05 June 2008

ອັນເນື່ອງມາຈາກພາບ


- ເນື່ອງຈາກໄດ້ວີເຄາະພາບໄປແລ້ວ ວ່າ ພາບທີ່ອ້າງນັ້ນ ວິນິດໄສວ່າ "ໜ້າຈະແມ່ນພາບຈາກເວີນສົງຄາມ" ສິ່ງທີ່ເຫັນອີກນັ້ນກໍຄື "ພາບຂອງເຮືອ" ຄືວ່າ ເຮືອທັງໝົດນັ້ນແມ່ນ "ເຣືອກູນ"
- ຄຳວ່າເຮືອກູນນັ້ນ ແມ່ນໝາຍເຖິງ ເຮືອທີ່ເອົາໄມ້ແຄນທັງລຳມາຄວັດ ຫຼືເຈາະຈົນເປັນເຮືອ ຄື ເຮືອໄມ້ທັງລຳ ເຊິ່ງຕ່າງຈາກເຮືອທີ່ພີນ ຄືເຮືອໄມ້ ໓ ແຜ່ນເອົາມາພີນ ເປັນລຳ
- ສຳລັບເຮືອກູນ ນັ້ນຊາວສີພັນດອນນິຍົມເຮັດມາຈົນຮອດປີ ໑໙໙໐ ເມື່ອໄມ້ມີລາຄາຂຶ້ນ ແລະມີການນິຍົມໃຊ້ຈັກຫາງຍາວ ເຮືອທີ່ເໝາະກັບຈັກ ຈຶ່ງເປັນເຮືອພີນ ດຽງນີ້ເຮືອກູນຫາເບິ່ງເກືອບບໍ່ມີແລ້ວໃນສີພັນດອນ, ສຳລັບທາງເໜືອນັ້ນ ຕາມສືບທາວຫາຕົ້ນເຫດເຫັນວ່ານິຍົມກັນເຮັດເຮືອພີນມາດົນແລ້ວ ໃຫ້ເບິ່ງພາບທີ ໑,໒ ແລະ ໓
- ອີກຢ່າງໜຶ່ງຄົງບໍ່ແມ່ນການລ່າປາບຶກ ເພາະວ່າ ໃນພາບທີ ໔ ນັ້ນ, ມີການຕຶກໂຕ່ງພ້ອມ, ເທົ່າທີ່ສັງເກດເຮືອທີ່ຊຸມນຸມກັນດັ່ງພາບນັ້ນ ຄົງບໍ່ແມ່ນລ່າປາບຶກ ອາດຊິແມ່ນການໄຫລມອງຫຼາຍກວ່າ
- ໃຫ້ສັງເກດເບິ່ງພາບທີ ໔ ແລະທິ ໒ ທ້າຍເຮືອແບບນີ້ແມ່ນທ້າຍເຮືອກູນ ບໍ່ແມ່ນທ້າຍເຮືອພີນ
(ຢ່າງໃດກໍຕາມອັນນີ້ກໍແມ່ນການວິເຄາະພາບ ໃຫ້ເຫັນທາງຊອກຫຼັກຖານຊື່ໆ)

No comments:

Post a Comment