08 June 2008

ໃບລາຍເກີດບູຮານ


ໃບຊະຕາວັດ (ເປັນການຢັ້ງຢືນ ແລະລາຍງານການເກີດຂອງວັດ-ສ້າງຂື້ນໃນສະໄໝພຣະເຈົ້າອະນຸວົງ)

ໜັງສືການເກີດສະໄໝປັດຈຸບັນ ມີສອງໜ້າ ມີພະຍານ ໓ ຄົນລົງລາຍເຊັນພ້ອມ ມີການຕິດສະເຕັມເຊັ່ນກັນ
ໜັງສືລາຍເກີດສະໄໝເກົ່າ (ນອກຈາກບອກວັນເດີອນປີເກີດສາກົນແລ້ວ ຍັງບອກຂຶ້ນແຮມ ເດືອນ ຄ່ຳ ແລະປີແບບລາວອີກ)

໑-ໃບລາຍເກີດບູຮານ ທີ່ຂຽນໃສ່ແພຂາວ ຂຽນດ້ວຍອັກສອນທັມລື້ (ແຂວງບໍ່ແກ້ວ)
ຄຳອ່ານ
ອ້າຍນຳລຸຣ ເກີດມາໃນຽປິຼຮ່ວງ ປຼີສັກກະຣາຊາ ໑໓໒໓ ເດີນ ໗ ຂຶ້ນ ໔ ຄ່ຳ ....
໒-ໃບລາຍເກີດບຸຮານ ທີ່ຂຽນໃສ່ເຈັ້ຍ ຈາກປື້ມໂຫລາສາດ ຈາກເມືອງນຳ້ບາກ ແຂວງຫຼວງພຣະບາງ
ໃບລາຍເກີດ ແມ່ນໃບຢັ້ງຢືນການເກີດ (ຫຼືໃບລາຍງານການເກີດ) ຄືຢັ້ງຢືນຄວາມຖືກຕ້ອງວ່າຕົນເກີດວັນ ເດືອນ ປີ ເວລາ ນາທີ ລາສີເທົ່າໃດ ? ການບັນທຶກ ຫຼືການເຮັດໃບລາຍເກີດແມ່ນເພື່ອວັດຖຸປະສົງເຊັ່ນໃດ ? ແມ່ນວ່າເວົ້າລວມແລ້ວ ກໍແມ່ນພໍ່, ແມ່ ແມ່ານຂຽນໄວ້ເພື່ອໃຫ້ລູກຮັບຮູ້ວັນເກີດຂອງຕົນນັ້ນ ແມ່ນອັນດັບແຮກ ຯ
ໃບລາຍເກີດ ບາງຄັ້ງກໍຖືກຮຽກວ່າ ໃບຊາຕາ ຫຼືໜັງສືຜູກດວງຊາຕາ ເຊິ່ງເປັນທີ່ນິຍົມຂອງຄົນລາວທຸກເຜົ່າຊົນ ແລະທຸກທ້ອງຖິ່ນມາແຕ່ເຫິງນານແລ້ວ, ຮຽກວ່າໃບຜູກດວງຊາຕານີ້ໃນສະໄໝບູຮານນັ້ນ ແມ່ນມີຄວາມນິຍົມນັບຖືຢ່າງຍິ່ງ ນອກຈາກເປັນການຄັ້ງຢືນ ບອກສະຖານະຜູ້ເກີດ ເພື່ອໃຫ້ຜູ້ເກີດຮັບຮູ້ວັນເດືອນປີຂອງຕົນ ເພື່ອຈະນຳເອົາວັນເດືອນປີຂອງຕົນໄປໃຊ້ໃນວຽກງານຕ່າງໆໃນຊີວິດປະຈຳວັນແລ້ວ ການຜູກດວງບໍ່ແມ່ນສະເພາະແຕ່ມະນຸດເທົ່ານັ້ນ ຫາກແມ່ນລວໄປເຖິງດວງຂອງສິ່ງທີ່ມະນຸດສ້າງຂຶ້ນຕ່າງໆອີກ ເຊັ່ນດວງເຮືອນ, ດວງບ້ານ, ດວງເມືອງ, ດວງພຣະພຸດທະຮູບ ແລະເທວະຮູບຕ່າງໆດ້ວຍ
ຢູ່ໃນເມືອງລາວເຮົານັ້ນ ໄດ້ປະສົບພົບໃນລາຍເກີດ ແລະໃບຜູກດວງຕ່າງໆ ເຊິ່ງບໍ່ໝາຍສະເພາະດວງຂອງຄົນນັ້ນ ເທົ່ານທີ່ເຫັນແມ່ນການຜູ້ດວງ ຂອງການສ້າງເມືອງ, ດວງຂອງກາານຂຶ້ນສະເຫວີຍເມືອງຂອງເຈົ້າເມືອງ, ທີ່ພົບຫຼາຍແມ່ນສະຫຼັກໃສ່ຫີນ ຈຶ່ງຮຽກວ່າ ສີລາຈາຣືກ ຜູກດວງຂອງການສ້າງພຣະພຸດທະຮູບ, ສ້າງສາລາໂຮງທັມ ແລະອື່ນໆ ຫາກຂຽນດວງລົງໃສ່ຫີນ ກໍຮຽກວາສີລາຣືກ, ຫາກລົງໃສ່ວັດຖຸອື່ນນອກຈາກຫີນ ກໍຮຽກວ່າ ຈາລືກ ເຊັ່ນຈາຣືກວັດຖານພຣະ ແລະອື່ນໆ
ໃບລາຍເກີດມະນຸດ ທີ່ນິຍົມກັນສະໄໝບູຮານນັ້ນ ເທົ່າທີ່ພົບແລ້ວ ແລະບັງເຫັນຢູ່ບໍ່ຫຼາຍໃນປັດຈຸບັນນີ້ ແມ່ນອາຍຸແຕ່ປະມານ ໔໗-໑໐໐ ປີເທົ່ານັ້ນ ເຊິ່ງມັກພົບ ແລະກັບບັນດາຊົນເຜົ່າລາວໃນພາກເໜືອ ເຊັ່ນ ຜູ້ຂຽນພົບທີ່ເມືອງຫ້ວຍຊາຍແຂວງພາກເໜືອຂອງລາວ (ຮູບທີ ໑) ແລະພົບນຳຄົນແຂວງຫຼວງພຣະບາງ ເຊິ່ງຂຽນໃສ່ປຶ້ມໂຫຣາສາດ.
ສີລາຈາລືກ ປະເພດລົງເລກນີ້ກໍຈັດຢູ່ໃນປະເພດໃບລາຍເກີກເຊັ່ນກັນ ແຕ່ເປັນກາລົງເລກຂອງປະເພດວັດຖຸ ເພາະລົງວັນເດືອນປີເກີດໄວ້ຈະແຈ້ງ
ເຊັ່ນຈົວຢ່າງ ສີລາຈາລືກລົງດວງ ຫຼືຜູກດວງວັດສີສະເກດ,
ການຂຽນລາຍເກີດແບບບູຮານນັ້ນ ເຂົາຮຽກວ່າຜູ້ດວງ ຕາມຄະຕິເດີມແລ້ວ ມັກຈະຖືກປະຕິບັດນຳສັງຄົມຊາວພຸດແບບບູຮານ ເມື່ອເດັກເກີດແລ້ວ ພໍ່ແມ່ຈະເອົາວັນເດືອນປີຂອງລູກໄປໃຫ້ທ່ານພຣະອາຈານຢູ່ວັດ ຕັ້ງຊື່ແລ້ວລົງອັກຂະຫຼະໃຫ້ ບາງຄັ້ງຫໍໃຫ້ກວານບ້ານ ຫຼືືຜ້​ູ ສຳຄັນ ຫຼືຜູ້ຮູ້ການຂຽນຂຽນລົງເລກໃຫ້(ຜູກດວງໃຫ້) ແລ້ວເອົາດວງນັ້ນໄປຝັງໄວ້ເສົາຂວັນຂອງເຮືອນ ຫາກຊາວພຸດກໍເອົາດວງນັ້ນ ໄປໄວ້ຖານ ຫຼືບັນລັງພຣະ ອີກໃບໜຶ່ງໃຫ້ພໍ່ແມ່ເອົາໄວ້ໃນຫິ້ງພຣະທີ່ເຮືອນ ເມື່ອລູກແຕ່ງການແຕ່ງງານອອກເຮືອນແລ້ວ ກໍເອົາໃຫ້ລູກເອົາໄປໄວ້ຫິ້ງພຣະທີ່ເຮືອນ, ອັນນີ້ແມ່ນແມ່ນປະຕິບັດກັນມາຈົນກາຍເປັນປະເພນີ ໃນບາງຊົນເຜົ່າກໍຖືກັນຈົນຮອດບັດນີ້ ເຖິງວ່າໃບລາຍເກີດທາງການຈະຖືກ ປະຕິບັດກັນທາງກົດ​ໝາຍແລ້ວກໍຕາມ ໃບລາຍເກີດແບບບູຮານ ກໍຍັງຕ້ອງໄດ້ໃຊ້ ແລະຖືກັນຈົນເປັນປະເພນີ້ຮອດບັດນີ້


No comments:

Post a Comment