ວນ ເໜືອກະສັດຕ່າງໆໃນໄລຍະຕໍ່ມາ ຄື ເມື່ອເສນາອາມາດໄດ້ຣາຊາພິເສກ ທ້າວພົມມະທັດ ຂຶ້ນ ຄອງລາດໄດ້ພຽງ ໑໐ ເດືອນ ພະນາງມະຫາເທວີກໍຈັບໄປສຳເລັດໂທດເສັຍ, ຕໍ່ມາກໍອັງເຊີນພະ ອະນຸຊາພະນາງມະຫາເທວີ ຄື ທ້າວຄຳເຕັມ ຫຼືພະຍາປາກຫ້ວຍໃຫ້ຂຶ້ນຄອງລາດ ເປັນກະສັດ ໄດ້ພຽງ ໕ ເດືອນກໍເກີດບໍ່ປະສົບອາລົມພະນາງ ພະນາງຈຶງສັ່ງປົດອອກຈາກລາດຊະສົມບັດ, ຕໍ່ມາ ກໍອັນເຊີນໝືນໄຊໃຫ້ເປັນກະສັດຄອງລ້ານຊ້າງ ຫຼືທ້າວໃສພະອະນຸຊາພະນາງ ຂຶ້ນຄອງ ລາດ ໄດ້ພຽງ ໖ ເດືອນ, ເມື່ອໝື່ນໄຊຮູ້ຕົວວ່າພະນາງຫາວິທີກຳຈັດພະອົງ ຈຶ່ງປົງພະຊົນຕົນ ເອງເສັຍກ່ອນ, ຕໍ່ມາກໍຍົກເຈົ້າຟ້າໄຄ ຂຶ້ນຄອງລາດໄດ້ພຽງ ໓ ປີ, ກໍຖືກພະນາງມະຫາເທວີ ສຳເລັດໂທດ, ຕໍ່ມາກໍອັງເຊີນພະຍາຊຽງສາ ເຊິ່ງເປັນພະນັດດາ(ຫຼານ)ຂອງພະເຈົ້າສາມແສນ ໄທໄຕພູວະນາດ ຂຶ້ນຄອງລາດໄດ້ພຽງ ໒ ປີ ກໍຖືກພະນາງສຳເລັດໂທດອີກ, ແລ້ວກໍອະພິເສກ ທ້າວຄຳເກີດ ມະຫາກເລັກຂອງພະນາງເອງ ຂຶ້ນເປັນກະສັດຄອງລາດໄດ້ພຽງ ໓ ປີ ພະນາງ ກໍຈັບສຳເລັດໂທດອີກ.
ເຫດການໃນອານາຈັກລ້ານຊ້າງຕອນຕົ້ນນັ້ນ ມີຄວາມວຸ້ນວາຍເປັນຢ່າງຍິ່ງ ພວກເສ ນາອຳມາດ ຈຶ່ງຕົກລົງຈັຍພະນາງມະຫາເທວີ ຜູ້ເປັນຕົ້ນເຫດຂອງຄວາມວຸນວາຍໄປສຳເລັດ ໂທດສາທີ່ຜາດ່ຽວ, ນັບຈາກນັ້ນເປັນຕົ້ນມາ ເຊື້ອພະວົງທີ່ຈະມາເປັນຫະສັດກໍບໍ່ມີ ເນື່ອງຈາກ ພະນາງມະຫາເທວີ ທຳການສຳເລັດໂທດໄປຫຼາຍເຖິງ ໗ ພະອົງ, ເຊື່ອພະວົງຈຳນວນໜຶ່ງ ທີ່ ຢ້ານກົວຕໍ່ການກະທຳຂອງພະນາງ ກໍລັກໜີອອກຈາກພະນະຄອນຊຽງທອງໄປ, ເມື່ອພະນາງ ມາຫາເທວີສະຫວັນນະຄົດແລ້ວ ຜູ້ທີ່ຈະມາເປັນກະສັດກໍບໍ່ມີ ຈຶ່ງເຮັດໃຫ້ພະລາຊະວັງກໍວ່າງ ລົງ ເມື່ອເປັນເຊັ່ນນັ້ນ ເສນາອຳມາດ ຈຶ່ງຕົກລົງກັນວ່າ “ບ້ານເມືອງຈະຂາດຂື່ຂາດແປບໍ່ໄດ້ເດັດ ຂາດ” ຈຶ່ງໄດ້ຕົກລົງພ້ອມໃຈກັນມອບບ້ານເມືອງໃຫ້ແກ່ຄະນະສົງເປັນຜູ້ເບິ່ງແຍງ ເຊິ່ງພະສົງ ໃນຂະນະນັ້ນກໍຮັບພາລະນີ້ ແລະປົກຄອງບ້ານເມືອງແບບສົງ ຫຼືແບບສັງຄະສາມັກຄື ເຊິ່ງປະ ກອບມີ ພະມະຫາສັດທາມິໂກມະຫາສາມີເຈົ້າ ສະຖິດນະວັດແລ້ວ (ເປັນທັງພະສັງຄະຣາຊາ ແລະເປັນປະທານບໍລິການພະລາຊະອານາຈັກ) ພະທຳມະເສນາ ແລະພະມະຫາສະມຸດທະ ໂຄດ ສະຖິດນະວັດປ່າປາສາມັນ(#1) ເປັນແກ່ນນຳໃນການປົກຄອງບ້ານເມືອງໂດຍທຳມະ ຄຳສອນຂອງພະສາດສະໜາ ເຮັດໃຫ້ບ້ານເມືອງສະຫງົບຮົ່ມເຢັນໄປໄດ້ເປັນ ເວລາ ໓ ປີ, ເຖິງ ວ່າ ບ້ານເມືອງຈະສະຫງົບຮົ່ມເຢັນໂດຍທຳກໍຕາມ ແຕ່ພະສົງກໍມີພາລະອັນ ໜັກໜ່ວງຢູ່ແລ້ວ ຈະຄອງລາດບ້ານເມືອງຕໍ່ໄປ ກໍບໍ່ແມ່ນວິໄສຂອງສະມະນະທີ່ຈະແບບຫາບ ພາລະບາງສ່ວນ ຂອງບ້ານເມືອງໄດ້ ເຊັ່ນ ເຖິງວ່າບ້ານເມືອງຈະສະຫງົບກໍຕາມ ມັນກໍຕ້ອງມີ ຄົນຊົ່ວສ້າງຄວາມ ວຸ້ນວາຍແນ່ ເຖິງບໍ່ຫຼາຍກໍຈຳເປັນຈະຕ້ອງຕັດສິນຄະດີຄວາມຕາມເຫດແຫ່ງ ຄວາມຜິດນັ້ນ, ດ້ວຍເຫດນັ້ນ ທາງຄະນະສົງໂດຍມີ ພະມະຫາສັດທາມິໂກມະຫາສາມີເຈົ້າ ເປັນປະທານ ພ້ອມທັງມະຫາເສນາມຸນຕີທັງສີຝ່າຍ ຈຶ່ງຕົກລົງກັນຢ່າງພ້ອມພຽງ ໄປອັນເຊີນເຈົ້າລືໄຊ ເຊິ່ງ ຄອງຈັນທະບູຣີຢູ່(ວຽງຈັນ) ໃຫ້ຂຶ້ນມາເປັນພະມະຫາກະສັດ ສະເຫວີຍລາດໃນນະຄອນລ້ານ ຊ້າງ ຊົງຖວາຍພະລາດຊະທິນນະນາມວ່າ “ພະເຈົ້າຈັກກະພັດຜ່ານແຜ້ວ”(#໒)
ອັນນີ້ແມ່ນເຫດການສຳຄັນ ທີ່ຢັ້ງຢືນໃຫ້ເຫັນຄວາມຄຳຄັນຕໍ່ປະເທດຊາດບ້ານເມືອງ ທັງດ້ານການປົກຄອງ ແລະຝ່າຍສາສະໜາ, ເຊິ່ງຄືວ່າເປັນທຸລະສຳຄັນທາງພະພຸດທະສາສະ ໜາ ໒ ຢ່າງຄື “ຄັນຖະທຸລະ ແລະວິປັດສະນາທຸລະ” ເຊິ່ງເລີ່ມປະຕິບັດ ແລະສືບທອດມາຕັ້ງແຕ່ ສະໄໝພະເຈົ້າຟ້າງຸ່ມມະຫາລາດແລ້ວ ເຖິງວ່າໜ້ານີ້ນັບຕັ້ງແຕ່ສະໄໝພະເຈົ້າຟ້າງຸ່ມມະຫາ ລາດເປັນຕົ້ນມາ ພະສົງບໍ່ໄດ້ເຂົ້າໄປບໍລິຫານລາຊະອານາຈັກເອງ ດັ່ງເຫດການຄັ້ງນີ້ກໍຕາມ ແຕ່ພະສົງໄດ້ທຳໜ້າທີ່ເປັນທີ່ປຶກສາ ໃຫ້ຄວາມເຫັນ ແລະແນະນຳໃນການບໍລິຫານບ້ານເມືອງ ໂດຍມີພະມະຫາສາມີເຈົ້າ(ພະສັງຄະລາດ) ແລະພະມະຫາເສນາຝ່າຍຕ່າງໆ ທຳໜ້າທີ່ນີ້ ຊ່ວຍປົກປ້ອງ ແລະຄຸ້ມຄອງ ຕະຫຼອດຮອດບໍລິຫານປະເທດຊາດບ້ານເມືອງ ໃຫ້ຢູ່ເຢັນເປັນສຸກ ໂດຍທຳ, ນອກຈາກນັ້ນ ນ້າທີ່ຫຼັກຂອງຕະນະສົງ ທີ່ທຳໜ້າທີ່ຄັນຖະທຸລະໃຫ້ແກ່ປະເທດຊາດ ກ​ໍຄືຄຳໜ້າທີ່ “ບໍລິການການສຶກສາ” ຄື ຜະຫຼິດບັນດິດ ແລະນັກຮຽນຮູ້ປັນຍາຊົນໃຫ້ແກ່ອານາ ອານາຈັກ ເຊິ່ງເຮົາຈະເຫັນທຳນຽມການປົກຄອງຂອງອານາຈັກລ້ານຊ້າງນັ້ນ ມີມະຫາເສນາ ທັງ ໔ ອັນໄດ້ແກ່ “ວຽງ, ວັງ, ຄັງ, ນາ” ເປັນກົມການເມືອງຂອງອານາຈັກລ້ານຊ້າງ ແຕ່ບໍ່ປາ ກົດເຫັນເສນາດ້ານການສຶກສາເລີຍ, ອັນນັ້ນຈຶ່ງເປັນສິ່ງຢັ້ງຢືນວ່າ “ພະສົງໃນສາສະໜາ” ທຳ ໜ້າທີເປັນຝ່າຍບໍລິການໆສຶກໃຫ້ໃຫ້ແກ່ລາຊະສຳນັກໂດຍກົງ ເຊິ່ງເປັນທຸລະທີສຳຄັນທີ່ສຸດ ຜົນຜະລິດຂອງການສຶກສາຂອງລ້ານຊ້າງຂະນະນັ້ນ ຈຶ່ງມີນັກສຶກສາປັນຍາຊົນ ແລະບັນດິດ ຂອງໃນລາວໃນລາວ ຄື “ຊຽງ, ທິດ, ຊາ ແລະຄູ” ເຊິ່ງອາດທຽບຊັ້ນໃນສະໄໝນີ້ ອາດຊິທຽບ ໄດ້ດັ່ງນີ້ ຄື “ຊຽງ ເທົ່າກັບຈົບການສຶກສາຊັ້ນກາງ, ທິດ ເທົ່າກັບປະລິນຍາຕີ, ຊາເທົ່າກັບປະລິນ ຍາໂທ ແລະຄູ ເທົ່າກັບປະລິນຍາເອກ” ໃນສະໄໝນີ້ ເພາະເຫັນວ່າ ຊັ້ນຂອງສົງທັງ ໔ ຊັ້ນ ທີ່ອ້າງນັ້ນ ມີໜ້າທີ່ເປັນຜູ້ສອນ ຫຼືຄູ ເຊິ່ງເຮົາຮຽກພຣະສົງວ່າ “ຄຣູບາ” ກໍໝາຍເຖິງຜູ້ສອນນັ້ນ ເອງ, ອັນນັ້ນແມ່ນໜ້າທີ່ຕອນເປັນສົງ ເມື່ອສິກອອກໄປແລ້ວ ບຸກຄົນເຫຼົ່ານນີ້ກໍໄດ້ເປັນກຳລັງ ຂອງປະເທດຊາດບ້ານເມືອງ, ໂດຍການບັນຈຸໃນລາດຊະການບ້ານເມືອງແຕ່ຂັ້ນບ້ານ ຈົນຮອດ ຂັ້ນລາຊະສຳນັກ, ດ້ວຍເຫດນັ້ນ ໃຫ້ສັງຄົມລາວເຕັມໄປດ້ວຍແຕ່ບັນດິດນັກປາດອາຈານເຕັມ ບ້ານເຕັມເມືອງ ເຊິ່ງມີການຢັ້ງຢືນວ່າ “ຜູ້ຊາຍລາວທຸກຄົນລ້ວນແຕ່ໄດ້ບວດ” ບໍ່ບວດຫຼາຍ ກໍຂໍ ໃຫ້ເປັນສາມະເນນ ເມື່ອສິກອອກມາ ກໍໄດ້ເປັນ “ຊຽງ” ດ້ວຍເຫດນັ້ນ ຄົນລາວເໜືອຈຶ່ງນິຍົມກັນ ບວດລູກແກ້ວ ຜູ້ມີສັດທາຫຼາຍກໍສືບຕໍ່ເປັນພິກຂຸຕໍ່ໄປ, ຜູ້ມີພາລະແລະສັດທານ້ອຍ ກໍສິກອອກ ມາກາຍເປັນຊຽງ(#໓) ເຮັດໃຫ້ສັງຄົມລາວໃນສະໄໝນັ້ນ ເຕັມໄປດ້ວຍທິດ ຈານ ແລະຊຽງ ອິດ ທິພົນນີ້ ໄດ້ກາຍມາເປັນຊື່ໜຶ່ງຂອງອານາຈັກພວນວ່າ “ຊຽງຂວາງ” ໝາຍເຖິງວ່າດິນແດນທີ່ ເຕັມໄປດ້ວຍຊຽງຢ່າງກວ້າງຂວາງ ຫຼືຊຽງຫຼາຍນັ້ນເອງ, ສະນັ້ນຄຳວ່າ “ຊຽງ” ຍັງສືບທອດມາ ຈົນເຖິງປັດຈຸບັນ ໃນຊຸມຊົນລາວເໜືອ, ຊຽງໃນຄວາມໝາຍໜຶ່ງ ກໍໝາຍເຖິງ ຄົນມີຄວາມຮູ້ ຫຼືຄົນຮູ້ຄົນຊຽງນັ້ນເອງ.
ຍ້ອນພາລະໜ້າທີ່ໆພະສົງລາວທຳທຸລະ ຫຼືໜ້າທີ່ຂອງຕົນເຊັ່ນນີ້ ຈຶ່ງເຮັດໃຫ້ພະສົງ ລາວຕິດພັນກັບປະຊາຊົນ ແລະການປົກຄອງລາວທຸກຍຸກທຸກສະໄໝ ແລະສືບຕໍ່ພາລະໜ້າ ທີ່ຂອງຄົນມາຮອດບັດນີ້, ອັນນີ້ຄືສິ່ງຢັ້ງຢືນເຖິງພັນທະກິດຂອງຄະນະສົງ ທີ່ມີຕໍ່ຊາດ, ຕໍ່ພະພຸດ ທະສາສະໜາ ແລະປະຊາຊົນລາວ, ເຫດການທີ່ພະສົງໄດ້ກາຍເປັນຜູ້ປົກຄອງບ້ານເມືອງໃນ ອະດິດນັ້ນ ບໍ່ແມ່ນຍຸກດຽວເທົ່ານັ້ນ ຍັງເກີດຂຶ້ນອີກຄັ້ງທີສອງທີ່ອານາຈັກລ້ານຊ້າງຈຳປາສັກ ໃນປະມານປີ ຄ ສ ໑໗໐໘ ໂດຍທີ່ສົມເດັດພະຣາຊະຄູຂີ້ຫອມ ໄດ້ເຂົ້າໄປທຳໜ້າທີ່ປົກຄອງອານາຈັກ ໃນຖານະເປັນປະ​ມຸກບໍລິຫານລາຊະອານາຈັກ ເຊິ່ງເຫດການນັ້ນໄດ້ປະກົດໃນປະຫວັດ ສາດລາວຫຼາຍເຫຼັ້ມ ຄື.
ເຫດການຄັ້ງທີສອງ ກ່ຽວກັບການເຂົ້າມາບໍລິການບ້ານເມືອງຂອງສົມເດັດພະຣາຊະຄຣູເຈົ້າ(ພະຄູຂີ້ຫອມ)ນັ້ນ, ນະຄອນຈຳປາສັກ ມີນາງເພົາເປັນເຈົ້າຜູ້ປົກຄອງນະຄອນຈຳປາສັກນາຄະບູລີສີ ພະນາງເພົາບໍ່ມີຣາຊະບຸດ ມີແຕ່ບຸດຕີນາມວ່ານາງແພງ ເມື່ອນາງເພົາຊະລາແລ້ວ ບໍລິຫານບ້ານເມືອງບໍ່ໄດ້ນາງແພງຈຶ່ງທຳໜ້າທີ່ບໍລິຫານບ້ານເມືອງແທນພະມານດານ ນາງເພົາເອງ ກໍສັດທາໃນພະຣາຊະຄຣູເຈົ້າ ຈຶ່ງພ້ອມກັນກັບພະຍາຄຳຫຍາດ, ພະຍາສອງຮາດ, ທ້າວເພັຍໃຫຍ່ນ້ອຍໃຫຍ່ໃຫ້ໄປນິມົນພຣະຣາຊະຄູເຈົ້າມາສະຖິດຢູ່ໃນນະຄອນຈຳປາສັກ ເພື່ອສືບພະສາດສະໜາ ແຕ່ເມື່ອພະຄູໄດ້ໄປປະຈຳທີ່ນະຄອນຈຳປາສັກແລ້ວ ນາງແພງກໍໄດ້ມອບໃຫ້ພຣະຣາຊະຄູຫຼວງເປັນຜູ້ບໍລິຫານພຣະຣາຊະອານາຈັກ ແລະພຸດທະຈັກພ້ອມກັນ ໃນປີ ຄສ ໑໗໐໘ ນັ້ນເອງ ທ່ານພຣະຄູກໍຮັບໜ້າທີ່ ແລະຈັດຣາຊະການບ້ານເມືອງອອກເປັນ ໒ ສ່ວນຄືຝ່າຍພຸດທະຈັກ ແລະຝ່າຍທັມມະຈັກ ເຮັດໃຫ້ທົ່ວນະຄອນຈຳປາສັກ ແລະເມືອງບໍລິວານຂອງນະຄອນຈຳປາສັກໃນຂະນະນັ້ນ ມີການບໍລິຫານເປັນໄປໂດຍທຳ ຄື
໑- ຝ່າຍພຸດທະຈັກນັ້ນ ອັນດັບແຮກພະຄູໄດ້ເອົາໃຈໃສ່ວຽກງານດ້ານການສືກສາເປັນສຳຄັນ ພະຣາຊະຄູໄດ້ຈັດລະບຽບການສຶກສາທົ່ວພະລາຊະ ອານາຈັກ ຂອງພະສົງ-ສາມະເນນ ແລະຄຸນລະບຸດ ໃຫ້ເປັນໄປແບບດຽວກັບນະຄອນຫຼວງວຽງຈັນ ໂດຍເອົາວັດເປັນສູນກາງຂອງການສືກສາ ດ້ານການປົກຄອງສົງກໍໄດ້ຍົກຖານັນດອນສັກຂອງພຣະສົງຂຶ້ນເປັນຕາມລະດັບຊັ້ນ ຄື ນັບແຕ່ຂັ້ນສູງລົງຂັ້ນຕ່ຳ ສະຖາປານາໃຫ້ມີ ພະຍອດແກ້ວ, ພະລູກແກ້ວ, ພະຫຼັກຄຳ, ພະຄູ, ພະຊາ ແລະພະສຳເຣັດ ໃກ້ບໍລິຫານການປົກຄອງສົງ ແລະການສຶກສົງຕາມຂັ້ນ।
໒- ຝ່າຍອານາຈັກນັ້ນ ພະຣາຊະຄູເຈົ້າ ກໍເອົາໃຈໃສ່ວຽກງານດ້ານລະບຽບປກຄອງບ້ານເມືອງ ຄືກົດມົນທຽນບານ ທຳມະນູນ ໂດຍໄດ້ຊຳຮະກົດມົນ ທຽນບານ ແລະກົດໝາຍຕ່າງ ໂດຍເອົາຫຼັກ ປັນຈະສີ ປັນຈະທຳທາງພຸດທະສາສະໜາ ເຂົ້າບໍລິຫານບ້ານເມືອງ ຜູ້ທີ່ຈະເຂົ້າມາເປັນຂ້າລັດຖະການ ບ້ານເມືອງພະລາຊະຄູເຈົ້າກ​ໍໃຫ້ເລືອກເອົາບັນດິດ ຫຼືຜູ້ທີ່ຈົບການສຶກສາເປັນສ່ວນໃຫຍ່ ໂດຍສະເພາະເຈົ້າເມືອງຕ່າງໆ ກໍແມ່ນຈົບການສຶກສາປະໂຫຍກ ສູງໆຈາກວັດເປັນຝ່າຍບໍລິຫານ ອົງການຈັດຕັ້ງຂອງການບໍລິຫານ ມີ ອາຍາ ໔ ແລະ ໑໔ ກອງທຸກໆຫົວເມືອງ ໃຫ້ທຳການບ​ໍລິຫານບ້ານເມືອງເປັນໄປໃນທຳນອງດຽວກັນ ເຈົ້າເມືອງ ແລະຂ້າລາຊະການບ້ານເມືອງທຸກຄົນໃຫ້ຕັ້ງຢູ່ໃນສິທຳຂອງພະສຳມາສຳພຸດທະເຈົ້າ
ພະລາຊະຄູຫຼວງເຈົ້າ ໄດ້ທຳໜ້າທີ່ບໍລິຫານບ້ານເມືອງໄປໃນໄລຍະໜຶ່ງ ແລະຈັດການບໍລິຫານລະບຽບລາຊະການທັງຝ່າຍພຸດທະຈັກ ແລະອານາຈັກແລ້ວ ພຣະຣາຊະຄູຫຼວງ ກໍຄຳນຶ່ງວ່າ ອັນວ່າວຽກງານລາຊະການສົງນັ້ນ ພະສົງກໍບໍລິຫານບ້ານເມືອງເປັນໄປໄດ້ໂດຍທັມດີ ໂດຍອາໄສ ພະທັມມະວິໄຂອງຂອງພະພຸດທະສາສະໜາ ເປັນຫຼັກ, ແຕ່ການບໍລິຫານລາຊະອານາຈັກນັ້ນ ຈຳເປັນຢ່າງຍິ່ງທີ່ຈະຕ້ອງໄດ້ໃຊ້ພະທັມມະວິໄນທາງພະ ພຸດະສາສະໜາ ແລະລະບຽບການບ້ານເມືອງ ຫາກບໍ່ໄດ້ໃຊ້ອຳນາດການບໍລິຫານແບບລ້ານເມືອງເຂົ້ານຳ ກໍຈັກເຮັດໃຫ້ປະຊາຊົນຜູ້ຊົ່ວນັ້ນກຳເລີບເສີຍສານ ແລະວຽກງານນ້ອຍໃຫຍ່ທາງອານາຈັກນັ້ນ ບາງວຽກງານ ສະມະນະເພດກໍຈັດການບໍ່ໄດ້ ເພາະອາໄສພະວິໄນເປັນຫຼັກ ຈຶ່ງໄດ້ ຕົກລົງກັບເສນາທັງສີ່ ແລະກອງ ໑໔ ແລ້ວ ຈຶ່ງເຫັນສົມຄວນໃຫ້ໄປອັງເຊີນເອົາເຈົ້າໜໍ່ກະສັດ ທີ່ພຳນັກຢູ່ບ້ານງິ້ວພັນລຳ ສົມສະໜຸກນັ້ນ ອາຍຸກະສຽນກໍພໍທີ່ຈະປົກຄອງລາຊະການບ້ານເມືອງໄດ້ແລ້ວ ຈຶ່ງໄດ້ແຕ່ງຈານແກ້ວ ຈານຊຽງ ທ້າວເພັຍ ແລະໄພ່ພົນ ໄປອັງເຊີນເຈົ້າໍໜໍ່ກະສັດ ແລະພະມານດາ(ພະນາງສຸມັງຄະລາ) ລົງມາຍັງນະຄອນຈຳປາສັກ ໃນປີມະເສັງ ປັນຈະສົກ ສັກກະລາດ ໑໐໗໕ (ຄສ ໑໗໑໓) ທ່ານພະຄູ ພ້ອມດ້ວຍເສນາຂ້າມະຫາດ ແລະຊາວເມືອງ ຈຶ່ງໄດ້ທຳການລາຊາພິເສກໃຫ້ເຈົ້າໜໍ່ກະສັດສະເຫວີຍເມືອງ ແລະຖວາຍພຣະນາມວ່າ "ສົມເດັດພຣະເຈົ້າສ້ອຍສີສະໝຸດພຸດທັງກຸລ" ແລະເສີມພະນາມພະນະຄອນໃໝ່ວ່າ "ນະຄອນຈຳປາສັກນັກຄະບູລິສີ" ສືບຕໍ່ມາ ແລະອະພິເສກສົມລົດກັບນາແພງນັ້ນ ນັບວ່າພຣະເຈົ້າສ້ອຍສີສະໝູດພຸດທັງກຸນ ແລະນາແພງເປັນຕົ້ນກະສັດສະກຸລວົງລ້ານຊ້າງຈຳປາສັກ ສືບຕໍ່ມາ, ສ່ວນທ່ານພະລາຊະຄູຫຼວງນັບວ່າໄດ້ບໍລີຫານບ້ານເມືອງໃນເພດສະມະນະ ນັບແຕ່ປີ ໑໗໐໘ ເຖິງ ໑໗໑໓ ນັບວ່າເປັນວ່າ ໕ ປີ ເຕັມພໍດີ।
ເຫດຫານທັງສອງນີ້ ນັບວ່າເປັນເຫດຫານສຳຄັນທາງຊາດ ແລະພະພຸດທະສາສະໜາ ທີ່ພະສົງມີໜ້າທີ່ປົກປ້ອງ ແລະຊ່ວຍເຫຼືອ ຫາກເປັນສິ່ງທີ່ກໍ່ໃຫ້ເກີດຄວາມສະຫງົບສຸກ ຕໍ່ປະເທດຊາດ ແລະພະພຸດທະສາສະໜາແລ້ວ ເຖິງບາງຄັ້ງ ພະວິໄນກໍບໍ່ໄດ້ກຳນົດ ຫຼືຫ້າມໄວ້ ເມື່ອເຫັນວ່າສົມຄວນກໍໜ້າທີ່ທີ່ຈະຕ້ອງທຳ ພະສົງລາວ ກໍຈະໄດ້ທຳໜ້າທີ່ນັ້ນຢ່າງຕັ້ງໜ້າ ແລະເອົາໃຈໃສ່ເພື່ອປະໂຫຍດສຸກຂອງຊາດ ແລະປາຊາຊົນນັ້ນເອງ
ເຫດການທັງສອງນີ້ ນັກປະຫວັດສາດຫຼາຍທ່ານໃຫ້ຄວາມສຳຄັນ ວ່າເປັນສິ່ງທີ່ດີ ແລະໄດ້ຍົກໃຫ້ເຫັນວ່າພະສົງລາວ ນອກຈາກທຳໜ້າທີ່ເຜີຍແຜ່ສາສະໜາ ແລະປະຕິບັດຕົນໃຫ້ເຖິງທີີ່ສຸດແຫ່ງທຸກແລ້ວ ຍັງໄດ້ທຳໜ້າທີ່ຄັນຖະທຸລະ ຄືຈັດລະບຽບການປົກຄອງບ້ານເມືອງ ໂດຍເອົາຫຼັກທຳມາເປັນເກນໃນການປົກຄອງ ຈຶ່ງເຫັນວ່າ ກົດມົນທຽນບານກໍຕາມ ກົດໝາຍການປົກຄອງບ້ານເມືອງໃນສະໄໝບູຮານກໍຕາມ ເຊັ່ນ ກົດມາຍທຳມະສາດຫຼວງ ສຸວັນນະມຸຂະ ແລະອື່ນໆ ອັນເປັນກົດໝາຍການປົກຄອງ ໃນລາຊະອານາຈັກລ້ານຊ້າງທັງມວນ ເຕັມໄປດ້ວຍພະທຳ ແລະຄຳສອນທາງພະພຸດທະສາສະໜາ ໂດນສະເພາະແມ່ນ ປັນຈະສີນ ແລະປັນຈະທຳ ບາງຍຸກຫາກບ້ານເມືອງຫວ່າງກະສັດລົງ ພະສົງກໍເຂົ້າໄປທຳໜ້າທີ່ບໍລິຫານບ້ານເມືອງເອງ ແຕ່ການໄດ້ມາເຊິ່ງກຽດ ຍົດ ແລະບັນດາສັກເລົ້ານັ້ນ ພະສົງລາວ ໂດຍສະເພາະ ຄະນະສົງລາວທັງສອງຍຸກນັ້ນ ບໍ່ມີຍຸກໃດເລີຍທີ່ຕິດກັບລາບ ລົດ ສັນລະເສີນ ສຸກນັ້ນເລີຍ ຫາກມີຜູ້ສົມຄວນທີ່ຈະທຳໜ້າ ທີ່ບໍລິຫານບ້ານເມືອງໄດ້ ກໍໄດ້ມອບໜ້າທີ່ນີ້ໃຫ້ບຸກຄົນຜູ້ບໍລິຫານບ້ານເມືອງສືບຕໍ່ໄປຕາມທຳ ຕາມວິໄນ, ເມື່ອເຮົາສຶກສາປະວັດສາດຂອງບັນດາປະເທດ ອາຊີແລ້ວ ເຫັນວ່າປະເທດລາວ ຕ່າງຈາກບັນດາປະເທດເຫຼົ່ານັ້ນ ຄື ພະສົງເອງນັ້ນ ເປັນສູນລວມ ແລະເປັນຜູ້ນຳທາງຈິດວິນຍານຂອງປະຊາຊົນລາວໂດຍແທ້ ພະສົງລາວ ຊຶ່ງຊື່ວ່າ ຜູ້ໄດ້ຊ່ວຍຊູປະເທດຊາດທຸກຍຸກທຸກສະໄໝ່ ດັ່ງ ທ່ານ ດຣ। ສຸເນດ ໂພທິສານ ໄດ້ວິຈານໃຫ້ເຫດເຖິງທາດແທ້ຂອງຄະນະສົງ ທີ່ປົກຄອງລາຊະອານຈັກລ້ານຊ້າງຊຽງທອງ ໄວ້່ໃນໜັງສື "ຄວາມເປັນມາຂອງພະພຸດທະສາສະໜາໃນລາວ ສະຖາບັນວິໄຈສີລະວັດທະນະທັມອີສານ ມະຫາວິທະຍາໄລ ມະຫາສາລະຄາມ ໒໐໐໖ ເອກະສານອັດສຳເນົາ ໃນໜ້າ ໕໕ ) ໄວ້ເປັນຕາໜ້າຟັງວ່າ "ຖ້າພະທັງສອງອົງຫາກຍັງຕິດໃຈນຳໂລກີຍະ ທ່ານທັງສອງອາດສິກອອກມາກຸມອຳນາດ ກໍໄດ້ ແຕ່ທ່ານບໍ່ຕິດໃຈຫຍັງນຳອຳນາດບ້ານເມືອງ ທ່ານເສັຍສະຫລະແລ້ວ ທ່ານຈິ່ງຮັກສາການຊົ່ວຄາວ" ກ​ໍເຊັ່ນດຽວກັບທ່ານຣາຊະຄູຫຼວງໄດ້ທຳ ໃນຕອນທ້າຍແຫ່ງອານາຈັກລ້ານຊ້າງນັ້ນ ກໍຕົກຢູ່ໃນທຳນອງດຽວກັນ ເຫດການທັງສອງນີ້ ຈຶ່ງເປັນເຫດການຍົກສູພາລະບົດບາດຂອງຄະນະສົງລາວ ໃນຖານະເປັນພົນລະເມືອງຂອງຊາດ ແລະພະພຸດທະສາສະໜາ ດ້ວຍເຫດນັ້ນ ຄະນະສົງລາວ ຈຶ່ງຢືນຍົງຄົງຕົວ ຢູ່ໃນຊາດ ແລະສາສະໜາ ຄຽງຂ້າວພັກ ແລະລັດມາຕະຫຼອດ ເທົ້່າຮຶດບັດນີ້
ເອກສານອ້າງອິງ
- ປະຫວັດສາດລາວ ສີລາວິລະວົງ
- ພົງສາວະດານລາວ ເຈົ້າຄຳໝັ້ນ ວົງກົດຣັດຕນະ
- ຄວາມເປັນມາຂອງພຣະພຸດທະສາສະໜາໃນລາວ ສຸເນດ ໂພທິສານ ສະຖາບັນວິໄຈສີລະວັດທະນະທັມອີສານ ມະຫາວິທະຍາໄລ ມະຫາສາລະຄາມ ເອກະສານອັດສຳເນົາ ປີ ໒໐໐໖
- ປະວັດສາດການສ້າງພຣະພຸດທະຮູບ ລ້ານຊ້າງ ສົມກຽດ ໂລຫ໌ເພັຊຣັຕນ໌ ພິມຄັ້ງທີ ໑ ພສ ໒໕໔໓ ບໍຣິສັດສຍາມອິນເຕີເນຊັນເນລ ບຸ໊ກສ໌ ຈຳກັດ ພິມໃນປະເທດໄທ /(ພາສາໄທຍ໌)
- ກົດໝາຍທຳມະສາດຫຼວງ ສົມລິດບົວສີສະຫວັດ
- ຄຳ ຈຳປາແກ້ວມະນີ ເອກະສານການບັນຍາຍ ສະຖາບັນການສຶກສາສົງ ພິມທົດລອງ (ເອກສະານໂຣນຽວ)
- ປະຫວັດສາດພຣະພຸດທະສາສະໜາໃນລາວ ພຣະຄຣຸເນືອງພິລັກ ໂຊຕືທອນ (ເອກະສານປະກອບການບັນຍາຍພາກຕົ້ນ) ວິທະຍາໄລສົງອົງຕື້
- ຮີດສີບສອງຄອງສິບສີ່ ສີລາວິລະວົງ
- ມູນມໍຣະດົກຊົນຊາດອ້າຍລາວ ອະນຸສອນງານພຣະຣາຊະທານເພີງສົບ ສົມເດັດພຣະຍອດແກ້ວພຸດທະຊິໂນຣົສສະກົລມະຫາສັງຄະປາໂມກຂ໌ ສົມເດັດພຣະສັງຄະຣາດແຫ່ງພຣະຣາຊະອານາຈັກລາວ , ກຸງເທບມະຫານະຄອນ ວັນທີ ໑໒ ມີນາ ພຸດທະສັງກາດ ໒໔໒໘ /(ອັກສອນໄທຍ໌)
- ພຣະສົງລາວກັບການປະຕິວັດ : ຄຳຕັນ (ພາສາໄທຍ)
- ພຸດທະສາສນາ ແລະການເມືອງລາວ ພາຍໃຕ້ຣະບອບຄອມມູຍນິດ : ວໍຣະສັດ ຈະເຣີນຜົລ ກຸງເທບ(ພາສາໄທຍ)

ພຣະນາມຂອງ “ພຣະເຈົ້າອະອະນຸວົງ” ບໍ່ຄວນຮຽກວ່າ “ເຈົ້າ” ຊື່ໆ

ມີນັກປະຫວັດສາດ ແລະປະຊາຊົນລາວບາງທ່ານຮຽກຂານພຣະນາມຂອງພຣະເຈົ້າອະນຸວົງວ່າ "ເຈົ້າ" ບາງນັກຄິດ ແລະນັກປະຫວັດສາດໄທບບາງທ່ານ ບໍ່ກ້າຮອດຮຽກພຣະນາມຂອງພຣະເຈົ້າອະນຸວົງວ່າ "ເຈົ້າ" ຊຳ້, ຈະເວົ້າແຕ່ "ອະນຸວົງ" ຫຼື "ອະນຸ" ຊື່ກໍມີ, ເພາະ ເຫດໃດ ?
- ຕາາມທີ່ສຶກສາ ສັງເກດຕາມຫຼັກຖານ ແລະເຫດຜົນ ສາມາດອະທິບາຍໄດ້ດັ່ງນີ້ ຄື:
ສະເພາະນັກຄິດ, ນັກຂຽນ ນັກປະຫວັດສາດ ແລະປະຊາຊົນໄທຍນັ້ນ ມີຄວາມເຂົ້າໃຈໄປໃນໃນຫຼາຍຢ່າງຫຼາຍແນວ ເຊິ່ງພໍສະບອອກໄປຕາມປະເດັນໄດ້ອີກດັ່ງນີ້:
໑- ເພາະໄທຍ໌ຖືວ່າ "ລາວ" ເປັນເມືອງຂຶ້ນຂອງສຍາມ ສະນັ້ນກະສັດຜູ້ປົກຄອງລາວຈະມີບັນດາສັກເໜືອພຣະມະຫາກະສັດຂອງສຍາມບໍ່ໄດ້ ຈຶ່ງຕ້ອງຂານພຣະນາມພຣະເຈົ້າ ອະນຸວົງເຫຼືອພຽງແຕ່ເຈົ້າເທົ່ານັ້ນ.
໒- ສະເພາະຄົນໄທຍ໌ແລ້ວ ຖືວ່າພຣະເຈົ້າະອະນຸວົງ ເປັນກະບົດແກ່ສຍາມ ຄຳວ່າກະ ບົດໝາຍຄວາມວ່າ ໄທຍ໌ຖືວ່າລາວເປັນຂອງໄທຍ໌.
໓- ເກີດຈາກຄວາມແຄ້ນ ຕາມປະຫວັດສາດທີ່ໄທຍ໌ບັນທຶກເຖິງວິຣະກັມພຣະເຈົ້າອະ ນຸນັ້ນ ບໍ່ເປັນໄປໃນຄວາມເປັນຈິງ ແຕ່ເປັນຜົນໃນທາງການເມືອງແກ່ໄທຍ໌ເທົ່ານັ້ນວິລະກັມ ພຣະເຈົ້າອະນຸວົງຈຶ່ງເປັນໄປໃນທາງລົບໃນສາຍຕາຂອງຄົນໄທຍ໌.
໔- ການບັນທຶກພຣະນາມຂອງໄທຍ໌ ແມ່ນເພື່ອລົດຖານັນດອນສັກຂອງພຣະເຈົ້າອະ ນຸວົງ ໃຫ້ຕ່ຳກວ່າກະສັດຂອງໄທຍ໌ ເຊິ່ງເປັນໄປໃນລັກສະທີ່ເວົ້າແລ້ວ ໃນຂໍ້ທີ ໑ ນັ້ນ, ທັງນີ້ກໍ ເພື່ອເປັນການຕັດໄມ້ຂົ່ມນາມເອົາໄວ້.
ສຳລັບຄົນລາວແລ້ວ ທີ່ມີການຮຽກຂານພຣະນາມພຣະເຈົ້າອານຸວົງວ່າ “ເຈົ້າ” ແມ່ນມີເຫດຜົນພໍ່ສະຫຼຸບໄດ້ດັ່ງນີ້ ຄື:
໑- ຂາດຫຼັກຖານທາງປະວັດສາດຂອງຕົນເອງ ຕ້ອງອິງຕາມຫຼັກຖານທາງປະວັດສາດຕ່າງປະເທດ ໂດຍສະເພາະຢຶດຖືຕາມປະຫວັດສາດໄທຍ໌.
໒- ຂາດສຶກສາ-ຄົ້ນຄວ້າປະວັດສາດລາວເອງໂດຍທາງເລີກທາງເລີກໆ, ຂາດການວິ ໄຈ, ຂາດຄວາມເອົາໃຈໃສ່ຕໍ່ບັນຫາປະຫວັດສາດ.
໓- ບັນຫາຄວາມເຫັນບໍ່ລົງລອຍກັນທາງດ້ານພາສາ ແລະລະບົບຄິດບາງປະການບໍ່ເຂົ້າໃຈລະບົບ ແລະວິວັດທະນາການຂອງພາສາ ໃນສ່ວນທີ່ກ່ຽວພັນກັບວັດທະນະທຳສັງຄົມແຕ່ລະຍຸກ, ຈຶ່ງເວົ້າຕາມເຂົາຂາດການວິໄຈດ້ານພາສາສາດ ແລະວັດທະນະທັມການປົກ ຂອງຍຸກສະໄໝ.
ສະນັ້ນ, ເພື່ອສຶກສາເລື່ອງນີ້ໃຫ້ເຂົ້າໃຈເລີກເຊິ່ງນັ້ນ ຈຶ່ງໄປອ່ານຫຼັກຖານທີ່ເປັນລາຍຈູມຂອງພຣະບາດສົມເດັດພຣະເຈົ້າອະນຸວົງ ຈຶ່ງເຫັນຫຼັກຖານຫຼາຍຢ່າງທີ່ບົ່ງບອກວ່າ ພຣະ ນາມຂອງພຣະອົງ ບໍ່ແມ່ນເຈົ້າຊື່ືໆ ຫາກແມ່ນ “ສົມເດັດພຣະເຈົ້າ” ດັ່ງນີ້ ຄື:
- ໃນສີລາຈາຣືກ ທີ່ທາງເຂົ້າສິມວັດສີສະເກດນັ້ນ ປາກົດພຣະນາມຂອງພຣະເຈົ້າອະນຸວົງດັ່ງນີ້ (ເບິ່ງຮູບປະກອບ)".
“ສົມເດັດພຣະບໍຣົມມະບໍພິດ ພຣະມະຫາຂັດຕິຍາທິເບດໄຊຍະເສດຖາ ຊາດສຸຣິຍະອົງອັກຄະທິບໍດິນ ນໍຣິນທາທິປັດຕິຣາຊາທິຣາຊະມະຫາຈັກກະພັດ ພູມິນທາທິປະຕິ…॥ໄຕຍະພູວະນາດຊາຕໄຕພະໂກວິສຸດທິ..." ຕົວຢ່າງທີ່ອ່ານໄດ້ໃນສີລາຈາຣືກລາຍຈູມນັ້ນເຮັດໃຫ້ເຫັນດັ່ງນີ້:
໑- "ສົມເດັດພຣະບໍຣົມມະບໍພິດພຣະມະຫາຂັດຕິຍາທິເບດໄຊຍະເສດຖາຊາ" ນີ້ຄືຫຼັກຖານສຳຄັນທີ່ສະແດງໃຫ້ເຫັນວ່າ ພຣະນາມຂອງພຣະເຈົ້າອະນຸວົງເປັນ "ສົມເດັດພຣະເຈົ້າ" ເຊິ່ງເປັນພຣະນາມຂອງພຣະມະຫາກະສັດທີ່ຊົງພຣະຍົດດ້ວຍກຽດຕິພູມ, ຊາຕິພູມ ແລະອະທິປະໄຕ ບໍ່ແມ່ນມີນາມະຍົດເປັນ "ເຈົ້າ” ທຳມະດາ ເໝືອນກັບເຊື້ອເຈົ້າທົ່ວໄປ ຄຳວ່າ "ສົມເດັດ" ກໍໝາຍເຖິງພຣະເຈົ້າ, "ບໍຣົມມະບໍພິດຕະ" ກໍໝາຍເຖິງພຣະເຈົ້າ "ຂັດຕິຍາທິເບດ" ກໍໝາຍເຖິງພຣະເຈົ້າ
໒- "ຊາດສຸຣິຍະອົງອັກຄະ ທິບໍດິນນໍຣິນທາທິປັດຕິຣາຊາທິຣາຊະມະຫາຈັກກະພັດ" ຄຳວ່າ "ຊາດສຸຣິຍະ" ກໍແປວ່າ "ຈະເຣີນໂດຍຊາດ ຫຼືຮຸ່ງເຮືອງໂດຍຊາດ ຫຼືເປັນກະສັດຕົວແທນແຫ່ງດວງອາທິດ ແລະຄວາມຈະເຣີນຮຸ່ງເຮືອງ, ຄຳວ່າ "ອົງອັກຄະທິບໍດິນນໍຣິນທາ" ໝາຍເຖິງພຣະອົງເປັນພຣະມະຫາກະສັດເອກະຣາດ ເປັນໜໍ່ເຊື້ອແຫ່ງພຣະອິນທາ ຫຼືສະ ເດັດມາຈາກທີ່ສູງ ບໍ່ໄດ້ຢູ່ພາຍໃຕ້ການປົກຄອງຂອງໃຜ ເຊິ່ງໝາຍເຖິງບໍ່ໄດ້ຢູ່ພາຍໃຕ້ອະນາ ນະຄົມ ຫຼືຫົວເມືອງຂຶ້ນຂອງໃຜ(ຂະນະນັ້ນກໍໝາຍເຖິງສຍາມ) ຈຶ່ງເຂົ້າໃຈວ່າພຣະອົງເປັນເອກະສັດ ບໍ່ໄດ້ຢູ່ພາຍໃຕ້ສຍາມ ຫາກສຶກສາທາງປະວັດສາດຫຼັງຈາກທີ່ພຣະອົງກັບມາຈາກສະຍາມໃນສະໄໝຣັດຊະການທີ ໒ ຂອງໄທຍແລ້ວ ພຣະອົງໄດ້ເອກະສິດໃຫ້ເປັນກະສັດໃນຖານະຈັກກະພັດເທົ່າກັບຣາຊະການທີສອງຂອງສຍາມ ຫຼັກຖານໜຶ່ງຄື ພຣະອົງສ້າງວັດສີ ສະເກດແລ້ວ ບໍ່ປາກົດເຫັນເຊີນກະສັດ ຫຼືຄົນສຳຄັນຂອງສຍາມມາຮ່ວມນຳ ໃນເວລາສະ ຫຼອງວັດນັ້ນ, ວຽງຈັນໃນສະໄໝພຣະອົງຫຼັງຈາກທີ່ພຣະອົງກັບມາສະຖາປານາແລ້ວ ປາກົດເຫັນວ່າວຽງຈັນໄດ້ເປັນຣາຊະທານີ ແລະມີເມືອງຂຶ້ນເຖິງສອງຟາກຝັ່ງແມ່ນຳ້ຂອງ ລວມທັງນະຄອນຫຼວງພຣະບາງ ແລະຈຳປະສັກ ແລະເມືອງຂຶ້ນກັບອານາຈັກທັງສອງດ້ວຍ, ອັນນີ້ສະແດງໃຫ້ເຫັນຄຳວ່າ "ອົງອັກຄະທິບໍດິນນໍຣິນທາ" ຄຳວ່າ "ນໍຣິນທາ" ເປັນຄຳເສີມພຣະນາມຕາມຄວາມເຊື່ອທາງວັດທະນະທັມການປົດຄອງ ສະໄໝນັ້ນວ່າກະສັດທຸກພຣະອົງ ຄື ໂພທິສັດ ຫຼືຕົວແທນຂອງພຣະອິນ ຫຼືຜູ້ທີ່ກັບສູ່ສະຫວັນຊັ້ນດຸສິດນັ້ນເອງ.(ຖືເປັນຄວາມເຊື່ອ ແຫ່ງຍຸກສະໄໝ).
໓- ຄ່າວ່າ "ພູມິນທາທິປະຕິ" ອັນໝາຍເຖິງຄວາມເປັນເອກຣາດ ແລະມີອະທິປະໄຕ ຂອງອານາຈັກລ້ານຊ້າງໃນສະໄໝພຣະອົງ, ອັນນີ້ມີຫຼັກຖານຢັ້ງຢືນວ່າ ຣະບົບຊ່ວຍຂອງອາ ນາຈັກລ້ານຊ້າງບົນສອງຟາກຝັ່ງແມ່ນຳ້ຂອງ ເວົ້າສະເພາະຫົວເມືອງທີ່ຂຶ້ນກັບລ້ານຊ້າງ ມີແຕ່ເມືອງໂຄຣາດ ແລະເມືອງຂຶ້ນຂອງໂຄຣາດເທົ່ານັ້ນສົ່ງຊ່ວຍໃຫ້ແກ່ບາງກອກ, ນອກຈາກນັ້ນແມ່ນສົ່ງຊ່ວຍໃຫ້ວຽງຈັນ, ສຳລັບວຽງຈັນ, ຫຼວງພຣະບາງ ແລະຈຳປາສັກໃນສະໄໝພຣະເຈົ້າອະນຸວົງນັ້ນ ບໍ່ໄດ້ສົ່ງຊ່ວຍໃຫ້ກຸງເທບ ຄັ້ງແຮກກຳນົດໃຫ້ສົ່ງອອກໄມ້ຄຳ ດອກໄມ້ເງິນທຸກໆປີ ຕໍ່ມາ ໓ ປີ ຈຶ່ງສົ່ງເທື່ອໜຶ່ງ ສຳລັບພຣະເຈົ້າອະນຸວົງເອງຫຼັງຈາກັບມາຈາກກຸງເທບແລ້ວ ພຣະອົງກໍໄດ້ກັບໄປບາງກອກແຕ່ພຽງຄັ້ງດຽວ ຄືໄປປົງພຣະບໍຣົມມະສົບຂອງຣັດຊະການທີສອງເທົ່ານັ້ນ ຈົນມາຮອດຣັດຊະການທີ ໓ ການສົ່ງຊ່ວຍລະຫວ່າງລ້ານຊ້າງກັບບາງ ກອກຂາດລົງຢ່າງເຫັນໄດ້ຈະແຈ້ງ ນັ້ນຄືຄວາມເປັນເອກະຣາດ ທີ່ພຣະເຈົ້າອະນຸວົງໄດ້ຮັບ ເຊິ່ງເປັນສິ່ງຢັ້ງຢືນເຖິງຄຳວ່າ "ພູມິນທິປະຕິ” ໄດ້ຢ່າງລົງຕົວ ນອກຈາກນີ້ຍັງມີຄຳທີ່ສະແດງເຫັນເຖິງອຳນາດ ແລະອະທິປະໄຕຫຼາຍຢ່າງຂອງອານາຈັກລ້ານຊ້າງ ໃນສະໄໝພຣະເຈົ້າອະນຸວົງ ທີ່ພໍໃຫ້ເຮົາໄດ້ສຶກສາຈາກສີລາຈາຣືກແຜ່ນນີ້.
ສະນັ້ນການທີ່ຈະຮຽກຂານພຣະນາມ ຂອງພຣະເຈົ້າອະນຸວົງໃຫ້ເຕັມພຣະຍົດນັ້ນ ກໍ ເປັນເລື່ອງທີ່ສົມຄວນແລ້ວແລ ທີ່ລູກຫຼານທີ່ຈະຕ້ອງທຳ "ຢ່າງນ້ອຍກໍໄດ້ຍົກພາລະບົດບາດ ແລະຄວາມເປັນເອກຣາດແຫ່ງຊາດລາວໄວ້ໃຫ່ສູງສົ່ງຊົ່ວກັບປະວະສານ"

ชาติลาว คนลาว อดีตและปัจจุบัน : เกริ่นนำ


บล็อกนี้เปิดขึ้นเพื่อนำเสนอเรื่องราวทางประวัติศาสตร์ลาว เป็นบทปริวรรตและถอดความเป็นภาษาไทยจากหนังสือ "ซาดลาว คนลาว อะดีตและปะจุบัน" ปรับปรุงปี ค.ศ. ๒๐๐๖ต้นฉบับภาษาลาว เขียนโดยดร.พูทองแสงอาคมรัฐมนตรี ประธานคณะกรรมการกีฬาแห่งชาติและประธานโอลิมปิกแห่งชาติลาว เพื่อเป็นแหล่งข้อมูลทางการศึกษาประวัติศาสตร์ชาติลาวโดยตรง และประวัติศาสตร์ชาติไทยโดยอ้อมในส่วนที่เกี่ยวเนื่องในยุคสมัยเดียวกัน

หนังสือ "ซาดลาว คนลาว อะดีตและปะจุบัน" หรือ "ชาติลาว คนลาว อดีตและปัจจุบัน" นี้ เป็นหนังสือที่รวบรวมเรื่องราวทางประวัติศาสตร์ของลาวนับแต่โบราณกาลเรื่อยมาจนปัจจุบันแบ่งเนื้อหาออกเป็น ๗ ภาค ซึ่งสามารถสรุปเป็นยุคสมัยได้ ๒ ยุค คือ

๑) สมัยราชอาณาจักรลาวล้านช้าง นับตั้งแต่แรกสถาปนาราชอาณาจักรล้านช้าง การรวบรวมชาวลาวและแผ่นดินลาวขึ้นเป็นปึกแผ่น การทำสงครามแผ่ขยายพระราชอำนาจของกษัตริย์แต่ละพระองค์กระทั่ง เสียเอกราชแก่ราชอาณาจักรสยาม และแตกออกเป็น ๓ อาณาจักร คือ ล้านช้างหลวงพระบาง ล้านช้างเวียงจัน และล้านช้างจำปาสัก เนื้อหาในส่วนนี้เริ่มตั้งแต่ภาคที่ ๑ ถึง ๔

๒) สมัยฝรั่งเศสปกครองอินโดจีน นับตั้งแต่สยามเสียดินแดนฝั่งซ้ายของแม่น้ำโขงให้แก่จักรวรรดิฝรั่งเศสเมื่อ ร.ศ. ๑๑๒ มีการจัดตั้งขบวนการต่อสู้ปลดปล่อยประชาชนลาวบรรดาเผ่าจากการกดขี่ข่มเหง ของเจ้าอาณานิคม การยึดอำนาจและสถาปนาสาธารณรัฐประชาธิปไตยประชาชนลาว การขึ้นดำรงตำแหน่งประธานประเทศนับตั้งแต่ท่านแรก จนถึงท่านที่ ๕ ในสมัยปัจจุบัน เนื้อหาในส่วนนี้เริ่มตั้งแต่ภาคที่ ๕ ถึง ๗

สำหรับเรื่องราวที่จะนำเสนอในบล็อกนี้ จะทยอยลงเป็นรายสัปดาห์ แต่เนื่องจากเนื้อหาทั้งสองส่วนนั้นเมื่อรวมกันเข้าก็นับว่ามากพอควร หากจะนำมาลงในบล็อกนี้ทั้งหมดก็เห็นว่าคงจะกินเวลานานหลายปีกว่าจะจบเล่ม จึงนำลงเพียงแค่ส่วนแรกเท่านั้น สำหรับส่วนที่เหลือนั้นตั้งใจว่า หากเป็นไปได้ เมื่อถอดความจนจบเล่มแล้วคงจะติดต่อเพื่อขออนุญาตตีพิมพ์เป็นหนังสือต่อไป

เนื้อหาที่นำมาลงนี้เป็นลิขสิทธิ์ต้นฉบับภาษาลาวของ ดร. พูทองแสงอาคม การที่ผู้ถอดความนำเนื้อหามาลงไว้ในบล็อกนี้ก็เพื่อเป็นประโยชน์ทางการ ศึกษาโดยมิได้คิดมูลค่าใดๆ และไม่อนุญาตให้ผู้ใดคัดลอกไปเพื่อหวังผลกำไรในเชิงพาณิชย์เป็นอันขาด

หวังว่าเนื้อหา "ชาติลาว คนลาว อดีตและปัจจุบัน" ที่จะนำเสนอต่อไปในบล็อกนี้ จะเป็นประโยชน์แก่ผู้ที่สนใจเรื่องราวประวัติศาสตร์ทั้งของชาติลาวและชาติไทย หาก ผู้อ่านมีข้อเสนอแนะใดๆ ก็ลงความเห็นไว้ในช่องคอมเม้นต์ได้ เพื่อที่จะได้เป็นประโยชน์แก่ทั้งตัวผู้ถอดความและผู้อ่านท่านอื่นๆ ต่อไป

รัตนาดิศร
ผู้ถอดความ

ตอนต่อไป : คำนำผู้เขียน ดร.พูทอง แสงอาคม


การกำเนิดขึ้นของชาติลาว


ภาคที่ ๑
การกำเนิดขึ้นของชาติลาว

ต้นกำเนิด (รากเหง้า) ของชาติลาว และอาณาจักรเดิมของลาว

ชาติ ลาวเราเป็นชาติหนึ่งที่เก่าแก่ ได้ถือกำเนิดขึ้นร่วมกับชาติอื่นๆ ในทวีปเอเชีย เช่น มองโกล จีน อินเดีย พม่า เวียดนาม กัมพูชา และไทย เป็นต้น ได้ขยายตัวไปตามการเคลื่อนไหวของธรรมชาติและการเคลื่อนย้ายของมนุษย์เผ่าพันธุ์ต่างๆ บางยุคสมัยก็ได้รวมเข้ากัน บางยุคสมัยก็แยกออกจากกันเป็นหลายชนเผ่า ด้วยการแย่งชิงอำนาจ แผ่ขยายอาณาเขต เพื่อการคงตัวและขยายตัวของสังคมมนุษย์นั้นเอง

ในยุคสมัยดึกดำบรรพ์ ผ่านกระบวนการวิวัฒนาการอันยาวนาน จากการออกแรงงานของฝูงลิง ค่อยๆ มีการเปลี่ยนแปลงทางร่างกายมาเป็นการเดินสองขา ฝูงลิงดังกล่าวได้ปรากฏขึ้นบนโลกนี้อยู่หลายแห่ง ตาม ข้อมูลทางประวัติศาสตร์ว่าเห็นปรากฏอยู่ในเขตภูเขาอัลไต (ในเขตมองโกเลีย) เมื่อมาถึงยุคหิน มนุษย์ใช้หินเป็นเครื่องมือในการผลิต ก็ได้เคลื่อยย้ายออกไปทำมาหากิน ในกลุ่มมนุษย์ที่ได้เกิดขึ้นในแถบภูเขาอัลไตนั้นได้แตกออกเป็นสามกลุ่มใหญ่ กลุ่มแรกเคลื่อนย้ายขึ้นไปทางเหนือ กลายเป็นชาติมองโกล กลุ่มที่สองเคลื่อนย้ายไปทางทิศตะวันออก ได้กลายเป็นชาติจีนมาจนเท่าทุกวันนี้ ต่อมาแยกออกเป็นหลายชาติ เช่น เกาหลี ญี่ปุ่น ส่วนกลุ่มที่สามได้เคลื่อนย้ายอพยพลงมาทางทิศใต้ กลายเป็นคนลาว พม่า เวียดนาม ไทย และยังคงตกค้างอยู่ในประเทศจีนอีกจำนวนหนึ่ง

ตามตำนานและเอกสารต่างๆ ทางประวัติศาสตร์ เผ่าคนลาวได้เคลื่อนย้ายลงมาตามทิศแม่น้ำฮวงโหและแม่น้ำแยงซีเกียง พร้อมทั้งตั้งถิ่นฐานบ้านเรือนเพื่อทำมาหากิน และพัฒนาขึ้นเป็นตัวเมืองต่างๆ ตามลุ่มแม่น้ำเพื่อความสะดวกในการคมนาคม เมืองที่เป็นที่รู้จักมากกว่าเมืองอื่น คือ เมืองลุง เมืองปา และเมืองเงี้ยว

ในยุคสมัยนั้น พวกจีนเรียกเราว่า มุง ประเทศจีนได้สร้างสัมพันธไมตรีอันดีกับลาวเราที่นครปา นครลุง และนครเงี้ยว ต่อจากนั้นก็ได้เคลื่อนย้ายลงมาทางทิศใต้เรื่อยมา และได้สร้างเมืองขึ้นอีกหลายเมือง มีเมืองใหญ่ คือ เมืองเสฉวน เมืองเพงาย คนจีนเคยเรียกคนลาวเราว่า ไต ไท้ ไท ลื้อ ลัวะ ละว้า ชื่อดังกล่าวแตกต่างกันไปตามสำเนียงของเผ่าจีนที่เคยอยู่ใกล้เคียงกับลาว

การตั้งถิ่นฐานของคนลาว ได้กลายเป็นอาณาเขตที่กว้างขวางขึ้นเรื่อยๆ และได้รวมกันเข้าเป็นกำลังที่เข้มแข็ง มีการปกครองที่มั่นคง เผ่าลาวได้แต่งตั้งผู้ปกครองของตนขึ้น เพื่อบริหารบ้านเมือง ผู้ปกครองคนแรกมีชื่อว่า ขุนเมือง (ขุนเม็ง) จากนั้นเป็น ขุนวังเมือง ขุนวังหลวงลี่เมา และขุนไจลาว ผู้ปกครองเหล่านั้นได้ปกครองนครเพงายซึ่งเป็นเมืองใหญ่ที่สุดของกลุ่มคนลาว การสร้างถิ่นฐานของคนลาวอยู่นครปา นครลุง นครเสฉวน และนครเพงายได้คงตัวมาเป็นเวลาหลายร้อยปี ในช่วงเวลาดังกล่าวได้เกิดมีศึกสงครามอย่างต่อเนื่อง การรบระหว่างเผ่ามองโกลกับเผ่าจีน และการรบระหว่างเผ่าจีนด้วยกันเอง ได้ส่งผลกระทบมาถึงเผ่าลาว ชาติลาวเราจึงต้องสูญเสียดินแดนของตนให้แก่จีนแล้วอพยพลงมาทางทิศใต้ และได้สร้างเมืองขึ้นในช่วง ค.ศ. ๗๙ คนจีนเคยเรียกคนลาวหนองแสในเวลานั้นว่า ตาลีฟู ปัจจุบันได้กลายมาเป็นเมืองคุนหมิง ในมณฑลยูนนาน ประเทศจีน นอก จากนครหนองแสแล้ว คนลาวเรายังได้สร้างเมืองขึ้นอีกหลายเมืองในเขตดังกล่าว เช่น เมืองมุ่งซุย เมืองเอี้ยแซ เมืองล่างกง เมืองเท่งเซี้ยง เมืองซีล่ง และเมืองม่งเส อาณาจักรหนองแสได้คงตัวและขยายตัวมา เป็นเวลาหลายร้อยปี มีพัฒนาการทางวัฒนธรรมที่เจริญรุ่งเรืองเป็นอย่างยิ่ง กลายมาเป็นประเพณีวัฒนธรรมของชาติลาวเรามาจนเท่าทุกวันนี้ เช่น การเลี้ยงไหม ทอผ้า บายสี (สู่ขวัญ) การกราบไหว้ การสู่ขอ (แต่งงาน) และอื่นๆ

อาณาจักรหนองแสในเวลานั้นเจริญรุ่งเรือง มีอาณาเขตกว้างขวาง อุดมสมบูรณ์ไปด้วยทรัพยากรธรรมชาติ และทั้งเป็นอู่ข้าวอู่น้ำ ด้วยเหตุนั้นพวกศักดินาของจีนจึงหมายตาและทำศึกสงครามเพื่อแย่งชิงดินแดนอันอุดมสมบูรณ์ดังกล่าวอยู่เป็นประจำ แต่ด้วยการต่อสู้ของเผ่าลาวอันเก่งกล้า สามารถปกป้องอาณาเขตของตนไว้ได้หลายครั้ง ครั้งสำคัญนั้นคือสมัยของพระเจ้าแผ่นดินจีนนามว่า จิ๋นซีฮ่องเต้ ผู้สร้างกำแพงเมืองจีน ได้ยกทัพเข้าตีอาณาจักรหนองแส กระทั่งลาวหนองแสตกเป็นเมืองขึ้นของจีนในระยะหนึ่ง

จากนั้นมาเป็นเวลาที่ประเทศจีนแตกออกเป็นสามก๊ก คือ โจโฉ เล่าปี่ และซุนกวน พวกเขาได้ต่อสู้ขับเขี้ยวกันอย่างดุเดือด อาณาจักรลาวหนองแสได้โอกาสก็ประกาศแยกตัวออกจากพวกจีน แล้วปรับปรุงตัวขึ้นอย่างเข้มแข็ง

มาถึง ค.ศ. ๒๒๕ พวกเล่าปี่ยกทัพลงมาตีหนองแส บัญชาการโดยแม่ทัพขงเบ้ง ผู้เชี่ยวชาญการศึกสงคราม ประชาชนชาวหนองแสทำการต่อสู้อย่างดุเดือดเพื่อรักษาอาณาเขตของตน แต่ผลสุดท้ายก็ถูกพวกจีนยึดได้ ด้วยเหตุนี้ชาวลาวจึงอพยพลงมาทางทิศใต้เป็นส่วนใหญ่ พวกที่ยังเหลือก็กลายมาเป็นชนชาติจีนจนเท่าทุกวันนี้

ผู้ปกครองคนลาวในอาณาจักรหนองแส ที่ปรากฏในตำนาน หนังสือโบราณ และพงศาวดารต่างๆ คือ เจ้าสีนุโล เป็นผู้ปกครองคนแรก จากนั้นมาหลายร้อยปีจึงปรากฏชื่อ เจ้าสีหะนะละ ขึ้นปกครอง เมื่อพระองค์สิ้นพระชนม์แล้ว ก็มีลูกหลานเชื้อพระวงศ์ขึ้นปกครองแทนถึงสามพระองค์ จึงมาถึงรัชสมัยขุนบูลม (ขุนบรม) ราชาธิราช

05 June 2008

ອັນເນື່ອງມາຈາກພາບ


- ເນື່ອງຈາກໄດ້ວີເຄາະພາບໄປແລ້ວ ວ່າ ພາບທີ່ອ້າງນັ້ນ ວິນິດໄສວ່າ "ໜ້າຈະແມ່ນພາບຈາກເວີນສົງຄາມ" ສິ່ງທີ່ເຫັນອີກນັ້ນກໍຄື "ພາບຂອງເຮືອ" ຄືວ່າ ເຮືອທັງໝົດນັ້ນແມ່ນ "ເຣືອກູນ"
- ຄຳວ່າເຮືອກູນນັ້ນ ແມ່ນໝາຍເຖິງ ເຮືອທີ່ເອົາໄມ້ແຄນທັງລຳມາຄວັດ ຫຼືເຈາະຈົນເປັນເຮືອ ຄື ເຮືອໄມ້ທັງລຳ ເຊິ່ງຕ່າງຈາກເຮືອທີ່ພີນ ຄືເຮືອໄມ້ ໓ ແຜ່ນເອົາມາພີນ ເປັນລຳ
- ສຳລັບເຮືອກູນ ນັ້ນຊາວສີພັນດອນນິຍົມເຮັດມາຈົນຮອດປີ ໑໙໙໐ ເມື່ອໄມ້ມີລາຄາຂຶ້ນ ແລະມີການນິຍົມໃຊ້ຈັກຫາງຍາວ ເຮືອທີ່ເໝາະກັບຈັກ ຈຶ່ງເປັນເຮືອພີນ ດຽງນີ້ເຮືອກູນຫາເບິ່ງເກືອບບໍ່ມີແລ້ວໃນສີພັນດອນ, ສຳລັບທາງເໜືອນັ້ນ ຕາມສືບທາວຫາຕົ້ນເຫດເຫັນວ່ານິຍົມກັນເຮັດເຮືອພີນມາດົນແລ້ວ ໃຫ້ເບິ່ງພາບທີ ໑,໒ ແລະ ໓
- ອີກຢ່າງໜຶ່ງຄົງບໍ່ແມ່ນການລ່າປາບຶກ ເພາະວ່າ ໃນພາບທີ ໔ ນັ້ນ, ມີການຕຶກໂຕ່ງພ້ອມ, ເທົ່າທີ່ສັງເກດເຮືອທີ່ຊຸມນຸມກັນດັ່ງພາບນັ້ນ ຄົງບໍ່ແມ່ນລ່າປາບຶກ ອາດຊິແມ່ນການໄຫລມອງຫຼາຍກວ່າ
- ໃຫ້ສັງເກດເບິ່ງພາບທີ ໔ ແລະທິ ໒ ທ້າຍເຮືອແບບນີ້ແມ່ນທ້າຍເຮືອກູນ ບໍ່ແມ່ນທ້າຍເຮືອພີນ
(ຢ່າງໃດກໍຕາມອັນນີ້ກໍແມ່ນການວິເຄາະພາບ ໃຫ້ເຫັນທາງຊອກຫຼັກຖານຊື່ໆ)

ພາບນີ້ກໍຄວນແກ່ການສຶກສາ

(1)ແມ່ນຳ້ຂອງນັບຈາກວັດຖຳ້ພຣະຝັ່ງລາວ-ວັດຫີນໝາກເປັ້ງຝັ່ງໄທຍ໌ ຂຶ້ນເມືອງເໜືອ ນຳ້ຂອງຈະແຄບດັ່ງທີ່ເຫັນ ທີ່ກວ້າງສຸດກໍມີແຕ່ທີ່ວັງປາບຶກ ແລະໃຕ້ແກ້ງຈັນໃຕ້ເມືອງຊະນະຄາມ(ຊຽງຄານເດີມ)
(2)ອີກຈຸດໝຶ່ງຂອງວັງປາບຶກ ບ້ານອ່າງຖ່າຍເມື່ອວັນທີ 10 ມິຖຸນາ 2008 ເວລາດຽວກັນ ທັງສອງພາບສາກຫຼັງຈະມີພູ(ແລະມີພູຕະຫຼອດແນວຝັ່ງຂອງເບື້ອງຝັ່ງໄທຍ ແຕ່ໃນພາບທີ່ຖ່າຍໃນປີ ຄ.ສ. 1897 ບໍ່ມີພູເປັນສາກຫຼັງ)
(3)ວັງປາບຶກ ບ້ານອ່າງສຳພັນນາ ຖ່າຍຈາກທາງໃຕ້ໄປເໜືອ ເມື່ອວັນທີ 10 ເດືອນມິຖຸນາ 2008 ເວລາ 13.30 ນາທີ

(4)

(5)(ພາບນີ້ ຖ່າຍທີ່ທ່າບັກເມືອງໂຂງ "ເວີນສົງຄາມ" ທີ່ເຫັນດອນທາງກາງນັ້ນແມ່ນດອນເບັງ ຖ່າຍເມື່ອວັນທິ 8 ເດືອນ 3 ຄ.ສ 2008


(6)

(ພາບນີ້ ໄດ້ຈາກປຶ້ມມໍດົດລ້ານຊ້າງ ທີ່ຢັ້ງຢືນວ່າການຕຶກປາບຶກທີ່ບ້ານອ່າງສຳປັນນາ ເມື່ອປີ ຄ.ສ 1897)

- ພາບສອງພາບນີ້ ພາບທີ 5 ເປັນພາບ ຖ່າຍທີ່ທ່າບັກເມືອງໂຂງ "ເວີນສົງຄາມ" ທີ່ເຫັນດອນທາງກາງນັ້ນແມ່ນດອນເບັງ ຖ່າຍເມື່ອວັນທິ 8 ເດືອນ 3 ຄ।ສ 2008

ພາບທີ 6 ເປັນພາບ ຈາກປຶ້ມມໍດົດລ້ານຊ້າງ ທີ່ຢັ້ງຢືນວ່າການຕຶກປາບຶກທີ່ບ້ານອ່າງສຳປັນນາ ເມື່ອປີ ຄສ 1897.

- ພາບທັງສອງແຜ່ນນີ້ ລ້ວນແຕ່ເປັນພາບປະຫວັດສາດດ້ວຍກັນ ແລະມີຄວາມຄືກັນປານຖ່າຍທີ່ສະຖານທີ່ດຽວກັນເລີຍ ເຖິງວ່າພາບທີ 1 ຈະຖ່າຍມາ ໑໑໑ ປີ, ຄືຕັ້ງແຕ່ສະໄໝຝຣັ່ງປົກຄອງລາວພຸ້ນ ເມື່ອພິຈາຣະນາຮູບເກົ່າ ຂະພະເຈົ້າຄິດວ່າ "ຄົງຈະແມ່ນພາບຄາມເວີນສົງຄວາມ ບໍຣິເວນທ່າບັກເມືອງໂຂງ ຂ້າງຊ້າຍມືໃນຮູບແມ່ບບ້ານຫາດ, ພາບທາງກາງແມ່ນ ຫົວດອນເບັງ ພາບທາງຂວາມືຂອງທ່ານແມ່ນຫາງໂຂງຕໍ່ໃສ່ບ້ານນາງຄວັດ" ຄົງຈະບໍ່ແມ່ນບ້ານອ່າງສຳປັນນາດັ່ງອະ ທິບາຍໄວ້ໃນຮູບເລີຍ ມໍລະດົກລ້ານຊ້າງນັ້ນເລີຍ.

- ເນື່ອງຈາກອິງຕາມສະຖານທີ່ ຄື ເວີນສົງຄາມນີ້ແມ່ນມີປະຫວັດສາດຫຼາຍຢ່າງກ່ຽວກັບຝຣັ່ງ ຄື
1. 
ສະໄໝທີ່ຝຣັ່ງຊະນະການຕໍ່ສູ່ຂອງຢູ່ເວີນຄາມ ບ້ານຄອນແລ້ວ ຂະບວນຕໍ່ສູ່ຝຣັ່ງຂອງເຈົ້າຄອງນະຄອນຈຳປາສັກ, ເຈົ້າເມືອງອຸທຸມ ແລະເຈົ້າເມືອງໂຂງຂະນະນັ້ນ ທາງຝ່າຍເຈົ້າເມືອງອຸທຸມກໍໄດ້ກະເກນໄພ່ພົນ ລູກແຫ່ລູກມອງ ລຸກກົ່ວລູກ ຊືນ ແລະເອົາຕົ້ນຕານມາເຮັດເປັນປືນໄຟ ຍິງຕໍ່ສູ້ຝຣັ່ງຢູ່ທີ່ເວິນແຫ່ງນີ້ຫຼາຍວັນ ແຕ່ໃນທີ່ສຸດກໍເອົາຊະນະຝຣັ່ງບໍ່ໄດ້ ສະນັ້ນ ສະຖານທີ່ແຫ່ງນີ້ ຈຶ່ງມີຊື່ວ່າ ເວີນສົງຄາມ.

2. ເວີນແຫ່ງນີ້ນີ້ ແມ່ນບ່ອນເອົາປາຢາມປາຂຶ້ນເດືອນ 3-7 ຊາວເມືອງໂຂງຈະເອົາເຮືອມອງມາໃຫຼມອງຢູ່ເວີນແຫ່ງນີ້ ການ ເອົາປາຢູ່ບໍຣິເວນນີ້ນັ້ນ ໄດ້ສືບທອດຈົນມາຮອດດຽວນີ້ ເຖິງວ່າປາໃນແມ່ນຳ້ຂອງຈະລົດລົງກໍຕາມ ແຕ່ຫາກທ່ານໄປດອນ ໂຂງໃນຍາມປາຂຶ້ນ ທ່ານຈະເຫັນພາບແບບນີ້ປາກົດຢູ່ເທົ້າບັດນີ້ ດັ່ງມີເລື່ອງຈິງເກີດຂຶ້ນເມື່ອງ 6-70 ປີຜ່ານມາ, ຜູ້ຂຽນ ເອງກໍໄດ້ຍິນຈາກປາກຍາຫຼວງຄູນເມື່ອປະມານປີ 1981 ທີ່ວັດກາງໂຂງຄາວເປັນຈົວນ້ອຍ ສະໄໝນັ້ນຍາຫຼວງຄູນຍັງມີຊີວິດ ຢູ່ ແລະທ່ານຍາຫຼວງເອງ ກໍຍ່າງມາຫຼິ້ນວັດ ຄັ້ງນັ້ນທ່ານພຣະອາຈານຊາໂງນ(ບຸນທອງ ວິປະໄຊ) ເພີ່ນໄດ້ນຳພາຄູບາ ແລະ ຈົວສ້ອມແປງກຸຕິຂ້າງຕົ້ນໂພໜ້າວັດ ກາງໂຂງ(ກຸຕິນັ້ນຍັງຢູ່ເທົ້າບັດນີ້ ເຊິ່ງພຣະອາຈານບຸນສີ ຄຳສະຫວັດ ເຈົ້າອະທິການ ວັດ ແລະປະທານ ອ.ພ.ສ ເມືອງໂຂງນອນ) ເມື່ອຍາຫຼວງມານັ່ງຫຼິ້ນ ຕອນພັກວຽກ ພໍ່ທ່ານຊາໂງນຈຶ່ງບອກໃຫ້ຍາຫຼວງເວົ້າ ເຣື່ອງພໍ່ເຖົ້າດາວໃຫ້ພຣະເນນຟັງວ່າ ພໍ່ເຖົ້າດາວຕົວະຢາຫຼວງຈັ່ງໃດ ? ແລ້ວທ່ານຍາຫຼວງຈຶ່ງເລົ່າວ່າ:

"ຄັ້ງໜຶ່ງຍາຫຼວງຄູນນັ່ງຫຼິ້ນຢູ່ສາລາແຄມທ່າ (ສາລາແຄມທ່ານັ້ນ ຕອນຜູ້ຂຽນເປັນຈົວນ້ອຍຍັງໄດ້ໄປນັ່ງຫຼິ້ນຢູ່ ແຕ່ດຽວ ນີ້ທ່ານກາຣົດ ແວັງຊັງ ໄດ້ເຮັດເປັນບ້ານພັກສາລາດອນໂຂງ-ສາລານັ້ນຄົງຖືກມ້າງໄປແລ້ວ) ພໍດີເຫັນພໍ່ເຖົ້າດາວຢ່າງມາ ແຕ່ທາງໃຕ້ຢ່າງຟ້າວຟັ່ງ ຍາຫຼວງເຊິ່ງເຫັນພໍ່ເຖົ້າດາວ ຈຶ່ງຖາມໄປວ່າ "ໃຜຫັ້ນ" ພໍ່ເຖົ້າດາວຕອບວ່າ "ດາວຂະນ້ອຍ" ຍາຫຼວງຄູນຈຶ່ງຖາມໄປວ່າ ດາວດອນພິມານຫັ້ນບໍ ? ພໍ່ເຖົ້າດາວ ຈຶ່ງຕອບຍາຫຼວງວ່າ "ແມ່ນແລ້ວຂ້ານ້ອຍ" ເອີ ບໍ່ເຫັນ ເຫິງແລ້ວປ່ຽນໄປຫຼາຍເຕີບນໍ, ຍິນຂ່າວວ່າໂຕຕົວະເກັ່ງຊັ້ນບໍ ? ພໍ່ເຖົ້າດາວນັ່ງລົງ ແລ້ວຍົກມືຂຶ້ນໃສ່ຫົວແລ້ວເວົ້າວ່າ "ບໍ່ໃດ໋ ຂ້ານ້ອຍ ຂ້ານ້ອຍຕົວະບໍ່ເປັນໃດ໊" ຍາມຫຼວງຄູນຈຶ່ງວ່າ "ບ໊ະ ເຂົາລາຍງານມານີ້ວ່າໂຕເປັນນັກຕົວະໃດ໊ ເຂົາວ່າຕົວະຮອດ ຝຣັ່ງກໍມີນີ້" ພໍ່ເຖົ້າດາວປະຕິເສດ, ແຕ່ຍາຫຼວງກໍຄະຍັນຂະຍໍ້ໃຫ້ພໍ່ເຖົ້າດາວຕົວະໃຫ້ໄດ້ ເອົາຈັ່ງຊີ້ລູງດາວ ຊື່ສຽງຂອງລູງ ນັ້ນຂ້ອຍຮູ້ໝົດແລ້ວ ເພາະເຂົາລາຍງານມາວ່າ ການຕົວະຂອງເຈົ້ານັ້ນມັນເປັນເລື່ອງດີ ບໍ່ແມ່ນຕົວບ້ານຕົວະເມືອງ ໃຫ້ ເຂົາລົ້ມເຂົ້າຈົມ "ເຂົາລາຍງານວ່າ ຄັ້ງໜຶ່ງເຈົ້າເອົາໝາກກຸ່ມໄປຕົວະຝຣັ່ງວ່າໝາກແຕກ ເຮັດໃຫ້ຝຣັ່ງບໍ່ກ້າໄປຂຶ້ນ ດອນ ພິມານ(ຂະນະນັ້ນດອນພິມານຂຶ້ນກັບໄທຍ) ເທົ້າຮອດບັດນີ້, ເມື່ອຟັງຄຳນັ້ນແລ້ວ ພໍ່ເຖົ້າດາວກໍອົດບໍ່ໄດ້ກໍເລີຍຍອມຮັບວ່າ "ເພາະເຫດການມັນຈຳເປັນຄັນບໍ່ຕົວະ ກະຊິເຮັດໃຫ້ຝຣັ່ງໄປກວນຊາວບ້ານ) ພໍ່ເຖົ້າຄູນຈຶ່ງເວົ້າວ່າ "ແນ່ມັນກະແມ່ນ ຄວາມຈິງແລ້ວເດ ວ່າລູງຕົວະເກ່ງ" ເອົາລະ ມາບາດນີ້ໃຫ້ລູງຕົວະຂ້ອຍເບິ່ງວ່າຂ້ອຍຊິເຊື່ອລຸງບໍ ?, ເມື່ອເຖິງຄາວ ຈົນຕາແຈແລ້ວ ພໍ່ເຖົ້າດາວຈຶ່ງວ່າ "ໂອຍ....ຂ້ານ້ອຍຕົວະບໍ່ໄດ້ດອກ, ຕົວະອາຍາຍົມອາຍາ ມາເປັນໂທດເປັນໂພຍ ຂ້ານ້ອຍ" ຍາຫຼວງຄູນຈຶ່ງເວົ້າຕື່ມເພື່ອຢາກໃຫ້ລູງດາວຕົວະ, "ເອົາລະ...ເຮົາບໍ່ໃຫ້ລູງເປັນໂທດເປັນໂພຍດອກ ຕົວະໂລດ" ພໍ່ເຖົ້າ ດາວໄດ້ທ່າ ຈຶ່ງຍົກມືຂຶ້ນແລ້ວເວົ້າແບບທຳມະດາວ່າ "ອາດຍາຫຼວງ ຂ້ານ້ອຍຕົວະ ອາດຍາຫຼວງບໍ່ໄດ້ດອກ ຂ້ານ້ອຍ" ຍາຫຼວງຄູນສົນໃຈ ຈຶ່ງຖາມໄປວ່າ "ເປັນຫຍັງຈຶ່ງຕົວະບໍ່ໄດ້ຫະ" ພໍ່ເຖົ້າດາວກໍຕອບວ່າໄປແບບໜ້າຕາເສີຍວ່າ "ຂ້ານ້ອຍຟ້າວ ເພາະ ຊິໄປຊື້ເກີອຢູ່ຕະຫຼາດ" ຍາຫຼວງຄູນຖາມອີກວ່າ "ເຈົ້າຊິເອົາເກືອໄປເຮັດຫຍັງ ?" ລູງດາວອຸທານຂຶ້ນຢ່າໜ້າຕົກໃຈ "ເອົາວ໌............ຍາຫຼວງ ຍາຫຼວງບໍ່ຮູ້ບໍວ່າ ປາຂຶ້ນເວີນສົງຄາມ ແຕ່ແລງວານີ້ພຸ້ນ ຂ້ານ້ອຍລົງເຮືອແຕ່ເຊົ້າ ຂ້ານ້ອຍລົງໄຫຼ ມອງນຳເຂົາສອງລ່ອງເທົ່ານັ້ນ ໄດ້ຈົນເຫຼືອ ເມັຍຂ້ານ້ອຍຄົວປາເຮັດປາແດກຍັງບໍ່ທັນແລ້ວປານນີ້ ຂ້ານ້ອຍຟ້າວຂະນ້ອຍ ຕົວະບໍ່ໄດ້ດອກ"


(ນີ້ຄືຈຸດຫັກແຫ ທີ່ພໍ່ຕູ້ດາວໃຊ້ກັບຍາຫຼວງ-ເພາະຍາຫຼວງເອງ ບ້ານເກີດຢູ່ບ້ານລົບປາກດີ ນິໄສອັນເປັນພື້ນຖານຂອງພໍ່ເຖົ້າ ດາວກໍແມ່ນນັກໃຫຼມອງ ເວີນສົງຄາມຣະດັບເອກ-ແຕ່ປາຂຶ້ນເວີນສົງຄາມຍາຫຼວງບໍ່ຮູ້ມັນກະເປັນເລື່ອງແປກແລ້ວເຖິງ ປານນັ້ນ ຍາຫຼວງກໍຖືກພໍ່ເຖົ້າດາວຫຼອກໄດ້)

- ຝ່າຍຍາຫຼວງຄູນ ເມື່ອໄດ້ຟັງພໍ່ເຖົ້າດາວເວົ້າຈັ່ງຊັ້ນກໍອຸທານຂຶ້ນໝົດແຮງ "ຫະ............ວ່າໃໝ່ເບິ່ງລູງດາວ" ພໍ່ເຖົ້າດາວໄດ້ທ່າ ກໍຢອດຄຳຕົວະລົງອີກວ່າ "ຂ້ານ້ອຍຟ້າວໄປຊື້ເກືອຂ້ານ້ອຍ, ໄປກ່ອນຂ້ານ້ອຍປາຊິເນົ່າ" ຍາຫຼວງ ຄູນຢໍ້າຄຳອີກ "ແມ່ນແທ້ບໍລູງດາວ" ລູງດາວຕອບ "ໂດຍຂ້ານ້ອຍ".

- ຍາຫຼວງເຊື່ອຢ່າງເຕັມໃຈ ຈຶ່ງຮ້ອງໄປບອກພໍ່ເຖົ້າດາວວ່າ "ລູງດາວບໍ່ຕ້ອງໄປຕຽມເຈັກດອກ ເອົາເກືອຢູ່ບ້ານນີ້ເປົ໋າໜຶ່ງ ບໍ່ເອົາເງິນນຳດອກ" ເວົ້າແລ້ວຍາຫຼວງຄູນກໍສັ່ງໃຫ້ທະຫານເອົາເກືອ (ເກືອເມັດໃຫຍ່ຂອງຂະເໝນ) ມາໃຫ້ພໍ່ເຖົ້າດາວ ເມື່ອພໍ່ເຖົ້າດາວໄດ້ເກີດແລ້ວກໍແບກກັບບ້ານຢ່າໜ້າຕາເສີຍ.
- ສ່ວນຍາຫຼວງຄຸນຫຼັງຈາກພໍ່ເຖົ້າດາວໄປແລ້ວ ກໍສັ່ງໃຫ້ທະຫານເອົາມອງລົງເຮືອ 12 ລຳ ສ່ວນຍາຫຼວງກໍນັ່ງກາງເຮືອ ສູບ ກອກເທື້ອງຕາມສະບາຍໃນພວງເຮືອ ລ່ອງເຮືອລົງໃຕ້ໄປເວີນສົງຄາມ ເມື່ອລ່ອງເຮືອໄປຮອດທ່າໂຮງໝໍ ກ​ໍຫຼຽວເຫັນເວີນສົງ ຄາມເປົ່າແປນບໍ່ເຫັນເຮືອຈັກລຳ ຈຶ່ງອຸທານອອກມາວ່າ "ບັກດາວເຮັດກູແລ້ວ".


- ເລື່ອງນີ້ ເປັນເລື່ອງຈິງທີ່ຜູ້ຂຽນໄດ້ຟັງມາກັບຫູ ຈາກຍາຫຼວງຄູນເລົ່າໃຫ້ຟັງແທ້ໆ ຈະເປັນຈິງບໍ່ຈິງກະບໍ່ຮູ້ ແຕ່ເປັນເຣື່ອງທີ່ ກ່ຽວພັນກັບເວີນສົງຄາມ ອັນເປັນທ່າບັກເມືອງໂຂງນີ້

- ນອກຈາກນີ້ແລ້ວ ເວີນສົງຄາມຍັງກ່ຽຂ້ອງກັບຝຣັ່ງອີກເຣື່ອງໜຶ່ງ ຄື ທາງຝັ່ງເວີນຂາວນັ້ນ ມີຫຼັກສາຍທອງ ອັນເປັນຫຼັກ ສາຍໄປສະນີ ທີ່ສ້າງຂຶ້ນສະໄໝຝຣັ່ງ ຊາວບ້ານຮຽກວ່າ "ຫຼັກສາຍທອງ" ຢັງມາຮອດບ້ານນາ ກໍຕັ້ງຢູ່ເໜືອທ່າບັກໄປປະ ມານ ໔໐໐ ແມັດ, ຈາກນັ້ນກໍຢັງໃສ່ເມືອງແສນ ຕັງຢູ່ໃຕ້ວັດແສນເໜືອ, ຫຼັກນີ້ຢັງໃສ່ບ້ານຫາງດອນຂະເໝົາ ບ່ອນນາຂອງ ຜູ້ຂຽນນີ້ເອງ(ແຕ່ຫຼັກທີ່ຫາງຂະເໝົານັ້ນໄດ ້ລົ້ມລົງແລ້ວ ເມື່ອປີ 1977) ແລ້ວກໍຢັງໃສບ້ານທ່າເປື້ອຍ ປັດຈຸບັນເປັນດິນ ຂະເໝນ ເມື່ອກ່ອນເປັນດິນລາວຂຶ້ນກັບເມືອງມະໂນໄພ ຂຶ້ນກັບນະຄອນຈຳປາສັກ ຮູບທີ່ຖ່າຍນັ້ນ ຖ້າຫາກເປັນເວີນສົງຄາມ ຈິງອາດຈະຖ່າຍທີ່ຫຼັກສານທອງ ບ້ານນາທ່າບັກເມືອງໂຂງນີ້ເອງ ເພາະຫຼັກສາຍທອງນັ້ນສາມາດຂຶ້ນໄປໄດ້ສະບາຍ.

- ອີກຢ່າງໜຶ່ງ ພາບສາກຫຼັງທີ່ມີຄວາມຄ້າຍຄືກັນນີ້ ທັງມີການໃຫຼມອງເອົາປາມາແຕ່ບູຮານ ກໍແມ່ນບ້ານຫາງດອນຂະເໝົາ ຖ່າຍໄປວັງດອນຖານ ດອນໂລງ ແລະຝັ່ງທ່າເປືອຍຂອງຂະເໝນ(ໃຫ້ສັງເກດເບິ່ງຮູບ) ທີ່ຫາງດອນຂະເໝົາ ແລະທີ່ເວິນສົງຄາມນີ້ ຖ້າທ່ານຢາກເປັນພາບແບບນີ້ ສາມາດໄປເບິ່ງໄດ້ ແຕ່ທີ່ຫາງຂະເໝົານັ້ນ ເຖິງພາບຈະຄ້າຍກັນ ແຕ່ໃນຮູບບໍ່ເຫັນຫາງດອນກາ ຈຶ່ງປະຕິເສດໄປເລີຍວ່າ ບໍ່ແມ່ນທີ່ນັ້ນ ຕ້ອງແມ່ນເວີນສົງຄາມ (ວັນນີ້ເປັນຕົ້ນໄປຈົນຮອດ ເດືອນ 8 ລາວ)


- ຢ່າງໃດກກຕາມ ກ່​ຽວກັບພາບນັ້ນ ຫາກທາງໜັງສືອ້າງວ່າ ເປັນບ້ານອ່າງສຳປັນນາ ກໍເຊື່ອຕາມເຂົາໄປກ່ອນ ຖ້າຂໍ້ ມູນທີ່ໄດ້ມາເປັນຈິງ, ຖ້າຫາກຂໍ້ມູນໄດ້ມາອ້າງນັ້ນ ເປັນພຽງສັນນິເຖານ ຜູ້ຂຽນວ່າ "ຕ້ອງສັນນິຖານວ່າ ແມ່ນ ເວີນສົງ ຄາມແນ່ນອນ)

ວັດທະນະທັມລ້ານຊ້າງໂດດເດັ່ນໃນປະເທດໄທຍ

(ພາບຈຳລອງວັດສະໄໝລ້ານຊ້າງ ໃນພາກອີສານ ທີ່ເມືອງບູຮານ)
- ປະຫວັດສາດໄທຍ ທີ່ກ່າວເຖິງວ່າຄົນລາວເຂົ້າໄປຢູ່ປະເທດໄທຍນັ້ນແມ່ນອົບພະຍົບເຂົ້າໄປເພິ່ງໂພທິສົມພານ ແລະເຕັມໄປໂດຍການອົບພະຍົມ ຄື ຄົນລາວບໍ່ໄດ້ເປັນເຈົ້າຂອງດິນແດນທີ່ເປັນປະເທດໄທຍນັ້ນ ເຊິ່ງອິງຕາມປະຫວັດສາດທີ່ກ່ຽວກັບຄົນເຊື້ອສາຍລາວສ່ວນໃຫຍ່ໃນພາກກາງຂອງປະທດໄທຍ, ການອົບພະຍົບຂອງຄົນລາວເຂົ້າສູ່ປະເທດໄທຍ໌ນັບຕັ້ງ ແຕ່ກ່ອນປະຫວັດສາດ ເຊິ່ງຖືວ່າມະນຸດກຸ່ມແຮກໃນຄວາມໝາຍທາງປະຫວັດສາດໄທຍນັ້ນ ແມ່ນພວກລວ້ະ, ໄປຕັ້ງອານາຈັກຕ່າງຕັ້ງແຕ່ສະໄໝທວາຣະລະວະດີ ໄດ້ແກ່ອານາຕັກລົບບູຣີ ແລະນະຄອນປະຖົມເປັນຕົ້ນ ເລື້ອຍມາຈົນເຖິງອານາຈັກສຸໂຂໄທ ອາຍຸທະຍາ, ແລະທີ່ເຫັນເປັນປາຈັກ ແລະມີຫຼັກຖານຢ່າງຫຼວງຫຼາຍແມ່ນໃນສະໄໝຣັດຕະນະໂກສິນ, ການອົບພະຍົບຂອງຄົນລາວເຂົ້າສູ່ແດນລາວ ໃນຍຸກນີ້ ຕາມຄວາມໝາຍທາງປະຫວັດສາດໄທຍ ແມ່ນໜີສົງຄວາມ, ການໜີສົງຄາມໃນຕອນຕົ້ນຣັດຕະນະໂກສີນ ຄືຫຼັງ ຄ.ສ ໑໗໗໙ ແລະຫຼັງປີ ຄ.ສ ໑໘໒໗ ນັ້ນແມ່ນສົງຄາມລະຫວ່າງສຍາມ-ລາວ(ທີ່ບອກວ່າສົມຄາມສຍາມ-ລາວ ເພາະສົງຄາມ ໒ ຄັ້ງລະຫວ່າງລາວ-ສຍາມນັ້ນ ຄື ສຍາມເປັນຜູ້ກະທຳ ສ່ວນລາວເປັນຜູ້ຖືກກະທຳ) ຄົນລາວອົບພະຍົບເຂົ້າສູ່ສຍາມຄັ້ງນີ້ ເຕັມໄປດ້ວຍການກວາດຕ້ອນເອົາຄົນລາວໄປເປັນຂ້າທາດ ເນື່ອງຈາກຂະນະນັ້ນ ສຍາມກຳລັງຕິດຕໍ່ກັບຊາດຕະເວັນຕົກ ໃນຍຸກລ່າອະນານິຄົມ ໄທຍຕ້ອງການຜລິດສິນຄ້າສົ່ງອອກຈຶ່ງຕ້ອງການແຮງງານ ດ້ວຍເຫດນັ້ນສຍາມຈຶ່ງທຳສົງຄາມ ເພື່ອແຍ້ງປະຊາຊົນເອົາໄປເປັນທາດ ສະນັ້ນເຮົາຈຶ່ງເຫັນການອົບພະຍົບຄົນລາວເຂົ້າສູ່ໄທຍຄັ້ງນີ້ ຈຶ່ງເປັນການອົບພະຍົບຢ່າງຫຼວງຫຼາຍ.
- ເມື່ອປະຫວັດສາດກ່າວເຖິງຄົນອີສານນັ້ນ ສ່ວນໃຫຍ່ຈະເນັ້ນໃນຍຸກຂອງພຣະວໍພຣະຕາ ເຊິ່ງໄດ້ອອກຈາກວຽງຈັນ ໄປສູ່ໜອງບົວລຳພູແລ້ວໄປຕັ້ງຖານທັບທີ່ເມືອງດອກບົວ(ອຸບົນ) ໃນຍຸກນີ້ໄທຍວ່າ "ຊາວລາວໄປເພິ່ງໂພທິສົມພານສຍາມ" ແລ້ວກໍດຶງເອົາຊາວອີສານ ທັງໝົດເຂົ້າໄປເປັນບຸກຄົນອຸພະຍົບ ໃນຄວາມໝາຍຂອງປະຫວັດສາດອີສານທຸກແຂວງ ລ້ວນແລ້ວແຕ່ເນັ້ນເຖິງປະຫວັດສາດພຣະວໍພຣະຕາທັງໝົດ ຈຶ່ງເຮັດໃຫ້ປະຫວັດສາດຂອງອີສານຄັ້ງນີ້ ເປັນຈຸດແຍກຂອງປະຫວັດສາດອີສານໄປເລີຍ.
- ເຖິງຢ່າງໃດກໍຕາມ ນັບຕັ້ງແຕ່ຍຸກກ່ອນປະຫວັດສາດ ຈົນຮອດຍຸກກາງຂອງປະຫວັດສາດ ຈະເຫັນການເຄື່ອນຍ້າຍຂອງຄົນລາວ ລົງສູ່ພາກກາງ ແລະພາກໃຕ້ຂອງປະເທດໄທຍ ໂດຍສະເພາະແລ້ວ ແມ່ນດິນແດນອີສານນັ້ນປະຫວັດສາດທັງລາວ ແລະໄທຍກໍຮັບຮອງຢ່າງປະຕິເສດບໍ່ໄດ້ວ່າ ນັບແຕ່ປີ ໑໘໕໘ ກັບຄືນໄປນັ້ນ, ອານາຈັກລ້ານຊ້າງ ແລະອານາຈັກຣັດຕະນະໂກສິນ ກໍເປັນທີ່ປະຈັກຢູ່ແລ້ວວ່າເປັນອານາຈັກຂອງ ໒ ຊົນຊາດທີ່ມີເອກະລັກທາງວັດທະນະທັມ ການເມືອງ ແລະການປົກຄອງຢ່າງເປັນອິດສະຫຼະແກ່ກັນຢູ່ແ້ລ້ວ ກໍຄື ອານາຈັກລ້ານຊ້າງເປັນຂອງຊົນຊາດລາວ ອານາຈັກ​ຣັດຕະນະໂກສິນ ເປັນຂອງຄົນສຍາມ ເຖິງວ່າຄົນລາວທີ່ຢູ່ໃນດິນແສນສຍາມສ່ວນຫຼາຍກໍຕາມວ່າກຳນາດຣັດ ແລະອຳນາດທາງການເມືອງນັ້ນ ປົກຄອງໂດຍສະສຍາມ, ສ່ວນອານາຈັກລ້ານຊ້າງນຂະນະນັ້ນ ເຖິງວ່າຈະຖຶກກວາດຕ້ອນປະຊາຊົນໄປຍັງສຍາມຫຼາຍພຽງໃດກໍຕາມ ແຕ່ອຳນາດຣັດ ແລະອຳນາດທາງການເມືອງນັ້ນແມ່ນຂອງຄົນລາວ ຈຶ່ງເຮັດໃຫ້ ລ້ານຊ້າງ ແລະຣັດຕະນະໂກສິນ ເປັນດິນແດນທີ່ ແຕ່ກຕ່າງທາງການເມືອງຢ່າງຈະແຈ້ງ ແລະມີລາວ ແລະສຍາມເປັນເຈົ້າຂອງອານາຈັກຂອງໃຜຂອງມັນ.
- ເມື່ອເຫັນຫຼັກຖານທາງປະຫວັດສາດເຊັ່ນນີ້ ເຮົາຈຶິ່ງເຫັນວ່າວັດທະນະທັມ ທາງພາສາ, ສາສນາ, ສະຖາປັດຕະຍະກຳ, ປະຕິມາກັມ, ຮີດຄອງປະເພນີ ແລະຄວາມເຊື່ອຂັ້ນພື້ນຖານຂອງລາວ ໃນສຍາມພົ້ນເດັ່ນໃນດິນແດນໄທຍ໌ແຕ່ອະດີດເທົ່າຮອດປັດຈຸບັນ, ສິ່ງຕ່າງໆເຫຼົ່ານີ້ເຮົາອາດປະຕິເສດບໍ່ໄດ້ວ່າ ເມື່ອຄົນຈຳນວນຫຼາຍ ເປັນເຈົ້າຂອງປະເທດແລ້ວ ຈະບໍ່ນຳເອົາວັດທະນະທຳຂອງຕົນໄປຜັນຂະຍາຍໃນດິນແດນຕອນນັ້ນ ໂດຍສະເພາະວັດທະນະທຳຈາຣີດ ປະເພນີ ອັນເປັນວັດທະນະ ທຳທີ່ເຄື່ອນຍ້າຍໄດ້ງ່າຍ ຊິບໍ່ໄດ້ຖືກຜັນຂະຫຍາຍໃນສັງຄົມຂອງພວກເຂົາ.

04 June 2008

ด่วน.... !! พบพระพุทธรูปโบราณยุคอาณาจักรล้านช้าง จมใต้น้ำโขง

ด่วน.... !! พบพระพุทธรูปโบราณยุคอาณาจักรล้านช้าง จมใต้น้ำโขง

ด่วน.... !! พบพระพุทธรูปโบราณยุคอาณาจักรล้านช้าง จมใต้น้ำโขง

มุกดาหาร -ชาวบ้านบางทรายน้อย อ.หว้านใหญ่ มุกดาหารพบพระพุทธรูปในลำน้ำโขง ในจุดไม่ไกลจากเครนสร้างสะพานหัก เผยยังไม่ทราบเป็นพระพุทธรูปที่สร้างสมัยใด ต้องรอกรมศิลป์ส่งเจ้าหน้าที่พิสูจน์

ผู้สื่อข่าวรายงานว่า ได้มีเสียงร่ำลือจากชาวบ้านบางทรายน้อยว่าพบพระพุทธรูปปางสมาธิหน้าตัก กว้างประมาณ 12 นิ้ว สูงประมาณ 25 นิ้ว เนื้อสัมฤทธิ์ไม่ทราบว่าสร้างขึ้นในสมัยใด แต่เป็นศิลปะล้านช้าง บริเวณริมแม่น้ำโขงบ้านบางทรายน้อย ต.บางทรายน้อย อ.หว้านใหญ่ จ.มุกดาหาร จึงเดินทางไปตรวจสอบ พบชาวบ้านจำนวนมากกำลังมุงดูและพากันนำดอกไม้ธูปเทียนมากราบไหว้กันเป็น จำนวนมาก

สอบถามนายเกษมพันธ์ พิมพ์ไตรรัตน์ ชาวบ้านที่อยู่ในเหตุการณ์เล่าให้ฟังว่า ได้มีนายเถอะ คนหาปลาริมฝั่งแม่น้ำโขง เป็นผู้พบพระพุทธรูปเมื่อในช่วงเย็นที่ผ่านมา จึงได้นำพระพุทธรูปนำขึ้นมาบนฝั่ง จากนั้นได้นำร่างทรงประจำหมู่บ้านมาทำการทรง ทราบว่า พระพุทธรูปองค์ดังกล่าวมีชื่อว่าพระทิพวรรณ (พระสุข)

ชาวบ้านเล่าว่า จุดที่พบพระพุทธรูปดังกล่าวอยู่ใกล้กับบริเวณจุดที่จะก่อสร้างศาลพญานาค ซึ่งอยู่ห่างจากจุดก่อสร้างสะพานที่เกิดอุบัติเหตุเครนยักษ์ถล่มและมีผู้ ได้รับบาดเจ็บและเสียชีวิตเป็นจำนวนมาก ประมาณ 7 กิโลเมตร ซึ่งชาวบ้านต่างเล่าขานและมีความเชื่อกันว่าเป็นอาถรรพ์พญานาคที่ปกปัก รักษาแม่น้ำโขงในจุดที่พบพระพุทธรูป ยังพบไหใส่กระดูกและมีดเก่าอีกจำนวนหนึ่ง

จากการตรวจสอบในเบื้อต้นพบว่าเป็นพระพุทธรูปศิลปะล้านช้าง ในส่วนของพระพุทธรูปชาวบ้านได้นำมาเก็บรักษาไว้ที่วัดศรีทรายทอง บ้านทรายทองต.บางทรายน้อย อ.หว้านใหญ่ จ.มุกดาหาร ในขณะนี้ได้มีเจ้าหน้าที่ปกครองและชาวบ้านเฝ้าเวรยามเพื่อป้องกันการโจรกรรม
อ้างอิง
http://webboard.mthai.com/7/2007-11-11/354751.html

ຊອງຈົດໝາຍນີ້ມີເລື່ອງເວົ້າ



-

- ຊອງຈົດໝາຍສະບັບທີ່ເອົາມາອ້າງອີງນີ້ ຖືກສົ່ງໄປຫາຜູ້ຮັບ ອິງຕາມກາປະທັບທີ່ຊອງ ແມ່ນທີ່ VIENTIANE LAOS ວັັນທິ 14 ເດືອນ 7 ປີ 1953 ນັບມາຮອດວັນນີ້ (ວັນທິ 4 ເດືອນມິຖຸນາ 2008) ນັບມາຮອດວັນນີ້ອາຍຸຂອງຊອງຈົດໝາຍສະບັບນີ້ ໄດ້ 54 ປີ ກັບ 10 ເດືອນກັບ 21 ວັນແລ້ວພໍດີ, ຫາກນັບເປັນວັນ ກໍໄດ້ 20.047 ວັນ, ຍິ່ງຈົດໝາຍສະບັບນີ້ມີອາຍຸຫຼາຍຂຶ້ນເທົ່າໃດ ຮູ້ສຶກວ່າຈົດໝາຍສະບັບນີ້ຍິ່ງມີລາຄາຂຶ້ນທຸກຂະນະ ເພາະປາກົດວ່າຊອງຈົດໝາຍນີ້ ທີ່ເຂົາປະກາດໃນເວບນີ້ ມູນຄ່າ 65 ດອນລາສະຫະຣັດ.

- ແຕ່ສິ່ງທີ່ໜ້າສົນໃຈໃນຊອງຈົດໝາຍສະບັບນີ້ ຄື: ກາປະກັບວັນເຂົ້າເປັນສະມາຊີກສະພາໄປສະ ນີສາກົນຂອງໄປສະນີ---------ປະຈຳປະເທດລາວ ຄື ປາກົດຈະແຈ້ງແມ່ນວັນທີ 14 ຊຸຍເຢ 1953 ແຕ່ໃນພາສາຝຣັ່ງຂຽນວ່າ 14 JUILLET 1950 ມີຄວາມໝາຍເຖິງການເຂົ້າມາເປັນສະມາ ຊີກສະພາໄປສະນີ້ສາກົນຂອງປະເທດລາວ ປີ 1950 ເປັນວັນເຂົ້າເປັນສະມາຊິກສະພາໄປສະນີສາກົນນັ້ນໃນປີ 1950 ສະແດງວັນມາຮອດປີ 1953 ລາວກໍເປັນສະມາຊິກສະພາໄປສະນີສາກົນແລ້ວ 3 ປີ ແລະຫາກມາຮອດວັນທີ 14 ເດືອນກໍຣະກົດທີ່ຈະເຖິງນີ້ ລາວກໍເຂົ້າເປັນສະມາຊີກໄປສະນີສາກົນແລ້ວ 55 ປີພໍດີ.

- ອີກຢ່າງໜຶ່ງໃນຊອງຈົດໝາຍນັ້ນມີສິ່ງໃຫ້ສຶກສາເຖິງປະຫວັດສາດຫຼາຍຢ່າງ ແຕ່ສິ່ງທີ່ສົນໃຈນັ້ນ ກໍຄືເລື່ອງອັກສອນລາວ ທີ່ເຫັນຮູບໂຕ "ຂ" ຂອງລາວໃນ 50 ກວ່າປີຜ່ານມາເປັນຮູບເໝືອນເລກ 3 ຝຣັ່ງ, (ລາຍຂຽນ) ອັນນີ້ກໍແມ່ນປະຫວັດສາດພັດທະນາການຂອງອັກສອນສາດລາວອີກຫຼັກຖານໜຶ່ງ, ທີ່ເຫັນເປັນ ທາງການຈະແຈ້ງ.

- ອັນນທີສອງ ເຮັດໃຫ້ເຮົາເຫັນເຖິງການໃຊ້ຕົວເລກລາວ ແລະເລກສາກົນຢ່າງຈະແຈ້ງໃນພາສາລາວ ແລະພາສາຝຣັ່ງ.
- ອັນທີ່ສາມ ເຫັນຫຼັກຖານການໃຊ້ຊື່ເດືອນໃນພາສາລາວເປັນພາສາຝຣັ່ງຢ່າງເປັນທາງການ.

- ຈຶ່ງຢາກໃຫ້ທ່ານທັງຫຼາຍ ຈົ່ງເກັບສິ່ງເກົ່າໆ ບໍ່ວ່າຫຍັງກໍຕາມໄວ້ ຢ່າຟ້າວຂາຍຖິ້ມ ປະໄວ້ເປັນຫຼັກຖານທາງປະຫວັດສາດ ຢ່າງນ້ອຍກໍເຮັດໃຫ້ເຮົາມີຂອງມີຄ່າໄວ້ ເມື່ອມີຄົນຕ້ອງການອາດຈະໄດ້ເງິນໃຊ້ຢ່າງບໍ່ຄາດຫວັງກະໄດ້, ຜູ້ຂ້າເອງເຄີຍເກັບຂອງເຫຼົ່ານີ້ໄວ້ແຕ່ປີ 1990 ຈົນຮອດປີ 1994 ໄດ້ຍ້າຍໜີໄປຮຽນຕ່າງ ປະເທດ ເມື່ອກັບມາໃນທ້າຍປີ 1999 ສະແຕັມ ແລະປື້ມຕ່າງໆໄດ້ແຕກຊະນະໂມ ຈຶ່ງເຮັດໃຫ້ເສັຍດາຍເທົ້າປານນີ້.
ຈຶ່ງຄິດວ່າຖ້າທ່ານທັງຫຼາຍຍັງຫວັງດີຕໍ່ຊາດ ຄວນຈະຮັກສາສິ່ງທີ່ທ່ານວ່າບໍ່ມີຄ່ານີ້ໄວ້ເເປັນພິພິດ ທະພັນປະຈຳເຮືອນທ່ານ ຫາກທ່ານບໍ່ຫວັງຈະເອົາໄວ້ ກໍຄວນຈະເອົາໄປໃຫ້ພິດທະພັນປະຈຳເມືອງຂອງທ່ານເທີ້ນ ສິ່ງເຫຼົ່ານັ້ນເຖິງຈະເປັນສິ່ງນ້ອຍໆສຳລັບທ່ານ ແລະເປັນຫຼັກຖານທີ່ຍິ່ງໃຫຍ່ຂອງຊາດເຮົາ.

ດ້ວຍຄວາມປາດຖະໜາດີຈາກ: ສາຍເຊລໍາເພົາ

ແຜນທີ່ຝຣັ່ງສະບັບແຮກທີ່ປາກົດເຖິງອາຍຸທະຍາ

แผนที่ฝรั่งฉบับแรกที่ปรากฏถึงกรุงศรีอยุธยา
แผนที่โดยชาวยุโรปแผ่นแรกที่เขียนหลังการสถาปนากรุงศรีอยุธยา คือแผนที่ตัวเขียนจากหนังสือรวมแผนที่ คาทาแลน แอทลาส ผลงานโดยอับราอัม นักเขียนแผนที่ชาวยิว เมื่อราวปี 1918 ตรงกับต้นรัชสมัยสมเด็จพระบรมราชาที่ 1 แผนที่ไม่เพียงแสดงเส้นทางสายไหมและคาบสมุทรอินเดียเป็นครั้งแรก แต่ยังเป็นแผนที่เก่าแก่สุดที่ระบุชื่อและตำแหน่งของนครต่างๆ ที่ปรากฏในจดหมายเหตุของนักเดินทางนามอุโฆษ มาร์โค โปโล อาทิ คาตาโย ชื่อโบราณสำหรับประเทศจีน แต่เป็นที่น่าเสียดายว่าจนบัดนี้ยังไม่มีผู้ใดสามารถระบุชื่อนครโบราณของ อุษาคเนย์ที่ปรากฏในแผนที่ นอกจากทราโปบานา ชื่อเก่าแก่สำหรับสุมาตรา

Image
จากหลักฐานที่ค้นพบ ชื่อเรียกสำหรับกรุงศรีอยุธยาเก่าแก่สุดปรากฏในแผนที่โลกซึ่งเขียนเสร็จ เมื่อปี 2002 โดยฟรา เมาโร นักบวชและนักเขียนแผนที่ชาวเวนิส โดยมีชื่อเรียกกรุงศรีอยุธยาว่าเชอร์โน หรือชิแอร์โน ชื่อเรียกนี้เป็นการออกเสียงตามสำเนียงอิตาลีจากชะหริเนาว์ คำอาหรับหมายถึงเมืองใหม่ ชาวยุโรปเรียกชื่อกรุงศรีอยุธยาตามชาวเปอร์เซีย เนื่องจากในสมัยนั้นภาษาเปอร์เชียเป็นภาษาสากลสำหรับการสื่อสารตามเมืองใน แถบอ่าวเบงกอล ต่อมาชื่อเรียกดังกล่าวได้ปรากฏในจดหมายเหตุของนักเดินทางชาวโปรตุเกส อาทิ วาเธมา และปินตู โดยเพี้ยนเสียงเป็น ชาร์เนา และในจดหมายเหตุดา กามา โดยเพี้ยนเสียงเป็น ชาร์เนาซ์ เหตุที่กรุงศรีอยุธยาถูกขานนามว่าเมืองใหม่ เพราะก่อนการสถาปนากรุงศรีอยุธยา บริเวณลุ่มแม่น้ำเจ้าพระยา มีกลุ่มเมืองเก่าที่สำคัญ 2 กลุ่มเมือง คือละโว้ – อโยธยา และสุพรรณภูมิ แต่นักวิชาการบางท่านเสนอว่าชะหริเนาว์ น่าจะหมายถึง “นครแห่งเรือ”



Image
ชะหริเนาว์ คำอาหรับหมายถึงเมืองใหม่
แผน ที่โดยฟรา เมาโร มีความสำคัญยิ่งต่อการศึกษาประวัติศาสตร์ไทย แผนที่ไม่เพียงระบุชื่อและเป็นภาพเขียนเก่าแก่สุดของชาวยุโรปสำหรับกรุงศรี อยุธยา บนแผนที่ยังปรากฏจารึกเก่าแก่สุดชาวยุโรปเกี่ยวกับกรุงศรีอยุธยา (และสยามประเทศ) จารึกนี้มีความยาวทั้งสิ้น 10 บรรทัด ถอดความเป็นภาษาไทยได้ว่า
นครชิแอร์โนแห่งนี้ใช้ระยะเวลาเดินทางทางบกเป็นเวลาราวหกถึงเจ็ด วัน บนฟากหนึ่งของแม่น้ำชิแอร์โนหรือคงคา จะพบผู้คนอาศัยอยู่เรียงรายตลอดระยะเวลาเดินทางราวสามสิบวัน ส่วนอีกฟากของแม่น้ำก็เต็มไปด้วยบ้านเรือน ปราสาทและพระราชวังที่วิจิตรตระการตา”

Image
นครชิแอร์โนและคำจารึกในแผนที่ฝรั่งฉบับแรกที่หมายถึงกรุงศรีอยุธยา


Of all the That Luang I collected, I like the first one the most. This one is not bad either. By the
way, thanks all for contributing to this thread. As I see, one needs to see That Luang from various
times and angles to see the grandeur of what our ancestors had bestowed on us.

That Luang pictures from the old days


(ອົງພຣະທາດຫຼວງປະຕິສັງຂອນຄືນໃໝ່ ໃນປີ 1912)
- ພຣະທາດຫຼວງ ເປັນພຣະທາດທີ່ສ້າງຂຶ້ນ ໃນປີ ຄ.ສ 1565-66 ໃນສະໄໝພຣະບາດສົມເດັດພຣະເຈົ້າໄຊຍະເຊດຖາທິຣາດ ທີ່ຊົງໄດ້ຍຸບຊຽງທອງ ຣາຊະທານີໃຫ້ເປັນເມືອງຊັ້ຊໂທ ແລະເມືອງລ້ານນາ ທີ່ພຣະອົງຊົງເປັນກະສັດປົກຄອງຢູ່ນັ້ນ ໃຫ້ເປັນຊັ້ນໂທເຊັ່ນກັນ ແລ້ວໄດ້ຊົງຍົກນະຄອນຈັນ ທະບູຣີ ເຊິ່ງເປັນເມືອງຊັ້ນໂທຢູ່ກ່ອນແລ້ວ ໃຫ້ເປັນເມືອງເອກ ຮຽກວ່າຈັນທະບູຣີສີສັດຕະນາຄະນາຫຸດ ອຸຕມະຣາຊະທານີ ຄໍາວ່າ ຣາຊະທານີນີ້ແລ້ວ ຄືນາມະສັກຂອງນະຄອນຈັນທະບູຣີ ໄດ້ກາຍເປັນເມືອງເອກຂອງອານາຈັກລ້ານຊ້າງ ມາແຕ່ປີ ຄ.ສ 1560 ແລ້ວ.
- ອົງພຣະທາດຫຼວງຊົງໄດ້ສ້າງຂຶ້ນບົນພື່ນຖານອັນເກົ່າແກ່ຂອງພຣະທາດເດີມ ທີ່ສ້າງມາພ້ອມໆກັບເມືອງຈັນທະບູຣີ ໃນ ພ.ສ 236 ໃນສະໄໝຈັນທະບູຣີປາສິດທິສັກ, ພຣະອົງໄດ້ເລັງເຫັນຄວາມສໍາຄັນວ່າ ອານາຈັກລ້ານຊ້າງ ຈະເປັນອານາຈັກແຫ່ງພຸດທະສາສນາ ທີ່ບໍຣິສຸດ ຊົງໄດ້ທະນຸບໍາຣຸງພຸດທະສາສນາ ເອົາຄຳສອນພຸດທະສາສນາເປັນແນວທາງພັດທະນາຊາດລາວ ແຕ່ຊົງມຸ້ງຫວັງໃຫ້ພຣະທາດຫຼວງ ເປັນສູນຣວມ ຈິດໃຈຂອງຊາວລ້ານຊ້າງ ໃນຄວາມເປັນຈິງແຫ່ງຍຸກສະໄໝປັດຈຸບັນກໍເປັນເຊັ່ນນັ້ນແທ້.
- ແຕ່ວ່າໃນປີ 1779 ອານາຈັກລ້ານຊ້າງຖືກຍຸກຮານຈາກສັກດີນາສຍາມ ໄດ້ທໍາລາຍອານາຈັກລ້ານຊ້າງ ດ້ວຍການຈູດເລົາເຜົາຜານ ຈົນມຮອດສະໄໝພຣະເຈົ້າອະນຸວົງຂຶ້ນຄອງຣາຊໃນອານາຈັກລລ້ານຊ້າງພຣະທາດຫຼວງກໍໄດ້ ຟື້ນຟູຄືນໃໝ່ ຈົນມາເຖິງປີ 2828 ສຍາມໄດ້ທໍາກາຍທໍາລາຍລາວ ແລະຈູດເລົາເຜົາຜານນະຄອນຫຼວງວຽງຈັນຣາຊະທານີລົງຈົນຮາບຄາບ ເຮັດໃຫ້ວຽງຈັນຮ້າງຢູ່ 60 ກວ່າປີ ຈົນມາຮອດ 1989 ຝຣັ່ງຈຶ່ງເຂົ້າມາຟື້ນຟູນະຄອນຫຼວງວຽງຈັນຄືນໃໝ່ ແລະຍັງໄດ້ປະຕິສັງຂອນພຣະທາດຫຼວງຄືນໃໝ່ ໃນປີ 1909 ສຳເລັດ ປີ 1911 ພຣະທາດຫຼວງທີ່ສ້າງຄັ້ງນີ້ ບໍ່ເໝືອນຂອງຈິງ ປະຊາຊົນຊາວລາວ ຈຶ່ງປະທ້ອງເຮັດໃຫ້ຝຣັ່ງຕ້ອງດັດແກ້ຄືນໃໝ່ໃນປີ ປີ 1912 ຈຶ່ງເຮັດໃຫ້ພຣະທາດຫຼວງ ຊົງທີ່ເຫັນໃນປັດຈຸບັນ ຄືກັບອົງພຣະທາດຫຼວງທີ່ສ້າງຂຶ້ນໃນສະໄໝພຣະເຈົ້າໄຊຍະເຊດຖາທິຣາດ ແລະຖືກປະຕິສັງຂອນເລື້ອຍມາເທົ້າປັດຈຸບັນ.
- ທ່ານຜູ້ໃດ ມີຮູບພຣະທາດຫຼວງເກົ່າໆ ກ່ອນທີ່ຈະເປັນດັ່ງທີ່ເຫັນກະລຸນາສົ່ງມາໄວ້ໃນເວບນີ້ ເພື່ອໃຫ້ລູກຫຼານໄດ້ເບິ່ງຄວາມເປັນມາ ຂອງພຣະທາດຫຼວງ ມໍຣະດົກຂອງຊາດລາວສືບໄປ.

(ພຣະທາດຫຼວງ ທີ່ປະຕິສັງຂອນແລ້ວໃນປີ 1911 ບໍ່ຄືຂອງເກົ່າຈຶ່ງມ້າງແລ້ວ ເຮັດໃໝ່ດັ່ງພາບຂ້າງເທິງ)
ອ້ຶງອິງ
http://www.212cafe.com/freewebboard/view.php?user=laoupdate&id=177

ພຣະທາດຫຼວງຫຼັງປະຕິສັງຂອນຄັ້ງທີ ໑


ເມື່ອຝຣັ່ງໄດ້ມາປົກຄອງລາວຢ່າງເຕັມສ່ວນແລ້ວ ກໍໄດ້ທຳການປະຕິສັງຂອນຊາກສະຫຼັກຫັກພັງ ທີ່ຖືກທຳລາຍປາງສົງຄາມສຍາມ-ລາວ ທີ່ພໍປະຕິສັງຂອນໄດ້ ໃນນັ້ນມີການປະຕິສັງຂອນອົງພຣະທາດຫຼວງ ໂດຍການຕໍ່ຍອດຈາກຖານບົວຫຼ່ຽມໄປຮອດດວງປີ ແລະປຸຣະນະອົງພຣະທາດຫຼວງທັງໝົດ ແຕ່ວ່າເມື່ອປະຕິສັງຂອນສຳເຣັດແລ້ວ ຍອດພຣະທາດຫຼວງບໍ່ເໝືອນອົງກ່ອນດັ່ງທີ່ເຄີຍເປັນ ປະຊາຊົນຜູ້ທີ່ເຄີຍເຫັນພຣະທາດຫຼວງອົງເກົ່າກໍມາຕິ ແລະຮຽກີຮ້ອງໃຫ້ດັດແປງໃໝ່ ທາງການກໍທຳການແປງຈົນສຳເລັດ ແລະສວຍງາມ ຈົນຮອດປັດຈຸບັນນີ້.

ພຣະທາດຫຼວງໃນຊຸມປີ ໒໐ ແຫ່ງສະຕະວັດທີ່ ໒໐

ພຣະທາດຫຼວງໃນຊຸມປີ ໒໐ຂອງສະຕະວັດທີ ໒໐ ນັ້ນ ລັດຖະບານຝຣັ່ງໄດ້ຕໍ່ຕື່ມຍອດທີ່ຂາດຫາຍໄປໃນປາງສົງຄາມສຳເຣັດຄັ້ງສຸດທ້າຍແລ້ວ ແຕ່ວ່າສິ່ງທີ່ເປັນພາບປະຫວັດສາດບໍ່ໄດ້ຈາຣືກ ຄືພຣະພຸດທະຮູບປາງມະຣະວິໄຊອົງທີ່ເຫັນໃນພາບນີ້ ໄດ້ປະດິດສະຖານຢ່າງສະຫງ່າ ທີ່ທາງເຂົ້າດ້ານຕາເວັນຕົກຂອງອົງພຣະທາດ ຕາມລັກສະນະຂອງພາບ ພຣະພຸດທະຮູບຫນພຣະພັກໄປທິດໃຕ້ (ບໍຣິເວນທີ່ຕັ້ງແມ່ນຂ້າງຕົ້ນໂພແປະອະນຸສາວະລີພຣະເຈົ້າໄຊຍະເສດຖາທິຣາດ)

ສຸດຍອດສະຖາປັດລາວຊາວພຸດ


ພຣະທາດຫຼວງ ເປັນມິ່ງຂວັນຂອງປວງຊົນຊາວລາວ, ສ້າງຂຶ້ນໃນປີ.......? ໃນສະໄໝພຣະບາດສົມເດັດພຣະເຈົ້າໄຊຍະເສດຖາ ເພື່ອກໍ່ກວາມເອົາ ພຣະທາດເກຫົ່າ ທີ່ບັນຈຸພຣະບໍຣົມມະສາຣີຣິກະທາດຂອງອົງສົມເດັດພຣະສັມມາສັມພຸດທະເຈົ້າ ຊື່ວ່າຊິນະຄຸຍຫັດສະທາດ, ແລະພຣະທາດສີທັມມະຫາຍໂສກ(ພຣະທາດສີທັມມະຫາຍໂສກນັ້ນ ສ້າງສຳເຣັດແຕ່ປີ ພ.ສ ໒໓໖).
- ພຣະທາດຫຼວງນັ້ນສ້າງເປັນ ໒ ວາຣະ ຄື:
໑. ວາຣະທີ່ໜຶ່ງສ້າງໃນສະໄໝພຣະຍາຈັນທະບູຣີປາສິດທີສັກ ມີນາມວ່າພຣທາດຊີນະຄຸຍຫະຊາດ ຫຼືພຣະທາດທີ່ລັບຂອງພຣະພຸດທະເຈົ້າ ຊື່ນີ້ຖືກຮຽກໂດຍປະຊາຊົນມາຈົນຮອດ ສະໄໝພຣະເຈົ້າໄຊຍະເສດຖາທິຣາດ.(ອິງຕາມສີລາຈາຣືກ ພຣະທາດຫຼວງ ທີ່ກົມມະລຽນພຣະທາດຫຼວງ, ແລະຫໍພຣະແກ້ວ ແລະສີລາຈາຣືກສີມວັດໜອງບອນ.
໒. ວາຣະທີສອງ ສ້າງໃນສະໄໝພຣະເຈົ້າໄຊຍະເສດຖາທິຣາດ ຫຼັາງພຣະອົງສະຖາປານາເມືອງຈັນທະປູຣີ ໃຫ້ເປັນຣາຊະທານີ ນາມວ່າ ອານາຈັກຈັນທະບູຣີສີສັດຕະນາດຄະນາຫຸດອຸຕຕະມະຣາຊະທານີ ສະເຣັດ ແລະຂະໜານນາມວ່າ "ພຣະທາດໂລກະຈຸລາມະນີ"
- ຊົນຊາວລາວຮຽກວ່າ "ພຣະທາດຫຼວງ" ເພາະເປັນພຣະທາດໃຫຍ່ ຫຼືພຣະທາດທີ່ເປັນທີ່ຂາບໄຫວ້ຂອງຫຼວງ.
ພຣະທາດຫຼວງນັບວ່າເປັນສຸດຍອດແປ່ງສະຖາປັດຕະຍະກັມລ້ານຊ້່າງຍຖກກາງ ແລະເປັນສຸດຍອດສະຖາປັດຕະຍະກັມພຸດທະສາສະໜາ ເພາະບັນຈຸ ທິດສະດີຄຳສອນທາງພຣະພຸດທະສາສະໜາລົງໄວ້ໃນພຣະທາດນັ້ນໝົດ.
- ສິ່ງທີ່ປະຈັກແກ່ສາຍຕາພະຫູຊົນທັງໝົດ ກໍຄືເຖິງແມ່ນວ່າ ທ່ານຈະຖ່າຍເປັນຮູບຂາວດຳ ຫຼືເປັນສີ ກໍງາມສະງ່າຢູ່ຢ່າງນັ້ນ ຫຼືຈະຖ່າຍຢູ່ມຸມໃດຂອງອົງພຣະທາດຫຼວງ ທ່ານກໍຈະເຫັນພຣະທາດຫຼວງງາມຢ່າງນັ້ນ ແລະເໝືອນກັນຢ່າງນັ້ນ.

ສຸດຍອດສະຖາປັດຕະຍະກັມລາວ-ສະຖາປັດຕະຍະກັມພຸດທະສາສະໜາ

- ພຣະທາດຫຼວງວຽງຈັນ ຊ້າງຂຶ້ນ ໃນປີ ພ.ສ ໒໐໑໐ ພ້ອມກັບພຣະນະຄອນສີສັດຕະນາກຄະນາຫຸດອຸດຕະມະຣາຊະທານີ ໃນສະໄໝພຣະບາດສົມເດັດພຣະເຈົ້າໄຊຍະເສດຖາທິຣາດ, ເມື່ອກວາມພຣະທາດອົງເກົ່າທີ່ສ້າງມາຕັ້ງແຕ່ ປີ ພ.ສ ໒໓໖ ໃນສະໄໝພຣະຍາຈັນທະບູຣີປາສິດທິສັກ ເຈົ້າຜູ້ສ້າງ ແລະຄອງນະຄອນຈັນທະບູຣີ, ພຣະທາດຫຼວງນີ້ ນັບແຕ່ ພ.ສ ໒໓໖ ເປັນຕົ້ນມາຈັນເຖິງສະໄໝ ພຣະບາດສົມເດັດພຣະເຈົ້າໄຊຍະເສດຖາທິຣາດ ຮຽກວ່າ "ຊິນະຄຸຍຫັດສະທາດ" ທາດທີ່ລັບຂອງພຣະພຸດທະເຈົ້າ, ຫຼັງສ້າງແລ້ວຮຽກເປັນທາງການວ່າ "ພຣະທາດໂລກາຈຸນລະມະນີ" ແລະນາມສາມັນທີ່ປາກົດໃນສີລາຈາຣືກວັດໜອງບອນ, ທິດຕາເວັນອອກພຣະທາດຫຼວງ ແລະສີລາຈາຣືກວັດຫໍພຣະແກ້ວວ່າ "ພຣະມະຫາທາດ" ເຊິ່ງເປັນພຣະທາດສ້າງຄູ່ກັບພຣະທາດຊຽງໃໝ່ນາບອນ(ພຣະທາດໜອງບອນ)

- ພຣະທາດຫຼວງນັບວ່າເປັນສະຖາປັດຕະຍະກັມສຸດຍອດຂອງລາວ ທີ່ງົດງາມ ເນື່ອງຈາກວ່າ ສະພາບພຣະທາດເວລາຖ່າຍຈະຖ່າຍເປັນພາບສີ ແລະຂ່າວດຳ ກໍງາມໂດດເດັ່ນດັ່ງນັ້ນຢູ່ ແລະທີ່ສຳຄັນອົງພຣະທາດຫຼວງຈະຖ່າຍມູມໃດ ໃນອ້ອມອົງພຣະທາດ ຈະສວຍງາມ ແລະເປັນເປັນແບບດຽວກັນໝົດ ນີ້ຄືຄວາມສຸດຍອດອີກມູມໜຶ່ງຂອງອົງພຣະທາດຫຼວງ.

ພຣະທາດຫຼວງໃນປິ ໒໐໐໖ ຫຼັງປູເດີ່ນ


ສະພາບພຣະທາດຫຼວງມີຄວາມພົ້ນເດັ່ນມາອີກລະກັບໜຶ່ງ ເພາະເມື່ອທ້າຍປີ ໒໐໐໕ ທາງ ອພບ ໄດ້ທຳການປູເດີ່ນ ແລະຈັດສອນດອກໄມ້ອ້ອມເດີ່ນພຣະທາດຫຼວງ

ສະພາບພຣະທາດຫຼວງຫຼັງສົງຄາມສຍາມ-ລາວ



ພຣະທາດຫຼວງຫຼັງສົງຄາມສະຍາມລາວ ປາກົດເຫັນມີຫຼັກຖານເປັນພາບຖ່າຍ ຄືມີສະພາບພັງທະລາຍ ຍອດຫັກ ຍັງເຫືຼອແຕ່ເຕົ້າພຣະທາດ ແລະທາດປະລະມີບາງອົງເທົ່ານັ້ນ