19 March 2015

ອານາຈັກລ້ານຊ້າງ ສະໄໝພະຍາລັງທິຣາຊ ມີອັກສອນໃຊ້ແລ້ວ.

ອານາຈັກລ້ານຊ້າງ ສະໄໝພະຍາລັງທິຣາຊ ມີອັກສອນໃຊ້ແລ້ວ.
(ໂດຍ: ພອຈ. ເນືອງພິລັກ ໂຊຕິທອນ 19 ມີນາ 2015)
-----===-----

- ອານາຈັກລ້ານຊ້າງ ເປັນອານາຈັກຂອງຄົນ ລາວ, ປະຖົມບໍຣົມກະສັດຂອງລາວນັ້ນ ປະຫວັດສາດລາວ ກຳ
ນົດແຕ່ຂຸນບູຣົມຣາຊາ ທິຣາດ ຄ.ສ 757, ຂຸນບູຣົມຣາຊາທິຣາດ ຄອງຣາດຢູ່ນານ້ອຍອ້ອຍໜູ ນັກປະຫວັດສາດ ກຳນົດວ່າ ມີອານາເຂດຢູ່ສິບສອງຈຸໄຕ(ໄທ), ຂຸນບູຣົມຣາຊາທິຣາຊ ມີບຸດ 7 ອົງ ໄດ້ສົ່ງບຸດຂອງພະອົງໄປຄອງຣາຊທີ່ເມືອງຕ່າງໆ 7 ຫົວເມືຶອງ ລູກກົກ ຊື່ວ່າຂຸນລໍ ໃຫ້ຄອງເມືອງຊວາ ປ່ຽນນາມເມືອງເປັນ ຊຽງດົງ ຊຽງທອງມາຕາມລຳດັບ.
- ຊຸນລໍ ຈຶ່ງເປັນຕົ້ນກະສັດຂອງອານາຈັກລ້ານ ຊ້າງ ຈາກຂຸນລໍ ມີກະສັດປົກຄອງເມືອງຊວາ 22 ພະອົງ 16 ຂຸນ 5 ທ້າວ ຈົນມາຮອດກະສັດ ອົງທີ 23 ສະໄໝພະຍາລັງທິຣາຊ ປີ ຄສ.1271 ອານາຈັກລ້ານຊ້າງ ມີນະຄອນຫຼວງ ນາມວ່າ ຊຽງທອງ.
- ຈາກສະໄໝພະຍາລັງທິຣາຊ ມາເຖິງສະໄໝພະເຈົ້າຟ້າງຸ່ມມະຫາຣາຊ ເຊິ່ງເປັນກະສັດຜູ້ທ້ອນໂຮມ ອານາຈັກລ້ານຊ້າງ ໃຫ້ກວ້າງໃຫຍ່ ໃນປີ ຄສ. 1353 ມີກະສັດປົກຄອງນະຄອນຊຽງທອງ 4 ພະອົງ 4 ພະອົງ ລວມ 82 ປີ.
- ຕະຫຼອດໄລຍະ 82 ປີ ໂດຍເລີ່ມຈາກພະຍາລັງທິຣາດມາຮອດສະໄໝ ເຈົ້າຟ້າຄຳຮຽວ ຕໍ່ໃສ່ສະໄໝພະເຈົ້າຟ້າງຸ່ມມະຫາຣາຊນັ້ນ ເຮົາເຊື່ອວ່າ ອານາຈັກລ້ານຊ້າງມີອັກສອນ ລາວໃຊ້ແລ້ວ ໂດຍເຮົາພົບຫຼັກຖານອັກສອນລາວ 2 ຫຼັກ ຄື:
1. ສີລາຈາຣືກ ອັກສອນລາວ ວັດວິຊຸນ ປີ ຈສ. 532 (ຄສ. 1171).
2. ສີລາຈາຣືກ ອັກສອນລາວ ພະທາດຮ້າງ ບ້ານແຮ່ ສາກົນນະຄອນ ຈສ. 712 (ຄສ.1350)
- ຈາກຫຼັກຖານອັກສອນລາວ ໃນສີລາຈາຣືກ 2 ຫຼັກນີ້ ໄດ້ກວາມເອົາສະໄໝ ການຂຶ້ນຄອງຣາຊ ຂອງກະສັດທັງ 4 ພະອົງໃນພະນະຄອນຊຽງທອງ, ແລະກ່ອນສະໄໝພະຍາລັງທິຣາຊໄປອີກ 100 ປີ, ເຮັດໃຫ້ເຮົາເຫັນພັດທະນາການຂອງ ອັກສອນລາວໄດ້ຢ່າງເປັນຮູປະທຳ.
- ຫຼັກສີລາຈາຣືກ ວັດວິຊຸນນັ້ນກຳເນີດຂຶ້ນໃນປີ ຈຸລະສັງກາດ 532 ຄສ. 1171 ຄືເກີດກ່ອນ ການຂຶ້ນຄອງຣາຊ ໃນນະຄອນຊຽງທອງຂອງ ພະຍາລັງທິຣາຊ ໃນປີ ຄສ. 1217 ຄືເວລາ 100 ປີເຕັມ.
- ຫາກເປັນເຊັ່ນນັ້ນ ອັກສອນລາວໃນສີລາຈາ ຣືກວັດວິຊຸນນັ້ນ ມີລັກສະນະສົມບູນສົມຄວນ ກວ່າຈະສົມບູນດັ່ງນັ້ນ ກໍໃຊ້ເວລາພັດທະນາ ມາຢ່າງຍາວນານ ກ່ອນຈະມາເຖິງການບັນທຶກ ຫຼັກສີລານັ້ນ ແລະອັກສອນນີ້ແນ່ນອນ ຕ້ອງໄດ້ ສືບທອດຈາກກະສັດ ແລະປະຊາຊົນລາວ ເລື້ອຍມາຈົນເຖິງສະໄໝພະຍາລັງທິຣາຊ ແລະກໍສືບຕໍ່ມາຈົນຮອດສະໄໝພະເຈົ້າ ຟ້າງຸ່ມ ມະຫາຣາຊ ທ້ອນໂຮມອານາຈັກລ້ານຊ້າງ ເພາະເຮົາພົບຫຼັກສີລາຈາຣືກພາສາລາວ ສະໜັບສະໜູນ ຫຼັກທີ 2 ອີກຫຼັກ 1 ຄື ສີລາຈາຣືກ ພະທາດຮ້າງ ບ້ານແຮ່ ສາກົນນະຄອນ ຈສ. 712 ຄສ. 1350 ຄືກ່ອນພະເຈົ້າຟ້າງຸ່ມຂຶ້ນຄອງຣາຊ ພຽງ 3 ປີ.
- ລວມໄລຍະເລລາ ຈາກສີລາຈາຣືກອັກສອນລາວ ວັດວິຊຸນ 1171 ເຖິງສີລາຈາຣືກອັກສອນລາວ ພະທາດຮ້າງ ບ້ານແຮ່ ສາກົນຍະຄອນ 1350 ລວມອາຍຸ 179 ປີ.

ສີລາຈາລືກອັກສອນລາວ ວັດວິຊຸນ ຈສ.532(ຄສ.1171)
 ສີລາຈາລືກອັກສອນລາວ ພະທາດຮ້າງ ບ້ານແຮ່ ສາກົນນະຄອນ (ຄສ.1350)

No comments:

Post a Comment