Search ຄົ້ນຫາ

Loading...

23 February 2014

ເພງລາວແຄນ

alt
"ລາວແພນ" ເດີມຊື່ "ລາວແຄນ" ເປັນເພງຊະນິດໜຶ່ງ ຄ້າຍລຳ ແລະຄ້າຍເພງ ເປັນການປະສົມປະສານລະຫວ່າງເພງ-ກັບຂັບເຂົ້າກັນ ເພງລາວເພນ ມີເຄື່ອງດົນຕີປະກອບຫຼັກແມ່ນ "ແຄນ" ນັບແຕ່ ຄ.ສ ໑໗໘໙ ເປັນຕົ້ນມາ ເພງນີ້ໄດ້ຖືກຫຼີ້ນກັນຢ່າງຫຼວງຫຼາຍໃນຫົວເມືອງດ້ານໃນຂອງສຍາມ ຜູ້ຫຼິ້ນແມ່ນຄົນລາວ ແລະເປັນເພງທີ່ນິຍົມກັນຕັ້ງແຕ່ເຈົ້າຂຸນມຸນນາຍ ຈົນຮອດໄພ່, ຕາມບັນທຶກໄວ້ວ່າຄວາມນິຍົມຂອງຄົນລາວ ແລະ ຄົນສຍາມນັ້ນ ຈົນເຮັດໃຫ້ເພງ ແລະດົນຕຣີອື່ນໆຂອງສຍາມລົດຄວາມນິຍົມລົງ ກ່າວກັນວ່າ "ພຣະປິ່ນເກົ້າລັດຊະການທີ ໓" ນິຍົມສຸດຂີດ ແຕ່ພຣະຈອມເກົ້າ ຣັດຊະການທີ ໔ ມອງເຫັນວ່າ ເປັນການທຳລາຍວັດທະນະທັມເພງສຍາມ ຈຶ່ງສັ່ງຫ້າມທົ່ວພຣະນະຄອນບໍ່ໃຫ້ຫຼີ້ນລາວແພນ ຫຼືລາວແຄນ, ເມື່ອຖືກສັ່ງຫ້າມໃນພຣະນະຄອນເທົ່ານັ້ນ ຫົວເມືອງດ້ານໃນຮອບນອກ ອັນໄດ້ແກ່ສຸພັນບູຣີ, ເພັດບູຣີ, ອ່າງທອງ ແລະອື່ນໆ ຍັງສືບຕໍ່ຫຼີ້ນຢູ່ໃນຊຸມຊົນລາວ ແລະສຍາມບາງສ່ວນ ແຕ່ຮູບແບບໄດ້ປ່ຽນໄປ ໂດຍເອົາເນື້ອ ແລະຈັງຫວະເພງໄວ້ ພຽງແຕ່ປ່ຽນເຄືອງດົນຕີຈາກແຄນ ໄປເປັນປີ່, ຂຸ່ຍ ແລະອື່ນໆ ກໍສາມາດຫຼິ້ນເພງລາວແຄນໄດ້ ແລ້ວປ່ຽນຊື່ຈາກລາວແຄນທີ່ສັ່ງຫ້າມ ມາເປັນລາວແພນ, ໃນທີສຸດກໍກາຍເປັນແພງອີແຊວ ແລະປະສົມກັບເພງລຳຕັດ ກາຍເປັນເພງອີກຮູບແບບໃໝ່ ກາຍເປັນວັດທະນະທັມເພງໄທຍ໌ (ຖິ່ນເກີດທີສຸພັນ-ອ່າງທອງ) ສືບຕໍ່ມາ.
(ພຣະອາຈານເນືອງພິລັກ ຂຽນບັນທຶກໄວ້)

20 December 2012

21 September 2012

ການເລືອກສະຕຣີມາເປັນສີພັນລະຍາສຳລັບບູຣຸດ(ເບິ່ງພາຍນອກ)


ເວົ້າເລື່ອງໂຜດສັດ

- ບໍ່ໄປບໍ່ມາທາງໃດ ກັບມາເວົ້າເລື່ອງໂຜດສັດອີກຮອບໜຶ່ງ ເພາະເຊົ້ານີ້ ມີຄົນມາເຮັດບຸນໂຜດສັດ.
- ສັດທີ່ເຂົາເອົາມາມີ ນົກກະຈອກ 3 ໂຕ, ເຕົ່າ 1 ໂຕ, ຖວາຍພາເຂົ້າທິບ ແລ້ວສູດມົນ.
- ບັງເອີນ ກໍາລັງສູດຢູ່ນັ້ນນົກໂຕໜຶ່ງ ມັນລົ້ມລົງແລ້ວລຸກບໍ່ຂຶ້ນ.
- ເຈົ້າຂອງຕົກໃຈໃຫຍ່ເລີຍ ເບິ່ງທ່າທາງຈິດໃຈເຂົາກະວົນກະວາຍ ພະຍາາມທຸກວິທີ ເພື່ອເຮັດໃຫ້ນົກນັ້ນລຸກຂຶ້ນໄດ້.
- ກໍເລີຍບອກເຂົາໄປວ່າ ບໍ່ຕ້ອງຢ້ານບາບ ຄັນເຮົາທໍາດີ (ບໍ່ແມ່ນວ່າບໍ່ຄໍານຶງເຖິງຊີວິດນົກ ແຕ່ຄໍານຶງເຖິງຄົນໄວ້ກ່ອນ ຊີວິກນົກ ຊີວິດຄົນເທົ່າກັນ ແຕ່ນົກຕາຍແລ້ວ ຟື້ນຍາກແນ່ນອນ ສົງໄສມັນຫິວອາຫານ ແຕ່ວານີ້ ເພາະເຂົາໄປຊື້ມາແຕ່ວານີ້ພຸ້ນ ມື້ຄືນບໍ່ຮູ້ວ່າເຂົາໃຫ້ກິນເຂົ້າກິນນໍ້າບໍ ຫຼືບໍ່, ຄົນຈັບນົກມາຂາຍ ຄົງຈະຈັບມາຫຼາຍວັນແລ້ວ)
- ຫຼັງຈາກພາເຂົາແຜ່ເມດຕາແລ້ວ ກໍໃຫ້ເຂົາໄປປ່ອຍນົກ ເຂົາກັບມາແລ້ວ ບອກວ່ານົກໂຕໜຶ່ງບິນບໍ່ໄດ້ (ແມ່ນໂຕມັນລົ້ມນັ້ນແລ້ວ)
- ມັນບິນບໍ່ໄດ້ກະຕາມ ຖືວ່າເຮົາປ່ອຍແລ້ວ ບໍ່ຕ້ອງຫ່ວງ, ໃຫ້ເຂົ້າໃຈວ່າ ຕົວໃຜຕົວມັນ ບາບຢ່າທໍາກໍາຢ່າສ້າງ ຫາກຢາກອິກສະຫຼະ ກໍຈົ່ງຢ່າສ້າງກັມເພິ່ມ.
- ຖາມເຂົາວ່າ ເປັນຫຍັງຈຶ່ງຢາກໂຜດສັດ ເຂົາບອກວ່າ ໄປວັດຖໍ້າພຣະແມ່ຂາວບອກໃຫ້ປ່ອຍນົກປ່ອຍເຕົ່າ.
- ແມ່ຂາວບອກວ່າ ຄັນເຮັກປ່ອຍນົກຊີວິດຊິດີຂຶ້ນ ?
- ອາຕະມາ ຖາມວ່າ ເປັນຫຍັງຈຶ່ງໄປເອົານົກກະຈອກໂຜດລະ ?
- ຊິໃຫ້ປ່ອຍນົກຫຍັງ ?
- ນົກຫຍັງກະໄດ້ ທີ່ບໍ່ແມ່ນນົກກະຈອກ.
- ຊິໄປຊື້ຢູ່ໃສລະ ?
- ຊື້ຢູ່ໃສກະໄດ້ ບໍ່ຊື້ມາກະໄດ້ ເຮົາຢາກໂຜດສັດຊະນິດໃດ ຄັນຫາບໍ່ໄດ້ ເຮົາກໍປາດຖະໜາ ບໍ່ບຽດບຽນສັດນັ້ນ ແລ້ວກໍກ່າວຄໍາແຜ່ເມດຕາໄປທຸກວັນ ກໍຊື່ວ່າໂຜດສັດແລ້ວ.
- ເພິ່ນບອກວ່າໃຫ້ປ່ອຍນົກ.
- ແມ່ອອກລ້ຽງນົກຊັ້ນບໍ ?
- ບໍ່ ໄດ້ລ້ຽງຂ້ານ້ອຍ.
- ບໍ່ໄດ້ລ້ຽງ ຊິໄປປ່ອຍມັນເຮັດຫຍັງ ເຮົາບໍ່ໄດ້ລ້ຽງ ຄັນເຮົາລ້ຽງ ກະວ່າໄປອີກຈັ່ງໜຶ່ງ.
- ຈັກແລ້ວ ເພິ່ນບອກວ່າໃຫ້ປ່ອຍນົກ ກະໄປຫາຊື້ມາ.
- ອາຕະມາເວົ້າຫຼິ້ນ ແກມອີຫຼີ ໂອຍ.........ອົດສາໂຜດນົກທັງທີ ໄປຊື້ນົກກະຈອກມາປ່ອຍ.
- ປ່ອຍບໍ່ໄດ້ຊັ້ນບໍ ຂ້ານ້ອຍ ? (ເຂົາສົນໃຈ)
- ປ່ອຍໄດ້ ແຕ່ບໍ່ຄັກ.
- ເປັນຫຍັງຂ້ານ້ອຍ.
- ປ່ອຍນັກກະຈອກ ມັນກະກະຈອກຫັ້ນຕິ, ຄັນປ່ອຍຕ້ອງປ່ອຍນົກກາງແກ ຊືມັນຈຶ່ງຍິ່ງໃຫຍ໋.
- ຄືວ່າຈັ່ງຊັ້ນ.
- ເອົາວ໌ ກາງແກ ຄືຄວາມເປັນອິສຣະແຂງແຮງ ຫັ້ນຕິ.
- ເອົາຈັ່ງຊີ້ ບາດໜ້າຄັນຢາກປ່ອຍສັດ ໂຜດສັດໃຫ້ເຮັດຕາມອາຈານ.
- ເຮັດຈັ່ງໃດຂ້ານ້ອຍ.
- 1. ຄັນໄປໃສມາໃສ ເຫັນເຂົາຂັງນົກມາຊຶ້ແລ້ວປ່ອຍໂລດ.
- 2. ເຫັນນົກຖືກເຈັບ ຖືກເປັນເຂົາເອົາມາຂາຍ ຊື້ແລ້ວເອົາມາປົວແລ້ວປ່ອຍໂລດ.
- ເຂົາວ່າຄັນຊິປ່ອຍໃຫ້ໄປປ່ອຍທີ່ວັດ.
- ປ່ອຍທີ່ໃດກໍໄດ້ ກ່ອນຈະປ່ອຍໃຫ້ວ່າຈັ່ງຊີກ່ອນ.
- ວ່າຈັ່ງໃດຂ້ານ້ອຍ.
- ວ່າຈັ່ງຊີ້.
1. ໃຫ້ເມດຕາຕົນເອງກ່ອນ (ເມດຕາເພິ່ນ ກໍຕ້ອງເມດຕາຕົນເອງໃຫ້ຖືເປັນສໍາຄັນ) ວ່າດັ່ງນີ້:
ອະຫັງ ສຸຂີໂຕ ໂຫມິ : ຂໍໃຫ້ຂ້ານ້ອຍມີຄວາມສຸຂເຖີດ
ນິທທຸກໂຂ ໂຫມິ : ຂໍໃຫ້ຂ້ານ້ອຍຢ່າມີທຸກເຖີດ.
ອະເວໂຮ ໂຫມິ : ຂໍໃຫ້ຂ້ານ້ອຍຢ່າມີເວນເທີ້ນ.
ອັພພະຍາປັຊໂຊ ໂຫມິ: ຂໍໃຫ້ຂ້ານ້ອຍຢ່າມີຄວາມພະຍາບາດຈ່ອງເວນເລີຍ.
ອະນິໂຄ ໂຫມິ : ຂໍໃຫ້ຂ້ານ້ອຍຢ່າໄດ້ມີຄວາມທຸກກາຍທຸກໃຈເລີຍ.
ສຸກຂີ ອັຕຕານັງ ປະຣິຫາຣາມິ : ຂໍໃຫ້ຂ້ານ້ອຍຈົ່ງຮັກສາຕົນໃຫ້ພົ້ນທຸກໄພທັງສິ້ນເຖີ້ນ.

2. ເມດຕາສັດ ເມດຕາຄົນອື່ນ.
ສັບເພສັດຕາ ສຸຂີຕາໂຫນຕຸ : ສັດທັງຫຼາຍ ທີ່ເປັນເພື້ອນທຸກເກີດແກ່ເຈັບຕາຍດ້ວຍກັນທັງໝົດທັ້ງສິ້ນ ຈົ່ງເປັນສຸກເປັນສຸກເຖີດ.
ສັບເພສັດຕາ ອະເວຣາໂຫນຕຸ : ສັດທັງຫຼາຍ ທີ່ເປັນເພື້ອນທຸກເກີດແກ່ເຈັບຕາຍດ້ວຍກັນທັງໝົດທັ້ງສິ້ນ ຢ່າໄດ້ມີເວນເຊິ່ງກັນແລະກັນເລີຍ.
ສັບເພສັດຕາ ອັພພຍາປັດຊາ ໂຫນຕຸ : ສັດທັງຫຼາຍ ທີ່ເປັນເພື້ອນທຸກເກີດແກ່ເຈັບຕາຍດ້ວຍກັນທັງໝົດທັ້ງສິ້ນ ຢ່າໄດ້ພະຍາບາດຈ່ອງເວນແກ່ກັນແລະກັນເລີຍ.
ສັບເພສັດຕາ ອະນິຄາໂຫນຕຸ :ສັດທັງຫຼາຍ ທີ່ເປັນເພື້ອນທຸກເກີດແກ່ເຈັບຕາຍດ້ວຍກັນທັງໝົດທັ້ງສິ້ນ ຢ່າໄດ້ມີຄວາມເຈັບໄຂ້ລໍາບາກກາຍລໍາບາກໃຈເລີຍ.
ສັບເພສັດຕາ ສຸຂີອັດຕານັງ ປະຣິຫາຣັນຕຸ : ສັດທັງຫຼາຍ ທີ່ເປັນເພື້ອນທຸກເກີດແກ່ເຈັບຕາຍດ້ວຍກັນທັງໝົດທັ້ງສິ້ນຈົ່ງເປັນຜູ້ຮັກສາຕົວຂອງຕົນໃຫ້ພົ້ນຈາກໄພທັງສິ້ນເຖິ້ນ.
- ເວົ້າແລ້ວ ກໍຕັ້ງປາຖະໜາໄວ້ໃນໃຈ ຕາມແຕ່ຢາກເວົ້າ ແລ້ວກໍປ່ອຍສັດໄປ ອັນນີ້ດີກວ່າ,
- ຢາກແທ້ ຂ້ານ້ອຍ ເຂົາວ່າ
- ເຮັດດີຕ້ອງຍາກ ດີກວ່າໄປຊື້ທີ່ເຂົາວາງຂາຍ ມີການຊື້ ກໍມີການຂາຍ ແລ້ວຄວາມເມດຕາຂອງເຮົາ ກໍກໍ່ເກີດຄວາມເດືອດຮ້ອນສັດອື່ນ ມັນຊີດີຊັ້ນບໍ ?
- ຫຼັງຈາກນັ້ນແລ້ວ ກໍປາດຖະໜາ ໄຫວ້ພຣະແລະກ່າວຄໍາແຜ່ເມດຕາໄປຕລອດ ແລະບໍ່ຄິດ ແລະບຽດບຽນສັດ ແລະຄົນຕລອດຊີວິດ ນັ້ນຄືການຖໂຜດສັດທີ່ດີ ທີ່ສຸດ.