18 June 2008

ແມ່ນ້ຳຂອງບໍ່ແມ່ນແມ່ນໍ້າໂຂງ

“ແມ່ນ້ຳຂອງ” ແມ່ນແມ່ນ້ຳນານາໆຊາດ ສ່ວນທີ່ໄຫຼຜ່ານປະເທດລາວ ມີຄວາມຍາວລະອິດລະອ້ຽວຕັ້ງແຕ່ເໜືອຮອດໃຕ້ ຍາວປະມານ ໑໘໓໕ ກິໂລແມັດ ໃນນັ້ນສ່ວນໜຶ່ງຂອງສອງຝາກຝັ່ງແມ່ນຳ້ ຂອງທີ່ໄດ້ຜ່ານປະເທດລາວນັ້ນຝັ່ງອີກເບື້ອງໜຶ່ງເປັນຝັ່ງໄທຍ໌ ໃນບັນດາປະເທດທີ່ມີແມ່ນໍ່າຂອງໄຫຼຜ່ານມີການຮຽກຊື່ ແມ່ນໍ້ຳສາຍນີ້ແຕກຕ່າງກັນອອກໄປ ຕາມເຄົ້າພາສາຂອງຊາດຕົນ ເຊິ່ງມີຄວາມແຕກຕ່າງທາງພູມສາດ ແລະລັກສະນະຂອງຊົນຊາດ ເຊັ່ນຈີນ, ຫວຽດນາມ ແລະພະມ້າ ຕະຫຼອດ ກັມປູເຈັຍ ໃນບັນດາປະເທດເຫຼົ່ານີ້ ກໍບໍ່ຖືວ່າເປັນເລື່ອງແປກ ເພາະເຄົ້າພາສາ ແລະເຊື້ອຊາດຕ່າງກັນຢູ່ແລ້ວ, ສິ່ງທີ່ໜ້າສົງໃສທໍາໃຫ້ຕ້ອງມີການຄົ້ນຄວ້າສຶກສາເລື່ອງນີ້ນັ້ນ ແມ່ນປະເທດໄທຍ໌ກັບປະເທດລາວນີ້ ເຖິງວ່າຈະມີການຕັ້ງປະເທດຕາມຫຼັກລັດຖະສາດ ແລະນິຕິສາດ ປັດຈຸບັນກໍຕາມ ແຕ່ວ່າໃນອະດີດນັ້ນ ກົກເຄົ້າເຫງົ້່າຕະກູນທາງພາສາ, ເຊື້ອຊາດ ແມ່ນມາຈາກແຫຼ່ງດຽວກັນຕັ້ງແຕ່ດຶກດຳບັນ ເມື່ອໄທຍ໌ ໄດ້ຫຼຸດພົ້ນອອກຈາກອຳນາດຂອງຂອມ ແລ້ວກໍຕັ້ງປະເທດຕົນຂຶ້ນ ເປັນປະເທດສຍາມ ແລະໄດ້ປົດປ່ອຍຕົນເອງອອກຈາກສຍາມ ດ້ວຍການປ່ຽນປະເທດມາເປັນໄທຍ໌ ເພື່ອສອດຄ່ອງຕາມຊົນ ຊາດຊົນເຜົ່າ ທີ່ເປັນເຈົ້າຂອງດິນແດນຄື “ເຜົ່າໄທ” ສ່ວນລາວກໍໄດ້ພັດທະນາມາຈາກອານາຈັກລ້ານ ຊ້າງ ມາເປັນປະເທດ ສປປ.ລາວ ໃນປັດຈຸບັນ, ເຖິງລາວແລະໄທຍ໌ ເປັນປະເທດຕ່າງກັນກໍຕາມ ການພັດທະນາຕ້ອງມີຫຼາຍຢ່າງແຕກຕ່າງກັນເປັນທຳມະດາ ໂດຍສະເພາະພາສາ ແລະວັດທະນະທັມ ດັ່ງເຮົາຈະເຫັນຊື່ສະເພາະບາງຊື່ກໍບໍ່ມີຄວາມແຕກຕ່າງກັນ ເຊັ່ນແມ່ນ້ຳຂອງນີ້ ໄທຍແລະລາວຮຽກຊື່ຕ່າງກັນ, ມັນຍ່ອມມີທີ່ມາ ຄວນແກ່ການສຶກສາຫາຕົ້ນປາຍສາຍເຫດເພື່ອຄວາມກະຈ່າງແຈ້ງ ແລະ ຄວາມເຂົ້າໃຈໃຫ້ສອດຄ່ອງກັນ.
ຜູ້ຂຽນ ເຄີຍຖືກຖາມຈາກປະຊາຊົນຊາວໄທຍ໌ ບໍ່ວ່າຈະເປັນຄົນທຳມະດາ ຫຼືບັນດານັກຮຽນ ຮູ້ປັນຍາຊົນສະເໝີວ່າ “ເປັນຫຍັງຄົນລາວຈຶ່ງຮຽກແມ່ນຳ້ໂຂງ ເປັນແມ່ນຳ້ຂອງລະ” ມີຫຼາຍຄັ້ງກໍບໍ່ໄດ້ ຕອບ ແລະມີຫຼາຍຄັ້ງເຊັ່ນດຽວກັນທີ່ຕອບແບບຫຼິ້ນໆວ່າ “ເພາະເປັນແມ່ນຳ້ຂອງລ້ານຊ້າງນັ້ນຕີ” ແລ້ວ ກໍຍິ້ມໆຫົວໆ ມ່ວນຊື່ນທຸກໆຄັ້ງໄປ.
ດ້ວຍເຫດມີຄວາມແຕກຕ່າງກັນທີ່ກ່າວແລ້ວ ກ່ຽວກັບ ”ແມ່ນ້ຳຂອງ” ແລະ “ແມ່ນ່້າໂຂງ” ນີ້, ຈຶ່ງ ເປັນແຮງຜັກດັນໃຫ້ຜູ້ຂຽນຄົ້ນຄວ້າກັນຄັກແນ່, ຕາມການສືບຄົ້ນຫຼັກຖານເອກສານ ແລະຫຼັກຖານທາງພາສາແລ້ວ ສ່ວນໃຫຍ່ຈະມີຄວາມເຫັນເປັນເອກະພາບກັນກ່ຽວກັບຄຳວ່າ “ນ້ຳຂອງ” ແມ່ນຖືກຕ້ອງຕາມສຽງພາສາລາວເດີມແທ້, ເມື່ອອິງຕາມຫຼັກຖານທາງຝ່າຍໄທຍ໌ ຍ່ອມເຫັນຄວາມກະຈ່າງແຈ້ງວ່າ ແມ່ນໍ້າຂອງນັ້ນທັງໄທຍ໌ ແລະລາວຮຽກແບບດຽວກັນມາເຫິງນານ ເມື່ອເຮົາອ້າງອິງຕາມຫຼັກສີລາຈາ ຣືກຣາມຄໍາແຫງ ວ່າ “องม่าน เมืองน...เมืองพลัว( พ้นฝั่งของ (ອງມ່ານ ເມືອງນ…ເມືອງພລົວ ພົ້ນຝັ່ງຂອງ)” ຊໍ້າບໍ່ພໍໃນສີລາຫຼັກດຽວກັນ ຍັງຮຽກຊື່ແມ່ນນຳ້ຂອງນີ້ເຖິງສອງຄັ້ງ ເຊັ່ນ “แลไทเมืองใต้หล้าฟ้าฏ...ไท ชาวอูชาวของมาออก- (ແລໄທ ເມືອງໃຕ້ຫຼາຟ້າຕ…ໄທ ຊາວອູຊາວຂອງມາອອກ)” ເຖິງວ່າຫຼັກສີລາຈາຣືກຣາມຄຳແຫງທີ່ກ່າວນີ້ ຈະມີຄວາມບໍ່ຈະແຈ້ງ ແລະເປັນທີ່ສົງໄສຫຼາຍປະການໃນເລື່ອງປະວັດ ແລະທີ່ມາຂອງສີລາຈາຣືກຫຼັກນີ້ ໃນໝູ່ນັກປະວັດສາດ ແລະວິຊາການໄທຍ໌ເອງໃນປັດຈຸບັນກໍຕາມ(ດັ່ງທີ່ຮູ້ແລ້ວ) ແຕ່ຫຼັກສີລາຈາຣືກຫຼັກນີ້ໄດ້ຖືເປັນຫຼັກຖານທີ່ກໍ່ກຳເນີດປະວັດສາດຊາດ ໄທຍ໌ມາກ່ອນໜ້ານັ້ນແລ້ວ ຈຶ່ງຖືວ່າເປັນຫຼັກຖານໜຶ່ງທີ່ອ້າງໄດ້ວ່າ ແມ່ນໍ້າຂອງ ເປັນຊື່ເດີມຂອງຄົນໄທ ລາວຮຽກຂານກັນມາກ່ອນ ທີ່ໄທຍ໌ຈະປ່ຽນມາເປັນ ນຳ້ໂຂງ, ອາດມີຄົນບາງກຸ່ມຍັງບໍ່ທັນແນ່ໃຈວ່າ ສີລາຈາຣືກນີ້ຖືກສ້າງຂຶ້ນສະໄໝຫຼັງຣາມຄຳແຫງ ຫຼືຫຼັງກັນແທ້ກໍຕາມ ແຕ່ວ່າສີລາຈາຣືກນີ້ ຖືກສ້າງຂຶ້ນດ້ວຍນໍ້າມີມະນຸດ ໃນອະດີດ ຫາກມີການຄົ້ນພົບໃນໂອກາດຕໍ່ໄປວ່າ ສີລາຈາຣືກນີ້ສ້າງຂຶ້ນໃນບຸກຄົນໃດໜຶ່ງເມື່ອຣັດຊະສະໄໝພຣະນັ່ງເກົ້າຣັຊການທີ ໓ ຂອງສຍາມ ໂດຍພຣະມຸງກຸດເກົ້າຣັດຊະການທີ ໔ ແຫ່ງສຍາມ ຂະນະຊົງພະຍົດເປັນພຣະເຈົ້າລູກຍາເທີເຈົ້າຟ້າມຸງກຸດສົມມະຕເທວົງພົງອິສວນ ສະໄໝຊົງຜະນວດເປັນພຣະພິກຂຸ ແລ້ວເດີນທຸດົງໄປພົບສີລທີ່ພົບສີລາຈາຣືກນີ້ ທີ່ເມືອງສຸໂຂໄທກໍຕາມ, ກໍບໍ່ ໄດ້ໝາຍຄວາມວ່າຈະຫັກລ້າງຊື່ “ນໍ້າຂອງ” ລົງໄດ້ ເພາະຄຳວ່າ “ຂອງ” ໄດ້ປາກົດຕົວໃນສີລາຈາຣືກທີ່ ມະນຸດໃນຍຸກກ່ອນໜ້າເຮົາໄດ້ສ້າງຂຶ້ນແລ້ວ, ຫາກເປັນເຊັ່ນນັ້ນຈິງ ກໍຍິ່ງເຮັດໃຫ້ຄຳວ່າ “ຂອງ” ແລະ ຄຳວ່າ “ລາວ” ພົ້ນເດັ່ນ ເປັນທີ່ປາຈັກແກ່ຊາວໂລກໄດ້ຢ່າງບໍ່ຕ້ອງສົງໄສ ເນື່ອງຈາກວ່າ “ຣັດຊະການທີ ໓ ແລະ ຣັດຖະການທີ່ ໔ ທັງສອງພຣະອົງນີ້ ເປັນບຸກຄົນໃນປະຫວັດສາດທີ່ມີຢູ່ຈິງ ແລະກະສັດທັງສອງພຣະອົງຂອງສຍາມນັ້ນ ໄດ້ເຄີຍຮຽກຊື່ແມ່ນໍ້າສາຍນີ້ວ່າ “ຂອງ” ບໍ່ແມ່ນ “ໂຂງ”.
ເພື່ອໃຫ້ຫຼັກຖານຄຳວ່າ “ຂອງ” ກັບ “ໂຂງ” ນີ້ວ່າ ຊື່ໃດເປັນຊື່ຮຽກເດີມຂອງຊຸມຊົນລາວໄທຍ໌ ໃຊ້ຮຽກແມ່ນໍ້າສາຍນີ້ມາກ່ອນໃນອະດີດໃຫ້ຈະແຈ້ງຂຶ້ນ, ຈຶ່ງໄດ້ຄົ້ນຄວ້າເພີ່ມຕື່ມອີກໃນດີນແດນ ໕ ປະເທດ, ກໍພົບຫຼັກຖານທາງພາສາມາຫຼາຍແຫ່ງ ຄື:
ຫຼັກຖານທາງພາສາຂອງກຸ່ມຊົນຕະກູນໄຕລາວຢູ່ນອກປະເທດ, ຄົນລາວລ້ານນາບູຮານ ກວາມເອົາບໍຣິເວນພາກເໜືອຂອງໄທຍ໌ ໄດ້ບັນທຶກໃນໜັງສືບູຮານ ເປັນອັກສອນທັມຍວນ ຫຼືລື້ລ້ານນາໃນເຣື່ອງພຣະເຈົ້າລຽບໂລກ ວ່າແມ່ນ້ຳສາຍນີ້ວ່າ “ຂະນະນະທີ” ໃນໜັງສືສະບັບດຽວທີ່ເປັນສ່ວນຂອງສຳນວນພາສາທ້ອງຖິ່ນວ່າແມ່ “ນ້ຳຂອງ”, ໄດ້ໄປສຶກສາປະຕິບັດງານທາງພາກເໜືອຂອງໄທຍ໌ ກໍເຫັນຊາວທ້ອງຖິ່ນວ່າ “ແມ່ນ້ຳຂອງ” ເຊັ່ນກັນ ບໍ່ໄດ້ຮຽກແມ່ນ້ຳໂຂງເລີຍ ອັນນີ້ກໍສອດຄ່ອງກັບໜັງສືພຣະເຈົ້າລຽບໂລກສະບັບອັກສອນລ້ານນາກ່າວເຖິງ ໂດຍສະເພາະຄົນທ້ອງຖິ່ນທາງອຳເພິຊຽງຂອງ, ຊຽງແສນ ແມ່ນຮຽກວ່າວ່າແມ່ຂອງ.
ຄົນພະມ້າແຖວທ່າຂີ້ເຫຼັກ ເຊື້ອສາຍລາວ ຫຼືຕະກູນໄຕຕ່າງໆ ຮຽກແມ່ນ້ຳສາຍນີ້ວ່າ “ແມ່ນ້ຳຂອງ” ສະ ໄໝໄປທ່ຽວ ຄົນຊຽງຕຸງກໍຮຽກວ່າ ແມ່ນໍ້າຂອງ ບາງຄັ້ງກໍຮຽກລ້ານຊ້າງ, ເວັ້ນເສັຍແຕ່ຄົນສະ ມັກທ່ອງທ່ຽວໄປມາກໍຮຽກໂຂງຕາມໄທຍ໌.
ຄົນຈັງຫວັດເລີຍ ແລະເພັດຊະບູນ ຮຽກແມ່ນ້ຳສາຍນີ້ວ່າແມ່ນ້ຳຂອງ, ປີ ໑໙໙໘ ໄປຢາມໝູ່ຢູ່ອຳເພີນະຄອນໄທ ຖາມເຂົາວ່າ ພວກພີ່ນ້ອງຮຽກແມ່ນ້ຳໂຂງວ່າແມ່ນ້ຳນໍ້່່າຫຍັງ ເຂົາຕອບວ່າ “ແຕ່ກີ້ຮຽກວ່າແມ່ນ້ຳຂອງ” ຄົນສະໄໝເກົ່າຮຽກແມ່ນ້ຳຂອງທັງນັ້ນ, ກໍໄດ້ລົມກັບຜູ້ເຖົ້າອາຍຸ ໕໐-໘໐ ປີ, ປະມານ ໑໐ ກວ່າຄົນປາກົດວ່າເວົ້າເປັນສຽງດຽວກັນວ່າ “ແມ່ນໍ້າຂອງ” ແຕ່ປີ ໒໐໐໑-໒໐໐໕ ໄດ້ໄປອຳເພີດ່ານຊ້າຍປີລະຄັ້ງສອງຄັ້ງ ປາກົດວ່າ ຊາວອຳເພີດ່ານຊ້າຍທຸກຄົນຮຽກ “ແມ່ນ້ຳຂອງ” ເວັ້ນເສັຍແຕ່ເຂົາເວົ້າພາສາໄທຍ໌ຈຶ່ງອອກແມ່ນ້ຳໂຂງຕາມສໍາ ນຽງໄທຍ໌ ເດັກນ້ອຍລຸ້ນໃໝ່ຮຽກແມ່ນ້ຳໂຂງໝົດ.
ປີ ໒໐໐໐ ໄປແຖວສີຊຽງໃໝ່ ໄດ້ມີໂກກາດລົມກັບຄົນເຖົ້າຄົນໜຶ່ງ ເປັນເວລາ ໑ ວັນ ເຂົາຈະເວົ້າປະວັດສາດ ແລະພື້ນວຽງຈັນເກ່ງທີ່ສຸດ ແລະແມ້ນຢຳທີ່ສຸດເຂົາກໍຮຽກວ່ານ້ຳຂອງເຊັ່ນກັນ.
ປີ ໑໙໙໓ ໄປນະຄອນພະນົມຊາວນະຄອນພະນົມຄົນລຸ້ນເກົ່າ ຈະຮຽກແມ່ນ້ຳສາຍນີ້ວ່າ “ນ້ຳ ຂອງ”, ຍັງຮູ້ຕື່ມອີກວ່າ “ທາດພະນົມນັ້ນສຳນຽງລາວເດີມຮຽກວ່າ ພຣະທາດປະນົມ (ແປວ່າພຣະທາດໄຫວ້ ຫຼືພຣະ ທາດນົບ)- ດັ່ງກ່ອນວ່າ “ສິບຍົກ ໃຊ້ເກົ້າປະນົມຂາບເໜືອສຽນ, ປະນົມກອນກົ້ມຂາບ” ຄຳວ່າ “ທາດປະນົມ” ຈຶ່ງສອດຄ່ອງກັບຄໍາທີ່ພົບສະເໝີ ໃນໜັງສືບູຮານລາວ.
ສ່ວນມຸກດາຫານໄປເມື່ອປີ ໒໐໐໘ ບໍ່ມີໂອກາດໄດ້ສອບຖາມກັບຄົນທ້ອງຖິ່ນ ແຕ່ຄົງຮຽກເໝືອນກັນ ເພາະເປັນດິນແດນອິດທິພົນພາສາລາວ ແຕ່ທາງເມືອງອຸບົນ, ວາຣິນຊຳລາບ, ພິມູນ, ສີຣິນທອນ, ເຂັມມະລາດ ຈະຮຽກແມ່ນ້ຳຂອງທັງນັ້ນ, ບໍ່ສະເພາະແຕ່ເທົ່ານັ້ນ ຄົນອຸບົນແຖວນອກເມືອງໄປຈະເວົ້າ ສຳນວນພາສາເໝືອນກັບລາວເກືອບທຸກຢ່າງ ບໍ່ວ່າຊິເປັນການຂານຮັບ “ໂດຍ, ຂ້ານ້ອຍ, ລົດຈັກ, ຍົນ ແລະອື່ນໆ”, ຫາກຊາວອຸບົນລຸ້ນໃໝ່ ຍັງສືບທອດວັດທະທັມທາງພາສານີ້ໄວ້ໄດ່ ຍ່ອມຈັກເປັນກະລັກ ຂອງຖິ່ນໄດ້ຢ່າງໜ້າສັນລະເສີນ.
ສ່ວນທາງຮ້ອຍເອັດ, ມະຫາສາຣະຄາມເຂົ້າໄປໃນ ສ່ວນໃຫຍ່ຈະຮຽກວ່າແມ່ນ້ຳໂຂງ ສົງໄສວ່າເຂົາຢູ່ໄກແມ່ນ້ຳຂອງ ຄວາມຜູກພັນກັບແມ່ນ້ຳຂອງບໍ່ຄ່ອຍຈະມີ, ເມື່ອຍິນໄທຍ໌ເວົ້າກໍເວົ້າວ່ານ້ຳໂຂງໄທຍ໌ຕາມສຳນຽງພາສາກາງ ເພາະທາງໄທຍ໌ນັ້ນ ຈະຕ່າງງຈາກລາວຢູ່ທີ່ວ່າ ໃນລັດຖະທຳມະນູນ ຈະກໍານົດເອົາພາສາໄທຍ໌ເປັນພາສາກາງ ຈະແຕກຕ່າງຈາກລາວກົງທີ່ວ່າ ເມື່ອເວົ້າແລະຂຽນທາງການຈັກຕ້ອງໄດ້ໃຊ້ພາສາໄທຍ໌ ເວົ້າແລະຂຽນພາສາທ້ອງຖິ່ນບໍ່ໄດ້, ບໍ່ເໝືອນກັບລາວ ກຳນົດວ່າ “ພາສາລາວເປັນພາສາທາງການ” ແຕ່ເວລາວເວົ້ານັ້ນ ຈະເວົ້າສຳນຽງທ້ອງຖິ່ນໄດ້ໂດຍບໍ່ມີການລັງກຽດກັນ, ເມື່ອມາເບິ່ງຕາມຫຼັກຖານນີ້ແລ້ວ ອາດເຮັດໃຫ້ເຫັນວ່າ ເມື່ອກ່ອນຊາວອີສານຢູ່ໃນແມ່ນໍ້າຂອງເຂົ້າໄປຮຽກແມ່ນໍ້າຂອງ ຕັ້ງແຕ່ສະໄໝບູຮານ ແຕ່ເມື່ອອັກສອນໄທຍ໌ມີຄວາມສໍາຄັນໃນຊີວິດສັງຄົມຂອງຊາວອີສານຫຼາຍຂຶ້ນ ພາສາອີສານບາງຄໍາກໍຖືກລະລືມໄປ ແລ້ວໃສ້ສໍານຽງໄທຍ໌ແທນ.
ຄົນຊຽງຮຸ່ງຮຽກ “ແມ່ນ້ຳລ້ານຊ້າງ” ຕາມພາສາຈີນ ບາງຄັ້ງກໍຮຽກວ່າ “ແມ່ນ້ຳຂອງ” ໂດຍສະເພາະຄົນທີ່ຕັ້ງບ້ານເຮືອນຢູ່ແຄມນ້ຳສາຍນີ້ (ພາສາຈີນວ່າ LANJIAN ແປເປັນພາສາລາວວ່າ ລ້ານຊ້າງ).
ຄົນຂະເໝນແຖວ ຊາຍແດນດ້ານພະວິຫານ ໃກ້ໆກັບບ້ານເກີດຜູ້ຂຽນ (ເມືອງມະໂນໄພເດີມ ແຖວທ່າແກ່, ທ່າເປື້ອຍ, ທ່າກະສັງ, ທ່າເສືອໝີຮອດທພລາບໍຣິວັດ ກວາມເອົາຊຽງແຕງ, ຣັດຕະນະຄີຣີ (ແຂວງບໍ່ແກ້ວເດີມ) ເລີຍເຂົ້າໄປຮອດໃນຈະຮຽກແມ່ນ້ຳຂອງຄືກັບລາວ), ເມືອງຊຽງແຕງນີ້ຜູ້ຂຽນເຄີຍ ໄປແຖວນັ້ນປະມານປີ ໑໙໘໕ ເມື່ອປີ ໒໐໐໑-໒໐໐໗ ກໍເຄີຍໄປທ່ຽວແຖວນັ້ນອີກ ຈົນຮອດກະແຈະ, ເມືອງທາລາບໍຣິວັດ ຄົນເຫຼົ່ານີ້ລ້ວນແຕ່ເວົ້າພາສາລາວ ພວກເຂົາກໍຈະຮຽກແມ່ນ້ຳສາຍນີ້ວ່າ “ແມ່ນ້ຳຂອງ”,
ຊື່ແມ່ນ້ຳຂອງໃນພາສາຕ່າງປະເທດ, ພາສາຈີນ “ລ້ານຊ້າງ ຫລືລ້ານຈຽງ (ໂຕ ຊ ເປັນ ໂຕ ຈ ລານຈຽງ= (澜沧江, Láncāng Jiāng) ທຽບໃສ່ພາສາອັງກິດວ່າ Lancang River ບາງຄັ້ງກໍຂຽນ LAN-CANG ເຮົາອາດວິເຄາະໄປໄດ້ອີກວ່າ ຊື່ອານາຈັກລ້ານຊ້າງ ເດີມມີຄວາມໝາຍວ່າ “ມີຊ້າງລ້ານໂຕ ຫຼືອານາຈັກທີ່ເຕັມໄປດ້ວຍຊ້າງ” ແຕ່ຫາກເຮົາວິເຄາະຕາມສຳນຽງຂອງຈີນ ເຮົາອາດວິເຄາະວ່າ “ລ້ານຊຽງ” ອານາຈັກທີ່ມີເມືອງຂຶ້ນລ້ານເມືອງ ຫາກຄໍາວ່າຈຽງ ໃນພາສາຈີນ ກົງກັບຊຽງ ໃນພາສາໄຕລື້ ກໍຫາກເປັນໄປໄດ້.
ພາສາຫວຽດນາມຮຽກວ່າ “ທາງໃຕ້ຮຽກວ່າແມ່ກົງ” ແຕ່ພາສາຫວຽດນາມແທ້ໆ ແລະເປັນພາສາທ້ອງຖິ້ນ ຮຽກອີກຢ່າງໜຶ່ງ ຄື (Cửu Long Giang) ອັນໝາຍເຖິງມັງກອນ ໙ ຫົວ(ນາກເກົ້າສຽນ).
ພາສາຂະເໝນຮຽກວ່າ “ຕົນເລສາດ, ຖາມຄົນຂະເໝນວ່າ “ແມ່ນ້ຳຂອງ” ຄົງໝາຍເຖິງແມ່ນ້ຳແຫ່ງຊາດ ເຄີຍຂີ່ເຮືອຈາກຊຽງແຕງ ໄປຮອດກຳປົງຈາມ ໕ ຄັ້ງຂີ່ໄປຮອດພະນົມເປັນ ໑ ຄັ້ງ ເມື່ອປີ ໑໐໐໔ ແມ່ນ້ຳບ່ອນນີ້ກວ້າງໃຫຍ່ຫຼາຍ ຈະແບ່ງອອກເປັນແມ່ນ້ຳ ໔ ສາຍ(ຕາມພາສາຂະເໝນຮຽກວ່າ ຈະຕຸຣະມຸກ ຄືແມ່ນ້ຳ ໔ ໜ້າ) ແມ່ນ້ຳຂອງຕໍ່ໄປຮອດຫຽວດນາມ ຂະເໝນຮຽກວ່າ ຕົນເລກຣອມ,(ແປເປັນລາວອາດຊິຮຽກວ່າ ແມ່ນໍ້າໃຕ້) ແມ່ນ້ຳປາສັກ(ອອກສຽງຕົນເລປາສ໊ະ) ເຂົ້າໄປທະເລສາບຮຽກ “ຕົນເລເວັຍສ໊ະ” ເລີຍໄປຮອດທະເລສາບແລ້ວ ອອກສຽງ “ຕົນເລສ໊ະ” ສ່ວນສາຍແມ່ຂອງຂຶ້ນມາທາງຊຽງແຕງ ຫຼືທາງຄອນພຣະເພງຂອງລາວເຮົາ ຍັງຄົງຮຽກວ່າຕົນເລສ໊ະເໝືອນເດີມ, ບາງຄົນບອກວ່າສະ ໄໝບູຮານ ຮຽກວ່າ “ຕົນເລຊຽງແຕງ ຫຼືຕົນສະຕຼຶແຕຣງ” ບາງຄັ້ງກໍຮຽກວ່າ “ຕົນເລລຽວ” ຖ້າແປເປັນພາສາລາວຮຽກ “ທະເລລາວ ຫຼືແມ່ນໍ້າລາວ”, ສຳລັບແມ່ນ້ຳເຊກອງນັ້ນ ທາງຄົນຊຽງແຕງ-ຄົນແສນປາງ ເອງກໍຮຽກວ່ານ້ຳເຊກອງ ແຕ່ຄົນຂະເໝນຮຽກວ່າ “ຕົນເລແມ່ກົງ”, ຂຽນເປັນພາສາອັງກິດວ່າ (Mekong).
ແມ່ນຳ້ຂອງ ໃນພາສາອັງກິດ,ຂຽນວ່າ Mekong ເນື່ອງຈາກຄົນອັງກິດເອງ ບໍ່ໄດ້ຕິດພັນກັບແມ່ນ້ຳສາຍນີ້ ຄົງອິງຕາມພາສາຖິ່ນ ທີ່ຮຽກແມ່ນ້ຳສາຍນີ້ວ່າ “ແມ່ຂອງ” ເມື່ອທຽບເປັນພາສາອັງກິດແລ້ວຈຶ່ງຂຽນວ່າ MEA-KHONG ຫລື MEANAM-KHONG ການອ່ານຄົງອອກສຽງວ່າແມ່ຂອງ ຫຼືບາງຄົນຂຽນວ່າ MAE KONG ກໍຄົງອ່ານວ່າ ແມ່ຂອງເຊັ່ນກັນ ແຕ່ເມື່ອບາງຄົນອາດອອກສຽງວ່າ ແມ່ໂຂງ ຫຼືແມ່ກົງ ສຳລັບການອອກສຽງວ່າແມ່ກົງ ຄົງຈະບໍ່ຖືກເພາະວ່າມີແມ່ນ້ຳສາຍໜຶ່ງ ທີ່ມາຈາກເຊກອງອັດຕະປື ລົງໃສ່ຊຽງແຕງ ແລະບ້ານຫາງໂຄນັ້ນ ມີການຂຽນເປັນພາສາອັງກິດວ່າ NAM SE KONG ຫຼື NAM SEA KONG ຕາມການສັນນິຖານການຂຽນຊື່ແມ່ນ້ຳຂອງ ຄົງຈະສະກົດດ້ວຍ KH ຫຼາຍກວ່າ K ຊື່ໆ, ພາສາຝຣັ່ງກໍຂຽນວ່າ Mènam Khong, ດຽວນີ້ອະນຸໂລມຂຽນຕາມອັງກິດກໍມີ.
ໃນເມື່ອເຮົາຮູ້ທີ່ມາແບບນີ້ ເຮົາຈຶ່ງມາປຽບທຽບ ແລະວິເຄາະເບິ່ງພາສາໄທຍ໌ ໃນບູຮານອາດຊິຮຽກແມ່ນ້ຳຂອງເໝືອນລາວ, ແຕ່ຄົນໄທຍ໌ເອງບໍ່ຄ່ອຍຈະມີຄວາມຜູກພັນ ແລະຕິດພັນກັບແມ່ນ້ຳຂອງມາແຕ່ສະໄໝບູຮານເພາະມີຫຼັກຖານ ໜຶ່ງວ່າ “ລາວອົບພະຍົບລົງມາທາງແມ່ນ້ຳຂອງ ແລະແມ່ນ້ຳປິງ ຍົມນ່ານ, ສ່ວນໄທຍ໌ອົບພະຍົບລົງໄປທາງແມ່ນ້ຳເຈົ້າພະຍາ” ແລະຫຼັກຖານໜຶ່ງຂອງກອນມະຫາແກ້ວຂຽນບົດທ່ອງຂຶ້ນໃຈ ໃນແບບຮຽນສະໄໝເກົ່າວ່າ “ປະເທດຂ້ອຍຊັ້ນຊື່ເມືອງລາວ ລວງກວ້າງຍາວ ສຸດຕາເຫຼືອອ່ານ ນຳຂອງຜ່ານໄຫລຜ່າທາງກາງ ມີຫົນທາງຖນົນສະອາດ ປະເທດຊາດ ລາວໃຫຍ່ໄພ ສານ ເຮົາລູກຫຼານເກີດມາພາຍຊ້ອຍ ຄວນຊູຊ່ອຍສ້າງບ້ານເມືອງລາວ ໃຫ້ຢືດຍາວຕໍ່ໄປພາຍໜ້າ ຢ່າໃຫ້ຫຼ້າເຂົາແທ້ ໝູ່ລາວ” (ສຳລັບກອນບົດນີ້ ຜູ້ຂຽນໄດ້ຈື່ມາຕັ້ງແຕ່ເດັກນ້ອຍ ອາດມີການຜິດພາດບາງປະການ ຫາກໃຜຈື່ໄດ້ ຫຼືເຫັນວ່າມີຜິດບ່ອນໃດ ກະຣຸນາແກ້ໄຂໃຫ້ແນ່), ເມື່ອເປັນເຊັ່ນນັ້ນ ຄົງສັນນິຖານຄຳວ່າ “ແມ່ນ້ຳໂຂງ” ໃນພາສາໄທຍນັ້ນ ອາດແມ່ເປັນສຳນຽງໃໝ່ ທີ່ໄທຍ໌ກຳນົດເອົາຕາມສຳນຽງຂອງພາສາຝຣັ່ງ-ອັງກິດ ເພາະຄຳວ່າ KHONG ໃນພາສາຝຣັ່ງ-ອັງກິດນັ້ນ ຈະອ່ານອອກສຽງເປັນໄດ້ທັງ “ຂອງ” ແລະ “ຄົງ” ຫຼື “ໂຂງ” ອັນນີ້ສາມາດພິສູດໄດ້ຈາກຊື່ ມະຫາວິທະຍາໄລດົງໂດກ(ມະຫາວິທະຍາໄລແຫ່ງຊາດ) ໄທຍ໌ຄວນຊິອ່ານວ່າ “ດົງໂດກ” ເໝືອນສໍານຽງລາວ ແຕ່ໄທຍ໌ພັດອອກສຽງວ່າ “ດອງດອກ” ເຊິ່ງເຮັດໃຫ້ສຳນຽງຂອງພາສາລາວປ່ຽນໄປໃນພາສາໄທຍ໌, ຄວາມຈິງແລ້ວຄຳວ່າ “ດົງ” ໃນພາສາໄທຍ໌ກໍມີ ເຊັ່ນ “ດົງພະຍາໄຟ, ດົງພະຍາເຢັນ” ດັ່ງນີ້, ແທນທີ່ໄທຍຈະຮຽກຕາມສຳນຽງລາວ ທີ່ໃຊ້ອັກສອນລາວ ເປັນເຄື່ອງວັດສົງໄສວ່າໄທຍ໌ອ່ານຕາມສຳນຽງຂອງພາສາຝຣັ່ງ (Dong-Dok) ຫຼືແກ້ງຮຽກໃຫ້ຕ່າງ ຖ້າເປັນເຊັ່ນນັ້ນຄຳວ່າ “ແມ່ນ້ຳໂຂງ” ໃນພາສາໄທຍ໌ນັ້ນ ຕ້ອງອິງຕາມສຳນຽງພາສາຝຣັ່ງ-ອັງກິດ ຫຼືບໍ່ກໍຈົງໃຈບັນຍັດຂຶ້ນໃຊ້ໃຫ້ຕ່າງລາວດັ່ງທີ່ກ່າວແລ້ວ ຖ້າເປັນເຊັ່ນນັ້ນ ຄຳວ່າ “ແມ່ນ້ຳຂອງ” ຕ້ອງຊື່ເດີມ ຂອງແມ່ນ້ຳສາຍນີ້ ໂດຍບໍ່ຕ້ອງສົງໄສ.
ການອ່ານຂອງ ຫຼືໂຂງ ໃນພາສາອັງກິດ-ຝຣັ່ງນັ້ນ ເອົາແຕ່ຜູ້ຊິອ່ານກໍໄດ້ ເພາະວ່າໃນເມືອງລາວນີ້ ມີເມືອງໜຶ່ງຢູ່ແຂວງສາຣະວັນວ່າ “ເມືອງຄົງເຊໂດນ” ກໍຂຽນວ່າ “MEUANG KHONG SEADONE” ກໍໃຊ້ “KHONG”.
ຊື່ແມ່ນ້ຳຂອງໃນວັນນະຄະດີ, ວັນນະຄະດີ ຕຳນານອຸຣັງຄະນິທານ ຫຼືອຸຣັງຄະທາດຮຽກວ່າ “ຂະນະນະທີ” ແລະແມ່ນ້ຳຂອງ, ວັນນະຄະດີ ຕຳນານຂຸນບູຣົມ ປາກົດເຫັນຊື່ແມ່ນ້ຳຂອງ ວ່າ "ຂະນະນະທີ” ແລະແມ່ນ້ຳຂອງເຊັ່ນກັນ. ວັນນະຄະດີ ພະລັກພະລາມ ກໍປາກົດເຫັນ “ຂະນະນະທີ ແລະແມ່ນ້ຳຂອງ” ເຊັ່ນກັນ, ວັນນະຄະດີລາວອື່ນໆ ກໍປາກົດເຫັນເຊັ່ນນັ້ນ.
ເມື່ອມາເບິ່ງ “ຂະນະ” ເປັນພາສາປາລີ ເມື່ອມາເບິ່ງດ້ານພາສາລາວ ທີ່ປາກົດໃນວັນນະຄະດີ ກໍຮຽກວ່າແມ່ນ້ຳຂອງ ກໍສາມາດພິສູດໄດ້ວ່າ “ແມ່ນ້ຳຂອງເປັນຊື່ແທ້ຂອງແມ່ນ້ຳສາຍນີ້”
ຊື່ແມ່ນ້ຳຂອງໃນວັນນະຄະດີໄທຍ໌ ບໍ່ປາກົດເຫັນຊື່ແມ່ນ້ຳສາຍນີ້ ອັນນີ້ສະແດງໃຫ້ເຫັນວ່າ ໄທສຍາມບູຮານ ບໍ່ມີສິດທິໃນແມ່ນ້ຳສາຍນີ້.
ປະມານປີ ໑໘໗໐-໑໙໐໐ ກໍຣະນີປັກປັນເຂດແດນສຍາມ-ຝຣັ່ງໄດ້ມີຄວາມສຳຄັນຕໍ່ສຍາມ ໃນພາກພື້ນຫົວເມືອງລາວທາງອີສານ ຈຶ່ງເຮັດໃຫ້ສຍາມຮູ້ຈັກແມ່ນ້ຳຂອງ ອາດເປັນໄລຍະນີ້ເອງ ທີ່ສຍາມບັນຍັດຊື່ “ແມ່ນ້ຳຂອງ ເປັນແມ່ນໍ້າໂຂງ” ໃນພາສາໄທຍ໌ສຍາມ.
ຄຳວ່າດອນໂຂງ ມີສ່ວນກ່ຽວຂ້ອງກັບນໍ້າຂອງ ເພາະເປັນດອນໜຶ່ງໃນແມ່ນໍ້າຂອງ ໃນພາສາລາວໜັງສືບູຮານນັ້ນ ມີຊື່ໜຶ່ງອີກຕ່າງຫາກ ແຕ່ຕໍ່ມາຈຶ່ງປ່ຽນມາເປັນດອນໂຂງ, ຕາມການສັນນິຖານຂອງນັກຄິດລາວຫຼາຍຄົນກ່າວເຖິງທີ່ມາຂອງຄຳວ່າດອນໂຂງນັ້ນ ບໍ່ໄດ້ກ່ຽວກັບແມ່ນ້ຳຂອງເລີຍ ເຖິງວ່າດອນໂຂງນັ້ນ ຈະຕັ້ງຢູ່ໃນລຳແມ່ນ້ຳຂອງຕອນໃຕ້ກໍຕາມ, ແຕ່ດອນໂຂງນັ້ນມີທີ່ມາດັ່ງນີ້ ດອນໂຂງມີທີ່ມາດັ່ງນີ້ ຄື:
(໑) ໃນໜັງສືພຣະລັກພຣະຣາມ ແມ່ນມີຊື່ຕ່າງຫາກນິມິຕ ແມ່ນເກີດຈາກນິມິດຂອງພຣະລັກນັ້ນ ໄດ້ມາຮອດສະໝຸດທີ່ນັ້ນແລ້ວ ຕ້ອງການຈະຢຸດເຊົາ ຈຶ່ງແຝງສອນລົງນຳ້ ແລະອະທິຖານໃຫ້ເປັນ ດອນ, ຄົນທັງຫຼາຍຮຽກວ່າດອນສອນ.
(໒) ຄຳວ່າ “ດອນໂຂງ” ນັ້ນບາງທ່ານວ່າມາຈາກຄຳວ່າ “ຊ້າງໂຂງໜຶ່ງ” ຄືຊ້າງໂຕໜຶ່ງ, ມີນິທານພື້ນເມືອງວ່າ “ສະໄໝແຕ່ກີ້ທີ່ດອນໂຂງມີຊ້າງໂຂງ ໜຶ່ງຕາຍໄຫຼມາເປີະຫົວດອນທີ່ນັ້ນ, ເມື່ອຊາວຄົວວຽງຂອງສົມເດັດພຣະຄຣູຂີ້ຫອມ ປະມານ ຄ.ສ 1580-1641 ໄປເຫັນກໍເອົາຣືກນີ້ຕັ້ງຊື່ດອນ, ຫຼັກຖານຊາວຄົວວຽງໄປຂຶ້ນທີ່ບ້ານເມືອງແສນ ຈຶ່ງເຮັດໃຫ້ຊາວເມືອງແສນເວົ້າສຳນຽງວຽງຈັນຮອດບັດນີ້ ແລະຂະຫຍາຍຕົວໄປຮອດຂະເໝົາ, ດອນໂລງ, ນາດີ (ເວົ້າສຳສຽງຄ້າຍວຽງຈັນ-ທ່າແຂກ) ດ້ວຍເຫດນີ້ດອນໂຂງຈຶ່ງມີຊືປາກົດມາຮອດບັດນີ້.
ສ່ວນຄຳວ່າສີພັນດອນນັ້ນ ເປັນຊື່ຂອງການລຳຂອງຊາວເມືອງໂຂງ, ບາງທ່ານຄຳວ່າ “ສີພັນດອນ” ມາຈາກມີດອນຮອດ 4000 ດອນ (ຄວາມຈິງດອນໃນເຂດເມືອງໂຂງ ແລະເມືອງມຸນລວມກັນບໍ່ເຖິງ 1000 ດອນ, ຜຂ ເກີດທີ່ດອນໜຶ່ງໃນເມືອງໂຂງ ຢັ້ງຢືນໄດ້)
ແຕ່ຜູ້ເຖົ້າບາງຄົນເວົ້າວ່າ ຄຳວ່າສີພັນດອນນັ້ນມີທີ່ມາຈາກທີ່ຄະນະສຳຫຼວດແມ່ນຳ້ຂອງຊາດ ຝຣັ່ງ ໄດ້ເຂົ້າມາລາວຕາມລຳແມ່ນ້ຳຂອງ ໄດ້ນັບດອນ ມາຈາກປາກແມ່ນ້ຳຂອງ ເມື່ອມາຮອດດອນໂຂງນີ້ກໍໄດ້ 4000 ດອນພໍດີ ຈຶ່ງໃຫ້ຄົນຮຽກວ່າສີ່ພັນດອນ ຕໍ່ມາຜ້ຽນມາເປັນ ສີພັນດອນ.
ສ່ວນຊື່ເປັນທາງການຂອງລາວນັ້ນ ເມືອງໂຂງມີຊື່ວ່າ “ສຣີທັນດອນ" ອັນໄດ້ມາຈາກ ຊື່ຊ້າງສາມຫົວອັນເປັນສັດຊົງຂອງພຣະຍາອິນທາທິຣາຊ ເນື່ອງຈາກດອນໂຂງມີຊື່ກ່ຽວພັນກັບຊ້າງ ຈຶ່ງຕັ້ງແຂວງນີ້ ຊື່ວ່າແຂວງສຣີທັນດອນ ປະມານປີ 1962 ພ້ອມກັບແຂວງວາປີຄຳທອງ ແລະແຂວງຫົວຂອງ.
ບາງກະແສກໍວ່າ “ສຣີທັນດອນໄດ້ຕັ້ງຂຶ້ນຕານິມິດ ແຫ່ງທ້ອຖິ່ນ ເນື່ອງຈາກທ້ອງຖີ່ນນີ້ເຕັມໄປ ດ້ວຍໂຂດຫີນ ແລະແກ້ງຫຼາຍ ຈຶ່ງຮຽກວ່າ “ຫີນສີທັນ” ບວກກັບຄຳວ່າ “ດອນ” ຈຶ່ງໄດ້ “ສຣີທັນດອນ” ເມື່ອແປງເປັນພາສາປາລີໄດ້ຄຳວ່າ “ສຣີທັນຕຣ” ເຫັນໄດ້ຈາກສາມັນຍະສັກຂອງເຈົ້າຄະນະແຂວງສີ ທັນດອນວ່າ “ພຣະຫຼັກຄຳສຣີທັນຕຣາຈາຣຍ໌” ດັ່ງນີ້.
ນອກຈາກນີ້ຍັງປະກົດເຫັນການວິເຄາະຂອງທີ່ມາແຫ່ງແມ່ນຳ້ຂອງວ່າ “ເມື່ອກ່ອນຄົນແຖບນີ້ ນັບຖືສາສນາພຣາມ-ຮິນດູນັບແຕ່ ອານາຈັກຊາຍຟອງ, ສຣີໂຄຕປຸຣະ(ທ່າແຂກ-ນະຄອນພນົມ) ລົງ ໄປຮອດເມືອງເຊດຖາປຸຣະ(ຈຳປາສັກ) ຄົນສາສະໜາພຣາມຮີນດູນັບຖືແມ່ນ້ຳຄົງຄາ ເປັນແມ່ນໍ້າສັກ ສິດ ຊາວຮີນດູຄົງຈະເຂົ້າໃຈວ່າແມ່ນຳ້ນີ້ເປັນແມ່ນຳ້ຄົງຄາ ຫຼືຈະຮຽກໃຫ້ມີຄວາມໝາຍດຽວກັນກັບນຳ້ ສັກສິດ ໃນຄຳພີພຣາມນັ້ນ” ແລ້ວຕໍ່ມາຄໍາວ່າ “ຄົງຄາ” ອາຊິປ່ຽນຄວາມໝາຍມາເປັນ “ຂອງ” ໃນພາຍ ຫຼັງ ຫາກຄຳວິນິໄສນີ້ຖືກຕ້ອງ ຄົນລາວເຮົາໃນອະດີດຄົງຈະຮຽກແມ່ນຳ້ສາຍນີ້ວ່າ “ແມ່ນຳ້ລ້ານຊ້າງ” ເໝືອນກັບຊົນຊາດລາວບູຮານໃນສິບສອງພັນນາ ມາກ່ອນເຊັ່ນກັນ, ຈຶ່ງຕັ້ງຊື່ອານາຈັກຂອງຕົນວ່າ “ອານາຈັກລ້ານຊ້າງ” ເພາະຫຼັກຖານຄໍາວ່າ “ລ້ານຊ້າງ” ນັ້ນ ແມ່ນມີມາກ່ອນພຣະເຈົ້າຟ້າງຸ່ມມາສະ ຖາປານາ.
ສິ່ງທີ່ເຂົ້າໃຈຂອງຜູ້ຂຽນເອງນັ້ນ ຄິດວ່າດອນໂຂງໃນສະໄໝບູຮານຄົງຊື່ວ່າ “ດອນຊ້າງ” ອັນນີ້ (ເປັນຄຳສັນນິຖານເດີກຳລັງຫາຫຼັກຖານຢູ່) ເພາະວ່າຢູ່ໃນເມືອງໂຂງມີ ໒ ດອນຊື່ວ່າ “ດອນຊ້າງ” ດອນໜຶ່ງຢູ່ຫາງດອນລົບປະດີ ຮຽກວ່າດອນຊ້າງ, ແລະອີກດອນໜຶ່ງວ່າ “ດອນຊ້າງນ້ອຍ” ໃກ້ກັບດອນລຽງ ແຕ່ບໍ່ປາກົດເຫັນຄຳວ່າ “ດອນຊ້າງໃຫຍ່ເລີຍ” ແລະອີກດອນໜຶ່ງຢູ່ເຂດຊຽງແຕງ ໃກ້ກັບສາມໂບກ (ຂະແມ ຮຽກວ່າ “ສຽມໂບກ” ເຊັ່ນດຽວກັນແສນປາງ ຂະເໝນຮຽນສຽມປາງ) ມີດອນໜຶ່ງຊື່ວ່າ “ດອນຊ້າງ” ໃຫຍ່ແທ້ໆແຕ່ບໍ່ມີຄົນຢູ່ໜາແໜ້ນ ຜູ້ຂຽນເຄີຍເຫັນແຕ່ບໍ່ເຄີຍຂຶ້ນໄປ ຖາມຄົນລາວຊຽງແຕງບອກວ່າ “ດອນຊ້າງ” ແຕ່ພາສາຂະເໝນຮຽກວ່າ “ເກຣາະດຳເດີຍ” ອັນນີ້ສະແດງໃຫ້ເຫັນວ່າດອນໂຂງນີ້ ຄົງຈະມີຊື່ວ່າດອນຊ້າງ ເພາະຄຳວ່າ “ໂຂງ” ມີຄວາມໝາຍໃກ້ຄຽງກັບຊ້າງ ດັ່ງທີ່ກ່າວແລ້ວ ຈັ່ງໃດກໍຕາມຫາກທ່ານໃດມີຄວາມເຫັນເປັນຕ່າງ ຫຼືເພີ່ມຕື່ມໄດ້ຍິນດີນ້ອມຮັບ ຂໍ້ຄິດເຫັນນັ້ນຖ້າມີເງືອນໄຂທີ່ຈະປະກອບບົດຄວາມນີ້ໄດ້ ຜຂ ຈະຖືເອົາເປັນຫຼັກຖານເພື່ອເຮັດບົດຂຽນນີ້ດີຍິ່ງຂຶ້ນ.

ອ້າງອີງ
http://www.internationalrivers.org/en/image/tid/216

No comments:

Post a Comment