30 August 2011

"ພົງສາວະດານ"

- ໃນບັນດາປະເທດອາຊີນີ້ ມີໜັງສືປະຫວັດສາດຂອງຕົນ ຄື ເລີ່ມຕົ້ນຈາກ ນິທານ, ຕຳນານ, ແລ້ວຈຶ່ງກ້າວເຂົ້າຂອງ "ພົງສາວະດານ" ເມື່ອຜ່ານຍຸກ ຂອງສາວະດານແລ້ວ ຈຶ່ງກ້າວເຂົ້າຍຸກຂອງປະຫວັດສາດ.

- ປະຫວັດສາດ ໄດ້ກຳເນີດເກີດຂຶ້ນແທ້ໆ(ໃນຢູໂຣບ ເຊິງຂຽນວ່າ History ນັ້ນກໍໃນຕົ້ນສະຕະວັດທີ ໒໐ ນີ້, ແຕ່ຄຳວ່າ "ພົງສາວະດານ" ນັ້ນໄດ້ກຳເນີດເກີດຂຶ້ນ ກ່ອນຍຸກປະຫວັດ ສາດຂອງຊາດຕ່າງໆ ໃນອາຊີ ໂດຍສະເພາະປະເທດລາວເຮົານີ້ ຍຸກຕຳນານ ໄດ້ເສື່ອມຕໍ່ເຂົ້າສູ່ຍຸກຂອງພົງສາວະດານ ກໍຢູ່ໃນປະມານ ຄ.ສ ໑໒໐໐ ເປັນຕົ້ນມາ, ສ່ວນຍຸກຂອງພົງສາວະດານເຊື່ອມຕໍ່ໃສ່ຍຸກຂອງປະຫວັດສາດແມ່ນຢູ່ໃນປະມານປີ ໑໙໐໐ ເປັນຕົ້ນມາ.

ຄຳວ່າ "ພົງສາວະດານແມ່ນຫຍັງ ?".

ພາສາວະດານ ແຝງມາຈາກ ພົງສາວະຕານ
- ພົງສາ = ມາຈາກ ວົງສາຄະນາຍາດ ຫຼືສະກຸນວົງ, ອັນໝາຍເຖິງຍາດພີ່ນ້ອງທີ່ສືບສະກຸນກັນຈາກຄົນຮູ່ນໜຶ່ງສູ່ຄົນຮູ່ນໜຶ່ງ ອັນມີຍາດຂ້າງແມ່ ແລະ ຂ້າງພໍ່,

- ອາວະຕານ : (ແປງ ຕ ເປັນ ດ) ກໍຄືການແບ່ງພາກມາເກີດ, ການມາຮັບໃຊ້ຊາດ ການຈຸຕິຈາກສະຫວັນ ມາສູ່ໂລກມະນຸດ.

ຄຳວ່າ "ພົງສາວະດານ" ຈຶ່ງໝາຍເຖິງ "ບຸກຄົນຜູ້ມີບຸນ, ພະເຈົ້າ ຫຼືເທພະບຸດ ເທພະດາ ໄດ້ແບ່ງພາກ ຫຼືລົງມາເກີດ ເພື່ອປົກຄອງມະນຸດ, ສະນັ້ນ ເຮົາຈະເຫັນວ່າ ໃນບັນດາປະເທດອາຊີນີ້ ຈະກ່າວເຖິງກະສັດຂອງຕົນຕາມທັດສະນະຄວາມເຊື່ອພື້ນຖານຂອງສາສນາຂອງເຂົານັບຖືຢູ່.

ຄຳວ່າ "ພົງສາວະດານ" ໃນຄວາມໝາຍຂອງພາສາລາວ ແມ່ນເວົ້າສະເພາະການບັນທຶກເຊື້ອພະວົງ ອັນເປັນວົງບໍຣິສຸດທີ່ອາວະຕານມາຈາກຊັ້ນ ຟ້າ, ນອກຈາກພົງສາວະດານແລ້ວ ຍັງມີ "ພົງສາວະລີ" ອີກ ອັນໝາຍເຖິງ ການບັນທຶກ ເຊື້ອວົງຂອງສາມັນຊົນຄົນຜູ້ມີຄວາມສຳຄັນຕໍ່ຊາດ ຫຼືສະກຸນວົງສາຂາຕ່າງໆ.

No comments:

Post a Comment