19 March 2015

ສົມບັດທີ່ຢູ່ໃນພະທາດພນົມລ້ວນແຕ່ເປັນສີລະລາວ.

ສົມບັດທີ່ຢູ່ໃນພະທາດພນົມລ້ວນແຕ່ເປັນສີລະລາວ.
-====-
ໂດຍ: ພອຈ.ເນືອງພິລັກ ໂຊຕິທອນ
17 ເມສາ 2015

- ຕາມຫຼັກຖານໃນໜັງສືອຸຣັງຄະນິທານ ອຸຣັງຄະທາດນີ້ ສ້າງຂຶ້ນແຕ່ ພສ. 8 ຫຼັງຈາກພະພຸດທະເຈົ້າປະຣິນິພພານໄປແລ້ວ 8 ພັນສາ, ໂດຍມີພະມະຫາກັສປະເຖຣະ ພ້ອມດ້ວຍພະອໍຣະຫັນ 500 ອົງ ນຳພະບໍຣົມ ມະສາຣີຣິກະທາດ ອຸຣັງຕະທາດ (ກະດູກຫົວເອິກ) ຂອງພະພຸດທະເຈົ້າ ມາຍັງເມືອງສີໂຄຕະປຸຣະ ພະມະຫາກະສັດ ສີໂຄຕະປຸຣະ ຊົງໃຫ້ສ້າງອຸໂມງໄວ້ດອຍກັບ ປະຄີຣີຝັ່ງເວັນຕົກແມ່ນໍ້າຂະນະນະທີ(ຝັ່ງຕາເວັນຕົກ ແມ່ນໍ້າຂອງ)
- ໃນປະຫວັດພະພຸດທະສາດສະໜາ ຂອງຄຳ ຈຳປາແກ້ວມະນີ ກ່າວໄວ້ວ່າ ປີ ພສ. ໘ ພະມະຫາກັສປະ ພ້ອມດ້ວຍພະອໍຣະຫັນ 500 ອົງນຳເອົາອຸຣັງຄະທາດ ມາຍັງເມືອງສີໂຄຕະປຸຣະ (ສີໂຄດຕະບູນຫຼວງ) ອັນຕັ້ງຢູ່ປາກເຊບັ້ງໄຟກໍ້າໃຕ້ ໃນສະໄໝພະຍານັນທະເສນ ພະອົງຊົງຮັບສັ່ງໃຫ້ກໍອຸມຸງໄວ້ ດອຍກັບປະຄີຣີ ຝັ່ງແມ່ນໍ້າຂະນະທີ ກໍ້າຕາເວັນຕົກ ເມື່ອສ້າງເສັດແລ້ວ ກໍອັງເຊີນເຈົ້າເມືອງທັງ 5 ມາຮ່ວມສະຫຼອງ ອັນມີເຈົ້າເມືອງຕ່າງໆ ດັ່ງນີ້
1. ເມືອງໜອງຫານນ້ອຍ
2. ເມືອງໜອງຫານຫຼວງ
3. ເມືອງກຸລຸນທະ
4. ເມືອງຈຸລະນີພົມມະທັດ
5. ເມືອງອິນທະປັດ.
(ສອງຫຼັກຖານນັ້ນ ສະແດງໃຫ້ເຫັນວ່າ ເມືອງສີໂຄຕະປຸຣ ຫຼືສີໂຄຕະບູນຫຼວງ ຢູ່ຝັ່ງທ່າແຂກ-ສະຫວັນ ປີ 2008 ທາງລາວພົບມະຫາສົມບັດ ທີ່ບ້ານໜອງເຮືອທອງ ສະພາບບ້ານໜອງເຮືອທອງ ທີ່ຜູ້ຂຽນໄປເບິ່ງ ປີ 2010 ພົບກຳແພງເມືອງໃຫຍ່, ພົບໜອງຂຸດບູຮານ ຊົງສີ່ລ່ຽມ 4 ໜອງ ແລະໜອງເຮືອທອງ, ພົບເສົາຫີນສະໄໝສີໂຄດ-ຈັນທະບູຣີ ເໝືອນທີ່ບ້ານຣາຊະຄຶ ເມືອງທຸລະຄົມ, ພົບສີມາຫີນສະໄໝສີໂຄດ-ຈັນທະບູຣີ ສະໄໝດຽວກັບທວາຣວະດີ, ທີ່ທ່ານໍ້າ ເປັນພະລານຫີນ ມີຮອຍເສົາຝັງລົງຫີນ ລຽນກັນຫຼາຍຂຸມ, ໃນພື້ນດິນທີ່ເຊື່ອວ່າບໍລິເວນເມືອງ ພົບດິນຈີ່ ແລະເສດກະເບື້ອງໃນປ່າ ຈຶ່ງເຊື່ອວ່ານີ້ຄື ເມືອງສີໂຄຕະປຸລະ ຂອງພະຍານັນທະເສນ ຜູ້ຂຽນສ່ອງເບິ່ງໃນ Google Earth ເຫັນວ່າເມືອງດັ່ງກ່າວກົງກັບປາກເຊບັ້ງໄຟ ແລະກົງກັບວັດພະທາດພະນົມ)
- ຫັຼກຖານທາງບູຮານຄະດີ ພະທາດພະນົມ ແມ່ນສ້າງໃນພຸກທະສະຕະວັດທີ 12-14.
- ອົງພະທາດພະນົມ ມີການປູລະນະຫຼາຍຄັ້ງ ຫຼັກຖານທີ່ປາກົດ ຄືນັບແຕ່ສະໄໝພະເຈົ້າໂພທິສາລຣາຊ(ພະບິດາພະເຈົ້າໄຊຍະເຊດຖາທິຣາດ) ປະມານ ພສ. 2072-2103 ພະອົງຕາມປະຫວັດສາດພະອົງ ໄດ້ລົງມາປູລະນະອົງພະທາດພະນົມ ແລະພະທາດຫຼວງ, ເມື່ອປີ 2010 ມີການສ້ອມຖະໜົນເຊດຖາ ທາງກົມລະດົກ ໄດພ້ອມຫີນຫຼັກເມືອງ ທີ່ມີການບັນເປັນອັກສອນທຳ ລະບຸປີ ກົງກັບສະໄໝພະເຈົ້າໂພທິສາລະຣາຊ.
- ສະໄໝພະເຈົ້າໄຊເຊດ ລົງມາສະຖາປານາ ນະຄອນຈັນມະບູຣີ(ວຽງຈັນ) ເປັນນະຄອນຫຼວງ ຂອງອານາຈັກລ້ານຊ້າງສຳເລັດແລ້ວ ກໍໄປປູລະນະ ແລະໄຫວ້ພະທາດພະນົມ.
- ຈາກນັ້ນເປັນຕົ້ນມາ ພະທາດພະນົມ ໄດ້ຖືກອຸປະຖັມໂດຍກະສັດແຫ່ງລ້ານຊ້າງ ມາຕະຫຼອດ ການປູລະນະຄັ້ງໃຫຍ່ຄັ້ງໜຶ່ງ ໂດຍພະຄູໂພນສະເມັກ(ພະຄູຂີ້ຫອມ) ໃນປີ ພສ.2233-2235 ຈົນສິ້ນກະສັດແຫ່ງລ້ານຊ້າງວຽງຈັນ ໃນສະໄໝພະເຈົ້າອະນຸວົງ ຄສ. 1829, ຕໍ່ຈາກນັ້ນ ກໍຖືກອຸປະຖັມໂດຍ ເຈົ້າເມືອງເສືອສາຍລາວທີ່ປົກຄອງທ້ອງຖິ່ນດັ່ງກ່າວທັງສອງຟາກຝັ່ງ ຈົນມາຮອດສະໄໝທີ່ ດິນແດນລ້ານຊ້າງຝັ່ງຂວາ ໄດ້ຜະໜວກເຂົ້າ ເປັນສ່ວນໜຶ່ງຂອງສຍາມ ພະທາດພະນົມກໍໄດ້ຖືກອຸປະຖັມໂດຍປະຊາຊົນລາວ ແລະເຊື້ອສາຍລາວບົນສອງຟາກຝັ່ງ ເລື້ອຍມາຈົນເທົ່າບັດນີ້, ບຸນນະມັດສະການພະທາດພະນົມທຸກໆປີ ຊາວທ່າແຂກ ແລະຖືວ່າມີສ່ວນເປັນເຈົ້າພາບ, ກ່າວກັນວ່າ ຮອດເດືອນສາມເພັງປີໃດ ຊາວຮູເຊ ແລະປາກເຊບັ້ງໄຟ ຕ້ອງໄດ້ໄປຮ່ວມເປີດງານ ບໍ່ດັ່ງນັ້ນງານພະທາດພະນົມ ຈະຕ້ອງຫຍຸ້ງຍາກ ເຖິງແມ່ນວ່າຍາມໄປມາຫາສູ່ກັນຍາກ ຊາວລາວກໍຕ້ອງໄດ້ໄປຮ່ວມງານ, ຖືວ່າສືບຮອຍຕາ ວາຮອຍປູ່ຕາມປະເພນີ ແຕ່ບູຮານະການ.
ຄຳວ່າ ພະທາດພນົມ ຕາມຄວາມໝາຍຊອງໄທຍ໌ ແມ່ນຖືຕາມການຕັ້ງຊື່ຈັງຫວັດ ວ່າທາດພນົມ ຄຳວ່າພະນົມ ແມ່ນຕັ້ງຕາມພູມີປະເທດ ທີ່ເຕັມໄປດ້ວຍພູເຂົາ ພູເຂົາໃນພາສາຂະເໝນວ່າ ພນົມ,ແຕ່ຜູ້ຂຽນເຫັນໃນໜັງບູຮານ ວ່າທາດປະນົມ ຄຳວ່າປະນົມໃນພາສາລາວບູຮານ ຄືການນົບໄຫວ້.
- ພະທາດພະນົມອົງເດີມເປັນສີລະປະລ້ານ ຊ້າງສົມບູນ ຈົນມາຮອດປີ 2483 ກົມສີລະປະກອນໄທຍ໌ ໂດຍຫຼວງວິຈິດວາທະການ ລັດຖະມົນຕີ ແລະທິບໍດີ ກົມສີລະປາກອນ ໄດ້ທຳການບູລະນະ ແລະຍອດພະທາດຂຶ້ນ 10 ແມັດ ແລະຍອດເສດຕະສັດທອງຄຳແທນເສດຕະສັດທອງຄຳເກົ່າ
- ປູລະນະຄັ້ງສຸດທ້າຍ ແລະຖືວ່າເປັນຄັ້ງໃຫຍ່ໂດຍລັດຖະບານໄທຍ໌ ແຕ່ເດືອນພືດສະພາ ພສ.2519-ຮອດມີນາປີ ພສ. 2522 ເນື່ອງຈາກພະທາດພະນົມລົ້ມລົງ ໃນວັນທີ 11 ສິງຫາ ພສ. 2518, ການປູລະນະພະທາດພະນົມຄັ້ງນີ້ ພະທາດພະນົມໄດ້ປ່ຽນຮູບຊົງຈາກເດີມໄປຫຼວງຫຼາຍທັງສີລະ ຮູບຊົງ ແລະຄວາມສູງ.
- ພະທາດພະນົມລົ້ມ ໃນ ພສ. 2518 ນັ້ນທາງການໄທຍ໌ ພົບສົມບັດໃນພະທາດ ທີ່ມີສີລະປະລ້ານຊ້າງ ທັງຜະອົບ ແລະພະສາຣີຣີກະທາດ 8 ອົງ ຢູ່ໃນພະອົບທອງຄຳ ປະດັບເພັດນິນຈິນດາຕ່າງໆ.









No comments:

Post a Comment