08 June 2011

ທາດພອນສະຫວັນ ວັດທົ່ງປົ່ງຖລົ່ມ


(ຮູບທາດພອນສະຫວັນ ຖ່າຍຕອນສ້າງສໍາເຣັດໃໝ່ໆໆ ພຣະອາຈານມະຫາສະເຫວດ ສີສຸວົງ(ໄຊຍະເພັດ) ຖ່ານຮູບໜ້າທາດ)

(ໜັງສືການປະຫວັດການສ້າງວັດ, ປະຫວັດຜູ້ສ້າງວັດ, ສ້າງທາດ, ການພົບ ແລະໄດ້ມາເຊິ່ງພຣະບາດ ທີ່ວັດພອນສະຫວັນທົ່ງປົ່ງ-ປຶ້ມນີ້ເປັນສົມບັດຂອງຜູ້ຂຽນເອງ))



໑. ຄວາມເປັນມາໂດຍສັງເຂປຂອງທາດ.
ກ. ວາງສີລາຮືກ
- ວັນທີ ໒໕ ມິນາ ພ.ສ ໒໕໑໐ (ກົງກັບວັນເສົາ ຂຶ້ນ ໑໕ ຄໍ່າ ເດືອນ ໔ ປິມະແມ, ວາງເວລາ ໑໐ ໂມງ ໒໐ ນາທີ, ຜູ້ວາງແມ່ນ ຂ.ພ. ໓ ບຸນຄົງ ປະດີຈິຕ ເຊິ່ງຂະນະນັ້ນ ເປັນອະທິບໍດີກົມຕໍາຫຼວດ ໃນຖານະຜູ້ອຸປະຖັມວັດທົ່ງປົ່ງ.
- ຫຼັງຈາກນັ້ນກໍໄດ້ລົງມີຂຸດຂຸມ ເພື່ອວາງຖານ ໃນວັນທີ ໑໕ ເດືອນ ໘ ພ.ສ ໒໕໑໐ ກົງກັບວັນພະຫັດ ເດືອນ ໗ ຂຶ້ນ ໘ ຄໍ່າ ປີດຽວກັນ.
- ໄດ້ລົງມືກໍ່ຂຶ້ນ ໑໓ ຄໍ່າ ເດືອນ ໗ ຂອງປີດຽວກັນ (ຢູ່ໃນປະຫວັດບໍ່ໄດ້ລົງວັນທີໄວ້ ລົງແຕ່ຄໍ່າກັບເດືອນ ເມື່ອມາທຽບກັບປະຕິທິນແລ້ວ ຕົກວັນທີ ໒໐ ມິຖຸນາ ໒໕໑໐).
- ສ້າງສໍາເລັດລົງ ໃນວັນທີ ໖ ເດືອນມິນາ ພ.ສ ໒໕໑໑ ກົງກັບວັນພຸດ ຂຶ້ນ ໘ ຄໍ່າ ເດືອນ ໔ ປີມະແມ.(ໃນປະຫວັດວ່າປີວອກ)

ຂ. ຜູ້ສ້າງ:
- ພຣະອາຈານມະຫາສະເຫວດ ສີສຸວົງ(ໄຊຍະເພັດ) ເຈົ້າອະທິການຜູ້ກໍ່ຕັ້ງວັດພຣະບາດພອນສະຫວັນ ບ້ານທົ່ງປົ່ງ (ອ່ານປະຫວັດທ່ານພຣະອາຈານໂດຍລະອຽດຕາມທີ່ຫຼັງ)

ຄ. ເຫດຜົນໃນການກໍ່ສ້າງ:
- ເພື່ອບັນຈຸຂອງເກົ່າ.
- ພຣະອໍຣະຫັນຕະທາດ(ອັດຖີພຣະອໍຣຫັນ)
- ເພື່ອສືບທອດພຣະພຸດທະສາສນາ.
- ເພື່ອເອົາແບບຢ່າງຂອງການເຜີຍແຜ່ສາສນາ ຂອງຜູ້ເຜີຍແຜ່ສາສນາໃນສຸວັນນະພູມມາກ່ອນຍ່ອມສ້າງທາດ ແລະພຣະທາດຂຶ້ນໄວ້. (ໝາຍວ່າການປະດິດສະຖານພຸດທະສາສນາໃນສຸວັນນະພູມກ່ອນໜ້ານັ້ນ ມີການສ້າງພຣະທາດໄວ້-ຜູ້ຂຽນອະທິບາຍເພີ່ມ)

ງ. ເປົ້າໝາຍຂອງຜູ້ສ້າງ:
- ເພື່ອເປັນຫຼັກຖານ ເພາະມະນຸດເຮົາຍ່ອມຕັ້ງຢູ່ໃນທາດທັງ ໔ ຖ້າຂາດທາດທັງ ໔ ຕົວໃດຕົງໜຶ່ງແລ້ວ ຍ່ອມເຖິງແກ່ຄວາມຕາຍສັນໃດ ທາດນີ້ກໍມີຄວາມໝາຍສັນນັ້ນ ຄວາມຈະເຣີນກໍຈຶ່ງຈະເກີດມີ ແກ່ວັດທີ່ຕັ້ງໃໝ່ ແລະຫຼັກຖານສາສນາໃຫ້ມາກຍິ່ງຫວ່ານີ້.

ຈ. ຊື່ພຣະທາດ:
- ສະນັ້ນ ຈຶ່ງໄດ້ຕັ້ງຊື່ພຣະທາດນີ້ວ່າ "ພຣະທາດພອນສະຫວັນ" ເພື່ອໃຫ້ກົງກັບນາມວັດວ່າ "ວັດພຸດທະບາດພອນສະຫວັນ" ເພາະເປັນສິ່ງທີ່ໄດ້ນິມິດຈາກພຣະບາດ ແລະພຣະທາດເປັນຄູ່ກັນ.

ຊ. ວັນຖລົ່ມຂອງພຣະທາດ.
- ຮອດເວລາ ໐໖ ໂມງ ໓໐ ນາທີ ຂອງວັນທີ ໐໖ ເດືອນມິຖຸນາ ພ.ສ ໒໕໕໔ (໒໐໑໑) ທາດໄດ້ລົ້ມລົງ ລະເນລະນາດ ໃນລັກສະນະຖານຖລົ່ມລົງ ໃນການຖລົ່ມລົງແມ່ນຍອດພຣະທາດຕົກລົງໄປທາງທິດເໜືອ ແລະປາຍທາດທັງໝົດຫັກລົງໄປທາງທິດຕາເວັນອອກສ່ຽງເໜືອ ອົງທາດລັກສະນະໂຂ່ງບັນຈຸຂອງມີຄ່າ ແລະພຣະທະຮູບເກົ່າໄວ້ຫຼວງຫຼາຍ ຍອດທາດມີອັດຖີທາດ(ອໍຣະຫັນຕະທາດ) ໓ ອົງ, ຄໍາມີຄໍາສົດ ໑ ກິໂລກຣາມ ແລະມີວັດຖຸອື່ນອີກຫຼາຍລາຍການ.

ຍ. ຣວມອາຍຸຂອງທາດ ອົງນີ້:
໑. ນັບແຕ່ມີລົງສີລາຣືກ ມາຮອດວັນຖລົ່ມ ຣວມອາຍຸໄດ້ ໔໔ ປີ ໒ ເດືອນ ໑໒ ວັນ. (ຄິດເປັນວັນນັບແຕ່ມີລົງສີລາຮືກ ໄດ້ ໑໖.໑໔໔ ວັນ)
໒. ນັບແຕ່ມື້ຂຸດຂຸມ (ມື້ຂຸດຂຸມ ສົງໄສຜູ້ພິມເດືອນຜິດ ການຄິດໄລ່ນີ້ຄິດຕາມ ເດືອນ ໗ ຂື້ນ ໘ ຄໍ່າ ເພາະການໃສ່ເດືອນ ໘ ມັນບໍ່ກົງກັບ ຂຶ້ນ ໘ ຄໍ່າ ຈຶ່ງຄິດຕາມ ຄໍ່າ ກົງກັບວັນທີ ໑໕ ມີຖຸນາ ໒໕໑໐ ວັນພະຫັດ) ຣວມອາຍຸແຕ່ວັນຂຸດຂຸມ ໄດ້ ໔໓ ປີ ໑໑ ເດືອນ ໒໒ ວັນ (ລວມເປັນວັນໄດ້ ໑໖.໐໖໒ ວັນ)
໓. ຣວມອາຍຸນັບແຕ່ວັນກໍ່ຂຶ້ນ ຮອດວັນຖລົ່ມລົງ ໔໓ ປີ ໑໑ ເດືອນ ໑໗ ວັນ ນັບເປັນວັນໄດ້ ໑໘.໕໗ ວັນ.
໔. ຣວມອາຍຸ ແຕ່ວັນສ້າງສໍາເຣັດ ມາຮອດວັນລົ້ມ ໔໓ ປີ ກັບ ໓ ເດືອນເຕັມພໍດີ ຄິດເປັນວັນໄດ້ ໑໕.໗໙໘ ວັນ.

ດ. ວິເຄາະການພັງທະລາຍ(ຖລົ່ມ)
- ເບິ່ງຕາມລັກສະນະການພັງທະລາຍທີ່ປາກົດຕອນໄປເບິ່ງວັນທີ ໘ ເດືອນມິຖຸນາ ໒໐໑໑ ຄື (ກົງກັບວັນ ຈັນ ຂຶ້ນ ໕ ຄໍ່າ ເດືອນ ໗ ປີເຖາະ ຫຼັງຈາກທາດຖລົ່ມລົງແລ້ວສອງວັນ ຜູ້ຂຽນພ້ອມ ຄະນະໄດ້ໄປເບິ່ງ ສະພາບທາດທີ່ຖລົ່ມລົງຍັງບໍ່ທັນໄດ້ຖືກເກັບກວດ ກອບກູ້ (ລັກສະນະທີ່ເປັນນັ້ນ ຈະຮຽກວ່າລົ້ມກໍບໍ່ສົມຄວນ) ເພາະ.
- ເຕົ້າທາດ ທີ່ທາງໃນໂຂ່ງ (ແຕ່ປິດທັງສີ່ດ້ານບໍ່ມີທາງເຂົ້າໄປທາງໃນໄດ້ເລີຍ) ເຕົ້າທາດນັ້ນຍຸບຕົວລົງກ່ອນ ແລ້ວຖານສ່ວນກາງຂອງ ຈະຕົກລົງມາກະແທກກັບພື້ນທີ່ຕໍ່າ ຈຶ່ງເຮັດໃຫ້ຍອດທາດ ສ່ວນທີ່ມີເສຕະສັດ ແລະດວງປີນັ້ນ ຫັກຕົກໄປທາງທິດເໜືອ ຄືຕົກໄປທາງຫໍພຮະບາດ ແລະຮູບປູນປັ້ນພຸດທະປະຫວັດ ຍອດນັ້ນຕົກໃສ່ຂັ້ນໃດສີມັງຫັກທົບ(ບໍ່ຖືກຫໍເລີຍ) ການຕົກຂອງຍອດດວງປີເສດຕະສັດ ຄົງຈະຕົກລົງມາຫຼັງ ຈາກເຕົ້າທາດສ່ວນຍອດກະແທກເຖິງພື້ນແລ້ວ ແລ້ວສ່ນເຕົ້າສ່ວນຍອດ ທີ່ເປັນ ໔ ຫຼ່ຽມນັ້ນຈະລົ້ມລົງ ໄປທາງທິດຕາເວັນອອກສ່ຽງເໜືອ ຄືລົ້ມໄປທາງໜ້າວັດ,

- ເຫດຜົນທີ່ຖລົ່ມ.
໑. ວັນສຸກ, ເສົາ, ອາທິດ ຮອກ​ດວັນຈັນ ຝົນຕົກໜັກທີ່ສຸດ.
໒. ອາດເປັນຜົນມາຈາກແຜ່ນດິນໄຫວ ໒ ຄັ້ງ ໃນປີນີ້.
໓. ໂຄງສ້າງບໍ່ສົມປະກອບ ຄື
ກ. ບໍ່ມີເສົາເຂັມ.
ຂ. ທາດເປັນລັກສະນະໂຂ່ງກາງ.
ຄ. ມີເສົາດັ້ງເທເບຕົງ ໔ ເສົາ.
ງ. ເສົາເບຕົງໃສ່ເຫຼັກເສັ້ນ ຟີ ໖ ແຕ່ລະເສົາມີເຫຼັກພຽງ ໔ ເສັ້ນ.
- ຈຶ່ງເຣັດໃຫ້ຕົວທາດ ຮັບຍອດທາດບໍ່ໄດ້ ຈຶ່ງຖລົ່ມລົງ ໃນລັກສະນະອົງເຕົ້າທາດຫຍໍ້ລົງກະທົບພື້ນ.



(ຮູບຖ່າຍພຣະອາຈານມະຫາສະເຫວດ (ສີສຸວົງ)ໄໍຊຍະເພັດ ຜູ້ສ້າງວັດ, ທາດ ແລະຫໍ່ພຣະບາດ ທີ່ວັດນີ້)

ພິເສດ: ສິ່ງໜຶ່ງ ທີ່ແປກປາຫຼາດ ຄື
- ທາງຄະນະກັມມະການວັດ ໄດ້ຫຼໍ່ຮູບທອງສໍາຣິດ ຂະໜາດເທົ່າອົງຈິງໃນທ່ານັ່ງສະມາທິ ຫຼໍ່ສໍາເຣັດແລ້ວ ເອົາມາຍັງວັດວັນສຸກ ວັນທີ ໓ ເດືອນມິຖຸນາ ໒໐໑໑ ມີພຽງ ໓ ວັນເທົ່ານັ້ນ ທາດກ​ໍຖລົ່ມ.

(ຮູບຫຼໍ່ ພຣະອາຈານມະຫາສະເຫວດ ໄຊຍະເພັດ ທີ່ທາງວັດຫຼໍ່ ແລະນໍາມາວັດ ເມື່ອວັນທີ ໓ ມິຖຸນາ ໒໐໑໑)

(ຮັກສາການເຈົ້າອະທິການວັດພຣະທາດພອນສະຫວັນ ບ້ານທົ່ງປົ່ງ)
http://laohunman.blogspot.com/2011/06/blog-post_08.html

No comments:

Post a Comment