05 June 2011

New sky My country.


ທ້ອງຟ້າໃສ ສີສົດສວຍ ແດດສ່ອງແສງ
ຟ້າຍາມແລ້ງ ແດດທໍແສງ ປົນລົມໜາວ
ມອງທ້ອງຟ້າ ເຫັນເມກໜາ ເປັນຄັ້ງຄາວ
ຟ້າສະກາວ ເຝື້ອສີຂາວ ຢາຍເປັນຖັນ

ມອງນະພາ ສວຍສົດໃສ ເປັນສີຟ້າ
ເມກສະຫງ່າ ລອຍໂດດເດັ່ນ ເກາະກຸ່ມກັນ
ຫຼຽວແລມອງ ໄປໃກ້ໄກ ໃຈກະສັນ
ປຸ້ມລຸມກັນ ໄຫຼລຸດລ້າຍ ຢາຍກັນໄປ

ບາງກຸ່ມເມກ ມອງບໍ່ໜ່າຍ ຊວນໃຫ້ຝັນ
ບາງກ້ອນນັ້ນ ເປັນຮູບຮ່າງ ດັ່ງນໍ້າໃຫຼ
ປະດຸດດັ່ງ ຈິດຕະກອນ ຜູ້​ຍິ່ງໃຫຍ່
ວາດພາບໄວ້ ໃນທ້ອງຟ້າ ໜ້າພິລົມ

ກຸ່ມກ້ອນໜຶ່ງ ເໝືອນຮູບຊ້າງ ຣາຊະສີຫ໌
ກຸ່ມກ້ອນນີ້ ມີຮູບຮ່າງ ດັ່ງພຣະພຣົມ
ພຸ້ນກຸ່ມໜຶ່ງ ເໝືອນດັ່ງຮູບ ຂຸນບູຣົມ
ແສນງາມສົມ ຊາບເຊິ່ງໃຈ ໃນຄວາມຫວັງ

ອີກກຸ່ມໜຶ່ງ ເໝືອນອິນຊີ ນາກແລະລວງ
ໃຫຼຄົດຄວ້າງ ງາມສະຫງ່າ ດັ່ງຫອຍສັງ
ຮູບສີໂຫ ກໍາລັງເຫາະ ເປັ່ງພະລັງ
ຕາມຄໍາສັ່ງ ຂອງສິນໄຊ ເລັ່ງເພັ່ງສອນ

ອີກກຸ້ມໜຶ່ງ ເໝືອນດັ່ງຮູບ ເຈົ້າຟ້າງຸ່ມ
ຢືນຄວບຄຸມ ພົນທະຫານ ຕະລຸມບອນ
ບົນຫຼັງຊ້າງ ກຼິທາທັບ ກັບນະຄອນ
ຮີບໂຮມທ້ອນ ຊ້າງລ້ານຊ້າງ ຢ່າງມີໄຊ

ເມື່ອແລມອງ ຮູບເມກ ເສກເຊັ່ນຣົດ
ເໝືອນບັນພົດ ພາບພູສີ ພຣະທາດໃຫຍ່
ພຣະທາດຫຼວງ ອົງເອກອ້າງ ພຣະເຈົ້າໄຊ
ກໍ່ສ້າງໄວ້ ເປັນມິ່ງຂວັນ ໃນວຽງຈັນ

ເບິ່ງພາບນັ້ນ ງາມໂດດເດັ່ນ ເຫັນກັນຄັກ
ເອກະລັກ ຄວາມອົງອາດ ຊາດສຸກສັນ
ອະນຸວົງ ອົງກະສັດ ປະຈັນບານ
ຕໍ່ສູ້ມານ ຮາວີ ສັກສີລາວ

ໂອກຸ່ມເມກ ສີຂາວໃສ ໃນທ້ອງຟ້າ
ແສນມີຄ່າ ຟ້າຜືນໃໝ່ ຮຸ່ງແສງພາວ
ໃນແດນນີ້ ທົ່ວທຸກຖິ່ນ ດິນເມືອງລາວ
ຊາດຕ້ອງກ້າວ ຫາກຄົນລາວ ຖືຄອງທັມ
(ຈົບບໍຣບູນ)

No comments:

Post a Comment