23 February 2014

ເພງລາວແຄນ

alt
"ລາວແພນ" ເດີມຊື່ "ລາວແຄນ" ເປັນເພງຊະນິດໜຶ່ງ ຄ້າຍລຳ ແລະຄ້າຍເພງ ເປັນການປະສົມປະສານລະຫວ່າງເພງ-ກັບຂັບເຂົ້າກັນ ເພງລາວແພນ ມີເຄື່ອງດົນຕີປະກອບຫຼັກແມ່ນ "ແຄນ" ນັບແຕ່ ຄ.ສ ໑໗໘໙ ເປັນຕົ້ນມາ ເພງນີ້ໄດ້ຖືກຫຼີ້ນກັນຢ່າງຫຼວງຫຼາຍໃນຫົວເມືອງດ້ານໃນຂອງສຍາມ ຜູ້ຫຼິ້ນແມ່ນຄົນລາວ ແລະເປັນເພງທີ່ນິຍົມກັນຕັ້ງແຕ່ເຈົ້າຂຸນມຸນນາຍ ຈົນຮອດໄພ່, ຕາມບັນທຶກໄວ້ວ່າຄວາມນິຍົມຂອງຄົນລາວ ແລະ ຄົນສຍາມນັ້ນ ຈົນເຮັດໃຫ້ເພງ ແລະດົນຕຣີອື່ນໆຂອງສຍາມລົດຄວາມນິຍົມລົງ ກ່າວກັນວ່າ "ພຣະປິ່ນເກົ້າລັດຊະການທີ ໓" ນິຍົມສຸດຂີດ ແຕ່ພຣະຈອມເກົ້າ ຣັດຊະການທີ ໔ ມອງເຫັນວ່າ ເປັນການທຳລາຍວັດທະນະທັມເພງສຍາມ ຈຶ່ງສັ່ງຫ້າມທົ່ວພຣະນະຄອນບໍ່ໃຫ້ຫຼີ້ນລາວແພນ ຫຼືລາວແຄນ, ເມື່ອຖືກສັ່ງຫ້າມໃນພຣະນະຄອນເທົ່ານັ້ນ ຫົວເມືອງດ້ານໃນຮອບນອກ ອັນໄດ້ແກ່ສຸພັນບູຣີ, ເພັດບູຣີ, ອ່າງທອງ ແລະອື່ນໆ ຍັງສືບຕໍ່ຫຼີ້ນຢູ່ໃນຊຸມຊົນລາວ ແລະສຍາມບາງສ່ວນ ແຕ່ຮູບແບບໄດ້ປ່ຽນໄປ ໂດຍເອົາເນື້ອ ແລະຈັງຫວະເພງໄວ້ ພຽງແຕ່ປ່ຽນເຄືອງດົນຕີຈາກແຄນ ໄປເປັນປີ່, ຂຸ່ຍ ແລະອື່ນໆ ກໍສາມາດຫຼິ້ນເພງລາວແຄນໄດ້ ແລ້ວປ່ຽນຊື່ຈາກລາວແຄນທີ່ສັ່ງຫ້າມ ມາເປັນລາວແພນ, ໃນທີສຸດກໍກາຍເປັນແພງອີແຊວ ແລະລຳຕັດ ກາຍເປັນລຳອີກຮູບແບບໃໝ່ ກາຍເປັນວັດທະນະທັມເພງໄທຍ໌ (ຖິ່ນເກີດທີສຸພັນ-ອ່າງທອງ) ສືບຕໍ່ມາ.
(ພຣະອາຈານເນືອງພິລັກ ຂຽນບັນທຶກໄວ້)