04 February 2015

ມີຄົນຖາມເລື່ອງມາຄະບູຊາ ທາງຝ່າຍລາວໄທຍ ປີນີ້ບໍ່ກົງກັນ.

ມີຄົນຖາມເລື່ອງມາຄະບູຊາ ທາງຝ່າຍລາວໄທຍ ປີນີ້ບໍ່ກົງກັນ.
-------====-====-------
- ເນື່ອງຈາກວັນທີ 3 ກຸມພາ 2015 ວານີ້ ກົງກັບ ເພັງ 15 ຄ່ຳ ເດືອນ 3, ຕາມປະເພນີ້ແລ້ວ ທາງລາວຈະເຮັດບຸນມາຄະບູຊາທຸກໆ ເມື່ອເຖິງວັນນີ້ ຄືເຂົ້າວັດ ຟັງທຳ ຕັກບາດ ຢາດນໍ້າ ຈຳສິນອຸໂປສົດ ແຫ່ດອກໄມ້ ວັນນີ້ພິເສດກວ່າວັນສິນເພັງເດືອນອື່ນໆ ບາງທ້ອງຖິ່ນມີການຖວາຍເຂົ້າຈີ່ ຫຼືເອົາເຂົ້າຈີ່ມາໃສ່ບາດ ຈຶ່ງຮຽກວ່າ ບຸນເຂົ້າຈີ່, ສ່ວນກິດຈະກຳຂອງສົງ ກໍຄືພະສົງຈະພ້ອມກັນລົງອຸໂປສົດສາມັກຄີ ທົ່ວທັງ້ເຂດທີ່ວັດຕັ້ງຢູ່ ຈັດທີ່ສີມາວັດໃດວັດໜຶ່ງ.
1. ຄວາມເປັນມາໂດຍ ສັງເຂບຂອງວັນບຸນມາຄະບູຊາ.
- ບຸນມາຄະບູຊາ ເປັນບຸນທາງພຸດທະສາສະໜາ ຊາວພຸດໄດ້ພາກັນທຳບຸນ ລະນຶກເຖິງເຫດການ 4 ຢ່າງທີ່ເກີດຂຶ້ນໃນວັນນີ້ ຄື
1.1. ເປັນວັນທີ່ພະສົງສາວົກຈຳນວນ 1,250 ອົງ ມາປະຊຸມກັນໂດຍພ້ອມພຽງ ກັນໂດຍບໍ່ໄດ້ນັດໝາຍ ທີ່ວັດເວລຸວັນ.
1.2. ພະສົງເຫຼົ່ານັ້ນ ລ້ວນແຕ່ເປັນ ເອຫິພິກຂຸ ອຸປະສັມປະທາ ຄືບວດສະເພາະ ພະພັກພະພຸດທະອົງ ຫຼືໄດ້ຮັບການບວດໂດຍພະພຸດທະອົງເອງ.
1.3. ພະສົງທັງໝົດ ລ້ວນແຕ່ເປັນພະອໍຣະຫັນ ຜູ້ຊົງອະພິນຍາ 6.
1.4. ວັນດັ່ງກ່າວ ເປັນວັນເພັງມາຄະປຸນະມີປຸນນະມີດີ ຖີ ຄື 15 ຄໍ່າເພັງເດືອນ 3 ນີ້ເອງ.
- ວັນນີ້ ຈຶ່ງມີຊື່ໜຶ່ງອີກວ່າ "ວັນຈະຕຸຣົງຄະສັນນິບາດ" ຄືວັນທີ່ປະຊຸມພ້ອມພຽງດ້ວຍກັນອົງ 4.
- ເມື່ອພະພິກຂຸສົງອໍຣະຫັນສາວົກ ມາປະຊຸມໂດຍພ້ອມພຽງກັນ ຈຳນວນມາກ ເຊັ່ນນີ້ ພະພຸດທະອົງຈຶ່ງຕັດເທດສະໜາ "ໂອວາທະປາຕິໂມກຂ໌" ຄື ຫຼັກຄຳສອນສຳຄັນຂອງສາສະໜາພຸດ ຫຼືຫົວໃຈພຸດທະສາສະໜາ ຄື ໄດ້ແກ່ພຸດທະໂອວາດ 3 ຂໍ້ ດັ່ງນີ້:
1. ສັພພະປາປັສສະ ອະກາຣະນັງ
2. ກຸສສະລັດສຸປະສັມປະທາ.
3. ສະຈິຕຕະປະຣິໂຍທະປະນັງ ເອຕັງ ພຸດທະສາສະນັງ ຯ
- ຂັນຕີ ປາຣະມັງ ຕະໂປ ຕີຕິກຂາ
ນິພພານ ປະຣະມັງ ວະທັນຕິ ພຸດທາ
ນະ ຫິ ປັພພະຊິໂຕ ປະຣູປະຄາຕີ
ສະມໂນ ໂຫຕິ ປະຣັງ ວິເຫຖະຍັນໂຕ ຯ
- ອະນູປະວາໂທ ອະນູປະຄາໂຕ ປາຕິໂມກເຂ ຈະ ສັງວະໂຣ
ມັຕຕັນຍຸຕາ ຈະ ພັຕຕັສມິງ ປັນຕັນຈະ ສະຍະນາ ສະນັງ
ອະທິຈິຕເຕ ຈະ ອະໂຍໂຄ ເອຕັງ ພຸດທານະ ສາສະນັງ ຯ
(ແປວ່າ : ການບໍ່ທຳຄວາມຊົ່ວທັງປວງ 1, ການບຳເພັງແຕ່ຄວາມດີ 1, ການທຳຈິດຂອງຕົນໃຫ້ຜ່ອງໃສ 1, ນີ້ເປັນຄຳສອນຂອງພະພຸດທະເຈົ້າທັງຫຼາຍ, ຂັນຕິ ຄື ຄວາມອົດກັ້ນເປັນຕະບະຢ່າງຍິ່ງ, ພະພຸດທະເຈົ້າທັງຫຼາຍກ່າວວ່າ ພະນິພພານເປັນທຳ, ຜູ້ທຳຮ້າຍຄົນອື່ນບໍ່ກ່າວວ່າເປັນບັນພະຊິດ ຜູ້ກ່າວຮ້າຍຄົນອື່ນບໍ່ຊື່ວ່າເປັນສະມະນະ ການບໍ່ກ່າວຮ້າຍ 1, ການບໍ່ທຳຮ້າຍ 1 ຄວາມພຽງໃນອະທິຈິດ 1)
- ດ້ວຍອາໄສເຫດນີ້ ຊາວພຸດທົ່ວໂລກ ຈຶ່ງຖືວັນນີ້ວ່າເປັນວັນສຳຄັນໃນທາງ ພຸດທະສາສະໜາ ແລະໃນລາວເຮົານັ້ນ ຖືກັນມາຕັ້ງແຕ່ສະໄໝອານາຈັກ ລ້ານຊ້າງ ເຊື່ອກັນວ່າ ໄດ້ທຳກັນມາແຕ່ສະໄໝພະພຸດທະສາສະໜາເຂົ້າສູ່ລາວ ແລະໃນພະຣາຊະອານາຈັກກໍກຳນົດວັນດັ່ງກ່າວໄວ້ໃນຮີດ 12 ຄື ຮອດເດືອນ 3 ເພັງ ໃຫ້ເຈົ້າເມືອງພາໄພ່ຟ້າປະຊົນລົງວັນທຳບຸນມາຄະບູຊາ ຈຶ່ງຖືເປັນຮີດຄອງ ມາເທົ່າຮອດບັດນີ້.
- ນັບແຕ່ອະດີດ ມາຮອດບັດນີ້ ຊາວພຸດລາວ ຈຶ່ງໄດ້ເຮັດບຸນມາຄະບູຊາ ໃນວັນເພັງເດືອນ 3 ເຮັດຢູ່ວັດໄກ້ບ້ານຕົນ.
- ໃນອະດີດ ກ່ອນພຸດທະສາສະໜາ ເຂົ້າສູ່ລາວ ຊາວລາວຖືສາສະໜາຜີຟ້າ ຜີແຖນ ຮອດເດືອນ 3 ມີການລ້ຽງຜີ ປະກົດວ່າໄດ້ເອົາເຂົ້າປາອາຫານໄດ້ລ້ຽງຜີ ເມື່ອພຸດທະສາສະໜາເຂົ້າມາ ການລ້ຽງຜີບໍ່ໄດ້ຜົນ ແລະການທີ່ເອົາເຂົ້າປາອາ ຫານ ຫຼືເຮັດເປັນເຂົ້າຈີ່ ໄປລ້ຽງຜີໃນປ່າຊ້າ ໃນຕາແຮກ ໃນຫໍຜີ ຜີຍ່ອມບໍ່ໄດ້ຮັບ ເວັ້ນໄວ້ແຕ່ເອົາໄປຖວາຍພະ ແລະຢາດນໍ້າອຸທິດສ່ວນກຸສົນໄປຫາ ຜີຈຶ່ງໄດ້ຮັບ ດ້ວຍເຫດນັ້ນ ຈຶ່ງເອົາເຂົ້າປາອາຫານມາຖວາຍພະສົງ ແລະເຮັດເຂົ້າຈີ່ມາໃສ່ບາດ ຈຶ່ງຮຽກວ່າບຸນເຂົ້າຈີ່ມາຮອດບັດນີ້, ຊາວລາວໄປຢູ່ແຫ່ງ ຫົນໃດ ຫາກເຮັດບຸນປະເພນີເຂົ້າຈີ່ ຈຶ່ງຖືວ່າຕົນເປັນຄົນລາວ.

- ທີ່ນີ້ມາຕອບຄຳຖາມ ທີ່ພີ່ນ້ອງຊາວໄທຍ໌ຖາມມາທາງອິນບ໊ອກວ່າ "ປີນີ້ ທາງລາວຖືເອົາວັນ ທີ 3 ກຸມພາ 2015 ເຮັດບຸນມາຄະ, ສ່ວນທາງໄທຍ໌ ຖືເອົາ ວັນທີ 4 ມີນາ 2015 ເປັນວັນມາຄະບູຊາ ອົງກັບເດືອນ 4 ເພັງ.
- ຕອບວ່າ ສັງເກດມາສອງຄັ້ງແລ້ວ ຄື ປີໃດເປັນປີອະທິກະມາດ 8 ສອງຫົນ ທາງໄທຍ໌ ຈະຖືເອົາເດືອນ 4 ເປັນບຸນມາຄະບູຊາໂລດ.
- ບໍ່ຮູ້ວ່າທາງໄທຍ໌ ຄິດຈັງໃດ ເພາະວ່າ ຄຳວ່າມາຄະບູຊາ ກໍຊື່ວ່າ ບູຊາບຸນມາຄະ ຫຼືບຸນເດືອນ 3 ແລ້ວ ຄັນໄປເຮັດເດືອນ 4 ກໍຊື່ວ່າບຸນເດືອນ 4.
- ຫາກຖືວ່າປີນີ້ ເປັນປີອະທິກະມາດ ຕາມປະຕິທິນວັນເຄື່ອນ ກໍກຳນົດເອົາເດືອນ 8/8 ເດືອນ 3 ຍັງຄົງຢູ່ ກໍບໍ່ຈຳເປັນຈະເຄື່ອນ
- ສົງໄສ ຈະຄິດຜິດ ເໝືອນກັບປະຕິທິນຕ່າງກັນ ເມື່ອຫຼາຍສິບປີຄືນຫຼັງ ຈົນມາເຫັນ ວັນອອກພັນສາບໍ່ຄືກັນ ປ່ອຍໃຫ້ທຳມະຊາດຕັດສິນ ຄື ບັ້ງໄຟ ພຍານາກບໍ່ຂຶ້ນວັນອອກພັນສາໄທຍ໌ຈັກປີ ທາງໄທຍ໌ຈຶ່ງປັບປະຕິທິນຕາມ ແບບຂອງລາວ.
- ກໍລະນີນີ້ ຄົງຈະຍາກ ເພາະບໍ່ມີທຳມະຊາດໃດຈະຕັດສິນ ເວັ້ນແຕ່ບຸນປະເພນີ ເດືອນສາມເພັງນີ້ແລ້ວ ຄື ບຸນວັດພູຈຳປາສັກ, ບຸນພະທາດເມືອງເກົ່າ, ບຸນພະທາດພະນົມ ແຕ່ເກົ່າກ່ອນແມ່ນເຮັດບຸນເດືອນສາມຕະຫຼອດ ບໍ່ເຫັນເຮັດ ເດືອນ 4 ຕາມປະຕິທິນ ຈະເປັນປີປົກກະຕິມາດ ຫຼືອະທິກະມາດກໍເຮັດຢ່າງນັ້ນ, ປີນີ້ກໍເຮັດຢ່າງນີ້.

No comments:

Post a Comment