04 June 2008

ຊອງຈົດໝາຍນີ້ມີເລື່ອງເວົ້າ



-

- ຊອງຈົດໝາຍສະບັບທີ່ເອົາມາອ້າງອີງນີ້ ຖືກສົ່ງໄປຫາຜູ້ຮັບ ອິງຕາມກາປະທັບທີ່ຊອງ ແມ່ນທີ່ VIENTIANE LAOS ວັັນທິ 14 ເດືອນ 7 ປີ 1953 ນັບມາຮອດວັນນີ້ (ວັນທິ 4 ເດືອນມິຖຸນາ 2008) ນັບມາຮອດວັນນີ້ອາຍຸຂອງຊອງຈົດໝາຍສະບັບນີ້ ໄດ້ 54 ປີ ກັບ 10 ເດືອນກັບ 21 ວັນແລ້ວພໍດີ, ຫາກນັບເປັນວັນ ກໍໄດ້ 20.047 ວັນ, ຍິ່ງຈົດໝາຍສະບັບນີ້ມີອາຍຸຫຼາຍຂຶ້ນເທົ່າໃດ ຮູ້ສຶກວ່າຈົດໝາຍສະບັບນີ້ຍິ່ງມີລາຄາຂຶ້ນທຸກຂະນະ ເພາະປາກົດວ່າຊອງຈົດໝາຍນີ້ ທີ່ເຂົາປະກາດໃນເວບນີ້ ມູນຄ່າ 65 ດອນລາສະຫະຣັດ.

- ແຕ່ສິ່ງທີ່ໜ້າສົນໃຈໃນຊອງຈົດໝາຍສະບັບນີ້ ຄື: ກາປະກັບວັນເຂົ້າເປັນສະມາຊີກສະພາໄປສະ ນີສາກົນຂອງໄປສະນີ---------ປະຈຳປະເທດລາວ ຄື ປາກົດຈະແຈ້ງແມ່ນວັນທີ 14 ຊຸຍເຢ 1953 ແຕ່ໃນພາສາຝຣັ່ງຂຽນວ່າ 14 JUILLET 1950 ມີຄວາມໝາຍເຖິງການເຂົ້າມາເປັນສະມາ ຊີກສະພາໄປສະນີ້ສາກົນຂອງປະເທດລາວ ປີ 1950 ເປັນວັນເຂົ້າເປັນສະມາຊິກສະພາໄປສະນີສາກົນນັ້ນໃນປີ 1950 ສະແດງວັນມາຮອດປີ 1953 ລາວກໍເປັນສະມາຊິກສະພາໄປສະນີສາກົນແລ້ວ 3 ປີ ແລະຫາກມາຮອດວັນທີ 14 ເດືອນກໍຣະກົດທີ່ຈະເຖິງນີ້ ລາວກໍເຂົ້າເປັນສະມາຊີກໄປສະນີສາກົນແລ້ວ 55 ປີພໍດີ.

- ອີກຢ່າງໜຶ່ງໃນຊອງຈົດໝາຍນັ້ນມີສິ່ງໃຫ້ສຶກສາເຖິງປະຫວັດສາດຫຼາຍຢ່າງ ແຕ່ສິ່ງທີ່ສົນໃຈນັ້ນ ກໍຄືເລື່ອງອັກສອນລາວ ທີ່ເຫັນຮູບໂຕ "ຂ" ຂອງລາວໃນ 50 ກວ່າປີຜ່ານມາເປັນຮູບເໝືອນເລກ 3 ຝຣັ່ງ, (ລາຍຂຽນ) ອັນນີ້ກໍແມ່ນປະຫວັດສາດພັດທະນາການຂອງອັກສອນສາດລາວອີກຫຼັກຖານໜຶ່ງ, ທີ່ເຫັນເປັນ ທາງການຈະແຈ້ງ.

- ອັນນທີສອງ ເຮັດໃຫ້ເຮົາເຫັນເຖິງການໃຊ້ຕົວເລກລາວ ແລະເລກສາກົນຢ່າງຈະແຈ້ງໃນພາສາລາວ ແລະພາສາຝຣັ່ງ.
- ອັນທີ່ສາມ ເຫັນຫຼັກຖານການໃຊ້ຊື່ເດືອນໃນພາສາລາວເປັນພາສາຝຣັ່ງຢ່າງເປັນທາງການ.

- ຈຶ່ງຢາກໃຫ້ທ່ານທັງຫຼາຍ ຈົ່ງເກັບສິ່ງເກົ່າໆ ບໍ່ວ່າຫຍັງກໍຕາມໄວ້ ຢ່າຟ້າວຂາຍຖິ້ມ ປະໄວ້ເປັນຫຼັກຖານທາງປະຫວັດສາດ ຢ່າງນ້ອຍກໍເຮັດໃຫ້ເຮົາມີຂອງມີຄ່າໄວ້ ເມື່ອມີຄົນຕ້ອງການອາດຈະໄດ້ເງິນໃຊ້ຢ່າງບໍ່ຄາດຫວັງກະໄດ້, ຜູ້ຂ້າເອງເຄີຍເກັບຂອງເຫຼົ່ານີ້ໄວ້ແຕ່ປີ 1990 ຈົນຮອດປີ 1994 ໄດ້ຍ້າຍໜີໄປຮຽນຕ່າງ ປະເທດ ເມື່ອກັບມາໃນທ້າຍປີ 1999 ສະແຕັມ ແລະປື້ມຕ່າງໆໄດ້ແຕກຊະນະໂມ ຈຶ່ງເຮັດໃຫ້ເສັຍດາຍເທົ້າປານນີ້.
ຈຶ່ງຄິດວ່າຖ້າທ່ານທັງຫຼາຍຍັງຫວັງດີຕໍ່ຊາດ ຄວນຈະຮັກສາສິ່ງທີ່ທ່ານວ່າບໍ່ມີຄ່ານີ້ໄວ້ເເປັນພິພິດ ທະພັນປະຈຳເຮືອນທ່ານ ຫາກທ່ານບໍ່ຫວັງຈະເອົາໄວ້ ກໍຄວນຈະເອົາໄປໃຫ້ພິດທະພັນປະຈຳເມືອງຂອງທ່ານເທີ້ນ ສິ່ງເຫຼົ່ານັ້ນເຖິງຈະເປັນສິ່ງນ້ອຍໆສຳລັບທ່ານ ແລະເປັນຫຼັກຖານທີ່ຍິ່ງໃຫຍ່ຂອງຊາດເຮົາ.

ດ້ວຍຄວາມປາດຖະໜາດີຈາກ: ສາຍເຊລໍາເພົາ

No comments:

Post a Comment