ໂດຍ: ພອຈ ເນືອງພິລັກ ໂຊຕິທອນ
(ສະຫງວນສິດ)
- ຜູ້ຊ່ຽວຊານກົມສີລະປະກອນຊີ້ ສີລາຈາຣືກຂອງໄທຍເກົ່າແກ່ກວ່າຂອງລາວແນ່ນອນລະບຸຫາກຄົນໄທຍ໌ຄິດວ່າຂອງ ລາວເກົ່າແກ່ກວ່າຂອງໄທຍ໌ ສະແດງວ່າໂງ່ (ອ່ານເນື້ອໃນລະອຽດໃນລິງກ໌ນີ້).
- ເມື່ອອ່ານບົດຄວາມນີ້ຈົບ ແລ້ວທົບທວນໃສ່ຄວາມອືກກະທຶກຄືກໂຄມ ທີ່ໝູ່ວິຊາການທັງພາກລັດ ມະຫາວິທະຍາໄລ ແລະນັກວິຊາການອິດສະຫຼະ ສ້າງຄວາມສົນໃຈເອົາແທ້ເອົາວ່າ ຂອງນັກວິຊາການໄທຍ໌ ໃນ ໔-໕ ປີຜ່ານມານັ້ນກໍຄື ຄຳວ່າເກົ່າກວ່ານີ້ເອງ, ເມື່ອມາເບິ່ງເບື້ອງລາວເສີຍມັ່ງບໍ່ສົນໃຈຫຍັງເລີຍ ນີ້ເຮັດໃຫ້ມອງເຫັນວ່າ ທາງຝ່າຍໄທຍ໌ທີ່ບໍ່ຍອມ ຮັບເລື່ອງລາວດັ່ງກ່າວນັ້ນ ເພາະເຫດໃດ ? ເພາະມັນຈະເຮັດໃຫ້ສີລາຈາຣືກຂອງຂຸນຣາມຄຳແຫງ ລົດບົດບາດຄວາມໜ້າ ເຊື່ອຖືລົງນັ້ນເອງ ແລ້ວນັກວິຊາການອັກສອນສາດ ແລະບູຮານຄະດີ ຕ່າງປະເທດຈະມຸ້ງມາໃຫ້ຄວາມສົນໃຈສີລາຈາ ຣືກວັດວິຊຸນ ວ່າສຳຄັນກວ່າ, ບັດນັ້ນຫາກເຂົາພົບວ່າສີລາຈາຣືກວັດວິຊຸນເກົ່າແກ່ກວ່າຈິງໆ ອັນໃດຈະເກີດຂື້ນລະ ? ຢ່າລືມວ່າປະຫວັດສາດຕ່າງໆຂອງໄທຍ໌ ໄດ້ມີຈຸດກຳເນີດມາຈາກສີລາຈາຣືກຂຸນລາມຄຳແຫງນີ້ ແລ້ວຄວາມເປັນຊາດທີ່ໝັ້ນ ຄົງຂອງເຂົາຕ້ອງຫັນທິດແນ່ນອນ ອັນນີ້ຄືເຂົາກົວ ມັນກໍເປັນໜ້າເຫັນໃຈເຂົາຢ່າງຫຼີກລຽງບໍ່ໄດ້.
- ຢ່າງໃດກໍຕາມ ຕໍ່ບັນຫາສີລາຈາຣືກຣາມຄຳແຫງນັ້ນ ມີການຂຽນໄວ້ວ່າ "ເມື່ອກ່ອນລາຍສືໄທນີ້ບໍ່ມີ (ມະຫາ) ສັກຣາຊໄດ້ ໑໒໐໕ ສົກ ປີມະແມ ພໍ່ຂຸນຣາມຄຳແຫງ ຫາໄຄຣ່ໃຈ ໃນໃຈ ແລໃສ່ລາຍສືໄທນີ້ ລາຍສືໄທນີ້ຈຶ່ງມີເພື່ອຂຸນຜູ້ນັ້ນໃສ່ໄວ້"
- ຕໍ່ຂໍ້ຄວາມໃນສີລາຈາຣືກນີ້ ຍາພໍ່ມະຫາສີລາ ໄດ້ໃຫ້ຄວາມເຫັນໄວ້ໃນອັກສອນສາດລາວ ປະວັດໜັງສືລາວ ວ່າ "ຖ້າສັງ ເກດຄຳທີ່ໃຊ້ໃນສີລາຈາຣືກ ຈະເຫັນໄດ້ວ່າ ມີຄຳ ("ນີ້") ຢູ່ຕໍ່ຄຳ ("ລາຍສື") ທຸກແຫ່ງໝາຍຄວາມວ່າ ໜັງສືໄທຍຢ່າງນີ້ (ຫຼືແບບນີ້) ບໍ່ໄດ້ປະສົງຈະຊົງສະແດງວ່າ ໜັງສືຂອງຊົນຊາດໄທຍ ຫາກໍຈະມີຂຶ້ນຕໍ່ເມື່ອ ພ.ສ ໑໘໒໖".
- ຍາພໍ່ມະຫາສີລາ ໝາຍຄວາມວ່າ ໜັງສືໄທຍແບບໜັງສືຂອງລາມຄຳແຫງນີ້ ບໍ່ເຄີຍມີມາກ່ອນ ເກີດມີກໍຕໍ່ເມື່ອຂຸນຣາມ ຄຳແຫງສ້າງຂຶ້ນນີ້ເທົ່ານັ້ນ ແຕ່ວ່າໜັງສືໄທຍແບບອື່ນ(ເຊິ່ງບໍ່ແມ່ນຮູບແບບຂອງຂຸນຣາມຄຳແຫງນັ້ນມີຢູ່ ແລະມີມາກ່ອນ ແລ້ວ).
- ອັນຄວາມເຂົ້າໃຈແບບນີ້ ບໍ່ແມ່ນສະເພາະຍາພໍ່ມະຫາສີລາເທົ່ານັ້ນເວົ້າ ນັກອັກສອນສາດ ແລະສີລາຈາຣືກຂອງໄທຍ ເອງກໍດີ ແລະປະເທດອື່ນໆ ກໍເວົ້າແບບດຽວກັນວ່າ ໜັງສືແບບຂຸນຣາມແຫງນັ້ນ ມີຫຼັກດຽວໃນໂລກ ແຕ່ແບບອື່ນ ທີ່ມີຮູບ ຄ້າຍອັກສອນລາວນັ້ນມີຫຼາຍນັບບໍ່ຖ້ວນ, ຜູ້ຂຽນກໍວ່າເຊັ່ນນັ້ນ ເພາະພະຍາຍາມອ່ານສີລາຈາຣືກລາມຄຳແຫງຍາມໃດ ຕ້ອງເຈັບຫົວທຸກຄັ້ງ ແລ້ວກໍຍັງອ່ານບໍ່ໄດ້ເທົ່າທຸກວັນ, ບາດໄປອ່ານສີລາຈາຣືກຫຼັກອື່ນກັບໄປອ່ານ ໄດ້ປານເຄີຍຮຽນມາກ່ອນ ອັນນີ້ງຶດ.
- ທີ່ຍົກບັນຫານີ້ນີ້ມາເວົ້າ ບໍ່ແມ່ນອື່ນໄກ ແລະກໍບໍ່ມີຄວາມເປັນຫ່ວງວ່າ ສີລາຈາຣືກຂອງລາວຈະເກົ່າກວ່າຂອງໄທຍ໌ ຫຼືໃໝ່ກວ່າ ອັນນັ້ນບໍ່ສຳຄັນ, ມັນສຳຄັນກົງທີ່ວ່າ ເປັນຫ່ວງສີລາຈາຣືກວັດວິຊຸນນັ້ນ ຢ້ານມັນເສັຍຫາຍໄຮ້ຮ່ອງ ຮອຍເທົ່ານັ້ນເອງ ຝາກກົມມໍຣະດົກ ແລະຫໍພິພິທະພັນລາວເອົາໃຈໃສໃຫ້ດີແທ້ໆໆໆໆ ຢ່າເຜີໃຈເດັດຂາດ.
ອ້າງອີງ

No comments:
Post a Comment