24 August 2011

ຫຼືວ່າລາວເຮົາ ຢູ່ນີ້ກ່ອນຂອມ

- ໃນປະຫວັດສາດອາຊີຕາເວັນອອກສ່ຽງໃຕ້ ຕາມສະມຸດຖານຂອງຊາວອາຊີວ່າ "ຄົນໃນທີ່ນີ້ມີອາຣະຍະທັມມາຈາກສອງແຫຼ່ງ ຄື ອິນເດັຍ ແລະຈີນ" ສະນັ້ນດິນແດນທີ່ຮຽກວ່າສຸວັນນະພູມເດີມນັ້ນ ຊາວຕາເວັນຕົກມັກຈະຮຽກວ່າ "ອິນດູຈີນ".
- ໃນຄະຕິຄວາມເຊື່ອຕອນຕົ້ນປະຫວັດສາດຂອງຊາວອາຊີວ່າ ດິນແດນອິນດູຈີນ ປັດຈຸບັນນີ້ ແມ່ນບັນດາແຜ່ນດິນໃຫຍ່ ຂອງປະເທດອາຊີຕາເວັນສ່ຽງໃຕ້ທັງໝົດລວມທັງບັນດາດອນໃນມະຫາສະໝຸດປາຊີຟີກດ້ວຍ.
- ນັກປະຫວັດສາດລຸ້ນກ່ອນໆ ໄດ້ຮັບອິດທິພົນແນວຄວາມຄິດຈາກນັກຄົ້ນຄວ້າຊາດຕາເວັນຕົກວ່າ ບັນດາປະເທດ ໃນອາຊີຕາເວັນອອກສ່ຽງໃຕ້ນັ້ນ ໂດຍສະເພາະໃນດິນດອນຕອນໃຫຍ່ຂອງແຫຼມທອງຄຳ (ສຸວັນນະພູມເດີມ)ລວມທັງດອນຊວາດ້ວຍ, ເຈົ້າຂອງດິນ ເດີມແມ່ນຊົນທີ່ເຂົາກຳນົດຊື່ວ່າ "ຂອມແລະຈາມ" ເພາະວ່າເຫັນຫຼັກຖານບູຮານຄະດີພ້ອມທັງຮູບອັກສອນນັ້ນເປັນແບບຂອມ ເຊິ່ງພັດທະນາມາ ຈາກອັກສອນໃນອິນເດັຍຕອນໃຕ້ ແລະຕອນເໜືອຫຼາຍທີ່ສຸດ ໃນນັ້ນມອນເອງ ກໍຖຶກຍົກມາເປັນບໍຣິບົດສຳຄັນໃນກາຍແຈກຢາຍວັດທະນະທັມ ທາງພາສາ ແລະອັກສອນຂອງບັນດາປະເທດໃໝ່ໃນອາຊີຕາເວັນອອກສ່ຽງໃຕ້ ໂດຍສະເພາະໄທລາວ ແລະໄທຍ.
- ລາວ ເປັນຊົນຊາດເກົ່າແກ່ແລະມີຄວາມສຳຄັນສຸດໃນການເຄື່ອນໄຫວທາງປະຫວັດສາດໃນພາກພື້ນອາຊີຕາເວັນດອກໃນໄລຍະຕົ້ນໆ ໂດຍສະເພາະນັກປະຫວັດສາດທັງຫຼາຍ ຫາກກ່າວເຖິງໄທ(ໄຕ) ມັກຈະມຸ້ງປະມາຍັງລາວ, ເພາະເຂົາເຂົ້າໃຈວ່າລາວ ມີສູນກາງອຳນາດຕາມລ່ອງ ແມ່ນນຳ້ຂອງຕອນຕົ້ນ ນັບແຕ່ນະຄອນລຸງ, ນະຄອນປາ, ນະຄອນເພງາຍ, ໜອງແສ, ລ້ານຊ້າງ, ລ້ານນາ, ຊຽງຮຸ່ງ, ຊຽງຕຸງ ເພາະນັກປະຫວັດ ສາດລຸ້ນກ່ອນໆເຂົາພົບຄຳໃນພາສາຕະກຸນໄຕກະໄດນັ້ນ ເປັນພາສາຕະກຸນດຽວກັບລາວ ເຖິງຈະຕັ້ງຊື່ວ່າກຸ່ມພາສາໄຕ-ກະໄດກໍຕາມ, ເມື່ອມາເຖິງທ້າຍສະຕະວັດທີ ໒໐ ນັ້ນ, ການມອງມາຍັງລາວຂອງນັກຄົ້ນຄວ້າ ແລະວິໄຈກ່ຽວກັບປະຫວັດສາດ, ຊາດພັນວິທະຍາ, ພາສາ, ອັກສອນ ເລີ່ມມອງຫ່າງລາວວ່າເປັນຈຸດສູນກາງຂອງບັນາກຸ່ມຄົນໄຕເລົ່ານັ້ນ.
- ໃນທັດສະນະຂອງນັກຄົ້ນຄວ້າທ້ອງຖິ່ນໄດ້ກຳເນີດຂຶ້ນມາຫຼາຍ ເອກະສານຫຼັກຖານຕ່າງໆ ໄດ້ຖືກປ່ຽນມື ແລະຖືກຄົ້ນຄວ້າໃນລັກສະນະທີ່ເປັນ ລັກສະນະອັດຕະລັກຂອງຊາດສະເພາະ ເຮັດໃຫ້ລາວໃນການຈັດລຽງລຳດັບລົດຕຳ່ລົງໃນຖານະ Union Gruop ກາຍມາເປັນ Unit Gruop ຂອງໄທ-ກະໄດ.
- ເມື່ອເຮົາພົບຫຼັກຖານໃໝ່ ໒-໓ ຊິ້ນໃນດິນແດນລາວ ຄືຫຼັກສີລາຈາຣືກ ວັດວິຊຸນ ມີອາຍຸ ໘໔໐ ປີ (໒໐໑໑) ສີລາຈາຣືກທາດຫຼວງ ທຫຼI ໑໓ ແລະທາງໄທຍ໌ ກໍພົບສີລາຈາຣືກ ພຣະທາດຮ້າງບ້ານນາແຮ່ ເມືອງສະກົນນະຄອນແລ້ວ, ໂລກະທັດໃໝ່ກ່ຽວກັບໄທລາວ ອາດຈະມີທັດສະນະແນວ ຄິດທາງປະຫວັດສາດຢ່າງກ້າວໜ້າ ແລະມຸ້ງປະເທດຈາກຈຸດທີ່ຕັ້ງໃໝ່ ກັບໄປສູ່ຈຸດເດີມ ຄື ຫຼືວ່າ "ຫຼືວ່າລາວເຮົາ ຢູ່ນີ້ກ່ອນຂອມ" ຫຼື "ເປັນຊາດເກົ່າແກ່ເທົ່າໆກັບຂອມ" ກໍອາດເປັນໄດ້.

ມາຕຣາ ຊັ່ງ ຕວງ ວັດ ທີ່ໜ້າຮູ້

໑. ມາຕຣາວັດໄລຍະທາງ
ກ, ແບບລາວບູຮານ
໑໒ ນິ້ວ = ໑ ຄືບ
໒ ຄືບ = ໑ ສອກ.
໔ ສອກ ໑ ວາ.
໒໐ ວາ = ໑ ເສັ້ນກ
໔໐໐ ວາ = ໑ ໂຍຊະນະ

ຂ. ແບບອັງກິດ
໑໒ ນິ້ວ = ຟຸດ
໓ ຟຸຸດ = ຫຼາ
໑໗໖໐ = ໄມລ໌

ຄ. ລາວທຽບເມຕຣິກ
ັ໑ ຄືບ = ໒໕ ຊັງຕີແມັດ
໑ ສອກ = ໕໐ ເຊັນຕີແມັດ
໑ ວາ = ໒ ແມັດ
໑ ເສັ້ນ = ໔໐ ແມັດ
໒໕ ເສັ້ນ = ໑ ກິໂ​ລແມັດ.
໑ ໂຍຊນ໌ = ໑໖ ກິໂລແມັດ

ງ. ປຽບທຽບແບ່ບຕ່າງໆ
໑ ແມັດ = ໒ ສອກ
໑ ກິໂລແມັດ = ໒໕ ເສັ້ນ
໑ ໄມລ໌ = ໔໐ ເສັ້ນ.
໑ ໄມລ໌ = ໑.໖ ກິໂລແມັດ
໑ ເສັ້ນ = ໔໐ ແມັດ.
໑ ນິ້ວ(ອັງກິດ) = ໒.໕໒ ຊັງກຕີແມັດ
໑ ຟຸດ = ໓໐.໓ ຊັງຕີແມັດ
໑ ຫຼາ = ໙໑ ຊັງຕີແມັດ

໒. ມາດຕາວັດເນື້ອທີ່
ກ. ແບບລາວບູຮານ
໑ ງານ = ໑໐໐ ຕາລາງວາ
໑ ໄຮ່ = ໔໐໐ ຕາລາງວາ

ຂ. ແບບອັງກິດ
໑ ຕາລງໄມລ໌ = ໖໔໐ ເອເຄີ
໑ ເອເຄີ = ໔໘໔໐ ຕາລາງວາ
໑ ຕາລາງຫຼາ = ໙ ຕາລາງຟຸດ
໑ ຕາລາງຟຸດ = ໑໔໔ ຕາລາງນິ້ວ​

ຄ. ທຽບແບບຕ່າງໆ
໑ ເອເຄີ = ໒.໕ ໄຮ່
໑ ໄຮ່ = ໑໖໐໐ ຕາລາງແມັດ
໑ ແອຣ໌ (are) = ໑໐໐ ຕາລາງແມັດ
໑ ເຮັກຕາ (hectare) = ໑໐໐ ແອຣ໌
໑ ເຮັກຕາ (hectare) = ໒,໔໗໑ ເອເຄີຣ໌
໑ ຕາລາງກິໂລແມັດ = ໑໐໐ ເຮັກຕາ.
໑. ຕາລາງກິໂລແມັດ = ໖.໒໕ ໄຮ່.

໓. ມາຕາຕວງບໍຣິມາດ
ກ. ແບບລາວ (ແບບ ໑)
໑ ຖັງ = ໒໐ ທະນານ(ລິດ)
໑ ບັ້ນ = ໕໐ ຖັງ
໑ ກວຽນ = ໑ ບັ້ນ
໑ ກວຽນ = ໑໐໐ ຖັງ.
(ເຮົາຍັງພົບການໃຊ້ຜອງ ເຂົ້າຂອງຊາວນາຢູ່ ຄື ໄດ້ ໑໐໐ ໝາຍເຖິງ ໑ ກວຽນ ຫາກເຂົາວ່າໄດ້ເຂົ້າ ໕ ຮ້ອຍໝາຍເຖິງ ໕ ກວຽນ)

ຂ. ແບບລາວ (ແບບ ໒)
໑໒ ທະນານ = ໑ ໝື່ນ
໖ ໝື່ນ = ໑ ຫາບ
໕ ຫາບ = ໑ ກວຽນ.

ຄ. ແບບອັງກິດ
໑ ແກລລອນ = ໔ ຄວອດ
໑ ຄວອດ = ໒ ໄພນ໌
໑ ໄພນ໌ = ໒໐ ອອນຊ໌ (fluidounce, Fluid oz.)

ງ. ລາວທຽບເມຕຣິກ
໑ ທານນານເທົ່າກັບ ໑ ລິດ.
໑ ສັດ = ໒໐ ລິດ
໑ ບັ້ນ = ໑໐໐໐ ລິດ
໑ ກວຽນ = ໒໐໐໐ ລິດ

23 August 2011

Michel LORRILLARD ວ່າສີລາຈາຣືກ ວັດວິຊຸນບໍ່ມີໂຕເລກຈິງບໍ ?

ໂດຍ: ພອຈ.ເນືອງພິລັກ ໂຊຕິທອນ
(ສະຫງວນສິດ)
ຄຳອ້າງອີງ ວ່າເປັນບົດຄວາມຂອງ Michel LORRILLARD ໄດ້ກ່າວວ່າ:-
It is easy in this case to state that the claims of Boumi Thepsimuong are entirely baseless: close observation of the Vat Visoun stele by Lao scholars, experienced in reading hundreds of other inscriptions from around the Tai world, quickly reveals errors in the retired economist’s deciphering and transcription. The inscription does not actually bear any date* and it is thus not possible―on the basis of palaeographic criteria―to place it before the sixteenth century. This incident is, however, indicative of the current fragility of scientific research on the question of the origins of Tai scripts. Dominated by politics and partisan views, it suffers above all from the difficulty that local historians still have in thinking beyond their national borders, or even outside their own immediate environment.

The inscription bears certain passages which are difficult to read. However, it is clear that the characters Bounmi Thepsimuong interprets as the number 532 in fact say “lae”, an exclamation used at the end of a phrase. His reading of “culla sangkhat” from the preceding phrase appears absolutely forced.

Michel LORRILLARD
Professor, Ecole française d’Extrême-Orient

- ຕໍ່ບັນຫາສີລາຈາຣືກ ວັດວະຊຸນນີ້ Michel LORRILLARD ອາດມອງຄົນລະມູມກັນກັບບຸນມີ ເທບສີເມືອງ ເພາະທ່າອ່ຽງທີ່ເປັນພື້ນຖານໃຕ້ສຳນຶກຂອງຊາວຕາເວັນຕົກ ທີ່ມີອະຄະຕິຕໍ່ລະບອບຄອມມູຍນິດຢູ່ກ່ອນ ບັງເອີນ ປະເທດລາວເອງ ໃນປີ ໑໙໗໕-໑໙໙໐ ກໍມີຄວາມມຸ້ງຫວັງຢາກຈະເດີນຕາມແນວທາງຄອມມູຍນິດ ການຄາດການນີ້ ອາດຜິດກໍໄດ້ ແຕ່ທີ່ແນ່ນອນເຂົາຕ້ອງມີຄວາມລະແວງ ໃນລະບອບການປົກຄອງບ້ານເຮົາ ທີ່ປົກຄອງແບບລະບອບຄອມ ມູຍນິດນັ້ນ ອາດຈະຄວບຄຸມແນວຄິດຂອງຄົນລາວ ແລະນັກວິໄຈຂອງຄົນລາວ, ນອກຈາກນັ້ນເຂົາຍັງໃຫ້ທັດສະນະວ່າ ອາດມີອຳນາດອື່ນໄປຊັກນຳໄດ້, ໃນຄວາມເປັນຈິງທັງລະບອບຄອມມູຍນິດ ແລະອຳນາດທາງເບື້ອງເທິງຂອງລາວ ຄົງຈະບໍ່ມີສ່ວນໃນງານວິໄຈຂອງບຸນມີ ເທບສີເມືອງດອກ ເພາະທ່ານເປັນນັກວິຊາການອິສຣະ ແລະບໍ່ມີຕຳແໜ່ງໃດໆ ທີ່ຈະຕ້ອງໃຫ້ທ່ານລະມັດລະວັງ ອີກຢ່າງວຽກງານທາງວັດທະນະທຳ-ສາສນາ ນັ້ນຣັດຖະບານ ແລະບຸກຄົນໃນຣັດ ຖະບານລາວຈະລະມັດລະວັງທີ່ສຸດ.

- ອີກຢ່າງໜຶ່ງ ຕາມສືກສາເບິ່ງແລ້ວ ຊາວຝຣັ່ງໜັງຂາວຝ່າຍຕາເວັນຕົກນັ້ນ ພວກເຂົາຈະຖືວ່າຊາດອາຊີ ໃນອະດີດ ເຂົາຖືວ່າຍັງເປັນປະເທດປ່າເຖື່ອນຢູ່ ໂດຍສະເພາະຊາດລາວເຮົາເອງແລ້ວ ຍັງບໍ່ທັນມີຜູ້ໃດຈະສ້າງຊື່ສຽງດ້ານວິຊາການ ແລະງານວິໄຈອັນໃດເປັນຜົນສຳເລັດກ່ຽວກັບເລື່ອງອັກສອນສາດ, ສະນັ້ນຄວາມໄວ້ວາງໃຈ ຕໍ່ຜົນສຳເລັດໃນງານວິໄຈເຊິ່ງເປັນຄົນທ້ອງຖິ່ນເອງນັ້ນ ມັນຈິງໃຫ້ເຂົາມອງໃນລັກສະນະເຊີງລົບໄວ້ກ່ອນເປັນທຳມະດາ, ການທີ່ເຂົາຕັດສິນໃຈເວົ້າຢ່າງນັ້ນ ມັນເປັນພື້ນຖານອັນໜຶ່ງ ທີ່ບົ່ມຊ້ອນທາງປະຫວັດສາດຂອງທ້ອງຖິ່ນ, ເຫັນໄດ້ຈາກການ ໃຫ້ທັດສະນະຂອງເຂົາທີ່ວ່າ "ມັນເປັນເລື່ອງງ່າຍ ທີ່ລັດຈະຂໍຮ້ອງໃຫ້ບຸນມີ ເທບສີເມືອງບໍ່ເວົ້າຄວາມຈິງທັງໝົດ ໄດ້" ທັດສະນະຂອງ Michel LORRILLARD ກ່າວວ່າຜົນວິໄຈການອ່ານສີລາຈາຣືກຂອງບຸນມີ ເທບມີເມືອງ ວ່າ ອາດເປັນການຊັກນຳ ແລະການແນະນຳຂອງອຳນາດທາງການເມືອງ, ພວກພວກ ທີ່ແນະນຳ ໃຫ້ອ່ານຜິດພາດຂອງ ນັກເສດຖະສາດ ບໍານານຜູ້ນີ້ "ສິ່ງໜຶ່ງທີ່ເຂົາບໍ່ເຊື່ອ ເພາະບຸນມີເທບສີເມືອງ ອາດບໍ່ມີຜົນງານພໍ ແລະບໍ່ມີງານຜົນ ດ້ານການວິໄຈມາກ່ອນ ແຕ່ເຂົາລືມມອງໄປວ່າ ບຸນມີ ເທບສີເມືອງ ເປັນມະຫາ ເປັນນັກຄົ້ນຄວ້າປະຫວັດສາດ”.

- ອັນໜຶ່ງ ເຂົາຍັງເຊື່ອວ່າ ຖານະຂອງບຸນມີ ເທບສີເມືອງ ຍັງບໍ່ມີຄວາມສາມາດພຽງພໍ ທີ່ເຂົາມີໜ້າທີ່ເປັນພຽງນັກເສດຖະສາດ ບຳນານ ທຳມະດາ ອາດບໍ່ມີຄວາມສັກສິດ ແລະເສລີໃນການຕັດສິນໃຈ, ແຕ່ຢ່າງໃດກໍຕາມ ຜູ້ຂຽນອ່ານຄຳເຫັນຂອງເຂົາແລ້ວ ເຊື່ອແນ່ວ່າ Michel LORRILLARD ອາດບໍ່ເຂົ້າເຖິງທາດແທ້ຂອງວັດທະນະທຳ ທາງພາສາ ແລະອັກສອນຂອງຊາວອາຊີຢ່າງເລິກເຊິ່ງໄດ້ ໂດຍສະເພາະວັດທະນະທຳ ທາງພາສາ ແລະອັກສອນລາວ, ເພາະເຫັນເຂົາກ່າວເຖິງວ່າປະຫວັດສາດທ້ອງຖິ່ນ ຍັງຢູ່ໃນຂອບເຂດແຫ່ງພົມແດນ.

- ເທົ່າທີ່ສັງເກດໃນໄລຍະຜ່ານມານັ້ນ ນັກອ່ານສີລາຈາຣືກຂອງຊາວຢູໂຣບ-ອະເມຣິກາມາເມືອງລາວ, ເພື່ອຈະທຳວິໄຈດ້ານອັກສອນ ແລະພາສາ ບູນຮານໃນສີລາຈາຣືກ ເຂົາຕ້ອງເອົານັກອ່ານສີລາຈາຣືກ ຂອງຄົນທ້ອງຖິ່ນເປັນຜູ້ອ່ານໃຫ້ຢູ່ແລ້ວ ໂດຍສະເພາະອ່ານຈາຣືກທີ່ເປັນອັກສອນ ທຳແລະອັກສອນລາວ, ໃນສະໄໝກ່ອນ ຄົນທີ່ອ່ານຈາຣືກໃຫ້ແກ່ນັກວິໄຈຊາວຢູ່ໂຣບ ກໍໜີບໍ່ພົ້ນ ມະຫາຄຳ ຈຳປາແກ້ວມະນີ,(ນັກບູນຮານຄະດີ ກົມບູຮານຄະດີ ແລະນັກປະຫວັດສາດ ແລະເປັນຄູສອນທັງສະຖາບັນສົງ ແລະໂລກ)  ໃນສະໄໝປັດ ຈຸບັນນັກອ່ານໜັງສືບູຮານ ໃຫ້ແກ່ນັກວິໄຈຊາວຕ່າງປະເທດນັ້ນມີຫຼາຍທ່ານ ບໍ່ວ່າຈະເປັນທ່ານມະຫາບຸນຍົກ ແສນສຸນທອນ ອະດີດອາຈານສອນພາສາລາວ ແລະພາສາປາລີ ວິທະຍາໄລສົງ ເມື່ອກະສຽນແລ້ວ ກໍເປັນຜູ້ຊ່ຽວ ຊານຂອງໂຄງການໃບລານລາວ ໃນທິມງານນັ້ນກໍມີມະຫາຫຼາຍທ່ານ ເຊັ່ນມະຫາບຸນເລີດ ທຳມະຈັກເປັນຕົ້ນ ອີກທ່ານ ໜຶ່ງກໍແມ່ນມະຫາແກ້ວ ເຊິ່ງເຂົາຜູ້ນີ້ມີຄວາມຊຳນານ ໃນການອ່ານໜັງສືບູຮານ ບໍ່ສະເພາະແຕ່ຊາວຕ່າງປະເທດ ນັກວິຊາການດ້ານບູຮານຄະດີ ອັກສອນສາດ ຂອງລາວກໍຕ້ອງໄດ້ເພິ່ງເຂົາ ເຂົາເອງຈົບປະຣິນຍາຕີ ແຕ່ມີພື້ນຖານ ການອ່ານໜັງສືລາວບູຮານ ໃນຄວາມເປັນມະຫາ ແລະການບວດ ບໍ່ເຫິງມານີ້ເຂົາຈົບປະຣິນຍາໂທ ທາງອັກສອນສາດ ດີກຼີ ບໍ່ໄດ້ເຮັດເຂົາມີຄວາມຊຳນານໃນການອ່ານ ເພາະກ່ອນໜ້ານັ້ນ ເຂົາໄດ້ອະນຸປະຣິນຍານັ້ນ ເຂົາໄດ້ເປັນຄົນອ່ານໜັງສືບູຮານ ແລະຈາຣືກບູຮານໃຫ້ນັກວິໄຈຊາວຕ່າງປະເທດ ແລະຊາວລາວມາກ່ອນແລ້ວ ເປັນເວລາ ໒໐ ປີເຂົາເປັນຜູ້ຊຳນານການ ແລະໃຫ້ຄວາມໄວ້ເນື້ອເຊື່ອໃຈຂອງ ທຳງານໃນສຳນັນຄົ້ນຄວ້າປະຫວັດສາດ ແລະວັດທະນະທັມຕາເວັນອອກໄກ ຂອງຝຣັ່ງ ເຊິ່ງມີສຳນັກງານຢູ່ບ້ານນາໄຊ ນະຄອນຫຼວງວຽງຈັນ, ເຊິ່ງ Michel LORRILLARD ກໍໄດ້ຮ່ວມງານກັບມະຫາແກ້ວ ໃນສະຖາບັນນັ້ນນີ້ດ້ວຍ.

- ການທີ່ຍົກຊື່ມະຫາແກ້ວມາ ກໍເພາະສະແດງໃຫ້ເຫັນວ່າ ນັກວິໄຈຂອງຕ່າງປະເທດ ຍ່ອມໄດ້ຄຳນຶງ ແລະໃຊ້ຄົນທ້ອງ ຖິ່ນອ່ານໜັງສືລາວບູຮານ ບໍ່ວ່າຈະເປັນສີລາຈາຣືກໃຫ້ເຂົາ ເພື່ອເປັນບ່ອນອິງ ເມື່ອເຂົາໄດ້ຮັບການອ່ານຈາກເຮົາແລ້ວ ເຂົາຈະໄປຕີຄວາມໝາຍຢ່າງໃດ ຕາມທິດສະດີ ແລະສະຄິບຂອງເຂົາ ອັນເປັນຄວາມຮູ້ເດີມທີ່ເຂົາມີຢູ່, ຜູ້ຂຽນເອງ ກໍ ເຄີຍຖືກສຳພາດຈາກນັກວິໄຈຈາກເມຣິກາມາ ໒-໓ ທ່ານ ທ່ານ ໑ ນັກວິໄຈ ປະຣິນຍາເອກ ຂອງມະຫາວິທະຍາໄລ ມີຊື່ຂອງອາເມຣິການທ່ານໜຶ່ງ ທີ່ສຳພາດກ່ຽວກັບປະຫວັດສາດ ເມື່ອເຂົາຖາມສຳພາດແລ້ວ ເຂົາມັກຈະບໍ່ເອົາຄຳເຮົາ ທັງໝົດ ແມ່ນກະທັງຈະເປັນຄວາມຈິງກໍຕາມ, ນັກວິໄຈບາງທ່ານກໍຈະໃຫ້ທັດສະນະແນວທາງຂອງເຂົາກ່ອນ ແລ້ວ ຈຶ່ງໃຫ້ເຮົາຕອບຄຳຖາມຂອງເຂົາຕາມທີ່ເຂົາວາງໄວ້ ຫາກເຮົາໃຫ້ທັດສະນະຕ່າງຈາກທີ່ເຂົາຂີດເສັ້ນໄວ້ ເຂົາມັກຈະບໍ່ ເອົານຳເຮົາ ຫຼືເອົາກໍບໍ່ອ້າງອີງຈາກເຮົາໃນສ່ວນທີ່ເປັນສາລະຖະ ແລະນັກວິໄຈອິດສະຫຼະຈາກຕ່າງປະເທດທົ່ວໄປ ຫຼືນັກຄົ້ນຄົ້ນປະລິນຍາດຽວນີ້ ເຂົາມັກຈະໃຊ້ໜັງສືສັນຍາກັບເຮົາກ່ອນ ແລະໃຫ້ເຮົາຍອມຮັບສັນຍາວ່າ ຈະມີຈຳນົງອອກຊື່ ແລະບໍ່ອອກຊື່ກໍໄດ້ ແລ້ວກໍມີຂໍ້ຜູກພັນວ່າ ສິ່ງທີ່ທ່ານໃຫ້ສຳພາດໄປນັ້ນ ເຂົາຈະບໍ່ເອົາທັງໝົດ ແຕ່ແລ້ວການທີ່ບໍ່ເອົາທັງໝົດ ຫຼືເປີດໂອກາດໃຫ້ເຮົາສະຫງວນສິດໄດ້ ນັ້ນຖືວ່າເປັນການເອົາ ໝາຍຄວາມວ່າເຂົາຈະບໍ່ເວົ້າຕາມທີ່ເຮົາ ໃຫ້ສຳພາດໄວ້ ແຕ່ເຂົາຈະແຜງໆໆໆ ໃນລັກສະນະທາງພາສາ ໃນຄວາມໝາຍດຽວກັບເຮົາ.

- Michel LORRILLARD ທີ່ໃຫ້ທັດສະນະຕໍ່ການອ່ານສີລາຈາຣືກຂອງບຸນມີ ເທບສີເມືອງວ່າ ບໍ່ມີຜົນ, ເພາະເຂົາ ສົງໄສວ່າ ອາດມີອຳນາດບາງຢ່າງຊີ້ນຳຜູ້ອ່ານທ່ານຜູ້ນີ້ ຫຼືໃຫ້ທ່ານເວົ້າຕາມສະຄິບ ເຂົາອາດມອງມະຫາບຸນມີ ວ່າ ເປັນ ແນວຄິດຊາດນິຍົມ (ເພາະເຂົາໃຊ້ຄຳວ່າ ຄວາມທຸກທໍລະມານ) ໝາຍວ່າ Michel LORRILLARD ຕີລາຄາຄົນລາວ ຕໍ່າເກີນໄປ ເພາະທົນທຸກທໍລະມານຈາກ ການຄອບງຳຂອງຊາວບັນດາຊາດຕ່າງໆຫຼາຍປີ, ໃນນັ້ນເຂົາຍັງບອກອີກວ່າ ເປັນໄປບໍ່ໄດ້ ທີ່ການຂຽນສີລາຈາຣືກແບບນີ້ ຈະມີກ່ອນສະຕະວັດ ທີ ໑໖ ໄປໄດ້.

- ມາເບິ່ງທັດສະນະຂອງຂ້າພະເຈົ້າຕໍ່ ຫຼັກສີລານີ້ ຄື ຜູ້ຂຽນພົບຄັ້ງທຳອິດທີ່ຖານຂ້າງບັນລັງພຣະວັດວິຊຸນນະລາດ ດ້ານ ທ່ານໍ້າ(ເບື້ອງແມ່ນໍ້າຂອງ) ໃນທ້າຍເດືອນທັນວາ ໑໙໙໙ ກໍເຫັນວ່າມີໂຕເລກຈິງ.

- ມາເບິ່ງທັດສະນະຂອງຂ້າພະເຈົ້າຕໍ່ ຫຼັກສີລານີ້ ຄື ຜູ້ຂຽນພົບຄັ້ງທຳອິດທີ່ປະດິດສະຖານ ຂ້າງບັນລັງພຣະວັດວິຊຸນນະ ລາດ ດ້ານທ່ານໍ້າ(ເບື້ອງແມ່ນໍ້າຂອງ) ໃນປີ ທ້າຍເດືອນທັນວາ ໑໙໙໙ ກໍເຫັນວ່າມີໂຕເລກຈິງ ທັງອ່ານໄດ້ເລີຍ.

- ເມື່ອເຫັນທັດສະນະ ແລະຜົນສະຫຼຸບຂອງມະຫາບຸນມີ ອອກມາໃນປີ ໒໐໐໕ ກໍຍອມຮັບໃນຄວາມຄິດນັ້ນວ່າ ເປັນຕົວເລກ ຈິງ ເພາະສອດຄ່ອງກັບຄຳອ່ານ ຂອງຜູ້ຂຽນໃນປີ ໑໙໙໙ ແລ້ວ, ເມື່ອເຫັນຄຳອ່ານຂອງທ່ານມະຫາບຸນມີ ເທບສີເມືອງ ແລ້ວ ກໍຮັບວ່າເປັນຈິງ ແລະຖືກຕ້ອງ ສ່ວນຄຳອ່ານອື່ນໆນັ້ນ ຈະກົງກັນບໍ ? ກໍລໍເບິ່ງຄຳອ່ານຂອງຂ້າພະເຈົ້າລຸ່ມນີ້.

(ລຸ່ມນີ້ ເປັນການອ່ານຂອງຂ້າພະເຈົ້າເອງ ກ່ອນທີ່ຈະເຫັນຂອງມະຫາບຸນມີ-ບໍ່ໄດ້ຕີພິມທີ່ໃດມາກ່ອນ ເພາະວ່າ ຂະນະນັ້ນ ຍັງເປັນນັກສຶກສາຢູ່, ເມື່ອກັບເຖິງເມືອງລາວ ກໍໃຫ້ຄວາມສົນໃຈຫຼັກສີລານີ້ຕະຫຼອດ ເມື່ອໄປຫຼວງພຣະບາງ ກໍຈະໃຊ້ເວລາ ກັບສີລານີ້ທຸກຄັ້ງໄປ)

(ຄຳອ່ານຂອງຂ້າພະເຈົ້າ)
ຫລານ ກວານ
ຕາຍຣອອຫາພ
ຮຽມ ໔ ພີນອງໜີ
ເຂາປາ ຈູລສັງກຣາສ
໕໓໒ ແຕນັນ
ສປາສນໃດໄວ
ແກຕູຢາຮອນ
ໃຈ ກວານ
ຜູນັນເບາເປ
ນຄນຮາຍໄວ
ແກຕູ
(ອ່ານເອົາຄວາມໃນພາສາ ແລະໃໝ່) "ຫຼານກວານ ຕາຍຮອອ(໑-)ຫາພໍ່ ຮຽມ ໔ ພີ່ນ້ອງໜີ ເຂົ້າປ່າ ຈຸລະສັງກຣາດ ໕໓໒(໒) ແຕ່ນັ້ນ ສະປາສົນໃດໄວ້ ແກ່ຕູຢ່າຮ້ອນ ໃຈກວານ ຜູ້ນັ້ນເບົ່າ(໓)ເປັນຄົນຮ້າຍໄວ້ແກ່ຕູ"

(ຂຽນຕາມພາສາໃໝ່) "ຫຼານກວານ ຕາຍເຣາະ(໑-)ຫາພໍ່ ຮຽມ ໔ ພີ່ນ້ອງໜີ ເຂົ້າປ່າ ຈຸລະສັງກຣາດ ໕໓໒(໒) ແຕ່ນັ້ນ ສະປາສົນໃດໄວ້ ແກ່ກູຢ່າຮ້ອນ ໃຈກວານ ຜູ້ນັ້ນບໍ່(໓)ເປັນຄົນຮ້າຍໄວ້ແກ່ກູ".
(ຄຳວ່າຕູ, ກູ ໝາຍເຖິງຂ້ອຍ, ເຮົາ, ຂ້າພະເຈົ້າ)

(໑-) ຂ້າພະເຈົ້າອ່ານ ຣອອ(ເຣາະ ຫຼື ເຮາະ) ເຊິ່ງໃນພາສາລາວ ວ່າ "ເຮາະຮ່ອນ" ຄືຊອກຫາ, ຕາມຫາ, ເຊິ່ງກົງກັບກັບ "ເລາະ" ໃນປັດຈຸບັນ, ເຖິງໝາຍເຖິງທຽວຫາໃນປັດຈຸບັນ, ການທີ່ຂ້າພະເຈົ້າ ອ່ານວ່າເຣາະ ເນື່ອງຈາກວ່າ ການຂຽນວ່າ "ຣອ" ໃນ ອັກຂະຣະວິທີລາວບູຮານເຫັນປາກົດມີ ແມ່ນກະທັງໃນອັກສອນທຳ ທີ່ວ່າ "ຂໍອ" ຍັງໃສ່ຕີນ "ອ" ຫ້ອຍໄວ້ດ້ວຍ, ໃນອັກຂະຫຼະວິທີ່ອັກສອນລາວ ກໍປາກົດເຫັນ, "ຣ" ເປັນສຽງຍາວ, ແຕ່ "ເຣາະ" ເປັນສຽງ ສັ້ນ, ເມື່ອເຂົາຢາກຂຽນເຣາະ ເຂົາອາດເອົາໂຕ "ອອ" ຊ້ອນກັນແບບທີ່ເຫັນ, ແທນທີ່ຈະໃຊ້ "ເ×າະ" ແບບປັດຈຸບັນ ທັງນີ້ມັນກໍສອດຄ່ອງກັບຄໍາວ່າ "ຮຽມ ໔ ພີ່ນ້ອງ(ເຣາະ)ຫາພໍ່".
(ໃນອັກສອນບູຮານ ໂຕ “ຣ ກັບ ຮ” ມັກຈະມີຄວາມຄ້າຍກັນ ແລະບາງຄັ້ງໃຊ້ແທນກັນໄດ້)

(໒-) ທ່ານມະຫາບຸນມີ ເທບສີເມືອງ ອ່ານຕົວເລກສຸດທ້າຍນັ້ນວ່າ ເລກ(໒) ແຕ່ເພິ່ນກໍ ບໍ່ຢືນການຄັກແນ່ ບາງທີອາດ ເປັນເລກ ໗ ກໍໄດ້(ອັນນີ້ເພີ່ນໃຫ້ໂອກາດທ່ານອື່ນ), ທັງນີ້ຜູ້ຂຽນວ່າ ກໍຕ້ອງພິສູດກັນໃນຂັ້ນຕໍ່ໄປວ່າເປັນເລກ ໗ ຫຼືເລກ ໒ ເຮົາບໍ່ທັນຍືນການ ​ໃຫ້ນັກອ່ານຄົນອື່ນວິເຄາະກັນຕໍ່ໄປ ແຕ່ເຖິງເປັນເລກ ໒ ຫຼືເລກ ໗ ຫຼັກສີລາຈາຣືກຫຼັກນີ້ ກໍບໍ່ໄດ້ໝາຍ ວ່າມັກບໍ່ເກົ່າແກ່ຢູ່ແລ້ວ.

(໓-) ຄຳທີ່ຂຽນວ່າ "ເບາ" ບາງທ່ານອາດຊິອ່ານວ່າ "ເຂາ" ທີ່ແທ້ເປັນ "ເບາ" ທັງນີ້ ເຮົາພົບຮູບ ໂຕ "ຂ" ຈະແຈ້ງໃນແຖວ ທີ ໔ ວ່າ "ເຂົ້າປ່າ" ຈະແຈ້ງເຊິ່ງມັນຕ່າງກັບອັກສອນທີ່ຂຽນວ່າ "ເບົາ", ເບົາ ອອກສຽງວ່າ "ເບົ່າ" ແປວ່າ "ບໍ່" ເປັນພາ ສາຕະກູນລາວເດີມ ມີການເວົ້າໃນປັດຈຸບັນ ໃນບາງຊົນເຜົ່າ ໄຕ-ລາວ ໃນແລະນອກປະເທດ "ເບາ-ເປັນຄຳປະຕິເສດ").

- ເທິງນັ້ນ ເປັນຄຳອ່ານຂອງຜູ້ຂຽນໂດຍກົງທີ່ອ່ານຈາກພາບນີ້, ສະນັ້ນ ໃນຄຳອ່ານນີ້ ເຊິ່ງ Michel LORRILLARD ບອກວ່າ "ບໍ່ມີໂຕເລກຈັກໂຕ ທັງຍັງບອກວ່າ ບໍ່ມີຜົນຫຍັງເລີຍ" ນັ້ນ Michel LORRILLARD ກ່າວຜິດແລ້ວ, ຫາກ Michel LORRILLARD ຈະເໝົາລວມວ່າ ການອ່ານ ທັງໝົດຂອງມະຫາບຸນມີ ເທບສີເມືອງ ວ່າບໍ່ມີຜົນຫຍັງໝົດ ຍິ່ງຜິດຫຼາຍກວ່າໄປອີກ.

- ການທີ່ Michel LORRILLARD ວ່າ ໃນສີລາຈາຣືກຫຼັກນີ້ "ບໍ່ມີຕົວເລກປະກົດຕົວຢູ່ນັ້ນ" ຍິ່ງເຮັດໃຫ້ເຂົາເຂົ້າໃຈ ຜິດເລິກເຂົ້າໄປຊັກໃຊ້, ເຫດໃດຜູ້ຂຽນຈຶ່ງກ້າເວົ້າເຊັ່ນນີ້ ເພາະໃນແຖວທີສາມເຮົາພົບກັບເລກ ໔ ແລ້ວເຮົາມາພົບກັບຕົວ ເລກອີກ ໃນແຖວທີຫ້າ ເຊິ່ງເລກ ໔ ກັບເລກ ໕ ເປັນຄົນລະຕົວເລກ, ແຕ່ເລກນີ້ໃກ້ຄຽງກັນເໝືອນໃນປັດຈຸບັນ ເລກຂອງຊາວ ອາຊີ ຫຼືເລກຂອງອັກສອນທີ່ມີອິດທິພົນຕໍ່ກັນນັ້ນ ໃນຕະກູນໄຕກະໄດ ແລະບັນດາອັກສອນທີ່ເຊື່ອວ່າມາຈາກ ("ພຣາມີ, ເທວະນາຄຣິນ, ປາລີ-ສັນສະກຣິດ-ມອນ-ຂອມ") ຕົວເລກ ໔-໕ ມັກຈະຄືກັນ ເຊັ່ນເລກຂອງຂະເໝນ ແລະລາວ ແມ່ນກະ ທັງໃນເລກອັກສອນທຳກໍເຊັ່ນນັ້ນ.

- ມັນປະຕິເສດບໍ່ໄດ້ ເມື່ອເຮົາພົບກັບຄຳວ່າ "ຮຽມ(ເບິ່ງໜັງສືໂຕນີ້ໃນຮູບເທິງ)ພີ່ນ້ອງໜີເຂົ້າປ່າ" ຈະບໍ່ໃຫ້ເຮົາອ່ານເປັນເລກ ໔ ເປັນໄປບໍ່ໄດ້ ເພາະຮູບປະໂຫຍກມັນບອກ ແລະຮູບອັກສອນເຊັ່ນນັ້ນມັກບໍ່ມີໃນໝວດອັກຂະຫຼະວິທີຂອງອັກສອນທັງໝົດ ທີ່ກ່າວມາ ຫາກມັນບໍ່ແມ່ນຮູບຕົວເລກ, ມັນກໍບໍ່ມີຮູບອັກສອນອື່ນມາແທນມັນ, ອັນໜຶ່ງຫາກເປັນຮູບອັກສອນແທ້ ຕາມທັດສະນະຂອງ Michel LORRILLARD ນ້ອຍທີ່ສຸດມັນຈະຢູ່ໂດດດຽວເຊັ່ນນັ້ນ ມັນຕ້ອງມີໜັງສືຕົວອື່ນມາປະ ກອບ ຈຶ່ງເປັນຮູບຄວາມ, ຫາກເຮົາຫາອັກສອນອື່ນມາແທນບໍ່ໄດ້ ມັນກໍຄືຕົວເລກ ມັນເປັນໄປບໍ່ໄດ້ທີ່ມັນມີຕົວອັກສອນແລ້ວ ຈະບໍ່ມີຄວາມໝາຍໃດໆ ? ເມື່ອເຮົາເອົາເລກທີ່ພົບໃນແຖວທີ ໓ ໄປແລກັບເລກ ໕(ເບິ່ງໃນຮູບ) ມັນເໝືອນກັນ ພຽງແຕ່ເລກ ໕ ມີຂີດເທິງຫົວ ເພື່ອໃຫ້ຕ່າງກັບເລກ ໔ ສະນັ້ນ ຈຶ່ງອ່ານວ່າ "ຮຽມ ໔ ພີ່ນ້ອງໜີເຂົ້າປ່າ" ກໍແປວ່າ "ຂ້ອຍ, ເຮົາ, ຂ້າພະເຈົ້າ,  ພວກເຮົາ" ເພາະ "ຮຽມ" ເປັນພາສາບູຮານລາວ ແລະຍັງໃຊ້ຢູ່ໃນບາງຊົນເຜົ່າລາວ-ໄຕ, ໃນພາສາວັນ ນະຄະດີປະເພດສັນທະລັກສະນະ(ກະວີ) ຍັງໃຊ້ຢູ່, "ຮຽມ ໔ ພີ່ນ້ອງໜີເຂົ້າປ່າ" ຄຳນີ້ມັນສົມບູນໃນຕົວມັນເອງໂດຍ ປະຕິເສດບໍ່ໄດ້.

- ບາດນີ້ມາເບິ່ງເບື້ອງ ເລກ ໕໓໒ ຂ້າພະເຈົ້າກໍເຊື່ອວ່າ ເປັນຫ້າ-ສາມ-ສອງ(໕໓໒) ແລະເຊື່ອວ່າມັນເປັນຕົວເລກແທ້ໆ ບໍ່ມີຄຳອື່ນໃດ ຫຼືອັກສອນໃດໆ ຈະມາແທນຕົວເລກໄດ້ເດັດຂາດ ເພາະຄຳໜ້າໂຕເລກນັ້ນ ໄດ້ຂຽນຄຳວ່າ "ຈຸລະສັງກຣາດ" ໄວ້ຄັກແນ່ ແລະຂຽນແບບສັນສະກຣິດສາດ້ວຍ, ອັນໜຶ່ງວັດທະນະທັມການບອກສັກກຣາດຂອງຄົນຍຸກນັ້ນ ມັກຈະໃຊ້ ຈຸລະສັງກຣາດ ຫຼາຍກວ່າການໃຊ້ມະຫາສັງກຣາດ ແລະພຸດທະສັກກຣາດ ຄໍາວ່າ "ຈູລສັກຣາສ"(ຕາມສີລາຈາຣືກປະກົດ ຕົວຈະແຈ້ງ ພຽງແຕ່ເປັນສຣະ ອູ ອັນນັ້ນຖືວ່າມັນຜິດກັນໄດ້ລະຫວ່າງ ອຸ-ອູ) ເມື່ອຄຳເບື້ອງຕົ້ນບອກວ່າ "ຈຸລະສັງກຣາດ" ອັກສອນທີ່ເຫັນຖັດໄປ ມັນຕ້ອງເປັນຕົວເລກ ຫຼືຫາກບໍ່ໃຊ້ຕົວເລກ ຈະໃຊ້ອັກສອນແທນ ກໍຕ້ອງໃຊ້ອັກສອນທີ່ສື່ບອກແທນ ຈຳນວນ "ຫ້າ-ສາມ-ສອງ"(ຫຼືຕົວເລກໄດ້) ເມື່ອເຮົາເອົາມາທຽບກັບເລກໃນສີລາອື່ນໆ ເຮົາຮູ້ແລ້ວວ່າ ເປັນເລກ ໕, ແຕ່ຕົວທີສອງ ເຮົາເຫັນຮູບຕ້ອງບອກວ່າ ເລກ ໓ ເພາະເປັນຮູບແບບນີ້ ປາກົດໃນອັກຂອມຢູ່ແລ້ວ ສ່ວນອັກສອນຕົວສຸດ ທ້າຍນີ້ ກໍຕ້ອງບອກວ່າເລກ ໒ ເພາະເລກແບບນີ້ມີໃນບັນດາອັກສອນທຳ, ລາວ, ມອນ, ຂອມ ໃນບາງຍຸກ ທີ່ມັກພົບໃນສີ ລາຈາຣືກລາວ ຫຼືທຳໃນຍຸກຫຼັງສະເໝີ, ໂດຍສະເພາະແມ່ນໃນເລກຂອງເລກຂອງໂຫຣາ ລາວ, ລື້, ມອນ, ພະມ້າ ຂະເໝນ(ປັດຈຸບັນ) ແລະລ້ານນາ(ປັດຈຸບັນ) ກໍມີຮູບລັກສະນະຄ້າຍຄຽງກັນ.

- ເມື່ອສະຫຼຸບແລ້ວ ກໍແມ່ນ ໕໓໒ ຫາກມີຄົນອື່ນຈະຂັດແຍ້ງ ມາບອກວ່ານັ້ນບໍ່ແມ່ນເລກສອງ ມັນແມ່ນເລກ ໗ (ເບິ່ງທີ່ໝາຍ ໄວ້) ກໍສາມາດອະນຸໂລມນຳເຂົາໄດ້, ເພາະເລກລາວໃນໄລຍະຫຼັງໆ ເລກ ໗ ຂຽນ ຕົວ "ຕ" ດຶງຫາງຍາວກໍມີ, ແຕ່ຜູ້ຂຽນຍັງ ເຊື່ອວ່າເລກ ໒ ຕາມມະຫາບຸນມີ ອ່ານ ແຕ່ຈະບໍ່ເຊື່ອວ່າ ແມ່ນ "ແລຯ ຫຼື ໆ" ດັ່ງທີ່ Michel LORRILLARD ໃຫ້ທັດສະນະໄວ້ເດັດຂາດ ມັນເປັນໄປບໍ່ໄດ້ ທີ່ບອກວ່າ "ຈຸລະສັງກຣາດແລຯ" ເພາະມັນບໍ່ມີຄວາມໝາຍຫຍັງໝົດ ຫາກ ຄຳນັ້ນເປັນ "ແລຯ" ຜູ້ຈາຣືກສີລາ ຈຳເປັນຫຍັງຊິມາຂຽນວ່າ "ຈູລສັງກຣາສ" ໄວ້ໃຫ້ເບືອງເນື້ອທີ່ ແລະເວລາ ເພາະ ເຖິງຈາຣືກລົງໄປກໍບໍ່ໄດ້ໃຫ້ຜົນຫຍັງໝົດ, ອັນໜຶ່ງເຮົາຕ້ອງຄຳນຶງວ່າ ການຂຽນ ຫຼືຈາຣືກໃນສະໄໝບູຮານນັ້ນ ເນື້ອທີ່ຂອງສື່ ແລະເຄື່ອງມືໃນການຈາຣືກນັ້ນ ມັນມີຄວາມຈຳກັດຫຼາຍ ສະນັ້ນການຈາຣືກທຸກໆຕົວ ມັນຕ້ອງມີຄວາມໝາຍ.

- ສະນັ້ນ, Michel LORRILLARD ກ່າວເຖິງນັ້ນ ເປັນການກ່າວໃນທັດສະນະທີ່ບໍ່ຍອມຮັບນັກວິໄຈຄົນທ້ອງຖິ່ນ ເຊິ່ງ ເຂົາຖືວ່າຊາວອາຊີ ເປັນຊາດທີ່ຍັງຫຼ້າຫຼັງ ຖືກຄວບຄຸມຈາກອຳນາດອື່ນ ຄວາມທະນົງຕົວນັ້ນອາດຄວບຄຸມແນວຄິດເຂົາໄດ້.

- ໃນຄວາມເປັນຈິງແລ້ວນັກວິໄຈ ແລະນັກຄົ້ນຄວ້າຕ່າງປະເທດ ພາພວກເຮົາຊາວອາຊີຫຼົງທາງມາສະຕະວັດກວ່າແລ້ວ ກ່ຽວກັບປະຫວັດສາດ ຂອງຊາວອາຊີທັງຫຼາຍ ເຮົາຈຶ່ງຫາທາງເປັນຕົວຂອງເຂົາຢ່າງອິດສະຫຼະດ້ວຍຂໍ້ມູນຫຼັກຖານທີ່ມີຢູ່.

- ຜູ້ຂຽນບໍ່ໄດ້ເປັນນັກອ່ານສີລາຈາຣືກຫຍັງໝົດ ແລະບໍ່ໄດ້ຮຽນການອ່ານສີລາຈາຣືກດອກ ພຽງແຕ່ຈົບເສດຖະສາດ ທຳມະດາສາມັນ ແລະບໍ່ໄດ້ຊຳນານ ການວິຊານັ້ນດ້ວຍ ແຕ່ເຄີຍອ່ານໜັງສືບູຮານມາ ທີ່ໄດ້ຮຽນນຳວັດເທົ່ານັ້ນ, ບັງເອີນ ມາອ່ານສີລາຈາຣືກນີ້ໄດ້ຈຶ່ງສະໜັບສະໜູນແນວຄິດທ່ານບຸນມີ ເທບສີເມືອງ ວ່າທ່ານອ່ານຖືກຕ້ອງ ແລະເຊື່ອແນ່ວ່າມະຫາສີລາເອງ ອັນເປັນນັກຄົ້ນຄວ້າລຸ້ນກ່ອນ ກໍບໍ່ມີອຳນາດອື່ນໃດໆມາຄອບງຳແນວຄິດຂອງເພິ່ນເຊັ່ນກັນ.

- ເມື່ອເຮົາອ່ານ ຄຳນັ້ນໄດ້ແລ້ວ ກໍເຊື່ອວ່າອັກສອນທີ່ເຫັນເປັນເຊັ່ນນັ້ນເປັນຈິງ ການອ່ານນີ້ບໍ່ຜິດຈາກຮູບອັກສອນທີ່ເຫັນ ໃນການສະເກັດມາຈາກ ຮູບເດີມເດັດຂາດ, ແຕ່ວ່າຫີນສີລາ ທີ່ບັນທຶກຈາຣືກນີ້ ມີອາຍຸຍາວນານຕາມຕົວເລກ ທີ່ກຳນົດໄວ້ ໃນສີລາຈາຣືກບໍ່, ອັນນີ້ຕ້ອງໄດ້ພິສູດກັນທາງເຄມີຈຶ່ງຈະຮູ້ໄດ້.
(ເລກຂອງປະເທດຕ່າງໆ ສ່ວນວ່າເລກໂຫຣານັ້ນ ແມ່ນເລກໝໍໂຫນ ຫຼືມໍນັ້ນເອງ, ນັກໂຫຣາສາດ ເວລາຈະດູມໍ ເຂົາຈະໃຊ້ເລກແບບນີ້ ໂຫຣາຈານລາວ ໃນຍຸກ ໑໙໙໐ ກັບໄປກໍໃຊ້ເລກນີ້ ແຕ່ປັດຈຸບັນນີ້ ບໍ່ຮູ້ວ່າມີການເບິ່ງມໍດ້ວຍ ລະບົບຄິດໄລບໍ ຫຼືວ່າເບິ່ງແບບຫຼັບຕາເອົາ ເລກໂຫຣານີ້ ມີການໃຊ້ໃນພາກເໜືອລາວ-ໄທຍ໌ ເມື່ອເຂົາຂຽນອັກສອນທຳ)

22 August 2011

ສີລາຈາຣືກອັກສອນລາວທີ່ມີອາຍຸເກົ່າແກ່ປາກົດຕົວໃນພາກອີສານຂອງໄທຍ໌ ໄຂຄວາມຈິງສີລາຈາຣືກຂຸນຣາມຄຳແຫງ

ໂດຍ: ພອຈ.ເນືອງພິລັກ ໂຊຕິທອນ
(ສະຫງວນສິດ)

- ຈາຣືກອັກສອນລາວທີ່ເກົ່າແກ່ທີ່ສຸດທີ່ພົບໃນວຽງຈັນ ແມ່ນຈາຣືກຫຼັກເສມາຫີນຊົງກົມໝາຍເລກ ທຫຼI/13 ປາກົດປາກົດສັກກຣາດ ເປັນຈຸລສັງກາດ 314 ຫາກໄລ່ມາຮອດປີ ຄ.ສ 2008 ນີ້ ຈາຣືກອັກສອນລາວໃນເສມານີ້ມີອາຍຸ ນານເຖິງ 1056  ປີ.(ວິທີຄິດໄລ່ ຂອງຜູ້ຂຽນ ຄື ເອົາປີທີ່ປາກົດໃນສີລາຈາຣືກມາລົບໃຫ້ ປິຈຸລະສັງກາດ 1070 ຄ.ສ ໃນປີ ໒໐໐໘ ຄື ສັງກາດທີ່ພົບໃນສີລາ ຈາຣືກນີ້ຈາຣືກຂຶ້ນໃນປີ ພ.ສ 1495  ຄ.ສ 952).
ເບິ່ງວາຣະສານທ່ຽວເມືອງລາວ ສະບັບທີ 26 ກໍລະກົດ-ກັນຍາ 2005

- ຈາຣືກອັກສອນລາວທີ່ອາຍຸເກົ່າແກ່ທີ່ສຸດທີ່ພົບໃນຫຼວງພຣະບາງ ແມ່ນຈາຣືກອັກສອນລາວທີ່ບັນທຶກໃສ່ສີລາ ຫຼັກທີ ໑ ວັດວິຊຸນນະຣາດ(ດຽວນີ້ໄດ້ຍ້າຍໄປທີ່ພິພິດທະ ພັນພຣະຣາດຊະວັງຫຼວງພຣະບາງແລ້ວ)ສີລາຈາຣືກນີ້ປາກົດສັກກຣາດ ເປັນປີ ຈ.ສ  532 ຫາກໄລ່ມາຮອດປີ ຄ.ສ 2008 ນີ້ ພ.ສ 2551 ຈາຣືກອັກສອນລາວໃນສີລານີ້ ມີອາຍຸນານເຖິງ 838 ປີ. (ວິທີຄິດໄລ່ ຂອງຜູ້ຂຽນ ຄື ເອົາປີທີ່ປາກົດໃນສີລາຈາຣືກມາລົບໃຫ້ ປິຈຸລະສັງກາດ 1370 ກົງກັບປີ ພ.ສ 2551 ຄ.ສ 2008 ຈາຣືກນີ້ຈາຣືກຂຶ້ນໃນປີ ພ.ສ 1713 ຄ.ສ 1170).
ເບິ່ງວາຣະສານທ່ຽວເມືອງລາວ ສະບັບທີ 17 ມັງກອນ-ກຸມພາ 2006

- ຈາຣືກອັກສອນລາວທີ່ເກົ່າແກ່ທີ່ສຸດທີ່ພົບໃນດິນແດນພາກອີສານ(ຂອງໄທຍ໌) ກໍຄືລາວຝັ່ງຂວາໃນອະດີດນັ້ນ ຄື ຈາຣືກພຣະທາດຮ້າງບ້ານແຮ່ ສະຖານີອະນາໄມບ້ານແຮ່(ວັດພຣະທາດສີບຸນເຮືອງ)ຕຳບົນແຮ່ ອຳເພີພັງໂຄນ ຈັງຫວັດສາກົນນະຄອນ, ຂໍ້ຄວາມຈາຣືກກ່າວເຖິງການອຸທິດທີ່ດິນໃຫ້ແກ່ວັດຂອງພຣະຍາຣະດັບເຈົ້າເມືອງໃນບໍຣິເວນເມືອງເກົ່າໃນສາກົນນະຄອນ.

- ການກຳນົດອາຍຸຂອງສີລາຈາຣືກນັ້ນອິງຕາມ ນະວະພັນ ພັດທະຣະມູລ, ໂຄງການຖານຂໍ້ມູນຈາຣືກໃນປະເທດໄທຍ໌, ສມສ,. 2549 , ເຊິ່ງອ້າງອິງຈາກ ທະວັຊ ປຸນໂຍທົກ, ຈາຣືກພຣະທາດຮ້າງບ້ານແຮ່, ໃນສີລາຈາຣືກສະໄໝໄທຍ໌-ລາວ : ສຶກສາທາງດ້ານອັກສອນວິທະຍາແລະປະວັດສາດອີສານ (ກຸງເທບ: ຄຸນພິນ ອັກສອນກິດ, 2530), 225-225.

- ເນື້ອຄວາມທີ່ຈາຣືກໃນບັນທຶກທີ 4 ຂອງສີລາຈາຣືກ ຣະບຸ ຈ.ສ 712  ຄື ພ.ສ 1893  ຄ.ສ 1350 ຈາຣືກນີ້ກົງກັບປີທີ່ ພຣະເຈົ້າອູ່ທອງຊົງສະຖາປານາກຸງສຣີອາຍຸທະຍາ ແລະກ່ອນພຣະເຈົ້າຟ້າງຸ່ມຂຶ້ນຄອງຣາດໃນນະຄອນຊຽງທອງ (ນະຄອນຫຼວງພຣະບາງ) ໃນປີ ພ.ສ 1896 ຄ.ສ 1353 , ພຽງ ໓ ປີ. ນັບມາຮອດປີ 2008 ມີອາຍຸຫຼາຍເຖິງ 658 ປີ.(ເທົ່າກັບອາຍຸຂອງອານາຈັກລ້ານຊ້າງ).
ອ້າງອິງຈາກ
http://www4.sac.or.th/jaruk2008/page.php?p=ZGV0YWls&id=1037

- ຈາຣືກທັງສາມແຫຼ່ງນີ້ເປັນສິ່ງທີ່ເຮັດໃຫ້ພວກເຮົາເຫັນວ່າ ອັກສອນລາວເກົ່າແກ່ກວ່າອັກສອນຂຸນຣາມຄຳແຫງ ຫຼືອັກສອນໄທຍ໌ນັ້ນຕ້ອງພັດທະນາການມາຈາກອັກສອນລາວນີ້ ເນື່ອງຈາກຈາຣືກອັກສອນຣາມຄຳແຫງໃນສີລາຈາຣືກຫຼັກທີ 1 ຂອງສຸໂຂທັຍນັ້ນ ປາກົດວ່າສ້າງໃນປີມະຫາສັງກາດ 1208  ກົງກັບຈຸລະສັງກາດ 645 ຈຸລະສັງກາດ ຫາກຫຼັກຖານນີ້ເປັນຄວາມຈິງ ກໍໝາຍວ່າ ໃນປີ 2008 ນີ້ ສີລາຣືກຂຸນຣາມຄຳແຫງ ມີອາຍຸໄດ້ 725  ປີພໍດີ, ເຊິ່ງຈະທຽບອັກສອນລາວທີ່ພົບໃນແຕ່ລະຫຼັກວ່າມີອາຍຸຫຼາຍກວ່າອັກສອນຂຸນຣາມຄຳແຫງແຕ່ລະຫຼັກດັ່ງນີ້ ຄື

1. ຈາຣືກຫຼັກ ທຫຼI/13 ທີ່ພົບໃນນະຄອນຫຼວງວຽງຈັນ ມີອາຍຸຫຼາຍກວ່າຈາຣືກຣາມຄຳແຫງເຖິງ 331 ປີ.
2. ຈາຣືກຫຼັກທີ 1 ວັດວິຊຸນທີ່ພົບໃນນະຄອນຫຼວງພຣະບາງ ມີອາຍຸຫຼາຍກວ່າຈາຣືກຂຸນຣາມຄຳແຫງເຖິງ 113 ປີ.

- ຈາຣືກທີ່ພົບໃນລາວທັງສອງຫຼັກນັ້ນ ເຫັນວ່າມີອາຍຸຫຼາຍກວ່າສີລາຈາຣືກຂຸນຣາມຄຳແຫງຢ່າງຂາດຂັ້ນ ຈຶ່ງເປັນໄປບໍ່ໄດ້ທີ່ຄວາມໝາຍ ແລະຄວາມເຂົ້າໃຈຂອງນັກປະວັດສາດອັກສອນໄທຍ໌ ທີ່ໄດ້ໃຫ້ທັດສະນະກ່ຽວກັບອັກສອນລາວ ທັງໃນລາວ ແລະໃນພາກອີສານວ່າ "ພັດທະນາມາຈາກອັກສອນຣາມຄຳແຫງ" ອັນໜຶ່ງໃນໄລຍະຜ່ານມາກໍຕາມ ອາຈານທີ່ປຶກສາວິທະຍານິພົນໃຫ້ແກ່ນັກສຶກລະດັບຊັ້ນຕ່າງໆ ມັກຈະສອດແຊກແນວຄິດນີ້ໂດຍການຊີ້ແນະໃຫ້ນັກສຶກສາ ຜູ້ທີ່ຂຽນວິທະຍານິພົນເລື່ອງ ພາສາ ແລະອັກສອນຕ້ອງໄດ້ໃຫ້ທັດສະນະວ່າອັກສອນລາວໄດ້ຈາກສຸໂຂໄທ ໂດຍຜ່ານຫຼວງພະບາງ ເຂົ້າສູ່ອີສານ ຫາກມີແນວຄວາມຄິດຕ່າງຈາກນີ້ເຖິງມີຫຼັກຖານດີກວ່າ ວິທະຍານິພົນນັ້ນມັກຈະກວດຜ່ານຍາກ.

- ນອກຈາກຫຼັກຖານຈາຣືກອັກສອນລາວ 2 ຫຼັກນັ້ນແລ້ວ ທາງໄທຍ໌ຍັງໄດ້ພົບຈາຣືກອັກສອນລາວທີ່ເກົ່າແກ່ ໃນດິນແດນພາກອີສານຂອງໄທຍ໌ອີກ, ເຖິງວ່າຈາຣືກນີ້ຈະສ້າງຫຼັງຈາຣືກຂຸນຣາມຄຳແຫງເຖິງ 67 ປີກໍຕາມ, ແຕ່ວ່າເປັນປີດຽວກັບ ພຣະເຈົ້າອູ່ທອງຊົງສະຖາປານາກຸງສຣີອະຍຸທະຍາເປັນຣາຊະທານີແຫ່ງສຍາມ ກ່ອນພຣະເຈົ້າຟ້າມງຸ່ມມະຫາຣາດ ຂຶ້ນຄອງຣາດໃນນະຄອນຊຽງທອງ ແລະຊົງສະຖາປານາອານາຈັກລ້ານຊ້າງບົນສອງຝາກຝັ່ງແມ່ນຳ້ຂອງ ອັນມີເຂດແດນກວ້າງຂວາງພຽງ 3 ປີ ເທົ່ານັ້ນ ດັ່ງປາກົດໃນຫຼັກຖານທາງປະວັດສາດວ່າ "ດິນແດນລາວທາງເໜືອຮອດຜາໄດ ຜາດ່າງ ທາງໃຕ້ຮອດຫຼີ່ຜີ, ທາງຕາເວັນຕົກກຸງສຣິອາຍຸທະຍາ ທາງຕາເວັນອອກສາຍພູຫຼວງແດນແກວເປັນເຂດ".

- ເປັນທີ່ໜ້າສົງໄສວ່າ ເຫດສັນໃດ ອາຍຸທະຍານັ້ນມີອຳນາດຂຶ້ນ ໃນສະໄໝພຣະເຈົ້າອູ່ທອງ ເຊິ່ງກ່ອນພຣະເຈົ້າຟ້າງຸ່ມ ພຽງແຕ່ 3 ປີ ເປັນໄປໄດ້ບໍວ່າອຳນາດຂອງອາຍຸທະຍາ ຈະແຜ່ອິດທິພົນຂ້າມສາຍດົງພຣະຍາພໍ່ (ອົງພຣະຍາໄຟ)ມາຍັງດິນອັນເປັນພາກອີສານຂອງໄທຍ໌ດຽວນີ້ໄດ້ພາຍໃນ 3 ປີ, ຫາກຈະເວົ້າເຖິງອຳນາດທາງການເມືອງ, ການປົກຄອງ ແລະຊົນຊາດຊົນເຜົ່າໃນສະໄໝນັ້ນ ມັນກໍເປັນໄປໄດ້ຍາກເຕັມທີ,  ອັນໜຶ່ງທາງອານາຈັກອາຍຸທະຍາ ຫຼືຫົວເມືອງໃນລ່ອງແມ່ນນໍ້າເຈົ້າພະຍາລົງໄປໃຕ້ ຈົນຮອດຊາຍທະເລນັ້ນ ມັກຈະພົບວ່າໃຊ້ອັກສອນຂອມ ແລະມອນເປັນສ່ວນຫຼາຍ ສ່ວນອັກສອນລາວ, ອັກສອນລາວໃນຮູບຕ່າງໆ ແລະອັກສອນທຳລາວ ມັກຈະພົບໃນດິນແດນອະດີດລ້ານຊ້າງ ລ້ານນາ ສຸໂຂໄທ ເປັນສ່ວນຫຼາຍ ເປັນອັນວ່າ ກະແສວັດທະນະທຳອື່ນໆ ຈາກອາຍຸທະຍາ ບໍ່ຂ້າມດົງພະຍາໄຟມາຍັງປາຍນໍ້າຊີ ແມ່ນໍ້າມູນເລີຍ.

- ຈາກຫຼັກຖານທາງອັກສອນ ທີ່ພົບໃນສາກົນນະຄອນນັ້ນເປັນອັກສອນລາວແທ້ ກໍຢັ້ງຢືນວ່າ ສຍາມບໍ່ໄດ້ມີອິດທິພົນວັດທະນະທຳອັກສອນ ແລະພາສາເໜືອດິນແດນລາວຝັ່ງຕາເວັນຕົກຂອງລ້ານຊ້າງເລີຍ ຫາກພິເຄາະຕາມຄວາມເຫັນ ຂອງນັກວິຊາການໄທຍ໌ໃນໄລຍະໃໝ່ ກ່ຽວກັບພາກອີສານວ່າ "ສຍາມມີອິດທິພົນໃນພາກອີສານຕໍ່ຈາກຂອມມາກ່ອນລາວ" ອັນນີ້ເຮັດໃຫ້ມອງເຫັນວ່າ "ອັກສອນລາວບໍ່ພຽງແຕ່ບໍ່ໄດ້ຮັບອິດທິພົນຈາກສຍາມແຫ່ງອະຍຸທະຍາເລີຍ ອາຍຸທະຍາຍັງໄດ້ພັດທະນາ ອັກສອນຈາກລາວລ້ານຊ້າງຢ່າງເຕັມຕົວ ອາດກ່າວໄດ້ວ່າ ພາສາເອງກໍໄດ້ຮັບອິດທິພົນຈາກພາສາລາວ" ຕໍ່ບັນຫາການເຂົ້າມາຂອງພາສາ ແລະອັກສອນຈາກອາຍຸທະຍາສູ່ລ້ານຊ້າງຕາເວັນຕົກ ແລະຕາເວັນອອກຂອງແມ່ນໍ້າຂອງຖືວ່າເປັນອັນຕົກໄປ ເພາະຫຼັກຖານທາງໄທຍ໌ກໍບໍ່ກ່າວເຖິງຢູ່ແລ້ວ ໃນຄວາມເປັນຈິງແຫ່ງປະຫວັດສາດ ພູມສາດ ການເມືອງ ການປົກຄອງ ກໍຫາຫຼັກຖານຍາກຢູ່ແລ້ວ.

- ທີ່ນີ້ເຮົາມາສຶກສາເຖິງຄຳວ່າ "ສຍາມ ກັບມໄທຍ໌" ໃນອາຍຸທະຍາໂດຍອາໄສ ຫຼັກຖານຂໍ້ມູນເບື້ອງຕົ້ນນັ້ນຕໍ່ ເມື່ອພົບຫຼັກຖານທາງປະຫວັດສາດຂອງສຍາມວ່າ “ສຍາມພະຍາຍາມພື້ນຕົວອອກຈາກຂອມ ແລະມອນ ສະເໝີມາ”  ຫາກເປັນໄປຕາມນັ້ນ ເຮົາຕ້ອງສຶກສາຕື່ມອີກວ່າ "ສຍາມ" ເປັນຊົນຊາດໃດ ? ເຫດໃດຈຶ່ງພະຍາມຍາມຟື້ນຕົວຈາກຂອມ ແລະມອນ, ອີກຢ່າງໜຶ່ງພະເຈົ້າອູ່ທອງກໍດີ ເມືອງອາຍຸທະຍາກໍດີ ເປັນຊາດໃດ ຄົນສຍາມ ຂອມ ມອນ ຫຼຶລາວ ?

- ຫຼັກຖານ ຈາຣືກອັກສອນທີ່ພົບໃນພຣະທາດຮ້າງບ້ານແຮ່ ເກີດກ່ອນພຣະພຣະເຈົ້າຟ້າງຸ່ມພຽງ 3 ປີ ແຕ່ອັກສອນໃນສີລາຈາຣືກນີ້ສົມບູນທີ່ສຸດ ເກືອບກ່າວໄດ້ວ່າສົມບູນກວ່າອັກສອນໃນສະໄໝພະຍາລິໄທ ແຫ່ງສຸໂຂໄທດ້ວຍຊໍ້າ, ອັນນີ້ສະແດງໃຫ້ເຫັນວ່າ ອັກສອນພຣະທາດຮ້າງບ້ານແຮ່ ພັດທະນາມາຢ່າງຍາວນານຈົນສົມບູນກ່ອນທີ່ຈະມີການບັນທຶກໃສ່ສີລານີ້, ຫາກເຮົາທຽບອັກສອນຂຸນຣາມຄຳແຫງ ກັບອັກສອນສະໄໝພຣະລິໄທ ເຫັນວ່າອັກສອນສະໄໝພຣະຍາລິໄທ ກັບອັກສອນຂຸນຣາມຄຳແຫງທີ່ເປັນຍຸກຕໍ່ກັນມານັ້ນຕ່າງກັນໂດຍສິ້ນເຊີງ ແຕ່ອັກສອນສະໄໝພຣະຍາລິໄທ ພັດມາຄືອັກສອນລາວໃນພຣະທາດຮ້າງບ້ານແຮ່ ອັນນີ້ໝາຍວ່າ ອັກສອນສະໄໝພຣະຍາລິໄທ ບໍ່ໄດ້ຖືແບບຢ່າງອັກສອນຂອງຂຸນຣາມຄຳແຫງອັນເປັນບັນພະບູຣຸດຂອງຕົນເລີຍ ແຕ່ກັບມາເອົາແບບຢ່າງຈາກອັກສອນລາວ ແບບດຽວກັບອັກສອນລາວໃນສີລາຈາຣືກພຣະທາດຮ້າງບ້ານແຮ່ເວົ້າສະເພາະມເວົ້າລວມອັກສອນພະຍາລິໄທ ຄືອັກສອນກຸ່ມດຽວກັບອັກສອນລາວໃນພູມີພາກນີ້ ແລ້ວມີຄຳຖາມວ່າສູນກາງ ຫຼືແຫຼ່ງກຳເນີດອັກສອນ ໃນພຣະທາດຮ້າງບ້ານແຮ່ນັ້ນກຳເນີດຈາກຈຸດໃດມາຈາກໃສ ?

- ປະຫວັດສາດໄທຍ໌ ແລະລາວຕອນຕົ້ນໆ ນັ້ນກຳເນີດຊາດ ມາຈາກຈຸດດຽວກັນ ຄືມາຈາກອານາຈັກອ້າຍລາວ-ງາຍລາວ ແລະສືບເຊື້ອມາຈາກໄທລາວ ແລະຂຸນບູຣົມຣາຊາທິຣາດທີ່ດຽວກັນ ຄື ມາຈາກສອງຈຸດ ຄື ນ່ານເຈົ້າ ເມືອງແຖນ.

- ໃນຍູກກຳເນີດ ປະຫວັດສາດໄທຍ໌-ລາວ ຖືຈຸດກຳເນີດຈາກຕ່າງກັນ ຄື ໄທຍ໌ ກຳເນີດຈາກອະຍູທຍາ ແລະສຸໂຂໄທ ໂດຍເອົາສອງແຫຼ່ງມາລວມກັນ ຄື ສຸໂຂໄທ ໂດຍເນັ້ນໃສ່ຂຸນຣາມຄຳແຫງເປັນຕົ້ນກະສັດ ແລະອະຍຸທະຍາໂດຍ ເອົາພະພຣະເຈົ້າອູ່ທອງ ເປັນຕົ້ນກະສັດ.

- ສ່ວນລາວແມ່ນຖືເອົານະຄອນຊຽງທອງ ເປັນຈຸດກຳເນີດ ແລະຖືເອົາພຣະເຈົ້າຟ້າງູ່ມ ເປັນຕົ້ນກະສັດ.

- ລາວມີຈຸດກຳເນີດປະຫວັດສາດຢູ່ນະຄອນຊຽງທອງ ຖືເອົາອານາຈັກລ້ານຊ້າງເປັນປະຫວັດສາດມາ, ທີ່ນີ້ກ່ອນຈະມາເຖິງພຣະເຈົ້າຟ້າງຸ່ມມະຫາຣາດນັ້ນ ລາວມີກະສັດສືບເຊື້ອສາຍມາກ່ອນແລ້ວ 22 ພຣະອົງໂດຍເລີ່ມຈາກຂຸນລໍເປັນຕົ້ນມາ ໃນໄລຍະນີ້ ເຮົາພົບເຫັນຫຼັກສີລາຈາກລືກວັດວິຊຸນ ທີ່ມີອາຍຸເກົ່າແກ່ກວ່າຂຸນຣາມຄຳແຫງແລ້ວ ແລະສົມບູນກວ່າອັກສອນຂຸນຣາມຄຳແຫງອີກ ອັນນີ້ສະແດງໃຫ້ເຫັນວ່າອັກສອນລາວວັດວິຊຸນນັ້ນພັດທະນາມາກ່ອນໜ້ານັ້ນຫຼາຍຮ້ອຍປີກວ່າຈະສົມບູນເຊັ່ນນີ້ໄດ້ ກໍໝາຍວ່າອັກສອນລາວວັດວິຊຸນນັ້ນ ພັດທະນາມາແຕ່ຍຸກຕົ້ນໆຂຸນລໍ ຄືມາຈາກການກຳເນີດຊາດລາວ ຫຼືກຳເນີດອານາຈັກຊຽງທອງ ສູນກາງອັກສອນລາວກໍຄືຢູ່ຊຽງທອງນີ້ເອງ.

- ເມື່ອທາງໄທຍ໌ພົບອັກສອນລາວ ທີ່ພະທາດຮ້າງບ້ານແຮ່ ສາກົນນະຄອນ ກ່ອນພຣະເຈົ້າຟ້າງຸ່ມຄອງຣາດພຽງ 3 ປີ ກໍໝາຍວ່າສີລາຈາຣືກນີ້ສ້າງຂຶ້ນໃນສະໄໝພຣະຍາຄຳຮຽວຄອງຊຽງທອງ ຫຼັກສີລານີ້ໄດ້ສະໜັບສະໜຸນສີລາຈາຣືກວັດວິຊຸນໃຫ້ເດັ່ນຂຶ້ນ ອີກຢ່າງໜຶ່ງໄດ້ຢັ້ງຢືນໃຫ້ເຫັນວ່າອຳນາດຂອງເຈົ້າຟ້າງ້ຽວ ແລະເຈົ້າຟ້າຄຳຮຽວ ໜ້າຈະມີອິດທິພົນເໜືອອີສານໃນລ່ອງແມ່ນຳ້ສົງຄາມ ແມ່ນໍ້າຊີມາກ່ອນສຍາມແລ້ວ ເນື່ອງຈາກອາຍຸທະຍາກ່ອນນັ້ນ ເປັນເມືອງທີ່ບໍ່ທັນມີອຳນາດ ແລະຂຶ້ນກົງຕໍ່ມອນ ແລະຂອມ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ ພຣະເຈົ້າງຸ່ມມະຫາຣາດອ້າງຄວາມຊອບທຳ ໃນການທ້ອນໂຮມດິນແດນລາວຝັ່ງຂວາແມ່ນຳ້ຂອງ ເຊິ່ງເຫັນໄດ້ຈະແຈ້ງວ່າ ພຣະເຈົ້າຟ້າງຸ່ມມະຫາຣາດ ບໍ່ໄດ້ສ້າງອິດທິພົນເໜືອອຳນາດຂອງອາຍຸທະຍາ ຫາກເປັນພຽງການໂຮມແຜ່ນດິນອັນເປັນຂອງຊົນຊາດລາວເຫຼົ່ານັ້ນໃຫ້ເປັນອັນໜຶ່ງເອົາດຽວກັນເທົ່ານັ້ນ ເພື່ອຄວາມຈະແຈ້ງຕໍ່ບັນຫານີ້, ພວກເຮົາເຫັນຄຳໃນ ສຸພຣະອັກສອນຂອງພຣະເຈົ້າອູ່ທອງ ທີ່ສົ່ງຕອບກັບມາຍັງພຣະເຈົ້າຟ້າງຸ່ມນັ້ນວ່າ "ເຮົາຫາກແມ່ນອ້າຍນ້ອງ ກັນມາແຕ່ຂຸນບູຣົມພຸ້ນ ຫາກເຈົ້າເປັນລູກຫຼານຂອງຂຸນບູຣົມຈິງ ເຮົາຢ່າມາຮົບຮາຂ້າຟັນກັນເລີຍ ດິນແດນສ່ວນທີ່ເລີຍ ດົງສາມເສົ້າ(ດົງພຣະຍາໄຟ)ຈະຣົດພູພຣະຍາພໍ່ ແລະແດນເມືອງນະຄອນໄທ ໃຫ້ເປັນຂອງເຈົ້າ ສ່ວນທີ່ຢູ່ເລີຍດົງພຣະຍາ ໄຟລົງມາໃຫ້ເປັນຂອງຂ້ອຍ ແລ້ວຈັດສົ່ງລູກສາວໄປຈັດທີ່ຢູ່ທີ່ນອນໃຫ້" (ທອງສືບ ສຸພະມາກ:ອ້າງໃນ ສົມເດັດພຣະສັງຄະຣາດລາວ 2528:43) ຄວາມຈະແຈ້ງໃນສຸພະອັກສອນຂອງພຣະເຈົ້າອູ່ທອງນັ້ນ ສະແດງໃຫ້ເຫັນວ່າ ອຳນາດຂອງມອນກ່ອນພຣະເຈົ້າອູ່ທອງກໍດີ, ອຳນາດຂອງສຍາມໃນສະໄໝພຣະເຈົ້າອູ່ທອງ ທີ່ສະຖາປານາອາຍຸທະຍາກ່ອນພຣະເຈົ້າຟ້າງຸ່ມພຽງ 3 ປີນັ້ນກໍດີ ບໍ່ເກີນເລີຍດົງພຣະຍາໄຟເຂົ້າມາຍັງປາຍນໍ້າຊີມູນເລີຍ.

- ອັນໜຶ່ງເຫັນໄດ້ວ່າໃນສຸພະອັກສອນຂອງພຣະເຈົ້າອູ່ທອງນັ້ນ ບໍ່ໄດ້ປ້ອງກັນດິນແດນຈາກດົງພຣະຍາໄຟເຂົ້າມາຫົວເມືອງພາຍໃນລ້ານຊ້າງສະໄໝນັ້ນ ຫາກແຕ່ວ່າເຈຣະຈາບໍ່ໃຫ້ພຣະເຈົ້າຟ້າງຸ່ມ ຍົກທັບເຂົ້າໄປໃນເຂດອາຍຸທະຍາເທົ່ານັ້ນ ທັງຍັງເຮັດໃຫ້ເຮົາເຫັນອຳນາດຂອງພຣະເຈົ້າຟ້າງງຸ່ມແຜ່ລັດສະໝີໄປຢ່າງກວ້າງຂວາງ, ທາງໜຶ່ງຍັງເຮັດໃຫ້ເຮົາເຫັນວ່າ ພະເຈົ້າອູ່ທອງ ແລະຄົນອາຍຸທະຍານັ້ນ ສືບເຊື້ອສາຍມາຈາກລາວ ບໍ່ວ່າຈະມາຈາກລາວລົບບູລີ ລາວລ້ານນາ ລາວລ້ານຊ້າງທາງໃດທາງໜຶ່ງ ຫາກເປັນເຊັ່ນນັ້ນຈິງ ພາສາ ແລະອັກສອນອາຍຸທະຍາ ຕ້ອງແມ່ນສືບທອດມາຈາກລາວ ໂດຍສະເພາະລາວລ້ານຊ້າງຊຽງທອງ ຜ່ານສຸໂຂໄທ ຫຼືຂ້າມໄປທາງດົງພະຍາໄຟປາຍນໍ້າສັກ ທີ່ເປັນເຫງົ້າແຫຼງວັດທະນະທຳລາວຈາກທາງເໜືອ ແລະຕາເວັນອອກສ່ຽງເໜືອຜ່ານແມ່ນໍ້າງື່ມ ນໍ້າກະດິງ ນໍ້າເຊບັ້ງໄຟ ໄປຕາມແມ່ນໍ້າສົງຄາມ ນໍ້າຊີ ເຊິ່ງເປັນແອ່ງອາຣະທຳລາວລວມສູນຢູ່ທີ່ນີ້ກ່ອນຍຸກປະຫວັດສາດ.

- ມາເບິ່ງເບື້ອງສຸໂຂໄທ ກັບລ້ານຊ້າງຊຽງທອງ ເຊິ່ງນັກປະຫວັດສາດພາສາ ອັກສອນໄທຍ໌ຢັ້ງຢືນວ່າ "ອັກສອນລາວໄດ້ຈາກສຸໂຂໄທ ຜ່ານຊຽງທອງ ແລ້ວເຂົ້າສູ່ພາກອີສານຂອງໄທຍ໌ອີກຕໍ່ໜຶ່ງ"   ຈິງຢູ່ຂຸນອິນທະຣາທິດກັບຂຸນບາງກາງທ່າວ ສະຖາປານາສຸໂຂໄທຂຶ້ນຫຼາຍປີ ກ່ອນຈະມາເຖິງສະໄໝຂອງຂຸນຣາມຄຳແຫງ ອັນເປັນຣາຊະບຸດທີ່ສືບຕໍ່ຣາດບັນລັງໃນສຸໂຂໄທຕໍ່ມາ ແຕ່ວ່າຄວາມຊັດເຈນ ເຣື່ອງອຳນາດທາງການເມືອງຂອງຂຸນອິນທະຣາທິດນັ້ນ ຄົງບໍ່ມີຫຼາຍກວ່າພຣະຍາລັງທິຣາດ ທີ່ຄອງນະຄອນຊຽງດົງ ຊຽງທອງຮ່ວມຍຸກກັນປະວັດສາດສຸໂຂໄທນັ້ນ ບົດບາດທີ່ປາກົດໃນສີລາຈາຣືກຂອງຂຸນຣາມຄຳແຫງນັ້ນ ບໍ່ໄດ້ໃຫ້ຄວາມສຳຄັນກ່ຽວກັບຂຸນອິນທຣາທິດຫຼາຍ ເທົ່າອຳນາດຂອງຂຸນຣາມຄຳແຫງເອງ, ອັນໜຶ່ງກ່າວເຖິງຖານັນດອນສັກຂອງ ພຣະຍາລັງທິລາດ ກໍຢູ່ໃນຖານະ “ພະຍາ” ແຕ່ຂຸນອິນທະລາທິດ ກໍຢູ່ໃນຖານະ “ຂຸນ” ກ່ຽວກັບດ້ານອັກສອນ ເຖິງວ່າອຳນາດທາງການເມືອງຂອງຂຸນຣາມຄຳແຫງ ທີ່ປາກົດໃນສີລາຈາຣືກ ຈະເນັ້ນຄວາມສຳຄັນວ່າກວ້າງໄປຮອດເມືອງ ຊວາ...ວຽງຈັນວຽງຄຳກໍຕາມ ອັນນັ້ນບໍ່ໄດ້ໝາຍວ່າ ລ້ານຊ້າງຊຽງດົງຊຽງທອງ ແລະວຽງຈັນ-ວຽງຄຳ ຈະມີອຳນາດ ນ້ອຍໄປກວ່າສຸໂຂໄທ, ສິ່ງທີ່ເປັນໜ້າສັງເກດກ່ຽວກັບອັກສອນລາວ ວ່າໄດ້ຮັບອິດທິພົນມາກຈາກສຸໂຂໄທນັ້ນ ຫຼັກຖານໃນສີລາຈາຣືກ ທີ່ພົບໃນວຽງຈັນຫຼັກ ທຫຼI/13 ແລະສີລາຈາຣືກວັດວິຊຸນຫຼັກທີ 1 ກໍເປັນເຄື່ອງພິສູດແລ້ວວ່າ ອັກສອນລາວ ເກີດກ່ອນອັກສອນສຸໂຂໄທຫຼາຍກວ່າຕັ້ງເປັນ 331 ປີ, (ສີລາຈາຣືກໃນວຽງຈັນ  ໂດຍສະເພາະຫຼັກອັກສອນລາວ ໝາຍເລກ ທຫຼI/13 ນັ້ນ, ເຮົາພົບແຕ່ຕົວເລກເທົ່ານັ້ນ) ແຕ່ເຮົາທຽບກັບສີລາຈາລືກ ຫຼັກທີ 1 ວັດວິຊຸນ ກໍມີຮູບແບບພັດທະນາການສົມບູນ ແລະຄວາມແຕກຕ່າງຈາກອັກສອນຂຸນຣາມຄຳແຫງຈະແຈ້ງກວ່າ ທັງມີຄວາມໃກ້ຄຽງອັກສອນລາວໃນໄລຍະຫຼັງໆ ໂດຍສະເພາະມີຄວາມຄ້າຍກັບອັກສອນລາວ ທີ່ຮຽກວ່າ “ອັກສອນຝັກຂາມ” ອັນມີອິດທິພົນທາງພາກເໜືອ ສອງຝັ່ງ ຄືອານາຈັກສຸວັນນະໂຄມຄຳ, ຜະສົມອັກສອນລາວໃນຈາຣືກພະທາດຮ້າງບ້ານແຮ່ທີ່ສຸດ,  ຍ່ອມເຮັດໃຫ້ເຫັນວ່າອັກສອນລາວມີຄວາມຈະແຈ້ງ ໃນເລື່ອງຮູບການຂອງພັດທະນາການອັກສອນ ແລະຄວາມ ເກົ່າຂອງສີລາ ແລະການສ້າງສີລາ ຖ້າທຽບໃສ່ອັກສອນຂອງຂຸນຣາມຄຳແຫງແລ້ວ ຍັງມີຄວາມໄກຄວາມຈິງ ເມື່ອທຽບກັບອັກສອນໄທຍ໌ ແລະລາວໃນປັດຈຸບັນ ເມື່ອມາເບິ່ງຕົວສີລາເອງກັບທັນສະໄໝກວ່າ ເຮັດໃຫ້ສີລາຈາຣືກ ກັບໂຕອັກສອນຂັດແຍ້ງໃນຕົວມັນເອງ, ນອກຈາກນັ້ນເນື້ອຄວາມໃນສີລາຈາລືກຂຸນຣາມຄຳແຫງ ຍັງສະແດງຄວາມ ເດັ່ນໃນເລື່ອງຂອງການປະຕິເສດອັກສອນລາວ ທີ່ປາກົດຕົວກ່ອນນັ້ນຢ່າງຈົງໃຈ ດັ່ງຄຳປາກົດໃນສີລາຈາຣືກດ້ານທີ 4 ແຖວທີ 8-11໘ ວ່າ "ເມື່ອກ່ອນ ລາຍສືໄທນີ້ບໍ່ມີ 12ໜ5ສກ ປີມະແມພໍ່ຂຸນຣາມຄຳແຫງ ຫາໄຄຣ່ໃຈໃນໃຈ ແລໃສ່ລາຍສືໄທນີ້ ລາຍສືໄທຈຶ່ງມີ ເພື່ອຂຸນຜູ້ນັ້ນໃສ່ໄວ້..." ຂໍ້ຄວາມນີ້ ສະແດງໃຫ້ເຫັນວ່າ ຈາຣືກຣາຄຳແຫງ ບໍ່ໄດ້ຮັບຮູ້ວ່າອັກສອນລາວທີ່ປາກົດຕົວໃນພາກພື້ນດຽວກັນນີ້ມີມາກ່ອນເລີຍ ຈຶ່ງເຮັດໃຫ້ຂຸນຣາມຄຳແຫງ ປະຕິເສດຄວາມຈິງນັ້ນ, ທັງໆທີ່ອັກສອນລາວນັ້ນ ໄດ້ຂະຫຍາຍຕົວໃນພູມີພາກນີ້ ໂດຍສະເພາະໃນຊຸມຊົນຊາວລາວຫຼາຍຫົວເມືອງ, ສິ່ງທີ່ສະໜັບສະໜູນທັດສະນະນີ້ ອັກສອນລາວທີ່ພົບໃນສະກົນນະຄອນນັ້ນ ເປັນຕົວຢ່າງຢັ້ງຢືນໃຫ້ເຫັນວ່າ ຄວາມຊັດເຈນໃນຄຳທີ່ປາກົດໃນສີລາຈາຣືກຂອງ ຂຸນຣາມຄຳແຫງນັ້ນ ມັນໄດ້ຄຳ້ປະກັນຄວາມຖືກຕ້ອງຫຼາຍນ້ອຍພຽງໃດ ໃນບັນຫານີ້ ທີ່ວ່າກ່ອນໜ້າອັກສອນຂຸນຣາມຄຳແຫງນັ້ນອັກສອນໄທ ເຊິ່ງເປັນວົງສະກຸນດຽວກັບລາວນັ້ນບໍ່ມີ ຈຶ່ງຢູ່ສີລາຈາຣືກບ້ານແຮ່ ສາກົນນະຄອນຈະເກີດ ຂຶ້ນຫຼັງສີລາຈາຣືກຣາມ ຄຳແຫງຕັ້ງ 76 ປີ, ແຕ່ເຫດສັນໃດສີລາຈາຣືກຂອງຣາມຄຳແຫງກັບສີລາຈາຣືກບ້ານແຮ່ ຈຶ່ງມີຄວາມແຕກຕ່າງກັນເຖິງປານນີ້ ທັງໆທີ່ເຂົ້າໃຈວ່າ "ອັກສອນລາວພັດທະນາມາຈາກອັກສອນຂຸນຣາມຄຳແຫງ ຫຼືອັກສອນສຸໂຂໄທ" ອິງຕາມໄລຍະເວລາແລ້ວ ວິວັດທະນາການປ່ຽນແປງໃນລັກສະນະການສຶບທອດນັ້ນ ອັກສອນລາວໃນບ້ານແຮ່ ສາກົນນະຄອນ ມັນບໍ່ຄວນທີ່ຈະພັດທະນາໃຫ້ສົມບູນທັງຮູບ ແລະອັກຂະຫຼະວິທີເຖິງຂະໜາດນັ້ນ ຫຼືຈາກຕົວອັກ ສອນຂຸນຣາມຄຳແຫງໄວເຖິງປານນີ້ ເວັ້ນເສັຍແຕ່ການພັດທະນານັ້ນ ຫາກເກີດຈາກຄວາມຈົງໃຈໃຫ້ມັນແຕກຕ່າງ ແຕ່ມັນຈະເປັນໄປໄດ້ຈັ່ງໃດ ? ໃນເມື່ອອັກສອນລາວທີ່ພົບວ່າມີອາຍຸເກົ່າກວ່າທັງສອງ ຫຼັກທີ່ພົບນັ້ນມີອາຍຸຫ່າງກັນຕັ້ງ 113 ປີ ພັດມີຄວາມໃກ້ຄຽງກັບອັກສອນບ້ານນາແຮ່ຂ້າມຍຸກຂອງຣາມຄຳແຫງໄປໄດ້ ແລະເມື່ອເອົາອັກສອນບ້ານນາແຮ່ມາ ສົມທຽບກັບອັກສອນລາວໄລຍະຫຼັງໆ ທີ່ພົບກັນທົ່ວໄປທັງໃນລາວ ແລະອີສານກັບມີຄວາມຄ້າຍກັນບໍ່ຜິດຜ້ຽນ, ສິ່ງໜຶ່ງສິ່ງດຽວທີ່ແຕກຕ່າງໂດຍຈະແຈ້ງ ຄືເປັນສີລາຫຼັກດຽວໃນຍຸກດຽວກັນ ທີ່ໃຊ້ມະຫາສັງກາດ ແທນຈຸນລະສັງກາດ ອັນນີ້ມັນແມ່ນຄວາມແຕກຕ່າງ ທີ່ນອກເໜືອວັດທະນະທຳໃນຍຸກດຽວກັນ.

- ມາເບິ່ງດ້ານອັກສອນຂະເໝນ ແລະອັກສອນຂອມ ກັບອັກສອນລາວທັງ 2 ຫຼັກ (ໝາຍເອົາສີລາຈາລືກ ວັດວິຊຸນ ກັບສີລາຈາລືກທາດຮ້າງບ້ານແຮ່) ທີ່ອ້າງເຖິງນັ້ນ ກ່າວໂດຍຈະແຈ້ງວ່າ ບໍ່ມີອັກສອນໃດ ຂອງອັກສອນລາວໃນຍຸກ ນີ້ເໝືອນກັບອັກສອນຂະເໝນເລີຍ, ມາເບິ່ງເບຶ້ອງອິດທິພົນຂອງຂອມໃນພູມີພາກນີ້ ກໍເຫັນ ໄດ້ຈະແຈ້ງວ່າໃນລະຫວ່າງ ພຸດທະສະຕະວັດທີ 18 ກັບໄປນັ້ນຂອມເຮືອງອຳນາດໃນພູມີພາກນີ້ ແຕ່ເຫດສັນໃດອັກສອນທີ່ບ້ານແຮ່ ສາກົນນະຄອນ ຈຶ່ງບໍ່ມີ ອັກສອນຂະເໝນຜະສົມຢູ່ດ້ວຍ ແມ່ນກະທັງພາສາຂະເໝນ ຫຼືພາສາຂອມເອງ ກໍບໍ່ໄດ້ປະປົນໃນສີລາຈາຣືກ ນັ້ນຫຼາຍເລີຍ ອັນນີ້ມັນສະແດງໃຫ້ເຫັນວ່າ ອຳນາດທາງວັດທະນະທຳທາງພາສາ ແລະອັກສອນຂອມ ບໍ່ໄດ້ມີອິດທີພົນ ຕໍ່ວັດທະນະທາງພາສາ ແລະອັກສອນລາວໃນແຫຼ່ງຊຸມຊົນລາວໃນສາກົນນະຄອນ ແລະເມືອງອື່ນໆໃນພູມີພາກດຽວ ກັນເລີຍ, ອັນນີ້ຍັງບໍ່ທັນເວົ້າເຖິງຫຼັກຖານໃນສີລາຈາຣືກວັດວິຊຸນນັ້ນ, ທີ່ກຳເນີດໃນຍຸກຂອງຂອມເຮືອງອຳນາດ ສຸດຂີດໃນຍຸກນີ້ ກໍຍັງບໍ່ປາກົດເຫັນພາສາ ແລະອັກສອນຂອມເຂົ້າມີອິດທະພົນປະປົນຢູ່ ແມ່ນແຕ່ນ້ອຍດຽວ, ເຊິ່ງມັນ ກໍຕ່າງຈາກອັກສອນຣາມຄຳແຫງໂດຍສິ້ນເຊີງ ທີ່ມີຮູບແບບອັກສອນຂອມ ເຂົ້າມາກ່ຽວຂ້ອງຢ່າງເຫັນໄດ້ຈະແຈ້ງ ມັນເປັນສິ່ງທີ່ທຳໃຫ້ສົງໄສ ໃນອຳນາດຂອງຂຸນຣາມຄຳແຫງເອງ, ແນວຄວາມຄິດຂອງຣາມຄຳແຫງ ກັບທັງຕົວຂຸນຣາມຄຳ ແຫງເອງແທ້ໆນັ້ນ ເປັນໄທລາວ ຫຼືເປັນຂອມກັນແທ້ ໃນຄວາມຈິງແຫ່ງປະຫວັດສາດແລ້ວ ຂຸນອິນທຣາທິດ ກັບຂຸນບາງກາງທ່າວເປັນລາວຈັກກະຣາດ, ຂໍ້ສັນນິຖານນີ້ຍັງເຮັດໃຫ້ເຮົາເຫັນວ່າ ລາວໃນຊຽງທອງຂຶ້ນເໜືອ ມີອຳນາດເທົ່າທຽມຂອມ ແລະມີອິດທິພົນເໜືອນະຄອນລັດໄທລາວທັງມວນ.

- ຢ່າງໃດກໍຕາມ ຫຼັກຖານທັງໝົດ ບໍ່ວ່າແຕ່ສີລາຈາຣືກຂອງຂຸນຣາມຄຳແຫງ ແລະສີລາຈາຣືກອັກສອນລາວທັງ 3 ຫຼັກທີ່ພົບວ່າມີອາຍຸເກົ່ານີ້ ລ້ວນແຕ່ຊົງຄຸນຄ່າທາງດ້ານປະວັດສາດ ວັນນະຄະດີ ຊົນຊາດຊົນເຜົ່າ ແລະວັດທະນະທຳອື່ນໆ ຈະແຈ້ງ, ຄວນແກ່ການສຶກສາໃຫ້ກວ້າງຂວາງ ເພື່ອເປີດໂລກະທັດກ່ຽວກັບຊົນຊາດລາວ ແລະປະວັດສາດລາວ ກ່ອນປະ ວັດສາດໃດ້ຢ່າງຈະແຈ້ງ ແລະຊັດເຈນຂຶ້ນຕໍ່ໄປ, ເປັນສິ່ງທີ່ຄວນສຶກສາເປັນຫຍັງອັກສອນລາວ ກັບອັກສອນ ໄທຍ໌ທີ່ມີຄວາມເໝືອນກັນໃນປັດຈຸບັນ ແຕ່ຕົ້ນສະບັບການພັດທະນາພັດຕ່າງກັນໂດຍສິ້ນເຊີງເຊັ່ນນີ້ ອັນນີ້ເປັນໄປໄດ້ບໍ່ວ່າ ອັກສອນລາວກັບອັກສອນໄທຍ໌ໃນປັດຈຸບັນນີ້ ມີຄວາມຈົງໃຈພັດທະນາໃຫ້ຕ່າງກັນ ເຊິ່ງບໍ່ແມ່ນມັນຕ່າງກັນໂດຍຂະບວນວິວັດແຫ່ງທຳມະຊາດ ປະຫວັດສາດ ສັງຄົມ ຊົນຊາດຢ່າງທີ່ມັນຄວນຈະເປັນ.
---------------
ເບິ່ງອັກສອນຣາມຄຳແຫງ ກັບອັກສອນລາວພຣະທາດຮ້າງບ້ານແຮ່ ໃນສາກົນນະຄອນ ທີ່ຮ່ວມສະໄໝກັນກັບມີຄວາມແຕກຕ່າງກັນ

ສີລາຈາຣືກຣາມຄຳແຫງ ໃຫ້ສັງເກດຮູບອັກສອນ, ສັງເກດລັກສະນະການຈາຣືກອັກສອນ ແລະແທ່ນສີລາ ທີ່ມີຄວາມທັນສະໄໝກວ່າ ແຕກຕ່າງກວ່າ ສີລາຈາຣືກອັກສອນລາວໃນຍຸກດຽວກັນ

ສີລາຈາຣືກອັກສອນລາວ ບ້ານແຮ່ ສາກົນນະຄອນ ມີອາຍຸຫ່າງຈາກສີລາຈາຣືກຂຸນຣາມຄຳແຫງພຽງ 76 ປີ ແຕ່ກັບເຫັນຮູບສີລາຕ່າງກັນ ທັງຮູບສີລາຈາຣືກ ການສະຫຼັກອັກສອນ ແລະຮູບອັກສອນ ທີ່ສຳຄັນຮູບອັກສອນໃນສີລາຈາຣືກນີ້ ມີຄວາມຄ້າຍກັບອັກສອນພົບທົ່ວໄປໃນລາວ  ໂດຍສະເພາະຫຼວງພຣະບາງ ຄືສີລາວັດວິຊຸນ ທີ່ມີອາຍຸຫ່າງກັນຕັ້ງຫຼາຍປີ.

ນັກວິຊາການກົມສີລະປາກອນໄທຍ໌ ກ່າວເຖິງສີລາຈາຣືກວັດວິຊຸນ.

ໂດຍ: ພອຈ.ເນືອງພິລັກ ໂຊຕິທອນ
(ສະຫງວນສິດ)

- ທ່ານສາສຕຣາຈານສີສັກ ວັລລິໂພດົມ ເປັນວິຊາການ ທີ່ລືຊື່ຂອງໄທຍ໌ ໄດ້ພົບບົດຂຽນຂອງທ່ານມະຫາບຸນມີ ເທບສີ ເມືອງ ທີ່ໄດ້ຂຽນບົດຄວາມກ່ຽວກັບການອ່ານ ຂໍ້ຄວາມໃນສີລາຈາຣືກວັດວິຊຸນ ເມື່ອປີ ໒໐໐໑-໒໐໐໒ ພຸ້ນ ແລະໄດ້ນຳ ມາລົງຕີພິມໃນວາລະສານທ່ຽວເມືອງລາວ ຄໍລຳມໍຣະດົກລາວ (ເຊິ່ງຫົງເທີນ ຂຸນພິທັກ ເປັນບັນນາທິການ ຜູ້ກໍ່ຕັ້ງ), ທ່ານສາສຕຣາຈານສີສັກ ໄດ້ອ່ານບົດຄວາມນັ້ນ ແລ້ວເທິງເຄື່ອງບິນ ກໍໄດ້ໃຫ້ຄວາມສົນໃຈ ແລ້ວກໍຂຽນບົດຄວາມ ລົງໃນ ໜັງສືພິມ ແລະວາລະສານທາງເມືອງໄທຍ໌ ເຮັດໃຫ້ໝູ່ນັກວິຊາການຄົນໄທຍ໌ ຕ້ອງຮ້ອນຮົນອົນທະການ ເຕັ້ນແຮ້ງ ເຕັ້ນກາໃຫ້ຄວາມສົນໃຈ ບໍ່ແມ່ນຂອງຢອກ ບໍ່ເວັ້ນແມ່ນກະທັງບຸກຄົນທຳມະດາສາມັນ (ອັນນີ້ຜູ້ຂຽນໄດ້ພົບເອງ ເມື່ອກັບໄປ ທ່ຽວເມືອງບາງກອກ ທ້າຍປີ ໒໐໐໖ ຄົນທົ່ວໄປທີ່ພົບໄດ້ເວົ້າເຖິງສີລາຈາລືກລາວຕ່າງໆນານາ ເຊື່ອວ່າຄົນໄທຍ໌ໃຫ້ຄວາມ ສົນໃຈຕໍ່ບັນຫານີ້ຢ່າງເອົາຈິງເອົາຈັງ) ໃນຂະນະດຽວກັນບັນດານັກເວບທັງຫຼາຍຂອງໄທຍ໌ກໍເອົາບັນຫາດັ່ງກ່າວມາສົນທະ ນາກັນ ດັງສະໜັ່ນຫວັນໄຫວເຊັ່ນກັນລະຫວ່າງປີ ໒໐໐໕.

- ບົດຄວາມຂອງທ່ານສາສຕຣາຈານສີສັກ ວັລລິໂພດົມ ໄດ້ນຳເອົາໄປລົງຄັ້ງແຮກໃນໜັງສືພິມມະຕິຊົນ ເຊິ່ງຂຶ້ນຕົ້ນ ດ້ວຍຄຳວ່າ "คนไทยเกือบหมดประเทศเชื่อตำราว่า อักษรไทยเป็นอักษรที่พ่อขุนรามคำแหงประดิษฐ์ขึ้นครั้งแรกเมื่อ พ.ศ.1826 หรือ 722 ปีมาแล้ว รัฐบาลไทยจัดงานฉลองทั่วประเทศเมื่อ พ.ศ.2526 ครบรอบ 700 ปี "ลายสือไทย" ของพ่อขุนฯ แล้วยังจัดงานฉลองใหญ่ เมื่อองค์กร UNESCO ยกย่องเป็นมรดกโลกทางปัญญา เมื่อ พ.ศ.2547
ประวัติศาสตร์อักษรไทยบอกไว้ชัดเจนนานแล้วว่าลาวรับอักษรพ่อขุนรามคำแหงไปใช้งานหนังสือสมัยหลังๆ
แต่แล้วลาวเพิ่งค้นพบจารึกอักษรลาว ระบุศักราช พ.ศ.1713 หรือ 835 ปีมาแล้ว มีอายุเก่ากว่าอักษรไทยของพ่อขุนฯ ราว 113 ปี ถ้าเป็นจริงตามนี้ย่อมหมายความว่าอักษรลาวเก่ากว่าอักษรไทยราว 113 ปี และอักษรไทยได้จากอักษรลาว ?"

- ຍ້ອນຄຳວ່າ "ສີລາຈາຣືກລາວເກົ່າກວ່າສີລາຈາຣືກຂຸນຣາມຄຳແຫງ ຕັ້ງ ໑໑໓ ປີນີ້ເອງ" ນີ້ເອງ ຈຶ່ງເຮັດໃຫ້ນັກວິຊາການໄທຍ໌ທັງຫຼາຍ ອອກມາວິພາກ ວິຈານກັນ ຕ່າງໆນານາ, ບາງທ່ານກໍໃຫ້ທັດສະນະທາງສ້າງສັນ, ບາງທ່ານກໍໃຫ້ທັດສະນະໄປໃນ ລັກສະນະບໍ່ແມ່ນນັກວິຊາການມືອາຊີບ, ບາງທ່ານກໍອອກມາໃຫ້ ທັດສະນະແບບ ຊາດນິ ຍົມຫົວຊົນຝາ, ບາງທ່ານກໍໃຫ້ທັດສະນະ ເປັນກາງແບບນັກວິຊາການທົ່ວໄປ, ມີການສົນ ທະນາກັນຂະໜານໃຫຍ່ ຕໍ່ບັນຫາດັ່ງກ່າວ ເພາະທ່ານສາສຕຣາຈານສີສັກ ວັລລິໂພດົມ ກໍເວົ້າຄັກເວົ້າແນ່ວ່າ "ອັກສອນລາວມີອາຍຸເກົ່າກວ່າໜັງສືພໍ່ຂຸນຣາມ ຕັ້ງ ໑໑໓ ປີ" ເວົ້າຕາມອາຍຸທີ່ລົບໄດ້ (ເມື່ອປີ ໒໐໐໕) ແຖມຍັງຖິ້ມທ້າຍໃນປະໂຫຍກ ນັ້ນວ່າ "ອັກສອນໄທຍ໌ໄດ້ຈາກອັກສອນລາວ", ທາງໄທຍ໌ກໍເຊື່ອວ່າ ອັກສອນຂຸນຣາມ ຄຳ ແຫງ ເປັນຂອຈິງ ແລະເກົ່າຈິງ, ທັງຍັງໄດ້ເວົ້າຢ່າງເຕັມສົບເຕັມປາກມານານແລ້ວ ວ່າ "ອັກສອນລາວໄດ້ແບບຈາກ ອັກສອນຂຸນຮາມຄຳແຫງ-ພຣະຍາລິໄທ" ໄດ້ຂຽນ ປະຫວັດອັກສອນສາດ ທັງປະຫວັດສາດຂອງຊາດສອນລູກສອນຫຼານໄທຍ໌ໃຫ້ເຊື່ອ ຢ່າງນັ້ນ ທົ່ວທັງປະເທດມາເກືອບສະຕະວັດ, ແລ້ວວັນດີຄືນດີ ກັບມາບອກວ່າ "ອັກ ສອນຂຸນຣາມຄຳແຫງນ້ອຍເກົ່າກວ່າ ອັກສອນລາວ" ກ່ອນໜ້ານັ້ນ ບໍ່ເຫິງກໍມີນັກ ສຶກສາປັນຍາຊົນໄທຍ໌ເອງມາບອກວ່າ "ຫຼັກສີລາຈາຣືກຂຸນຣາມຄຳ ແຫງ ບໍ່ໄດ້ສ້າງ ຂຶ້ນໃນສະໄໝຂຸນຣາມຄຳແຫງ ເຮັດໃຫ້ເຂົາຖົກຖຽງກັນຂະໜານໃຫຍ່ມາຫຼາຍຄັ້ງແລ້ວ" ເລື່ອງເຊັ່ນນີ້ ຊິໃຫ້ນັກວິຊາການຂອງໄທຍ໌ມອງດູດາຍໄດ້ຈັ່ງໃດ ?.

- ສະນັ້ນ, ມັນຈຶ່ງບໍ່ເປັນເລື່ອງແປກ ທີ່ມີນັກວິຊາາການຈາກກົມສິລະປະກອນ ອອກມາໂຕ້ ຕາມຂ່າວ ເຊິ່ງໜັງສືພິມມະຕິຊົນ ໄດ້ອອກໃນເດືອນ ພະຈິກ ໒໐໐໕ ວ່າ "ผู้เชี่ยวชาญกรมศิลปากรชี้ศิลาจารึกของไทยเก่าแก่กว่าของลาวแน่นอน ระบุหากคนไทยคิดว่าของลาวเก่าแก่กว่าแสดงว่าโง่ ไม่ฉลาด อ่านศิลาจารึกไม่เป็น ส่วนจะเป็นของปลอมหรือแท้ต้องดูหลักศิลาก่อน ผู้เชี่ยวชาญกรมศิลปากรเชื่อว่าศิลาจารึกของประเทศไทยมีอายุเก่าแก่กว่าหลัก ศิลาจารึกที่พบในประเทศลาว ทั้งระบุว่าหากคนไทยคิดว่าของประเทศลาวเก่ากว่าแสดงว่าคนนั้นโง่ไม่ฉลาด อ่านศิลาจารึกไม่เป็น ส่วนจะเป็นของจริงหรือปลอมต้องขอดูก่อนจึงจะระบุได้".

- ເມື່ອມອງເບິ່ງຄຳເວົ້າຂອງນັກວິຊາການ ທີ່ຮຽກວ່າລະດັບຜູ້ຊ່ຽວຊານ ຈາກກົມ ສີລະປະກອນຂອງໄທຍ໌ເວົ້າແລ້ວ ເໝືອນກັບວ່າ ຄຳເວົ້ານັ້ນບໍ່ໄດ້ ເວົ້າອອກມາຈາກ ວິຊາການ ທີ່ໄດ້ຝືກມາຈົນຊ່ຽວຊານເລີຍ ເປັນຄຳເວົ້າຂອງນັກເລງຂ້າງຂະໜົນ ທີ່ອ້າງຕົນວ່າມີອຳນາດບາດໃຫຍ່ ເຊັ່ນ ຄຳວ່າ "หากคนไทยคิดว่าของลาวเก่าแก่กว่าแสดงว่าโง่ ไม่ฉลาด อ่านศิลาจารึกไม่เป็น ส่วนจะเป็นของปลอมหรือแท้ต้องดูหลักศิลาก่อน ผู้เชี่ยวชาญกรมศิลปากรเชื่อว่าศิลาจารึกของประเทศไทยมีอายุเก่าแก่กว่าหลัก ศิลาจารึกที่พบในประเทศลาว ทั้งระบุว่าหากคนไทยคิดว่าของประเทศลาวเก่ากว่าแสดงว่าคนนั้นโง่ไม่ฉลาด อ่านศิลาจารึกไม่เป็น ส่วนจะเป็นของจริงหรือปลอมต้องขอดูก่อนจึงจะระบุได้" ນັ້ນໂດຍ ເຈຕຕະນາ ຄືເຂົາຕອບໂຕ້ທ່ານສາສຕຣາຈານສີສັກ ນັກວິຊາການທີ່ລືຊື່ ແບບບໍ່ໄວ້ໜ້າກັນ, ພຽງເພື່ອປົກປ້ອງວ່າ ສິ່ງນີ້ເກົ່າ ກວ່າ ຫຼືໃໝ່ກວ່າເທົ່ານັ້ນ, ເຮັດໃຫ້ຈັນຍາບັນຂອງວິຊາຊີບ ໃນຖານະຜູ້ຊ່ຽວ ຫຼືນັກວິຊາການຫາຍໄປໃສໝົດແລ້ວ, ທີ່ວ່າ "ໂງ່" ກັບ "ບໍ່ສະຫຼາດ" ນັ້ນເປັນຄຳເວົ້າຂອງຄົນປະເພດໃດ ?, ແລ້ວຄຳວ່າ "ອ່ານສີລາຈາຣືກບໍ່ເປັນ" ຄຳເວົ້າຄຳນີ້ ມັນສວນທາງກັບຄຳວ່າ "ໂງ່" ແລະ "ບໍ່ສະຫຼາດ" ທີ່ເວົ້າອອກມາ ຫຼືວິຊາການຕ່າງໆ ມັນເກີດຂຶ້ນມາເພາະຄວາມຮ​້ອນ ຮົນທີ່ບັນພະບູຣຸດໄທຍ໌ປູກຝັງສ້າງໄວ້ແລ້ວຜິດພາດແລ້ວ ຈະປ່ອຍໃຫ້ຜິດພາດຢູ່ຢ່າງນັ້ນ ແລ້ວພື້ນຖານທີ່ບັນພະບູຣຸດ ໄທຍ໌ສ້າງສົມມາຫຼາຍຮ້ອຍປີ ຈົນກາຍເປັນຊາດນິຍົມທີ່ບໍ່ສາມາດຍອມຮັບກັບຄວາມຈິງໄດ້ ແລ້ວການທີ່ອອກມາໃຫ້ທັດ ສະນະເຊັ່ນນີ້ ເຂົາເອງໄດ້ເຫັນສີລາຈາຣືກວັດວິຊຸນແລ້ວຫຼືຍັງ ແນ່ນອນຍັງບໍ່ທັນເຫັນເດັດຂາດ ເພາະເຂົາອອກມາຕອບໂຕ້ ບົດຂຽນ ຂອງສາສຕຣາຈານສີສັກ ໃນເວລາອັນໃກ້ຄຽງເທົ່ານັ້ນ ແລະເຂົາກໍບອກໄວ້ແລ້ວວ່າ "ເວັ້ນແຕ່ໄດ້ເຫັນຂອງຈິງ" ຈຶ່ງຈະຍອມຮັບ ຫາກແຕ່ວ່າທັດສະນະທີ່ສະແດງແບບຊາດນິຍົມແບບນັ້ນ ຄືເສັ້ນທາງທີ່ບໍ່ເຫັນຄວາມຈິງແນ່ນອນ.

- ຜູ້ຊ່ຽວຊານທ່ານໜຶ່ງ ຈາກຈຸລາລົງກອນມະຫາວິທະຍາໄລ ໃຫ້ຄວາມເຫັນໃນທາງສາຍກາງວ່າ "แต่ต้องเห็นวัตถุตัวจริงก่อนจะยืนยัน" ທ່ານນີ້ ກໍໃຫ້ທັດສະນະທີ່ພໍຟັງ ແລະເປັນໄປໃນແນວຄິດ ແນວທາງຂອງນັກວິຊາການທົ່ວໄປອ້າງ ຄືຈະປະຕິເສດ ຫຼືຮັບຮອງຫຍັງ ກໍຕ້ອງໄດ້ເຫັນຂອງຈິງກ່ອນ.

- ຄວາມເຫັນຂອງ น.ส.ก่องแก้ว วีระประจักษ์ ผู้เชี่ยวชาญด้านอักษรโบราณ กรมศิลปากร ให้สัมภาษณ์วันที่ 6 ธันวาคม ว่า ตนคิดว่าศิลาจารึกของประเทศไทยมีอายุเก่ากว่าศิลาจารึกของประเทศลาว และไม่มีประเทศใดๆ มีศิลาจารึกเก่าแก่กว่าประเทศไทย "คนไทยนั้นจะคิดว่าของประเทศลาวนั้นเก่ากว่า แสดงว่าคนนั้นโง่ไม่ฉลาด เพราะอ่านศิลาจารึกไม่เป็น จะต้องอ่านศิลาจารึกเป็นจึงจะรู้ ดิฉันเห็นว่าศิลาจารึกของประเทศลาวมีความใหม่กว่าศิลาจารึกของประเทศไทย แต่จะบอกว่าศิลาจารึกของประเทศลาวเป็นของจริงหรือของปลอมคงจะต้องเห็นตัว ศิลาจารึกของจริงจึงจะบอกได้" ເປັນຄຳເວົ້າຂອງຜູ້ດຽວກັນ ດັ່ງທີ່ໄດ້ຍົກມາ ເວົ້າແລ້ວໃນເບື້ອງຕົ້ນ, ເຊິ່ງລາຍລາຍອຽດ ຂອງການໃຫ້ສຳພາດນັ້ນ, ເຮົາເຫັນໄດ້ຈະແຈ້ງແລ້ວວ່າ ແນວຄວາມຄິດທາງ ວິຊາການຂອງເຂົາ ບໍ່ແມ່ນວິຊາການແມ່ນແຕ່ນ້ອຍດຽວ, ຄຳເວົ້າຂອງເຂົາຊ່າງໄຮ້ດຽງສາແທ້ໆ "ศิลาจารึกของประเทศไทยมีอายุเก่ากว่าศิลาจารึกของประเทศลาว และไม่มีประเทศใดๆ มีศิลาจารึกเก่าแก่กว่าประ เทศไทย" ຄຳເວົ້າແບບນີ້ ຫາກເປັນນັກວິຊາການມືອາຊິບເຂົາບໍ່ສາມາດເວົ້າອອກມາເດັດຂາດ ແຕ່ເພາະອຳນາດຊາດ ນິຍົມມັນຫຸ້ມຫໍ່ສະໝອງຂອງເຂົາ ຈຶ່ງເຮັດໃຫ້ເຂົາສາມາດຄຳໆນີ້ອອກມາໄດ້ ແລະປະເທດໄທຍ໌ ຫາກຍັງມີນັກວິຊາການປະ ເພດນີ້ຢູ່ ກໍເທົ່າກັບເຂົາຍັງຕ້ອງການຫຼອກລວງຕົວເອງໄປຢ່າງນັ້ນ ແລ້ວໂລກະທັດຂອງພວກເຂົາ ກໍຍັງຕ້ອງໄດ້ຄວຍຄຸມ ໂດຍອຳນາດມືດບໍ່ມີວັນຈະສະຫວ່າງໄດ້ເລີຍ.

- "จะต้องอ่านศิลาจารึกเป็นจึงจะรู้ ดิฉันเห็นว่าศิลาจารึกของประเทศลาวมีความใหม่กว่าศิลาจารึกของประเทศไทย" ຄຳວ່າ "ຈະຕ້ອງອ່ານສີລາຈາຣືກເປັນຈຶ່ງຮູ້" ຍັງບໍ່ທັນເຂົ້າໃຈໃນຄວາມໝາຍຂອງເຂົາ ທີ່ເຂົາວ່າການ ອ່ານສີລາຈາຣືກເປັນນັ້ນ ເຂົາອ່ານຈັ່ງໃດ ? ເຂົາຍັງຢືນຢັນອີກວ່າ "คงจะต้องเห็นตัว ศิลาจารึกของจริงจึงจะบอกได้" ນີ້ສະແດງວ່າເຂົາຍັງບໍ່ທັນໄດ້ເຫັນສີລາຈາຣືກຈິງ ແລ້ວເຫດໃດ ຄຳເວົ້າຂອງເຂົາຂ້າງຕົ້ນ ຈຶ່ງກ້າຢືນຢັນວ່າສີລາຈາຣືກ ຂອງໄທຍ໌ເກົ່າແກ່ກວ່າຂອງລາວ ແລ້ວຍັງຢືນການວ່າ "ບໍ່ມີສີລາຈາຣືກຂອງປະເທດໃດ ເກົ່າແກ່ກວ່າຂອງໄທຍ໌ອີກ" ຄຳເວົ້າຄຳນີ້ກໍໝາຍວ່າ ຂອງຂ້າໃຫຍ່ຈິງ ຂອງທ່ານເຖິງມີຈິງ ກໍຢ່າໃຫຍ່ນັ້ນຕິລະ ຫຼືວິຊາການ ແລະປະຫວັດສາດຂອງ ໄທຍ໌ນັ້ນ ສ້າງຂຶ້ນມາເໝືອນເທບນິຍາຍຫຼືໜັງຈີນຈັ່ງຊັ້ນລະ.

- ทั้งนี้ อย่าไปแข่งหรือเปรียบเทียบกับของต่างชาติว่าของใครเก่าแก่กว่ากันเลย เสียเวลาเปล่าๆ ศิลาจารึกของไทยมีความเก่าแก่กว่าแน่นอน" ຄຳເວົ້າຂອງນາງສາວກ່ອງແກ້ວນັ້ນ ເໝືອນກັບວ່າ ເຂົາກຳລັງຫຼິ້ນການ ພະນັນ ວ່າຂອງໃຜໃຫຍ່ແລ້ວຜູ້ນັ້ນຊະນະ ເຂົາສະແດງຄວາມຮູ້ສຶກອອກມາຢ່າງໜ້າສັງເວດ, ພຽງແຕ່ຕ້ອງການວ່າ "ສີລາ ຈາຣືກຂຸນຣາມຄຳແຫງເກົ່າກວ່າຂອງຊາດອື່ນພຽງຢ່າງດຽວ, ກັບໄປສະຫຼັດຖິ້ມພື້ນຖານທາງປະຫວັດສາດ, ພາສາ, ບູ ຮານຄະດີ ແລະສາຍສຳພັນຂອງວົງຕະກູນໄທ(ໄຕ) ທັງມວນ, ຊໍ້າບໍ່ພໍກັບໄປລົບລ້າງທັດສະນະຄະຕິ ພັດທະນະນາການ ທາງປະຫວັດສາດຊາດພັນວິທະຍາ ເຊິ່ງນັກປະຫວັດສາດ ແລະນັກວິຊາການລຸ້ນຕວດ, ປູ່, ຍ່າ, ຕານາຍ, ຂອງພວກເຂົາ  ໄດ້ສ້າງ ເນື້ອສ້າງຕົວມາເກີນສະຕະວັດວ່າ "ລາວ-ໄທຍ໌ມາຈາກກົກເຫງົ້າດຽວກັນ" ຈັ່ງໃດລະ ຈຶ່ງມາສະຫຼັກປັດຖິ້ມ ພຽງຂ້າມຄືນເຊັ່ນນີ້, ຫາກເປັນເຊັ່ນນັ້ນຈິງແທ້ແລ້ວ, ໝາຍວ່າວິຊາການທ່ານນີ້ກຳລັງປະຕິເສດວ່າ "ສຸໂຂໄທບໍ່ແມ່ນ”, ອາດລວມໄປຮອດປະຕິເສດສີລາຈາຣືກຂຸນຣາມຄຳແຫງນຳກໍເປັນໄດ້​, ຫາກເປັນເຊັ່ນນັ້ນເຂົາກໍາລັງປະຕິເສດວ່າ ສາຍ ສຳພັນກັບລ້ານນາ, ລ້ານຊ້າງລວມພາກອີສານ, ເຂົາລືມເບິ່ງຫຼັກຖານທ້ອງຖິ່ນເລົ່ານີ້ສາແລ້ວ, ແລ້ວເຂົາມີຫຼັກຖານໃນມື ທີ່ອ່ານພົບໂດຍກົມສີລະປະກອນເອງວ່າ "ສີລາຈາຣືກພຣະທາດຮ້າງບ້ານນາແຮ່ ສາກົນນະຄອນນັ້ນ ຂຽນດ້ວຍອັກສອນ ລາວລ້ວນໆ ແລະເປັນພາສາທີ່ສົມບູນກວ່າ ຈະແຈ້ງກວ່າ ສ້າງຂຶ້ນໃນປີ ข้อความจารึกบรรทัดที่ ๔ ระบุ จ.ศ. ๗๑๒ คือ พ.ศ. ๑๘๙๓ ตรงกับปีที่พระเจ้าอู่ทองทรงสถาปนากรุงศรีอยุธยา และก่อนพระเจ้าฟ้างุ้มครองเมืองหลวงพระบาง (พ.ศ. ๑๘๙๖) ถึง ๓ ปี ກົງກັບ ຄ.ສ ໑໓໕໐ ຍຸກດຽວກັບພຣະຍາລິໄທ ຂອງສຸໂຂໄທ ແລະສະໄໝດຽວ ກັບພຣະເຈົ້າອູ່ທອງ ທີ່ເປັນຕົ້ນຕະກູນຂອງສຍາມອະຍຸທະຍາ ມາຮອດປີນີ້ (ຄ.ສ ໒໐໑໑) ກໍມີອາຍຸໄດ້ ໖໖໐ ເຕັມພໍດີ ຫາກຈະທຽບໃສ່ສີລາຈາຮືກຂຸນຣາມຄຳແຫງ ກໍຫ່າງກັນ ໖໗ ປີ (ຈາຈືກຂຸນຣາມຄຳແຫງກຳເນີດ ຄ.ສ ໑໒໘໓) ຫາກຈະ ທຽບອາຍຸຂອງມະນຸດສະໄໝນັ້ນ ກໍບໍ່ຫ່າງກັນປານໃດສຳລັບຜູ້ສືບທອດມໍຣະດົກລຸ້ນຫຼັງກໍມີຊີວິດຮ່ວມຍຸກ ຄົງຊິບໍ່ເຮັດໃຫ້ ການຂຽນອັກສອນລາວ ກັບຂອງຂຸນຣາມຄຳແຫງແຕກຕ່າງກັນປານນັ້ນ, ເປັນເລື່ອງແປກຫາກມອງຕາມທັດ ສະນະ ທາງນັກປະຫວັດສາດທາງໄທຍ໌ ລົງຄວາມເປັນວ່າອັກສອນລາວໄດ້ມາຈາກອັກສອນຂຸນຣາມຄຳແຫງ ຜ່ານມາໃນສະ ໄໝພຣະຍາລິໄທ ມັນເປັນເລື່ອງແຜກທີ່ເຫັນວ່າອັກສອນລາວໃນສີລາຈາຣືກນັ້ນ ສົມບູນຄົບຖ້ວນ ແລະພັດທະນາການກວ່າ ໜັງສືຍຸກພຣະຍາລິໄທ ແລະພຣະເຈົ້າອູ່ທອງດ້ວຍຊໍ້າ ແລ້ວສີລາຈາຣືກນັ້ນຢູ່ໃສ ? ຈຳເປັນຈະຕ້ອງນຳມາແລກັນ ເພື່ອຫາ ຈຸດເສື່ອມໂຍງ, ເມື່ອເຮົາທຽບສີລາຈາກຣືກພະທາດບ້ານຮ້າງນາແຮ່ ຫາສີລາຈາຣືກວັດວິຊຸນ ຄືສີລາຈາຣືກວັດວິຊຸນ ພົບວ່າສ້າງປີ ຄ.ສ ໑໑໗໐ ແລະສີລາຈາຣືກພຣະທາດຮ້າງບ້ານແຮ່ ສ້າງປິ ໑໓໕໐ ອາຍຸຫ່າງກັນພຽງ ໑໘໐ ປີເທົ່ານັ້ນ ມັນກໍບໍ່ເປັນ ເລື່ອງແປກ ທີ່ເຫັນອັກສອນມີຄວາມຄ້າຍຄຽງກັນ. ທີ່ມັນແປກກໍເຫັນຈະເປັນອັກສອນສີລາວັດວິຊຸນນັ້ນ ຄືຈັ່ງວ່າຄົບສົບບູນກວ່າ ພັດທະນາກວ່າອັກສອນສະໄໝຣາມຄຳແຫງ, ສະໄມພຣະຍາລິໄທ ແລະສະໄໝພຣະເຈົ້າອູ່ທອງ ນັ້ນເອງ.

- ທັດສະນະຂອງທ່ານອື່ນໆ ໃນບົດຄວາມດຽວກັນນັ້ນ ເປັນທັດສະນະແບບ ເປັນກາງໆ ກໍຍັງພໍທີ່ຈະຄຳນຶງໄດ້ວ່າ ແນວຄິດທາງວິຊາການຂອງ ພວກເຂົາ ເປັນແນວຄິດທີ່ສາມາດນຳໃຊ້ໄດ້ຢູ່, ເປັນວິຊາການເພື່ອການກ້າວໄປເພື່ອ ການ ຮູ້ຈິງ ຢ່າງໃດກໍຕາມກ່ຽວກັບບັນຫາເລື່ອງສີລາຈາຣືກ ວັດວິຊຸນນີ້ ຫາກກວດ ພົບທາງດ້ານວິທະຍາດສາດໄດ້ວ່າ "ເປັນຂອງຈິງ ມີອາຍຸຕາມກວດ ພົບທາງ ເຄມີວ່າ ເປັນຂອງຈິງແລ້ວ ຈະເປັນຜົນເສັຍຫຍັງໃຫ້ແກ່ໄທຍ໌ ແລະດ້ວຍເຫດ ໃດນັກວິຊາການໄທຍ ຈຶ່ງໃຫ້ຄວາມສຳຄັນ ຈົນເຖິງນຳທິມນັກ ວິຊາການມາ ກວດເບິ່ງສີລາຈາຣືກຂອງຈິງ ດັ່ງບົດຄວາມນີ້ໄດ້ອ້າງວ່າ  "สมาคมไทย-ลาวเพื่อมิตรภาพ และคณะนักวิชาการด้านโบราณคดีไทย ได้เดินทางไปเยือนหลวงพระบางเมื่อต้นเดือนที่ผ่านมา".​

- ແລ້ວເມື່ອ ພວກເຂົາໄດ້ພົບກັບຄວາມຈິງ ໄດ້ເຫັນຂອງຈິງແລ້ວ ບໍ່ເຫັນມີນັກ ວິຊາການຂອງໄທຍທ່ານໃດອອກມາກ່າວໃດໆ ກ່ຽວກັບເລື່ອງນີ້ເລີຍ ພວກ ເຂົາພາກັນມິດປານຫ້ອຍໄຂ້ເຊັ່ນນີ້, ສະແດງວ່າຍອມຮັບຄວາມຈິງແລ້ວວ່າ ສີລາຈາຣືກວັດວິຊຸນເປັນຂອງຈິງ ພຽງແຕ່ບໍ່ເວົ້າອອກມາເທົ່ານັ້ນ ແລ້ວຜູ້ຊ່ຽວຊານດັ່ງ "นางสาวก่องแก้ว" ຍັງຈະເປັນ ນັກວິຊາການທີ່ເຊື່ອຖືໄດ້ຫຼືບໍລະ ? ຫຼືຈະສ້າງນັກວິຊາການມາແບບປິດບັງຄວາມຈິງຢູ່ຢ່າງນັ້ນ ?

- ຢ່າງໃດໃນກໍຕາມ ໃນຄວາມເປັນຈິງ ຂອງຫຼັກສີລາຈາຣືກສອງຫຼັກ ຄື ສີລາຈາຣືກຣາມຄຳແຫງ ກັບສີລາຈາຣືກວັດວິຊຸນ ນັ້ນ, ສາຣະຖະໃຫຍ່ ຫາກເຮົາມອງໃນທາງວິຊາການ ຄວາມເກົ່າຄວາມໃໝ່ຂອງຫັກໃດຫັກໜຶ່ງ ບໍ່ໄດ້ເປັນອຸປະສັກໃນການ ສຶກສາຢັ່ງຮູ້ອະດີດຂອງສອງປະເທດຫຍັງເລີຍ ທາງກົງກັນຂ້າມກັນມາຍັງຊ່ວຍໃຫ້ທັງສອງປະເທດທີ່ມີສາຍສຳພັນທາງ ເຄືອຍາດໄດ້ເຫັນຄວາມຈິງຢ່າງຫຼວງຫຼາຍ ເຖິງວ່າສີລາຈາຣືກວັດວິຊຸນຈະໃໝ່ກວ່າ ກໍເຮັດໃຫ້ຮູ້ວ່າ ປະຫວັດສາດ ຂອງ ສອງອານາຈັກລ້ານຊ້າງມີສ່ວນພົວພັນກັນມາເຫິງນານ, ທັງຍັງຢັ້ງຢືນເຖິງຊາດພັນວິທະຍາທີ່ລາວໄທຍ໌ ມາຈາກ ແຫຼ່ງດຽວກັນ, ຫາກຫຼັກສີລາຈາຣືກຂອງວັດວິຊຸນເກົ່າກວ່າ ຕາມການອ່ານຕົວເລກໄດ້ໃນສີລາຈາຣືກນັ້ນ "ຈ.ສ ໕໓໒" ກໍເຮັດໃຫ້ມີທັດສະນະຄະຕິໃໝ່ວ່າ ອັກສອນຂອງຂຸນຣາມຄຳແຫງນັ້ນ ສ້າງຂຶ້ນມານັ້ນ ພາຍໃຕ້ການຜະສົມຜະ ສານ ກັນລະຫວ່າງອັກສອນຂອມ ແລະອັກສອນລາວ ເພື່ອວັດຖຸປະສົງໃດໜຶ່ງ ຄື ເພື່ອຄວາມເອກະຣາດຂອງຊາວສຸໂຂໄທ ທີ່ສ້າງເອກະລັກ ຂອງຕົນໃຫ້ຕ່າງອອກຈາກຂອມ ແລະລາວ ຄື ໝາຍວ່າກ່ອນໜ້ານັ້ນໄທສຸໂຂໄທ ຢູ່ພາຍໃຕ້ອິດທິພົນ ທັງຂອມ ແລະລາວ.

- ຫາກເຮົາຍັງສົງໄສວ່າ ສີລາຈາຣືກວັດວິຊຸນເປັນຂອງຈິງບໍ ? ຫຼືຂອງປອມ ເຮົາຕ້ອງໄດ້ພິສູດທາງເຄມີຊ່ວຍກັນ ເພື່ອຫາ ຈຸດລົງຕົວ ການທີ່ຄິດວ່າມີຄົນໃດໜຶ່ງຄິດສ້າງສີລານີ້ຂຶ້ນມາປອມນັ້ນ ເຮົາກໍຕ້ອງມາມອງດ້ານປະຫວັດສາດຂອງລ້ານຊ້າງ ໃນໄລຍະຜ່ານມາຄື ນັບແຕ່ປີ ໑໗໗໙ ເປັນຕົ້ນມານັ້ນ ປະຫວັດສາດລ້ານຊ້າງໄດ້ຖືກລົ້ມສະຫຼາຍ ບ້ານແຕກສະແຫຼກ ຂາດຍ້ອນໄພສົງຄາມ ອາດບໍ່ມີຄົນລາວຄົນໃດດອກ ທີ່ຄິດຈະມາສ້າງສີລາປອມນີ້ຂຶ້ນມາ ເມື່ອເຮົາພົບຄວາມຈິງດ້ານປະ ຫວັດສາດນີ້ແລ້ວ ເຮົາຈຶ່ງມາມອງເບິ່ງວ່າ ປະຫວັດສາດ ກ່ອນຈະມາເປັນຫຼວງພຣະບາງນັ້ນ ຄືນະຄອນຊຽງທອງ ເຄີຍ ເປັນນະຄອນຣັດມາກ່ອນ ຈະເປັນນະຄອນຣັດນ້ອຍໃຫຍ່ຂະໜາດໃດ ກໍຕ້ອງໄດ້ມາຄົ້ນຄວ້າຫາຫຼັກຖານທາງວັດຖຸນຳກັນ ແຕ່ທີ່ແນ່ນອນນັ້ນ, ຄືບໍ່ຕ້ອງສົງໄສແລ້ວວ່າສາຍນໍ້າຄານ ເປັນແຫຼ່ງອາຣະຍະທຳມະນຸດມາຫຼາຍພັນປີ ມີຫຼັກຖານທາງວັດຖຸ ເກົ່າແກ່ທີ່ເປັນຮ່ອງອຍມະນຸດສ້າງຂຶ້ນຫຼາຍຕຳແໜ່ງ, ວັດທະນະທຳອັກສອນກໍພົບໃນຖໍ້າຕິ່ງ, ຜານາງອັ່ນ ແລະອື່ນໆ ຫຼາຍ ແຫ່ງ, ເຊັ່ນດຽວກັບສາຍນໍ້າງື່ມ ທີ່ມີແຫຼ່ງອາຣະຍະທຳຂອງມະນຸດຫຼາຍພັນປີ ທີ່ຂະຫຍາຍຕົວໄປລຸ່ມແມ່ນໍ້າສົງຄາມ ໃນບ້ານຊຽງ ຮອດທົ່ງຮາບລາຊະສີມາ ຫຼືຈະລົງໄປຮອດລຸ່ມນໍ້າແມ່ສັກພຸ້ນ.

- ຕາມທັດສະນະສ່ວນຕົວແລ້ວ ຫາກເຮົາຈະປຽບທຽບເບິ່ງສີລາຈາຣືກວັດວິຊຸນ ອັນເປັນຮູບອັກສອນລາວເຕັມຮູບແບບ ມີລັກສະນະສົມບູນກວ່ານັ້ນ ບໍ່ເປັນຂອງເກົ່ານັ້ນ ບໍ່ສາມາດເວົ້າໄດ້ເຊັ່ນດຽວກັນ ເພາະວ່າອັກສອນມທີ່ມີອາຍຸຍາວນານ ແລະມີຮູບທີ່ສົມບູນກວ່າອັກສອນໃນສີລາຈາຣືກ ຂຸນຣາມຄຳແຫງກໍເຫັນອັກສອນໃນຈາຣືກພຣະທາດຮ້າງວັດນາແຮ່ ແຂວງສາກົນນະຄອນນັ້ນ ເປັນອັກສອນລາວໃນດິນໄທຍ໌(ປັດຈຸບັນ) ມັນໄດ້ສະໜັບສະໜູນຄວາມເປັນຈິງຂອງສີລາຈຣືກ ວັດວິຊຸນໄດ້ເປັນຢ່າງດີ.

ອ້າງອີງ

ผู้เชี่ยวชาญกรมศิลป์ ยันศิลาจารึกของไทย อายุเก่าแก่กว่า"ลาว"

(ເກັບມາໄວ້ໃຫ້ອ່ານ ຢ້ານມັນເສັຍ ບໍ່ຕ້ອງປະຣິວັດເປັນອັກສອນລາວ-ຢ້ານມັນເສັຍອັດຖະຣົດ ແລະຄວາມໝາຍ)

Barcode: ISBN:
Lib. Code: Call Number:
Title: ผู้เชี่ยวชาญกรมศิลป์ ยันศิลาจารึกของไทย อายุเก่าแก่กว่า"ลาว"
Author: เว็บไซต์มติชน
Publication: http://www.matichon.co.th/matichon, ,
Language:
Country:
Abstract:
ผู้เชี่ยวชาญกรมศิลปากรชี้ศิลาจารึกของไทยเก่าแก่กว่าของลาวแน่นอน ระบุหากคนไทยคิดว่าของลาวเก่าแก่กว่าแสดงว่าโง่ ไม่ฉลาด อ่านศิลาจารึกไม่เป็น ส่วนจะเป็นของปลอมหรือแท้ต้องดูหลักศิลาก่อน ผู้เชี่ยวชาญกรมศิลปากรเชื่อว่าศิลาจารึกของประเทศไทยมีอายุเก่าแก่กว่าหลัก ศิลาจารึกที่พบในประเทศลาว ทั้งระบุว่าหากคนไทยคิดว่าของประเทศลาวเก่ากว่าแสดงว่าคนนั้นโง่ไม่ฉลาด อ่านศิลาจารึกไม่เป็น ส่วนจะเป็นของจริงหรือปลอมต้องขอดูก่อนจึงจะระบุได้ ขณะที่นักวิชาการคณะอักษรศาสตร์ จุฬาลงกรณ์มหาวิทยาลัย มีความเห็นว่ามีความเป็นไปได้ที่ศิลาจารึกของประเทศลาวจะเก่าแก่กว่าของไทย แต่ต้องเห็นวัตถุตัวจริงก่อนจะยืนยัน สำหรับความเห็นที่แตกต่างเกิดจากกรณีค้นพบศิลาจารึกลาวที่วัดวิชุน เมืองหลวงพระบาง สาธารณรัฐประชาธิปไตยประชาชนลาว(สปปล.) ซึ่งนายบุนมี เทพสีเมือง ผู้เชี่ยวชาญภาษาลาวระบุว่า สร้างขึ้นในปีจุลศักราช 532 ตรงกับ พ.ศ.1713 เท่ากับมีอายุเก่าแก่กว่าศิลาจารึกสุโขทัย 113 ปี ทั้งนี้ น.ส.ก่องแก้ว วีระประจักษ์ ผู้เชี่ยวชาญด้านอักษรโบราณ กรมศิลปากร ให้สัมภาษณ์วันที่ 6 ธันวาคม ว่า ตนคิดว่าศิลาจารึกของประเทศไทยมีอายุเก่ากว่าศิลาจารึกของประเทศลาว และไม่มีประเทศใดๆ มีศิลาจารึกเก่าแก่กว่าประเทศไทย "คนไทยนั้นจะคิดว่าของประเทศลาวนั้นเก่ากว่า แสดงว่าคนนั้นโง่ไม่ฉลาด เพราะอ่านศิลาจารึกไม่เป็น จะต้องอ่านศิลาจารึกเป็นจึงจะรู้ ดิฉันเห็นว่าศิลาจารึกของประเทศลาวมีความใหม่กว่าศิลาจารึกของประเทศไทย แต่จะบอกว่าศิลาจารึกของประเทศลาวเป็นของจริงหรือของปลอมคงจะต้องเห็นตัว ศิลาจารึกของจริงจึงจะบอกได้ ทั้งนี้ อย่าไปแข่งหรือเปรียบเทียบกับของต่างชาติว่าของใครเก่าแก่กว่ากันเลย เสียเวลาเปล่าๆ ศิลาจารึกของไทยมีความเก่าแก่กว่าแน่นอน" นางสาวก่องแก้วกล่าว ส่วนนายฉลอง สุนทราวาณิชย์ อาจารย์ประจำภาควิชาประวัติศาสตร์ คณะอักษรศาสตร์ จุฬาลงกรณ์มหาวิทยาลัย กล่าวว่า มีความเป็นไปได้ที่ศิลาจารึกของประเทศลาวจะมีความเก่าแก่กว่าศิลาจารึกของ ประเทศไทย ซึ่งหากจะบอกว่าศิลาจารึกของประเทศลาวมีอายุเท่าใด จะต้องเห็นตัววัตถุคือศิลาจารึกก่อน นายฉลองกล่าวต่ออีกว่า เป็นเรื่องที่น่าแปลกที่ไม่มีใครเคยเห็นศิลาจารึกดังกล่าวของประเทศลาวมา ก่อน หากพิสูจน์ได้ว่าศิลาจารึกของประเทศลาวมีอายุเก่าแก่กว่าศิลาจารึกของประเทศ ไทย น่าจะมีการค้นคว้าข้อมูลเกี่ยวกับประวัติศาสตร์ลาวเพิ่มเติม เพราะทุกวันนี้ยังไม่มีการศึกษาข้อเท็จจริง ไม่มีข้อมูลศิลาจารึกของประเทศลาว ซึ่งจะทำให้นักประวัติศาสตร์และนักโบราณคดีไทยต้องกลับมานั่งทบทวนและ ไตร่ตรองว่า หลักฐานของศิลาจารึกลาวให้ความกระจ่างเพิ่มขึ้นในด้านใดบ้าง ทางด้านนายไมเคิล ไรท ที่ปรึกษานิตยสารศิลปวัฒนธรรม กล่าวว่า พิจารณาจากลักษณะของตัวอักษรในศิลาจารึกที่วัดวิชุน ซึ่งอ้างว่าสร้างขึ้นในปี พ.ศ.1713 แล้วตนไม่เชื่อว่าจะมีอายุเก่าแก่ขนาดนั้น อย่างมากน่าจะอยู่ในราวคริสต์ศตวรรษที่ 15-16 ซึ่งเท่ากับหลังสมัยพ่อขุนรามคำแหงไปแล้ว นายไรทตั้งข้อสังเกตว่า "ถ้าศิลาจารึกลาวอายุเก่าถึง พ.ศ.1713 จริง น่าจะอ่านไม่ออกเลย เพราะตัวอักษรจะต่างจากที่เห็นมาก อักษร ก.ไก่ น่าจะมีลักษณะเป็น 3 ขา เช่นอักษรมอญและอักษรขอม แม้แต่ ก.ไก่ ในสมัยสุโขทัยก็ยังคงมีลักษณะเป็น 3 ขา แต่เขียนหวัดกว่า แต่ ก.ไก่ ในศิลาจารึกลาวมีลักษณะคล้ายกับ ก.ไก่ ในสมัยหลัง ดูคล้ายอักษรสมัยสุโขทัยมากกว่า" นายไรทกล่าวว่า "นอกจากนี้ที่ผู้เชี่ยวชาญภาษาลาวตั้งข้อสังเกตว่าอักษรมีรูปทรงใกล้เคียง กับอักษรเทวนาครีที่ใช้เขียนภาษาสันสกฤตก็ไม่ใช่ เพราะอักษรเทวนาครีจะเกี่ยวข้องกับทางอินเดียตอนเหนือ ไม่เกี่ยวกับอักษรในอุษาคเนย์ อักษรในดินแดนแถบอุษาคเนย์ทั้งหมดพัฒนาการมาจากอักษรปัลลวะ" ด้านนายสุจิตต์ วงษ์เทศ คอลัมนิสต์ ให้ความเห็นว่า ตนไม่เคยทราบเรื่องจารึกลาวมาก่อน เพราะอ่านตัวลาวไม่ได้ ยังไม่ทราบว่าจารึกลาวจากวัดวิชุนจะเป็นเรื่องจริงจังมากน้อยขนาดไหน ไม่ต้องการให้ด่วนสรุปเอาไปโยงเข้ากับเรื่องพ่อขุนรามคำแหงประดิษฐ์อักษรไทย ต่อกรณีที่ว่าการพบศิลาจารึกลาวหลักนี้เป็นข้อบ่งชี้ถึงเส้นทางการเคลื่อน ย้ายของคนไทย-ลาวที่มาจากทางตะวันออกจากแม่น้ำอู แม่น้ำดำ ตัดผ่านแม่น้ำโขงมาสุโขทัย นายสุจิตต์ให้ความเห็นว่า "ถึงไม่มีจารึกอะไรบอก หรือไม่มีจารึกเก่าอย่างกรณีนี้ หลักฐานอื่นๆ ก็ยืนยันนานมากแล้วว่าคนไทยไม่ได้มาจากไหน เพราะเพิ่งเรียกตัวเองว่า "คนไทย" สมัยต้นๆ อยุธยานี่เอง และพวกกลุ่มชาติพันธุ์ที่มีบทบาทมากในเรื่องนี้คือ จ้วงจากกวางสี-กวางตุ้ง ผ่านทางบก เวียดนาม ลาว เข้าลำน้ำโขงและไทย"
Note: December 07, 2005 Wednesday, 08:15
Keyword: วัฒนธรรม
Price: B$ Page:

ເຂົາວ່າ "ມາ ກາວ ລາວ ເປັນເຜົ່າໄທຍ໌ທັງສິ້ນ" ?

ເຂົາວ່າ "ມາ ກາວ ລາວ ເປັນເຜົ່າໄທຍ໌ທັງສິ້ນ" ?

ສີລາຈາຣືກເກົ່າຫຼືໃໝ່ສຳຄັນຢູ່ທີ່ກ້າຮັບກັບຄວາມຈີງ

ໂດຍ: ພອຈ ເນືອງພິລັກ ໂຊຕິທອນ
(ສະຫງວນສິດ)

- ຜູ້ຊ່ຽວຊານກົມສີລະປະກອນຊີ້ ສີລາຈາຣືກຂອງໄທຍເກົ່າແກ່ກວ່າຂອງລາວແນ່ນອນລະບຸຫາກຄົນໄທຍ໌ຄິດວ່າຂອງ ລາວເກົ່າແກ່ກວ່າຂອງໄທຍ໌ ສະແດງວ່າໂງ່ (ອ່ານເນື້ອໃນລະອຽດໃນລິງກ໌ນີ້).

- ເມື່ອອ່ານບົດຄວາມນີ້ຈົບ ແລ້ວທົບທວນໃສ່ຄວາມອືກກະທຶກຄືກໂຄມ ທີ່ໝູ່ວິຊາການທັງພາກລັດ ມະຫາວິທະຍາໄລ ແລະນັກວິຊາການອິດສະຫຼະ ສ້າງຄວາມສົນໃຈເອົາແທ້ເອົາວ່າ ຂອງນັກວິຊາການໄທຍ໌ ໃນ ໔-໕ ປີຜ່ານມານັ້ນກໍຄື ຄຳວ່າເກົ່າກວ່ານີ້ເອງ, ເມື່ອມາເບິ່ງເບື້ອງລາວເສີຍມັ່ງບໍ່ສົນໃຈຫຍັງເລີຍ ນີ້ເຮັດໃຫ້ມອງເຫັນວ່າ ທາງຝ່າຍໄທຍ໌ທີ່ບໍ່ຍອມ ຮັບເລື່ອງລາວດັ່ງກ່າວນັ້ນ ເພາະເຫດໃດ ? ເພາະມັນຈະເຮັດໃຫ້ສີລາຈາຣືກຂອງຂຸນຣາມຄຳແຫງ ລົດບົດບາດຄວາມໜ້າ ເຊື່ອຖືລົງນັ້ນເອງ ແລ້ວນັກວິຊາການອັກສອນສາດ ແລະບູຮານຄະດີ ຕ່າງປະເທດຈະມຸ້ງມາໃຫ້ຄວາມສົນໃຈສີລາຈາ ຣືກວັດວິຊຸນ ວ່າສຳຄັນກວ່າ, ບັດນັ້ນຫາກເຂົາພົບວ່າສີລາຈາຣືກວັດວິຊຸນເກົ່າແກ່ກວ່າຈິງໆ ອັນໃດຈະເກີດຂື້ນລະ ? ຢ່າ​ລືມວ່າປະຫວັດສາດຕ່າງໆຂອງໄທຍ໌ ໄດ້ມີຈຸດກຳເນີດມາຈາກສີລາຈາຣືກຂຸນລາມຄຳແຫງນີ້ ແລ້ວຄວາມເປັນຊາດທີ່ໝັ້ນ ຄົງຂອງເຂົາຕ້ອງຫັນທິດແນ່ນອນ ອັນນີ້ຄືເຂົາກົວ ມັນກໍເປັນໜ້າເຫັນໃຈເຂົາຢ່າງຫຼີກລຽງບໍ່ໄດ້.

- ຢ່າງໃດກໍຕາມ ຕໍ່ບັນຫາສີລາຈາຣືກຣາມຄຳແຫງນັ້ນ ມີການຂຽນໄວ້ວ່າ "ເມື່ອກ່ອນລາຍສືໄທນີ້ບໍ່ມີ (ມະຫາ) ສັກຣາຊໄດ້ ໑໒໐໕ ສົກ ປີມະແມ ພໍ່ຂຸນຣາມຄຳແຫງ ຫາໄຄຣ່ໃຈ ໃນໃຈ ແລໃສ່ລາຍສືໄທນີ້ ລາຍສືໄທນີ້ຈຶ່ງມີເພື່ອຂຸນຜູ້ນັ້ນໃສ່ໄວ້"

- ຕໍ່ຂໍ້ຄວາມໃນສີລາຈາຣືກນີ້ ຍາພໍ່ມະຫາສີລາ ໄດ້ໃຫ້ຄວາມເຫັນໄວ້ໃນອັກສອນສາດລາວ ປະວັດໜັງສືລາວ ວ່າ "ຖ້າສັງ ເກດຄຳທີ່ໃຊ້ໃນສີລາຈາຣືກ ຈະເຫັນໄດ້ວ່າ ມີຄຳ ("ນີ້") ຢູ່ຕໍ່ຄຳ ("ລາຍສື") ທຸກແຫ່ງໝາຍຄວາມວ່າ ໜັງສືໄທຍຢ່າງນີ້ (ຫຼືແບບນີ້) ບໍ່ໄດ້ປະສົງຈະຊົງສະແດງວ່າ ໜັງສືຂອງຊົນຊາດໄທຍ ຫາກໍຈະມີຂຶ້ນຕໍ່ເມື່ອ ພ.ສ ໑໘໒໖".

- ຍາພໍ່ມະຫາສີລາ ໝາຍຄວາມວ່າ ໜັງສືໄທຍແບບໜັງສືຂອງລາມຄຳແຫງນີ້ ບໍ່ເຄີຍມີມາກ່ອນ ເກີດມີກໍຕໍ່ເມື່ອຂຸນຣາມ ຄຳແຫງສ້າງຂຶ້ນ​ນີ້ເທົ່ານັ້ນ ແຕ່ວ່າໜັງສືໄທຍແບບອື່ນ(ເຊິ່ງບໍ່ແມ່ນຮູບແບບຂອງຂຸນຣາມຄຳແຫງນັ້ນມີຢູ່ ແລະມີມາກ່ອນ ແລ້ວ).

- ອັນຄວາມເຂົ້າໃຈແບບນີ້ ບໍ່ແມ່ນສະເພາະຍາພໍ່ມະຫາສີລາເທົ່ານັ້ນເວົ້າ ນັກອັກສອນສາດ ແລະສີລາຈາຣືກຂອງໄທຍ ເອງກໍດີ ແລະປະເທດອື່ນໆ ກໍເວົ້າແບບດຽວກັນວ່າ ໜັງສືແບບຂຸນຣາມແຫງນັ້ນ ມີຫຼັກດຽວໃນໂລກ ແຕ່ແບບອື່ນ ທີ່ມີຮູບ ຄ້າຍອັກສອນລາວນັ້ນມີຫຼາຍນັບບໍ່ຖ້ວນ, ຜູ້ຂຽນກໍວ່າເຊັ່ນນັ້ນ ເພາະພະຍາຍາມອ່ານສີລາຈາຣືກລາມຄຳແຫງຍາມໃດ ຕ້ອງເຈັບຫົວທຸກຄັ້ງ ແລ້ວກໍຍັງອ່ານບໍ່ໄດ້ເທົ່າທຸກວັນ, ບາດໄປອ່ານສີລາຈາຣືກຫຼັກອື່ນກັບໄປອ່ານ ໄດ້ປານເຄີຍຮຽນມາກ່ອນ ອັນນີ້ງຶດ.

- ທີ່ຍົກບັນຫານີ້ນີ້ມາເວົ້າ ບໍ່ແມ່ນອື່ນໄກ ແລະກໍບໍ່ມີຄວາມເປັນຫ່ວງວ່າ ສີລາຈາຣືກຂອງລາວຈະເກົ່າກວ່າຂອງໄທຍ໌ ຫຼືໃໝ່ກວ່າ ອັນນັ້ນບໍ່ສຳຄັນ, ມັນສຳຄັນກົງທີ່ວ່າ ເປັນຫ່ວງສີລາຈາຣືກວັດວິຊຸນນັ້ນ ຢ້ານມັນເສັຍຫາຍໄຮ້ຮ່ອງ ຮອຍເທົ່ານັ້ນເອງ ຝາກກົມມໍຣະດົກ ແລະຫໍພິພິທະພັນລາວເອົາໃຈໃສໃຫ້ດີແທ້ໆໆໆໆ ຢ່າເຜີໃຈເດັດຂາດ.

ອ້າງອີງ

21 August 2011

ການພັດທະນາໜັງສືລາວ ເຄິ່ງສະຕະວັດ ມີຄວາມສຳເລັດຜົນຫຼືບໍ່ ? (໒)

- ຄວາມຫຍຸ້ງຍາກຕ່າງໆນັ້ນ ໃນເມືອງມະນຸດບໍ່ມີມະນຸດຄົນໃດປາສະຈາກໄດ້ ເພາະມະນຸດມີຄວາມຍຸ້ງຍາກເປັນພື້ນຖານຢູ່ແລ້ວ ບໍ່ວ່າຄວາມຫຍຸ້ງ ຍາກທີ່ເກີດຂຶ້ນພາຍໃນຕົນ ກໍຄືຄວາມຫຍຸ້ງຍາກທີ່ເກີດຂຶ້ນຈາກພາຍນອກຕົນ ກໍຍ່ອມທຳໃຫ້ມະນຸດເກີດຄວາມທຸກ ຄວາມພັດພາກ ຄວາມບໍ່ສົມຫວັງ ຈົນເຖິງຂັ້ນປຣາຊັຍ ບາງຄົນ ບາງເຣື່ອງ ບາງເຫດກາຣກໍຫຼົວຕລອດຊີວິດ ກໍຍ່ອມມີ.
- ຫາກຄວາມຫຍຸ້ງຍາກນັ້ນ ເກີດຈາກບັນຫາອຸປະສັກທາງດ້ານພຶດຕິກັມ, ການກະທຳ ແລະແນວຄິດອັນບໍ່ເທດເໝາະບາງຢ່າງ ມະນຸດກໍສາມາດຜ່ານ ຜ່າອຸປະສັກນັ້ນໆ ເມື່ອມີໃຈສູ້ ມີຄວາມຕັ້ງໃຈ ແລະຄວາມມຸ້ງຫຍັງ ທີ່ຈະຜ່ານຜ່າອຸປະສັກ, ຫາກແຕ່ວ່າອຸປະສັກບາງຢ່າງມັນເດີນໄປບໍ່ສົດສວຍງົດ ງາມກໍຕາມ, ອຸປະສັກບາງທີ່ເກີດຄວາມຄວາມເຫັນຜິດ ອະຄະຕິ ຄວາມບໍ່ຮູ້ເທົ່າເຖິງກາຣ ແລະການມອງແບບຫູບໍ່ກວ້າງຕາບໍ່ໄກນັ້ນ ຍ່ອມເປັນອຸປະສັກ ທີ່ໃຫ້ຜົນຍາວນານ ແລະຜົນທີ່ອອກມາກໍບໍ່ສ້າງສັນ ສາມາດເຮັດໃຫ້ຕົນ ສັງຄົມ ແລະປະເທດຊາດຫຼົມເຫຼວໄດ້. ເຊັ່ນດຽວກັບອຸປະສັກ ຂອງຄະນະກັມມະການຟື້ນຟູອັກສອນສາດລາວຄະນະທໍາອິດ ຂອງບັນດິຕສະພາຈັນທະບໍຣີ ເຊິ່ງມຣສົມເດັດເຈົ້າເພັຊຣາຊເປັນ ປະທານດ້ວຍຊໍ້າຍັງມີບັນຫາ ເພາະແນວຄິດ ຄວາມຮັບຮູ້ ແນວຕິດຕໍ່ຕ້ານຊາດນິຍົມ ແລະແນວຄິດບໍ່ມອງກາຣໄກນັ້ນ ມັນໄດ້ປະສົມປົນເປິນໍາຝ່າຍຕ່າງໆ ເຊິ່ງເຮັດໃຫ້ເກີດອຸປະສັກໃນການດໍາເນີນການຂອງຄະນະດັ່ງກ່າວ ເຖິງຄະນະດັ່ງກ່າວ ຈະດຳເນີນໃນລັກສະນະທີ່ມີເອກະພາບ ແຕ່ສຽງພາຍນອກໄດ້ສະທ້ອນເຂົ້າໄປຫາຄະນະກັມ​ມະກາຣນັ້ນ ລ້ວນແຕ່ເປັນອຸປະສັກ ອຸປະສັກໃນກາຮຟື້ນຟູອັກສອນລາວ ເປັນຈັງໃດ ມີຫຍັງແນ່ເຊີນອ່ານໃນບັນທຶກຂອງຍາພໍ່ມະຫາສີລາ ວິຣະວົງ ທີ່ຂຽນໄວ້ໃນໜັງສືອັກສອນສາດລາວ ປະວັດໜັງສືລາວ ໜ້າ ໒໘-໒໙ ດັ່ງນີ້:-

ບັນທຶກໜ້າ ໒໘-໒໙
"- ໃນຂະນະທີ່ສຶກສາຫາຊ່ອງທາງ ປັບປຸງອັກສຣລາວຢູ່ນີ້ ໄດ້ເກີດມີມະຕິແຕກກັນເປັນ ໓ ພວກ ຄື ພວກໜຶ່ງທີ່ໄດ້ຮຽນໜັງສືຝຣັ່ງເສດຫຼາຍ ເຫັນດີ ໃຫ້ລຶບອັກສອນລາວຖິ້ມ ແລ້ວບັນຍັຕເອົາຕົວອັກສອນຝຣັ່ງ ໃຊ້ຂຽນຄໍາລາວ ແລະຄຳປາລີ,(໑) ດັ່ງດຽວກັບຕົວກົ໊ກຫງື້ ຂອງຫວຽດນາມ(໒)

- ອີກພວກທີສອງເຫັນວ່າສຳລັບຕົວລາວ ທີ່ບໍ່ມີໃນອັກສອນບາລີນັ້ນ(໓) ໃຫ້ໃຈຈຸດ "." ກ້ອງຕົວໜັງສືລາວເອົາ ຄືກັນກັບອັກສຣໂຣມັນ ທີ່ໃຊ້ຂຽນຄຳປາລີ ຄຳແນະນຳນີ້ມາຈາກຄວາມເຫັນດີ ຂອງທ່ານສາສຕຣາຈາຣຍ໌ລຸຍ ປີໂນຕ໌ ທີ່ໄດ້ສະແດງໄວ້ໃນຈົດໝາຍເຫຕຂອງທ່ານ ສະບັບເລກທີ ໓໕໑ ລົງວັນທີ ໕ ເມສາ ໑໙໑໘.

- ສ່ວນພວກທີ ໓ ເຫັນວ່າຈະລືບລ້າງຕົວລາວຖິ້ມບໍ່ຄວນ ແລະຈະໃຊ້ຈຸດຕືກັບຕົວອັກສຣໂຣມັນກໍບໍ່ສະດວກ ເພາະຄວາມລຶ້ງຕາ ກັບອັກສອນຕົວເດີມເຫິງ ແລ້ວ, ຈະພາໃຫ້ຫຼົງສເມີ, ເມື່ອເປັນດັ່ງນີ້ກໍແໜງຕື່ມຕົວທີ່ຍັງຂາດຢູ່ນັ້ນເຂົ້າມາໃໝ່ເລີຍຈະດີກວ່າເພາະວ່າ:-

໑. ໄທຍ໌ກັບຂະເໝນ ໄດ້ປ່ຽນມາແລ້ວ.
໒. ຕົວອັກສຣລາວ ທີ່ຜາກົຕໃນສີລາເລຂກໍຜາກົຕວ່າເພິ່ນໃຊ້ມາແລ້ວ ເກືອບເຫັນຄົບທຸກຕົວ.
໓. ໃນປະເທສໜຶ່ງ ຄວນມີຕົວໜັງສືເປັນຂອງຊາຕ ແຕ່ແບບດຽວ ຄື ສຳລັບລາວກໍຕ້ອງແມ່ນຕົວລາວ ຖ້າບໍ່ເຫັນບໍ່ຄົບກໍຕື່ມເຂົ້າ.
໔. ເມື່ອໃຊ້ຕົວໜັງສືຕົວດຽວກັນ ທັງທາງໂລກແລະທາງທັມ ປະຊາຊົນກໍຈະໄດ້ມີຄວາມຮູ້ກວ້າງຂວາງ ທັງທາງໂລກ ແລະທາງທັມ ໂດຍການໃຊ້ຕົວໜັງສື ຕົວດຽວກັນ.
- ເມື່ອເຫັນວ່າ ຄວາມເຫັນຂອງພວກທີ ໓ ມີເຫຕຜົນດີ ທີ່ປະຊຸມຈຶ່ງໄດ້ລົງມະຕິເຫັນດີ ໃຫ້ຕື່ມຕົວອັກສອນລາວໃຫ້ຄົບ ຕາມຕົວປາລີ ແລະສັນສະກຣິຕ ທີ່ບູຮານເຄີຍໃຊ້ມາແລ້ວ ຄືກັນກັບປະເທສທັງຫຼາຍ ທີ່ໄດ້ໜັງສືມາຈາກບ່ອນດຽວກັນ ໃນກາຣຕື່ມນີ້ ໄດ້ວາງຫຼັກໄວ້ ໒ ປະກາຣ ຄື:-

໑. ຊອກຄົ້ນເອົາຣູບຕົວໜັງສື ທີ່ຕື່ມມາໃໝ່ນັ້ນ ເຊິ່ງມີຢູ່ໃນສີລາເລຂເກົ່າໆ (ທີ່ໄດ້ຊອກໃນສີລາເລຂຄື ຍ-ຜູ້ຍິງ, ພ-ພະຮິຍາ, ທ-ໝາກຕົລ, ສ-ບໍ ແລະ ສ-ຄໍ ຕົວ ນ-ສາມເນນ, ຕົວຕໍໃຫຍ່ ແລະ ຖ-ໃຫຍ)
໒. ສ່ວນທີ່ບໍ່ເຫັນໃນສີລາເລຂເກົ່າ ໄດ້ດັດແປງເອົາຕົວອັກສອນທັມເຂົ້າມາໃສ່.

- ກາຣທີ່ເປັນດັ່ງນີ້ ຄະນະກັມມະກາຣ ຫໍສະໝຸດສະພາຈັນທະບູຣີ ໄດ້ຕື່ມຕົວອັກສຣລາວຂຶ້ນ ແລະໄດ້ຈັດພິທໄວຍາກຣນ໌ລາວພາຄ "ອັກຂຣະວີທີ" ສຳເຣັດໃນປີ ໑໙໓໕ ແລະທາງໂຮງຮຽນປຣິຍັຕຕິທັມ ໄດ້ອາສັຍແບບອັກຂຣະວິທີນີ້ເປັນຫຼັກ ຈຶ່ງໄດ້ແຕ່ງປຶ້ມຮຽນ ພາສາປາລີຈົນຮອດຫຼັກສູຕຕ່າງໆ ໃນທາງສາສນາ ອອກແຜ່ຜາຍຮ່ຳຮຽນຕໍ່ມາ ເປັນເວລາຫາຍປີ"

- ເມື່ອເຮົາອ່ານບັນທຶກກາຣປັບປຸງອັກສຣລາວໃນໄຣຍະຕົ້ນໆ ຂອງຣາຊະບັນດິດສະພາຈັນທະບູຣີ ພາຍໃຕ້ກາຣນຳອັນປີຊາສາມາດຂອງສົມເດັດເຈົ້າ ເພັຊຣາຊອົງນາຍົກຂອງສາພາດັ່ງກ່າວແລ້ວ ເຮັດໃຫ້ເຮົາມອງເຫັນຄວາມຫຍຸ້ງຍາກຫຼາຍປະກາຣ ບໍ່ວ່າຈະເປັນດ້ານເຄື່ອງມີການຄົ້ນຄວ້າ ບຸຄຄະລາກຣ ທີ່ມັນຫຍຸ້ງຍາກທີ່ສຸດ ກໍຄືແນວຄວາມຄິດທີ່ເຫັນຕ່າງກັນ ຈົນມີມະຕິເປັນ ໓ ມະຕິ ລ້ວນແຕ່ເປັນອຸປະສັກໃຫ້ແກ່ຄະນະກັມມະກາຣປັບປຸງແລະພື້ນຟູ ອັກສອນລາວເປັນຢ່າງຍິ່ງ ແຕ່ກໍນັບວ່າເປັນໂຊກດີຂອງພາສາສາດລາວ ທີ່ທາງຄະນະຕ່າງໆເຖິງມີຄວາມເຫັນແຕກຕ່າງກັນຕັ້ງ ໓ ມະຕິ, ແຕ່ຄະນະດັ່ງກ່າວ ກໍຕົກລົງຮັບຮອງເອົາມະຕິທີ ໓ ທີ່ເຫັນວ່າມີເຫຕຜົນດີກວ່າ ຄືໃຫ້ເພີ່ມຕື່ມອັກສອນທີ່ບໍ່ມີໃນອັກສອນລາວເດີມເຂົ້າ ໂດຍໄປຊອກຫາແບບຢ່າງມາຈາກອັກສຣລາວທີ່ເຄີຍຂຽນກັນມາແລ້ວໃນສີລາເລຂ(ສີລາຈາຣືກ) ຫາກຍັງບໍ່ພົບຕາມຄວາມຕ້ອງກາຮກໍໄດ້ດັດແປງເອົາອັກສຣ ມາຈາກອັກສຣທັມ.
- ເມື່ອມອງວັດຖຸປະສົງ ໒ ປະກາຣນັ້ນແລ້ວ ເຮົາຈະເຫັນໄດ້ວ່າອັກສອນລາວ ເຮົາອັນເປັນເຄົ້າ ທີ່ສືບເນື່ອງມາຈາກບູຮານນັ້ນ ບໍ່ໄດ້ປັບປຸງມາຈາກອັກສອນປາລີໂດຍກົງ ແລະບໍ່ໄດ້ມາຈາກອັກສຣທັມທັມໝົດ ທີ່ສຳຄັນອັກສອນລາວບໍ່ໄດ້ເອົາແບບຢ່າງມາຈາກອັກສຣໄທຍ໌ສມັຍ ແຕ່ຫາກເອົາແບບຢ່າງທີ່ໄດ້ມີກາຣໃຊ້ມາແລ້ວໃນໝວດອັກສຣລາວບູຮານທີ່ມີກາຣບັນທຶກ ໄວ້ແລ້ວກ່ອນໜ້າສມັຍນັ້ນ ຄືສີລາເລຂ ກາຣທີ່ຄົນຣຸ້ນໃໝ່ພາກັນເວົ້າວ່າກາຣຂຽນແບບລາວບູຮານ ໔໑ ຕົວ, ທີ່ສ້າງຂຶ້ນສຳເຣັດໃນປີ ໑໙໓໕ ຂອງຣາຊະບັນດິດສະພາລາວ ເໝືອນອັກສຣໄທຍ໌ ແລະໄດ້ແບບຢ່າງມາຈາກໄທຍ໌ນັ້ນ ຄວຣຈະເຊົາເຂົ້າໃຈຜິດເຊັ່ນນັ້ນແລ້ວ, ເພາະບັນທຶກນີ້ກໍໄດ້ເວົ້າຈະແຈ້ງແລ້ວວ່າດັດແປງມາຈາກສີລາເລຂອັກ ສອນລາວ ແລະຫາກບໍ່ມີກໍໄດ້ດັດແປງຈາກອັກສຣທັມ.
- ເຖິງຈະມີກາຣກ່າວເຖິງໄທຍ໌ໃນກາຣບັນທຶກນັ້ນ ກໍໝາຍວ່າອັກສອນໄທຍ໌, ອັກສຣເຂມຣ ອັກສອນພະມ້າ ອັກສຣລັງການັ້ນໄດ້ປັບປຸງ ແລະພັດທະນາແລ້ວ ລາວໃນຖານະເປັນຊາດໜຶ່ງທີ່ກຳລັງຈະກຽມພົ້ນອອກຈາກກາຣປົກຄອງຂອງຝຣັ່ງກໍຄວຣທີ່ມີອັກສຣຂອງຊາຕຕົນ ຢ່າງມີເອກະພາບ ສາມາດໃຊ້ຂຽນພາສາລາວ ແລະພາສາປາລີ ທັງພາສາອື່ນໄດ້ ນີ້ຄືວັດຖຸປະສົງເປົ້າໝາຍຂອງຄະນະກັມມະກາຣປັບປຸງ ອັກສຣລາວຍຸກເຣີ່ມຕົ້ນ ທີ່ເຂົາຄິດກັນ ເພື່ອຄວາມເປັນເອກະພາບ ແລະຜົລປໂຍຊນ໌ອັນຍາວນານຂອງຊາຕນັ້ນເອງ.
- ດ້ວຍມະຕິຂອງຄະນະປັບປຸງອັກສອນລາວຍຸກແຮກໆໆ ແລະກາຣຕໍ່ສູ້ທາງກາຣເມືອງຂອງຄະນະສົງ ແລະປະຊາຊົນລາວ ທີ່ຫູກວ້າງຕາໄກບາງກຸ່ມ ໃນອະດີດນັ້ນ ນັບເປັນໄຊຍະນະອັນຍິ່ງໃຫຍ່ຂອງຊາຕແລະປະຊາຊົນລາວ ທີ່ບໍ່ເສັຍອັກສອນລາວໄປ ຫາກບໍ່ມີຄະນະກັມມະກາຣຊຸດນີ້ ກັບຄະນະກັມມະກາຣປັບປຸງອັກສຣຂອງຣາຊະບັນດິດສະພາລາວແລ້ວ ມາຮອດປັດຈຸບັນນີ້ ຊາຕລາວເຮົາຄົງຈະເປັນເໝືອນຫຼາຍໆ ຊາຕທີ່ເອົາອັກສຣໂຣມັນ ມາຂຽນແທນອັກສອນລາວ ແລ້ວອັກສອນລາວໃນໄລຍະຫຼັງໆ ອາດເປັນພຽງປະວັດການທີ່ຕາຍໄປກັບອະດີດທີ່ພານຜ່ານ.
- ແຕ່ຄວາມສຳເຣັດຂອງຄະນະກັມມະກາຣປັບປຸງອັກສຣລາວ ກໍຄືຊາຕລາວ ກໍໄດ້ລົ້ມສລາຍລົງໃນເວລາອັນສັ້ນໆ ຄື ອັກສຣລາວ ໔໑ ຕົວຂອງຣາຊະບັນ ດິຕສະພາລາວ ກຳເນີດຂຶ້ນ ແລະຮັບໃຊ້ຊາຕ ແລະພຸດທະສາສນາພຽງ ແຕ່ ໑໔ ປີກໍຕ້ອງລົ້ມເລີກລົງ ຄື ແຕ່ປີ ໑໙໓໗-໑໙໔໘ ເມື່ອຄະນະກັມມະກາຣອັກສຣສາຕຣ໌ລາວ ຄະນະໜຶ່ງໄດ້ອອກຂໍ້ບັງຄັບເປັນພຣະຣາຊະໂອງກາຣເລຂທີ ໑໐ ໃຫ້ມີອັກສຣ ໒໗ ຕົວ ແຕ່ຂຽນໃນລັກສະນະ ພິເສດ (ຣາຍຣະອຽດໂຜດຕິດຕາມໃນບົດຕໍ່ໄປ)


ເຊີງອັຕຖ໌:
(໑) ໃຊ້ຂຽນຄໍາລາວ ແລະຄຳປາລີ : ຄວາມໝາຍຄືໃຫ້ຂຽນຄຳລາວທີ່ເປັນເຄົ້າພາສາລາວແທ້ໆ ແລະພາສາປາລີອັນເປັນເຄົ້າພາສາປາລີແທ້ໆ ໂດຍເອົາອັກສຣໂຣມັນໄປຂຽນ.
(໒) ເໝືອນກັບອັກສອນຫວຽດນາມປັດຈຸບັນ ທີ່ສ້າງຂຶ້ນມກ່ອນອັກສຣລາວ ເຊິ່ງເອົາອັກສຣໂຣມັນມາຂຽນຄຳຫວຽດນາມແທນອັກສອນໂໝ່ມ ເຊິ່ງເໝືອນອັກສຣຈີນ ທີ່ມີມາແຕ່ເຫິງແລ້ວ.
(໓) ຝ່າຍນີ້ເຫັນວ່າໃຫ້ຄົງອັກສຣລາວໄວ້ເໝືອນເດີມ ແຕ່ໃຫ້ເອົາອັກສອນລາວທີ່ມັນຊໍ້າກັນມາຂຽນແທນ ເມື່ອຂຽນພາສາປາລີ ແຕ່ໂຕໃດທີ່ຂຽນ ຕ່າງກັນເມື່ອໃຊ້ຂຽນພາສາປາລີໃຫ້ໃຊ້ຈຸດ (ນິກຄະຫິດ) ໃສ່ກ້ອງໄວ້.

ການພັດທະນາໜັງສືລາວ ເຄິ່ງສະຕະວັດ ມີຄວາມສຳເລັດຜົນຫຼືບໍ່ ? (໑)

ບັນທຶກອັກສອນສາດ ປະວັດໜັງສືລາວ ຂອງຍາພໍ່ມະຫາສີລາ ວິຣະວົງ ກ່າວເຖິງຄະນະກັມມະການຟື້ນຟູອັກສອນລາວ ໔໑ ໂຕ, ເຊິ່ງມີຄວາມເປັນມາ ເກືອບລະອຽດລະອໍ, ທ່ານເວົ້າໄວ້ໃນປຶ້ມດັ່ງກ່າວ ໃນໜ້າ ໒໖-໒໘ ວ່າດັ່ງນີ້:
"- ຄັນມາເຖິງຣະຫວ່າງປີ ຄ.ສ ໑໙໒໙ ສະມາຄົນນັກປຣາຊຍ໌ຝຣັ່ງເສສ ກໍວາງແຜນຟື້ນຟູພຸທທະສາສນາ ແລະກາຣສຶກສາຝ່າຍພຸທທະສາສນາໃນ ຣາຊະອານາຈັກລາວຂຶ້ນຄືກັນ ຈຶ່ງໄດ້ຕັ້ງໂຮງຮຽນປາລີຂຶ້ນ ໃນນະຄອນວຽງຈັນ ໂຮງຮຽນຕັ້ງຢູ່ຫໍຄຳ (ໃນບໍຣິເວນພຣະຕຳນັກດຽວນີ້) ໂດຍມີຍາພໍ່ມະຫາແກ່ວ ເປັນຄຣູສອນ (ຍາພໍ່ມາຫາແກ້ວນີ້ສືກສາຝ່າຍພຸທທະສາສນາມາຈາກປະເທສໄທຍ໌) ນອກຈາກນີ້ແລ້ວ ນອກຈາກນີ້ແລ້ວທາງສະມາຄົນນັກປຣາຊຍ໌ຝຣັ່ງເສສ ກໍດຳເນີນກາຣາຕັ້ງຫໍສມຸດຂຶ້ນໃນນະຄອນວຽງຈັນ ໂດຍແຕ່ງຕັ້ງໃຫ້ເຈົ້າເພັຊຣາຊ (ເຊິ່ງໃນເວລານັ້ນຍັງບໍ່ໄດ້ເປັນອຸປຣາຊ ແຕ່ດຳຣົງຕຳແໜ່ງເປັນສາຣະວັດ ຜູ້ກວດກາແຜ່ນດິນທົ່ວໆໄປ) ເປັນປະທານ ແລະຮຽກອົງກາຣນີ້ວ່າ "ພຸທທະບັນດິຕສະພາຈັນທະບູຣີ" ແລ້ວທຳກາຣທ້ອນໂຣມໜັງສືເກົ່າຂອງລາວ ທັງທີ່ເປັນອັກສອນທັມມ໌ ອັກສອນລາວ ມາໄວ້ບ່ອນດຽວຈັດຕັ້ງເປັນ ຫໍສະໝຸດຂຶ້ນ ພ້ອມກັນນີ້ກໍໄດ້ພາກພຽນອອກກົດໝາຍ ຫ້າມບໍ່ໃຫ້ທຳລາຍມ້າງເພວັດວາອາຮາມ ຫຼືຂົນເອົາພຣະພຸທທະຣູບໜີ ເຊິ່ງຄວາມຈິງ ເຂົາເອົາໄປເກືອບໝົດແລ້ວ.

- ກ່ຽວກັບການຟື້ນຟູພຣະພຸດທະສາສນາ ແລະຈັດຕັງກາຣສຶກສາທາງສາສນາ ມີຂໍ້ຫຍຸງຍາກຢູ່ໃນເຣື່ອງແບບຮຽນ ຍາພໍ່ມະຫາແກ້ວ ສອນໂຮງຮຽນ ປາລີເວລານັ້ນ (ໄດ້ຍິນວ່າທຳອິດກໍມາຮຽນຫຼາຍຢູ່ ມີພຣະເນນເກືອບ ໗໐ ຕົນ ເວລາຂ້າເຈົ້າມາແທນເພິ່ນເຫັນມີເຫຼືອພຽງ ໕ ຕົນ) ກໍໃຊ້ແບບໄທຍ໌ເປັນຫຼັກ ແລ້ວກ່າຍອອກເປັນຕົວທັມມ໌ ໃຫ້ນັກຮຽນຂຽນກ່າຍເອົາວັນລະ ໔-໕ ແຖວ ເປັນການຊັກຊ້າເສັຍເວລາຫຼາຍ ເມື່ອຂ້າພະເຈົ້າ(ຜູ້ຂຽນ) ມາແທນເພິ່ນໃນປີ ຄ.ສ ໑໙໓໑-໑໙໓໒ ຈຶ່ງໄດ້ສເນີຄວາມເຫັນ ຕໍ່ອົງນາຍົກພຸທທະບັນດິຕສະພາ ຄືເຈົ້າເພັຊຣາຊ ວ່າຄວນຈະພິມແບບຮຽນປາລີ ແລະນັກທັມມ໌ຂຶ້ນ ຈຶ່ງຈະສະດວກ ແຕ່ໃນຂັນຕົ້ນຕ້ອງປັບປຸງຕົວອັກສອນລາວເສັຍກ່ອນ ເພາະຄັນຈະເອົາຕົວອັກ ສອນທັມ ມາພິມເປັນແບບຮຽນກໍບໍ່ໄດ້ ດ້ວຍຕົວພິມສຳລັບຕົວທັມບໍ່ມີ ໃນກາຮນີ້ອົງນາຍົກພຸທທະບັນດິຕສະພາຈັນທະບູຮີ ຈຶ່ງໄດ້ແຕ່ງຕັ້ງກັມມະກາຣ ຂຶ້ນຄະນະໜຶ່ງ ເຊິ່ງຂ້າພະເຈົ້າຈື່ໄດ້ມີ ຄື:-
໑. ເຈົ້າເພັຊຣາຊ ນາຍົກພຸທະບັນດິດສະພາ ປະທານ
໒. ພະນະທ່ານຫຍຸຍ ອະໄພ ກັມມະກາຣ.
໓. ຍາພໍ່ມະຫາແກ້ວ ກັມມະກາຣ.
໔. ຍາພໍ່ພິມມະສອນ ກັມມະກາຣ.
໕. ຍາພໍ່ເມືອງໂຂງ ກັມມະກາຣ.
໖. ພຍານາມເສນາ ກັມມະກາຣ.
໗. ທ່ານເລກີ ເຮືອງ ກັມມະກາຣ.
໘. ທ່ານບຣັງ ເດີ ລາ ໂບຣຊ໌ ກັມມະກາຣ.
໙. ພຍາສຣີນະຄອນໂລກ(ພນະທ່ານຜຸຍ ປັນຍາ) ກັມມະກາຣ.
໑໐. ຂ້າພະເຈົ້າ (ສີລາ ວິຣະວົງ) ເລາຂານຸກາຮ ແລະກັມມະກາຣ."

- ເມື່ອຄະນະກັມມະກາຣໄດ້ຮັບການແຕ່ງຕັ້ງແລ້ວ ກໍຫາຊ່ອງທາງ ໃນການປັບປຸງ ແລະຟື້ນຟູອັກສອນລາວສືບຕໍ່ໄປ ພາຍໃຕ້ພຸດທະບັນດິດສະພາ ແຕ່ຄວາມຫຍຸ້ງຍາກກໍເກີດຂຶ້ນແກ່ຄະນະກັມມະການ ເພາະກັມມະການຝ່ານຕ່າງໆນັ້ນ ກໍມີຄວາມເຫັນແຕກຕ່າງກັນ ກ່ຽວກັບການຟື້ນຟູ ແລະປັບປຸງອັກສອນສາດລາວ ຄວາມຫຍຸ້ງຍາກເພາະເຫດໃດ ເຊີນຕິດຕາມອ່ານໃນບົດຕໍ່ໄປ.