06 June 2008

ພຣະນາມຂອງ “ພຣະເຈົ້າອະອະນຸວົງ” ບໍ່ຄວນຮຽກວ່າ “ເຈົ້າ” ຊື່ໆ

ມີນັກປະຫວັດສາດ ແລະປະຊາຊົນລາວບາງທ່ານຮຽກຂານພຣະນາມຂອງພຣະເຈົ້າອະນຸວົງວ່າ "ເຈົ້າ" ບາງນັກຄິດ ແລະນັກປະຫວັດສາດໄທບບາງທ່ານ ບໍ່ກ້າຮອດຮຽກພຣະນາມຂອງພຣະເຈົ້າອະນຸວົງວ່າ "ເຈົ້າ" ຊຳ້, ຈະເວົ້າແຕ່ "ອະນຸວົງ" ຫຼື "ອະນຸ" ຊື່ກໍມີ, ເພາະ ເຫດໃດ ?
- ຕາາມທີ່ສຶກສາ ສັງເກດຕາມຫຼັກຖານ ແລະເຫດຜົນ ສາມາດອະທິບາຍໄດ້ດັ່ງນີ້ ຄື:
ສະເພາະນັກຄິດ, ນັກຂຽນ ນັກປະຫວັດສາດ ແລະປະຊາຊົນໄທຍນັ້ນ ມີຄວາມເຂົ້າໃຈໄປໃນໃນຫຼາຍຢ່າງຫຼາຍແນວ ເຊິ່ງພໍສະບອອກໄປຕາມປະເດັນໄດ້ອີກດັ່ງນີ້:
໑- ເພາະໄທຍ໌ຖືວ່າ "ລາວ" ເປັນເມືອງຂຶ້ນຂອງສຍາມ ສະນັ້ນກະສັດຜູ້ປົກຄອງລາວຈະມີບັນດາສັກເໜືອພຣະມະຫາກະສັດຂອງສຍາມບໍ່ໄດ້ ຈຶ່ງຕ້ອງຂານພຣະນາມພຣະເຈົ້າ ອະນຸວົງເຫຼືອພຽງແຕ່ເຈົ້າເທົ່ານັ້ນ.
໒- ສະເພາະຄົນໄທຍ໌ແລ້ວ ຖືວ່າພຣະເຈົ້າະອະນຸວົງ ເປັນກະບົດແກ່ສຍາມ ຄຳວ່າກະ ບົດໝາຍຄວາມວ່າ ໄທຍ໌ຖືວ່າລາວເປັນຂອງໄທຍ໌.
໓- ເກີດຈາກຄວາມແຄ້ນ ຕາມປະຫວັດສາດທີ່ໄທຍ໌ບັນທຶກເຖິງວິຣະກັມພຣະເຈົ້າອະ ນຸນັ້ນ ບໍ່ເປັນໄປໃນຄວາມເປັນຈິງ ແຕ່ເປັນຜົນໃນທາງການເມືອງແກ່ໄທຍ໌ເທົ່ານັ້ນວິລະກັມ ພຣະເຈົ້າອະນຸວົງຈຶ່ງເປັນໄປໃນທາງລົບໃນສາຍຕາຂອງຄົນໄທຍ໌.
໔- ການບັນທຶກພຣະນາມຂອງໄທຍ໌ ແມ່ນເພື່ອລົດຖານັນດອນສັກຂອງພຣະເຈົ້າອະ ນຸວົງ ໃຫ້ຕ່ຳກວ່າກະສັດຂອງໄທຍ໌ ເຊິ່ງເປັນໄປໃນລັກສະທີ່ເວົ້າແລ້ວ ໃນຂໍ້ທີ ໑ ນັ້ນ, ທັງນີ້ກໍ ເພື່ອເປັນການຕັດໄມ້ຂົ່ມນາມເອົາໄວ້.
ສຳລັບຄົນລາວແລ້ວ ທີ່ມີການຮຽກຂານພຣະນາມພຣະເຈົ້າອານຸວົງວ່າ “ເຈົ້າ” ແມ່ນມີເຫດຜົນພໍ່ສະຫຼຸບໄດ້ດັ່ງນີ້ ຄື:
໑- ຂາດຫຼັກຖານທາງປະວັດສາດຂອງຕົນເອງ ຕ້ອງອິງຕາມຫຼັກຖານທາງປະວັດສາດຕ່າງປະເທດ ໂດຍສະເພາະຢຶດຖືຕາມປະຫວັດສາດໄທຍ໌.
໒- ຂາດສຶກສາ-ຄົ້ນຄວ້າປະວັດສາດລາວເອງໂດຍທາງເລີກທາງເລີກໆ, ຂາດການວິ ໄຈ, ຂາດຄວາມເອົາໃຈໃສ່ຕໍ່ບັນຫາປະຫວັດສາດ.
໓- ບັນຫາຄວາມເຫັນບໍ່ລົງລອຍກັນທາງດ້ານພາສາ ແລະລະບົບຄິດບາງປະການບໍ່ເຂົ້າໃຈລະບົບ ແລະວິວັດທະນາການຂອງພາສາ ໃນສ່ວນທີ່ກ່ຽວພັນກັບວັດທະນະທຳສັງຄົມແຕ່ລະຍຸກ, ຈຶ່ງເວົ້າຕາມເຂົາຂາດການວິໄຈດ້ານພາສາສາດ ແລະວັດທະນະທັມການປົກ ຂອງຍຸກສະໄໝ.
ສະນັ້ນ, ເພື່ອສຶກສາເລື່ອງນີ້ໃຫ້ເຂົ້າໃຈເລີກເຊິ່ງນັ້ນ ຈຶ່ງໄປອ່ານຫຼັກຖານທີ່ເປັນລາຍຈູມຂອງພຣະບາດສົມເດັດພຣະເຈົ້າອະນຸວົງ ຈຶ່ງເຫັນຫຼັກຖານຫຼາຍຢ່າງທີ່ບົ່ງບອກວ່າ ພຣະ ນາມຂອງພຣະອົງ ບໍ່ແມ່ນເຈົ້າຊື່ືໆ ຫາກແມ່ນ “ສົມເດັດພຣະເຈົ້າ” ດັ່ງນີ້ ຄື:
- ໃນສີລາຈາຣືກ ທີ່ທາງເຂົ້າສິມວັດສີສະເກດນັ້ນ ປາກົດພຣະນາມຂອງພຣະເຈົ້າອະນຸວົງດັ່ງນີ້ (ເບິ່ງຮູບປະກອບ)".
“ສົມເດັດພຣະບໍຣົມມະບໍພິດ ພຣະມະຫາຂັດຕິຍາທິເບດໄຊຍະເສດຖາ ຊາດສຸຣິຍະອົງອັກຄະທິບໍດິນ ນໍຣິນທາທິປັດຕິຣາຊາທິຣາຊະມະຫາຈັກກະພັດ ພູມິນທາທິປະຕິ…॥ໄຕຍະພູວະນາດຊາຕໄຕພະໂກວິສຸດທິ..." ຕົວຢ່າງທີ່ອ່ານໄດ້ໃນສີລາຈາຣືກລາຍຈູມນັ້ນເຮັດໃຫ້ເຫັນດັ່ງນີ້:
໑- "ສົມເດັດພຣະບໍຣົມມະບໍພິດພຣະມະຫາຂັດຕິຍາທິເບດໄຊຍະເສດຖາຊາ" ນີ້ຄືຫຼັກຖານສຳຄັນທີ່ສະແດງໃຫ້ເຫັນວ່າ ພຣະນາມຂອງພຣະເຈົ້າອະນຸວົງເປັນ "ສົມເດັດພຣະເຈົ້າ" ເຊິ່ງເປັນພຣະນາມຂອງພຣະມະຫາກະສັດທີ່ຊົງພຣະຍົດດ້ວຍກຽດຕິພູມ, ຊາຕິພູມ ແລະອະທິປະໄຕ ບໍ່ແມ່ນມີນາມະຍົດເປັນ "ເຈົ້າ” ທຳມະດາ ເໝືອນກັບເຊື້ອເຈົ້າທົ່ວໄປ ຄຳວ່າ "ສົມເດັດ" ກໍໝາຍເຖິງພຣະເຈົ້າ, "ບໍຣົມມະບໍພິດຕະ" ກໍໝາຍເຖິງພຣະເຈົ້າ "ຂັດຕິຍາທິເບດ" ກໍໝາຍເຖິງພຣະເຈົ້າ
໒- "ຊາດສຸຣິຍະອົງອັກຄະ ທິບໍດິນນໍຣິນທາທິປັດຕິຣາຊາທິຣາຊະມະຫາຈັກກະພັດ" ຄຳວ່າ "ຊາດສຸຣິຍະ" ກໍແປວ່າ "ຈະເຣີນໂດຍຊາດ ຫຼືຮຸ່ງເຮືອງໂດຍຊາດ ຫຼືເປັນກະສັດຕົວແທນແຫ່ງດວງອາທິດ ແລະຄວາມຈະເຣີນຮຸ່ງເຮືອງ, ຄຳວ່າ "ອົງອັກຄະທິບໍດິນນໍຣິນທາ" ໝາຍເຖິງພຣະອົງເປັນພຣະມະຫາກະສັດເອກະຣາດ ເປັນໜໍ່ເຊື້ອແຫ່ງພຣະອິນທາ ຫຼືສະ ເດັດມາຈາກທີ່ສູງ ບໍ່ໄດ້ຢູ່ພາຍໃຕ້ການປົກຄອງຂອງໃຜ ເຊິ່ງໝາຍເຖິງບໍ່ໄດ້ຢູ່ພາຍໃຕ້ອະນາ ນະຄົມ ຫຼືຫົວເມືອງຂຶ້ນຂອງໃຜ(ຂະນະນັ້ນກໍໝາຍເຖິງສຍາມ) ຈຶ່ງເຂົ້າໃຈວ່າພຣະອົງເປັນເອກະສັດ ບໍ່ໄດ້ຢູ່ພາຍໃຕ້ສຍາມ ຫາກສຶກສາທາງປະວັດສາດຫຼັງຈາກທີ່ພຣະອົງກັບມາຈາກສະຍາມໃນສະໄໝຣັດຊະການທີ ໒ ຂອງໄທຍແລ້ວ ພຣະອົງໄດ້ເອກະສິດໃຫ້ເປັນກະສັດໃນຖານະຈັກກະພັດເທົ່າກັບຣາຊະການທີສອງຂອງສຍາມ ຫຼັກຖານໜຶ່ງຄື ພຣະອົງສ້າງວັດສີ ສະເກດແລ້ວ ບໍ່ປາກົດເຫັນເຊີນກະສັດ ຫຼືຄົນສຳຄັນຂອງສຍາມມາຮ່ວມນຳ ໃນເວລາສະ ຫຼອງວັດນັ້ນ, ວຽງຈັນໃນສະໄໝພຣະອົງຫຼັງຈາກທີ່ພຣະອົງກັບມາສະຖາປານາແລ້ວ ປາກົດເຫັນວ່າວຽງຈັນໄດ້ເປັນຣາຊະທານີ ແລະມີເມືອງຂຶ້ນເຖິງສອງຟາກຝັ່ງແມ່ນຳ້ຂອງ ລວມທັງນະຄອນຫຼວງພຣະບາງ ແລະຈຳປະສັກ ແລະເມືອງຂຶ້ນກັບອານາຈັກທັງສອງດ້ວຍ, ອັນນີ້ສະແດງໃຫ້ເຫັນຄຳວ່າ "ອົງອັກຄະທິບໍດິນນໍຣິນທາ" ຄຳວ່າ "ນໍຣິນທາ" ເປັນຄຳເສີມພຣະນາມຕາມຄວາມເຊື່ອທາງວັດທະນະທັມການປົດຄອງ ສະໄໝນັ້ນວ່າກະສັດທຸກພຣະອົງ ຄື ໂພທິສັດ ຫຼືຕົວແທນຂອງພຣະອິນ ຫຼືຜູ້ທີ່ກັບສູ່ສະຫວັນຊັ້ນດຸສິດນັ້ນເອງ.(ຖືເປັນຄວາມເຊື່ອ ແຫ່ງຍຸກສະໄໝ).
໓- ຄ່າວ່າ "ພູມິນທາທິປະຕິ" ອັນໝາຍເຖິງຄວາມເປັນເອກຣາດ ແລະມີອະທິປະໄຕ ຂອງອານາຈັກລ້ານຊ້າງໃນສະໄໝພຣະອົງ, ອັນນີ້ມີຫຼັກຖານຢັ້ງຢືນວ່າ ຣະບົບຊ່ວຍຂອງອາ ນາຈັກລ້ານຊ້າງບົນສອງຟາກຝັ່ງແມ່ນຳ້ຂອງ ເວົ້າສະເພາະຫົວເມືອງທີ່ຂຶ້ນກັບລ້ານຊ້າງ ມີແຕ່ເມືອງໂຄຣາດ ແລະເມືອງຂຶ້ນຂອງໂຄຣາດເທົ່ານັ້ນສົ່ງຊ່ວຍໃຫ້ແກ່ບາງກອກ, ນອກຈາກນັ້ນແມ່ນສົ່ງຊ່ວຍໃຫ້ວຽງຈັນ, ສຳລັບວຽງຈັນ, ຫຼວງພຣະບາງ ແລະຈຳປາສັກໃນສະໄໝພຣະເຈົ້າອະນຸວົງນັ້ນ ບໍ່ໄດ້ສົ່ງຊ່ວຍໃຫ້ກຸງເທບ ຄັ້ງແຮກກຳນົດໃຫ້ສົ່ງອອກໄມ້ຄຳ ດອກໄມ້ເງິນທຸກໆປີ ຕໍ່ມາ ໓ ປີ ຈຶ່ງສົ່ງເທື່ອໜຶ່ງ ສຳລັບພຣະເຈົ້າອະນຸວົງເອງຫຼັງຈາກັບມາຈາກກຸງເທບແລ້ວ ພຣະອົງກໍໄດ້ກັບໄປບາງກອກແຕ່ພຽງຄັ້ງດຽວ ຄືໄປປົງພຣະບໍຣົມມະສົບຂອງຣັດຊະການທີສອງເທົ່ານັ້ນ ຈົນມາຮອດຣັດຊະການທີ ໓ ການສົ່ງຊ່ວຍລະຫວ່າງລ້ານຊ້າງກັບບາງ ກອກຂາດລົງຢ່າງເຫັນໄດ້ຈະແຈ້ງ ນັ້ນຄືຄວາມເປັນເອກະຣາດ ທີ່ພຣະເຈົ້າອະນຸວົງໄດ້ຮັບ ເຊິ່ງເປັນສິ່ງຢັ້ງຢືນເຖິງຄຳວ່າ "ພູມິນທິປະຕິ” ໄດ້ຢ່າງລົງຕົວ ນອກຈາກນີ້ຍັງມີຄຳທີ່ສະແດງເຫັນເຖິງອຳນາດ ແລະອະທິປະໄຕຫຼາຍຢ່າງຂອງອານາຈັກລ້ານຊ້າງ ໃນສະໄໝພຣະເຈົ້າອະນຸວົງ ທີ່ພໍໃຫ້ເຮົາໄດ້ສຶກສາຈາກສີລາຈາຣືກແຜ່ນນີ້.
ສະນັ້ນການທີ່ຈະຮຽກຂານພຣະນາມ ຂອງພຣະເຈົ້າອະນຸວົງໃຫ້ເຕັມພຣະຍົດນັ້ນ ກໍ ເປັນເລື່ອງທີ່ສົມຄວນແລ້ວແລ ທີ່ລູກຫຼານທີ່ຈະຕ້ອງທຳ "ຢ່າງນ້ອຍກໍໄດ້ຍົກພາລະບົດບາດ ແລະຄວາມເປັນເອກຣາດແຫ່ງຊາດລາວໄວ້ໃຫ່ສູງສົ່ງຊົ່ວກັບປະວະສານ"

No comments:

Post a Comment