19 March 2015

ແພ້-ພ່າຍ ໃນສີລາຈາຣືກສຸໂຂໄທ ຫຼັກທີ 1 ໜ້າ 1 ມີຄວາມໝາຍວ່າຈັງໃດ ?

ແພ້-ພ່າຍ ໃນສີລາຈາຣືກສຸໂຂໄທ ຫຼັກທີ 1 ໜ້າ 1 ມີຄວາມໝາຍວ່າຈັງໃດ ?
-------------
ພອຈ.ເນືອງພິລັກ ໂຊຕິທອນ
10 ມີນາ 2015
- ໃນພາສາໄທຍ໌ປັດຈຸບັນ ຄຳວ່າແພ້ ໝາຍເຖິງບໍ່ຊະນະຫຼືເສັຍໄຊ ແຕ່ໃຊ້ຄູ່ກັບ ຊະນະ, ໃນພາສາລາວຄຳວ່າແພ້ ໝາຍເຖິງຊະນະ ແຕ່ໃຊ້ຄູກັບເສັຍໄຊ, ບາງຄັ້ງກໍພົບໃຊ້ຄູ່ກັບພ່າຍໃນພາສາທ້ອງຖິ່ນ ແລະຜາບແພ້ ໃຊ້ຄູ່ກັບພ່າຍແພ້ ກໍມີ.
- ເຮົາພົບຄຳວ່າ ແພ້ກັບພ່າຍ ໃນສີລາຈາຣືກໃນສີລາຈາຣືກສຸໂຂໄທ ຫຼັກທີ 1 ໜ້າ 1 ເຊິ່ງຂຸນຣາມຄຳແຫງໄດ້ພັນລະນາເຖິງຕົວພະອົງຕອນໜຶ່ງວ່່າ " ตนกูพุ่งช้างขุนสามชนตัวชื่อมาสเมืองแพ้ ขุนสามชนพ่ายหนี-ຕົນກູພຸ່ງຊ້າງຂຸນສາມຊົນຕົວຊື່ມາສເມືອງແພ້ ຂຸນສາມຊົນຜ່າຍໜີ"
ໝາຍຄວາມວ່າ ຂຸນຣາມຄຳແຫງພະອົງຊະນະ ຂຸນສາມຊົນບໍ່ຊະນະ.
- ສະແດງໃຫ້ເຫັນວ່າ ຊາວເມືອງສຸໂຂໄທນັ້ນ ໃຊ້ຄຳວ່າ "ແພ້" ກົງກັບຄວາມໝາຍຂອງລາວໃຊ້ປັດຈຸບັນ ຄືຊະນະ ຫຼືມີໄຊ, ສ່ວນພ່່າຍ ທາງໄທຍ໌ໄປໃຊ້ໃນຄວາມໝາຍອື່ນ, ສ່ວນຄຳວ່າ "ພ່າຍ" ຊາວສຸໂຂໄທ ກໍໝາຍເຖິງເສັຍໄຊ ຫຼືບໍ່ແພ້ ໃນພາສາລາວ.
- ຄົນລາວທ້ອງຖິ່ນຍັງໃຊ້ແພ້ ກັບພ່າຍຄູ່ກັນຢູ່ໂດຍສະເພາະພາສາເວົ້າ, ສ່ວນພາຂຽນກໍປາກົດໃຊ້ຢູ່.
- ຕໍ່ແຕ່ນີ້ ຊິເວົ້າເຖິງຄຳທີ່ໃຊ້ໃນພາສາລາວ ທີ່ກ່ຽວກັບ "ຊະນະ ແລະແພ້" ໃຫ້ເບິ່ງຄື
- ຊຍະ ເປັນພາສາປາລີ ມີຄວາມໝາຍດຽວກັບ "ຊະນະ" ໄຊຍະ ໄຊຍະ ເມື່ອເອົາສອງຄຳເຂົ້າກັນ ຈະໄດ້ຄຳວ່າ "ໄຊຊະນະ" ໃນເພງປະຕິວັດເພງໜຶ່ງວ່າ "ຊົມເຊີຍ ຊົມເຊີຍ ໄຊຊະນະ ສັນຕິພາບຄືນມາ ພົງພະນາຂອງລາວໄດ້ປ່ຽນສີ..."
- ຊຍະ ໄດ້ຖືກປ່ຽນຮູບມາເປັນພາສາ ໄຊຍະ-ໄຊຍ໌ ກັບ ຊັຍຊະນະ(ໄຊຍຊະນະ) ມີຄວາມໝາຍດຽວກັນ ທັງສອງຄຳລ້ວນແລ້ວແຕ່ມາຈາກພາສາປາລີ ປັດຈຸບັນເປັນພາສາລາວແລ້ວ. ຄຳເດີມ ແມ່ນ (ຊະຍະ, ໄຊຍະ)
ຄຳທີ່ມີການໃຊ້ໃນພາສາລາວ
- ອະນຸສາວະຣີໄຊຍ໌(ຊະນະ).
- ປະຕູໄຊຍ໌(ຊະນະ).
- ວັດນາໄຊຍ໌(ຊະນະ).
- ວັດມີໄຊຍ໌(ຊະນະ)
- ໄຊຍະ(ຊະນະ)ບູຣີ.
- ໄຊຍ໌(ຊະນະ)ພູທອງ.
- ອຸດົມໄຊຍ໌(ຊະນະ)
- ເສັ້ນໄຊຍ໌(ຊະນະ)
- ໄຊຍ໌(ຊະນະ)ບູຣີ [ເມືອງໜຶ່ງທີ່ແຂວງສະຫວັນ]
- ສຸພະໄຊຍ໌(ຊະນະ) [ຊື່ຄົນ]
- ດັ່ງທີ່ເຮົາຮູ້ແລ້ວວ່າ "ຊະນະ" ມີຄວາມໝາຍດຽວກັບ "ຊະຍະ(ໄຊຍະ) ເມື່ອຄຳ "ໄຊຍະ" ມາຢູ່ໂດດດ່ຽວ ມັນກໍມີຄວາມໝາຍໃນໂຕຂອງມັນວ່າ "ຜາບແພ້" ໃນພາສາລາວ, ແຕ່ຄົນລາວເຮົາມັກໃຊ້ຄຳໂຕ່ງ ໂຕຍ ຈຶ່ງສ້າງຄຳໃໝ່ທີ່ມີຄວາມໝາບດຽວ ຫຼືໃກ້ຄຽງມາຕື່ມໃຫ້ອີກ ໂດຍເອົາພາສາລາວປະສົມປາລີວ່າ "ໄຊຊະນະຜ້າບແພ້ຂ້າເສີກສັດຕູ" ຄຳວ່າ "ໄຊຊະນະຜ້າບແພ້" ລ້ວນແຕ່ມີຄວາມໝາຍດຽວກັນທັງ ໓ ຄຳນັ້ນ, ຫຼື "ໄຊຊະນະຜ້າບແພ້" ກໍຍັງເປັນຄຳຜະສົມຢູ່ ຫາກເປັນຄຳຜະສົມຣະຫວ່າງ ພາສາປາລີລາວ ໃນຄຳປາລີເອງ ຄົນລາວກໍເອົາມາຜະສົມກັນ ຄື "ຊັຍຊນະ"(ໄຊຊະນະ)ນັ້ນ. ຫາກບໍ່ໃຊ້ຄຳຜະສົມ ກໍໃຊ້ດ່ຽວກໍໄດ້ ຄື ໄຊຍ໌ ຫຼືຊະນະ ໄຊຍ໌ ຫາກເປັນຊື່ຄົນກໍໃຊ້ໂດດໆ ກະໄດ້ "ທ້າວໄຊ" ແບບນີ້ອາດໝາຍເຖິງອຸປະກອນດັກປາຊະນິດໜຶ່ງ ຫາກຂຽນວ່າ “ທ້າວໄຊຍ໌ ຫຼື ຊັຍ” ເປັນຄຳມາຈາກ "ຊຍະ" ນີ້, ແຕ່ຄຳວ່າ ໄຊຍະເມື່ອເອົາມາເປັນພາສາລາວ ເຮັດໃຫ້ ຄວາມສົມບູນ ແທນຄຳວ່າ "ໄຊຍ໌ຊະນະ" ຈຶ່ງມີຄຳລາວຜະສົມອີກວ່າ "ມີໄຊຍ໌" ກໍມີຄວາມໝາຍເຕັມໃນຕົວມັນເອງ.
- ດ້ວຍເຫດນັ້ນມີຄົນສົງໄສ ຄຳວ່າ "ແພ້ ກັບ ຊະນະ" ນັ້ນເປັນຄຳລາວແທ້ບໍ ? ອັນນີ້ມັນຕ້ອງໄດ້ສຶກ ສາຫາຮາກເຫງົ້າໃຫ້ຈະແຈ້ງ ຄືວ່າແພ້ໃນພາສາລາວນີ້ ຫາກໃຊ້ໂດດໆ ຄວາມໝາຍມັນກໍຍັງບໍ່ສົມບູນ ກໍຕ້ອງຫາຄຳອື່ນມາຜະສົມ ສະນັ້ນຄຳນີ້ ຈຶ່ງມີຄຳວ່າ "ຜາບແພ້" ມາຕື່ມເຂົ້າ ມີຄວາໝາຍອິ່ມໂຕ ແລະມີຄວາມໝາຍດຽວກັບ "ຊະນະ ຫຼື "ໄຊຊະນະ" ສະນັ້ນ ເວລາໃຊ້ ເຮົາເອົາມາໃຊ້ດ່ຽວກໍໄດ້ ຫາກເປັນ ພາສາເວົ້າ "ທ້າວແກ້ວຊົກມວຍແພ້ທ້າວກອນ" ຄືທ້າວແກ້ວຊະນະທ້າວກອນ ຫາກເປັນພາສູງຂຶ້ນ ກໍຄວນຈະໃຊ້ຄຳທີ່ສົມບູນ ຕ້ອງວ່າຜາບແພ້, ຫາກເສັຍກໍວ່າ ບໍ່ແພ້ ຫືຼພ່າຍແພ້ ແປວ່່າບໍ່ຊະນະ, ອັນຄຳວ່າຜາບແພ້ນີ້ ຜາບ ແມ່ນພາສາລາວແທ້ໆ ມີຄວາມໝາຍດຽວກັບ "ປຣາບ", ຄຳທີ່ມີການໃຊ້ໃນພາສາລາວ ນັ້ນຄື ຊະນະ, ມີໄຊຍ໌, ແພ້, ຜາບແຜ້, ໄຊຊະນະ, ໄຊໂຍ, ຄຳກົງກັນຂ້າມກັນ ກໍມີ ບໍ່ຊະນະ, ບໍ່ມີໄຊ, ພ່າຍແພ້, ພ່າຍ, ອະປະຣາໄຊຍ໌(ອັປຣາໄຊຍ໌ -ປຣາໄຊຍ໌) ປະຣາໄຊ, ເສັຍໄຊ, ບໍ່ແພ້, ທັງໝົດທັງປວງເປັນສາລາວແທ້ ຫາກເຮົາເຂົ້າໃຈວ່າ ສາໜາພຸດ ແລະສາສນາພຣາມຮີນດູ ມາມີອິດທິພົນໃນດິນແດນທີ່ເປັນ ຂອງລາວ ແລະບັນດາປະຊາຊົນລາວ ຕັ້ງແຕ່ ພສ. 8 ພຸ້ນຕາມຕຳນານອຸລັງທາດ ຫຼືເຊື່ອຕາມຫຼັກຖານຕຳນານວຽງຈັນ ໃນ ພ.ສ 236 ເຮົາກໍເຂົ້າໃຈວ່າ ພາສາປາລີ-ສັນສະກິດ ເປັນສ່ວນໜຶ່ງຂອງພາສາລາວແລ້ວ ອີກອັນໜຶ່ງໃນນັ້ນດິນແດນຂອງລາວເຮົານັ້ນເມື່ອ 800-1000 ປີຂະເໝນ ຫຼືຂອມ ມີບົດບາດທາງການເມືອງຢູ່ພູມີພາກນີ້, ອາດແຜ່ອິດທິພົນທາງສາສະໜາ ພາສາ ແລະການປົກຄອງເຂົ້າມາ ພາສາລາວກໍຕິດແສດກັບພາສາ ເລົ່ານີ້ເປັນທຳມະດາ, ທີ່ມັນບໍ່ທຳມະດານັ້ນ ຄືພາສາລາວກັບພາສາໄທຍ໌ ມັນມີສ່ວນຄືກັນທັງໝົດ ຫາກເຮົາຕັດເອົາຄຳຊັບສ່ວນໜ້ອຍຂອງພາສາໄທຍ໌ສະໄໝໃໝ່ອອກ ເຊັ່ນຄັບ, ຜົມ, ສັນ, ໜູ, ຄຣັບ ,ຄະ ແລະຄຳທ້ອງຖິ່ນອື່ນໆທີ່ບໍ່ຫຼາຍປານໃດອອກ ແລະກໍບໍ່ຄຳນຶງເຖິງສຽງ(ທີ່ເປັນສັດທະສາດ) ພາສາລາວກັບພາສາໄທຍ໌ກໍບໍ່ມີຄວາມແຕກ ຕ່າງກັນເລີຍ, ມັນກໍເໝືອນກັບພາສາລາວເໜືອ, ກາງ, ໃຕ້ນີ້ເອງ ມັນມີຄວາມຕ່າງກັນຢ່າງເຫັນໄດ້ຈະແຈ້ງແລ້ວ ອັນນັ້ນເຖິງວ່າ ມີຄວາມແຕກຕ່າງ ທີ່ຮູ້ກັນຢູ່ ເຮົາກໍຖືກັນວ່າ "ມັນບໍ່ຕ່າງເພາະມັນ ປະເທດດຽວກັນ" ສ່ວນພາສາໄທຍ ທັງທີ່ມັນມີຄຳສ່ວນຫຼາຍບໍ່ຕ່າງກັນ ເຮົາກໍຖືວ່າມັນຕ່າງ ເພາະມັນຕ່າງປະເທດກັນ ແມ່ນແຕ່ພາສາລາວໃນພາກອີສານຂອງໄທຍ໌ ແລະພາກເໜືອຂອງໄທຍ໌ ມັນຄືກັນລາວອ້ອຍຕ້ອຍໃນພາສາສ່ວນຫຼາຍທັງສຽງ ແລະຮູບຄຳ ເຮົາກໍຖືວ່າມັນຕ່າງເພາະມັນຕ່າງປະເທດກັນ, ການທີ່ຈະພັດທະນາພາສາລາວ ຫາກເຮົາຍັງຖືຄວາມເໝືອນກັນ ຕ່າງກັນ ພຽງແຕ່ຂ້ອຍລາວ ແລະເຈົ້າໄທຍ໌ມາເປັນບັນຫາຫຼັກ ເຮົາພັດທະນາບໍ່ໄດ້ແທ້ ເພາະມັນບໍ່ມີອັນ ຕ່າງກັນເຮົາກັບພະຍາຍາມໃຫ້ຕ່າງ ກັນກະເຮັດໃຫ້ພາສາທີ່ມັນເໝືອນກັນຕາຍລົງໆແລ້ວ ພາສາລາວຈະເຫຼືອຫຍັງ, ທີ່ຈິງ ຫາເຮົາຍັງມີຄວາມເຊື່ອ ຕາມຫຼັກຖານທາງປະຫວັດສາດວ່າ "ຊົນຊາດລາວອົບພະຍົມຈາກເໜືອລົງໄຕ້, ແລະຖືກຫຼັກຖານທາງປະຫວັດສາດກ່ອນພຣະເຈົ້າອະນຸວົງ ແລະຫຼັງພຣະເຈົ້າອະນຸວົງ ລາວຖືກກວາດຕ້ອນລົງໄປ ສຍາມຫຼວງຫຼາຍ ແລະຍັງເຊື່ອວ່າ ພາກອີສານຂອງໄທຍ໌ ດິນແດນສ່ວນໜຶ່ງຂອງລ້ານຊ້າງ ຫຼືຈະເວົ້າໄກອອກໄປທາງພາກເໜືອຂອງໄທຍ໌ ຄືລ້ານນາທັງໝົດ ເຖິງບໍ່ແມ່ນສ່ວນໜຶ່ງຂອງລ້ານຊ້າງ ແຕ່ພວກເຂົາຖືວ່າເຂົາເປັນລາວພວກໜຶ່ງດຳລົງວັດທະນະທຳຄ້າຍກັບລາວຫຼວງ ຫຼືລາວເໜືອທຸກຢ່າງ ເຮົາກໍມອງເຫັນແລ້ວວ່າ ວັດທະນະທຳທາງພາສາ ແລະວັດທະນະທຳອື່ນໆ ທີ່ແທ້ຈິງຂອງລາວມີອຳນາດອິດທິພົນເໜືອໄທຍ໌ ແລ້ວມັນຊິແປກປາຫຼາດຫຍັງ ທີ່ພາສາໄທຍ໌ຈະເໝືອນລາວ ເຊິ່ງບໍ່ແມ່ນລາວເໝືອນໄທຍ໌ ຫາກເຮົາມອງທາງກັບກັນ, ອັນໜຶ່ງທັງພາສາລາວ-ໄທຍ-ຂະເໝນ ກໍເຕັມໄປດ້ວຍຄຳທີ່ແປງມາຈາກພາສາປາລີ-ສັງສະກິດ ແລະພາສາອື່ນໆ ທີ່ມາທາງສາສະໜາ ເສດຖະກິດ ສັງຄົມວັດທະນະທຳ.
- ພາສາປາລີມາຢູ່ໃນພາສາລາວນັ້ນ ມັນຕ້ອງປ່ຽນສຽງກໍມີ, ປ່ຽນຮູບກໍມີ ບໍ່ປ່ຽນສຽງປ່ຽນຮູບກໍມີ ເຊັ່ນ ຕົວຢ່າງ:
໑. ປັນຍາ-ປັນໂຍ-ປັນຍັງ ເປັນ ປັນຍາ
໒. ສັດທາ-ສັດທັງ ເປັນສັດທາ.
໓. ຄາຣະວະ, ຄາຣະໂວ ເປັນເຄົາຣົບ.(ຂາບ)
໔. ທະນະ+ອາຄາຣະ ເປັນທະນາຄານ.
໕. ພັຕຕະ+ອາຄາຣະ=ພັດຕາຄານ.
- ພາສາປາລີ ນອກຈາກມາມີສ່ວນຮ່ວມເປັນໜຶ່ງໃນພາສາລາວ ຢ່າງປະສົມກົມກືນແລ້ວ ພາສາປາ ລີຍັງມີອິດທິພົນດັດແປງວັດທະນະທຳການໃຊ້ພາສາລາວອີກ ເຊັ່ນ
໑. ຕູຂ້າ(ກູ), ເຈົ້າກູ ກໍໄດ້ກາຍມາເປັນ ຂ້ອຍ, ຂ້ານ້ອຍ, ຂ້າພະເຈົ້າ ຄຳເຫຼົ່ານີ້ບໍ່ໄດ້ມາຈາກ ປາລີໂດຍກົງ ແຕ່ໄດ້ໂດຍການປ່ຽນແປງວັດທະນະທຳທາງສັງຄົມ ຈາກຄຳເຫຼົ່ານີ້ " ອາມະ ພັນເຕ" ແລະ "ມະຍັງ"
໒. ຂ້າແຕ່ເຈົ້າກູ(ເຈົ້າຕູ) ຮັບອິດທິພົນມາຈາກ ນະມັສກາຣະ "ນ້ອມນະມັດສະການ"
ແລະອື່ນໆ
- ອັນນີ້ບໍ່ໄດ້ໝາຍວ່າ ພາສາປາລີ-ສັນສະກິດ ມາມີບົດບາດໃນພາສາລາວ ແລ້ວຈະມາປ່ຽນແປງພາ ສາລາວໄດ້ທັງໝົດ ມັນປ່ຽນແປງບາງຄຳເລັກໆນ້ອຍໆເທົ່ານັ້ນ ຫາກແຕ່ວ່າພາສາລາວ ເມື່ອໄດ້ ຮັບເອົາຄຳປາລີມາໃຊ້ແລ້ວ ມັນໄດ້ຖືກປ່ຽນແປງຮູບ-ສຽງເກືອບທັງໝົດ ເຊັ່ນວ່າ ຣັຖະບານ, ກາຣ, ຣົຖ, ຣົສ, ວັດທະນະ, ສັດທາ, ສັດຈະ, ໂລບ, ຮູບ, ບາດ, ອາຫານ, ສຶກສາ ແລະອື່ນໆເລົ່ານີ້ ລ້ວນແຕ່ເປັນພາສາປາລີທີ່ຖືກພາສາ ລາວປ່ຽນຮູບທັງນັ້ນ.
- ເຮົາຈະປະຕິເສດ ຄຳປາລີໃນພາສາລາວແມ່ນບໍ່ໄດ້ເດັດຂາດ ຫາກເຮົາຈຳແນກພາປາລີອອກຈາກພາສາລາວເມື່ອໃດ ເຮົາຈັກບໍ່ມີພາສາ ລາວເຮົາໃຊ້ຄົບເລີຍ, ສະນັ້ນ ຈຶ່ງວ່າໃນພາສາລາວຂອງເຮົາເຕັມໄປດ້ວຍພາສາປາລີ ທີ່ຍົກມານັ້ນແມ່ນຕົວຢ່າງຊື່ໆ ຫາກຊິເວົ້າໃຫ້ຫຼ້ອນໆ ອະໄວຍະວະເພດຊາຍນັ້ນ ກໍແມ່ນຊື່ທີ່ໄດ້ມາຈາກພາສາປາລີຄືກັນ ແຕ່ແປງຮູບມາ ຮູບເດີມ ຄື "ຄຸຍຫະ", ເມື່ອໄທຍ໌ ມາຈາກພວກດຽວກັນ ຄືອ້າຍລາວ, ເມື່ອຄົນລາວ ຖືກອົບພະຍົບໄປຢູ່ໄທຍ໌ຫຼວງຫຼາຍເປັນກຸ່ມກ້ອນ, ເມື່ອລາວໄທຍ໌ ມີອິດທິພົນທາງພາສາຈາກປາລີ-ສັນສະກິດດ້ວຍກັນ ເປັນຫຍັງພາສາມັນຊິບໍ່ຄືກັນ ພຽງແຕ່ວ່າເຮົາຊິພັດທະນາມັນງຢ່າງໃດ ເທົ່ານັ້ນເອງ.
- ເອົາເປັນວ່າ ໄຊຍ໌ - ຊະນະ - ຜາບແພ້, ພ່າຍແພ້ ລ້ວນແຕ່ເປັນພາສາລາວ ຄືກັນນັ້ນແລ, ແຕ່ວ່າ ລາວເຮົາ ມັກໃຊ້ຄຳໂດດ ຫຼືຄຳດຽວ ຄຳໃດມີ ໒ ພະຍາງ ບາງຄັ້ງກໍໃຊ້ແຕ່ພະຍາງດຽວກໍໄດ້ ເຊັ່ນ ຜາບແພ້ ໃຊ້ແຕ່ "ແພ້" ກໍໄດ້, ສ່ວນຄຳວ່າ "ຜາບ" ກັບໄປໃຊ້ເປັນຄຳອື່ນກໍໃຊ້ "ຜາບເສືອ" ຄຳວ່າ "ຜາບ" ຄົນລາວເຮົາ ກໍປ່ຽນ(ຜ່ຽນ) ໄປເປັນ "ປາບ" ກໍໄດ້ ແລະແລ້ວ ກໍສ້າງປະໂຫຍກຂຶ້ນມາໃຊ້ໃໝ່ອີກ "ປາບປາມ" ເຊັ່ນ "ປາບປາມໝູ່ໄພຣີ" ຄັນເວົ້າ ແລ້ວ ພາສາລາວເຮົານີ້ ຫາກຊິສຶກສາແທ້ ມັນກະບໍ່ສຸດບໍ່ສ້ຽງດອກ ຫຼວງຫຼາຍພາຍມາກແທ້ໆ.
ຄັນຊິຫາຕົ້ນປາຍສາເຫດວ່າ ເປັນຫຍັງຄົນລາວ ຄົນໄທຍ໌ເຮົາຈຶ່ງ ເກີດຄວາມສົງໃສໃນພາສາລາວ ທີ່ແປກໆ ແລ້ວປະຕິເສດວ່າ ບໍ່ແມ່ນຂອງລາວ ມັນເປັນຜົນ ຈາກການທີ່ຄົນລາວຂາດການຮຽນປາລີ, ການຂຽນອັກສອນ, ການອ່ານໜັງສື ແລະພາສາລາວບໍຄົງເຄົ້າສັບໄວ້ ແລະອີກຫຼາຍຢ່າງລວມ ໄປເຖິງການອ່ານ ການຮຽນຂອງລາວເຮົານຳ ນອກນັ້ນການປ່ຽນອັກສອນ ການຕັດໂຕອັກສອນຖິ້ມ ກໍລ້ວນແຕ່ມີຜົນ, ບວກກັບທາງຝ່າຍໄທຍ໌ ກໍພະຍາມຢາກໃຫ້ມັນຕ່າງພ້ອມ ມັນເລີຍເຮັດໃຫ້ເຮົາກາຍເປັນຄວາມດ້ອຍຂຶ້ນມາດັ່ງປາກົດການຫຍໍ້ທໍ້ ກ່ຽວກັບພາສາດັ່ງໃນປັດຈຸບັນນີ້ແລ
- ສະຫຼຸບເປັນອັນວ່າ ຊະນະ ໃຊ້ຄູກັບເສັຍໄຊ, ໄຊຊະນະ ໃຊ້ຄູ່ກັບ ອັບປະຣາໄຊ, ຜາບແພ້ໃຊ້ຄູ່ກັບພ່າຍແພ້ ຫຼືແພ້ຜ່າຍ, ຫາກໃຊ້ແພ້ຊື່ືໆກໍຕ້ອງໃຊ້ພ່າຍ ທີ່ເປັນພາສາລາວ ແລະພາສາຊາວສຸໂຂໄທໃນສີລາຈາຣືກນີ້.
- ອືມ໌ ພາສາຊາວສຸໂຂໄທ ມີອິດທິພົນຈາກພາສາລາວສ່ວນຫຼາຍເນາະ ທ່ານວ່າບໍ ?

No comments:

Post a Comment