19 March 2015

ວຽງຈັນ-ວຽງຄຳ ປາກົດໃນສີລາຈາຣືກສຸໂຂໄທ ຫຼັກທີ 1 ດ້ານທີ 4

ວຽງຈັນ-ວຽງຄຳ ປາກົດໃນສີລາຈາຣືກສຸໂຂໄທ ຫຼັກທີ 1 ດ້ານທີ 4
-------====------
ພອຄ.ເນືອງພິລັກ ໂຊຕິທອນ
- ຮອງຜູ້ອຳນວຍການວິທະຍາໄລສົງ(ອົງຕື້)


- ວຽງຈັນ ຕາມປາກົດໃນສີລາຈາຣືກສຸໂຂໄທຫຼັກ ທີ 1 ຄືນະຄອນຫຼວງວຽງຈັນ ຂອງລາວ ເຮົາປັດຈຸບັນ, ສ່ວນວຽງຄຳ ເປັນຊື່ເມືອງ ແຝດຄູ່ວຽງຈັນ ທີ່ຫາຍໄປແລ້ວ ແຕ່ທາງນັກວິຊາການປະຫວັດສາດ ແລະບູຮານຄະດີຂອງລາວຢັ້ງຢືນວ່າ ຄືບໍລິເວນ ແຂວງວຽງຈັນ ຄືທີ່ຕັ້ງຂອງເມືອງວຽງຄຳປັດຈຸບັນ.
- ວຽງຈັນ ປາກົດຕົວຄັ້ງແຮກ ໃນສະໄໝສີໂຄດ- ຈັນທະບູຣີ ຫຼືຍຸກທວາຣວະດີ ປະມານປີ ພສ 218-236 ມີບັນທຶກ ໄວ້ໃນໜັງສືພະຍາບູຣີຈັນອ່ວຍລ່ວຍ ຫຼືພະຍາຈັນທະບູຣີປາສິດທິສັກ ກ່າວໂດຍສະຫຼຸບເອົາເນື້ອໃນໄວ້ດັ່ງນີ້ "ບູຣີຈັນອ່ວຍລ່ວຍ ໄດ້ມາເຮັດນາ ບ້ານໜອງຄັນແທເສື້ອນໍ້າ ບູຣີຈັນເປັນຄົນມີເມດຕາ ພວກນາກຈຶ່ງຊ່ວຍ ບູຣີຈັນອ່ວຍລ່ວຍ ສ້າງເມືອງຈັນທະບູຣີ ມີພະນາມວ່າພະຍາຈັນມະບູຣີປະສີດທິສັກ ໄດ້ລູກສາວພະຍາສຸວັນນະພູມເປັນເມັຍ"
- ຕໍ່ມາວຽງຈັນໄດ້ປາກົດຕົວອີກ ໃນສະໄໝພະເຈົ້າຟ້າງຸ້ມມະຫາຣາດ ໃນຄິຼຕະສະຕະວັດທີ 13 ຊື່ຈັນທະບູຣີ ມີພະຍາຊຽງມຸງເປັນເຈົ້າປົກຄອງ, ໃນໄລຍະດຽວກັນນັ້ນ ກໍປາກົດຊື່ເມືອງໜຶ່ງອີກ ທີ່ຄູ່ກັບນະຄອນຈັນທະບູຣີ ຄື ເມືອງໄຜ່ໜາມ ມີພະນາເພົາເປັນເຈົ້າປົກຄອງ ເຊິ່ງຕໍ່ມາເມືອງໄຜ່ໜາມ ຫຼືວຽງໄຜ່ໜາມ ໄດ້ປ່ຽນນາມເມືອງເປັນ ເມືອງວຽງຄຳ.
- ເຫດທີ່ເມືອງໄຜ່ໜາມ ຫຼືວຽງໄຜ່ໜາມປ່ຽນນາມເມືອງເປັນວຽງຄຳ ຕາມບັນທຶກໃນພົງສາວະດານລາວກ່າວໄວ້ ສະຫຼຸບເຫດການສຳຄັນດັ່ງນີ້ "ວຽງໄຜ່ໜາມ ເປັນເມືອງຂອງພະຍາເພົາ ເມືອງນີ້ມີໄມ້ໄຜ່ໜາມເປັນກຳແພງອ້ອມຮອບ ຫຼັງຈາກພະເຈົ້າຟ້າງຸ່ມໄດ້ຂຶ້ນຄອງອານາຈັກຊຽງ ທອງແລ້ວ ພາໄພ່ພົນລົງມາຢືດຫົວເມືອງຝ່າຍ ໃຕ້ອັນມີເມືອງຈັນທະບູຣີ ແລະເມືອງບໍຣິວານຂອງ ເມືອງຈັນທະບູຣີ(ວຽງຈັນ) ທັງສອງຟາກຝັ່ງແມ່ນໍ້າຂອງຈົນຮອດໂຄຣາດ ໄດ້ທັງໝົດ ແລ້ວກໍຕັ້ງທັບຢູ່ຈັນທະບູຣີ ຍົກໃຫ້ພະຍາຊຽງມຸງປົກຄອງ ແລ້ວກໍຍົກກອງທັບ ໄປຍັງວຽງໄຜ່ໜາມ ເຊິ່ງມີພະຍາເພົາເປັນເຈົ້າເມືຶອງ ເມື່ອກອງທັບຂອງ ພະເຈົ້າຟ້າງຸ່ມໄປຮອດວຽງໄຜ່ໜາມແລ້ວອ້ອມ ຮອບເມືອງໄວ້ ຫຼາຍວັນ ທະຫານຂອງວຽງໄຜ່ໜາມກໍບໍ່ອອກມາສູ້ຮົບ ຈຶ່ງຍົກທັບກັບຍັງເມືອງຈັນທະບູຣີ ພະເຈົ້າຟ້າງຸ້ມ ຈຶ່ງສັ່ງໃຫ້ເປີດສາງເອົາຄຳມາເຮັດເປັນລູກໜ້າ ແຕ່ງໃຫ້ທະຫານໄປຍິງລູກໜ້າ ໃສ່ຍັງກຳແພງວຽງໄຜ່ໜາມນັ້ນ ເມື່ອຊາວເມືອງອອກມາເຫັນລູກໜ້າຄຳ ຈຶ່ງຖາງກໍໄຜ່ເອົາລູກໜ້າຄຳ ໄດ້ເວລາເໝາະສົມ ພະເຈົ້າຟ້າງຸ່ມ ຈຶ່ງສັ່ງໃຫ້ທະຫານເອົາໄຟ ໄປເຜົາກຳແພງໄມ້ໄຜ່ນັ້ນໄໝ້ຈົນໝົດກ້ຽງ ກອງທັບຂອງພະເຈົ້າຟ້າງຸ້ມ ຈຶ່ງເຂົ້າຢືດເອົາວຽງໄຜ່ໜາມໄດ້ຢ່າງງ່າຍດາຍ ເມື່ອຢືດວຽງໄຜ່ໜາມໄດ້ແລ້ວ ພະເຈົ້າຟ້າງຸ່ມ ຈຶ່ງຕັ້ງເຈົ້າເມືອງຄົນໃໝ່ປົກຄອງ ແລະປ່ຽນນາມເມືອງຈາກວຽງໄຜ່ໜາມ ເປັນວຽງຄຳ ແຕ່ບັດນັ້ນເປັນຕົ້ນມາ"
- ເມືອງວຽງຄຳ ປາກົດໃນສີລາຈາຣືກສະໄໝ ພຣະໂພທິວໍຣະວົງສາ ມະຫາກະສັຕຣາທິຣາຊະເຈົ້າ ປີ ຈ.ສ 985 ກົງກັບ ຄ.ສ 1623 ກ່າວໄວ້ວ່າ "ັ...ລາຍຈູມສົມເດັດພະບໍຣົມບໍພິດມະຫາທຳມິກະຣາຊເຈົ້າ ຕົນເປັນພະ ຕົນຊື່ສົມເດັດພິໂພທິວໍຣະວົງສາ ມິກະສັດຕາທິຣາຊເຈົ້າ ຕົນປະກອບດ້ວຍ ທົສສະຣາຊະພິສະທຳ ສາສະນູປະຖັມພະກະບໍຣົມກະນາຖະ ບໍຣົມບໍພິດ ປະສິດທິຈູມດວງນີ້ໄວ້ກັບວັດສຸວັນເຈຕິຍາ ຊື່ວັດບ້ານເກິນ ວຽງຄຳ ເຂດແດນແຕ່ສົມເດັດ ພະເຈົ້າໄຊຍະເຊດຖາເຈົ້າໄດ້ປ..."
- ໃນສີລາຈາຣືກນີ້ ໄດ້ກ່າວເຖິງວັດສຸວັນເຈດີ ວັດດັ່ງກ່າວກໍຍັງປາກົດຕົວເປັນວັດຮ້າງ ແລະສາສະໜາສະຖານຕ່າງໆ ກໍຍັງຄົງຮູບຮອຍ ຢູ່ຈະແຈ້ງ, ແລະສິ່ງທີ່ໜ້າສົນໃຈ ແລະຢັ້ງຢືນວ່າເມືອງວຽງຄຳ ຄື ໃນສີລາຈາຣືກ ໄດ້ກ່າວຊື່ເມືອງໄວ້ຈະແຈ້ງວ່າ "ຊື່ພະບ້ານເກິນ ວຽງຄຳ" ຄຳວ່າວຽງຄຳ ກໍຄືເມືອງວຽງຄຳ ເຊິ່ງເປັນຊື່ເມືອງຕັ້ງແຕ່ສະໄໝ ພະເຈົ້າຟ້າງຸ່ມເປັນຕົ້ນມາ.
- ວຽງຈັນວຽງຄຳ ປາກົດໃນສີລາຈາຣືກ ສຸໂຂໄທ, ສີລາຈາຣືກສຸໂຂໄທ ຫຼັກທີ 1 ດ້ານທີ ສີ່ ເຊິ່ງຮູ້ກັນໃນນາມສີລາຈາຣືກທີ່ສ້າງຂຶ້ນໂດຍ ຂຸນຣາມຄຳແຫງ ກ່າວເຖິງອານາເຂດ ເມືອງສຸໂຂໄທວ່າດັ່ງນີ້ "ອາຈປຣາບຂ້າເສີກ ມີເມືອງກວ້າງຊ້າງຫຼາຍ ປຣາບຕາວັນອອກຣອດສຣລວງ ສອງແຄວ ລຸມບາຈາຍ ສຄາ ເທົ້າຝັ່ງຂອງ ເຖິງວຽງຈັນວຽງຄຳ ເປັນທີ່ແລ້ວ..."
- ສີລາຈາຣືກສຸໂຂໄທ ຫຼັກທີ 1 ຂອງຂຸນຣາມຄຳແຫງນີ້ ນັກວິຊາການໄທຍ ສັນນິຖານວ່າ ສ້າງຂຶ້ນໃນປີ ພ.ສ 1835 ກົງກັບ ຄ.ສ 1292 ຄືສີລາຈາຣືກນີ້ໄດ້ເກີດກ່ອນພະເຈົ້າ ຟ້າງຸ່ມມະຫາຣາຊ ຊົງມາສະຖາປານາທ້ອນໂຮມອານາຈັກລ້ານຊ້າງ ເຊິ່ງໃນພົງສາວະດານ ແລະປະຫວັດສາດລາວ ໄດ້ກ່າວໄວ້ວ່າ "ພະເຈົ້າຟ້າງຸ່ມມະຫາຣາຊ ຊົງທ້ອນໂຮມອານາຈັກລ້ານຊ້າງເປັນປືກແຜ່ນໃນປີ ພ.ສ 1896 ຄ.ສ 1353 ຄື ສີລາຈາຣືກທີ່ຂຸນຣາມຄຳແຫງສ້າງຂຶ້ນນີ້ ມີອາຍຸກ່ອນ ພະເຈົ້າຟ້າງຸ່ມມະຫາຣາຊ ຊົງສະຖາປານາທ້ອນໂຮມອານາຈັກລ້ານຊ້າງ 61 ປີ.
- ທຽບຊື່ວຽງຈັນວຽງຄຳ ທີ່ປາກົດໃນສີລາຈາຣືກ ຂຸນຣາມຄຳແຫງນັ້ນ ເຮັດໃຫ້ເຮົາສົງໄສວ່າ ດ້ວຍເຫດໃດ ຊື່ວຽງຈັນ ວຽງຄຳ ຈຶ່ງປາກົດຕົວກ່ອນສະໄໝພະເຈົ້າຟ້າງຸ່ມໄດ້ເຖິງ 61 ປີ ໂດຍສະເພາະວຽງຄຳນີ້ ພົງສາວະດານລາວ ກ່່າວໄວ້ວ່າ ຊື່ເດີມຄືເມືອງໄຜ່ໜາມ ຫຼືວຽງໄຜ່ໜາມ ເມື່ອພະເຈົ້າຟ້າງຸ່ມຢືດເມືອງໄຜ່ໜາມໄດ້ແລ້ວ ປ່ຽມນາເມືອງວ່າ "ເມືອງວຽງຄຳ" ດັ່ງທີ່ກ່າວແລ້ວ.
- ນະຄອນຫຼວງວຽງຈັນປາກົດນາມໃນ ຈາຣືກ, ຕຳນານ, ພົງສາວະດານ ຄື ອານາຈັກຈັນທະບູຣີ ແລະວຽງຈັນ, ສ່ວນພົບໃນສີລາຈາຣືກ ມັກຈະພົບ ຄຳວ່າ ຈັນທະບູຣີ, ຫຼືນະຄອນຈັນທະບູຣີສີສັດຕະນາຄະນາຫຸດ, ສ່ວນເມືອງວຽງຄຳນີ້ ປາກົດໃນພົງວາວະດານ ລ້ານຊ້າງ ຫຼືພົງສາວະດານລ້ານຊ້າງໃນສະໄໝ ພະເຈົ້າຟ້າງຸ່ມ ດ້ວຍເຫດນັ້ນ ຈຶ່ງເປັນທີ່ໜ້າສັງ ເກດວ່າ ວຽງຄຳ ເປັນນາມເມືອງ ທີ່ພະເຈົ້າຟ້າງຸ່ມ ຕັ້ງແທນເມືອງໄຜ່ໜາມເດີມ ເຫດໃດຈຶ່ງໄປປາກົດໃນ ສີລາຈາຣືກຂຸນຣາມຄຳແຫງ ກ່ອນການຕັ້ງນາມເມືອງຕັ້ງຫົກສິບກວ່າປີໄດ້ ອັນນີ້ກໍໜ້າຄິດ.
- ຄັນແມ່ນໜັງຮໍລີວູດ ກໍແມ່ນໜັງປະເພດທະລຸມິຕິ ຫຼືເລື່ອງຢ້ອນເວລາຫາອະດີດແລ.



ແມ່ນໍ້າຂອງ ປາກົດໃນສີລາຈາລືກສຸໂຂໄທຫຼັກທີ 1 ສະໄໝຂຸນຣາມຄຳແຫງ ມີທັງຂອງ ທັງໂຂງ

ແມ່ນໍ້າຂອງ ປາກົດໃນສີລາຈາລືກສຸໂຂໄທຫຼັກທີ 1 ສະໄໝຂຸນຣາມຄຳແຫງ ມີທັງຂອງ ທັງໂຂງ.
--------------------------------
ພອຈ.ເນືອງພິລັກ ໂຊຕິທອນ
9 ມີນາ 2015

- ແມ່ນໍ້າຂອງ ເປັນແມ່ນໍ້ານານາໆຊາດ ໄຫຼຜ່ານຫຼາຍປະເທດຈີນຕອນໃຕ້, ພະມ້າ, ລາວ, ໄທຍ໌, ກຳປູເຈັຍ ແລະຫວຽດນາມ ໃນບັນດາປະເທດເຫຼົ່ານັ້ນ ມີຊື່ີຮຽກແມ່ນໍ້າສາຍນີ້ແຕກ ຕ່າງກັນໄປ ເຊັ່ນ ຈີນຮຽກວ່າ ລານຈຽງ, ລື້ຊຽງຮຸ່ງ ແລະຊຽງຕຸງ ຮຽກແມ່ນໍ້າລ້ານຊ້າງ(ອອກສຽງລ້ານຈ້າງກໍມີ), ລາວ ຮຽກແມ່ນ້ຳຂອງ, ໄທຍ໌ຮຽກແມ່ນໍ້າໂຂງ, ກຳປູເຈັຍຮຽກ ຕົນເລແມກົງ ຂະເໝນບູຮານຮຽກ ຕົນເລລຽວ ຫຼືແມ່ນໍ້າລາວ, ຫວຽດນາມຮຽກ ກິ໋ວລອງ ແມ່ນໍ້າຂອງປາກົດໃນວັນນະຄະດີບູຮານລາວຫຼາຍສະບັບຮຽກວ່າແມ່ນໍ້າຂອງ ແລະຂະນະນະທີ.
- ສ່ວນໃນພາສາຝຣັ່ງ ແລະອັງກິດຂຽນ Mea khong, Mea Kong, Khong River.
- ເມື່ອມາສຶກສາສີລາຈາຣືກສຸໂຂໄທ ຫຼັກທີ 1 ສະໄໝຂຸນຣາມຄຳແຫງ ປາກົດເຫັນວ່າ ໃນສີລາຈາຣືກຫຼັກດຽວນັ້ນຮຽກທັງ "ໂຂງ ແລະຂອງ", ດັ່ງຄຳ ທີ່ປາກົດໃນສີລາຈາຣືກດ້ານທີ 2 ບັນທັດທີ 6-7 ວ່າ "ກາງເມືອງສຸໂຂໄທນີ້ມີນໍ້າຕຣະພັງໂພຍສີ ໃສກິນດີ...ດັງ ນໍ້າໂຂງເມື່ອແລ້ງ" ແລະໃນສີລາຈາຣືກຫຼັກດຽວກັນ ດ້ານທີ 4 ບັນບັນທັກທີ 3 ບັນທຶກວ່າ "ໄທຊາວອູຊາວຂອງມາອອກ" ໃນໜ້າທີ 4 ບັນທັດທີ 18 ພົບຄຳວ່າ "ເທົ້າຝັ່ງຂອງ ແລະບັນທັດທີ 25 ພົບຄຳວ່າ "ພົ້ນຝັ່ງຂອງ", ເຮົາພົບການຮຽກຊື່ແມ່ນໍ້າສາຍນີ້ວ່າ "ຂອງ" ເຖິງ 3 ຄັ້ງ ກໍເປັນທີ່ຢັ້ງຢືນໄດ້ແລ້ວວ່າ ແມ່ນໍ້າສາຍນີ້ ມີຊື່ວ່າແມ່ນໍ້າຂອງ.
- ຫາກເຮົາມອງໃນສະພາວະປັດຈຸບັນນີ້ ຄຳວ່າໂຂງ ແລະຂອງ ບໍ່ເປັນເລື່ອງແປກປາຫຼາດເລີຍ ຖືວ່າເປັນເລື່ອງທຳມະດາສາມັນ ເພາະໃນປັດຈຸບັນນີ້ ແຕ່ລະປະເທດກໍຮຽກແມ່ນໍ້າສາຍນີ້ໃນຊື່ຕ່າງກັນຢູ່ແລ້ວ, ໂດຍສະເພາະ ລາວກໍຮຽກວ່າແມ່ນໍ້າຂອງ, ໄທຍ໌ກໍຮຽກວ່າແມ່ນໍ້າໂຂງ ຕາມພາສານິຍົມສະໄໝໃໝ່ ຫຼືຕາມການກຳນົດໃຊ້ຂອງປະເທດໃຜ ປະເທດມັນ.
- ແຕ່ເມື່ອເຮົາມອງກັບໄປເມື່ອ 700 ຮ້ອຍກວ່າປີຄືນຫຼັງ ຄວາມເປັນປະເທດຍັງບໍ່ທັນເກີດຂຶ້ນ, ຄວາມເປັນຊາດຍັງບໍ່ທັນປາກົດຕົວ ສະພາວະທາງການເມືອງການປົກຄອງສະໄໝນັ້ນ ຍັງເປັນນະຄອນລັດຢູ່ ພາສາອາດມີການໃຊ້ໃນລັກສະນະສື່ສານກັນ ທຳມະດາ ຕາມທ້ອງຖິ່ນ ແລະສຽງຂອງກຸ່ມຄົນຊຸມຊົນ ທີ່ມີຄວາມໃກ້ ຊິດ ແລະທີ່ມາແຫຼ່ງດຽວກັນ ທີ່ມັນແປກປາຫຼາດນັ້ນ ຄືໃນສີລາຫຼັກດຽວກັນ ດ້ວຍເຫດໃດ ຈຶ່ງມີການໃຊ້ພາສາຮຽກແມ່ນໍ້າ ສາຍດຽວກັນກັນຄົນລະຊື່ເຊັ່ນນີ້.
- ຈິງຢູ່ໃນປະຫວັດສີລາຈາຣືກຫຼັກນີ້ ນັກວິຊາການຂອງໄທຍ໌ຍອມຮັບວ່າ ການບັນທຶກສີລາຈາຣືກນີ້ ອາດມີການບັນທຶກຫຼາຍໄລຍະ ຫຼືຫຼາຍຊ່ວງໄລຍະ ເບື້ອງຕົ້ນນັກວິຊາການໄທຍ໌ເຊື່ອວ່າ ໃນດ້ານທີໜຶ່ງ ຫຼືຕອນຕົ້ນ ຂອງການບັກທຶກຄົງຈະແມ່ນຂຸນຣາມຄຳແຫງເອງ ເປັນຜູ້ບັນທຶກ ຫຼືສັ່ງໃຫ້ຄົນອື່ນບັນທຶກແທນ ເພາະປາກົດຄຳໃນສີລາຈາຣືກວ່າ "ພໍ່ກູຊື່ສຣີອິນທຣາທິຕຣ໌ ແມ່ກູຊື່ນາງເສືອງ...ພີ່ກູຊື່ບານເມືອງ...." ບັນທຶກເບື້ອງຕົ້ນ ເປັນການໃຊ້ຄຳແທນນາມວ່າ "ກູ" ອັນໝາຍເຖິງຂຸນຣາມຄຳແຫງເອງ, ສ່ວນໃນໜ້າຕໍ່ໄປໃຊ້ຄຳວ່າ "ພໍ່ຂຸນຣາມຄຳແຫງ" ອັນໝາຍເຖິງຄົນອື່ນ ບັນທຶກໄປຈົບຄົບຈາກດ້ານທີ 1 ຈົນສຸດເລື່ອງໃນດ້ານທີ 4.
- ເຖິງປານນັ້ນກໍຕາມ ເມື່ອເຮົາພົບຄຳວ່າ "ໂຂງ ແລະຂອງ" ປາກົດໃນສີ ລາຈາຣືກຫຼັກດຽວກັນເຊັ່ນນີ້ ຕ້ອງຖືວ່າເປັນເລື່ອງແປກປະຫຼາດ, ເນື່ອງຈາກວ່າ ເຮົາມີຄວາມສົງໄສຕໍ່ຄົນເມືອງສຸໂຂໄທນັ້ນ ຮຽກແມ່ນໍ້າສາຍດຽວກັນ ຄົນລະຊື່ໄດ້ຈັງໃດ ?
- ອັນນໜຶ່ງ ເມື່ອເຮົາສຶກວ່າ ຊື່ແມ່ນໍ້າສາຍສຳຄັນນີ້ ຊື່ໂຂງ ຫຼືຂອງກັນແທ້ ຄຳຢືນຢັນວ່າ ຊື່ແມ່ນໍ້າຂອງຈະຖືກຕ້ອງກວ່າ ຫາກເຮົາຖືວ່າ ສີລາຈາລືກສຸໂຂໄທນີ້ເປັນສິ່ງຢືນຍັນຄວາມຖືກຕ້ອງ ເພາະເຮົາພົບຊື່ແມ່ນໍ້າຂອງຕັ້ງ 3 ຄັ້ງໃນສີລາດຽວກັນ ແລະຕ້ອງເຊື່ອວ່າ ຊາວສຸໂຂໄທ ຮຽກແມ່ນໍ້າຂອງ ບໍ່ແມ່ນແມ່ນໍ້າໂຂງແລ.
- ຫຼືຄົນເມືອງສຸໂຂໄທ ເປັນໄທຍ໌ ຫຼືເປັນລາວກັນແທ້ລະ ?



ຊາວເມືອງສຸໂຂໄທ ເວົ້າ "ເຖິງ, ຮອດ" ເໝືອນຄົນລາວປັດຈຸບັນ ເບິ່ງໃນສີລາຈາກຣືກສຸໂຂໄທ ຫຼັກທີ 1 ໜ້າ 1, 2, 4)

ຊາວເມືອງສຸໂຂໄທ ເວົ້າ "ເຖິງ, ຮອດ" ເໝືອນຄົນລາວປັດຈຸບັນ ເບິ່ງໃນສີລາຈາກຣືກສຸໂຂໄທ ຫຼັກທີ 1 ໜ້າ 1, 2, 4)
----------------------
9/3/2015
ພອຈ.ເນືອງພິລັກ ໂຊຕິທອນ

- ຖຶງ(ถึง) ເປັນພາສາທາງການຂອງໄທຍ໌ ເຖິງ ເປັນທັງພາສາທາງການ ແລະພາສາຖິ່ນຂອງ ລາວ, ເມື່ອໄດ້ສຶກສາສີລາຈາຣືກສຸໂຂໄທ ຫຼັກທີ 1 ສະໄໝຂຸນຣາມຄຳແຫງ ເຫັນວ່າຊາວສຸໂຂ ໄທເມື່ອ 700 ກວ່າປີນັ້ນໃຊ້ເຖິງເໝືອນກັບລາວ ແລະໄຕລາວເຜົ່າຕ່າງໆ ຢູ່ໃນ ແລະນອກປະເທດ ໃນສີລາຈາຣືກນັ້ນ ບໍ່ເຫັນໃຊ້ຖຶງດັ່ງໃນປັດຈຸບັນແມ່ນ ຄຳດຽວ.
- ໃນສີລາຈາຣືກ ກວດເບິ່ງແລ້ວ ເຫັນການໃຊ້ ເຖິງ 4 ຄັ້ງ ໃນບັນທຶກດ້ານທີ 1, 2 ແລະ 4.
- ນອກຈາກພົບເຖິງແລ້ວ ຍັງພົບຄຳທີ່ມີຄວາມ ໝາຍໃຊ້ແທນກັນໄດ້ ຫຼືໃຊ້ຄູ່ກັນ ຄື ຄຳວ່າ "ຮອດ" ທາງນັກວິຊາການໄທຍ໌ ອ່ານວ່າ "ຣອດ-รอด" ເຫດທີ່ພາໃຫ້ອ່ານວ່າຮອດ ເພາະສຽງມັນສອດຄ່ອງກັບສຽງທີ່ກຸ່ມໄຕລາວ ໃຊ້ເວົ້າກັນທັງໃນແລະນອກປະເທດ ແລະຮູບອັກສອນເປັນຮູບ ຫາງຂຶ້ນຄ້າຍໂຕ "ຮ" ຂອງລາວ, ແຕ່ເພິ່ນອ່ານວ່າ "ຣອດ" ກໍບໍ່ຖືວ່າຜິດ ເພາະວ່າໃນໝວດອັກສອນລາວເດີມ ແລະລາວບູຮານ(ທຳ) ໂຕ "ຮ ກັບ ຣ" ມັກຈະເໝືອນກັນ ແລະໃຊ້ແທນກັນໄດ້ ເຊັ່ນການອ່ານໜັງລາວບູຮານ(ທຳ) ເມື່ອພົບການຂຽນ "ຣີ" ເພິ່ນບອກວ່າ "ຮ ຫາງຮີໃສ່ສະຫຼະອີໃຫ້ອ່ານວ່າ ອັນວ່າ"ແມ່ນແຕ່ໃນສີລາຈາຣືກ ສຸໂຂໄທຫຼັກທີ 1 ນີ້ ກໍເຫັນວ່າຮູບແບບດຽວກັນນັ້ນໃຊ້ເປັນໂຕ ຣ ເຊັ່ນຄຳວ່າ "ພຣະຣາມຄຳແຫງ, ສຣີສັຊຊນາໄລ ດ້ວຍເຫດນີ້ເອງທາງນັກວິຊາການໄທຍ໌ ຈຶ່ງອ່ານ ວ່າ "ຣອດ" ອີງຕາມອັກສອນທີ່ໄທຍ໌ໃຊ້ ຫາກລາວອ່ານສີລານີ້ ກໍຄົງອ່ານຮອດ ເໝືອນຜູ້ຂຽນ.
- ຮອດ ແລະເຖິງ ສອງຄຳນີ້ໃນພາສາລາວ ທາງການ ແລະພາສາລາວທ້ອງຖິ່ນທັງ ໃນດິນລາວ ແລະນອກດິນລາວບາງ ຄັ້ງກໍໃຊ້ຄຳດ່ຽວ ເຊັ່ນ ໄປຮອດ, ໄປເຖິງ, ບາງຄັ້ງກໍໃຊ້ລວມກັນ ເຊັ່ນ ໄປຮອດຈອດເຖິງ, ສົ່ງເຖິງ, ມາຮອດ ດັ່ງນີ້ ເປັນຕົ້ນ, ປັດຈຸບັນນີ້ພາສາທາງການໄທຍ໌ຈະບໍ່ ໃຊ້ຮອດ ຫຼືຣອດ ຈະໃຊ້ແຕ່ ຖຶງ(ถึง)ຄຳດຽວ.
- ເຖິງ ແລະຮອດ ຈຶ່ງເປັນຄຳລາວບູຮານແທ້, ສ່ວນ ຖຶງ(ถึง)ນັ້ນ ຍັງບໍ່ຮູ້ວ່າເປັນຄຳໃນພາສາ ກຸ່ມໄຕ(ໄທ)ລາວກຸ່ມໃດ ຫຼືເປັນພາສາກຸ່ມໄທຂືນ ຫຼືໄທລື້ ຫຼືເປັນຄຳທີ່ໄທຍ໌ປະດິດຂຶ້ນໃໝ່ ເພື່ອໃຫ້ມີຄວາມຕ່າງກໍບໍ່ຮູ້ ເນື່ອງຈາກໃນໝວດອັກຂະຫຼະໄທຍ໌ ໂຕ ຮ ບໍ່ມີຄວາມສຳຄັນເທົ່າໂຕ ຣ ປານໃດ, ການທີ່ທາງໄທຍ໌ບັນຍັດໂຕ ຮ(ฮ) ໄວ້ໃນໝວດອັກຂະຫຼະໄທຍ໌ ພຽງເພື່ອໃຊ້ຂຽນ ຄຳຈາກຕ່າງປະເທດ ແລະພາສາຖິ່ນເທົ່ານັ້ນ ທ່ານຜູ້ຮູ້ຄົງຈະອະ ທິບາຍຕໍ່ເຕີມໄດ້.





ສຸກໂຂໄທ-ສຸໂຂໄທ

ສຸກໂຂໄທ-ສຸໂຂໄທ
-----==-----
ສຸໂຂທັຍ(สุโขทัย) ໃນສີລາຈາຣືກສຸໂຂໄທຍ໌ຫຼັກທີ 1 ພົບການສະກົດຄຳສອງແບບ ຄື ສຸກໂຂໄທ ກັບ ສຸໂຂໄທ ອັນນີ້ບໍ່ຖືວ່າເປັນເລື່ອງແປກ, ເພາະວ່າ ການສະຫຼັກຫີນ ຫຼືການຂຽນມັນຜິດກັນໄດ້ທຸກເມື່ອ ຍິ່ງການສະຫຼັກລົງໃນສີລາແລ້ວຫາກຜິດກໍຜິດເລີຍ ບໍ່ສາມາດແກ້ໄຂໄດ້.
- ແຕ່ວ່າ ເຮົາພົບການສະຫຼັກ ສຸກໂຂໄທ ລຽນກັນຫຼາຍທີ່ໃນສີລາຈາລືກນີ້ ເຮັດໃຫ້ມອງເຫັນວ່າ ບໍ່ແມ່ນຜິດເພາະຫຼົງລືມ ອາດຜິດເພາະເຈຕະນາ ຫຼືຜີດເພາະຄວາມ ຊິນເຄີຍ ຂອງຜູ້ສະຫຼັກເອງ.
- ເຫດທີ່ວ່າຜິດເພາະເຈຕະນາ ຫຼືຄວາມຊິນເຄີຍຂອງຜູ້ສະຫຼັກ ກໍເພາະວ່າ ພາສາປາກກັບພາສາຂຽນຕ່າງກັນໄດ້ ເຊັ່ນວ່າ ເວລາຂຽນ ສຸໂຂໄທ ແຕ່ເວລາປາກ ອອກສຽງ ເປັນສຸກໂຂໄທ, ລັກສະນະເຊັ່ນນີ້ ບໍ່ແມ່ນມີແຕ່ຄຳວ່າ ສຸໂຂໄທ ເທົ່ານັ້ນ ຄຳອື່ນໆກໍມີ ເໝືອນກັນ ຕົວຢ່າງຂຽນ ເຈຕະນາ ເວລາປາກ ເຈດຕະນາ, ຂຽນ ກະຣຸນາ ປາກ ກະຣຸນນາ, ຂຽນ ສາສນາ ປາກ ສາດສະໜາ, ຂຽນ ງົວ ປາກ ໂງ, ຂຽວ ຕົວ ປາກ ໂຕ ເຫຼົ່ານີ້ເປັນຕົ້ນ ລັກສະນີ້ແລ້ວ ເພິ່ນວ່າຂຽນຕາມເຄົ້າເວົ້າຕາມສຽງ ຫຼືດັ່ງຄຳທີ່ເຮົາຊິນຫູຕະຫຼອດວ່າ ຂຽນຕາມສຽງ ຄື ຄຳວ່າ ສຸກໂຂໄທ ນັ້ນແມ່ນຂຽນຕາມສຽງ ສ່ວນຄຳວ່າ ສຸໂຂໄທ ແມ່ນຂຽນຕາມເຄົ້າ.
- ປັດຈຸບັນນີ້ ມາຕະຖານພາສາໄທຍ໌ ພັດທະນາຢ່າງບໍ່ຢຸດຢັ້ງ ຖືວ່າພັດທະນາເຕັມຮູບແບບ ການຂຽນພາສາທຸກ ຄຳຈຶ່ງມີຄວາມໝາຍສົມບູນໃນຕົວ ສາມາດຕີຄວາມໝາຍຂອງຄຳໄດ້ຈຳເພາະເຈາະຈົງ ຫຼືຕີຄວາມໝາຍທາງວິຊາການຕ່າງໆໄດ້ສົມບູນ, ສຸໂຂໄທ ໃນການຂຽນຈຳເພາະປັດຈຸບັນ ຈຶ່ງຂຽນ ສຸໂຂທັຍ (สุโขทัย) ເປັນນາມຈຳເພາະ ເປັນເມືອງຫຼວງແຫ່ງແຮກຂອງໄທຍ໌ ນັກຄິດຂອງໄທຍ໌ ຫຼາຍທ່ານຕີຄວາມໝາຍວ່າ ຄຳວ່າ ສຸໂຂທັຍ ມາຈາກຄຳສອງຄຳ ຄື ສຸຂະ+ອຸທັຍ ມີຄວາມໝາຍວ່າ ຮຸ່ງອະຣຸນແຫ່ງຄວາມສຸກ.
- ໃນສີລາຈາຣືກສຸໂຂໄທ ຫຼັກທີ 1 ນີ້ເຖິງເຮົາພົບ ການຂຽນທັງສຸກໂຂໄທ ທັງສຸໂຂໄທທັງໃນ 4 ດ້ານຂອງສີລາຈາຣືກ ທຸກທີ່ທີ່ປາກົດບໍ່ໄດຂຽນ ສຸໂຂທັຍ ທີ່ໃສ່ໄມ້ກັນ(xັ) ໂຕ (ຍ) ເໝືອນໃນປັດຈຸບັນນີ້ ຈະໃຊ້ສະຫຼະໄອ ໄມ້ມາຍ(ໄx)ຕະຫຼອດ, ຈຶ່ງເຮັດໃຫ້ຕ້ອງໄດ້ສືບຄົ້ນຕໍ່ໄປວ່າ ຄຳວ່າ ສຸໂຂໄທ ໃນສີລາຈາຣືກນັ້ນ ກັບຄຳວ່າ ສຸໂຂທັຍ ໃນປັດຈຸບັນມີຄວາມໝາຍດຽວກັນຫຼືບໍ່ຈັງໃດ ?
- ໃນສັບວິຊາການເປັນທີ່ຍອມຮັບກັນທົ່ວໂລກ ກ່ຽວກັບ ໄທ ແລະໄທຍ໌ນີ້ ນັກວິຊາການທຸກສາຂາ ກຳນົດວ່າ ຫາກຂຽນ ໄທຍ໌(ไทย) ໝາຍເຖິງປະເທດໄທຍ໌, ຄົນໄທຍ໌ ໃນປັດຈຸບັນ ອັກສອນໂຣມັນກຳນົດໃຫ້ຂຽນ Thai ສຳລັບສື່ເຖິງຄົນໄທຍ໌(ไทย) ສ່ວນພາສາລາວນັ້ນ ອາດຊິຂຽນ "ໄທຍ໌" ແບບນີ້ກໍໄດ້ ເພື່ອບໍ່ໃຫ້ອັກສອນປົນກັນ, ແຕ່ເມື່ອຈະສື່ເຖິງປະເທດໄທຍ໌ ກຳນົດໃຫ້ຂຽນ Thailand.
- ເມື່ອຈະສື່ເຖິງຄົນໄທ ຫຼືໄຕ ເຜົ່າຕ່າງໆຂອງລາວ ແລະໄທຍ໌ ທີ່ມາຈາກຕະກູນໄຕ(ໄທ)ກະໄດ ສັບວິຊາການໃຫ້ຂຽນໄທ(ไท) ເຊັ່ນໄທລາວ, ໄທແດງ, ໄທດຳ, ໄທເຂີນ ແລະອື່ນໆ ຫຼືຄຳວ່າ ໄທເຮົາເຈົ້າຂ້ອຍ, ໄທເໜືອ, ໄທໃຕ້, ໄທວຽງ, ໄທອີສານ, ໄທຊຽງໃໝ່, ໄທກຸງເທບ ໄທບ້ານ ໄທເມືອງ ແລະອື່ນໆ, ອັກສອນໂຣມັນກຳນົດໃຫ້ໃຊ້ Tai.
- ໄຕ ຫຼືໄທ ທີ່ຂຽນດ້ວຍອັກສອນໂຣມັນ Tai ຊາວລື້ສິບສອງປັນນາ ເຂດປົກຄອງຕົນເອງຂອງຈີນ ກຳນົດຊື່ຮຽກກຸ່ມຂອງຕົນຂຽນດ້ວຍອັກສອນທຳລື້ ຫຼືອັກສອນລາວບູຮານດ້ວຍ ໂຕ ທ ສະຫຼະ ໄx ຍໍເຟື້ອງ ແຕ່ອ່ານວ່າ ໄຕ. ຫາກຂຽນໄຕລື້ ກໍຂຽນ Tai-Lue.
- ເຮົາພົບການຂຽນໃນສີລາຈາຣືກສຸໂຂໄທ ຫຼັກທີ 1 ທັງນາມເມືອງແລະຜູ້ຄົນລ້ວນແຕ່ຂຽນ "ໄທ" ເຊັ່ນ "ມາກາວລາວແລໄທ, ໄທຊາວອູຊາວຂອງມາອອກ, ລາຍສືໄທ, ແກ່ໄທທັງຫຼາຍ, ເມືອງໄທ" ດັ່ງເຫຼົ່ານີ້ ຈຶ່ງຕ້ອງສຶກສາຕໍ່ໄປວ່າ ຄຳວ່າ ໄທ ໃນທີ່ນີ້ໝາຍເຖິງເຜົ່າໄທທັງມວນບໍ ຫຼືວ່າຈຳເພາະແຕ່ໄທສຸໂຂໄທເທົ່ານັ້ນ, ເພາະເຮົາພົບຄຳວ່າ "ມາກາວລາວແລໄທ" ໃນທີ່ນີ້ເຮົາຈະພົບ ຊົນເຜົ່າຢູ່ 3 ຊົນເຜົ່າ ຄື ມາກາວ, ລາວ ແລະໄທ, ໂດຍສະເພາະຄຳວ່າ ໄທກັບລາວນີ້ ໄທຄວນຈະຢູ່ທາງໜ້າລາວ ເຊັ່ນກັບການຮຽກຊື່ຊົນເຜົ່າໃນປັດຈຸບັນ ເຊັ່ນ ໄທດຳ, ໄທແດງເປັນຕົ້ນ ແຕ່ແລ້ວຄຳວ່າໄທກັບຢູ່ຫຼັງຄຳວ່າລາວແຖມ ມີແລະຂັ້ນດ້ວຍ ລັກສະນະເຊັ່ນນີ້ ເຮັດມອງເຫັນວ່າ ການຈຳແນກໄທກັບລາວນັ້ນ ປາກົດຕົວແຕ່ສະໄໝສຸໂຂໄທແລ້ວ.
- ລັກສະນະເຊັ່ນນີ້ ບໍ່ພຽງແຕ່ໃນສີລາຈາຣືກ ສຸໂຂໄທເທົ່ານັ້ນ ໃນພົງສາວະດານ ແລະປະຫວັດສາດລາວ ກໍປາກົດພະນາມຂອງກະສັດແຫ່ງລ້ານຊ້າງພະອົງໜຶ່ງ ນາມວ່າ ພະເຈົ້າສາມແສນໄທໄຕພູວະນາດ ເປັນພະນາມຂອງພະເຈົ້າອຸ່ນເຮືອນ, ເຊິ່ງເປັນກະສັດສືບພະຣາະບັນລັງຕໍ່ຈາກພະເຈົ້າຟ້າງຸ່ມ, ນັກປະຫວັດສາດລາວອະທິບາຍວ່າ "ຫຼັງຈາກພະເຈົ້າອຸ່ນເຮືອນຂຶ້ນຄອງຣາດແລ້ວ ພະອົງສຳຫຼວດພົນລະເມືອງໃນພະນະຄອນຊຽງທອງພົບວ່າ ມີໄທ ສາມແສນຄົນ ຈຶ່ງເສີມພະນາມວ່າ ພະເຈົ້າສາມແສນໄທໄຕພູວະນາດ" ເຊິ່ງກໍໝາຍຄວາມວ່າ ໃນພະນະຄອນຊຽງທອງນອກຈາກລາວ ແລະຊົນເຜົ່າອື່ນຍັງມີໄທອີກ ເຊິ່ງສອດຄ່ອງກັບຄຳທີ່ປາກົດໃນສີລາຈາຣືກຂຸໂຂໄທວ່າ "ທັງມາກາວລາວ ແລໄທເມືອງໃຕ້ຫຼ້າຟ້າຕໍ່ ໄທຊາວອູຊາວຂອງມາອອກ" ໝາຍເຖິງໄທທັງມວນ ຫາກໄທຄຳນີ້ໝາຍເຖິງຄົນ ສະແດງໃຫ້ເຫັນວ່າແນວຄິດຊາດນິຍົມຂອງໄທຍ໌ນັ້ນ ເກີດຂຶ້ນແຕ່ສະໄໝຂຸນຣາມຄຳແຫງແລ້ວ.
- ສ່ວນການຂຽນໄທຍ໌(ไทย) ທີ່ມີໂຕ ຍ ຫ້ອຍທ້າຍນີ້ ແມ່ນທາງການໄທຍ໌ກຳນົດຂຶ້ນໃໝ່ ໃນປີ ຄ.ສ 1939 ນີ້ເອງ.
- ໃນສີລາຈາຣືກນັ້ນ ນອກຈາກພົບຊື່ຊົນຊາດລາວແລະໄທແລ້ວຍັງພົບຄຳວ່າ ມາກາວ ອີກ, ສະນັ້ນຄຳວ່າມາກາວ ເປັນຊົນຊາດໃດກັນແທ້, ໃນການບັນທຶກຊົນຊາດ ຂອງໄທຍ໌ ໄດ້ປາກົດຄຳວ່າ ລາວກາວ ອັນໝາຍເຖິງຄົນ ເຊື້ອຊາດລາວກຸ່ມໜຶ່ງ ຄຳວ່າມາກາວ ອາດເປັນຄົນກຸ່ມດຽວ ກັບລາວກາວ, ຫາກຕີຄວາມໝາຍຕາມພາສາ ເປັນໄດ້ບໍວ່າ ລາວເກົ່າ ຫຼືລາວມາກ່ອນ ?
- ນັກປະຫວັດສາດລາວ-ໄທຍ໌ ແລະສາກົນຍຸກກ່ອນ ຍອມຮັບວ່າລາວ ແລະໄທ ເດີມກຳເນີດຢູ່ພູເຂົາອັນໄຕ ເດີມຊື່ຊົນຊາດຕົນວ່າອ້າຍລາວ ແລ້ວຈຶ່ງຂະຫຍາຍມາຕັັ້ງອານາຈັກຢູ່ຕາມລຳແມ່ນໍ້າເຫຼືອງມີອານາຈັກກວ້າງໃຫຍ່ຊື່ວ່ານານເຈົ້າ, ຍ້ອນການບຽດບຽນຂອງພວກຊາດຫັ່ນ ມົງໂກນຫຼາຍຄັ້ງຊົນຊາດອ້າຍລາວແບ່ງອອກເປັນສອງພວກຊື່ວ່າອ້າຍລາວ ແລະງາຍລາວ ຄົນສອງພວກນີ້ຮຽກຕົນເອງວ່າ ໄທ ໄປຢູ່ທີ່ໃດກໍຮຽກໄທນຳໜ້າ ເຊັ່ນ ໄທລາວ ແລະໄທອື່ນໆເພື່ອບໍ່ໃຫ້ຫຼົງກັນ.
- ຫາກມາກາວ ເປັນຄົນພວກດຽວກັນ ລາວເກົ່າ ຫຼືລາວມາກ່ອນດັ່ງ ທີ່ສັນນິຖານໄວ້, ສະແດງວ່າໄທສຸໂຂໄທ ກໍແມ່ນລາວພວກໜຶ່ງ ແລະມາກາວ ກໍແມ່ນລາວພວກໜຶ່ງ ລວມໄປຮອດລາວຈົກ(ຈັກກະຣາດ) ແລະບັນດາໄທທັງຜອງ ທີ່ມີອານາ ຈັກເອກະລາດຂອງຕົນໃນບັນດາຫົວເມືອງຕ່າງໆ ໃນຍຸກດຽວກັນ.
- ແລ້ວຄຳວ່າລາວເກົ່າ ຫຼືລາວມາກ່ອນນັ້ນ ມາຢູ່ໃສ ? ອາດໝາຍ ເຖິງໄທອ້າຍລາວ ທີ່ລົງມາຮ່ວມຢູ່ກັບຊົນຊາດຂອມ(ກຣອມ) ທີ່ມີອຳ ນາດເໜືອພູມີພາກນີ້ ກ່ອນປະຫວັດສາດ, ໃນປະຫວັດສາດສຸໂຂໄທນີ້ ໄດ້ກ່າວເຖີງຂຸນອິນທຣາທິດ ແລະຂຸນບາງກາງທ່າວສອງຂຸນນີ້ ທຳການປະກາດເອກະລາດຈາກຂອມ ບໍ່ພຽງແຕ່ສຸໂຂໄທເທົ່ານັ້ນ ອະໂຍທິຍາ(ອະຍຸດທະຍາ) ແລະລົບບູຣີ ປະຫວັດສາດໄທຍ໌ກ່າວວ່າ ເປັນສູນກາງຂອງຂອມ ຄຳວ່າສຍາມນີ້ ຍັງມີຄົນສົງໄສວ່າ ອາດເປັນ ຊົນຊາດໜຶ່ງຂອງຂອມ, ກ່ຽວພັນກັບມອນ ສີລະວັດທະທຳບູຮານຂອງສອງເມືອງນີ້ ປາກົດຕົວສີລະປະຂອງຂອມຫຼາຍ ເປັນທີ່ໜ້າສັງເກດວ່າເມືອງລົບບູຣີນີ້ ຕາມພົບເຫັນ ມີຊື່ເມືອງວ່າ "ລາວະຣຖະ" ຫາກແປຕາມພາສາທີ່ປະກົດ ຄື "ຣັຖລາວ" ມີຫຼາຍທ່ານກ່າວວ່າ ຄຳວ່າລົບບູຣີ ກໍມີຄົນແປວ່າ ເມືອງລາວ ໂດຍມີຄົນແປ ຕາມພາສາທີ່ປາກົດ ຄື ລົພ+ບູຣີ ພ ຕາມຫຼັກພາສາປາລີ ສາມາດແປງ ເປັນ ວ ໄດ້ ຈະໄດ້ ລວ ໃນອັກສອນສອງໂຕນີ້ ມີສະຫຼະອະຢູ່ ຈຶ່ງແປງອະ ໃຫ້ເປັນອາ ຈະໄດ້ຄຳວ່າ ລາວ, ສ່ວນ ບູຣີ ແປວ່າເມືອງ ຈຶ່ງໄດ້ຄຳວ່າ ລາວເມືອງ ຫຼືເມືອງລາວ, ສະນັ້ນ ຄຳວ່າ ມາກາວນັ້ນ ເປັນໄປໄດ້ບໍວ່າຄົນພວກທີ່ ມາຕັ້ງລົບບຸລີເປັນສູກາງ
- ຈະເລີນ ໄຊຊະນະ ສັນນິຖານວ່າອານາຈັກລາວເກົ່າ ທີ່ລົງມາ ກ່ອນອາດມີຢູ່ 3 ອານາຈັກໃຫຍ່ ຄື ສີໂຄຕະປຸຣະ, ລາວະຣັຖ ແລະສຸວັນນະໂຄມຄຳ ແລະຂະຫຍາຍ ໄປໃນຫົວເມືອງຕ່າງໆ.
- ນັກປະຫວັດສາດລຸ່ນໃໝ່ຂອງໄທຍ໌ຫຼາຍທ່ານ ໄດ້ຢັ້ງຢືນວ່າ "ໄທຍ໌ຢູ່ນີ້ແຫຼະ ຢູ່ອຸສາຕະເນ" ສົງໄສພວກທ່ານພົບຫຼັກຖານທີ່ກ່ຽວກັບລາວເກົ່າ ຫຼືລາວມາກ່ອນແລ້ວ.
- ຫາກເຮົາສຶກສາປະຫວັດສາດພາກເໜືອໃນອະດີດ ເຊັ່ນເມືອງຫີຣັນຍະພຸນໄຊ ປະຫວັດສາດລ້ານນາ ຫຼືປະຫວັດພະນາງຈາມເທວີ ຈະເຫັນຄົນ ຢູ່ສອງພວກ ຄື ລາວ ແລະຂອມມີການພົວພັນກັນເຊັ່ນນີ້.
- ຄຳວ່າລາວ ທີ່ປະກົດຢູ່ໃນສີລາຈາຣືກສຸໂຂໄທນັ້ນແມ່ນລາວພວກໃດ ? ອາດແມ່ນລາວ ທີ່ອົບພະຍົບມາໃໝ່ ເຊິ່ງເລີ່ມຈາກລູກຫຼານຂອງ ຂຸນບູຣົມທັງ 7 ທີ່ປາກົດໃນໜັງສືຂຸນບູຣົມ ແລະຕຳນານຂອງເຜົ່າໄຕ (ໄຕ)ທັງຫຼາຍທີ່ເຊື່ອວ່າພວກຕົນສືບເຊື້່ອສາຍມາຈາກລູກຫຼານ ຂອງຂຸນບູຣົມຣາຊາທິຣາດ ຫຼືບໍ່ກໍແມ່ນລາວຈັກກະຣາດ ຫຼືຶລາວເມືອງ ຊວາ ຫຼືລາວທີ່ຕັ້ງອານາຈັກຂອງຕົນຢູ່ພູມີພາກນີ້ ລາວພວກນີ້ ຄືລາວຸ ມາຈາກໝາກນໍ້າເຕົ້າ ມາຈາກພວກແຖນ ອານາຈັກແຖນ ເປັນລູກຫຼານ ຂອງຂຸນບູຣົມຣາຊາມິຣາດ.
- ໃນສີລາຈາຣືກ ໄດ້ປະກົດຊື່ເມືອງຊວາ ອັນໝາຍເຖິງເມືອງຊຽງດົງ ຊຽງທອງ ສະໄໝພະເຈົ້າຟ້າງຸ່ມ ເມືອງນີ້ແມ່ນສູນກາງຂອງລາວ ທີ່ຂຸນລໍ ລູກຊາຍກົກຂອງຂຸນບູຣົມມາສ້າງ.
- ສ່ວນວ່າ ໄທຊາວອູຊາວຂອງ ກໍອາດໝາຍເຖິງລາວ ໃນແມ່ນໍ້າອູ ແລະແມ່ນໍ້າຂອງ ເຊິງຮຽກຕົນເອງ ຫຼືຄົນກຸ່ມອື່ນຮຽກວ່າໄທ.
- ຢ່າງໃດກໍຕາມ ຄຳວ່າສຸໂຂໄທ ຫາກແປຕາມອັກສອນທີ່ປາກົດ ອາດແປວ່າ "ເມືອງແຫ່ງຄວາມສຸກຂອງຄົນໄທ" ກໍລວມເຖິງລາວດ້ວຍ ຫາກເຮົາເຊື່ອວ່າລາວ ເປັນໄທພວກໜຶ່ງ ດັ່ງທີ່ປະກົດລາວໃນສີລາຈາລືກ ຫຼືເປັນລູກຫຼານຂອງຂຸນບູຣົມຣາຊາທິຣາດດ້ວຍກັນ.



ແພ້-ພ່າຍ ໃນສີລາຈາຣືກສຸໂຂໄທ ຫຼັກທີ 1 ໜ້າ 1 ມີຄວາມໝາຍວ່າຈັງໃດ ?

ແພ້-ພ່າຍ ໃນສີລາຈາຣືກສຸໂຂໄທ ຫຼັກທີ 1 ໜ້າ 1 ມີຄວາມໝາຍວ່າຈັງໃດ ?
-------------
ພອຈ.ເນືອງພິລັກ ໂຊຕິທອນ
10 ມີນາ 2015
- ໃນພາສາໄທຍ໌ປັດຈຸບັນ ຄຳວ່າແພ້ ໝາຍເຖິງບໍ່ຊະນະຫຼືເສັຍໄຊ ແຕ່ໃຊ້ຄູ່ກັບ ຊະນະ, ໃນພາສາລາວຄຳວ່າແພ້ ໝາຍເຖິງຊະນະ ແຕ່ໃຊ້ຄູກັບເສັຍໄຊ, ບາງຄັ້ງກໍພົບໃຊ້ຄູ່ກັບພ່າຍໃນພາສາທ້ອງຖິ່ນ ແລະຜາບແພ້ ໃຊ້ຄູ່ກັບພ່າຍແພ້ ກໍມີ.
- ເຮົາພົບຄຳວ່າ ແພ້ກັບພ່າຍ ໃນສີລາຈາຣືກໃນສີລາຈາຣືກສຸໂຂໄທ ຫຼັກທີ 1 ໜ້າ 1 ເຊິ່ງຂຸນຣາມຄຳແຫງໄດ້ພັນລະນາເຖິງຕົວພະອົງຕອນໜຶ່ງວ່່າ " ตนกูพุ่งช้างขุนสามชนตัวชื่อมาสเมืองแพ้ ขุนสามชนพ่ายหนี-ຕົນກູພຸ່ງຊ້າງຂຸນສາມຊົນຕົວຊື່ມາສເມືອງແພ້ ຂຸນສາມຊົນຜ່າຍໜີ"
ໝາຍຄວາມວ່າ ຂຸນຣາມຄຳແຫງພະອົງຊະນະ ຂຸນສາມຊົນບໍ່ຊະນະ.
- ສະແດງໃຫ້ເຫັນວ່າ ຊາວເມືອງສຸໂຂໄທນັ້ນ ໃຊ້ຄຳວ່າ "ແພ້" ກົງກັບຄວາມໝາຍຂອງລາວໃຊ້ປັດຈຸບັນ ຄືຊະນະ ຫຼືມີໄຊ, ສ່ວນພ່່າຍ ທາງໄທຍ໌ໄປໃຊ້ໃນຄວາມໝາຍອື່ນ, ສ່ວນຄຳວ່າ "ພ່າຍ" ຊາວສຸໂຂໄທ ກໍໝາຍເຖິງເສັຍໄຊ ຫຼືບໍ່ແພ້ ໃນພາສາລາວ.
- ຄົນລາວທ້ອງຖິ່ນຍັງໃຊ້ແພ້ ກັບພ່າຍຄູ່ກັນຢູ່ໂດຍສະເພາະພາສາເວົ້າ, ສ່ວນພາຂຽນກໍປາກົດໃຊ້ຢູ່.
- ຕໍ່ແຕ່ນີ້ ຊິເວົ້າເຖິງຄຳທີ່ໃຊ້ໃນພາສາລາວ ທີ່ກ່ຽວກັບ "ຊະນະ ແລະແພ້" ໃຫ້ເບິ່ງຄື
- ຊຍະ ເປັນພາສາປາລີ ມີຄວາມໝາຍດຽວກັບ "ຊະນະ" ໄຊຍະ ໄຊຍະ ເມື່ອເອົາສອງຄຳເຂົ້າກັນ ຈະໄດ້ຄຳວ່າ "ໄຊຊະນະ" ໃນເພງປະຕິວັດເພງໜຶ່ງວ່າ "ຊົມເຊີຍ ຊົມເຊີຍ ໄຊຊະນະ ສັນຕິພາບຄືນມາ ພົງພະນາຂອງລາວໄດ້ປ່ຽນສີ..."
- ຊຍະ ໄດ້ຖືກປ່ຽນຮູບມາເປັນພາສາ ໄຊຍະ-ໄຊຍ໌ ກັບ ຊັຍຊະນະ(ໄຊຍຊະນະ) ມີຄວາມໝາຍດຽວກັນ ທັງສອງຄຳລ້ວນແລ້ວແຕ່ມາຈາກພາສາປາລີ ປັດຈຸບັນເປັນພາສາລາວແລ້ວ. ຄຳເດີມ ແມ່ນ (ຊະຍະ, ໄຊຍະ)
ຄຳທີ່ມີການໃຊ້ໃນພາສາລາວ
- ອະນຸສາວະຣີໄຊຍ໌(ຊະນະ).
- ປະຕູໄຊຍ໌(ຊະນະ).
- ວັດນາໄຊຍ໌(ຊະນະ).
- ວັດມີໄຊຍ໌(ຊະນະ)
- ໄຊຍະ(ຊະນະ)ບູຣີ.
- ໄຊຍ໌(ຊະນະ)ພູທອງ.
- ອຸດົມໄຊຍ໌(ຊະນະ)
- ເສັ້ນໄຊຍ໌(ຊະນະ)
- ໄຊຍ໌(ຊະນະ)ບູຣີ [ເມືອງໜຶ່ງທີ່ແຂວງສະຫວັນ]
- ສຸພະໄຊຍ໌(ຊະນະ) [ຊື່ຄົນ]
- ດັ່ງທີ່ເຮົາຮູ້ແລ້ວວ່າ "ຊະນະ" ມີຄວາມໝາຍດຽວກັບ "ຊະຍະ(ໄຊຍະ) ເມື່ອຄຳ "ໄຊຍະ" ມາຢູ່ໂດດດ່ຽວ ມັນກໍມີຄວາມໝາຍໃນໂຕຂອງມັນວ່າ "ຜາບແພ້" ໃນພາສາລາວ, ແຕ່ຄົນລາວເຮົາມັກໃຊ້ຄຳໂຕ່ງ ໂຕຍ ຈຶ່ງສ້າງຄຳໃໝ່ທີ່ມີຄວາມໝາບດຽວ ຫຼືໃກ້ຄຽງມາຕື່ມໃຫ້ອີກ ໂດຍເອົາພາສາລາວປະສົມປາລີວ່າ "ໄຊຊະນະຜ້າບແພ້ຂ້າເສີກສັດຕູ" ຄຳວ່າ "ໄຊຊະນະຜ້າບແພ້" ລ້ວນແຕ່ມີຄວາມໝາຍດຽວກັນທັງ ໓ ຄຳນັ້ນ, ຫຼື "ໄຊຊະນະຜ້າບແພ້" ກໍຍັງເປັນຄຳຜະສົມຢູ່ ຫາກເປັນຄຳຜະສົມຣະຫວ່າງ ພາສາປາລີລາວ ໃນຄຳປາລີເອງ ຄົນລາວກໍເອົາມາຜະສົມກັນ ຄື "ຊັຍຊນະ"(ໄຊຊະນະ)ນັ້ນ. ຫາກບໍ່ໃຊ້ຄຳຜະສົມ ກໍໃຊ້ດ່ຽວກໍໄດ້ ຄື ໄຊຍ໌ ຫຼືຊະນະ ໄຊຍ໌ ຫາກເປັນຊື່ຄົນກໍໃຊ້ໂດດໆ ກະໄດ້ "ທ້າວໄຊ" ແບບນີ້ອາດໝາຍເຖິງອຸປະກອນດັກປາຊະນິດໜຶ່ງ ຫາກຂຽນວ່າ “ທ້າວໄຊຍ໌ ຫຼື ຊັຍ” ເປັນຄຳມາຈາກ "ຊຍະ" ນີ້, ແຕ່ຄຳວ່າ ໄຊຍະເມື່ອເອົາມາເປັນພາສາລາວ ເຮັດໃຫ້ ຄວາມສົມບູນ ແທນຄຳວ່າ "ໄຊຍ໌ຊະນະ" ຈຶ່ງມີຄຳລາວຜະສົມອີກວ່າ "ມີໄຊຍ໌" ກໍມີຄວາມໝາຍເຕັມໃນຕົວມັນເອງ.
- ດ້ວຍເຫດນັ້ນມີຄົນສົງໄສ ຄຳວ່າ "ແພ້ ກັບ ຊະນະ" ນັ້ນເປັນຄຳລາວແທ້ບໍ ? ອັນນີ້ມັນຕ້ອງໄດ້ສຶກ ສາຫາຮາກເຫງົ້າໃຫ້ຈະແຈ້ງ ຄືວ່າແພ້ໃນພາສາລາວນີ້ ຫາກໃຊ້ໂດດໆ ຄວາມໝາຍມັນກໍຍັງບໍ່ສົມບູນ ກໍຕ້ອງຫາຄຳອື່ນມາຜະສົມ ສະນັ້ນຄຳນີ້ ຈຶ່ງມີຄຳວ່າ "ຜາບແພ້" ມາຕື່ມເຂົ້າ ມີຄວາໝາຍອິ່ມໂຕ ແລະມີຄວາມໝາຍດຽວກັບ "ຊະນະ ຫຼື "ໄຊຊະນະ" ສະນັ້ນ ເວລາໃຊ້ ເຮົາເອົາມາໃຊ້ດ່ຽວກໍໄດ້ ຫາກເປັນ ພາສາເວົ້າ "ທ້າວແກ້ວຊົກມວຍແພ້ທ້າວກອນ" ຄືທ້າວແກ້ວຊະນະທ້າວກອນ ຫາກເປັນພາສູງຂຶ້ນ ກໍຄວນຈະໃຊ້ຄຳທີ່ສົມບູນ ຕ້ອງວ່າຜາບແພ້, ຫາກເສັຍກໍວ່າ ບໍ່ແພ້ ຫືຼພ່າຍແພ້ ແປວ່່າບໍ່ຊະນະ, ອັນຄຳວ່າຜາບແພ້ນີ້ ຜາບ ແມ່ນພາສາລາວແທ້ໆ ມີຄວາມໝາຍດຽວກັບ "ປຣາບ", ຄຳທີ່ມີການໃຊ້ໃນພາສາລາວ ນັ້ນຄື ຊະນະ, ມີໄຊຍ໌, ແພ້, ຜາບແຜ້, ໄຊຊະນະ, ໄຊໂຍ, ຄຳກົງກັນຂ້າມກັນ ກໍມີ ບໍ່ຊະນະ, ບໍ່ມີໄຊ, ພ່າຍແພ້, ພ່າຍ, ອະປະຣາໄຊຍ໌(ອັປຣາໄຊຍ໌ -ປຣາໄຊຍ໌) ປະຣາໄຊ, ເສັຍໄຊ, ບໍ່ແພ້, ທັງໝົດທັງປວງເປັນສາລາວແທ້ ຫາກເຮົາເຂົ້າໃຈວ່າ ສາໜາພຸດ ແລະສາສນາພຣາມຮີນດູ ມາມີອິດທິພົນໃນດິນແດນທີ່ເປັນ ຂອງລາວ ແລະບັນດາປະຊາຊົນລາວ ຕັ້ງແຕ່ ພສ. 8 ພຸ້ນຕາມຕຳນານອຸລັງທາດ ຫຼືເຊື່ອຕາມຫຼັກຖານຕຳນານວຽງຈັນ ໃນ ພ.ສ 236 ເຮົາກໍເຂົ້າໃຈວ່າ ພາສາປາລີ-ສັນສະກິດ ເປັນສ່ວນໜຶ່ງຂອງພາສາລາວແລ້ວ ອີກອັນໜຶ່ງໃນນັ້ນດິນແດນຂອງລາວເຮົານັ້ນເມື່ອ 800-1000 ປີຂະເໝນ ຫຼືຂອມ ມີບົດບາດທາງການເມືອງຢູ່ພູມີພາກນີ້, ອາດແຜ່ອິດທິພົນທາງສາສະໜາ ພາສາ ແລະການປົກຄອງເຂົ້າມາ ພາສາລາວກໍຕິດແສດກັບພາສາ ເລົ່ານີ້ເປັນທຳມະດາ, ທີ່ມັນບໍ່ທຳມະດານັ້ນ ຄືພາສາລາວກັບພາສາໄທຍ໌ ມັນມີສ່ວນຄືກັນທັງໝົດ ຫາກເຮົາຕັດເອົາຄຳຊັບສ່ວນໜ້ອຍຂອງພາສາໄທຍ໌ສະໄໝໃໝ່ອອກ ເຊັ່ນຄັບ, ຜົມ, ສັນ, ໜູ, ຄຣັບ ,ຄະ ແລະຄຳທ້ອງຖິ່ນອື່ນໆທີ່ບໍ່ຫຼາຍປານໃດອອກ ແລະກໍບໍ່ຄຳນຶງເຖິງສຽງ(ທີ່ເປັນສັດທະສາດ) ພາສາລາວກັບພາສາໄທຍ໌ກໍບໍ່ມີຄວາມແຕກ ຕ່າງກັນເລີຍ, ມັນກໍເໝືອນກັບພາສາລາວເໜືອ, ກາງ, ໃຕ້ນີ້ເອງ ມັນມີຄວາມຕ່າງກັນຢ່າງເຫັນໄດ້ຈະແຈ້ງແລ້ວ ອັນນັ້ນເຖິງວ່າ ມີຄວາມແຕກຕ່າງ ທີ່ຮູ້ກັນຢູ່ ເຮົາກໍຖືກັນວ່າ "ມັນບໍ່ຕ່າງເພາະມັນ ປະເທດດຽວກັນ" ສ່ວນພາສາໄທຍ ທັງທີ່ມັນມີຄຳສ່ວນຫຼາຍບໍ່ຕ່າງກັນ ເຮົາກໍຖືວ່າມັນຕ່າງ ເພາະມັນຕ່າງປະເທດກັນ ແມ່ນແຕ່ພາສາລາວໃນພາກອີສານຂອງໄທຍ໌ ແລະພາກເໜືອຂອງໄທຍ໌ ມັນຄືກັນລາວອ້ອຍຕ້ອຍໃນພາສາສ່ວນຫຼາຍທັງສຽງ ແລະຮູບຄຳ ເຮົາກໍຖືວ່າມັນຕ່າງເພາະມັນຕ່າງປະເທດກັນ, ການທີ່ຈະພັດທະນາພາສາລາວ ຫາກເຮົາຍັງຖືຄວາມເໝືອນກັນ ຕ່າງກັນ ພຽງແຕ່ຂ້ອຍລາວ ແລະເຈົ້າໄທຍ໌ມາເປັນບັນຫາຫຼັກ ເຮົາພັດທະນາບໍ່ໄດ້ແທ້ ເພາະມັນບໍ່ມີອັນ ຕ່າງກັນເຮົາກັບພະຍາຍາມໃຫ້ຕ່າງ ກັນກະເຮັດໃຫ້ພາສາທີ່ມັນເໝືອນກັນຕາຍລົງໆແລ້ວ ພາສາລາວຈະເຫຼືອຫຍັງ, ທີ່ຈິງ ຫາເຮົາຍັງມີຄວາມເຊື່ອ ຕາມຫຼັກຖານທາງປະຫວັດສາດວ່າ "ຊົນຊາດລາວອົບພະຍົມຈາກເໜືອລົງໄຕ້, ແລະຖືກຫຼັກຖານທາງປະຫວັດສາດກ່ອນພຣະເຈົ້າອະນຸວົງ ແລະຫຼັງພຣະເຈົ້າອະນຸວົງ ລາວຖືກກວາດຕ້ອນລົງໄປ ສຍາມຫຼວງຫຼາຍ ແລະຍັງເຊື່ອວ່າ ພາກອີສານຂອງໄທຍ໌ ດິນແດນສ່ວນໜຶ່ງຂອງລ້ານຊ້າງ ຫຼືຈະເວົ້າໄກອອກໄປທາງພາກເໜືອຂອງໄທຍ໌ ຄືລ້ານນາທັງໝົດ ເຖິງບໍ່ແມ່ນສ່ວນໜຶ່ງຂອງລ້ານຊ້າງ ແຕ່ພວກເຂົາຖືວ່າເຂົາເປັນລາວພວກໜຶ່ງດຳລົງວັດທະນະທຳຄ້າຍກັບລາວຫຼວງ ຫຼືລາວເໜືອທຸກຢ່າງ ເຮົາກໍມອງເຫັນແລ້ວວ່າ ວັດທະນະທຳທາງພາສາ ແລະວັດທະນະທຳອື່ນໆ ທີ່ແທ້ຈິງຂອງລາວມີອຳນາດອິດທິພົນເໜືອໄທຍ໌ ແລ້ວມັນຊິແປກປາຫຼາດຫຍັງ ທີ່ພາສາໄທຍ໌ຈະເໝືອນລາວ ເຊິ່ງບໍ່ແມ່ນລາວເໝືອນໄທຍ໌ ຫາກເຮົາມອງທາງກັບກັນ, ອັນໜຶ່ງທັງພາສາລາວ-ໄທຍ-ຂະເໝນ ກໍເຕັມໄປດ້ວຍຄຳທີ່ແປງມາຈາກພາສາປາລີ-ສັງສະກິດ ແລະພາສາອື່ນໆ ທີ່ມາທາງສາສະໜາ ເສດຖະກິດ ສັງຄົມວັດທະນະທຳ.
- ພາສາປາລີມາຢູ່ໃນພາສາລາວນັ້ນ ມັນຕ້ອງປ່ຽນສຽງກໍມີ, ປ່ຽນຮູບກໍມີ ບໍ່ປ່ຽນສຽງປ່ຽນຮູບກໍມີ ເຊັ່ນ ຕົວຢ່າງ:
໑. ປັນຍາ-ປັນໂຍ-ປັນຍັງ ເປັນ ປັນຍາ
໒. ສັດທາ-ສັດທັງ ເປັນສັດທາ.
໓. ຄາຣະວະ, ຄາຣະໂວ ເປັນເຄົາຣົບ.(ຂາບ)
໔. ທະນະ+ອາຄາຣະ ເປັນທະນາຄານ.
໕. ພັຕຕະ+ອາຄາຣະ=ພັດຕາຄານ.
- ພາສາປາລີ ນອກຈາກມາມີສ່ວນຮ່ວມເປັນໜຶ່ງໃນພາສາລາວ ຢ່າງປະສົມກົມກືນແລ້ວ ພາສາປາ ລີຍັງມີອິດທິພົນດັດແປງວັດທະນະທຳການໃຊ້ພາສາລາວອີກ ເຊັ່ນ
໑. ຕູຂ້າ(ກູ), ເຈົ້າກູ ກໍໄດ້ກາຍມາເປັນ ຂ້ອຍ, ຂ້ານ້ອຍ, ຂ້າພະເຈົ້າ ຄຳເຫຼົ່ານີ້ບໍ່ໄດ້ມາຈາກ ປາລີໂດຍກົງ ແຕ່ໄດ້ໂດຍການປ່ຽນແປງວັດທະນະທຳທາງສັງຄົມ ຈາກຄຳເຫຼົ່ານີ້ " ອາມະ ພັນເຕ" ແລະ "ມະຍັງ"
໒. ຂ້າແຕ່ເຈົ້າກູ(ເຈົ້າຕູ) ຮັບອິດທິພົນມາຈາກ ນະມັສກາຣະ "ນ້ອມນະມັດສະການ"
ແລະອື່ນໆ
- ອັນນີ້ບໍ່ໄດ້ໝາຍວ່າ ພາສາປາລີ-ສັນສະກິດ ມາມີບົດບາດໃນພາສາລາວ ແລ້ວຈະມາປ່ຽນແປງພາ ສາລາວໄດ້ທັງໝົດ ມັນປ່ຽນແປງບາງຄຳເລັກໆນ້ອຍໆເທົ່ານັ້ນ ຫາກແຕ່ວ່າພາສາລາວ ເມື່ອໄດ້ ຮັບເອົາຄຳປາລີມາໃຊ້ແລ້ວ ມັນໄດ້ຖືກປ່ຽນແປງຮູບ-ສຽງເກືອບທັງໝົດ ເຊັ່ນວ່າ ຣັຖະບານ, ກາຣ, ຣົຖ, ຣົສ, ວັດທະນະ, ສັດທາ, ສັດຈະ, ໂລບ, ຮູບ, ບາດ, ອາຫານ, ສຶກສາ ແລະອື່ນໆເລົ່ານີ້ ລ້ວນແຕ່ເປັນພາສາປາລີທີ່ຖືກພາສາ ລາວປ່ຽນຮູບທັງນັ້ນ.
- ເຮົາຈະປະຕິເສດ ຄຳປາລີໃນພາສາລາວແມ່ນບໍ່ໄດ້ເດັດຂາດ ຫາກເຮົາຈຳແນກພາປາລີອອກຈາກພາສາລາວເມື່ອໃດ ເຮົາຈັກບໍ່ມີພາສາ ລາວເຮົາໃຊ້ຄົບເລີຍ, ສະນັ້ນ ຈຶ່ງວ່າໃນພາສາລາວຂອງເຮົາເຕັມໄປດ້ວຍພາສາປາລີ ທີ່ຍົກມານັ້ນແມ່ນຕົວຢ່າງຊື່ໆ ຫາກຊິເວົ້າໃຫ້ຫຼ້ອນໆ ອະໄວຍະວະເພດຊາຍນັ້ນ ກໍແມ່ນຊື່ທີ່ໄດ້ມາຈາກພາສາປາລີຄືກັນ ແຕ່ແປງຮູບມາ ຮູບເດີມ ຄື "ຄຸຍຫະ", ເມື່ອໄທຍ໌ ມາຈາກພວກດຽວກັນ ຄືອ້າຍລາວ, ເມື່ອຄົນລາວ ຖືກອົບພະຍົບໄປຢູ່ໄທຍ໌ຫຼວງຫຼາຍເປັນກຸ່ມກ້ອນ, ເມື່ອລາວໄທຍ໌ ມີອິດທິພົນທາງພາສາຈາກປາລີ-ສັນສະກິດດ້ວຍກັນ ເປັນຫຍັງພາສາມັນຊິບໍ່ຄືກັນ ພຽງແຕ່ວ່າເຮົາຊິພັດທະນາມັນງຢ່າງໃດ ເທົ່ານັ້ນເອງ.
- ເອົາເປັນວ່າ ໄຊຍ໌ - ຊະນະ - ຜາບແພ້, ພ່າຍແພ້ ລ້ວນແຕ່ເປັນພາສາລາວ ຄືກັນນັ້ນແລ, ແຕ່ວ່າ ລາວເຮົາ ມັກໃຊ້ຄຳໂດດ ຫຼືຄຳດຽວ ຄຳໃດມີ ໒ ພະຍາງ ບາງຄັ້ງກໍໃຊ້ແຕ່ພະຍາງດຽວກໍໄດ້ ເຊັ່ນ ຜາບແພ້ ໃຊ້ແຕ່ "ແພ້" ກໍໄດ້, ສ່ວນຄຳວ່າ "ຜາບ" ກັບໄປໃຊ້ເປັນຄຳອື່ນກໍໃຊ້ "ຜາບເສືອ" ຄຳວ່າ "ຜາບ" ຄົນລາວເຮົາ ກໍປ່ຽນ(ຜ່ຽນ) ໄປເປັນ "ປາບ" ກໍໄດ້ ແລະແລ້ວ ກໍສ້າງປະໂຫຍກຂຶ້ນມາໃຊ້ໃໝ່ອີກ "ປາບປາມ" ເຊັ່ນ "ປາບປາມໝູ່ໄພຣີ" ຄັນເວົ້າ ແລ້ວ ພາສາລາວເຮົານີ້ ຫາກຊິສຶກສາແທ້ ມັນກະບໍ່ສຸດບໍ່ສ້ຽງດອກ ຫຼວງຫຼາຍພາຍມາກແທ້ໆ.
ຄັນຊິຫາຕົ້ນປາຍສາເຫດວ່າ ເປັນຫຍັງຄົນລາວ ຄົນໄທຍ໌ເຮົາຈຶ່ງ ເກີດຄວາມສົງໃສໃນພາສາລາວ ທີ່ແປກໆ ແລ້ວປະຕິເສດວ່າ ບໍ່ແມ່ນຂອງລາວ ມັນເປັນຜົນ ຈາກການທີ່ຄົນລາວຂາດການຮຽນປາລີ, ການຂຽນອັກສອນ, ການອ່ານໜັງສື ແລະພາສາລາວບໍຄົງເຄົ້າສັບໄວ້ ແລະອີກຫຼາຍຢ່າງລວມ ໄປເຖິງການອ່ານ ການຮຽນຂອງລາວເຮົານຳ ນອກນັ້ນການປ່ຽນອັກສອນ ການຕັດໂຕອັກສອນຖິ້ມ ກໍລ້ວນແຕ່ມີຜົນ, ບວກກັບທາງຝ່າຍໄທຍ໌ ກໍພະຍາມຢາກໃຫ້ມັນຕ່າງພ້ອມ ມັນເລີຍເຮັດໃຫ້ເຮົາກາຍເປັນຄວາມດ້ອຍຂຶ້ນມາດັ່ງປາກົດການຫຍໍ້ທໍ້ ກ່ຽວກັບພາສາດັ່ງໃນປັດຈຸບັນນີ້ແລ
- ສະຫຼຸບເປັນອັນວ່າ ຊະນະ ໃຊ້ຄູກັບເສັຍໄຊ, ໄຊຊະນະ ໃຊ້ຄູ່ກັບ ອັບປະຣາໄຊ, ຜາບແພ້ໃຊ້ຄູ່ກັບພ່າຍແພ້ ຫຼືແພ້ຜ່າຍ, ຫາກໃຊ້ແພ້ຊື່ືໆກໍຕ້ອງໃຊ້ພ່າຍ ທີ່ເປັນພາສາລາວ ແລະພາສາຊາວສຸໂຂໄທໃນສີລາຈາຣືກນີ້.
- ອືມ໌ ພາສາຊາວສຸໂຂໄທ ມີອິດທິພົນຈາກພາສາລາວສ່ວນຫຼາຍເນາະ ທ່ານວ່າບໍ ?

ໝາກ, ໝາກ ໃນສີລາຈາຣືກສຸໂຂໄທ ຫຼັກທີ 1

ໝາກ, ໝາກ ໃນສີລາຈາຣືກສຸໂຂໄທ ຫຼັກທີ 1
ພອຈ.ເນືອງພິລັກ ໂຊຕິທອນ
11 ມີນາ 2015
=-----=
- ໃນສີລາຈາຣືກສຸໂຂໄທ ຫັຼກທີ 1 ໜ້າທີ 2-3 ເຮົາພົບຄຳວ່າ "ໝາກ" ເປັນຄຳນາມ ໝາຍເຖິງຊື່ຂອງຜົນໄມ້ຊະນິດໜຶ່ງ ຕະກູນຕົ້ນພ້າວ ເຊັ່ນຄຳວ່າ "ໝາກ, ຄ້ຽວໝາກ" ແລະໝາກ ເປັນຄຳສັບພະນາມໃຊ້ຮຽກຊື່ໝາກໄມ້ຕ່າງໆ ຄື "ໝາກມ່ວງ, ໝາກຂາມ".
- ໃນພາສາລາວ ຜົນໄມ້ຕ່າງໆ ຮຽກວ່າ "ໝາກ" ສ່ວນພາສາໄທຍ໌ ຮຽກວ່າ "ມະ".
- ໃນດ້ານທີ 2 ຂອງສີລາຈາຣືກນັ້ນ ເຮົາພົບຄຳວ່າ "ป่าหมากป่าพลู ປ່າໝາກປ່າພລູ" ສອງຄັ້ງໃນແຖວທີ 2-35 ແລະ ຄຳວ່າ "หมากม่วงก็หลายในเมืองนี้ - ໝາກມ່ວງກໍຫຼາຍໃນເມືອງນີ້" ໃນແຖວທີ 4 ໃນສີລາຈາຣືກດ້ານທີ 3 ເຮົາພົບຄຳວ່າ "มีป่าหมากพล้าวป่าหมากกลาง - ມີປ່າໝາກພລ້າວປ່າໝາກກລາງ" ບັນທັດ 2 ຕໍ່ໃສ່ 3.
- ເມື່ອເຮົາພົບ "ໝາກ" ເຊິ່ງເປັນຄຳທີ່ໃຊ້ຮຽກຊື່ ຜົນໄມ້ຕ່າງໆໃນພາສາລາວ ແຕ່ໄປປາກົດໃນສີລາຈາກຣືກສຸໂຂໄທເຊັ່ນນີ້ ເໝືອນກັບພາສາລາວທົ່ວໄປ ທີ່ໃຊ້ໃນປະເທດລາວ ແລະນອກປະເທດ ແລະກົງກັບຄຳວ່າ "ມະ" ໃນພາສາໄທຍ໌ເຊັ່ນນີ້ ເຮົາຮູ້ຄັກແລ້ວວ່າຊົນຊາດໄທລາວທັງມວນລ້ວນ ແຕ່ຮຽກຊື່ຜົນໄມ້ທັງໝົດວ່າ "ໝາກ".
- ແຕ່ໃນປັດຈຸບັນນີ້ ລາວແລະໄທຍ໌ຕັ້ງເປັນປະເທດໃຜ ປະເທດມັນ ລາວຮຽກວ່າໝາກ, ໄທຍ໌ຮຽກວ່າມະ ທີ່ນີ້ເຮົາມາສືກສາວ່າ ມະ ຄວາມໄທຍ໌ນີ້ໄດ້ມາຈາກໃສ ?
- ຊາວພວນ ຫຼືໄທພວນໃນຊຽງຂວາງ ຮຽກຜົນໄມ້ວ່າ "ມະ" ເຊັ່ນມະຈອງ, ມະຄາຍ, ມະຍົມ, ມະເຂືອເຫຼົ່ານີ້ເປັນຕົ້ນ ຈຶ່ງບໍ່ເປັນທີ່ສົງໃສແລ້ວວ່າ ມະ ໃນພາສາໄທຍ໌ນີ້ ໄດ້ຈາກພາສາໄທພວນນີ້ເອງ.
- ໃນປະຫວັດສາດຫຼັງປີ ຄ.ສ 1829 ຄືຫຼັງເຫດການ ສົງຄວາມສຍາມ-ລາວ ສະໄໝພະເຈົ້າອະນຸວົງ-ພະນັ່ງເກົ້າ ຣັດຊະການທີ 3 ຂອງໄທຍ໌ ໄດ້ມີກວດຕ້ອນຄົວລາວລົງໄປສຍາມຫຼວງຫຼາຍ ໂດຍສະເພາະຊາວວຽງ, ຊາວພວນ, ພູໄທ ຊາວພວນ ແລະອື່ນໆ ຊາວພວນແມ່ນກວດຕ້ອນໄປຫຼາຍທີ່ສຸດ ໄປຕັ້ງເປັນໝູ່ບ້ານໃນພາກກາງ ແລະປະລິມົນທົນຮອບກຸງເທບຂອງໄທຍ໌ ທີ່ໄປບໍ່ເຖິງກໍຕັ້ງບ້ານເຮືອນຢູ່ຕາມລາຍທາງແຕ່ວຽງຈັນຈົນຮອດອຸດອນຂອນແກ່ນ, ແນ່ນອນລະ ອິດພິພົນພາສາທາງຂອງລາວເຫຼົ່ານີ້ໄດ້ກໍ່ເກີດເປັນ ຄຳ ແລະສຽງເວົ້າຂອງໄທຍ໌ໃນປັດຈຸບັນ.
- ສະນັ້ນ ຄຳວ່າມະ ໃນພາສາໄທຍ໌ ກໍຄືພາສາໄທພວນ ບໍ່ແມ່ນອື່ນໄກຄືພາສາລາວນີ້ເອງ.

ອັກຂະຫຼະເຄົ້າລາວ-ໄທຍ ມາຈາກທີ່ດຽວກັນ

ອັກຂະຫຼະເຄົ້າລາວ-ໄທຍ ມາຈາກທີ່ດຽວກັນ
----=-=----
ພອຈ.ເນືອງພິລັກ ໂຊຕິທອນ
7 ມີນາ 2015
-------------

- ຕາມທັດສະນະຂອງນັກພາສາສາດ ແລະນັກປະຫວັດສາດຂອງໄທຍ ເຊື່ອວ່າອັກສອນໄທຍ ໄດ້ມາຈາກອັກສອນຂຸນຣາມຄຳແຫງ ແລະເຊື່ອວ່າຂຸນຣາມຄຳແຫງ ໄດ້ດັດແປງອັກສອນນັ້ນມາຈາກອັກສອນຂະເໝນ ຫຼືຂອມ.

- ໃນຂະນະດຽວກັນນັ້ນ ທັດສະນະຂອງນັກວິຊາການຂອງໄທຍ໌ກ່າວຢ່າງໝັ້ນໃຈວ່າ "ອັກສອນລາວ ຫຼືເຂົາຮຽກອີກທາງໜຶ່ງວ່າອັກສອນໄທຍ໌ນ້ອຍ ໄດ້ແປງມາຈາກອັກສອນ ຂຸນຣາມຄຳແຫງອີກຕໍ່ໜຶ່ງ ໂດຍຜ່ານຊຽງທອງຫຼວງພະບາງ ເຂົ້າສູ່ພາກອີສານຂອງໄທຍ໌"
.

- ເມື່ອລາວພົບຫຼັກຖານສີລາຈາລືກວັດວິຊຸນ ຫຼວງພະບາງ ມີອາຍຸ 800 ກວ່າປີ ເຊິ່ງມີອາຍຸເກົ່າແກ່ກວ່າ ອັກສອນຂຸນຣາມຄຳແຫງ ເຖິງ 113 ປີ ແລະຝ່າຍໄທຍ໌ພົບສີລາຈາລືກ ອັກສອນລາວ ທີ່ພະທາດຮ້າງ (ພະທາດ ສີບຸນເຮືອງ)ບ້ານແຮ່ ອຳເພີພັງໂຄນ ສາກົນນະຄອນ ທີ່ມີອາຍຸຍາວນານ ໝາຍຄວາມວ່າ ຮ່ວມສະໄໝກັບອັກສອນສະໄໝພະຍາລິໄທ ຢູ່ສຸໂຂໄທ ສີສັດຊະນາໄລ ຢູ່ໃນຍຸກດຽວກັບພະເຈົ້າຟ້າງຸ່ມ ພະເຈົ້າອູ່ທອງ ແຫ່ງອະໂຍທະຍາ ແຕ່ມີຮູບແບບ ອັກຂະຫຼະວິທີທັນສະໄໝກວ່າອັກສອນພະຍາລິໄທເລັກນ້ອຍອັນນັ້ນບໍ່ຖືວ່າເປັນເລື່ອງແປກ ເພາະມີການພັດທະນາໃນໄລຍະດຽວກັນ ແລະຄວາມເໝືອນກັນ ແລະຕ່າງກັນແນ່ເປັນທຳມະດາເພາະບຸກຄົນສະຫຼັກອັກສອນໃສ່ຫີນຕ່າງກັນ ຕ່າງສະຖານທີ່ກັນ ບໍ່ວ່າເປັນສາລະສຳຄັນປານໃດ.


    - ທີ່ມັນແປກ ຄື ອັກສອນຂຸນຣາມຄຳແຫງ ນັ້ນກັບມີຄວາມທັນສະໄໝກວ່າແລະແຕກຕ່າງຈາກອັກສອນຕະກູນດຽວກັນ ທະວີບ ຂ້າມສະຕະວັດໄປເລີຍ, ແຕ່ມາສຶກສາເບິ່ງຄັກໆມນຄວາມທັນສະໄໝນັ້ນ ພັດມອງເຫັນຄວາມຫຼ້າຫຼັງຢູ່ດ້ວຍດັ່ງນີ້.

   1. ຄວາມທັນສະໄໝຂອງອັກສອນຂຸນຣາມຕຳແຫງ ຄື:
   - ຫີນ ຫຼືສີລາອັນເປັນເຄື່ອງມືບັນທຶກຂໍ້ຄວາມ ເປັນຫີນສີ່ຫຼ່ຽມ ສະກັດໄດ້ຢ່າງສວຍງາມ ອັນນີ້ມັນເປັນຜີມື ແລະເຄື່ອງມື ການຊ່າງສະໄໝໃໝ່ ທີ່ທັນສະໄໝທີ່ສຸດແລ້ວ.
   - ຫີນ ຫຼືສີລາອັນເປັນເຄື່ອງມືບັນທຶກຂໍ້ຄວາມເປັນສີ່ຫຼ່ຽມງາມວິຈີດບັນຈົງ ເຊິ່ງຖືວ່າເປັນສີລາຈາຣືກບູຮານທີ່ຫາຍາກທິ່ສຸດໃນພາກພື້ນອາຊີ.
   - ແຖວບັນທັດ ຫຼືການວາງບັນທັດເພື່ອວະຫຼັກອັກສອນລົງໄປຊື່ກົງກັນ ສະເໝີກັນທຸດແຖວ ຄືມີການໃຊ້ຫຼັກເລຂາຄະນິດສະໄໝໃໝ່ກວ່າຍຸກບູຮານ ຄືທັນສະໄໝກວ່າສີລາຈາຣືກສຸໂຂໄທຍຸກຫຼັງໆທຳໄດ້ເໝືອນ.
   - ອັກຂະຫຼະວິທີຂອງຂຸນຣາມຄຳແຫງເກືອບທັງໝົດນັ້ນ ລຽນໃນແຖວດຽວກັນທັງສະຫຼະ ພະຍັນຊະນະ ແລະມີຮູບວັນນະຍຸດດ້ວຍ ເຊີ່ງຕ່າງຈາກອັກສອນສູໂຂໄທ ສະໄໝພະຍາລິໄທຍຸກສຶບທອດ ແລະຕ່າງຈາກສອນລາວທັງມວນ ບໍ່ວ່າຈະເປັນອັກສອນລາວເດີມ(ອັກສອນທຳຕະກູນຕ່າງໆ) ອັກສອນລາວ ທີ່ມີການປະສົມອັກສອນ ຫຼືອັກຂະຫຼະວິທີທັງພະຍັນຊະນະ ສະຫຼະ ແລະວັນນະຍຸດທັງໃນ 4 ທິດ, ຄວາມທັນສະໄໝແບບນີ້ບໍ່ເໝືອນອັກສອນຊາວອາຊີເລີຍ ຄ້າຍອັກສອນໂຣມັນແຫ່ງຍູໂຣບໄປ.
   - ຮູບໂຕອັກສອນເປັນຕົວຫຼ່ຽມ ບໍ່ຄ້າຍອັກສອນຕ່າງໆໃນະາກພື້ນອາຊີ ທີ່ໃຊ້ການຈານ ແລະຂຽນ, ໄປຄືອັກສອນຈີນ ແລະໂຣມັນທີ່ໃຊ້ຂີດ.
   2. ຄວາມລ້າຫຼັງຂອງອັກສອນຂອງຂຸນຣາມຄຳແຫງ ຄື.
   - ເປັນອັກສອນທີ່ຍັງບໍ່ທັນສົມບູນຈະຄ້າຍອັກສອນລາວທັງໝົດໃນຍຸກດຽວກັນກະບໍ່ແມ່ນ ຈະຄືອັກສອນທຳ ແລະຂອມກະບໍ່ແມ່ນ, 
    - ຄວາມທັນສະໄໝ ທີ່ລໍ້າຍຸກເຊັ່ນນີ້ ເຮັດໃຫ້ນັກສຶກສາສີລາຈາຣືກທັງໃນ ແລະນອກປະເທດໄດ້ສຶກສາກັນເຖິງຄວາມເປັນຈິງຂອງສີລາຈາຣືກນີ້ຢ່າງກວ້າງຂອງ ບໍ່ສະເພາະແຕ່ນັດວິຊາການໄທຍ໌ເອງ ກໍຄືຕ່າງປະເທດ.
    - ເມື່ອລາວພົບສີລາຈາຣືກອັກສອນລາວວັດວິຊຸນ ແລະໄທຍ໌ພົບສີລາຣືກພະທາດຮ້າງ ບ້ານແຮ່ອຳເພີພັງໂຄນ ຈັງຫວັດສາກົນນະຄອນ ແລ້ວໄປສົມທຽບກັບອັກສອນໃນສະໄໝພະຍາລິໄທ ເຫັນວ່າອັກສອນເຄົ້າຂອງທັງສາມແຫຼ່ງນີ້ມີສ່ວນເໝືອນກັນ ແລະແຕກຕ່າງຈາກອັກສອນຂຸນຣາມຄຳແຫງໂດຍສິ້ນເຊີງ.
- ຈາກຫຼັກຖານສາມແຫ່ງນີ້ ຕ້ອງໄດ້ສຶກສາກັນໃໝ່ແລ້ວວ່າ ອັກສອນລາວ-ໄທຍ ກຳເນີດມາຈາກໃສກັນແທ້ ?

ຂະບວນຂຸນບູຣົມຣາຊາທິຣາດເຈົ້າລົງມາຈາກເມືອງແຖນ

-ຂະບວນຂຸນບູຣົມຣາຊາທິຣາດເຈົ້າລົງມາຈາກເມືອງແຖນ ມາຍັງເມືອງມະນຸດທີ່ນານ້ອຍອ້ອຍໝູ ອອກເດີນທາງໄປກ່ອນໜ້າຊ້າງຂຸນບູຣົມຣາຊາທິຣາຊເຈົ້າມີ ຄື:

1. ຂຸນທັມມະຣາຊ
2. ຂຸນມະໂນສາດ
3. ປ่ູເຍີ ຖືຂວານ
4. ຍ່າເຍີ ຖືຂວານ
5. ປູ່ງ້າມ ຖືຂວານ
6. ຍ່າງ້າມ ຖືຂວານ
7. ປູ່ເຖົ້າໄຫຼ້ ຖືພ້າ
8. ແມ່ມອນ ຖືຈົກ

- ໝາຍເຫດ: ໃນພາບນັ້ນໃຫ້ປ່ຽນຂຸນມະໂນມາດ ເປັນຂຸນມະໂນສາດ.

ຂຸນບູຣົມຣາຊາທິຣາຊ ຂີ່ຊ້າງງ່າງ້ຽວ ງາມຂອດ ລົງມາຈາກເມືອງແຖນ

 13/03/15

- ເຈົ້າຜູ້ເປັນຜົວນັ້ນໃຊ້ຊື່ວ່າ ຂຸນບູຣົມຣາຊາທິຣາດ ລູກແຖນຄື່ນຟ້າຄື່ນ ຄືລູກອິນທາເຈົ້າຟ້າແລ ໃຫ້ເປັນຜົວນາງຍົມຜະລາ ນາງເອັດແຄ້ງ

- ລູກແຖນຄົມຜູ້ໜຶ່ງໃຊ້ຊື່ວ່ານາງຍົມມະຜາລາ ໃຫ້ເປັນເທວີກໍ້າຂວາແລ.

- ລູກແຖນຊັ່ງໃຊ້ຊື່ວ່ານາເອັດແຄ້ງ ໃຫ້ເປັນເທວີກໍ້າຊ້າຍ

- ນີ້ຊື່ຂຸນສານ ຂີ່ທ້າຍຊ້າງ ຖືປັດວີໄກວແກວ່ງແລ

(ຂຸນບູຣົມຣາຊາທິຣາດລົງມາຈາກເມືອງຟ້າເມືອງແຖນ ມາສ້າງເມືອງລຸ່ມທີ່ນານ້ອຍອ້ອຍໝູ ພ້ອມຊາຍາສອງພະນາງ ຊື່ນາງຍົມມະຜາລາ ແລະນາງເອັດແຄ້ງ ພ້ອມດ້ວຍບໍຣິວານຂອງຕົນ ທີ່ຍ່າງໄປກ່ອນໜ້າ ຄື
ອອກເດີນທາງໄປກ່ອນໜ້າຊ້າງຂຸນບູຣົມຣາຊາທິຣາຊເຈົ້າມີ ຄື:

1. ຂຸນທັມມະຣາຊ
2. ຂຸນມະໂນສາດ
3. ປ่ູເຍີ ຖືຂວານ
4. ຍ່າເຍີ ຖືຂວານ
5. ປູ່ງ້າມ ຖືຂວານ
6. ຍ່າງ້າມ ຖືຂວານ
7. ປູ່ເຖົ້າໄຫຼ້ ຖືພ້າ
8. ແມ່ມອນ ຖືຈົກ

- ທັງສາມພະອົງຂີ່ຊ້າງງາກ້ຽວງາຂອດ ເປັນເປັນລູກຊ້າງເອຣາວັນ ຊ້າງຊົງຂອງພະຍາອິນ)

- ເປັນທີ່ໜ້າສັງເກດ ຊື່ຕຳແໜ່ງທາງຝ່າຍປົກຄອງສະໄໝນັ້ນ ຈະບໍ່ມີຊື່ຕຳແໜ່ງອື່ນ ມີແຕ່ຂຸນໆ ເຊັ່ນຂຸນທຳມະຣາດ, ຂຸນມະໂນສາດ ແລະຂຸນສານ ມີແຕ່ຂຸນບູຣົມ ເຊິ່ງເປັນກະສັດເທົ່ານັ້ນທີ່ມີນາມເສີມວ່າ ຂຸນບູຣົມຣາຊາທິຣາດ, ສ່ວນຄຳວ່າປູ່, ຍ່າ ແລະແມ່ນີ້ ເປັນຊື່ຕຳແໜ່ງບໍ ?

ແຜນທີ່ ບ້ານເມືອງ ນະຄອນຣັດສຳຄັນໃນສຸວັນນະພູມ ຫຼັງ ພ.ສ 1500 (ຄ.ສ 957) ຄືເມື່ອ 1000+ ມາແລ້ວ.

ແຜນທີ່ ບ້ານເມືອງ ນະຄອນຣັດສຳຄັນໃນສຸວັນນະພູມ ຫຼັງ ພ.ສ 1500 (ຄ.ສ 957) ຄືເມື່ອ 1000+ ມາແລ້ວ.
-----------------

ພອຈ.ເນືຶອງພິລັກ ໂຊຕິທອນ
15/03/2015

1. ພູກາມປະເທດ
2. ຣາມັນປະເທດ.
3. ລາວປະເທດ.
4. ກັມໂພຊະປະເທດ.
5. ສຍາມປະເທດ.
6. ກັມພຸດປະເທດ.
7. ມາລັນປະເທດ.

- ໃນແຜນທີ່ນີ້ ເຮົາຈະເຫັນວ່າ ລາວປະເທດ ຫຼືປະເທດລາວນັ້ນມີອະນາເຂດໃຕ້ສຸດຢູ່ລະຫວ່າງວຽງຈັນ ລົງໄປທາງໃຕ້ບົນຝັ່ງແມ່ນໍ້າຂອງ ບໍ່ລິເວນທົ່ງຮາບໃນພາກອີສານຕອນເໜືອ ອາດລົງໄປຮອດສາຍນໍ້າເຊບັ້ງໄຟ ເມືອງສີໂຄຕະປຸຣະໃນຝັ່ງຕາເວັນອອກ ເລີຍຂຶ້ນໄປທາງຕອນເໜືອທາງສອງຟາກຝັ່ງແມ່ນນໍ້າຂອງກວາມຫົວເມືອງຕ່າງໆໃນເຂດລ້ານນາປັດຈຸບັນເຂົ້າສູ່ເຂດສິບສອງຈູໄທ, ສິບສອງປັນນາ ແລະຮອດຢູນ່ານໃນຈີນ.

- ແຜນທີ່ນີ້ ສະແດງໃຫ້ເຫັນວ່າລາວຢູ່ທາງ ຕອນເໜືອ ແລະມີອະນາເຂດຂັ້ນໂດຍກັມພຸດ ປະເທດ, ສ່ວນສຍາມນັ້ນຢູ່ທາງຕອນໃຕ້ຂອງກັມພຸດ
ສະແດງໃຫ້ເຫັນວ່າ ສຍາມກັບໄທລາວນັ້ນ ຄົນລະພວກກັນ ຫາກຖືຕາມແຜນທີ່ນີ້ ມອງໃຫ້ເຫັນວ່າສຍາມນັ້ນມີອານາຈັກຂອງຕົນ ຢູ່ຊາຍມະເລໃນແຫຼມສຸວັນນະພູມ ຫຼືແຫຼມທອງນີ້ ສູນກາງຄົງຢູ່ອາໂຍທິຍາ ບໍ່ໄດ້ອົບພະຍົບມາຈາກໃສ ແລະສຍາມເອງ ມີການພົວພັນກັບ ມອນ(ຣາມັນ) ກັມພຸດ, ກັມໂພຊະມາແຕ່ຕົ້ນພຸດທະການແລ້ວ.

- ເມື່ອເຮົາມາເບິ່ງຕາມອຳນາດທາງອານາຈັກ ທີ່ພົ້ນເດັ່ນໃນສຸວັນນະພູມນີ້ ມີຊົນຊາດໃຫຍ່ໆ ປົກຢູ່ຄື ພຸກາມ ອາດຊິແມ່ນພ້າມ້າ, ຣາມັນ ຄືມອນ, ກຳໂພຊະ ອາດຊິແມ່ນ ກັມພູຊາ, ກັມພຸດ ອາດຊິແມ່ນ ຂະແມຣ໌ ທັງກັມໂພຊະ ແລະກັມພຸກນີ້ ອາດກາຍເປັນຂະເໝນ ແລະຈາມປະສົມກັນ ສຍາມ ແລະມາລັນ ທັງໝົດນີ້ລວມກັນ ອາດຊິແມ່ນຂອມ(ຫຼືກຣອມ) ເຊິ່ງນັກປະຫວັດ ສາດຍອມຮັບວ່າດິນແດນສ່ວນນີ້ເປັນ ທີ່ຢູ່ຂອງຂອມ ຢູ່ທາງໃຕ້ ໃຊ້ພາສາໂອເຊັຍຕິກ ຕະກູນມອນ-ຂະແມຣ໌, ສ່ວນລາວນັ້ນ ເປັນຊາດໜຶ່ງທີ່ຢູ່ທາງເໜືອໃຊ້ພາສາໂອເຊັຍຕິກ ຕະກູນໄຕ-ກະໄດ ອົບພະຍົບລົງທາງໃຕ້ ແບ່ງເປັນສອງພວກ ຄືກຸ່ມໄທ(ໄຕ) ກຸ່ມລາວ ເປັນຊາດໃຫຍ່ມີອິດທິພົນທາງພາສາ ແລະວັດທະນະທຳເຂັ້ມແຂງ ເມື່ອລົງໄປຢູ່ຫົວເມືອງຕ່າງໆ ໃນອິດທິພົນຂອງຂອມ ແລ້ວບາງກຸ່ມສ້າງເມືອງຂອງຕົນໄດ້ ບາງກຸ່ມ ກໍໄປຢູ່ພາຍໃຕ້ອິດທິພົນຂອງຊາດຂອມ, ມອນ, ຂະແມຣ໌ ແລະສຍາມ ແຕ່ຍ້ອນຈຳນວນພົນຫຼາຍ ຈຶ່ງຂະຫຍາຍວັດທະນະທຳຂອງຕົນ ເໜືອວັດທະນະທຳຂອງຊົນຊາດເດີມ ເຮັດໃຫ້ວັດທະນະທຳທາງພາສາລາວກືນວັດທະນະທຳຂອງເຈົ້າຂອງຖິ່ນເດີມໃນດິນແດນເຫຼົ່ານັ້ນ ເຊັ່ນມອນ ຂະແມຣ໌ ສຍາມ ໃນຫົວເມືອງເຫຼົ່ານັ້ນ ເຕັມໄປດ້ວຍພາສາຕະກູນໄທລາວ ໂດຍສະເພາະໃນຫົວເມືອງສຍາມ.

- ຫຼັກຖານນີ້ ເຮົາຈະເຫັນວ່າໃນໃນສີລາຈາຣືກສຸໂຂໄທນັ້ນ ເບິ່ງເບື້ອງພາສາເຕັມໄປດ້ວຍພາສາລາວ ຈຶ່ງທີ່ຕ້ອງຄຳນຶງເຖິງ ຄືບັນດາຊົນຊາດໃນສີລາຈາຣືກ ບໍ່ໄດ້ກ່າວເຖິງ ຊົນຊາດອື່ນ ທີ່ປະກົດຕົວກ່ອນໜ້າທີ່ໄທລາວ ຈະລົງມາຢູ່ໃນດິນແດນນີ້ເລີຍ ປາກົດຕົວແຕ່ 3 ຊົນຊາດຄື ມາກາວ ລາວ ແລະໄທ ສາມຊົນຊາດໃຫຍ່ ຄື ຊົນຊາດໄທລາວ ທີ່ຊະຫຍາຍວັດທະນະທຳເໜືອຊົນຊາດເດີມໃນໄລຍະຕໍ່ມາ.

- ສ່ວນຊົນຊາດເດີມ ກໍກາຍເປັນຊົນເຜົ່າຕ່າງໆ ໃນດິນລາວ-ໄທຍ໌ ກັມປູເຈັຍ ຫວຽດນາມ ບາງຊົນເຜົ່າກໍຮັກ ສາວັດທະທຳບາງຢ່າງຂອງຕົນໄດ້ ບາງຊົນເຜົ່າ ກໍກາຍເປັນປະເທດຂອງຕົນໃນພາກພື້ນ ເຊັ່ນພະມ້າ ແລະມາລາຢູ


ອັກສອນໄທຍ໌ເດີມ ທີ່ປາກົດໃນຮູບນີ້ ຄືອັກສອນລາວເດີມ.

ອັກສອນໄທຍ໌ເດີມ ທີ່ປາກົດໃນຮູບນີ້ ຄືອັກສອນລາວເດີມ.
15/03/2015
-----------------------
- ອັກສອນນີ້ ນອກຈາກໃຊ້ໃນຫົວເມືອງລາວ(ຄືອານາຈັກລ້ານຊ້າງ) ທັງໝົດແລ້ວ ຍັງຖືກນໍາໃຊ້ໃນຫົວເມືອງໄທຍ໌ໃນພາກກາງຂອງໄທຍ໌ ດ້ວຍເຫດນີ້ທາງໄທຍ໌ຈຶ່ງຮຽກແບບນີ້ ວ່າອັກສອນໄທຍ໌ເດີມ ແລະຕໍ່ມາອັກສອນນີ້ຖືກຮຽກວ່າ ຮຽກວ່າອັກສອນໄທຍ໌ນ້ອຍ, ເຫດທີ່ຮຽກວ່າອັກສອນໄທຍ໌ນ້ອຍ ເພາະວ່າທາງການໄທຍ໌ໄດ້ໃຊ້ອອກສອນປັດຈຸບັນ ເປັນອັກສອນໄທຍ໌ ແຕ່ຄົນຈຳນວນຫຼາຍຍັງໃຊ້ອອກສອນເລົ່ານີ້ຢູ່ ທາງພາກອີສານກໍວ່າອັກສອນອີສານ ຫຼືອັກສອນລາວ, ອັກສອນແບບນີ້ ມີຫຼາຍຮູບ ເຫດທີ່ມີຫຼາຍຮູບເພາະລາຍມືແຕ່ລະຄົນບໍ່ຄືກັນ.
- ທີ່ສຳຄັນ ອັກສອນພວກນີ້ ບໍ່ເໝືອນກັບອັກສອນ ໃນສີລາຈາຣືກສຸໂຂໄທ ຫຼັກທີ 1 ເທົ່າທີ່ຄວນ, ທັງຮູບອັກສອນ ແລະອັກຂະຫຼະວິທີ.

 ນີ້ກະອັກສອນລາວເດີມ ທີ່ໄທຍ໌ຮຽກວ່າອັກສອນໄທຍ໌ນ້ອຍ
 ອັກສອນຂອມ ຜະສົມລາວ

"ບໍ່ ແລະມິ" ໃນສີລາຈາລືກ ສຸໂຂໄທ ຫຼັກທີ 1

"ບໍ່ ແລະມິ" ໃນສີລາຈາລືກ ສຸໂຂໄທ ຫຼັກທີ 1
17/03/2015
-=====-
- ບໍ່ ເປັນຄຳປະຕິເສດໃນພາສາລາວ ແລະພາສາ ໄທລາວເຜົ່າຕ່າງໆ, ເຊິ່ງເປັນຊາດພັນໄທລາວ ທີ່ມີ ການກະແຈກກະຈາຍໄປຕັ້ງ ຖິ່ນຖານຢູ່ພູມີພາກຕ່າງໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.
- ເຮົາພົບຄຳວ່າ "ບໍ່" ອັນເປັນຄຳປະຕິເສດໃນ ພາສາລາວ ທີ່ບັນທຶກໄວ້ໃນສີລາຈາຣືກ ສຸໂຂໄທຫຼັກທີ 1 ສະໄໝຂຸນຣາມຄຳແຫງ ທັງ 4 ດ້ານ ເຊິ່ງອາດກ່າວໄດ້ວ່າເປັນຄຳທີ່ໃຊ້ຫຼາຍ ທີ່ສຸດຄຳໜຶ່ງໃນສີລາຈາຣືກນີ້ ຄື:
1. ກູບໍ່ໜີ.
2. ເຈົ້າເມືອງບໍ່ເອົາຈກອບ.
3. ດ້ວຍບໍ່ເຂົ້າຜູ້ລັກ ມັກຜູ້ຊ່ອນ, ເຫັນເຂົ້າທ່ານບໍ່ໃຄຣ່ພີນ ເຫັນສິນທ່ານບໍ່ໃຄຣ່ເດືອດ.
4. ບໍ່ມີປົວ ບໍ່ມີນາງ ບໍ່ມີເງຶອນ ບໍ່ມີທອງ.
5. ບໍ່ຂ້າ ບໍ່ຕີ.
6. ຂຸນບໍ່ໄຮ້.
7. ພິໄຫວ້ບໍ່ດີ ພລີບໍ່ຖືກ ຜີໃນເຂົາອັ້ນ ບໍ່ຄຸ້ມ ບໍ່ເກງ.
8. ເມື່ອກ່ອນລາຍສືໄທບໍ່ມີ.
- ໃນ ສີລາຈາຣືກນີ້ ພົບການຄຳວ່າ "ບໍ່" 17 ຄັ້ງ, ບໍ່ພົບຄຳວ່າ "ໄມ່" ເຊິ່ງເປັນຄຳປະຕິເສດໃນ ພາສາໄທຍ໌ປັດຈຸບັນແມ່ນແຕ່ຄຳດຽວ, ນອກຈາກຄຳວ່າບໍ່ແລ້ວຍັງພົບຄຳວ່າ "ມິ" ເຊິ່ງເປັນຄຳປະຕິເສດໃນພາສາໄທລາວ ກຸ່ມຕ່າງໆ ທີ່ໃຊ້ໃນເມືອງລາວ ຄື "ມິໄດ້" ເຊິ່ງພາສາທາງການລາວເລີກໃຊ້ ແຕ່ໃນພາສາທ້ອງຖິ່ນຍັງໃຊ້ຢູ່.
- ຢ່າງໃດກໍຕາມ ບໍ່ເປັນຄຳໃນພາສາລາວ ທີ່ຄົນໄທລາວທຸກກຸ່ມ ທີ່ຢູ່ໃນ ແລະນອກປະເທດ ໃຊ້ແຕ່ອະດີດຈົນຮອດປັດຈຸບັນ ສະນັ້ນຄຳວ່າບໍ່ ຈຶ່ງເປັນຄຳເວົ້າໃນພາສາລາວຕັ້ງແຕ່ບູຮານ.
- ເມື່ອຊາວສຸໂຂໄທ ໃຊ້ຄຳວ່າບໍ່ເໝືອນລາວ ກໍສະແດງໃຫ້ເຫັນວ່າ ຊາວສຸໂຂໄທ ຄືໄທລາວ ກຸ່ມໜຶ່ງ.

ສົ້ມຕຳໝາກຫຸ່ງ

ສົ້ມຕຳໝາກຫຸ່ງ
----------
- ຕໍາ­ສົ້ມ ເປັນ­ອາ­ຫານ­ລາວປະ­ເພດ­ໜຶ່ງ ໃນອະ­ດີດ "ຕໍາ­ສົ້ມທຸກປະເພດ" ຖືກ­ຈັດໄວ້ໃນປະ­ເພດ­ ອາ­ຫານ­ກິນ­ຫຼິ້ນ ຫຼືອາ­ຫານ­ກິນໃນ­ຍາມວ່າງ ເພື່ອການ­ຊຸມແຊວ, ປັດ­ຈຸບັນຍ້ອນ­ຄວາມ­ນິຍົມຫຼາຍ ຈຶ່ງເຮັດໃຫ້­­ສົ້ມຕຳໝາຫຸ່ງ ກາຍເປັນ ­ອາ­ຫານ­ຫຼັກໃນ­ບາງ­ຄອບ­ຄົວ ແລະ­ກາຍ ເປັນ­ອາ­ຫານປະ­ເພດ­ການຄ້າໄປ.
- ­ສົ້ມຕຳ­ໝາກ­ຫຸ່ງ ຖືກ­ຮຽກໃນ­ພາ­ສາ­ລາວນິຍົມ­ປັດ­ຈຸບັນ (ໂດຍສະ­ເພາະ­ໃນ­ວຽງ­ຈັນ) ວ່າ "ຕໍາ­ໝາກ­ຫຸ່ງ" ຄວາມ­ຈິງແລ້ວ "ຕໍາ­ໝາກ­ຫຸ່ງ" ທີ່­ນິຍົມ­ກັນແຕ່­ບູຮານເກົ່າແກ່­ມາແລ້ວວ່າ "­ສົ້ມ­ຕຳໝາກ­ຫຸ່ງ".
- ອາ­ຫານປະ­ເພດ­ນີ້ ມີສ່ວນປະ­ກອບ­ຫຼັກ ຄື ມີໝາກ­ຫຸ່ງ­ຂູດ, ຫຼືຊອຍ­ບາງໆ­ແລ້ວ, ໝາກ­ພິກ(ດິບ, ດິບໆ­ສຸກໆ­ ຫຼືແຫ້ງກະ­ໄດ້) ມີຫົວກະ­ທຽມ, ເກືອ, ນໍ້າ­ປາ ແລະ­ນໍ້າ­ປາແດກ (ໃນ­ພາກໃຕ້ເນື່ອງ­ຈາກ­ປາແດກໄດ້­ຈາກ­ປານໍ້າ­ຂອງເຂົາ­ຈະ­ໃຫ້­ປາແດກຕ່ອນ ຈະ­ເປັນ­ປາແດກ­ ປານ້ອຍ ຫຼືປາແດກ­ປາໃຫຍ່ ແຕ່ໃນ­ພາກໃຕ້­ ປາແດກ­ສໍາ­ລັບ­ຕໍາ­ສົ້ມຕ່າງໆ­ ຈະ­ເຮັດ­ຮອດ­ສາມ­ ປີຈຶ່ງເອົາມາ­ປຸງແຕ່ງ ອາ­ຫານ) ເຖິງຈະ­ມີເຄື່ອງ ປະ­ກອບເກືອບ­ຄົບ­ສົມ­ບູນ ດັ່ງ­ທີ່ກ່າວແລ້ວໃນ ເບື້ອງ­ຕົ້ນ ກໍຈະ­ເປັນ­ອາ­ຫານ­ທີ່­ສົມ­ບູນ ພ້ອມ­ທີ່ຈະ­ຮັບປະ­ທານບໍ່ໄດ້ ຫາກ­ຂາດ "ໝາກ­ສົ້ມ"(ໝາກ­ສົ້ມ­ທີ່­ນິຍົມ­ສຸດ­ທົ່ວໄປແມ່ນ ໝາກ­ນາວ ແຕ່ໃນ­ພາກໃຕ້­ມີໝາກກະ­ສັງ­ ກໍໃຊ້ໄດ້), ນອກຈາກນັ້ນ ຈະມີໝາກເລັ່ນ, ໝາກກອກ, ດ້ວຍເຫດ­ນີ້ເອງ ອາ­ຫານປະ­ເພດ­ນີ້ ຈຶ່ງ­ມີຊື່­ທີ່­ສົມ­ບູນວ່າ "ສົ້ມຕຳ­ໝາກ­ຫຸ່ງ".
- ສົ້ມຕຳໝາກຫຸ່ງ ເຖິງຈະເປັນອາຫານເກົ່າແກ່ ຂອງລາວກໍຕາມ, ແຕ່ກໍບໍ່ແມ່ນອາຫານຫຼັກ ຈັດຢູ່ໃນອາຫານປະເພດກິນຫຼິ້ນ ແລະມີຂໍ້ຫ້າມ ຄື
1. ຫ້າມກິນຕຳສົ້ມໃນຕອນເຊົ້າ ອະນຸຍາດໃຫ້ກິນໃນຕອນບ່າຍ.
2. ຫ້າມເດັກນ້ອຍກິນ.
3. ຫ້າມຕຳສົ້ມກິນໃນຍາມກາງຄືນ.
4. ຫ້າມກິນຕຳສົ້ມໃນງານສົບ.
5. ຫ້າມເອົາສົ້ມຕຳໝາກຫຸ່ງ ຮ່ວມພາເຂົ້າ.
(ຂະລຳ)
- ສົ້ມຕຳໝາກຫຸ່ງ ຈຶ່ງນິຍົມກິນຫຼິ້ນ ໂດຍສະເພາະບ່າວສາວ ໃນສັງຄົມຊົນນະບົດ ຄືພວກເຂົາຈະນັດກັນ ມາເຮັດຕຳສົ້ມ ໝາກຫຸ່ງກິນ.
- ­ສົ້ມຕຳ­ໝາກ­ຫຸ່ງ ເດີມ­ນິຍົມ­ກິນໃນ­ຊຸມ­ຊົນ­ ຊາວລາວ ແລະ­ຊຸມ­ຊົນເຊື້ອສາຍ­ລາວເທົ່ານັ້ນ, ຕໍ່­ມາໂດ­ຍ­ອີງຕາມປະ­ຫວັດ­ສາດ, ຄົນລາວໄດ້­ ຖືກ­ອົບພະ­ຍົບ­ລົງໄປຢູ່­ພາກ­ກາງ­ຂອງໄທຍ໌ ແລະ­ຄົນເຊື້ອສາຍ­ລາວ ໄດ້­ກາຍ ເປັນ­ພົນເມືອງໄທຍ໌ເປັນ­ຊົນ­ກຸ່ມໃຫຍ່ ສະ­ນັ້ນ­ວັດທະ­ນະ­ທໍາ­ຕ່າງໆ­ ຂອງ­ລາວຕະ­ຫຼອດ­ທັງ­ວັດທະ­ນະ­ທໍາການ­ກິນ ຈຶ່ງ­ຖືກຂະ­ຫຍາຍ­ຕົວຈາກ­ຊຸມ­ຊົນ­ຊາວລາວອອກ­ສູ່­ສັງ ຄົມ­ຊາວໄທຍ໌­ກຸ່ມຕ່າງໆ­ ເຮັດໃຫ້ໃນ­ການຂະ­ຫຍາຍ­ຕົວຕອນ­ຕົ້ນໆ­ ອາ­ຫານ­ລາວເກືອບ­ທຸກປະ­ເພດ ລວມ­ທັງ­ຕໍາ­ສົ້ມ­ໝາກ­ຫຸ່ງພ້ອມ ໄດ້­ຖືກ­ຕໍ່ຕ້ານ ແລະ­ກ່າວຂວັນໃນ­ທາງ­ລົບວ່າ ອາ­ຫານ­ຊັ້ນ­ຕໍ່າ, ອາ­ຫານເໝັນ, ອາ­ຫານ­ບໍ່ສະ­ອາດ ແລະ­ອາ­ຫານ­ພວກ­ລາວໆ­ ໄປຕ່າງໆ­ນານາ, ຍຸກ­ຕົ້ນໆ­ຈົນ­ມາເຖິງ­ປີ ພ.ສ ໒໕໑໘ ອາ­ຫານ­ລາວປະ­ເພດຕ່າງໆ­ ຍັງ­ຖືກປະ­ຕິເສດ­ ຈາກ­ສັງ­ຄົມ­ບາງ­ສັງ­ຄົມໃນ­ຊຸມຊົນ­ຊາວກຸງ ແລະ­ພາກ­ກາງ­ບາງ­ຈັງ­ຫວັດ­ຮອບໆ ກທມ ຢູ່ ແຕ່ວ່າໃນຂະ­ນະ­ດຽວກັນ­ນັ້ນຫຼັງ­ຈາກ ສປປ.ລາວ ເຮົາໄດ້ປ່ຽນ­ການ­ປົກ­ຄອງ­ຈາກ ລະ­ບອບ­ຣາ­ຊາອານາ­ຈັກ­ມາເປັນ­ສາ­ທາ­ລະ­ນະ­ລັດ ປະ­ຊາ­ທິປະ­ໄຕ ປະ­ຊາ­ຊົນ­ລາວແລ້ວ, ແຮງ­ງານໄທຍ໌ ໂດຍສະ­ເພາະ­ແຮງ­ງານ ຄົນ­ລາວຝັ່ງ­ຂວາ(ອີສານ­ຂອງໄທຍ໌) ເມື່ອກ່ອນ­ນິຍົມ­ມາເຮັດ­ວຽກ ຫຼືຂາຍແຮງ­ງານ ­ທີ່ເມືອງ­ລາວ ກໍກັບເມືອປະ­ເທດໄທຍ໌ ແຮງ­ງານ ເຫຼົ່ານັ້ນ­ກໍກັບເຂົ້າໄປເຮັດ­ວຽກ­ຂາຍແຮງ­ງານ­ຢູ່­ບາງ­ກອກ ແລະ­ພາກ­ອື່ນໆ­ຂອງໄທຍ໌­ ເມື່ອແຮງງ­ງານໄປ(ແຮງ­ງານ ໝາຍເຖິງ­ຄົນ) ວັດທະ­ນະ­ທໍາອື່ນໆ­ກໍໄປດ້ວຍ ໂດຍສະ­ເພາະ­ອາ­ຫານເຊິ່ງເປັນ­ວັດທະ­ນະ­ທໍາ­ທີ່­ຕິດ­ພັນ­ກັບ­ວິຖີຊີວິດມະ­ ນຸດ­ກໍໄປດ້ວຍ, ອີກກະ­ແສໜຶ່ງ­ຄົນ­ລາວຈໍານວນ­ຫຼາຍ­ກໍໄດ້­ອົບພະ­ຍົບເຂົ້າ­ສູ່­ ພາກຕ່າງໆ­ຂອງໄທຍ໌­ ນັບແຕ່­ຕົ້ນປະ­ຫວັດ­ສາດ­ຈົນ­ຮອດ­ປັດ­ຈຸບັນ ກໍໄດ້ຂະ­ ຫຍາຍ­ວັດທະ­ນະ­ທໍາ­ສ່ວນ­ນີ້ໃຫ້­ຫົວເມືອງຕ່າງໆ­ຂອງໄທຍ, ມີວັດທະ­ນະ­ທໍາການ­ກິນ­ຂອງ­ລາວ ຫຼາຍຢ່າງ­ກໍໄດ້­ກົມ­ກືນ­ກາຍໄປເປັນ ວັດທະ­ນະ­ທໍາອາ­ຫານໄທຍ໌ ຍັງເຫຼືອແຕ່­ອາ­ຫານ­ບາງປະ­ເພດເຊັ່ນ ລາບ, ກ້ອຍ, ຊອຍ, ແຊ່, ແຈ່ວປາ ແລະ­ຕໍາ­ສົ້ມ­ໝາກ­ຫຸ່ງ ເພາະ­ອາ­ຫານປະ­ເພດ­ນີ້ເປັນ­ອາ­ຫານ­ຄູ່­ຄົວຄົນ­ລາວ ເນື່ອງ­ຈາກໃນອະ­ດີດ­ນັບແຕ່­ປິ ໑໗໗໙ ເປັນ­ຕົ້ນ­ມາ­ຄົນ­ລາວ ແລະ­ສຍາມ ຖືກປະ­ຕິເສດ­ຈາກ­ຄົນ­ຈີນ­ຢູ່ແລ້ວ ອາ­ຫານ­ຈຶ່ງ­ພອຍໄດ້­ຮັບ­ການປະ­ຕິເສດໄປດ້ວຍ ຈຶ່ງ­ຖືວ່າເປັນ­ຄວາມໂຊກ­ດີຂອງ­ອາ­ຫານ­ລາວ ປະ­ ເພດ­ນີ້ ບໍ່­ດັ່ງ­ນັ້ນ­ຄົງ­ຈັດເຂົ້າເປັນປະ­ເພດ­ ອາ­ຫານໄທຍ໌ໄປແລ້ວ, ຈາກປີ ພ.ສ ໒໕໑໘ ຈົນ­ມາເຖິງ­ປີ ພ.ສ ໒໕໓໕ ແຮງ­ງານ­ອີສານໄດ້­ຫຼັ່ງໄຫຼເຂົ້າ­ສູ່­ພາກກາງ ພາກໃຕ້­ຂອງໄທຍ໌ເປັນ­ຈໍານວນ­ຫຼວງ­ຫຼາຍ ການປະ­ກອບ­ອາ­ຊີບ­ຂາຍ­ອາ­ຫານ­ສໍາ­ລັບແຮງ­ງານ­ຄົນ­ອີສານ(ລາວຝັ່ງ ­ຂວາໃນເມືອງ­ກຸງ) ກໍໄດ້ເກີດ­ຂຶ້ນໃນ­ຕອກ ໃນ­ຊອຍ(ຮ່ອມ) ປານ­ດອກເຫັດເວົ້າໄດ້ວ່າ­ທຸກໆ­ຊອຍ ທີ່­ມີແຮງ­ງານ­ອີສານ­ຢູ່ ທໍາອິດ­ກໍແມ່ນ­ຂາຍ ໃຫ້ສະ­ເພາະ­ແຮງ­ງານ­ຄົນ­ອີສານ ສະ­ນັ້ນ­ອາ­ຫານປະ­ເພດ­ນີ້ ຈຶ່ງ­ຖືກ­ຂາຍໃນ­ລົດ­ລໍ້ ເຊິ່ງ­ພາ­ສາໄທຍວ່າ "ຊາເລັ່ງ", ເມື່ອມີການ­ຂາຍ­ຫຼາຍ ຂຶ້ນ­ກໍມີການ­ຊື້­ ຈາກ­ກຸ່ມ­ຄົນ­ນອກ­ຈາກ­ກຸ່ມ­ຄົນ­ອີສານ "ມີການກ່າວວ່າ ມີບາງ­ຄົນ­ທີ່ເປັນ­ຄົນ­ອີສານ ຫຼືຄົນໄທຍ໌­ທີ່­ມັກໃນ­ລົດ­ຊາດ­ຕໍາ­ສົ້ມ­ໝາກ­ຫຸ່ງເວົ້າ­ສະ­ເພາະ­ ເວົ້າ­ລວມ­ອາ­ຫານ­ລາວ ປະ­ເພດ­ລາບກ້ອຍເຖິງ­ຢາກ­ປານໃດ ກໍບໍ່ກ້າ­ຊື້­ກິນ ຄັນ ຢາກ­ກິນ­ກໍກິນແບບ ­ຫຼົບໆ­ຊ້ອນໆ­ ຫຼືເຮັດກິນໃນເຮືຶອນ ແລະຊຸມຊົນ) ແຕ່­ມາ­ຮອດ­ປີ ພສ ໒໕໓໕ ຫຼັງ­ຈາກ­ພຶດສະ­ພາ­ ທະ­ມິນແລ້ວ ອາ­ຫານ­ພວກ­ນີ້ ໄດ້­ຖືກ­ຍອມ ຮັບໃນ­ຄົນເຊື້ອສາຍ­ລາວໄທຍ໌ ທີ່­ຢູ່ໃນ­ສັງ­ຄົມ­ຊັ້ນ­ສູງ­ຂອງໄທຍ໌ຫຼາຍ­ຂຶ້ນ ເຖິງປານນັ້ນ ກໍຍັງມີການແຍກກັນຢ່າງເປັນຮູປະທຳຢູ່ ຈຶ່ງ­ມີການ­ຂາຍ­ອາ­ຫານປະ­ເພດ­ນີ້ ຢູ່ໃນຮ້ານ­ອາ­ ຫານໃຫຍ່ໆ­ ປະ­ເພດ ຈໍາເພາະ­ ຄື ຮ້ານ­ອາ­ຫານ­ອີສານ ຫຼືຮ້ານ­ອາ­ຫານ­ຕາເວັນ ­ອອກສ່ຽງເໜືອ ຫຼືບາງຮ້ານໃຊ້ວ່າອາ­ຫານ­ລາວ ເຊິ່ງ­ມີເຈົ້າ­ຂອງເປັນ­ຄົນ­ອີສານເປັນສ່ວນໃຫຍ່ ເຊັ່ນ ໃນ­ລຽບສະ­ຖານີລົດໄຟ, ສະ­ຖານີລົດໂດຍ­ສານ ແລະ­ໃນສ່ວນຈະ­ຕຸຈັກ ແລະ­ທີ່­ອື່ນໆ­ໃນ­ຊຸມ­ຊົນ­ທີ່­ມີຊາວອີສານ­ທຸກ­ຊົນ­ຊັ້ນ­ສາມາດ­ຊື້­ກິນໄດ້ ແລະ­ສາມາດ­ພົບປະ­ສັງ ­ສັນ­ກັນເປັນ­ກຸ່ມກ້ອນ ປັດຈຸບັນນັບແຕ່ປີ ພ.ສ ໒໕໔໐ ເປັນຕົ້ນມາອາຫານລາວ ຖືວ່າເປັນຍອດນິຍົມ ໃນໄທຍ໌ ຕຳສົ້ມໝາກຮຸ່ງ ໄດ້ກ້າວຈາກຊອຍ ຂຶ້ນສູ່ພັດຕາຄານ ແລະໂຮງແຮມ ຫຼືຕັ້ງເປັນພັດຕາຄານໂດຍສະເພາະ ເຊັ່ນຮ້ານອາຫານສົ້ມຕຳຫຼວງ ຖະໜົນເທພາລັກ ຮ້ານອາຫານນີ້ ນອກຈາກຕຳສົ້ມທົ່ວໄປແລ້ວຍັງມີ ສູດສະເພາະປະຈຳຮ້ານຂອງເຂົາອີກ.
- ອີກ­ທາງ­ໜຶ່ງ ເມື່ອສົງ­ຄາມ­ອິນ­ດູຈີນ­ສິ້ນ­ສຸດ­ລົງ ຄົນ­ອີສານ­ບາງ­ຄົນໄດ້­ມີໂອກາດ­ກັບໄປຍັງປະ­ເທດ­ອາເມ­ກາ ແລະ­ປະ­ເທດ­ຢູ່ໂຣບ­ອື່ນໆ­ ກໍໄດ້ໄປ ຂາຍ­ອາ­ຫານປະ­ເພດ­ນີ້ ຢູ່ຕ່າງປະ­ເທດ ອາ­ຫານ­ລາວກໍໄດ້ກ້າວເຂົ້າ­ສູ່ເວທີສາກົນ ອັນ­ໜຶ່ງ­ຄົນ­ລາວທີ່ໄດ້­ອົບພະ­ຍົບໄປຍັງປະ­ເທດ ທີສາມ­ກໍໄດ້ຂະ­ຫຍາຍ­ຕົວຂຶ້ນ ອາ­ຫານ­ລາວກໍເປັນ­ທີ່ນິ­ຍົມ­ຂອງ­ຊາວຕ່າງປະ­ເທດ ຫາກເຈົ້າ­ຂອງເປັນ­ຄົນ­ລາວ ອາ­ຫານເຫຼົ່ານີ້­ກໍ ຖືກ­ຮຽກວ່າ "ອາ­ຫານ­ລາວ" ຫາກຮ້ານ­ອານັ້ນເປັນ­ຂອງ­ຄົນໄທຍ໌ ກໍຖືກ­ຮຽກວ່າ ''ອາ­ຫານໄທຍ໌'' ຊາວຕ່າງປະ­ເທດ­ຮູ້­ຈັກ­ອາ­ຫານ ໄທຍ໌­ຫຼາຍ­ກວ່າອາ­ຫານ­ລາວ ໂດຍສະ­ເພາະ­ຕໍາ­ສົ້ມ­ໝາກ­ຫຸ່ງ­ນັ້ນ ໃນຕ່າງປະ­ເທດ ຮູ້­ຈັກວ່າເປັນ­ອາ­ຫານໄທຍ໌ ທາງໄທຍ໌ເອງ ກໍຈັດເຂົ້າໃນປະ­ເພດ­ ອາ­ຫານໄທຍ໌ ແຕ່­ກົງ­ກັນຂ້າມເມື່ອຢູ່ເມືອງໄທຍ໌ ­ສົ້ມຕຳ­ໝາກ­ຫຸ່ງເຂົາ­ຈະຮຽກວ່າ "ອາ­ຫານ­ລາວ".
- ປັດຈຸບັນ ສົ້ມຕຳໝາກຫຸ່ງ ເປັນທີ່ຮູ້ຈັກກັນ ທັງຊາວລາວ ໄທຍ໌ ຂະເໝນ ແລະທົ່ວໂລກ ຖືເປັນອາຫານປະເພດສາກົນນິຍົມ.
- ເມື່ອກ່ອນ ສົ້ມຕຳໝາກຫຸ່ງ ທີ່ເມືອງລາວ ແຕ່ປີ 1980 ຄືນໄປປານໃດ ເຖິງມີກໍເລັກນ້ອຍ ບໍ່ໄດ້ຕຳຂາຍເໝືອນໃນປັດຈຸບັນນີ້, ແຕ່ຍ້ອນມີການນິຍົມກິນຫຼາຍຈຶ່ງມີຂາຍກັນທົ່ວໄປ, ແຕ່ມີການແປຮູບສົ້ມຕຳໝາກຫຸ່ງໄປຫຼາຍແບບອີກ ເຊັ່ນຕຳໝີ່, ຕຳລວມມິດ, ຕຳຊົ້ວ, ຕຳມົ້ວ ແລະອື່ນໆພັດທະນາການຂຶ້ນເລື້ອຍໆ.


ໂຕ ໜ ໃນພາສາລາວມີມານກວ່າ 800 ປີ


ລັກສະນະພິເສດອັກສອນລາວ

ລັກສະນະພິເສດອັກສອນລາວ
ພອຈ.ເນືອງພິລັກ ໂຊຕິທອນ
20/4/2008(ສົ່ງລົງເວບໃບລານ ແລະເວບພັນລາວ ປີ 2009)
------===-=--
ອັກ­ສອນ­ລາວ ເປັນ­ອັກ­ສອນ­ທີ່­ຄຽງ­ຄູ່­ຊາດ­ລາວມາ­ພ້ອມໆ­ກັບ­ການ­ກໍາເນີດ­ພາ­ສາ­ລາວ ນອກ­ຈາກນັ້ນອັກ ­ສອນ­ລາວ ກໍເໝືອນກັບ­ອັກ­ສອນ­ຂອງ­ນານາອາ­ລະ­ຍະ­ປະ­ເທດ ແຕ່­ພິເສດໄປກວ່າອັກສອນ­ຂອງ­ຊາດອື່ນ­ນັ້ນ ຄືວ່າອັກ­ສອນ­ລາວເປັນ­ທັງ­ສັນ­ຍາ­ລັກ ແລະ­ເອກ­ລັກ­ຂອງ­ລາວ ອັນ­ນີ້ເຮົາ­ສາມາດສູດ­ຄວາມ­ຖືກ ຕ້ອງ­ນັ້ນ ໄດ້­ດັ່ງ­ນີ້:
ອັກ­ສອນ­ລາວ ເກີດ­ມາ­ພ້ອມ­ກັບ­ຊາດ­ລາວນັ້ນ ເຮົາ­ສາມາດ­ພິສູດໄດ້­ຫຼາຍແບບ ຄືວ່າສຽງເວົ້າ ຫຼື ຄໍາເວົ້າ ­ທຸກ­ຄໍາໃນ­ພາ­ສາ­ລາວ ເຊິ່ງເຮົາ­ຮຽກວ່າ­ພາ­ສາເວົ້ານັ້ນ (ວັດຈະ­ນະ­ພາ­ສາ) ຍ່ອມ­ກົງ­ກັບ­ພາ­ສາ­ຂຽນ ທຸກໆ­ຄໍາ ເວົ້າ ເຊັ່ນ:
໑. ກອງ : ຄື ໂຕ “ກ” ສະ­ຫຼະ­ “ ×ອງ” ຍ່ອມອ່ານວ່າ “ກອງ”.
໒. ສາມ: ຄື ໂຕ “ສ” ສະ­ຫຼະ­ “×າມ” ຍ່ອມອ່ານວ່າ “ສາມ”.
ຄຸນ­ລັກສະ­ນະ­ເຊັ່ນ­ນີ້ ພາ­ສາ­ຂຽນ ແລະ­ພາ­ສາເວົ້າ­ຂອງ­ຊາດ­ອື່ນສະ­ເໝີເໝືອນ­ຍາກ ເວັ້ນໄວ້ແຕ່ພາ­ສາ ແລະ­ອັກ­ສອນໄທຍ໌­ ເຊິ່ງເຮົາກໍຮູ້ໄດ້ແລ້ວວ່າຊົນ­ຊາດໄທຍ໌­ນັ້ນ ເປັນ­ຊົນ­ຊາດສ່ວນ­ໜຶ່ງ­ຂອງ­ຊົນ­ຊາດ ອ້າຍ­ລາວ ແລະປະຊາຊົນຊາວລ້ານຊ້າງ ກໍຖືກຢຶດ ແລະກວດຕ້ອນລົງໄປສຍາມຢ່າງຫຼາຍ ຫຼັງ ຄ.ສ ໑໘ັ້໒໙ ວັດທະ­ນະ­ທຳທາງ­ພາ­ສາໄທຍ໌­ ຍ່ອມ­ມີຄວາມຄ້າຍ­ຄຽງ­ກັນເປັນ­ທຳມະ­ດາ ນອກ­ຈາກ­ອັກສອນ ແລະ­ພາ­ສາໄທຍ໌­ແລ້ວ ຄຸນນະ­ລັກສະ­ນະ­ເຊັ່ນ­ນີ້ ຫາຍາກເລີຍ ໃນ­ຊາດ­ອື່ນ.
- ກ່ຽວກັບເລື່ອງ­ດຽວກັນ­ນີ້ ຍັງ­ມີຂໍ້­ພິສຸດ­ທາງ­ ກາຍະ­ພາບ­ອີກ­ຫຼາຍຢ່າງ­ດີບົ່ງ­ບອກວ່າ ອັກ­ສອນ­ລາວ ເກີດພ້ອມກັບ­ຊາດ­ລາວ ເຊັ່ນ, ອັກ­ສອນ­ລາວນັ້ນ ມີຮູບ­ລັກສະ­ນະ­ເໝືອນ­ກັບ ຮ່າງ­ກາຍ­ຂອງ­ຄົນ ແລະ­ສັດ ເກືອບ­ທຸກໆ­ຢ່າງ ຄື ມີຫົວ, ມີລໍາ­ຕົວ ແລະ­ຫາງ ອັນ­ນີ້­ອັກ­ສອນ­ອື່ນຍ່ອມ­ຫາຍາກ ເຮົາເຫັນ­ອັກ­ສອນ­ລາວ ເກືອບ­ທຸກ­ຕົວ ບໍ່ເວັ້ນແມ່ນກະ­ທັງສະ­ຫຼະ­ກໍມີຫົວ, ລໍາ­ຕົວ ແລະ­ຫາງ­ທຸກໆ­ຕົວ
ຄຸນນະ­ລັກສະ­ນະ­ເຊັ່ນ­ນີ້ ຍ່ອມສະ­ແດງ ໃຫ້ເຫັນວ່າ ອັກ­ສອນ­ລາວໄດ້­ສໍາ­ພັນ­ກັບ­ຊີວິດ ມະ­ນຸດ ແລະ­ເປັນໄປ ຕາມ­ພື້ນ­ທາງ­ວັດທະ­ນະ­ທຳ ຂະ­ໜົບ­ທໍານຽມ ສິ່ງແວດລ້ອມ ແລະ­ຄວາມເຊື່ອ­ຂອງ­ຄົນ­ ລາວຍຸກແຮກໆ­ ດ້ວຍເຫດ­ນີ້ ຈຶ່ງເປັນ­ທີ່­ສົງໄສ ແລະ­ສ້າງ­ຄວາມເຂົ້າໃຈໃໝ່ແລ້ວວ່າ ອັກ­ສອນ­ລາວ ມີການ­ສຶກ­ສາວ່າ ມາ­ຈາກ ­ອັກ­ສອນພຣາມ­ໝີ ເທວະ­ນາ­ຄິນ ແລະ­ມາ­ທາງ­ສາ­ສະໜານັ້ນ ເໝືອນກັບອັກສອນຊາດອື່ນ ອາດ­ບໍ່­ມີການກ່ຽວຂ້ອງ­ກັນ ເນື່ອງ ຈາກ­ອັກ­ສອນພຣາມ­ໝີ ເທວະ­ນາ­ຄິນ ຈົນ­ມາ­ຮອດ­ອັກ­ສອນ­ຂອມສະ­ໄໝຕ່າງໆ­ ຈົນໄປຮອດ­ອັກ­ສອນ­ອີນເດັຍ ນັ້ນ ບໍ່­ມີລັກສະ­ນະ­ພິເສດ ເໝືອນ­ກັບ­ອັກ­ສອນ­ລາວເລີຍ ມັນເປັນໄປໄດ້­ຢາກ ທີ່ເຮົາເຫັນວ່າອັກ­ສອນ­ປັນລະ­ ວະ­ທີ່­ທາງ­ນັກ­ອັກ­ສອນ­ສາດວ່າ ເປັນແມ່ແບ­ບ­ອັກ­ສອນ­ຂອມ ລາວ ໄທຍ໌­ ພະ­ມ້າ ແລະ­ປະ­ເທດຕ່າງໆ­ໃນ­ອາ­ຊີ ນີ້ ເນື່ອງ­ຈາກ­ອັກ­ສອນ­ປັນລະ­ວະ­ສະ­ໄໝຕ່າງໆ­ທີ່­ປາກົດ­ຕົວໃນ­ລາວປາກົດວ່າ “ມີອັກ­ສອນ­ຫຼາຍໂຕ ບໍ່­ມີຫົວ, ສ່ວນໃຫຍ່­ມີແຕ່­ລໍາ­ຕົວ ແລະ­ຫາງ ອັນ­ນັ້ນ­ມັນເປັນ­ສິ່ງ­ທີ່­ສາມາດ­ມອງເຫັນວ່າ ອັກ­ສອນ­ລາວສ່ວນໃຫຍ່ ບໍ່ໄດ້ແບບຢ່າງ­ ມາ­ຈາກ­ອັກ­ສອນເຫຼົ່ານີ້.
- ຍິ່ງໄປກວ່ານີ້ ອັກສອນລາວນັ້ນ ໄດ່ຜະສົມກັນ ເປັນຄຳ ເປັນປະໂຫຍກ ທັງ 4 ທິດ ຍັງບໍ່ແລ້ວທໍ່ນັ້ນ ທິດເບື້ອງເທິງຍັງຊ້ອນກັນອີກ ແຕ່ອັກສອນ ຂຸນຣາມຄຳແຫງ ທີ່ນັກອັກສອນສາດວ່າ ລາວໄດ້ແບບຢ່າງມາຈາກນັ້ນ ຍັງບໍ່ເໝືອນອັກສອນລາວເລີຍ

ສົມບັດທີ່ຢູ່ໃນພະທາດພນົມລ້ວນແຕ່ເປັນສີລະລາວ.

ສົມບັດທີ່ຢູ່ໃນພະທາດພນົມລ້ວນແຕ່ເປັນສີລະລາວ.
-====-
ໂດຍ: ພອຈ.ເນືອງພິລັກ ໂຊຕິທອນ
17 ເມສາ 2015

- ຕາມຫຼັກຖານໃນໜັງສືອຸຣັງຄະນິທານ ອຸຣັງຄະທາດນີ້ ສ້າງຂຶ້ນແຕ່ ພສ. 8 ຫຼັງຈາກພະພຸດທະເຈົ້າປະຣິນິພພານໄປແລ້ວ 8 ພັນສາ, ໂດຍມີພະມະຫາກັສປະເຖຣະ ພ້ອມດ້ວຍພະອໍຣະຫັນ 500 ອົງ ນຳພະບໍຣົມ ມະສາຣີຣິກະທາດ ອຸຣັງຕະທາດ (ກະດູກຫົວເອິກ) ຂອງພະພຸດທະເຈົ້າ ມາຍັງເມືອງສີໂຄຕະປຸຣະ ພະມະຫາກະສັດ ສີໂຄຕະປຸຣະ ຊົງໃຫ້ສ້າງອຸໂມງໄວ້ດອຍກັບ ປະຄີຣີຝັ່ງເວັນຕົກແມ່ນໍ້າຂະນະນະທີ(ຝັ່ງຕາເວັນຕົກ ແມ່ນໍ້າຂອງ)
- ໃນປະຫວັດພະພຸດທະສາດສະໜາ ຂອງຄຳ ຈຳປາແກ້ວມະນີ ກ່າວໄວ້ວ່າ ປີ ພສ. ໘ ພະມະຫາກັສປະ ພ້ອມດ້ວຍພະອໍຣະຫັນ 500 ອົງນຳເອົາອຸຣັງຄະທາດ ມາຍັງເມືອງສີໂຄຕະປຸຣະ (ສີໂຄດຕະບູນຫຼວງ) ອັນຕັ້ງຢູ່ປາກເຊບັ້ງໄຟກໍ້າໃຕ້ ໃນສະໄໝພະຍານັນທະເສນ ພະອົງຊົງຮັບສັ່ງໃຫ້ກໍອຸມຸງໄວ້ ດອຍກັບປະຄີຣີ ຝັ່ງແມ່ນໍ້າຂະນະທີ ກໍ້າຕາເວັນຕົກ ເມື່ອສ້າງເສັດແລ້ວ ກໍອັງເຊີນເຈົ້າເມືອງທັງ 5 ມາຮ່ວມສະຫຼອງ ອັນມີເຈົ້າເມືອງຕ່າງໆ ດັ່ງນີ້
1. ເມືອງໜອງຫານນ້ອຍ
2. ເມືອງໜອງຫານຫຼວງ
3. ເມືອງກຸລຸນທະ
4. ເມືອງຈຸລະນີພົມມະທັດ
5. ເມືອງອິນທະປັດ.
(ສອງຫຼັກຖານນັ້ນ ສະແດງໃຫ້ເຫັນວ່າ ເມືອງສີໂຄຕະປຸຣ ຫຼືສີໂຄຕະບູນຫຼວງ ຢູ່ຝັ່ງທ່າແຂກ-ສະຫວັນ ປີ 2008 ທາງລາວພົບມະຫາສົມບັດ ທີ່ບ້ານໜອງເຮືອທອງ ສະພາບບ້ານໜອງເຮືອທອງ ທີ່ຜູ້ຂຽນໄປເບິ່ງ ປີ 2010 ພົບກຳແພງເມືອງໃຫຍ່, ພົບໜອງຂຸດບູຮານ ຊົງສີ່ລ່ຽມ 4 ໜອງ ແລະໜອງເຮືອທອງ, ພົບເສົາຫີນສະໄໝສີໂຄດ-ຈັນທະບູຣີ ເໝືອນທີ່ບ້ານຣາຊະຄຶ ເມືອງທຸລະຄົມ, ພົບສີມາຫີນສະໄໝສີໂຄດ-ຈັນທະບູຣີ ສະໄໝດຽວກັບທວາຣວະດີ, ທີ່ທ່ານໍ້າ ເປັນພະລານຫີນ ມີຮອຍເສົາຝັງລົງຫີນ ລຽນກັນຫຼາຍຂຸມ, ໃນພື້ນດິນທີ່ເຊື່ອວ່າບໍລິເວນເມືອງ ພົບດິນຈີ່ ແລະເສດກະເບື້ອງໃນປ່າ ຈຶ່ງເຊື່ອວ່ານີ້ຄື ເມືອງສີໂຄຕະປຸລະ ຂອງພະຍານັນທະເສນ ຜູ້ຂຽນສ່ອງເບິ່ງໃນ Google Earth ເຫັນວ່າເມືອງດັ່ງກ່າວກົງກັບປາກເຊບັ້ງໄຟ ແລະກົງກັບວັດພະທາດພະນົມ)
- ຫັຼກຖານທາງບູຮານຄະດີ ພະທາດພະນົມ ແມ່ນສ້າງໃນພຸກທະສະຕະວັດທີ 12-14.
- ອົງພະທາດພະນົມ ມີການປູລະນະຫຼາຍຄັ້ງ ຫຼັກຖານທີ່ປາກົດ ຄືນັບແຕ່ສະໄໝພະເຈົ້າໂພທິສາລຣາຊ(ພະບິດາພະເຈົ້າໄຊຍະເຊດຖາທິຣາດ) ປະມານ ພສ. 2072-2103 ພະອົງຕາມປະຫວັດສາດພະອົງ ໄດ້ລົງມາປູລະນະອົງພະທາດພະນົມ ແລະພະທາດຫຼວງ, ເມື່ອປີ 2010 ມີການສ້ອມຖະໜົນເຊດຖາ ທາງກົມລະດົກ ໄດພ້ອມຫີນຫຼັກເມືອງ ທີ່ມີການບັນເປັນອັກສອນທຳ ລະບຸປີ ກົງກັບສະໄໝພະເຈົ້າໂພທິສາລະຣາຊ.
- ສະໄໝພະເຈົ້າໄຊເຊດ ລົງມາສະຖາປານາ ນະຄອນຈັນມະບູຣີ(ວຽງຈັນ) ເປັນນະຄອນຫຼວງ ຂອງອານາຈັກລ້ານຊ້າງສຳເລັດແລ້ວ ກໍໄປປູລະນະ ແລະໄຫວ້ພະທາດພະນົມ.
- ຈາກນັ້ນເປັນຕົ້ນມາ ພະທາດພະນົມ ໄດ້ຖືກອຸປະຖັມໂດຍກະສັດແຫ່ງລ້ານຊ້າງ ມາຕະຫຼອດ ການປູລະນະຄັ້ງໃຫຍ່ຄັ້ງໜຶ່ງ ໂດຍພະຄູໂພນສະເມັກ(ພະຄູຂີ້ຫອມ) ໃນປີ ພສ.2233-2235 ຈົນສິ້ນກະສັດແຫ່ງລ້ານຊ້າງວຽງຈັນ ໃນສະໄໝພະເຈົ້າອະນຸວົງ ຄສ. 1829, ຕໍ່ຈາກນັ້ນ ກໍຖືກອຸປະຖັມໂດຍ ເຈົ້າເມືອງເສືອສາຍລາວທີ່ປົກຄອງທ້ອງຖິ່ນດັ່ງກ່າວທັງສອງຟາກຝັ່ງ ຈົນມາຮອດສະໄໝທີ່ ດິນແດນລ້ານຊ້າງຝັ່ງຂວາ ໄດ້ຜະໜວກເຂົ້າ ເປັນສ່ວນໜຶ່ງຂອງສຍາມ ພະທາດພະນົມກໍໄດ້ຖືກອຸປະຖັມໂດຍປະຊາຊົນລາວ ແລະເຊື້ອສາຍລາວບົນສອງຟາກຝັ່ງ ເລື້ອຍມາຈົນເທົ່າບັດນີ້, ບຸນນະມັດສະການພະທາດພະນົມທຸກໆປີ ຊາວທ່າແຂກ ແລະຖືວ່າມີສ່ວນເປັນເຈົ້າພາບ, ກ່າວກັນວ່າ ຮອດເດືອນສາມເພັງປີໃດ ຊາວຮູເຊ ແລະປາກເຊບັ້ງໄຟ ຕ້ອງໄດ້ໄປຮ່ວມເປີດງານ ບໍ່ດັ່ງນັ້ນງານພະທາດພະນົມ ຈະຕ້ອງຫຍຸ້ງຍາກ ເຖິງແມ່ນວ່າຍາມໄປມາຫາສູ່ກັນຍາກ ຊາວລາວກໍຕ້ອງໄດ້ໄປຮ່ວມງານ, ຖືວ່າສືບຮອຍຕາ ວາຮອຍປູ່ຕາມປະເພນີ ແຕ່ບູຮານະການ.
ຄຳວ່າ ພະທາດພນົມ ຕາມຄວາມໝາຍຊອງໄທຍ໌ ແມ່ນຖືຕາມການຕັ້ງຊື່ຈັງຫວັດ ວ່າທາດພນົມ ຄຳວ່າພະນົມ ແມ່ນຕັ້ງຕາມພູມີປະເທດ ທີ່ເຕັມໄປດ້ວຍພູເຂົາ ພູເຂົາໃນພາສາຂະເໝນວ່າ ພນົມ,ແຕ່ຜູ້ຂຽນເຫັນໃນໜັງບູຮານ ວ່າທາດປະນົມ ຄຳວ່າປະນົມໃນພາສາລາວບູຮານ ຄືການນົບໄຫວ້.
- ພະທາດພະນົມອົງເດີມເປັນສີລະປະລ້ານ ຊ້າງສົມບູນ ຈົນມາຮອດປີ 2483 ກົມສີລະປະກອນໄທຍ໌ ໂດຍຫຼວງວິຈິດວາທະການ ລັດຖະມົນຕີ ແລະທິບໍດີ ກົມສີລະປາກອນ ໄດ້ທຳການບູລະນະ ແລະຍອດພະທາດຂຶ້ນ 10 ແມັດ ແລະຍອດເສດຕະສັດທອງຄຳແທນເສດຕະສັດທອງຄຳເກົ່າ
- ປູລະນະຄັ້ງສຸດທ້າຍ ແລະຖືວ່າເປັນຄັ້ງໃຫຍ່ໂດຍລັດຖະບານໄທຍ໌ ແຕ່ເດືອນພືດສະພາ ພສ.2519-ຮອດມີນາປີ ພສ. 2522 ເນື່ອງຈາກພະທາດພະນົມລົ້ມລົງ ໃນວັນທີ 11 ສິງຫາ ພສ. 2518, ການປູລະນະພະທາດພະນົມຄັ້ງນີ້ ພະທາດພະນົມໄດ້ປ່ຽນຮູບຊົງຈາກເດີມໄປຫຼວງຫຼາຍທັງສີລະ ຮູບຊົງ ແລະຄວາມສູງ.
- ພະທາດພະນົມລົ້ມ ໃນ ພສ. 2518 ນັ້ນທາງການໄທຍ໌ ພົບສົມບັດໃນພະທາດ ທີ່ມີສີລະປະລ້ານຊ້າງ ທັງຜະອົບ ແລະພະສາຣີຣີກະທາດ 8 ອົງ ຢູ່ໃນພະອົບທອງຄຳ ປະດັບເພັດນິນຈິນດາຕ່າງໆ.









ອັກສອນລາວທີ່ປາກົດໃນສີລາຈາຣືກວັດວິຊຸນ

ອັກສອນລາວທີ່ປາກົດໃນສີລາຈາຣືກວັດວິຊຸນ(ຖອດທຽບໂດຍ ພອຈ.ເນືອງພິລັກ ໂຊຕິທອນ)
18 ມີນາ 2025
------==-----

- ໃນສີລາຈາຣືກ ວັດວິຊຸນ(ປັດຈຸບັນປະດິດສະຖານຢູ່ຫໍພິພິທະພັນພະຣາຊະວັງ) ອັກສອນທີ່ປາກົດ 97 ໂຕ ແບ່ງເປັນພະຍັນຊະນະ 64 ຮູບ ສະຫຼະ 29 ຮູບ ໂຕເລກ 4 ໂຕ, ອັກສອນທີ່ປາກົດມີ ກ, ຂ, ຄ, ງ, ຈ, ສ, ຍ, ຕ, ນ, ບ, ຜ, ພ, ຍ, ລ, ວ, ຫ, ອ, ຮ, ໜ, xຽ, xຼ, (ດ ເຟື້ອງ), xູ, ໄx, ໃx.
- ຮູບອັກສອນ ທີ່ປາກົດ ທັງ 97 ຮູບນັ້ນ ແບ່ງເປັນພະຍັນຊະນະ, ພະຍັນຊະນະເຟື້ອງ, ສະຫຼະ ແລະຕົວເລກ ເຊິ່ງແຍກໄດ້ເປັນດັ່ງນີ້
ຮູບອັກສອນ
* ພະຍັນຊະນະ
- ກ 5 ໂຕ.
- ຂ 2 ໂຕ.
- ຄ 1 ໂຕ.
- ງ 2 ໂຕ.
- ຈ 5 ໂຕ.
- ຍ 2 ໂຕ.
- ຕ 4 ໂຕ.
- ນ 11 ໂຕ.
- ບ 1 ໂຕ.
- ປ 1 ໂຕ.
- ຜ 1 ໂຕ.
- ພ 2 ໂຕ.
- ມ 1 ໂຕ.
- ຍ 2 ໂຕ.
- ຢ 1 ໂຕ.
- ວ 2 ໂຕ.
- ລ 2 ໂຕ.
- ຫ 2 ໂຕ.
- ອ 4 ໂຕ.
- ຮ 4 ໂຕ.(ອັກສອນ ຮ-ຣ ມີຮູບຄ້າຍກັນ)
- ຽ (ຍໍເຟື້ອ) 1 ໂຕ.
- xຼ(ລໍເຟື້ອງ) 1 ໂຕ.
- ດ ເຟື້ອງ 1 ໂຕ.
* ສະຫຼະ
- xາ 11 ໂຕ.
- xີ 2 ໂຕ.
- xູ 3 ໂຕ.
- ເx 3 ໂຕ.
- ແx 3 ໂຕ
- xັ 3 ໂຕ.
- ໄx 2 ໂຕ.
- ໃx 1 ໂຕ.
- ໂx 1 ໂຕ.
* ເລກ
- 2, 3, 4, 5(ໂຕເລກ 4 ໂຕ)
- ອັກສອນເຫຼົ່ານີ້ ມີຄວາມເໝືອນກັບ ອັກສອນລາວ ໃນສະໄໝ ຕໍ່ມາທີ່ປາກົດໃນສີລາຈາຣືກຫຼັກຕ່າງໆ ທີ່ມີອາຍຸນ້ອຍກວ່າ, ຖືວ່າອັກສອນໃນຫຼັກສີລາ ຈາກຣືກຫຼັກນີ້ ເປັນຕົ້ນແບບຂອງ ອັກສອນລາວທັງໝົດ ອາດກ່າວໄດ້ວ່າເປັນຕົ້ນແບບຂອງອັກສອນ ສຸໂຂໄທ ທີ່ປາກົດໃນສີລາຈາຣືກສຸໂຂໄທ ຫຼັກທີ 1 ທີ່ຮູ້ກັນໃນນາມອັກສອນຂຸນ ຣາມຄຳແຫງ ກໍເປັນໄດ້, ເຖິງວ່າອັກສອນຫຼາຍໂຕ ຂອງຂຸນຣາມຄຳ ແຫງຈະມີຄວາມຕ່າງຫຼາຍກໍຕາມ ແຕ່ກໍຖືວ່າເປັນອັກສອນຕະກູນດຽວກັນ, ອີກຢ່າງໜຶ່ງ ການຜະສົມອັກສອນ ຫຼືອັກຂະຫຼະວິທີ ຂອງຂຸນຣາມຄຳແຫງ ຈະຕ່າງຈາກການຜະສົມອັກສອນລາວທັງປວງກໍຕາມ, ແຕ່ວ່າອັກສອນໃນສີລາຈາຣືກສຸໂຂໄທ ໃນໄລຍະຕໍ່ມາ ຄື ສະໄໝພະຍາລິໄທ ສະໄໝພະຍາເລີໄທ ກັບມີຄວາມເໝືຶອນກັບອັກສອນລາວໃນສີລາຈາຣືກ ວັດວິຊຸນ ທັງຮູບອັກສອນ ແລະການຜະສົມອັກສອນ(ອັກຂະຫຼະວິທີ)
- ອັກສອນລາວໃນສີລາຈຣືກວັດວິຊຸນ (ຫຼວງພະບາງ) ຕາມຫຼັກຖານຕົວເລກທີ່ປາກົດ ຄື ຈຸລສັງກຼາດ 532 (ກົງກັບ ຄສ. 1171) ປັດຈຸບັນ ປີ 2015, ລວມອາຍຸໄດ້ 844 ປີ, ມີອາຍຸເກົ່າແກ່ກວ່າອັກສອນຂຸນຣາມຄຳແຫງ ໃນສີລາຈາຣືກສຸໂຂໄທຫັຼກທີ 1 ນັ້ນ 113 ປີ.
 ອັກສອນລາວທີ່ປາກົດໃນສີລາຈາຣືກວັດວິຊຸນ

ອານາຈັກລ້ານຊ້າງ ສະໄໝພະຍາລັງທິຣາຊ ມີອັກສອນໃຊ້ແລ້ວ.

ອານາຈັກລ້ານຊ້າງ ສະໄໝພະຍາລັງທິຣາຊ ມີອັກສອນໃຊ້ແລ້ວ.
(ໂດຍ: ພອຈ. ເນືອງພິລັກ ໂຊຕິທອນ 19 ມີນາ 2015)
-----===-----

- ອານາຈັກລ້ານຊ້າງ ເປັນອານາຈັກຂອງຄົນ ລາວ, ປະຖົມບໍຣົມກະສັດຂອງລາວນັ້ນ ປະຫວັດສາດລາວ ກຳ
ນົດແຕ່ຂຸນບູຣົມຣາຊາ ທິຣາດ ຄ.ສ 757, ຂຸນບູຣົມຣາຊາທິຣາດ ຄອງຣາດຢູ່ນານ້ອຍອ້ອຍໜູ ນັກປະຫວັດສາດ ກຳນົດວ່າ ມີອານາເຂດຢູ່ສິບສອງຈຸໄຕ(ໄທ), ຂຸນບູຣົມຣາຊາທິຣາຊ ມີບຸດ 7 ອົງ ໄດ້ສົ່ງບຸດຂອງພະອົງໄປຄອງຣາຊທີ່ເມືອງຕ່າງໆ 7 ຫົວເມືຶອງ ລູກກົກ ຊື່ວ່າຂຸນລໍ ໃຫ້ຄອງເມືອງຊວາ ປ່ຽນນາມເມືອງເປັນ ຊຽງດົງ ຊຽງທອງມາຕາມລຳດັບ.
- ຊຸນລໍ ຈຶ່ງເປັນຕົ້ນກະສັດຂອງອານາຈັກລ້ານ ຊ້າງ ຈາກຂຸນລໍ ມີກະສັດປົກຄອງເມືອງຊວາ 22 ພະອົງ 16 ຂຸນ 5 ທ້າວ ຈົນມາຮອດກະສັດ ອົງທີ 23 ສະໄໝພະຍາລັງທິຣາຊ ປີ ຄສ.1271 ອານາຈັກລ້ານຊ້າງ ມີນະຄອນຫຼວງ ນາມວ່າ ຊຽງທອງ.
- ຈາກສະໄໝພະຍາລັງທິຣາຊ ມາເຖິງສະໄໝພະເຈົ້າຟ້າງຸ່ມມະຫາຣາຊ ເຊິ່ງເປັນກະສັດຜູ້ທ້ອນໂຮມ ອານາຈັກລ້ານຊ້າງ ໃຫ້ກວ້າງໃຫຍ່ ໃນປີ ຄສ. 1353 ມີກະສັດປົກຄອງນະຄອນຊຽງທອງ 4 ພະອົງ 4 ພະອົງ ລວມ 82 ປີ.
- ຕະຫຼອດໄລຍະ 82 ປີ ໂດຍເລີ່ມຈາກພະຍາລັງທິຣາດມາຮອດສະໄໝ ເຈົ້າຟ້າຄຳຮຽວ ຕໍ່ໃສ່ສະໄໝພະເຈົ້າຟ້າງຸ່ມມະຫາຣາຊນັ້ນ ເຮົາເຊື່ອວ່າ ອານາຈັກລ້ານຊ້າງມີອັກສອນ ລາວໃຊ້ແລ້ວ ໂດຍເຮົາພົບຫຼັກຖານອັກສອນລາວ 2 ຫຼັກ ຄື:
1. ສີລາຈາຣືກ ອັກສອນລາວ ວັດວິຊຸນ ປີ ຈສ. 532 (ຄສ. 1171).
2. ສີລາຈາຣືກ ອັກສອນລາວ ພະທາດຮ້າງ ບ້ານແຮ່ ສາກົນນະຄອນ ຈສ. 712 (ຄສ.1350)
- ຈາກຫຼັກຖານອັກສອນລາວ ໃນສີລາຈາຣືກ 2 ຫຼັກນີ້ ໄດ້ກວາມເອົາສະໄໝ ການຂຶ້ນຄອງຣາຊ ຂອງກະສັດທັງ 4 ພະອົງໃນພະນະຄອນຊຽງທອງ, ແລະກ່ອນສະໄໝພະຍາລັງທິຣາຊໄປອີກ 100 ປີ, ເຮັດໃຫ້ເຮົາເຫັນພັດທະນາການຂອງ ອັກສອນລາວໄດ້ຢ່າງເປັນຮູປະທຳ.
- ຫຼັກສີລາຈາຣືກ ວັດວິຊຸນນັ້ນກຳເນີດຂຶ້ນໃນປີ ຈຸລະສັງກາດ 532 ຄສ. 1171 ຄືເກີດກ່ອນ ການຂຶ້ນຄອງຣາຊ ໃນນະຄອນຊຽງທອງຂອງ ພະຍາລັງທິຣາຊ ໃນປີ ຄສ. 1217 ຄືເວລາ 100 ປີເຕັມ.
- ຫາກເປັນເຊັ່ນນັ້ນ ອັກສອນລາວໃນສີລາຈາ ຣືກວັດວິຊຸນນັ້ນ ມີລັກສະນະສົມບູນສົມຄວນ ກວ່າຈະສົມບູນດັ່ງນັ້ນ ກໍໃຊ້ເວລາພັດທະນາ ມາຢ່າງຍາວນານ ກ່ອນຈະມາເຖິງການບັນທຶກ ຫຼັກສີລານັ້ນ ແລະອັກສອນນີ້ແນ່ນອນ ຕ້ອງໄດ້ ສືບທອດຈາກກະສັດ ແລະປະຊາຊົນລາວ ເລື້ອຍມາຈົນເຖິງສະໄໝພະຍາລັງທິຣາຊ ແລະກໍສືບຕໍ່ມາຈົນຮອດສະໄໝພະເຈົ້າ ຟ້າງຸ່ມ ມະຫາຣາຊ ທ້ອນໂຮມອານາຈັກລ້ານຊ້າງ ເພາະເຮົາພົບຫຼັກສີລາຈາຣືກພາສາລາວ ສະໜັບສະໜູນ ຫຼັກທີ 2 ອີກຫຼັກ 1 ຄື ສີລາຈາຣືກ ພະທາດຮ້າງ ບ້ານແຮ່ ສາກົນນະຄອນ ຈສ. 712 ຄສ. 1350 ຄືກ່ອນພະເຈົ້າຟ້າງຸ່ມຂຶ້ນຄອງຣາຊ ພຽງ 3 ປີ.
- ລວມໄລຍະເລລາ ຈາກສີລາຈາຣືກອັກສອນລາວ ວັດວິຊຸນ 1171 ເຖິງສີລາຈາຣືກອັກສອນລາວ ພະທາດຮ້າງ ບ້ານແຮ່ ສາກົນຍະຄອນ 1350 ລວມອາຍຸ 179 ປີ.

ສີລາຈາລືກອັກສອນລາວ ວັດວິຊຸນ ຈສ.532(ຄສ.1171)
 ສີລາຈາລືກອັກສອນລາວ ພະທາດຮ້າງ ບ້ານແຮ່ ສາກົນນະຄອນ (ຄສ.1350)