09 June 2011

ຂັນຫ້າສ້າງຊາດ

- ທາດສີ່ຕັ້ງປະກອບເຂົ້າ ກາຍເປັນຮູບທີ່ເຮົາເຫັນ
ທາດສີ່ໂຮມປະສົມກັນ ຈຶ່ງເກີດເປັນກາຍກົມກ້ຽງ
ຄົນໃດທາດສີ່ອົງປະສົມຕັ້ງ ອຸຕຸດີກ່ອນກຳເນີດ
ເກີດຂຶ້ນມາກາຍກໍອ່ອນຊ້ອຍ ງາມລະຫ້ອຍປານອິນແຕ້ມແຕ່ງມາພຸ້ນແລ້ວ

- ທາດສີ່ຈະງາມດີເລີດລົ້ນ ປະສົມສ່ວນຄວນສຶກສາ
ບິດາ-ມາດາກາຍອຸດົມ ຫຼາກອາຫານພຽງພ້ອມ
ກັບທັງອຸຕຸໃຫ້ ອຸນະຫະພູມຄົງທີ່
ຈິດແມ່ຕັ້ງຕໍ່ເຕົ້າ ສຸກລໍ້າລູກກໍງາມ ແທ້ແລ

- ໝາຍວ່າລູກເລີ່ມຕັ້ງ ສະຖິດຢູ່ໃນຄັນ
ສຸຂານາໄມຄົບ ສະອາດດີປີດາດ້ວຍ
ສຸຂະຈິຕຕານາໄມພ້ອມ ທັງບິດາພໍ່ແມ່
ລູກກໍດີເລີດລົ້ນ ສົມບູນພ້ອມຄົບອາການ

- ນອກຈາກທາດສີແລ້ວ ຍັງມີໝວດປັນຈະຂັນ
ທາດສີ່ພຽງພໍຄົບ ຕື່ມຂັນທັງຫ້າ
ເວທະນາຂັນພ້ອມ ສັນຍາຂັນສະຖິດແທບ
ສັງຂານຂັນປະກອບເຂົ້າ ວິນຍານເຝົ້າຮ່ວມພະລັງ

- ເຂົາຮຽກວ່າຈິຕເຈຕຕັ້ງ ເປັນເຈົ້າແຫ່ງສາກົນກາຍ
ຈິຕກໍເຂົ້າມາເປັນນາຍ ຄອບຄອງຂັນຫ້າ
ມານໍາພາຈິຕນ້ອມ ກຳກັບກາຍທໍາອັນຊອບ
ປະກອບຄຸມສັ່ງໃຊ້ ບັນຊາຊີ້ໃຫ້ເຮັດຕາມ (ກັມ)

- ຄັນກາຍພຽບພ້ອມແລ້ວ ກໍ່ກຳເນີດສົມບູນ
ບິດາ-ມາດາບໍຣິສູດ ລູກຢູ່ຄັນກໍບໍຣິສຸດດ້ວຍ
ຄັນວ່າກາຍບໍຣິສຸດແລ້ວ ຈິຕອຸບັຕກໍປະເສີດ
ຈິຕປະເສີດກໍເຂົ້າ ມາເປັນເຈົ້າແຫ່ງກາຍ

- ໃຜຜູ້ຄິຕຢາກໄດ້ ລູກປະເສີດຈົ່ງທໍາຕາມ
ສ້າງຕົນໃຫ້ເປັນຄົນງາມ ຕາມກຸສົນໃຫ້ມີພ້ອມ
ທານັງນັ້ນ ເສັຍສະຫຼະຈານແບ່ງ
ສີລານັງສິ່ງນີ້ ຄວນມີເພີ່ມໃຫ້ພອກພູນ

- ຍັງບໍ່ພຽງເທົ່ານັ້ນ ໃຫ້ທໍາສ່ວນ ພາວະນາ
ໝາຍວ່າຄວນມີທັມ ປະຈຳໃຈໃຫ້ພຽງພ້ອມ
ຈຶ່ງຈະສົມໝາຍມຸ້ງ ສ້າງມູນມັງດີໄວ້ກັບຊາດ
ມໍຣະດົກສິ່ງນີ້ ຄວນສ້າງໃຫ້ເກີດມີ

- ໃຜຜູ້ຮັກຊາດແທ້ ໃຫ້ສ້າງຊາດຕາມທັມມະ
ສ້າງຄອບຄົວຄອບຄອງທັມ ໃຫ້ເປັນບຸນຄຸນແທ້
ສ້າງບຸດຕາຕົນນັ້ນ ໃຫ້ສົມບູນປະກອບສ່ວນ
ຄັນສ້າງຕົນໃຫ້ຖືກຕ້ອງ ສ້າງຄອບຄົວໃຫ້ເດັ່ນແຈ້ງ ຕົວຕາຍສ້ຽງຊາດບໍ່ສູນ ແທ້ນາ

laohunman.blogspot.com/2011/06/blog-post_8962.html

ຄຳໄຫວ້ທາດພອນສະຫວັນ ວັດທົ່ງປົ່ງ(ທາດຖລົ່ມ)

ສາຍເຊລຳເພົາ
(ຄັດຈາກທ້າຍໜັງສືປະຫວັດ ພຣະພຸດທະບາດພອນສະຫວັນ)
------------
- ວັນທາມິ ພຸດທັງ ພະວະປາຣະຕິນນັງ ຕິໂລກະເກຕຸງ ຕິພະເວກະນາຖັງ ໂຍ ໂລກະເສຕໂຖ ສະກະລັງ ກິເລສັງ ເສຕະວະານະ ໂພເທສິ ຊະນັງ ອະນັນຕັງ ຍັງ ນັມມະທາຍະ ນະທິຍາ ປຸຣິເນ ຈະຕະເຣ ຍັງ ສັຈຈະພັນທະຄິຣິເກ ສຸມະນາຈະ ລັຄເຄ ຍັງ ຕັຕຖະ ໂຍນະກະປຸເຣ ມຸນິໂນ ຈະປາທັງ ຕັງ ປະທະ ລັນຊະນະມະຫັງ ສີຣະສານະມາມິ.
- ສຸວັນນະມາຣິເກ ສຸວັນນະປັພພເຕ ສຸມະນະກູເຕ ໂຍນະກະປຸເຣ ນັມມະທາຍະ ນະທິຍາ ປັນຈະ ປາທະວະຣັງ ຖານັງ ອະຫັງ ວັນທາມິ ທູຣະໂຕ (ອະຫັງ ວັນທາມິ ທາຕຸໂຍ ອະຫັງວັນທາມິ ສັບພະໂສ ອະຫັງວັນທາມິ ສັພພະທາ).

08 June 2011

ທາດພອນສະຫວັນ ວັດທົ່ງປົ່ງຖລົ່ມ


(ຮູບທາດພອນສະຫວັນ ຖ່າຍຕອນສ້າງສໍາເຣັດໃໝ່ໆໆ ພຣະອາຈານມະຫາສະເຫວດ ສີສຸວົງ(ໄຊຍະເພັດ) ຖ່ານຮູບໜ້າທາດ)

(ໜັງສືການປະຫວັດການສ້າງວັດ, ປະຫວັດຜູ້ສ້າງວັດ, ສ້າງທາດ, ການພົບ ແລະໄດ້ມາເຊິ່ງພຣະບາດ ທີ່ວັດພອນສະຫວັນທົ່ງປົ່ງ-ປຶ້ມນີ້ເປັນສົມບັດຂອງຜູ້ຂຽນເອງ))



໑. ຄວາມເປັນມາໂດຍສັງເຂປຂອງທາດ.
ກ. ວາງສີລາຮືກ
- ວັນທີ ໒໕ ມິນາ ພ.ສ ໒໕໑໐ (ກົງກັບວັນເສົາ ຂຶ້ນ ໑໕ ຄໍ່າ ເດືອນ ໔ ປິມະແມ, ວາງເວລາ ໑໐ ໂມງ ໒໐ ນາທີ, ຜູ້ວາງແມ່ນ ຂ.ພ. ໓ ບຸນຄົງ ປະດີຈິຕ ເຊິ່ງຂະນະນັ້ນ ເປັນອະທິບໍດີກົມຕໍາຫຼວດ ໃນຖານະຜູ້ອຸປະຖັມວັດທົ່ງປົ່ງ.
- ຫຼັງຈາກນັ້ນກໍໄດ້ລົງມີຂຸດຂຸມ ເພື່ອວາງຖານ ໃນວັນທີ ໑໕ ເດືອນ ໘ ພ.ສ ໒໕໑໐ ກົງກັບວັນພະຫັດ ເດືອນ ໗ ຂຶ້ນ ໘ ຄໍ່າ ປີດຽວກັນ.
- ໄດ້ລົງມືກໍ່ຂຶ້ນ ໑໓ ຄໍ່າ ເດືອນ ໗ ຂອງປີດຽວກັນ (ຢູ່ໃນປະຫວັດບໍ່ໄດ້ລົງວັນທີໄວ້ ລົງແຕ່ຄໍ່າກັບເດືອນ ເມື່ອມາທຽບກັບປະຕິທິນແລ້ວ ຕົກວັນທີ ໒໐ ມິຖຸນາ ໒໕໑໐).
- ສ້າງສໍາເລັດລົງ ໃນວັນທີ ໖ ເດືອນມິນາ ພ.ສ ໒໕໑໑ ກົງກັບວັນພຸດ ຂຶ້ນ ໘ ຄໍ່າ ເດືອນ ໔ ປີມະແມ.(ໃນປະຫວັດວ່າປີວອກ)

ຂ. ຜູ້ສ້າງ:
- ພຣະອາຈານມະຫາສະເຫວດ ສີສຸວົງ(ໄຊຍະເພັດ) ເຈົ້າອະທິການຜູ້ກໍ່ຕັ້ງວັດພຣະບາດພອນສະຫວັນ ບ້ານທົ່ງປົ່ງ (ອ່ານປະຫວັດທ່ານພຣະອາຈານໂດຍລະອຽດຕາມທີ່ຫຼັງ)

ຄ. ເຫດຜົນໃນການກໍ່ສ້າງ:
- ເພື່ອບັນຈຸຂອງເກົ່າ.
- ພຣະອໍຣະຫັນຕະທາດ(ອັດຖີພຣະອໍຣຫັນ)
- ເພື່ອສືບທອດພຣະພຸດທະສາສນາ.
- ເພື່ອເອົາແບບຢ່າງຂອງການເຜີຍແຜ່ສາສນາ ຂອງຜູ້ເຜີຍແຜ່ສາສນາໃນສຸວັນນະພູມມາກ່ອນຍ່ອມສ້າງທາດ ແລະພຣະທາດຂຶ້ນໄວ້. (ໝາຍວ່າການປະດິດສະຖານພຸດທະສາສນາໃນສຸວັນນະພູມກ່ອນໜ້ານັ້ນ ມີການສ້າງພຣະທາດໄວ້-ຜູ້ຂຽນອະທິບາຍເພີ່ມ)

ງ. ເປົ້າໝາຍຂອງຜູ້ສ້າງ:
- ເພື່ອເປັນຫຼັກຖານ ເພາະມະນຸດເຮົາຍ່ອມຕັ້ງຢູ່ໃນທາດທັງ ໔ ຖ້າຂາດທາດທັງ ໔ ຕົວໃດຕົງໜຶ່ງແລ້ວ ຍ່ອມເຖິງແກ່ຄວາມຕາຍສັນໃດ ທາດນີ້ກໍມີຄວາມໝາຍສັນນັ້ນ ຄວາມຈະເຣີນກໍຈຶ່ງຈະເກີດມີ ແກ່ວັດທີ່ຕັ້ງໃໝ່ ແລະຫຼັກຖານສາສນາໃຫ້ມາກຍິ່ງຫວ່ານີ້.

ຈ. ຊື່ພຣະທາດ:
- ສະນັ້ນ ຈຶ່ງໄດ້ຕັ້ງຊື່ພຣະທາດນີ້ວ່າ "ພຣະທາດພອນສະຫວັນ" ເພື່ອໃຫ້ກົງກັບນາມວັດວ່າ "ວັດພຸດທະບາດພອນສະຫວັນ" ເພາະເປັນສິ່ງທີ່ໄດ້ນິມິດຈາກພຣະບາດ ແລະພຣະທາດເປັນຄູ່ກັນ.

ຊ. ວັນຖລົ່ມຂອງພຣະທາດ.
- ຮອດເວລາ ໐໖ ໂມງ ໓໐ ນາທີ ຂອງວັນທີ ໐໖ ເດືອນມິຖຸນາ ພ.ສ ໒໕໕໔ (໒໐໑໑) ທາດໄດ້ລົ້ມລົງ ລະເນລະນາດ ໃນລັກສະນະຖານຖລົ່ມລົງ ໃນການຖລົ່ມລົງແມ່ນຍອດພຣະທາດຕົກລົງໄປທາງທິດເໜືອ ແລະປາຍທາດທັງໝົດຫັກລົງໄປທາງທິດຕາເວັນອອກສ່ຽງເໜືອ ອົງທາດລັກສະນະໂຂ່ງບັນຈຸຂອງມີຄ່າ ແລະພຣະທະຮູບເກົ່າໄວ້ຫຼວງຫຼາຍ ຍອດທາດມີອັດຖີທາດ(ອໍຣະຫັນຕະທາດ) ໓ ອົງ, ຄໍາມີຄໍາສົດ ໑ ກິໂລກຣາມ ແລະມີວັດຖຸອື່ນອີກຫຼາຍລາຍການ.

ຍ. ຣວມອາຍຸຂອງທາດ ອົງນີ້:
໑. ນັບແຕ່ມີລົງສີລາຣືກ ມາຮອດວັນຖລົ່ມ ຣວມອາຍຸໄດ້ ໔໔ ປີ ໒ ເດືອນ ໑໒ ວັນ. (ຄິດເປັນວັນນັບແຕ່ມີລົງສີລາຮືກ ໄດ້ ໑໖.໑໔໔ ວັນ)
໒. ນັບແຕ່ມື້ຂຸດຂຸມ (ມື້ຂຸດຂຸມ ສົງໄສຜູ້ພິມເດືອນຜິດ ການຄິດໄລ່ນີ້ຄິດຕາມ ເດືອນ ໗ ຂື້ນ ໘ ຄໍ່າ ເພາະການໃສ່ເດືອນ ໘ ມັນບໍ່ກົງກັບ ຂຶ້ນ ໘ ຄໍ່າ ຈຶ່ງຄິດຕາມ ຄໍ່າ ກົງກັບວັນທີ ໑໕ ມີຖຸນາ ໒໕໑໐ ວັນພະຫັດ) ຣວມອາຍຸແຕ່ວັນຂຸດຂຸມ ໄດ້ ໔໓ ປີ ໑໑ ເດືອນ ໒໒ ວັນ (ລວມເປັນວັນໄດ້ ໑໖.໐໖໒ ວັນ)
໓. ຣວມອາຍຸນັບແຕ່ວັນກໍ່ຂຶ້ນ ຮອດວັນຖລົ່ມລົງ ໔໓ ປີ ໑໑ ເດືອນ ໑໗ ວັນ ນັບເປັນວັນໄດ້ ໑໘.໕໗ ວັນ.
໔. ຣວມອາຍຸ ແຕ່ວັນສ້າງສໍາເຣັດ ມາຮອດວັນລົ້ມ ໔໓ ປີ ກັບ ໓ ເດືອນເຕັມພໍດີ ຄິດເປັນວັນໄດ້ ໑໕.໗໙໘ ວັນ.

ດ. ວິເຄາະການພັງທະລາຍ(ຖລົ່ມ)
- ເບິ່ງຕາມລັກສະນະການພັງທະລາຍທີ່ປາກົດຕອນໄປເບິ່ງວັນທີ ໘ ເດືອນມິຖຸນາ ໒໐໑໑ ຄື (ກົງກັບວັນ ຈັນ ຂຶ້ນ ໕ ຄໍ່າ ເດືອນ ໗ ປີເຖາະ ຫຼັງຈາກທາດຖລົ່ມລົງແລ້ວສອງວັນ ຜູ້ຂຽນພ້ອມ ຄະນະໄດ້ໄປເບິ່ງ ສະພາບທາດທີ່ຖລົ່ມລົງຍັງບໍ່ທັນໄດ້ຖືກເກັບກວດ ກອບກູ້ (ລັກສະນະທີ່ເປັນນັ້ນ ຈະຮຽກວ່າລົ້ມກໍບໍ່ສົມຄວນ) ເພາະ.
- ເຕົ້າທາດ ທີ່ທາງໃນໂຂ່ງ (ແຕ່ປິດທັງສີ່ດ້ານບໍ່ມີທາງເຂົ້າໄປທາງໃນໄດ້ເລີຍ) ເຕົ້າທາດນັ້ນຍຸບຕົວລົງກ່ອນ ແລ້ວຖານສ່ວນກາງຂອງ ຈະຕົກລົງມາກະແທກກັບພື້ນທີ່ຕໍ່າ ຈຶ່ງເຮັດໃຫ້ຍອດທາດ ສ່ວນທີ່ມີເສຕະສັດ ແລະດວງປີນັ້ນ ຫັກຕົກໄປທາງທິດເໜືອ ຄືຕົກໄປທາງຫໍພຮະບາດ ແລະຮູບປູນປັ້ນພຸດທະປະຫວັດ ຍອດນັ້ນຕົກໃສ່ຂັ້ນໃດສີມັງຫັກທົບ(ບໍ່ຖືກຫໍເລີຍ) ການຕົກຂອງຍອດດວງປີເສດຕະສັດ ຄົງຈະຕົກລົງມາຫຼັງ ຈາກເຕົ້າທາດສ່ວນຍອດກະແທກເຖິງພື້ນແລ້ວ ແລ້ວສ່ນເຕົ້າສ່ວນຍອດ ທີ່ເປັນ ໔ ຫຼ່ຽມນັ້ນຈະລົ້ມລົງ ໄປທາງທິດຕາເວັນອອກສ່ຽງເໜືອ ຄືລົ້ມໄປທາງໜ້າວັດ,

- ເຫດຜົນທີ່ຖລົ່ມ.
໑. ວັນສຸກ, ເສົາ, ອາທິດ ຮອກ​ດວັນຈັນ ຝົນຕົກໜັກທີ່ສຸດ.
໒. ອາດເປັນຜົນມາຈາກແຜ່ນດິນໄຫວ ໒ ຄັ້ງ ໃນປີນີ້.
໓. ໂຄງສ້າງບໍ່ສົມປະກອບ ຄື
ກ. ບໍ່ມີເສົາເຂັມ.
ຂ. ທາດເປັນລັກສະນະໂຂ່ງກາງ.
ຄ. ມີເສົາດັ້ງເທເບຕົງ ໔ ເສົາ.
ງ. ເສົາເບຕົງໃສ່ເຫຼັກເສັ້ນ ຟີ ໖ ແຕ່ລະເສົາມີເຫຼັກພຽງ ໔ ເສັ້ນ.
- ຈຶ່ງເຣັດໃຫ້ຕົວທາດ ຮັບຍອດທາດບໍ່ໄດ້ ຈຶ່ງຖລົ່ມລົງ ໃນລັກສະນະອົງເຕົ້າທາດຫຍໍ້ລົງກະທົບພື້ນ.



(ຮູບຖ່າຍພຣະອາຈານມະຫາສະເຫວດ (ສີສຸວົງ)ໄໍຊຍະເພັດ ຜູ້ສ້າງວັດ, ທາດ ແລະຫໍ່ພຣະບາດ ທີ່ວັດນີ້)

ພິເສດ: ສິ່ງໜຶ່ງ ທີ່ແປກປາຫຼາດ ຄື
- ທາງຄະນະກັມມະການວັດ ໄດ້ຫຼໍ່ຮູບທອງສໍາຣິດ ຂະໜາດເທົ່າອົງຈິງໃນທ່ານັ່ງສະມາທິ ຫຼໍ່ສໍາເຣັດແລ້ວ ເອົາມາຍັງວັດວັນສຸກ ວັນທີ ໓ ເດືອນມິຖຸນາ ໒໐໑໑ ມີພຽງ ໓ ວັນເທົ່ານັ້ນ ທາດກ​ໍຖລົ່ມ.

(ຮູບຫຼໍ່ ພຣະອາຈານມະຫາສະເຫວດ ໄຊຍະເພັດ ທີ່ທາງວັດຫຼໍ່ ແລະນໍາມາວັດ ເມື່ອວັນທີ ໓ ມິຖຸນາ ໒໐໑໑)

(ຮັກສາການເຈົ້າອະທິການວັດພຣະທາດພອນສະຫວັນ ບ້ານທົ່ງປົ່ງ)
http://laohunman.blogspot.com/2011/06/blog-post_08.html

05 June 2011

New sky My country.


ທ້ອງຟ້າໃສ ສີສົດສວຍ ແດດສ່ອງແສງ
ຟ້າຍາມແລ້ງ ແດດທໍແສງ ປົນລົມໜາວ
ມອງທ້ອງຟ້າ ເຫັນເມກໜາ ເປັນຄັ້ງຄາວ
ຟ້າສະກາວ ເຝື້ອສີຂາວ ຢາຍເປັນຖັນ

ມອງນະພາ ສວຍສົດໃສ ເປັນສີຟ້າ
ເມກສະຫງ່າ ລອຍໂດດເດັ່ນ ເກາະກຸ່ມກັນ
ຫຼຽວແລມອງ ໄປໃກ້ໄກ ໃຈກະສັນ
ປຸ້ມລຸມກັນ ໄຫຼລຸດລ້າຍ ຢາຍກັນໄປ

ບາງກຸ່ມເມກ ມອງບໍ່ໜ່າຍ ຊວນໃຫ້ຝັນ
ບາງກ້ອນນັ້ນ ເປັນຮູບຮ່າງ ດັ່ງນໍ້າໃຫຼ
ປະດຸດດັ່ງ ຈິດຕະກອນ ຜູ້​ຍິ່ງໃຫຍ່
ວາດພາບໄວ້ ໃນທ້ອງຟ້າ ໜ້າພິລົມ

ກຸ່ມກ້ອນໜຶ່ງ ເໝືອນຮູບຊ້າງ ຣາຊະສີຫ໌
ກຸ່ມກ້ອນນີ້ ມີຮູບຮ່າງ ດັ່ງພຣະພຣົມ
ພຸ້ນກຸ່ມໜຶ່ງ ເໝືອນດັ່ງຮູບ ຂຸນບູຣົມ
ແສນງາມສົມ ຊາບເຊິ່ງໃຈ ໃນຄວາມຫວັງ

ອີກກຸ່ມໜຶ່ງ ເໝືອນອິນຊີ ນາກແລະລວງ
ໃຫຼຄົດຄວ້າງ ງາມສະຫງ່າ ດັ່ງຫອຍສັງ
ຮູບສີໂຫ ກໍາລັງເຫາະ ເປັ່ງພະລັງ
ຕາມຄໍາສັ່ງ ຂອງສິນໄຊ ເລັ່ງເພັ່ງສອນ

ອີກກຸ້ມໜຶ່ງ ເໝືອນດັ່ງຮູບ ເຈົ້າຟ້າງຸ່ມ
ຢືນຄວບຄຸມ ພົນທະຫານ ຕະລຸມບອນ
ບົນຫຼັງຊ້າງ ກຼິທາທັບ ກັບນະຄອນ
ຮີບໂຮມທ້ອນ ຊ້າງລ້ານຊ້າງ ຢ່າງມີໄຊ

ເມື່ອແລມອງ ຮູບເມກ ເສກເຊັ່ນຣົດ
ເໝືອນບັນພົດ ພາບພູສີ ພຣະທາດໃຫຍ່
ພຣະທາດຫຼວງ ອົງເອກອ້າງ ພຣະເຈົ້າໄຊ
ກໍ່ສ້າງໄວ້ ເປັນມິ່ງຂວັນ ໃນວຽງຈັນ

ເບິ່ງພາບນັ້ນ ງາມໂດດເດັ່ນ ເຫັນກັນຄັກ
ເອກະລັກ ຄວາມອົງອາດ ຊາດສຸກສັນ
ອະນຸວົງ ອົງກະສັດ ປະຈັນບານ
ຕໍ່ສູ້ມານ ຮາວີ ສັກສີລາວ

ໂອກຸ່ມເມກ ສີຂາວໃສ ໃນທ້ອງຟ້າ
ແສນມີຄ່າ ຟ້າຜືນໃໝ່ ຮຸ່ງແສງພາວ
ໃນແດນນີ້ ທົ່ວທຸກຖິ່ນ ດິນເມືອງລາວ
ຊາດຕ້ອງກ້າວ ຫາກຄົນລາວ ຖືຄອງທັມ
(ຈົບບໍຣບູນ)

ໝາກພິກທີ່ເຜັດທີ່ສຸດ

- ໝາກພິກມີຫຼາຍພັນ ທຸກໆພັນລ້ວນແຕ່ມີລົດເຜັດທັງນັ້ນ ຕ່າງແຕ່ເຜັດນ້ອຍເຜັດຫຼາຍຕ່າງກັນ, ໝາກພິກທີ່ເຜັດທີ່ສຸດໃນໂລກ ຊື່ວ່າບຸດ ໂຈໂລເກັຍ (bhut jolokia) ກຳເນີດເກີດຂຶ້ນໃນທີ່ລັດອັດສໍາ ທາງພາກຕາເວັນອອກສຽງເໜືອຂອງປະເທດອິນເດັຍ

- ມັນເປັນໝາກພິກ ທີ່ໜ່ວຍນ້ອຍໆ ກ້ອມໆ ແຕ່ຖ້າລອງກິນເບິ່ງແລ້ວ ໜ່ວຍໜຶ່ງຈະຮູ້ສຶກເຜັດຈົນນໍ້າຕາໄຫຼອອກມາເລີຍ
ໝາກະພິກບຸດໂຈໂລເກີຍ (bhut jolokia) ຖືໄດ້ວ່າເປັນພັນຊະນິດໜຶ່ງທີ່ມີຄ່າກັບລັດອາສໍາ
ເມື່ອເຈັດປີທີ່ຜ່ານມາ ນັກວິທະຍາສາດຊື່ ອາຣ໌ ເຄ ອາຣ໌ ຊິງຫ໌ (R.K.R Singh) ທີ່ເຮັດວຽກຢູ່ສູນວິໄຈ ຄວາມໝັ້ນຄົງຂອງລັດຖະບານອິນເດັຍ ໃນ ເທຊປະ(Tezpur) ລັດອັດສໍາ ໄດ້ຕັດສິນໃຈສຶກສາ ໜາກພິກຊະນິດນີ້ ໂດຍໄດ້ເອົາໜາກພິກຊະນິດນີ້ໄປວິເຄາະ ຜົນຂອງການວິເຄາະ ນີ້ພິມໃນວາລະສານທາງວິທະຍາສາດ ແລະກະຕຸ້ນຄວາມສົນໃຈຂອງ The Chile Pepper Institute (CPI) ແຫ່ງມະຫາວິທະຍາໄລ ລັດນິວແມັກຊິກໂກ.

- ຫຼັງຈາກນັ້ນໃນປີ 2001 ສະຖາບັນວິໄຈໄດ້ເອົາໄນໝາກພິກບຸດ ໂຈໂລເກີຍ (bhut jolokia) ມາປູກຢູ່ບ່ອນທີ່ມີອາກາດຮ້ອນ ແລະ ແຫ້ງແລງຢູ່ທາງພາກໃຕ້ຂອງ ລັດນິວເມັກຊິກໂກ ແລະຜົນອອກມາປະກົດວ່າປະສົບຄວາມສໍາເລັດໃນການປູກ ແລະ ໄດ້ພິສູດໃນການກິນໝາກະພິກ ເຫັນໄດ້ວ່າຜົນປະກົດອອກມາໜາກະພິກ ຊະນິດນີ້ທັງເຜັດ ແລະຮ້ອນທີ່ສຸດເລີຍ

- ສະນັ້ນໝາກພິກຊະນິດນີ້ຈຶ່ງໄດ້ຮັບລາງວັນບັນທຶກສະຖີຕິ (Record Award) ທີ່ເປັນໜາກພິກ ທີ່ເຜັດທີ່ສຸດໃນໂລກ

- ຜົນຂອງການວິເຄາະໄດ້ປະກາດວ່າ ໝາກພິກຊະນິດນີ້ມີລະດັບຄວາມເຜັດ ແລະຮ້ອນທີ່ສຸດ ໂດຍໜວ່ຍຄວາມເຜັດ ແລະຮ້ອນ (Scoville Heat Unit – SHU) ເຖິງລະດັບ 1,001,304 SHU

- ຄວາມເຜັດຂອງໝາກພິກຊະນິດນີ້ ແມ່ນເຜັດກວ່າໝາກພິກເຣດຊະວິນາ (Red Savina) ປະມານສອງເທົ່າ ທີ່ເຄີຍໄດ້ເປັນສະຖີຕິຜ່ານມາ ແລະ ໃນປີ 2007 ໝາກພິກ ບຸດໂຈໂລເກັຍ (bhut jolokia) ກໍ່ໄດ້ມີການຮັບຮອງໂດຍ Guinness World Records ໃຫ້ເປັນໝາກພິກ ທີ່ເຜັດທີ່ສຸດໃນໂລກ ແລະເຜັດຫຼາຍກອ່ນໝາກພິກຊໍຕາບາໂກ(Tabasco) ປະມານ 400 ເທົ່າ.

ໝາກພິກບຸດໂຈໂລເກັຍ (bhut jolokia) ມີຄວາມຍາວປະມານ 25-30 ມິລລິແມັດ ຮູບຮ່າງແມ່ນເປັນໜ່ວຍປ້ອມ ສວ່ນປາຍແມ່ນຍາວ ເປືອກໝາກພິກ ຫົດຕົວເມື່ອມັນແກ່ແລ້ວຈະເປັນສີແດງ ຫຼືສີສົ້ມ.

ຄຸນປະໂຫຍດຂອງໝາກພິກ


- ນັກ​ໂພ​ຊະນາ​ການ​ຢືນຢັນ​ວ່າ ໝາກພິກ ​ເປັນ​ພືດ​ທີ່​ມີ​ປະ​ໂຫຍ​ດຈິງ​ແທ້ ເພາະຄວາມ​ເຜັດ​ຂອງໝາກພິກນັ້ນມັນ​​ມາ​ຈາກ​ສານແຄັບ​ໄຊ​ຊິນ ​ແລະ​ໃນ​ຂອງ ມັນກໍ່ມີ​ວິຕາມີນ ​ເອ, ຊີ, ແຄລຊຽມ ​ແລະທາດ​ເຫຼັກ​ອີກ​ດ້ວຍ,
- ໝາກພິກ ເຊິ່ງ​ມີ​ຖິ່ນ​ກຳ​ເນີ​ດ​ ໃນ​ທະວີບອາ​ເມ​ຣິ​ກາ​ໃຕ້ ​ມີ​ຄົນ​ຕ່າງ​ນຳ​ເຂົ້າມາ​ໃນ​ຂົງ​ເຂດ​ອາຊີແຕ່​ດົນ​ນານ​ແລ້ວ, ຫຼັກຖານນີ້ ເປັນການຢືນຍັນຈາກຕ່າງປະເທດ ແຕ່ໃນ ປີ ໒໐໐໙ ທີ່ຜ່ານ, ມີການຢືນຢັນຈາກຫຼາຍຝ່າຍວ່າ ມີຕົ້ນໝາກພິກໃຫຍ່ທີ່ສະໜາມກີລາແຫ່ງຊາດ ຫຼັກ ໑໖ (ສະໜາມກິລາຊີເກມ) ແຕ່ວ່າທາງຜູ້ກໍ່ສ້າງສະໜາມກິລານັ້ນໄດ້ທໍາການປໍ້າຖິ້ມ, ເລື່ອງນີ້ ມີການໄປສອບຖາມກັບຄົນທ້ອງຖິ່ນນັ້ນ ຢັ້ງຢືນວ່າມີຕົ້ນ ໝາກພິກໃຫຍ່ແທ້ໆ ດຽວນີ້ບໍ່ເຫັນ, ທ່ານອາຈານສະຖິດ (ອາຈານສອນທີ່ມະຫາວິທະຍາໄລແຫ່ງຊາດ ດົງໂດກ, ຢູ່ບ້ານໄຊ) ໃຫ້ການວ່າ ເຫັນເຂົາໃນມັນມາໃຫ້ຢູ່, ຫາກເປັນເຊັ່ນນັ້ນຈິງ ກໍເປັນໜ້າເສັຍດາຍຫຼັກຖານປະຫວັດສາດທີ່ສໍາຄັນສິ້ນໜຶ່ງ ເພາະສະຖານທີ່ນັ້ນ ເປັນບ້ານບູຮານກ່ອນປະຫວັດສາດ ຕົ້ນໝາກພິກອາດມີຢູ່ອາຊີ ທີ່ລາວກ່ອນແລ້ວ.

- ໝາກພິກ​ ນັບ​ທັງ​ໝາກພິກຂີ້ຫນູ, ​ມີ​ປະ​ໂຫຍ​ດຫຼາຍ​ທີ່​ສຸດ ເຊິ່ງ​ບໍ່ພຽງແຕ່​ໃຫ້​ຄວາມ​ເຜັດ​ຢ່າງ​ດຽວ, ​ມັນ​ຍັງ​ເພີ່ມ​ສານ​ແຫ່ງ​ຄວາມສຸກ “ເອັນ​ໂດຣຟີ​ນ”​ ໃຫ້ແກ່ຜູ້​ທີ່​ມັກ​ກິນ​ເຜັດ. ນອກ​ນັ້ນຍັງບັນ​ເທົາ​ອາການ​ເຈັບ​ປວດ, ​ໄຂ້ຫວັດ, ລົດຜ່ອນ​ການ​ມີນ້ຳມູກ. ຂະນະ​ດຽວກັນຍັງ​ສາມາດ​ລະລາຍ​ຂີ້ກະ​ເທີ່​ ນຳອີກ. ສຳລັບ​ຄົນທີ່​ມີ​ອາການ​ຫອບ​ຫືດ, ກິນ​ໝາກພິກ​ແລ້ວ​ຈະ​ດີ​ຫລາຍ ​ເພາະ​ຈະ​ເຮັດ​ໃຫ້​ຫຼອດລົມ​ຂະຫຍາຍຕົວ​ໄດ້​ດີ ແລະ ບໍ່ຫົດ-​ເຄັ່ງ. ດັ່ງນັ້ນ, ຜູ້​ໃດ​ເປັນ​ພະຍາດ​ຫອບ​ຫື​ດ, ມີ​ອາການ​ພູມ​ແພ້ຕ້ອງ ຈຳເປັນຮັບປະທານອາຫານທີ່ມີສ່ວນປະກແບດ້ວຍໝາກພິກເປັນ​ປະຈຳ​ຈະ​ດີ​ຂຶ້ນ.

- ໝາກພິກ ຍັງ​ສາມາດ​ລົດຜ່ອນ​ປະລິມານ ​ຄໍ​ເຣດສະເຕີຣອລໄດ້​ອີກ ຈາກ​ການ ວິ​ໄຈ​ ຂອງ​ນັກວິ​ທະຍາ​ສາດ ​ເຫັນ​ວ່າຫມາກພິກສາມາດ​ເພິ່ມ​ອຸນຫະພູມ​ໃນ​ຮ່າງກາຍ​ຂອງ​ຄົນ​ເຮົາ​, ມີ​ປະ​ໂຫຍ​ດ​ໃນ ​ການ​ຄວບ​ຄຸມ​ນ້ຳໜັກ. ເມື່ອ​ກິນ​ໝາກພິກ ຈະ​ບໍ່​ເຮັດ​ໃຫ້​ຄົນ​ເຮົາ​ຮູ້ສຶກ​ຢາກ​ຂອງ​ຫວານ, ຂະນະ​ດຽວກັນ​ກໍ​ຍັງ​ສາມາດ​ລົດຜ່ອນ​ຄວາມ​ສ່ຽງ​ໃນ​ການ​ເກີດ​ໂຣກ​ມະ​ເຮັງ​ອີກ​ດ້ວຍ.