21 June 2008

ຜີບ້າ-ຜີບຸນຂະບວນການຮັກຊາດລາວໃນອີສານ


ເມື່ອປີ . ໒໔໔໒(໑໘໙໙) ທີ່ເກີດຂື້ນທາງພາກໃຕ້ຂອງລາວກວມລວມທັງພາກອີສານຕອນໃຕ້ ພ້ອມ, ຄວາມຈິງຂະບວນຜີບ້າຜີບຸນນີ້ທາງລາວຮຽກວ່າຂະບວນຜູ້ມີບຸນເກີດຂຶ້ນໃນອານາເຂດແຫ່ງ ນະຄອນຈຳປາສັກທັງສອງຝາກຝັ່ງແມານຳ້ຂອງ ຂະບວນການນີ້ທາງລາວຖືວ່າຂະບວນຂອງຜູ້ຮັກຊາດ ແຕ່ທາງສຍາມ(ໄທຍ໌) ຖືວ່າເປັນໄຟຄຸກຄາມໃຫ້ແກ່ອຳນາດລັດຢ່າງຍິ່ງໃຫຍ່, ຂະບວນການຜີບ້າຜີບຸນຕອນ ນີ້ຈະເວົ້າສະເພາະທີ່ກ່ຽວກັບເມືອງຕະການພືດຜົນເທົ່ານັ້ນ, ເນື່ອງຈາກຂະບວນນີ້ໄດ້ຖືກຍົກຂະບວນມາ ຕັງຖານທີ່ໝັ້ນໃນເມືອງນີ້ ແລະຖືກທາງການສຍາມຍົກພົນມາປາບປາມດ້ວຍ, ເພາະເຫດນັ້ນ ຈຶ່ງຂໍໍກ່າວ ສະເພາະໃນເມືອງຕະການພືດຜົນເທົ່ານັ້ນ ສ່ວນຢູ່ໃນເມືອງອື່ນຫາກພົບຫຼັກຖານຈະນຳມາກ່າວໃຫ້ຮູ້ ເປັນຕອນໆໄປ.

ປະຫວັດຂະບວນຜູ້ມີບຸນ ເຊິ່ງທາງໄທຍຮຽກວ່າຂະບວນການຜີບ້າ-ຜີບຸນນັ້ນ ເດີມແທ້ເປັນໝໍລຳ ກອນ ທ່ຽວລຳກອນຜະຫຍາ ກະຈາຍໄປທົ່ວຫົວເມືອງຕ່າງທັງໃນລາວ ແລະພາກອີ່ສານ(ອີສານສະໄໝນັ້ນ ຍັງຍົກເປັນຫົວເມືອງລາວ ຕາມລັກສະນະການປົກຄແງໄທຍ໌ຢູ່) ຂໍ້ຄວາມການລຳນັ້ນ ເປັນການສັນລະ ເສີນຜູ້ມີບຸນ (ຄົງຈະແມ່ນເລື່ອງພະຍາທັມມິກະລາດ-ເຊິ່ງເລື່ອງນີ້ຍັງຖືກເລົ່າຕິດສົບຕິດປາກປະຊາຊົນ ລາວຊາວຈຳປາສັກຈົນຮອດບັດນີ້) ຈະມາຈາກທິດຕາເວັນອອກ (ເລື່ອງຝາຕີນດຳລີ້ນກ່ານ ຫຼືທອງດຳ ຫຼາວຄຳກໍອາດເປັນໄດ້-ຜູ້ຂຽນ) ແຕ່ໃນຂະນະນັ້ນໝາຍເຖິງອົງແກ້ວ ເຊິ່ງຖືກຍົກຍ້ອງວ່າເປັນຕົວຜູ້ມີບຸນຢູ່ ທາງຝັ່ງ ຊ້າຍແມ່ນຳ້ຂອງ ແລະຄຳກ່າວນັ້ນຈະໃຫ້ຮ້າຍແກ່ອາຳນາດການປົກຄອງສຍາມ(ໄທຍ) ໝໍລຳ ເຫຼົ່ານີ້ເລີ່ມ ຕົ້ນຈາກທາງທິດຕາເວັນອອກ ຕັ້ງແຕ່ສີທັນດອນ ນະຄອນຈຳປາສັກ ເມືອງພິບູນ ແລະ ເດດອຸດົມ ແຍກກັນ ເປັນສີ່ສາຍ, ສາຍທີສາມໄປເມືອງຕະການພືດຜົນ ໃນປີ . ໒໔໔໔ (໑໙໐໑).

ຄົນລາວ ບໍ່ວ່າຈະເປັນລາວທາງພາກໃຕ້ລວມທັງລາວໃນພາກອີ່ສານທັງໝົດດ້ວຍມັກຟັງລຳ ແລະ ໝໍລຳຈະມີອິດທິພົນບົດບາດໃນການສື່ສານແກ່ປະຊາຊົນໄດ້ເປັນຢ່າງດີ ຈຶ່ງເກີດຄວາມເຫຼື້ອມໃສໃນຄວາມ ລຳ ຜະສົມກັບໃນຂະນະນັ້ນ ສະພາບຄວາມເຄ່ັງຕຶງແຫ່ງປະຫວັດສາດຂອງການກອບກູ້ເອກະລາດ ທີ່ຄົນລາວທັງສອງຝາກຝັ່ງມີຄວາມມຸ້ງຫວັງຮ່ວມກັນມີຄວາມເຂັ້ມຂຸ້ນ, ຈຶ່ງເຮັດໃຫ້ປະຊາຊົນເຫື້ຼອມໃສສັດ ທາເປັນຢ່າງຍິ່ງ ໂດຍສະເພາະປະຊາຊົນຊາວລາວໃນແຂວງຈຳປາສັກ-ລວມອຸບົນຫົວເມືອງຕ່າງໆທີ່ເຄີຍ ຂຶ້ນກັບນະຄອນຈຳປາສັກເດີມ ຂະນະນັ້ນຖືກຕັດແບ່ງເປັນສອງຝາກ ຄືບາງສ່ວນຂຶ້ນກັບສຍາມ ແລະອີກ ສ່ວນໜຶ່ງຂຶ້ນກັບຝຣັ່ງ ຈຶ່ງເຮັດໃຫ້ມີຂະບວນກູ້ຊາດລາວເກີດຂຶ້ນ.

ຂະບວການຜູ້ມີບຸນ(ຜີບ້າ-ຜີບຸນ) ໃນຂະນະນັ້ນ ນຸ່ງຫົ່ມຂາວ ຊົງຈີວອນເໝືອນພຣະ-ເນນ ແລະມີ ທຽນເຜິ້ງໜັກ ບາດ ແລະຂັນ ຂັນ ເປັນຂອງສຳລັບນົບໄຫວ້ຄຣູ-ອາຈາຣຍ໌ຜູ້ມີບຸນ ມີປອກໃບລານ ຈານຄາຖາສວມໃສ່ຫົວທຸກຄົນ.

ກົນລະຍຸດຂອງຂະບວນການຜູ້ມີບຸນນັ້ນ ເລີ່ມແຮກແມ່ນຂົນຂວາຍໃຫ້ປະຊາຊົນເຂົາເປັນພັກພວກ, ຕໍ່ມາໄດ້ອອກລາຍແທງ(ໃບປິວ-ໜັງສືອິນຕົກ) ເປັນຄຳພະຍາກອນເຊິ່ງມີຢູ່ຫຼາຍສະບັບ ເຊັ່ນໜັງສືອິນຕົກ, ໜັງສືທ້າວພະຍາທັມມິກະຣາດ, ໜັງສືຜູ້ມີບຸນ ແລະຕຳນານພື້ນເມືອງກຸງ(ອາດໝາຍເຖິງພື້ນວຽງກໍ ເປັນ ໄປໄດ້-ຜູ້ຂຽນ)ເປັນຕົ້ນ, ໜັງສືເລົ່ານີ້ຈະກ່າວໂຈມຕີຕໍ່ຣາຊະການໄທຍ໌ ສັນລະເສີນພະຍາທັມມິກະຣາດ ແລະທວາຍເຫດການຂ້າງໜ້າຕ່າງໆ ເຊັ່ນວ່າ

ປີຊວດຈະມີຍັກ ໗໐໐ ໂຕມາກິນຄົນ ຫຼືພະຍາກອນວ່າ ກາງເດືອນ . ໒໔໔໔ ຈະເກີດເພດໄພ ໃຫຍ່ຫຼວງ ເງິນຄຳທັງປວງຈະເກີດເປັນຫີນຊາຍໄປໝົດ, ສ່ວນຫີນແຫ່ຈະເກີດເປັນເງິນເປັນຄຳໄປໝົດ, ໝູຈະເປັນຍັກກິນຄົນ ແລ້ວພະຍາທັມມິກະຣາດຜູ້ມີບຸນຈະເປັນໃຫຍ່ໃນໂລກ, ໃຜຢາກພົ້ນໄພໃຫ້ຄັດລອກ ໜັງສືເຫຼົ່ານີ້ ບອກຕໍ່ໆກັນໄປ ໃຜຢາກຮັ່ງມີເງິນຄຳ ກໍໃຫ້ເກັບຫີນມາລວມໄວ້ ໃຫ້ທ້າວທັມມິກະຣາດຊຸບ ເປັນເງິນເປັນຄຳ ຖ້າຢ້ານຕາຍໃຫ້ຂ້າໝູ ກ່ອນເຖິງກາງເດືອນ ກ່ອນຈະກາຍເປັນຍັກກິນຄົນ.

ເຫດການດັ່ງກ່າວຂ້າງຕົ້ນ ຖືວ່າເປັນກົນລະຍຸດສຳຄັນ ທີ່ທາງຂະບວນການໄດ້ໃຊ້ ຄວາມເຊື່ອຂອງ ສັງຄົມໃນສະໄໝນັ້ນ ຮຽກໂຮມກຳລັງໂດຍສະໝັກໃຈ, ບວກກັບສະຖານະການຂອງຂອງປະຊາຊົນຄົນ ລາວບົນສອງຝາກຝ່ັງແມ່ນຳ້ຂອງ ບໍ່ວ່າຈະຢູ່ໃນຄວາມປົກຄອງຂອງສຍາມ ກໍຄືຢູ່ໃນຄວາມປົກຄອງຂອງ ຝຣັ່ງກໍຕາມ ປະຊາຊົນລາວເຫຼົ່ານັ້ນ ໄດ້ຮັບກັບຄວາມທຸກທໍລະມານກັນການກົດຂີ່ຂ່ົມເຫງ ເມື່ອມີຜູ້ມີບຸນ ມາຊ່ວຍກອບກູ້ເອກະລາດເຂົາ ພວກເຂົາຍ່ອມເຊື່ອ ແລະໄວ້ວາງໃຈຮ່ວມອຸດົມການເປັນທຳມະດາ, ອີກ ທັງຍັງເຫັນວ່າ ການສື່ສານ ຫຼືການຂ່າວນັ້ນ ຖືວ່າເປັນເຄື່ອງມີສຳຄັນຂອງທຸກຂົງເຂດວຽກງານຂອງມະ ນຸດ ຂະບວນການຜູ້ມີບຸນນັ້ນ ເຖິງວ່າເຄື່ອງການສື່ສານບໍ່ທັນສະໄໝກໍຕາມ ແຕ່ກົນລະຍຸດການໃຊ້ສື່ນັ້ນ ແມ່ນທັນສະໄໝທັງໄດ້ຜົນເປັນຢ່າງຍິ່ງຄືໃຊ້ໜັງສືອິນຕົກ ຫາກໃຜພົບເຫັນແລ້ວຈ່ົງຂຽນຕໍ່ ຫາກບໍ່ຂຽນຕໍ່ ກໍຈັກເກີດອັນຕະລາຍແກ່ຜູ້ພົບເຫັນ ແລະຄອບຄົວຕໍ່ບັນຫານີ້ນັບວ່າ ຂະບວນການຜູຸ້ມີບຸນໄດ້ວາງແຜນ ຍຸດທະສາດໄດ້ດີ ແລະທັນຕໍ່ສະພາບເຫດການສົມຄວນ, ເນື່ອງຈາກຄົນໄໃນສະໄໝນັ້ນ ຍ່ອມທຸກທໍລະ ມານຈາກການຂົ່ມເຫັງເຕັກເຕັກຈາກເຈົ້າອານານຄົມຢູ່ແລ້ວ ບໍ່ວ່າຈະຢູ່ໃນຄວາມຄຸ້ມຄອງຂອງສຍາມໃນ ຝັ່ງຂວາກໍຕາ ຫຼືຢູ່ໃນຄວາມຄຸ້ມຄອງຂອງຝຣັ່ງທາງຝັ່ງຊ້າຍກໍຕາມ ຄົນລາວທັງສອງຝັ່ງດ້ວຍແຕ່ເປັນຜູ້ ຖືກກະທຳທັງນັ້ນ, ເມື່ອມີການກ້າວອ້າງເຊັ່ນນັ້ນ ກໍຍ່ອມໃຫ້ເຂົາຕ້ອງທຳ ໂດຍບໍ່ຕ້ອງຄິດ, ດ້ວຍເຫດນີ້ ການສືສານຂອງຂະບວນການຈຶ່ງໄດ້ຮັບຜົນ ຂະຫຍາຍຕົວຢ່າງກວ້າງຂວາງ.

ເມື່ອຣາຊາດອນໄດ້ຍິນ ກໍຊ່າລືກັນຕ່າງໆນານາ ເນື່ອງຈາກວິທີການສ້າງຄວາມຢ້ານກົວແລ້ວ ຍັງມີທາງອອກໃຫ້ສາມາດທີ່ຂະປົກປ້ອງຕົນເອງຈາກໄພພິບັດໄດ້ ໂດຍດະຈາຍຂ່າວວ່າຖ້າໃຜນຳເອົາຫີນ ຂ້າງວັດ ນຳໄປເຂົ້າພິທີ ກໍ່ເຈດີຕາບເຖິງວັນອາທິດ ຂຶ້ນ ໑໕ ຄ່ຳ ເດືອນ ປີສະຫຼູ ກົງກັບວັນທີ ໒໓ ມະນາ ໒໔໔໔ ຫີນນັ້ນຈະກາຍເປັນເງິນເປັນຄຳ, ຫາກໃຜມີໂຕມ້ອນຈະກາຍເປັນງູກັດເຈົ້າຂອງ ຄວາຍຕູ້ຈະກາຍ ເປັນຍັກຂຶ້ນກິນຄົນ ແລະຮາກຝອຍລະອຽດຢູ່ຕາມຝ່ັງນຳ້ຈະກາຍເປັນໄໝ ຜູ້ຍິງທີ່ຍັງບໍ່ທັນແຕ່ງງານກໍໃຫ້ ຮີບແຕ່ງ ບໍ່ດັ່ງນັ້ນຍັກຈະມາຈັບກິນ, ວັນທີ ໒໔ ມີນາ ໒໔໔໔ ຈະເກິດລົມພະຍຸພັດຄົນປິວໄປວ່ອນໆ ແລະ ມືດ ວັນ ຄືນ, ໃຫ້ຫາໄມ້ລີ້ນຟ້າ ມາໄວ້ຈູດໄຟ ແລະໃຫ້ປູກສິງໃຄໄວ້ຂັ້ນໃດເພື່ອກັນລົມພັດ.

ເມື່ອການແກ້ບັນຫາຂອງຂ່າວແລ້ວ ເຫັນວ່າມີການກະກຽມ ແລະວາງແຜນໄວ້ລະອຽດ, ສິ່ງທີ່ກ່າວ ນັ້ນລ້ວນແຕ່ເປັນສິ່ງທີ່ນຳມາເປັນເຄື່ອງຍຸດທະພັນໄດ້, ໂດຍສະເພາະເລື່ອງການລວບລວມກຳລັງນັ້ນ ແມ່ນການໃຫ້ຜູ້ຍິງທີ່ບໍ່ມີຜົວຫາຜົວນັ້ນເປັນການຮີບໂຮມກຳລັງທີ່ດີທີ່ສຸດ.

ເຫດການຂະບວນຜູ້ຮັກຊາດລາວໃນພາກໃຕ້ ແລະພກາອີສານຈະເປັນເຊັ່ນໃດ (ລໍອ່ານຕໍ່ໄປ)

20 June 2008

ເມື່ອສຍາມເສັຍດິນແດນ


ດິນແດນທີ່ກຳນົດຈຸດໄວ້ ໕ ຈົດນັ້ນທີ່ໄທຍ໌ໄດ້ອ້າງວ່າເຄີຍເສັຍດິນແດນໄປ ໑໔ ຄັ້ງ (ຂ້ມູນຈາກເວັບໄຊນ໌)
ບົດຄວາມ ແລະປະວັດກ່ຽວກັບການສຍາມເສັຍດິນແດນນນັ້ນ, ຖືເປັນບົດຄວາມທາງປະຫວັດສາດທີ່ ສ້າງຄວາມເຈັບແຄ້ນແໜ້ນໃຈໃຫ້ແກ່ຄົນໄທຍ໌ໃນປັດຈຸບັນຢ່າງຍິ່ງ, ໃນຖານະທີ່ຄົນໄທຍ໌ເປັນເຈົ້າຂອງປະເທດໄທຍ໌ ອັນເຄີຍມີຊື່ວ່າສຍາມກ່ອນໜ້ານີ້, ມັນຈຶ່ງບໍ່ເປັນເລື່ອງແປກເລີຍ ເມື່ອເຮົາອ່ານໜັງສືພິມ ວາລະສານ ແລະປຶ້ມ ຫຼືເວບໄທຍ໌ກ່ຽວກັບປະວັດສາດໄທຍ໌ໃນໄລຍະ 100 ກວ່າປີມານີ້ ຈະກ່າວເຖິງເລື່ອງນີ້ຢ່າງຫຼວງຫຼາຍ ຍິ່ງໃນໄລຍະນີ້ມີບັນຫາກ່ຽວກັບປາສາດພູເຂົາພຣະວິຫານຂອງທັງສອງປະເທດ ຍິ່ງເຮັດໃຫ້ບົດຄວາມການເສັຍດິນແດນຂອງສຍາມ(ໄທຍ໌) ຖືກຕີແຜ່ ແລະມີການກ່າວເຖິງກັນຢ່າງທົ່ວເຖິງ.
ໃນຄວາມໝາຍຂອງການເສັຍດິນແດນຂອງສຍາມນັ້ນ, ຄົນໄທຍໄດ້ໃຫ້ທັດສະນະກ່ຽວກັບເຫດການເສັຍດິນແດນນັ້ນວ່າ “ຖືກບີບບັງຄັບ” ຫຼືມັກຈະໃຫ້ຄໍາວ່າ “ສັນຍາເສັຍປຽບ” ໃນຂະນະດຽວກັນກໍມັກຈະໃຊ້ ຄໍາວ່າ “ພຣະມະຫາກະສັດຂອງໄທຍ໌ທຸກພຣະອົງ ພະຍາຍາມຮັກສາເອກະຣາດຂອງປະເທດ ໂດຍການທຳສົງຄາມເພື່ອປ້ອງກັນຣາຊະອານາຈັກ ຣວມເຖິງການຍອມສະຫຼະດິນແດນເລັກນ້ອຍເພື່ອຮັກສາດິນ ແດນທີ່ສຳຄັນໆ ສະຫຼຸບແລ້ວເຮົາເສັຍໄປ 782.877 ຕາຕະລາງກິໂລແມັດ, ເຫຼືອພຽງ ໕໑໒.115 ຕາຕະ ລາງກິໂລແມັດ ໃນປັດຈຸບັນ” ອັນນີ້ແມ່ນຄຳເວົ້າຂອງຄົນໄທຍ໌ທຸກຄົນຮັບຮູ້ ເຊິ່ງນັກວິຊາການດ້ານປະວັດສາດ ແລະສົນທິສັນຍາທາງປະວັດສາດ ການເສັຍດິນແດນຂອງສຍາມມັກກ່່າວເຖິງສະເໝີ ຈົນເຮັດໃຫ້ມີການສະເໜີບົດຂຽນ ຄຳເວົ້ານີ້ຈາກຄົນໄທຍ໌ໃນຍຸກປັດຈຸບັນ ບໍ່ວ່າຊິແມ່ນທ່ອງທ່ຽວໃນເທິງໜ້າເວັບໄຊນ໌ ຫຼືປື້ມອ່ານໃນງານເສວະນາກ່ຽວກັບປະວັດສາດ, ກໍມັກຈະຍິນເລື່ອງນີ້ເລື້ອຍໆ ນັບແຕ່ປີ 1994 ເຖິງປີ 2000 ທີ່ເຄີຍພຳນັກຢູ່ເມືອງໄທຍ໌ ກໍມັກຈະຍິນຄຳນີ້ຫຼາຍຄັ້ງ, ຈຶ່ງເຮັດໃຫ້ມີຄວາມຄິດຢາກສຶກສາເລື່ອງນີ້ໃຫ້ເຫັນຄວາມຈິງ ຈຶ່ງຕ້ອງໃຊ້ເວລາທ່ອງເວບ ແລະຫາອ່ານປຶ້ມກ່ຽວກັບປະຫວັດສາດຍຸກນີ້ໃຫ້ຫຼາຍຂຶ້ນຈຶ່ງພົບກັບການສະຫຼຸບກ່ຽວກັບ “ການເສັຍດິນແດນຂອງສຍາມ” ທີ່ເຂົາສະຫຼຸບໄວ້ຈະແຈ້ງເຖິງ 14 ຄັ້ງ, ໂດຍນັບຈາກປີ ພ.ສ 2329(ຄ.ສ ໑໗໘໖) ຈົນເຖິງປີ ພ.ສ 2505(ຄ.ສ 2505) ການເສັຍດິນແດນທັງໝົດ 14 ຄັ້ງນັ້ນ, ຊາວໄທຍ໌ສຣຸບໄວ້ວ່າ ເສັຍດິນແດນໃຫ້ບັນດາປະເທດຕ່າງໆ ດັ່ງນີ້
- ເສັຍໃຫ້ພະມ້າ 2 ຄັ້ງ.
- ເສັຍໃຫ້ຍວນ 1 ຄັ້ງ.(ຫວຽດນາມ-ຜູ້ຂຽນ)
- ເສັຍໃຫ້ຂະເໝນ 1 ຄັ້ງ.
- ເສັຍໃຫ້ອັງກິດ 4 ຄັ້ງ.
- ເສັຍໃຫ້ຝຣັ່ງເສດ 6 ຄັ້ງ.
ການເສັຍດິນແດນທັງທັງໝົດ 14 ຄັ້ງນັ້ນ ປະວັດສາດການເສັຍດິນແດນໄທຍ໌ລຳດັບເຫດການໄວ້ ດັ່ງນີ້:
໑. ເສັຍດອນໝາກ(ດອນປິນັງ) ໃຫ້ອັງກິດ ເມື່ອ ພ.ສ 2329 ຈຳນວນພື້ນທີ່ 375 ຕາຕະລາງກິໂລແມັດ.
2. ເສັຍເມືອງມະຣິດ, ທວາຍ ແລະຕະນາວສີໃຫ້ພະມ້າ ເມື່ອ ພ.ສ 2336 ຈຳນວນພື້ນທີ່ 55.໐໐໐ ຕາຕະ ລາງກິໂລແມັດ.
໓. ເສັຍເມືອງບັນທາຍມາດ ເມື່ອ ພ.ສ 2353 ໃຫ້ແກ່ຍວນ(ຫວຽດນາມ-ຜູ້ຂຽນ) ຈຳນວນພື້ນທີ່ບໍ່ຮູ້ແຈ້ງ.
4. ເສັຍເມືອງແສນຫວີ, ຊຽງຕຸງ ແລະເມືອງພົງ ເມື່ອ ພ.ສ 2368 ໃຫ້ພະມ້າຈຳນວນ 90.000 ຕາຕະລາງ ກິໂລແມັດ.
5. ເສັຍຣັດເປຣັກ ເມື່ອ ພ.ສ 2369 ໃຫ້ແກ່ອັງກິດ ຈຳນວນພື້ນທີ່ບໍ່ຮູ້ແຈ້ງ.
6. ເສັຍແຄວ້ນສິບສອງປັນນາ ເມື່ອ ພ.ສ 2393 ໃຫ້ຝຣັ່ງເສດ ຈຳນວນພື້ນທີ່ 60.000 ຕາຕະລາງກິໂລ ແມັດ.
6. ເສັຍຂະເໝນ ເມື່ອ ພ.ສ ຂອງແມ່ນຳ້ຂອງໃຫ້ແກ່ຝຣັ່ງເສດ ຈຳນວນພື້ນທີ່ 124.000 ຕາຕະລາງກິໂລ ແມັດ.
8. ເສັຍແຄວ້ນສິບສອງຈຸໄທ ເມື່ອ ພ.ສ 2413 ໃຫ້ແກ່ຝຣັ່ງເສດ ຈຳນວນພື້ນທີ່ 87.000 ຕາຕະລາງກິໂລ ແມັດ.
9. ເສັຍດິນແດນຝັ່ງຊ້າຍຂອງແມ່ນຳ້ສາລະວິນ 13 ເມືອງ ເມື່ອ ພ.ສ 2435 ໃຫ້ແກ່ອັງກິດ ຈຳນວນ 30.000 ຕາຕະລາງກິໂລແມັດ.
10. ເສັຍດິນແດນຝັ່ງຂວາຂອງແມ່ນຳ້ຂອງ ໃຫ້ແກ່ຝຣັ່ງເສດ ເມື່ອ ພ.ສ 2436 ຈຳນວນ 143.000 ຕາຕະລາງກິໂລແມັດ, ໃນວິກິດການ ຣ.ສ 112.
11. ເສັຍແຄວ້ນຫຼວງພຣະບາງ, ຈຳປາສັກ ເມື່ອ ພ.ສ 2446 ໃຫ້ຝຣ່ັງເສດ ຈຳນວນພື້ນທີ່ 62.500 ຕາຕະລາງກິໂລແມັດ, ເພື່ອແລກກັບເມືອງຈັນທະບູຣີ.
12. ເສັຍມົນທົນບົວລະພາ(ສຽມຮຽບ, ສີໂສພົນ, ພຣະຕະບອງ) ເມື່ອ ພ.ສ 2449 ໃຫ້ແກ່ຝຣັ່ງເສດ ຈຳນວນ 51.000 ຕາຕະລາງກິໂລແມັດ ເພື່ອແລກກັບເມືອງຕຣາດ.
13. ເສັຍຫົວເມືອງມາລາຍູ(ຣັດກະລັນຕັນ, ຕຣັງການູ, ປາລິສ, ໄທຣບູຣີ) ເມື່ອ ພ.ສ. 2451 ໃຫ້ອັງກິດ ຈຳນວນພື້ນທີ່ 80.000 ຕາຕະລາງກິໂລແມັດ ເພື່ອແລກກັບກິດຍົກເລີກສິດທິພາບນອກອະນາເຂດ ບວກກັບໃຫ້ ໄທຍ໌ກູ້ເງິນເພື່ອສ້າງທາງຣົດໄຟສາຍໃຕ້.
14. ເສັຍເຂົາ(ພູ)ພຣະວິຫານ ເມື່ອ ພ.ສ 2505 ໃຫ້ຂະເໝນ ຈຳນວນພື້ນທີ່ 2 ຕາຕະລາງກິໂລ ແມັດ.
ເມື່ອລຳດັບເຫດການ ເຊິ່ງທາງໄທຍ໌ສະຫຼຸບວ່າເສັຍດິນແດນ 14 ຄັ້ງນັ້ນ, ຍັງເຫັນວ່າໄທຍ໌(ສຍາມຂະນະນັ້ນ-ຜູ້ຂຽນ) ຍັງໄດ້ປະໂຫຍດຢ່າງຫຼວງຫຼາຍ ດັ່ງເຫດການເສັຍດິນແດນຂອງສຍາມຄັ້ງທີ 10, ທີ 11, ທີ 12 ແລະ ຄັ້ງທີ 13 ນັ້ນ ເຫັນວ່າສຍາມຍັງໄດ້ປະໂຫຍດຕອບແທນຄືນ ເຊິ່ງເຂົ້າໃຈວ່າສ່ວນທີ່ເສັຍໄປ ກັບປະໂຫຍດທີ່ໄດ້ກັບມາຄືນຍ່ອມສົ່ງຜົນສະທ້ອນອັນດີໃຫ້ແກ່ສຍາມ, ອີກທາງໜຶ່ງໃນບັນດາປະເທດທີ່ຢູ່ອ້ອມປະເທດສຍາມນັ້ນ ໃນປະຫວັດການເສັຍດິນແດນຂອງສຍາມ ຍັງເຄີຍໄດ້ເສັຍດິນແດນໃຫ້ແກ່, ພະມ້າ, ຂະ ເໝນໄປແລ້ວ ຊໍ້າບໍ່ພໍຍັງເສັຍດິນແດນໃຫ້ແກ່ຫວຽດນາມອີກ ເຊິ່ງເປັນດິນແດນທີ່ຢູ່ໄກສຍາມສົມຄວນ, ສຳ ລັບປະເທດທີ່ຢູ່ໄກສຸດຂົ້ວໂລກ ຢ່າງຝຣັ່ງເສດກັບອັງກິດນັ້ນ ສຍາມກໍເສັຍດິນແດນມາແລ້ວ, ເປັນຕາໜ້າສົງ ໄສວ່າ “ລາວ” ເຊິ່ງເຄີຍມີດິນແດນອັນກວ້າງໃຫຍ່ໄພສານມາກ່ອນໜ້ານັ້ນ ນັບແຕ່ປີ ພ.ສ 1900 ເຊິ່ງພຣະບາດສົມເດັດພຣະເຈົ້າຟ້າມງຸ່ມມະຫາຣາຊ ສ້າງແລ້ວມອບໄວ້ໃຫ້ຊົນຊາດລາວເປັນເຈົ້າຂອງ ບໍ່ເຫັນມີປະວັດສາດຕ່າງປະເທດກ່າວເຖິງວ່າເສັຍດິນແດນ ແລະໃນໄລຍະນັບ ແຕ່ປີ ພ.ສ 2329 ເປັນຕົ້ນມານີ້, ບໍ່ເຄີຍມີວັດສາດໜ້າໃດວ່າລາວໄດ້ດິນແດນຈາກໃສ ແລ້ວດິນແດນທີ່ເປັນອານາຈັກລ້ານຊ້າງທີ່ເຄີຍມີຄວາມຈະເຣີນຮຸ່ງເຮືອງ ແລະຍິ່ງໃຫຍ່ ກວ້າງຂວາງມາກ່ອນນັ້ນມັນຫາຍໄປໃສລະພີ່ນ້ອງ ຄົນລາວກໍຍັງເສີຍມັ່ງບໍ່ກ່າວເຖິງເລື່ອງນີ້ເລີຍ.
ວັນນີ້, ເປີດເບິ່ງໂທລະທັດທາງໄທຍ໌ ກໍຍັງໄດ້ຍິນໄທຍ໌ກ່າວເຖິງໄທຍ໌ເສັຍດິນແດນຜ່ານມາ ແລະກຳລັງຈະເສັຍອີກ ແລ້ວເຮົາຈະນັ່ງເບິ່ງເຫດການວ່າໃຜຈະໄດ້ ໃຜຈະເສັຍນັ້ນ ຄົງບໍ່ເປັນປະໂຫຍດສາແລ່້ວ, ເຖິງເວລາແລ້ວ ທີ່ພວກເຮົາຈະມາສຶກສາເຖິງການໄດ້ ການເສັຍດິນແດນ ຂອງບັນດາປະເທດເຫຼົ່ານີ້ຢ່າງຈິງຈັງດ້ວຍວິທີທາງວິຊາການ, ຢ່າງນ້ອຍເຮົາກໍມາກ່າວເຖິງວ່າອານາຈັກລ້ານຊ້າງທີ່ກວ້າງໃຫຍ່ບົນສອງ ຟາກຝັ່ງມັນຫາຍໄປໃສແລ້ວ ເພື່ອຄວາມຮັບຮູ້ແລະເຂົ້າໃຈກັນດີຂຶ້ນ ເພື່ອປ້ອງກັນການກະທົບກະທັ່ງກັນໃນອະນາຄົດ ເຊິ່ງໃຜໆກໍບໍ່ຄາດຫວັງວ່າຈະໃຫ້ສິ່ງເຫຼົ່ານັ້ນເກີດຂຶ້ນຊຳ້ຮອຍອີກ ເຖິງເວລາແລ້ວທີເຮົາຈັກຕ້ອງເວົ້າ, ໃນເມື່ອກ່ອນໃນປະວັດສາດການເສັຍ ຫຼືໄດ້ດິນແດນຂອງບັນດາປະເທດທີ່ກ່າວນາມຂ້າງຕົ້ນນັ້ນ ລາວເຮົາບໍ່ມີສ່ວນຮ່ວມໃນການໄດ້ການເສັຍເລີຍ ອີກທາງໜຶ່ງໃນຂະນະນັ້ນເຖິງຢາກເວົ້າກໍເວົ້າບໍ່ໄດ້ ເພາະບໍ່ແມ່ນໜ້າທີ່ ມາດຽວນີ້ເຮົາມີໜ້າທີ່ ເປັນຂອງປະເທດແລ້ວ ຄວນເວົ້າແຕ່ເຮົາຈະເວົ້າໄດ້ຫຼືບໍ່, ຢ່າງນ້ອຍກໍເວົ້າໃຫ້ລູກຫຼານເຮົາຮູ້ເຖິງກົກປາຍສາຍເຫດແຫ່ງອະດິດຕະການານມາແລ້ວກໍຍັງດີ.
ອ້າງອິງ
http://www.youtube.com/user/xaouxso

ອັກສອນລາວ ​ໄດ້​​ມາ​ຈາກ​ອັກສອນພຣະຍາ​ແຖນ

ບັນທຶກໂດຍ: ພຣະຄຣູເນືອງພິລັກ ໂຊຕິທອນ.
ເລົ່າ​ໂດຍ: ພໍ່​ຈາຣຍ໌ຄຣູໝັ້ນ ​ໂຊຕິ​ທອນ.

ອະ ​ຕິ​ເຕ ກາເລ, ​ໃນ​ອະດີ​ດຕະການຜ່ານ​ມາ ຕັ້ງ​ແຕ່​ກ່ອນ​ປູ່​ສັງ​ກະສາຍ່າ​ສັງກະສີ​ພຸ້ນ, ​ໂລກມະນຸ​ດ​​ເຮົາ​ຖືກ​ນ້ຳຖ້ວມ​ໃຫຍ່​ຄັ້ງໜຶ່ງ ​​ເຮັດ​ໃຫ້​ມະນຸ​ດຕາຍຈົນ​​ເກືອບໝົ​ດ, ​​ແຕ່​ມີ​ເຖົ້າຄົນ​ໜຶ່ງ​ໄດ້ເອົາ​ຫຼາ​ຊາຍ, ຍິງ,ຄູ່ ​ເຂົ້າຂອງ ​ແລະ​ສັດສາ​ວາ​ສິ່ງ​ຂຶ້ນ​ໃສ່​ເຮືອ ຈຶ່ງ​ເຮັດ​ໃຫ້​ເຮ​ືອນັ້ນຟູຂຶ້ນ​ໄປ​ຮອດ​ເມືອງ​ແຖນ ແລ້ວ​ພະຍາ​ແຖນ​ຜູ້​ເປັນ​ໃຫຍ່​ກວ່າ​ໂລກໃນ​ສະ​ໄໝ​ນັ້ນ ​ໄດ້​ສັ່ງ​ໃຫ້​ເຖົ້າຄົນນັ້ນ ​​ໄປ​ຢູ່​ໜອງ​​ແຫ່ງ​ໜຶ່ງ; ​ເມື່ອ​ນ້ຳລົດ​ແລ້ວຈຶ່ງ​ສັ່ງ​ໃຫ້​ເຖົ້າຄົນ​ນັ້ນມາ​ສ້າງເມືອງ​ລຸ່ມ, ​ແລ້ວ​ແຖນກໍ​ສ້າງ​ມະນຸດ ​ແລະ​ສັບ​ພະ​ສິ່ງ​ຂຶ້ນ​ມາ​ແທນ, ຫຼັງ​ຈາກ​ນັ້ນມາ​ມະນຸດ​ໄດ້​ສົມສູ່​ຢູ່​ກິນ​ນຳ​ກັນ ​ຈົນ​ອອກລູກ​ອອກ​ຫຼານ​ ​ແຜ່ໄປ​ຫຼວງຫຼາຍ ​ເຮັດ​ໃຫ້​ມະນຸດ​ເກີດ​ຄວາ​ມສັບ​ສົນ​ວຸ້ນວາຍ, ຈຶ່ງ​ຮອດເຖິງ​ພຣະຍາ​ແຖນ, ພຣະຍາ​ແຖນ​ເຫັນ​ເປັນ​ເຊັ່ນ​ນັ້ນ ຈຶ່ງ​ໄດ້​ສົ່ງ​ຂຸນ​ບູຣົມຣາຊາ​ທິຣາດມາ​ປົກຄອງ​ເມືອງ​ລຸ່ມ, ຕັ້ງກົດ​ເກນ​ຕ່າງໆ ​ໃຫ້​ມະນຸດ​ໄດ້​ປະ​ພຶ​ດປະຕິບັດ​ກັນ, ຫຼັງ​ຈາກ​ນັ້ນ​ເປັນຕົ້ນມາ ມະນຸດ​ຈຶ່ງ​ຢູ່​ດ້ວຍ​ຄວາມ​ບໍ່​ບຽດບຽນ​ກັນ, ​ເຮັດ​ໃຫ້​ນາ​ນ້ອຍ​ອ້ອຍ​ໝູຢູ່​ເຢັນ​ເປັນ​ສຸກ​ຕລອດ​ມາ.

​ເມື່ອ​ບ້ານ ​ເມືອງ​ມີ​ກົດ​ເກນ​ຂຶ້ນ​ມາ​ແລ້ວ ບ້ານ​ເມືອງ​ກໍ​ຢູ່​ເຢັນ​ເປັນ​ສຸກ ຜູ້​ຄົນ​ກໍ​ຫຼວງຫຼາຍ​ຂຶ້ນ, ​​ເຖິງ​ວ່າ​ຄົນ​ເລົ່າ​ນັ້ນຈະ​ບໍ່​ຄ່ອຍ​ຕໍ່ສູ້​ບຽດບຽນ​ກັນ​ກໍ​ຕາມ ​ແຕ່​ພຣະຍາ​ແຖນ​ເຫັນ​ວ່າ ທີ່​ບ້ານ​ແຫ່ງ​ນັ້ນ ມີ​ຄົນ​ຢູ່​ຮ່ວມກັນ​ ພວກ, ພວກ​ໜຶ່ງ​ຜິວ​ເຫຼືອງ, ພວກ​ໜຶ່ງ​ຜິວ​ຂາວ, ອີກ​ພວກ​ໜຶ່ງ​ຜິວ​ດຳ, ​ແລະ​ມີ​ຊື່​ພວກ​ແຕກ​ຕ່າງ​ກັນ​ດັ່ງ​ນີ້​ຄື: ພວກ​ໜຶ່ງຮຽກ​ຊື່​ພວກ​ຕົນ​ວ່າ​ເຈັກ, ອີກ​ພວກ​ໜຶ່ງ​ຊື່​ພວກ​ລາວ ​ແລະ​ອີ​ພວກ​ໜຶ່ງ​ຊື່ວ່າພວກກຼອມ(ຂອ​ມ), ທັງ ພວກ​ນີ້​ຕ່າງ​ກໍ​ຢູ່​ບ້ານ​ດຽວ​ກັນ, ພວກ​ເຈັກ​ແມ່ນ​ອາ​ໄສ​ຢູ່​ຫົວ​ບ້ານ, ພວກ​ລາວອາ​ໄສ​ຢູ່​ກາງ​ໝູ່​ບ້ານ ​ແລະ​ພວກ​ກຼອມອາ​ໄສ​ຢູ່​ທ້າຍ​ບ້ານ.

​ເມື່ອເປັນ​ເຊັ່ນ​ນັ້ນ, ພະຍາ​ແຖນ​ເລັງ​ເຫັນ​ວ່າ ​ໃນ​ການ​ອະ​ນາ​ຄົດຜ່ານ​ໄປ ຄົນ​ ພວກ​ນີ້ ລ້ວນ​ແຕ່​ເປັນ​ພີ່ນ້ອງ​ກັນ ​ແຕ່​ເມື່ອ​ຜູ້​ຄົນ​ຂອງ​ຕົນ​​ເພີ່ມ​ຂຶ້ນຫຼວງຫຼາຍ​ໄປ​ແລ້ວ ຈະ​ຕ້ອງ​ແຍກ​ຍ້າຍ​ ກັນ​ໄປ​ຢູ່ຕ່າງ​ບ້ານ, ຕ່າງ​ຖິນກໍ​ຈະ​ເຮັດ​ໃຫ້​ຄົນ​ພວກ​ນີ້ຫຼົງ​ລືມ​ເຜົ່າ​ພັນ ​ແລະ​ພວກ​ພ້ອງ​ກັນ, ​ເມື່ອ​ເປັນ​ເຊັ່ນ​ນັ້ນ ພຣະຍາ​ແຖນ​ຫຼວງ ຜູ້​ເປັນ​ໃຫຍ່​ແກ່​ແຖນ​ທັງຫຼາຍ ​ໄດ້​ສັ່ງ​ໃຫ້​ແຖນ​ແຕ່ງ, ຜູ້​ເປັນ​ແຖນ​ທີ່​ມີໜ້າ​ທີ່​ນິຣະມິ​ດສິ່ງ​ຕ່າງໆ​ໃຫ້​ແກ່​ມະນຸດ ລົງ​ມາ​ຍັງ​ເມືອງ​ມະນຸ​ດ ​ແລ້ວ​​ໃຫ້​ສ້າງ​ອັກສອນ​ຊະນິດ​ໜຶ່ງ ​ເພື່ອ​ຈະ​ໃຫ້​ມະນຸດ​ໄດ້​ບັນທຶກ​ເຣື່ອງຣາວຂອງ​ຊາດ​ຕົນ​ໄວ້​ ​ເພື່ອ​ໃຫ້​ມະນຸດ​ໄດ້​ສຶກ ສາ​ເຣື່ອງຣາວຂອງຕົນ.

​ເມື່ອ​ແຖນ​ແຕ່ງ​ໄດ້​ ຮັບ​ໂອງການ​ຂອງ​ພຣະຍາ​ແຖນ​ຫຼວງ​​ແລ້ວ ກໍ​ໄດ້​ລົງ​ມາ​ຍັງ​ເມືອງ​ມະນຸດ​ແລ້ວ ກໍ​ໄດ້​ໄປ​ຍັງ​ສານພຣະພູມ​ປະຈຳ​ໝູ່​ບ້ານ​ອັນ​ນັ້ນ, ​​ເມື່ອ​ໄປ​ຍັງ ສານພຣະພູມ​ແລ້ວ ກໍ​ແຈ້ງ​ຂ່າວ​ອັນ​ພຣະຍາ​ແຖນ​ສັ່ງ​ໃຫ້​ຕົນ​ມາ​ກະທຳ ​​ເພື່ອ​ຈະ​ປະທານ​ອັກສອນ​ໃຫ້​ແກ່ມ​ະນຸ​ດ ​ເພື່ອ​ຈະ​ໄດ້​ບັນທຶກ​ເຣື່ອງຣາວຂອງ​ຕົນ​ໄວ້​ໃຫ້​ລູກ​ຫຼານ​ໄດ້​ສຶກສາ​ສືບ​ທອດ.

​ເມື່ອ​ພຣະພູມ​ໄດ້​ຟັງ​ການຣາຍງານ​ຕົວ​ຂອງ​ແຖນ​ແຕ່ງ​ແລ້ວ ກໍ​ໄດ້​ຕ້ອງ​ຮັບ​ແຖນ​ແຕ່ງ​ເປັນ​ຢ່າງ​ດີ, ຫຼັງ​ຈາກ​ນັ້ນ ​ແຖນ​ແຕ່ງ​ກໍ​ໄດ້ນິຣະມິດ​ອັກສອນ​ໄວ້​​ໃນ​ພະ​ລານ ເດີ່ນ​ກາງ​ບ້ານນັ້ນໝົດ​ທຸກ​ຕົວ ​ແລ້ວ​ກໍ​ສັ່ງ​ໃຫ້​ພຣະພູມ​ໄປ​ບອກ​ກ່າວ ​ໂດຍ​ການ​ນິຣະມິດ​ຄວາມ​ຝັນ​ໃຫ້​ຫົວ​ໜ້າ​ກຸ່ມ​ຂອງ​ຄົນ​ທັງ​ສາມ​ພວກ​ໃຫ້​ຮູ້​ວ່າ ມື້​ອື່ນ​ເຊົ້ານີ້ ເນື່ອງ​ຈາກ​ວ່າ​ພຣະຍາ​ແຖນ​ຫຼວງ ​ໄດ້​ມີ​ພຣະ​ໂອງການ​ໃຫ້​ແຖນ​ແຕ່ງ​ໄດ້​ແຕ່​ອັກສອນ​ໃຫ້​ມະນຸ​ດ​ໄດ້​ນຳ​ເອົາ​ໄປ​ບັນທຶກ​ເຣື່ອງຣາວຂອງ​ຕົນ​ໄວ້, ດ້ວຍ​ເຫດ​ນັ້ນຈຶ່ງ​ໃຫ້ ຫົວໜ້າ​ເຜົ່າ​ໄປ​ຍັງ​ຫໍພຣະພູມ​ຫົວ​ບ້ານ​ນັ້ນ ຫາກ​ເຫັນ​ອັກສອນ​​ແລ້ວ​ໃຫນນຳ​ເອົາ​ໄປ​ໃຊ້".

ທີ່​ຫົວ​ບ້ານນັ້ນ ​ເປັນຫໍ​ພຣະພູມປະຈຳ​ໝູ​ບ້ານ ​ເຊິ່ງຄົນ​ທັງ​ສາມ​ພວກ​ໄດ້​ມາ​ທຳກິດຈະ​ກັມ ​ແລະ​ມ່ວນ​ຊື່ນ​ລື້​ນ​ເລີງ​ກັນປະຈຳ​ເດືອນ, ທັງ​ໄດ້​ມາ​ລ້ຽງ​ພຣະພູມ ມາຂໍພອນ ​ຫຼື​ຕິດ​ຕໍ່​ສື່​ສານ​ກັບພຣະຍາ​ແຖນ​ຢູ່​ຟາກ​ຟ້າ.

​ໃນ​ຄືນ​ນັ້ນ, ຫົວໜ້າ​ຂອງ​ຄົນ​ທັງ​ສາມ​ພວກ ​ໄດ້​ຮັບ​ຮູ້​ນິມິ​​ດຄວາມ​ຝັນ​ອັນ​ນັ້ນ ກໍ​ນອນ​ຫຼັບ​ໄປ​ຈົນ​ມື້​ອື່ນ​ເຊົ້າ​,​ ​ໃນ​ຄ່ຳ​ຄືນ​ນັ້ນ​ເອງ ຝົນຕົກ​​ແຮງ​ຮ່າ​ໃຫຍ່ ຈຶ່ງ​ເຮັດ​ໃຫ້​ຄົນພວກ​ນັ້ນນອນ​ຫຼັບ​ຝັນ​ດີ​ເປັນ​ພິ​ເສດ.

ມື້​ໃໝ່​ມາ, ພໍ​ຮຸ່ງ​ອະຣຸນ ຫົວໜ້າ​ກຸ່ມ​ຄົນ​ລາວ​ໄດ້​ຕື່ນ​ຂຶ້ນ​ມາ​ແຕ່​ແສງ​ທອງ​ກຳລັງ​ຮ່ ກໍ​ໄດ້​ໄປ​ຍັງ​ເດີ່ນ​ຫົວ​ບ້ານ ພໍ​ໄປ​ເຖິງ​ຫົວ​ບ້ານ​ກໍ​ໄດ້​ເຫັນ​ອັກສອນ ອັນ​ພຣະຍາ​ແຖນ ທີ່ພຣະພູມ​ມານິຣະມິດ​ໃຫ້​ຮູ້​ເມື່ອ​ຄືນ​ນີ້, ບັງເອີນຂີ້ກະເດືອນພັດໄຕ່ທັບສ່ວນໜຶ່ງຂອງອັກສອນແລ້ວ ຈຶ່ງ​ໄດ້​ກ່າເອົາ​ອັກສອນ​ນັ້ນກັບ​ມາ​ຍັງເຮືອ​ນ ​ແຕ່ວ່າ​ອັກສອນ​ທີ່​ຫົວໜ້າ​ເຜົ່າ​ລາວ​ເຫັນ​ນັ້ນມີ​ສອງ​​ແບບ ຈຶ່ງ​ບໍ່​ເຂົ້າ​ໃຈ​ວ່າ ອັກສອນ​ທັງ​ສອງ​ແບບ​ນັ້ນອັນ​ໃດ​ເປັນອັກສອນ​ຂອງ​ພຣະາ​ແຖນ​ແທ້, ທັງເປັນ​ຮູບ​ອັກ​ສອນ​ຢ່າງ​ຈະ​​ແຈ້ງ ​ແຕ່​ວ່າ​ຕອນ​ທ້າຍໆ​ຂອງ ​ໝວດ​ອັກສອນ ພັດ​​ເປັນ​ຮອຍຂີ້ກະ​ເດືອນ​​ໄຕ່ ​ເມື່ອ​ເອົາ​ມາ​ຮອດ​ເຮ​ືອນແລ້ວ​ຫົວ​ໜ້າ​ເຜົ່າ​ລາວ ກໍ​ໄດ້​ແປງ​ເອົາ​ອັກສອນຊະນິດ​ທີ່​ມີ​ຕົນ​ຕົວຈະ​ແຈ້ງ​ບັນ​ທຶກ​ເປັນ​ອີກ​ແບບ​ໜຶ່ງ ຽກວ່າ​ອັກສອນ​ລາວ, ສ່ວນ​ທີ່​ເປັນ​ຮອຍ​ຂີ້ກະ​ເດືອນ​ນັ້ນ ກໍ​​ແປງ​ເປັນ​ອີກ​ແບບ​ໜຶ່ງ ຕົວມົນໆ ເມື່ອຄົນລາວຍ້າຍຖິ່ນໄປຕັ້ງອານາຈັກຂອງຕົນ ກໍເອົາໃຊ້ກາຍເປັນອັກສອນລາວອີກແບບໜຶ່ງ ການຕໍ່​ມາ​ເມື່ອ​ມີ​ພຸດທະສາສນາ ຄົນ​ທັງຫຼາຍ​ໃຊ້​ຂຽນ​ພຣະທັມມະ​ວິ​ໄນ ຄົນ​ທັງຫຼາຍ​ຈຶ່ງ​ຮຽກ​ວ່າ​ອັກສອນ​ທັມ, ສ່ວນ​ທີ່​ເປັນ​ຕົວ​ຕົນ​ຈະ​ແຈ້ງ​ນັ້ນ ກໍ​ບັນ​ທຶກ​ພາສາ​ລາວ ຄົນ​ທັງຫຼາຍ ຈຶ່ງ​ຮຽກ​ວ່າ​ອັກສອນ​ລາວ. ຍ້ອນ​ວ່າ​ອັນ​ສອນ​ທັງ​ສອງ​ຢ່າງ​ນີ້ ​ເຄິ່ງໜຶ່ງ​ຈະ​ແຈ້ງ ເຄິ່ງໜຶ່ງຖືກ​ຂີ້ກະ​ເດືອນ​ໄຕ່​ທັບ​ແລ້ວ ຈຶ່ງ​ເຮັດ​ໃຫ້​ອັກສອນ​ທັງ​ສອງ​ນີ້ບໍ່​ຄົບ ມີ​ພຽງ​ແຕ່​ຊາວ ໒໗ ຕົວ, ການ​ຕໍ່​ເມື່ອ​ຄົນຫຼາຍຂຶ້ນ ພາສາ​ກໍ​ເກີດ​ຂຶ້ນມາ​ເລື້ອຍ​ເຮັດ​ໃຫ້​ຄວາມ​ເວົ້າຫຼາຍ​ຂຶ້ນ​ມາ ຕໍ່​ມາ​ຈຶ່ງ​ໄດ້​ແຕ່ງ​ອັກສອນ​ທັງ​ສອງ​ນີ້​ຈົນ​ຄົບ, ​ເມື່ອ​ໄດ້​ອັກສອນ​ແລ້ວ ຫົວໜ້າ​ກວນ​ບ້ານ​ກໍ​ໄດ້​ເອົາ​ອັກສອນ​ທັງ​ສອງ​ນັ້ນ ບັນທຶກ​ໄວ້​ແຜ່ນ​ໜັງຄົນ​ທັງຫຼາຍ​ຈຶ່ງ ປ່ຽນ​ຊື່​ຄຳ​ວ່າ​ອັກສອນ​ນັ້ນມາ​ເປັນ​ໜັງສື ​ໃນ​ການ​ຕໍ່​ມາ, ​ເຮົາ​ຈະ​ເຫັນ​ວ່າ​ອັກສອນ​ລາວ​ເປັນ​ຕົວ​ເປັນ​ຂາ ​​ເວລາ​ຂຽນ​ຄວາມ​ເວົ້າ​ແລ້ວອັກສອນ ​ແລະ​ຄຳ​ເວົ້າ​ມັກ​ຈະ​ຖືກຕ້ອງກັນ ຫຼືກົງກັນກັບຄຳເວົ້າ ​ເຊັ່ນ: ກິນ​, ການ, ກືນ, ສອງ, ສາມ, ສີ່ ​ແລະ​ອື່ນໆ, ສ່ວນ​ອັກສອນ​ທັມນັ້ນຈະ​ເຫັນ​ເປັນ​ຕົວ​ມົນໆ ​ເພາະວ່າ​ໄດ້​ຈາກ​ຮອຍ​ຂີ້ກະ​ເດືອນ​ນັ້ນ​ເອງ.

​ໃນມື້​ດຽວ​ກັນນັ້ນ, ​ເຜົ່າ​ກຼອມທີ່​ຕັ້ງບ້ານ​ເຮືອນ​ຢູ່​ທ້າຍ​ບ້ານ ກໍຮູ້ສຶກ​ເຖິງ​ຄວາມ​ຝັນ ທີ່​ພຣະຍາ​ແຖນ ​ແລະ​ພຣະພູມ​ມາບ​ອກ​ໃຫ້​ໄປ​ເອົາ​ອັກສອນ, ຈຶ່ງ​ຮີບ​ໄປ​ຍັງ​ຫົວ​ບ້ານບ່ອນ​ສານ​ພຣະພູມ ​ແຕ່​ວ່າ​ໄປ​ເຖິງ​ສວຍ​ແນ່​ແລ້ວ ຂິ້ກະ​ເດືອນ​ໄຕ່​ລືບ​ໜັງສື​ຈົນ​ໝົດ​ແລ້ວ ຈຶ່ງ​ເຫັນ​ແຕ່​ຮອຍ​ຂີ້ກະ​ເດືອນ ​ເມື່ອ​ເຫັນ​ເປັນ​ເຊັ່ນ​ນັ້ນ ກໍ​ນຶກ​ວ່າ​ຮອຍ​ຂີ້ກະ​ເດືອນ​ນັ້ນ​ເປັນ​ໜັງສື ກໍ​ເອົາ​​ເອົາ​ຮອຍ​ຂີ້ກະ​ເດ​ືອນນັ້ນ ມາ​ແປງ​ເປັນ​ອັກສອນ ຈົນ​ຄົບ ໔໔ ​ໂຕ, ​ແຕ່​ຂຽນ​ເປັນ​ຮອຍ​ຄ້າ​ຍຮອຍ​ຂີ້ກະ​ເດືອນ ຄົນ​ທັງຫຼາຍຈຶ່ງ​ຮຽກ​ວ່າ ອັກ​ສອນ​ກຼອມຫວັດ(ອັກສອນ​ຂອມ​ຫວັດ) ​ເມື່ອ​ໄດ້​ໄປ​ແລ້ວ​ພວກ​ກຼອມກໍ​ໄດ້​ເອົາ​ໄປ​ຂຽນ​​ໄວ້​ໜັງຄົນ​ກຼອມ(ຂ​ອ​​ມ ຫຼື​ຂະ​​ເມໝນ) ກໍ​ຮຽກ​ວ່າ​ໜັງສື​ເຊັ່ນ​ກັນ, ດ້ວຍ​​ເຫດ​ນັ້ນ ອັນ​ສອນ ຫຼື​ໜັງສື​ຂອມ​ຈຶ່ງ​ຕົວ​ມົນໆເໝືອນ​ກັນ​ກັບ​ຮອຍ​ຂີ້ກະ​ເດືອນ.

ສ່ວນ​ ພວກ​ເຈັກ​, ອາ​ໄສ​ຢູ່​ຫົວ​ບ້ານນັ້ນ​ເອງ ຕື່ນ​ຂຶ້ນ​ມາ​ແຕ່​ເຊົ້າ ​ແຕ່​ວ່າ​ເຮັດ​ວຽກ ​ເຮັດ​ງາ​ນຈົນລືມ, ກວ່າ​ຈະ​ຮູ້​ເມື່ອ​ຄີງ ​ເຖິງ​ນິມິ​ດທີ່​ພະຍາ​ແຖນ ​ແລະ​ພຣະພູມ​ໄປ​ບອກ​ວ່າ​ໃຫ້​ມາ​ເອົາ​ໜັງສື​ໄປ​ໃຊ້ ກໍ​ຈົນ​ກວ່າ​ໄກ່​ໂຕນ​ຄອນ​ແລ້ວ, ​ເມື່ອ​ໄປ​ຮອດ​​ເດີນ​ໂພນ​ຫົວ​ບ້ານ​ກໍ​ເຫັນ​ພຽງ​ແຕ່​ຮອຍ​ຕີນ​ໄກ່ ຈຶງນຶກ​ໃນ​ໃຈ​ວ່າ ຄື​ຊິ​ແມ່ນ​ນີ້​ແລ​້ວ​ເປັນ​ອັກສອນ​ທີ່​ແຖນ​ສັ່ງ​ໃຫ້​ມາ​ເອົາ ​ຈຶ່ງ​ກ່າຍ​ເອົາ​ຮອຍຕີນ​ໄກ່ນັ້ນ​ໄດ້​ໄວ້ ທຳ​ອິດ​ໄດ້​ກ່າຍ ​ໄວ້​ໄມ້ຄານ​ກ່ອນ, ​ແຕ່​ຕໍ່​ມາ​ເນື່ອງ​ຈາກ​ວ່າ​ບ້ານ​ຂອງ​ຊາວ​ຈີນ​ນັ້ນມີ​ຕົ້ນ​ໃຜ່ຫຼາຍ ຈຶ່ງ​ຂຽນ​ໜັງສືໜັງ​ນັ້ນ​ໄວ່ກະບັ້ງ​ໄມ້​ຜ່ ​ເຮົາ​ຈຶ່ງ​ເຫັນ​ວ່າ ຕົວ​ໜັງສື​ຈີນ​ນອກຈາກ​ເປັນ​ຕົວ​ຄື​ກັນ​ຄື​ກັບ​ຮອຍ​ໄກ່​ເຂັ່ຍ​ແລ້ວ ຍັງ​ຂຽນ​ລົງ​ໄປ​ທາງ​ລຸ​່ມ ​ເໝືອນ​ໄກ່​ເຂັ່ຍ ​ແຕ່​ເນື່ອງ​ຈາກ​ການ​ຂຽນ​ໄມ້​​ໃຜ່ຕ້ອງ​ຂຽນ​ຕາມ​ລວ​ຍາວ​ຂອງ​ໄມ້​ໃຜ່ນັ້ນ​ເອງ.

ຄວາມໝາຍຂອງຄອນພຣະເພງ ແລະຫຼີ່ຜີ

ຄົ້ນຄວ້າໂດຍ: ພອຄ.ເນືອງພິລັກ ໂຊຕິທອນ
(ຮອງ ຜອ.ວິທະຍາໄລສົງ ອົງຕື້)

ເມື່ອເຮົາພົບບົດຂຽນກ່ຽວກັບບົດຂຽນ ຫຼືເລື່ອງລາວກ່ຽວກັບຄອນພຣະເພງ ແລະຫຼີຜີນັ້ນ ມັກຈະເຮັດໃຫ້ເນື້ອຄວາມ ແລະຂໍ້ມູນບາງຂໍ້ມູນຂາດຫາຍໄປ ຍິ່ງການຂຽນຊື່ "ຄອນພຣະເພງ" ຖືກກຳນົດດ້ວຍສຳນຽງພາສາກາງແລ້ວ ຄວາມໝາຍຂອງຄອນພຣະເພງກໍປ່ຽນແປງໄປ ບໍ່ສະເພາະແຕ່ຄົນຕ່າງຖິ່ນ ແມ່ນກະທັງຄົນທ້ອງຖິ່ນເອງກໍຮຽກຊື່ຄອນພຣະເພງ ປ່ຽນໄປຕາມໜັງສືທີ່ຂຽນໄວ້ເປັນທາງການນັ້ນ ຍິ່ງໄປກວ່ານັ້ນຄົນທົ່ວໄປຍັງເຂົ້າໃຈວ່າ ຄອນພຣະເພງ ແລະຫຼີຜີເປັນສະຖານທີ່ດຽວກັນດ້ວຍ, ເພື່ອໃຫ້ບັນດາທ່ານທີ່ສົນໃຈໄດ້ຮັບຮູ້ເລື່ອງລາວຂອງຄອນພຣະເພງ ແລະຫຼີ່ຜີຖືກຕ້ອງຂຶ້ນກວ່າເດີມ ຈຶ່ງໄດ້ຄົ້ນຄວ້າ ວິໄຈ ຄວາມເປັນມາມາສະດໜີໃຫ້ແກ່ທ່ານຮັບຮູ້ດັ່ງນີ້.
ອັນວ່າ ຄອນພຣະເພງ ກັບຫຼີ່ນັ້ນ ມີຄົນເຂົ້າໃຈວ່າແມ່ນທີ່ດຽວກັນ, ທີ່ແທ້ຄອນພຣະເພງບໍ່ແມ່ນທີ່ດຽວກັນກັບຫຼີ່ຜີ ເພາະຄອນພຣະເພງ (ແມ່ນຮູບທີ່ເອົາມາໂຊວ໌ນັ້ນ) ຢູ່ຝັ່ງຕາເວັນອອກຕິດກັບຝັ່ງເມືອງ(ຝັ່ງຕາເວັນອອກແຜ່ນດິນໃຫຍ່) ດ້ານໜຶ່ງຕິດກັບດອນຊື່ດຽວກັນ(ດອນພຣະເພງ) ສ່ວນຫຼີ່ຜີນັ້ນຢູ່ຝັ່ງດ້ານຕາເວັນຕົກຂອງດອນພຣະເພັງນັ້ນອອກໄປ ເຊິ່ງມີດອນເດດ ດອນສົມຂັ້ນໄວ້ ຄືຢູ່ລະຫວ່າງດອນເດດກັບດອນຄອນ(ສ່ວນຢູ່ລະຫວ່າງດອນເດດກັບດອນຄອນນັ້ນເຂົາຮຽກວ່າ ແກ້ງປັກຕູເມືອງ, ຫາກນັກທ່ອງທ່ຽວຢາກໄປທ່ຽວທີ່ນັ້ນແມ່ນຕ້ອງໄດ້ຂີ່ເຮືອໄປ ລົງເຮືອທີ່ບ້ານນາກະສັງ.
ກ. ຄອນພຣະເພງ ຊາວທ້ອງຖີ່ນສຽງເດີມ ຈະຮຽກອອກສຽງວ່າ “ເພງ” ບໍ່ໄດ້ອອກສຽງ “ເພັງ” ເພາະຄວາມໝາຍທີ່ແທ້ຈິງ ມີທີ່ມາຢ່າງນ້ອຍສອງທາງ, ອິງຕາມຄວາມເປັນຈິງຕາມຮູບສັບຣະຫວ່າງ “ເພັງ” ກັບ “ເພງ” ມີທີມາດັ່ງນີ້:
- ຄຳວ່າ “ເພັງ” ໝາຍຄວາມວ່າ “ເຕັມ” ຫຼື “ຮຸ່ງ” ຫຼື “ແຈ້ງ” ເຊັ່ນ “ເດືອນເພັງແຈ້ງ ແສງສ່ອງເຮືອງໃສ ຍາມຣາຕຣີ ສິວິໄລຮຸ່ງເຮືອງສະເທືອງຟ້າ” ສະນັ້ນຄຳວ່າ “ພຣະ” ມາຈາກພາສາປາລີວ່າ “ວຣ” ແປງວ່າ “ປະເສີດ, ດີ” ແລ້ວແປງ “ວ” ໃຫ້ເປັນ “ພ” ຈຶ່ງໄດ້ ຄຳວ່າ “ພຣ” ໃນພາສາປາລີສຣະ “xະ” ຈະບໍ່ມີຮູບ ໃນອັກສອນທຸກຕົວຍ່ອມມີສຣະ “xະ” ຕິດພັນຢູ່ນຳສະເໝີ ດ້ວຍເຫດນັ້ນ ເມື່ອມາຂຽນເປັນພາສາລາວແລ້ວ ຈຶ່ງຕ້ອງເອົາສຣະ “xະ” ມາຂຽນໄວ້ຫຼັງ ຈຶ່ງອ່ານວ່າ “ພຣະ” ແລະ ແລ້ວຄອນນີ້ ຈຶ່ງມີຊື່ວ່າ “ພຣະເພງ” (ມີທີ່ມາຈະອະທິບາຍໃນຄວາມເປັນມາຂອງຊື່ ເມື່ອຊາວເໜືອໄປເຫັນເຂົ້າ ກໍຮຽກວ່າຄອນພະເພັງ, ເພາະຄົນທາງເໜືອ ເມື່ອຂຽນ “ເພງ” ຈະຂຽນວ່າ “ເພັງ” ຈຶ່ງເຊື່ອວ່າຂຽນບໍ່ຖືກຕາມຄວາມໝາຍເດີມຂອງ ຊື່ຂຽນແຫ່ງນີ້, ເພາະຄຳວ່າ "ເພງ" ໝາຍເຖິງ "ສຽງມ່ວນ, ສຽງອ່ອນຊ້ອຍ". ຈຶ່ງມີທີ່ມາ ແລະ ຄວາມໝາຍຂອງຊື່ “ຄອນພຣະເພງ” ນັ້ນມີທີ່ມີສອງກະແສອີກດັ່ງນີ້ ຄື:
໑. ຄອນພຣະເພງ ທີ່ຊາວໂລກໃຫ້ສັນຍານາມວ່າ “ແອງກລາຕາເວັນອອກ” ນີ້ ເມື່ອກ່ອນຈະມີສຽງດັງ ກ້ອງກັງວານໄກໄປຮອດຈຳປາສັກ ແລະພູພຽງບໍຣິເວນ, ທາງຕາເວັນອອກດຮອດສາຍພູແດນແກວ, ທາງໃຕ້ຮອດກະແຈະ, ທາງຕາເວັນຕົກຮອດເມືອງຕ່ຳ(ສຸຣິນ) ເພາະມີຄຳໜຶ່ງ ຄົນທາງໃຕ້ກ່ອນບົດປ່ອຍ ປີ ໑໙໗໕ ກັບຄືນໄປ ມັກເວົ້າຄຳກ່ອມລູກວ່າ “ຮອດມາຕ່ຳເຮົາໄດ້ກິນປາ ຮອດເມືອງຜາເຮົາໄດ້ກິນເຂົ້າ” ມີຄຳກ່າວອີກຄຳໜຶ່ງວ່າ “ເມື່ອຊາວສີພັນດອນໄປພູພຽງບໍຣິເວນ ຫາກຢາກຮູ້ວ່າສີພັນດອນຢູ່ທີ່ໃດ ຂຶ້ນຕົ້ນໄມ້ຈະຍິນສຽງຄອນພຣະເພງດັງ ກໍຈາມາຍັງສີພັນດອນຖືກ” ສຽງນີ້ດັງຕລອດຍາມແລ້ງ ແລະ ຝົນ, ຈົນມາຮອດສະໄໝຝຣັ່ງເຂົ້າມາປົກຄອງລາວ ພວກເຂົາຈະລ່ອງແພໄມ້ສັກຈາກບໍ່ແກ້ວ ໄຊຍະບູຣີ ດ້ວຍເພຕາມລຳແມ່ນ້ຳຂອງ ລົງໄປທະເລຈີນໃຕ້ ເມື່ອໄປຮອດທາງດອນຄອນແລ້ວ ເຂົາຈະປ່ອຍແພລົງແກ້ງ ແຕ່ຈະບັງຄັບໃຫ້ແພໄມ້ສັກໄປທາງດອນເດດ ແລະດອນຄອນ ແຕ່ມາມີແພໄມ້ສັກຂະບວນໜຶ່ງໄດ້ໄຫຼໄປທາງຕາເວັນອອກ ເລີຍໄປຕົກທາງຄອນພຣະເພງ ແລະແລ້ວໄມ້ສັກຈຶ່ງໄປຕົກຖືກລິ້ນຫີນທີ່ທຳໃຫ້ມີສຽງດັງຂອງຄອນພຣະເພງນັ້ນ ແຕ່ນັ້ນມາສຽງເພງແຫ່ງຄອນພຣະເພງນັ້ນ ກໍບໍ່ດັງເລີຍແຕ່ບັດນັ້ນ, ຍັງຄົງຍັງດັງເທົ່າປັດຈຸບັນນີ້ ແຕ່ຍາມຝົນເທົ່ານັ້ນ ສຽງຄອນພຣະເພງຈະດັງສະເພາະຍາມຝົນ ເວລາ ໓-໔ ໂມງໃກ້ຊິແຈ້ງ ຈະດັງຮອດເມືອງໂຂງ, ເມືອງແສນ, ຂະເໝົາ ຖ້າໃຜໄປທາງສີພັນດອນຍາມນັ້ນ ກໍໃຫ້ສັງເກດເບິ່ງ ຜູ້ຂຽນເກີດທີ່ດອນຂະເໝົາ, ເມືອງແສນ, ສະນັ້ນ ຄຳວ່າຄອນພຣະເພງ ນັ້ນມີທີ່ມາຈາກ ສຽງຄອນພຣະເພງ ດັງເໝືອນສຽງເພງຈາກສະຫວັນ, ໝາຍຄວາມວ່າສຽງເພງທີ່ປະເສີດນັ້ນເອງ.
໒. ກະແສງທີສອງນີ້ ຄືວ່າ ທີ່ຄອນພຣະເພງນັ້ນ ບໍ່ວ່າຍາມແລ້ງ ແລະຍາມຝັນສຽງຄອນພຣະເພງກໍດັງເໝືອນສຽງເພງຮອດບັດນີ້ ຂໍເຊີນໄປສຳຜັດເອງຫາກມີເວລາ ເພາະແຖວນັ້ນເມື່ອກ່ອນເປັນປ່າສົມບູນ ມີສັດສາວາສິ່ງຮ້ອງຂັບຂານ ກ່ອມກັບສຽງນ້ຳຕົກຕາດ ເລີຍກາຍເປັນສຽງເພັງເໝືອນດັງສວາງສະຫວັນ.

ສ່ວນຄຳວ່າຫຼີຜີນັ້ນ ມີທີ່ມາ ແລະຄວາມໝາຍ ໔ ກະແສ ດັ່ງນີ້ຄື:
໑. ກະແສງທີໜຶ່ງ ມາຈາກໜັງສືພຣະລັກພຣະຣາມ ອັນເປັນວັນນະກັມເອກຂອງລາວ, ເຣື່ອງໜຶ່ງດຽວນີ້ ຊອກຫາອ່ານຍາກ ແຕ່ມີສະບັບພາສາລາວ ທີ່ຂ້າພຣະເຈົ້າມີໄວ້ ທັງສອງເຫັ້ຼມເລີຍ, ມີເຣື່ອງລາວດັ່ງນີ້,
“ເມື່ອພຣະລັກພຣະຣາມ ໄດ້ນາງສີດາກັບຄືນມາແລ້ວ, ກໍເດີນທາງກັບມາຍັງເມືອງຈັນທະບູລີ ເມື່ອມາຮອດສະຖານທີ່ແຫ່ງໜຶ່ງ ບໍຣິເວນມະຫານະທີສີທັນດອນ(ສີທັນຕະຣະ) ທີ່ນັ້ນບໍ່ມີດອນຈັກດອນເລີຍ ເປັນວັງນ້ຳທີ່ກວ້າງຮຽກວ່າສະໝຸດ, ພໍດີເວລາໃກ້ຄ່ຳ ຈຶ່ງຈະພັກນອນແຮມຄືນ ພຣະລັກເຫັນວ່າຖ້ານອນທີ່ຝັ່ງກໍຢ້ານບໍ່ມີຄວາມປອດໄພ ພຣະລັກຈຶ່ງຍິງສອນລົງໄປຍັງມະຫານະທີສີທັນດອນ ແລະປາຖໜາໃຫ້ເປັນດອນ ຈຶ່ງເກີດມີດອນໜຶ່ງຂຶ້ນມາ ພຣະລັກຈຶ່ງເຊີນພຣະຣາມ ແລະນາງສີດາໄປທີ່ດອນນັ້ນ ແລ້ວນິມິດຜາສາດຂຶ້ນໃນນດອນນັ້ນ, ໃນຂະນະນັ້ນເອງລາບພຣະນາສວນ ເມື່ອຮູ້ວ່າພຣະຣາມມາຕາມເອົານາງສີດາກັບຄືນແລ້ວ ກໍຕິດຕາມມາຈຶ່ງມາທັນທີ່ມະຫານະທີສີທັນດອນນັ້ນ ຈື່ງເກີດສົງຄາມຂຶ້ນທີ່ນັ້ນ, ຝ່າຍພຣະລັກຢູ່ທາງເໜືອ ສ່ວນພຣະນາສວນຢູ່ທາງໃຕ້ ສົງຄາມຣະຫວ່າງລາບພຣະນາສວນ ກັບພຣະລັກພຣະຣາມຈຶ່ງເກີດຂຶ້ນທີ່ນັ້ນ.
ທາງຝ່າຍລາບພຣະນາສວນຈຶ່ງແຕ່ງໃຫ້ຄຸດ ແລະນາກກໍ່ກຳແພງຂຶ້ນຕັນແມ່ນ້ຳ ເພື່ອຫວັງຈະໃຫ້ນ້ຳນັ້ນຖ້ວມດອນ ແຕ່ຍ້ອນອິດທິຣິດຂອງສອນ ເຖິງວ່ານ້ຳຈະຖ້ວມຫຼາຍພຽງໃດກໍຕາມ ນ້ຳບໍ່ສາມາດຖ້ວມດອນນັ້ນໄດ້ດ ແຕ່ວ່ານ້ຳຈະຖ້ວມບໍຣິວານຂອງພຣະລັກພຣະຣາມ ແລະປະຊາຊົນ ພຣະຣາມຈຶ່ງສັ່ງໃຫ້ ຫະນຸມານ ໄປມ້າງກຳແພງຫີນເປັນຊ່ວງໆ ຄົນທັງຫຼາຍຈຶ່ງຮຽກວ່າ “ຫຼີ່” ຫະນຸມານນັ້ນ ໄປເຫັນນາງມັດສາງາມຫຼາຍ ຈຶ່ງໄປກ້ຽວພາລາສີ ຈຶ່ງເຮັດໃຫ້ຫະນຸມານບໍ່ສາມາດມ້າງກຳແພງຫິນຕັນນ້ຳນະທີໄດ້ ຈຶ່ງເຮັດໃຫ້ສະຖານທີ່ນັ້ນ ເປັນຄອນທ້າງຕັນນ້ຳຂອງຮອດບັດນີ້, ຈຶ່ງເກີດເປັນດອນ ແລະຄອນຕ່າງໆ ລວມທັງຄອນພຣະເພງ ແລະຫຼີຜີດ້ວຍ.
ໃນຂະນະນັ້ນເອງ ການສົງຄາມຍັງດຳເນີນໄປຢ່າງຮຸນແຮງເຮັດໃຫ້ບໍຣິວານຂອງທັງສອງຕາຍຕົກລົງນ້ຳ ໄຫຼໄປເປີະຫຼີ່ຫີນນັ້ນເໝັ້ນສະເອືອນ ຄົນທັງຫຼາຍຈຶ່ງຮຽກວ່າ “ຫຼີຜີ” ແຕ່ບັດນັ້ນມາ, ສ່ວນດອນຕ່າງໆ ທີ່ມີຫຼາຍກວ່າພັນດອນໃນເຂດນັ້ນ ກໍເກີດຈາກອຳນາດອິດທິຣິດຂອງລາບພຣະນາສວນ ໄດ້ໄປຂົນເອົາພູ ແລະ ຫີນມາໂຍນໃສ່ພຣະລັກ ພຣະຣາມ ທາງພຣະລັກ-ພຣະລາມກໍເອົາສອນຍິງ ກໍປ້ອງກັນດ້ວຍອິດທິຣິດໄປຕົກລົງນ້ຳ ກໍກາຍເປັນດອນ ຕົກລົງດິນກາຍເປັນພູ ສະນັ້ນ ທີ່ດອນໂຂງຈຶ່ງມີພູຫຼາຍເຖິງ ໙໙ ໜ່ວຍພູ(ຕາມການເລົ່າຂານກັນ)

໒. ກະແສທີສອງ ແມ່ນມີເນື້ອຄວາມຕາມເລົ່າຂານຂອງຊາວທ້ອງຖິ່ນ ແລະ ອິງຕາມຄວາມເປັນຈິງທາງພູມສາດ ກາຍະພາບ, ທີ່ບໍຣິເວນທີເປັນຫຼີ່ຜີນັ້ນ ເປັນຕາດເປັນຄອນຫຼາຍ ຄ້າຍຫຼີ່ ເມື່ອຄົນຕາຍຕົກນ້ຳ ຫຼືສັດຕາຍຕົກນ້ຳໄດ້ໄຫຼໄປເປີະຫຼີ່ຕາດຄອນທີ່ນັ້ນ ຊາວພື້ນເມືອງຈຶ່ງຮຽກທີ່ນັ້ນວ່າຫຼີ່ຜີ, ອັນນີ້ຢືນຢັນໄດ້ສະໄໝຍັງນ້ອຍມີຄົນຕາຍຕົກນ້ຳ ຢູ່ທາງດອນເໜືອຫາຄາບບໍ່ໄດ້ ຊາວບ້ານຈຶ່ງພາກັນໄປຫາທີ່ແຖວຫຼີ່ຜີດກໍເຫັນສົມປະສົງ.
໓. ອິງຕາມວັດທະນະທັມໃນບຣິເວນນີ້ ຈະເຮັດຫຼີ່ເພື່ອຕັນເອົາປາ ແຕ່ມີສັດ ແລະຄົນຕາຍດິກນ້ຳ ໄຫຼໄປເຂົ້າຫຼີ່ ຄົນຈຶ່ງຮຽກວ່າ “ຫຼີຜີ”.
໔. ອິງຕາມວັດທະນະທັມເຊັ່ນກັນ ຊາວດອນແຖວນີ້ ເຮັດຫຼີ່ເອົາປາ ປາທີ່ຂຶ້ນມາເຂົ້າຫຼີຕ້ອງຕາຍເປັນຜີທຸກຕົວ ເວັ້ນເສັຍແຕ່ເອົາບໍ່ໝົດແລ້ວ ຈຶ່ງປ່ອຍລົງນ້ຳຄືນ (ເມື່ອ ໑໐-໑໕ ປີຄືນຫັຼງ ມີປະເພນີວ່າ ຖ້າຫຼີ່ໃດເອົາປາບໍ່ໝົດໃນຫຼີ່ຂອງຕົນກໍໃຫ້ຮ້ອງຖາມຄົນອື່ນວ່າຊິເອົາບໍ ? ຖ້າບໍ່ມີໃຜເອົາໃຫ້ປ່ອຍລົງນ້ຳຄືນ)
ໃນປັດຈຸບັນນີ້ ຫຼີ່ຜີ ແລະຄອນພຣະເພງໄດ້ກາຍເປັນສະຖານທີ່ທ່ອງທ່ຽວ ນັກທ່ອງທ່ຽວທັງໃນ ແລະນອກປະເທດ ຍ່ອມຮູ້ຈັກກັນດີ ຫາກທ່ານທັງຫຼາຍ ມີໂອກາດໄປທາງເມືອງໂຂງສີພັນດອນ ກໍຢ່າພາດທີ່ຈະໄປເບິ່ງສອງຄອນທີ່ຍິ່ງໃຫຍ່ນີ້ສວຍງາມ ຕ່າງກັນ ໄປຍາມໃດກໍໄດ້ສີສັນ ແລະອັດຖະຣົດທີ່ບໍ່ມີວັນລືມເລີຍ

19 June 2008

ໄຫວ້-ນົບ-ເຄົາຣົບ-ຢຳແຢງ ເປັນພື້ນຖານວັດທະນະທັມລ້ານຊ້າງ

ໄຫວ້-ນົບ-ເຄົາຣົບ-ຢຳແຢງ ນັ້ນເປັນຄຳເວົ້າຂອງຄົນລາວຕັ້ງແຕ່ແຕ່ດຶກດຳບັນ ແລະຍັງຫຼົງເຫຼືອມາຮອດປັດຈຸບັນ ດ້ວຍຄຳເວົ້າຜະໂຫຍກນີ້ ໄດ້ກໍເກີດເປັນພື້ນຖານວັດທະນະທັມລ້ານຊ້າງ ທີ່ມີຄວາມສວຍງາມ ແລະເອກລັກ ສັນຍາລັກ ແລະຄົງຄວາມເປັນຊາດລາວມາຮອດປັດຈຸບັນ ເຊິ່ງຄົນລາວເຮົາຢືດຖືປະຕິບັດ ທີ່ປາກົດຕົວໃນທຸກວົງການສຂອງສັງຄົມ ເຊິ່ງຂາດເສັຍໄປບໍ່ໄດ້
ໄຫວ້-ນົບ-ເຄົາຣົບ-ຢຳແຢງ ນີ້ ໄດ້ຖືກຳເນີດຈາກແນວຄິດທາງວັດທະນະທັມທາງພຸດທະສາສນາ ທີ່ສະແດງອອກທາງກາຍ ເຊິ່ງສະແດງເຖິງ ຈິດໃຈອັນອ່ອນນ້ອມຖ່ອມຕົວ ແລະເຄົາຣົບສັດທາໃນຄວາມເຊື່ອ, ສາສະໜາ, ບຸກຄົນ ແລະສະຖານທີ່ ເຊິ່ງສາມາດແຍກການເຄົາຣົບອອກເປັນ ປະເພດອອກໄດ້ດັ່ງນີ້:
໑. ການໄຫວ້
-
ການໄຫວ້ແບ່ງອອກເປັນປະເພດຍ່ອຍໆອອກອີກ ໔ ປະເພດອີກງຕາມປະເພດຂອງການໄຫວ້ຄື:
-
ໄຫວ້ພຣະພຸດຮູບ ແລະສິ່ງເຄົາຣົບ.
-
ໄຫວ້ພຣະສົງ-ສາມະເນນ.
-
ໄຫວ້ພໍ່ແມ່
-
ໄຫວ້ຄຣູອາຈານ

໑. ໄຫວ້ພຣະພຸດຮູບ ແລະສິ່ງເຄົາຣົບ.
ການໄຫວ້ພຣະນັ້ນ ຈະຢືນໄຫວ້ກໍໄດ້ ຈະນັ່ງໄຫວ້ກໍໄດ້ ທັງນີ້ທັງນນັ້ນ ຕ້ອງອິງຕາມສະຖານທີ່ ເຊັ່ນກາພຣະພຸດທະຮູບໃຫຍ່ ແລະຢູ່ກາງເດີນຢືນໄຫວ້ກໍໄດ້ ແຕ່ຖ້າຫາກພຣະພຸດຮູບທີ່ຮ້າຍພຣະແລະຕ່ຳກວ່າເຮົາຢືນຕ້ອງນັ່ງຄຸເຂົ່າລົງແລ້ວຈຶ່ງໄຫວ້ ແຕ່ການໄຫວ້ພຣະທົ່ວ ຖືເປັນກິດຈະວັດ ແລະວັດທະນະທຳການໄຫວ້ພຣະນັ້ນແມ່ນນັ່ງໄຫວ້ ທີການຈັດສະຖານທີ່ນັ່ງ ແລະມີຮ້ານພຣະ ຫຼືຫິ້ງພຣະປະຈຳບ້ານເຮືອນຂອງຕົນ ສ່ວນລະບຽບວິທີການໄຫວ້ພຣະນັ້ນ ໃຫ້ໄປສຶກສາໃນໜັງສືວ່າດ້ວຍການໄຫວ້ພຣະສູດມົນ, ການໄຫວ້ພຣະນັ້ນຈະມີທັງ, ຂາບ, ໄຫວ້ນົບ, ເຄົາຣົບ, ສັກກາຣະບູຊາ, ຈຶ່ງຖືວ່າເປັນການໄຫວ້ພຣະທີ່ຖືກຕ້ອງ ຄື
- ການຂາບ : ຊາຍນັ່ງຄຸເຂົ່າລົງ ຕັ້ງຕົວໃຫ້ກົງ ປະນົມມືທັງສອງຂຶ້ນ ປະນົມໄວ້ຫົວນ້ອມໜ້າຜາກລົງຮັບ ແລ້ວນ້ອມກາຍລົງຈຸກັບພຶ້ນ ຂະນາບສອກທັງສອງລົງກັບພື້ນ ໃຫ້ປາຍສອກທັງສອງຈຸກັບຫົວເຂົ່າ ຝາມືທັງສອງຂາບລົງແບນກັບພື້ນ ແລະເອົາໜ້າຜາກຈຸພື້ນແລ້ວຈຶ່ງເງີຍຂຶ້ນ ເຮັດແບບນັ້ນ ໓ ຄັ້ງ, (ການຂາບພຣະທີ່ຖືກຕ້ອງບໍ່ຄວານເກີນ ໓ ຄັ້ງ), ສຳລັບການຂາບຂອງຜູ້ຍິງກໍໃກ້ເຮັດເໝືອນຜູ້ຊາຍທຸກຢ່າງ ພຽງແຕ່່້ເວລານັ່ງຄຸເຂົ່ານັ້ນ ໃຫ້ຢຽດປາຍຕີນໄປທາງຫຼັງ ບໍ່ໃຫ້ຕັ້ງປາຍຕີນຂື້ນ.
- ນົບ ເວລາກ່າວຄຳໄຫວ້ພຣະ ໃຫ້ເອົາມືທັງສອງປະນົບໄວ້ລະຫວ່າງເອີກ ແລະກ່າວຄຳໄຫວ້ພຣະຕໍ່ໄປຈົນຈົບ, ບາງຄັ້ງຮຽກວ່າ ປະນົມ ຫຼືພນົມມື.
- ເວລາໄຫວ້ພຣະນັ້ນ ທຳຄວາມເຄົາຣົບ ທັງກາຍ ແລະໃຈໃຫ້ພ້ອມໄປດ້ວຍຄວາມເຄົາຣົບ ຫູືສັດທາໃນສິ່ງທີ່ໄຫວ້ ແລະຕັ້ງໃຈຈິງໃນການໄຫວ້.
- ສັກກາລະບູຊາ ກໍຄືຫາດອກໄມ້ ທູບທຽນ ມາສັກກກາຣະບູຊາດ້ວຍ ຈຶ່ງຊື່ວ່າການໄຫວ້ທີ່ຄົບ ທີ່ສຳຄັນຕ້ອງຈູດທູບ ໃຕ້ທຽນ
໒. ໄຫວ້ພຣະສົງ-ສາມະເນນ.
-
ໄຫວ້ພຣະສົງ ກໍເຮັດເໝືອນໄຫວ້ພຣະເກີອບທຸກຢ່າງ ມີຂໍສຳຄັນຢູ່ທີ່ວ່າ ເມື່ອພຣະສົງຢືນຢູ່ຜູ້ຍິງຕ້ອງນ່ັງລົງ ຜູ້ຊາຍກໍນັ່ງລົງ ແຕ່ຖ້າເຫັນເພີ່ນຢູ່ໃກປະມານເວົ້າອອກໄປທຳມະດາບໍ່ຍິນ ກໍໃຫ້ຍົກມີໄຫວ້ແບບຢືນກໍໄດ້.
໓. ໄຫວ້ພໍ່ແມ່
-
ໄຫວ້ພໍ່ແມ່ ກໍໃຫ້ເຮັດແບບໄຫວ້ພຣະ ແຕ່ເວລາຂາບນັ້ນຂາບຄັ້ງດຽວລົງເທິງຕັກຂອງເພີ່ນ ຄັນເພີ່ນຢືນຢູ່ ກໍໃຫ້ຢືນໄຫວ້ ຕາມແບບສະບັບຂອງລາວ ຄື ຊາຍຢືນຕົວກົງ ປະນົມມືທັງສອງເຂົ້າກັນຍົກຂຶ້ນເໜືອບ່າ ແລະນ້ອມໜ້າຜາກຮັບມືປະນົມນັ້ນ ສ່ວນຜູ້ຍິງໃຫ້ເຮັດເໝືອນຊາຍ ແຕ່ເວລາໄຫວ້ໃຫ້ຍ້າຍຂາຊ້າຍກັບໄປຫຼັງຈັກໜ່ອຍ ເວລານ້ອມຫົວລົງຮັບປະນົມມື້ນັ້ນ ໃຫ້ນ້ອມທັງກາຍທ່ອນເທິງລົງໄປດ້ວຍຫໜ້ອຍໜຶ່ງ.
໔ ໄຫວ້ຄຣູອາຈານ
-
ໄຫວ້ຄຣູບາອາຈານກໍໃຫ້ເຮັດຄືກັບໄຫວ້ພໍ່ແມ່.

ສີລະປະລ້ານຊ້າງສັນຍາລັກແຫ່ງແມ່ນໍ້າຂອງ





ສີລະປະລ້ານຊ້າງສັນຍາລັກແຫ່ງແມ່ນໍ້າຂອງ

ພຣະຄຣູເນືອງພິລັກ ໂຊຕິທອນ

ຫາກເວົ້າເຖິງສີລປະລ້ານຊ້າງ ຫຼາຍທ່ານອາດຊິ້ຂົ້າໃຈໂລດ ແຕ່ຖ້າຖາມວ່າແຫຼ່ງກຳເນິດສີລະປະລ້ານ ຊ້າງຢູ່ທີ່ໃດ ? ຫຼາຍຄົນອາດຊິຕອບໄປຕ່າງໆນານາຕໍ່ກັບຄຳຖາມນີ້ ຫາກເຮົາສຶກສາຕາມປະຫວັດສາດຂອງຊົນ ຊົນຊາດລາວ ແລະການສ້າງຕັ້ງອານາຈັກຂອງຊົນຊາດລາວແລ້ວ ຈະເຫັນໄດ້ວ່າ ຄົນລາວມັກຈະຕັ້ງອານາຈັກຢູ່ ຕາມສາຍນຳ້ ເຊິ່ງມີສາຍນຳ້ໃຫຍ່ສານໜຶ່ງ ເຊິ່ງເມື່ອກ່ອນຮຽກວ່າສາຍເລືອດລາວ ເຮັດໃຫ້ຄົນລາວຢູ່ສອງຝາກຝັ່ງ ແມ່ນຳ້ສາຍນີ້ ໄດ້ສ້າງສັນສີລະປະອັນເປັນເອກລະລັກຕົນ ແລະເອກະລັກຊາດ ສະແດງເຖິງຄວາມເປັນເອກະລັກ ຂອງຊົນເຜົ່າ ແຕ່ເມື່ອມາຮອດປັດຈຸບັນນີ້ ແມ່ນຳ້ຂອງໄດ້ຖືກແຍກອອກເປັນສອງຝາກຝັ່ງຢ່າງຈະແຈ້ງ ເໝືອນກັບ ສາຍເລືອດຖືກເຊືອດຝານອອກຈາກກັນ ເຊັ່ນດຽວກັບຄົນສອງຝາກຝັ່ງອັນເປັນພີ່ນ້ອງ ເຊື້ອເຜົ່າພົງພັນ ໄດ້ຫຼົງລືມ ກັນໄປຕາມການເວລາ ຊຳ້ບໍ່ພໍສາຍເລືອດນັ້ນພັດຖືກໂລກເຂົາແຊກແຊງອີກຕ່າງຫາກ ກໍເໝືອນກັບປະວັດ ສີລປະ ວັດທະນະທຳໃນສອງຝາກຝັ່ງນັ້ນຖືກທຳລາຍໂດຍທຳມະຊາດ ແລະຖືກປິດບັງໂດຍຄົນຈະນວນໜຶ່ງ ເຮັດໃຫ້ສີລະ ປະວັດທະນະທັມຂອງສອງຝັ່ງຂອງນັ້ນຖືກລະເລີຍ ແລະລືມຫຼົງຢ່າງໜ້າສົມເພດ.

ແຕ່ປານນັ້ນກໍຕາມ ເພື່ອແກ້ຂໍ້ຂ້ອງໃຈໃນສິລປະລ້ານຊ້າງກຳເນີດເກີດຂຶ້ນທີ່ໃດນັ້ນ ແມ່ນໄດ້ສຶກສາຈາກ ການເດີນທາງເທິງສອງຝັ່ງແມ່ນຳ້ຂອງຈາກເໜືອຮອດໃຕ້ ຈາກຝັ່ງຕາເວັນອອກສູ່ຕາເວັນຕົກແຫ່ງແມ່ນຳ້ນຳ້ຂອງ ສັງເກດ ແລະຕີລາຄາສະເໝີ ໃນສິ່ງທີ່ພົບເຫັນໃນດິນແດນທັງສອງຕອນນີ້ ຈຶ່ງເຫັນວ່າ “ສີລະປະລ້ານຊ້າງ ກໍເກີດ ທີ່ລ້ານຊ້າງນັ້ນແລ້ວ ແລະລ້ານຊ້າງຢູ່ທີ່ໃດ ກໍຕ້ອງຕອບວ່າລ້ານຊ້າງກໍຢູ່ບົນສອງຝາກຝັ່ງແມ່ນຳ້ຂອງ ແລະສາຂາ ແມ່ນຳ້ຂອງມັນຕັ້ງແຕ່ເໜືອຮອດໃຕ້ນີ້ແລ, ຄຳຖາມອາດຊິຖາມຕໍ່ໄປວ່າ ສາຂາຂອງແມ່ນຳ້ຂອງມັນນັ້ນກໍານົດເອົາ ແຕ່ໃສເຖິງໃສ ກ​ໍຕ້ອງຕອບວ່າ ເໜືອສຸດກຳນົດແຕ່ຍອດອູລົງໄປຮອດເຊກອງຊ້ອນ ເຊຊານຊ້ອນຕໍ່ໃຕ້ຕ່ຳສຸດເຂດ ແຄວ້ນແດນໃຕ້ຕໍ່ຂະເໝນພຸ້ນແລ.

ຫາກເຮົາຍັງຈື່ບົດກອນບົດໜຶ່ງທີ່ຢູ່ໃນປຶ້ມຫັດອ່ານໃນສະໄໝລະບອບເກົ່ານັ້ນຂຽນວ່າ “ປະເທດຂ້ອຍຊັ້ນຊື່ ເມືອງລາວ ລວງກວ້າງຍາວ ສຸດຕາເຫຼືອອ່ານ ນຳ້ຂອງຝ່ານໄຫຼຜ່າທາງກາງ ມີຫົນທາງຖະໜົນສະອາດ ປະເທດ ຊາດລາວໃຫຍ່ໄຜສານ.” ເຮົາຈະເຫັນວ່າ ນອກຈາກເຂດກຳນົດທາງຍາວຂອງສາຂາແມ່ນຳ້ຂອງແລ້ວ ຍັງເວົ້າ ເຖິງຄຳກອນນີ້ອ້າງອິງດ້ວຍ ກໍຈະເຫັນວ່າ “ສີລປະລ້າງຊ້າງ ເປັນສິລປະມະຫາຊົນ ເລີ່ມຕົ້ນຈາກສີລປະສາມັນ ຊົນບົນສອງຝາກຝັ່ງແມ່ນຳ້ຂອງ ຈົນກ້າວເຂົ້າສູ່ສີລປະສູນກາງອຳນາດຂອງອານາຈັກລ້ານຊ້າງທີ່ກວ້າງໃຫຍ່ໄພ ສານ ແລ້ວອານາຈັກລ້ານຊ້າງທີ່ກວ້າງໃຫຍ່ໄພສານນີ້ ໄດ້ຍຶນຍົງຄົງຕົວຢູ່ຢ່າງທະນົງອົງອາດຮ່ວມ ໔-໕໐໐ ປີ, ຍ່ອມສ້າງສັນສີລປະພື້ນຖານຂອງກຸ່ມຄົນຈົນກາຍເປັນວັດທະນະທຳລາວທີ່ມີເອກະລັກ ສັນຍາລັກ ແລະຄົງຄວາມ ເອກະລາດ ແຫ່ງຊາດລາວຊົ່ວລູກຊົ່ວຫຼານມາຮອດປັດຈຸບັນ.

(ອານາຈັກລ້ານຊ້າງໃນພຸດທະສະຕະວັດທີ ໒໐ ເຖິງພຸດທະສະວັດທີ ໒໔)

ເນື່ອງດ້ວຍມະນຸດຊະຍະຊາດທັງຫຼາຍນັ້ນ ອາໄສຢູ່ລ່ອງແມ່ນຳ້ ແລ້ວກໍ່ເກີດເປັນຊຸມຊົນ ກາຍເປັນອານາ ຈັກຕ່າງໆ ເຊິ່ງການຈະເລີນເຕີບໂຕຂອງອານາຈັກ ກໍ່ໃຫ້ເກີດວັດທະນະທັມເອກະລັກຂອງຊົນກຸ່ມໃຫຍ່ທັງມວນ ໂດຍການສືບທອດວັດທະນະທັມຊຸມຊົນ, ຊົນຊາດ, ຊົນເຜົ່າ, ທີ່ສ້າງສັນໂດຍທັມມະຊາດ ເປັນແຮງບັນດານໃຈ ແລະຈີນຕະນາການອັນເລີກເຊິ່ງ ການເປັນຜົນງານດ້ານສີລະປະວັດທະນະທັມ ກໍ່ໃຫ້ເກີດວັດທະນະທັມທາງ ແນວຄິດ ຜລິດເປັນສາຍສຳພັນທີ່ສົ່ງຜົນສະທ້ອນທີ່ສືບເນື່ອງມາເປັນວັດທນະນະທັມແຫ່ງປະຫວັດສາດລວມສູນ ສະແດງອອກມາເປັນອັດຕະລັກ ຫຼືເອກະລັກຂອງທີ່ມີຕົວຕົນ ແລະສັນຍາລັກອັນລົງຕົວຂອງກຸ່ມຄົນຕ່າງໆທີ່ອາໄສ ຢູ່ໃນລ່ອງແມ່ນຳ້ສາຍຕ່າງໆໃນອະນຸພາກພື້ນແຫ່ງແມ່ນ້ຳຂອງທີ່ມີຂອບເຂດ ແລະສີລປະວັດທະນະທັມນັ້ນ ໄດ້ ກາຍ​ເປັນກະແສທານທີ່ຢືດໜ່ຽວກັນໃຫ້ກຸ່ມຄົນຂອງຊຸມຊົນ ໃຫ້ມີຄວາມຮູ້ສຶກຮ່ວມກັນທາງສາຍເລືອດ ຈົນເປັນ ເອກະລາດສະແຫ່ງຊາດສະເພາະຄົນກຸ່ມໃຫຍ່, ອັນມີສາມັນສຳນຶກຮ່ວມກັນ ຄວາມເປັນອັນໜຶ່ງອັນດຽວກັນ ໂດຍ ອາໄສສີລະປະວັດທະນະທັມເປັນແກນນຳ ເຊິ່ງເຫັນໄດ້ຈາກວັດທະນະທັມພື້ນຖານຂອງຊຸມຊົນທີ່ຈະເລີນເຕີບໂຕ ໃນກຸ່ມຊົນສ່ວນໜ່ອຍ ກ່ອນປະຫວັດສາດ ກາຍມາເປັນວັດທະນະທັມປະຫວັດສາດແຫ່ງຍຸກສະໄໝມັນມີສ່ວນຕໍ່ ເນື່ອງກັນປຽບສະເໝືອນວັດທະນະທັມສາຍເລືອດຝອຍ ລວມກັນແລ້ວກາຍເປັນວັດທະນະທັມສາຍເລືອດໃຫຍ່ ເຮັດໃຫ້ມີການຍອມຮັບເຊິ່ງກັນແລະກັນ ອັນເປັນທີ່ມາຂອງກຸ່ມຊົນທີ່ມີປະຫວັດສາດ ເມື່ອສືບຄົ້ນທາງປະຫວັດ ສາດກ​ຈະເຫັນໄດ້ເຖິງວິວັດທະນາການສ​້າງສັນພັດທະນາປັບປຸງ ເພື່ອຮອບຮັບຕໍ່ຄວາມຕ້ອງການຈິງແຫ່ງຍຸກສະ ໄໝໄດ້ຢ່າງຈະແຈ້ງ ໃນອະດີດກະແສແຫ່ງວັດທະນະທັມລາວ ໄດ້ກໍ່ກຳເນີດຈາກວິວັດທະນາການຂອງຊຸມຊົນ ກໍ່ກຳເນີດເປັນວັດທະນະທັມລວມຂອງຊາດລາວ ເຊິ່ງມີສາຍນຳ້ຂອງເປັນຕົ້ນກຳເນີດຫຼໍ່ລ້ຽງກໍ່ໃຫ້ເກີດວັດທະນະ ນະທັມລ້ານຊ້າງບົນສອງຟາກຝັ່ງແມ່ນຳ້ຂແງ, ເຖິງວ່າໃນປັດຈຸບັນວັດທະນລາວໄດ້ໄຫຼຜ່ານຂ້າມສາຍນຳ້ໜຶ່ງ ຕໍ່ ໃສ່ສາຍນຳ້ໜຶ່ງ ຂ້າມເສັ້ນແດງແຫ່ງວັດທະທັມກໍຕາມ ວັດທະນະທັມລາວຊາວລ້ານຊ້າງກໍຍັງຄົງວັດທະນະທັມ ຕົນເຊັ່ນດຽວກັບອະດີດ ເຊິ່ງເຫັນໄດ້ຈາກສີລປະວັດທະນະທັມແຫ່ງແມ່ນຳ້ຂອງ ໃນອະດີດໄດ້ສ້າງສັນສີລະປະວັດ ທະນະທັມອື່ນຢ່າງລົງຕົວ.

(ພຣະທາດພະນົມເປັນເປັນວັດທະນະທັມຖານບົວ ໘ ຫຼ່ຽມ ເປັນວັດທະນະທັມທາງສາຍເລືອດລ້ານຊ້າງຕາມ ວິຖີທາງປະ ວັດສາດ ຢືນສະງ່າຢູ່ກາງພະນົມເປັນ)

ແມ່ນຳ້ຂອງ ເປັນແມ່ນຳ້ສາຍໜຶ່ງທີ່ຫຼໍ່ລ້ຽງຜູ້ຄົນຢູ່ໃນອະນຸພາກພຶ້ນທະອາຊີຕາເວັນສ່ຽງໃຕ້ ເຊິງກຳເນີດ ຈາກສາຍພູທິເບດ ຕອນເໜືອຂອງປະເທດຈີນ ໄຫຼຜ່ານດີນແດນຂອງປະເທດຈີນ, ພະມ້າ, ລາວ, ໄທຍ໌ ຂະເໝນ ແລະຫວຽດນາມ ດິນແດນທີ່ແມ່ນຳ້ຂອງໄຫຼາຍຜ່ານກໍ່ກຳເນີດເປັນແຫຼ່ງວັດທະນະທັມປະເພນີທີ່ຫຼາກຫຼາຍ ລວມ ທັງສີລະລ້ານຊ້າງທີ່ມີເອກະລັກທີ່ເວົ້າເຖິງນີ້ດວ້ຍ.

ລ້ານຊ້າງ ຄືຊື່ອານາຈັກທີ່ຍິ່ງໃຫຍ່ຄຽງຄູ່ຢູ່ກັບແມ່ນຳ້ຂອງ ເຊິ່ງຕັ້ງຂຶ້ນປະມານພຸດທະສະວັດທີ ໑໗ ລ້ານ ຊ້າງໝາຍເຖິງດິນແດນຕອນເໜືອຂອງລາວມີນະຄອນຫຼວງພະບາງເປັນສູນກາງ ຈົນມາເຖິງພຸດທະສະວັດທີ ໒໑ ລ້ານຊ້າງໄດ້ຂະຫຍາຍຕົວລົງທາງໃຕ້ ຈົນເຖິງລີ່ຜີມີສູນກາງຢູ່ທີ່ນະຄອນຫຼວງວຽງຈັນ, ແລະຄຳວ່າລ້ານຊ້າງຕິດ ພັນກັບແມ່ນຳ້ຂອງນັ້ນ ເພາະປາກົດຫຼັກຖານໃນພາ​ສາວັດທະນະທັມຊາວໄທລື້ຮຽກແມ່ນຳ້ຂອງວ່າ ແມ່ນຳ້ລ້ານ ຊ້າງ, ຢ່າງໃດກໍຕາມອານາລ້ານຊ້າງນີ້ມີຫຼັກຖານປາກົດໃນເອກະສານບູຮານ ດັ່ງນີ້:

ສີສັຕຕະນາຄະນາຫຸດ ເປັນຊື່ອານາຈັກລາວໃນສອງທີ່ຄື ທີ່ນະຄອນຫຼວງພຣະບາງເປັນຣາຊະທານີ ຄັ້ງ ໑ ແລະທີ່ນະຄອນຫຼວງວຽງຈັນຄັ້ງ ໑ ຄຳວ່າ “ສີສັຕະນາຄະນາຫຸດນີ້” ບໍ່ທັນເຫັຍຜູ້ແປ ແລະຕີຄວາມໝາຍ ເປັນລາຍ ລັກອັກສອນເທື່ອ ສະນັ້ນຜູ້ຂຽນຈຶ່ງລອງແຍກສັບອອກມາແປ ແລະຕີຄວາມໝາຍດັ່ງນີ້:

ສີສັດຕະນາຄະນະຫຸຕນີ້ ຄວາມເດີມເປັນ “ສຣີສັຕຕະນາຄະນາຫຸຕອຸຕະມະຣາຊະທານີ” ແຍກສັບອອກ “ສຕ” ແປວ່າຮ້ອຍ “ນາຄ” ແປວ່ານາກກໍໄດ້ ແປວ່າຊ້າງກໍໄດ້ “ນຫຸຕ” ແປວ່າໝື່ນ, “ອຸຕມະ” ແປວ່າອັນອດົມ ຣາຊະທານີ ໝາຍຄວາມວ່ານະຄອນອັນເປັນສູນກາງແຫ່ງຣັດ ຫຼືປະເທດ ລວມຄວາມແລ້ວແປວ່າ “ລ້ານຊ້າງ”. ແປໝົດນາມວ່າ “ສຣີສັຕຕະນາຄະນາຫຸຕອຸຕະມະຣາຊະທານີ” (ເມືອງສີອຸດົມໄປດ້ວຍຊ້າງອັນເປັນສີແຫ່ງ ຣາ ຊະທານີ)

ຜູ້ຂຽນເປັນຄົນສີທັນດອນ ເຄີຍຊິນກັບການັບເລກຂອງຄົນທາງໃຕ້ເຂດສີພັນດອນໃນອະດີດ ເຂົານັບເງິນຄື ສິບໝື່ນ ເທົ່າກັບແສນ, ສິບແສນເທົ່າກັບລ້ານ, ການເວລາຜ່ານໄປຄຳນັບນີ້ສູນເສັຍໄປ ດຽວນີ້ຊາວສີພັນດອນໃຊ້ ການ ນັບເລກແບບດຽວກັນທົ່າປະເທດ ເມື່ອປີ ໒໐໐໑ ໄດ້ໄປເມືອງຂະເໝນ ແລະໄປນອນພັກຢູ່ຊຽງແຕງຫຼາຍຄືນ ດັ່ງ ເຮົາຮູ້ແລ້ວວ່າ ຄັ້ງໜຶ່ງເມືອງຊຽງແຕງ ແລະຣັດຕະນະຄີຣີຂອງຂະເໝນປັດຈຸບັນນີ້ ເຄີຍຮ່ວມເປັນສ່ວນໜຶ່ງ ຂອງ ອານາຈັກລ້ານຊ້າງຈຳປາສັກ ສະນັ້ນຈຶ່ງບໍ່ເປັນເລື່ອງແປກທີ່ຊາວຂະເໝນເຊື້ອສາຍລາວເຂດນັ້ນ ໃຊ້ພາສາ ລາວ ເປັນພາສາທາງວັດທະນະທັມໃນຊີວິດປະຈຳວັນ ແຕ່ພາສາລາວໃນເຂດນີ້ຂາດການຕິດຕໍ່ພົວພັນກັບລາວ ມາເຫິງ ສັບແສງທາງການອາດຊິປະສົມກັບພາສາຂະເໝນໄປເປັນທັມມະດາ ມີການນັບເລກຂອງຄົນລາວໃນຂະ ເໝນ ເຊິ່ງຖືວ່າແປກຈາກຄົນລາວທົ່ວໄປຄື:

ໜຶ່ງແສນ, ສອງແສນຮອດເກົ້າແສນເຂົາຈະວ່າ ສິບໝື່ນ, ຊາວໝື່ນ, ເກົ້າສິບໝຶ່ນ, ໜຶ່ງລ້ານບາງຄັ້ງກໍວ່າ ສິບແສນ, ຈົນຮອດເກົ້າສິບແສນ, ເມື່ອຟັງຄຳນັບເລກຂອງຊາວລາວໃນຊຽງແຕງແລ້ວ ຈຶ່ງລອງເອົາ ສຣີສັຕນາຄະ ນາຫຸດມາແຍກຊັບຈະເຫັນເປັນຕົວເລກຄື “ຮ້ອຍໝຶ່ນ” ເມື່ອເອົາຄຳວ່າ ຮ້ອຍໝຶ່ນມາຜສົມກັນແລ້ວ ຈະເປັນ “ໜຶ່ງລ້ານພໍດີ” ກໍເທົ່າກັບລ້ານ ເມື່ອເອົາ “ນາຄ” ອັນແປວ່າຊ້າງຈະເຫັນເປັນຮູປະທັມເລີຍວ່າ “ລ້ານຊ້າງ” ຫາກ ເຮົາເອົາ “ສຣີ” ຄຳໜ້າມາຜສົມເຂົ້າ ກໍຈະໄດ້ຄຳວ່າ “ສີລ້ານຊ້າງ” ຢ່າງໜ້າພາກພູມໃຈ.

ຫາກເຮົາສຶກສາສີລາຈາຣືກສຸໂຂໄທ ໃນຈາຣືກຫຼັກທີສອງມີຄຳວ່າ “ແສນຊ້າງ” ແລະຫຼັກສີລາຈາຣືກ ຣາມ ຄຳແກງມີຄຳວ່າ “ເມືອງກວ້າງຊ້າງຫຼາຍ” ອັນໝາຍວ່າເມືອງນີ້ມີສ້າງຫຼວງຫຼາຍເຮົາກໍຈະເຫັນວ່າ “ຊ້າງເປັນສັນ ຍາລັກຂອງລາວ”, ແລ້ວເມື່ອເຮົາຢືດຖືຕາມຫຼັກຖານສີລາຈາຣືກຣາມຄຳແຫງທຸກຫຼັກທີ່ກ່າວເຖິງລ້ານຊ້າງນັ້ນ, ມັນກໍເປັນສິ່ງຢັ້ງຢືນວ່າ “ລ້ານຊ້າງນັ້ນກຳເນີດມາກ່ອນສີລາຈາຣືກຣາມຄຳແຫງ” ເນື່ອງຈາກວ່າໄດ້ກ່າວອ້າງເຖິງ ດິນແດນທີ່ມີຄວາມຈະເລີນມາກ່ອນ ຫຼືປາກົດຊື່ກ່ອນຈະເກີດສີລາຈາຣືກນັ້ນແລ້ວ ແລະຖ້າເປັນດັ່ງນັ້ນຈິງ ລ້ານ ຊ້າງເກີດກ່ອນສຸໂຂໄທ ເນື່ອງດ້ວຍສີລາຈາຣືກຣາມຄຳແຫງ ໄດ້ກ່າວວ່າ “ຕົວຣາມຄຳແຫງເອງເປັນຕົ້ນກະສັດ ສ້າງເມືອງສຸໂຂໄທ” ນັ້ນກໍໝາຍວ່າ ວັດທະນະທັມລ້ານຊ້າງ ອັນເປັນວັດທະນະທັມຊຸມຊົນລາວ ເກີດກ່ອນວັດທະ ນະທັມລ້ານຊ້າງແລ້ວ.

ຫາກເຮົາຖືກວ່າ ສີໂຄຕະປຸຣະ ເປັນສ່ວນໜຶ່ງຂອງລ້ານຊ້າງທີ່ສືບເນື່ອງວັດທະນະທັມຊຸມຊົນ ຫຼັກຖານ ທາງສີລະປະວັດທະນະທັມທີ່ເຮົາຄົ້ນພົບເມື່ອກາງເດືອນພຶດສະພາ ປີ ໒໐໐໘ ຜ່ານມານັ້ນ ເປັນວັດທະນະທັມທີ່ ຢັ້ງຢືນເຖິງຄວາມເອກລາດແຫ່ງຊາດຂອງວັດທະນະທັມລ້ານຊ້າງ ທີ່ປະສົມປະສານກັນເຂົ້າ ເຊິ່ງວັດຖຸບູຮານ ທີ່ພົບນີ້ມີອາຍຸ ເຖິງ ໒໔໕໓ ປີ.

(ຫຼັກຖານທາງສີລະປະທີ່ພົບໃໝ່ເຊື່ອວ່າມີອາຍຸ ໒໔໕໓ ປີ ເປັນສີລະປະສີໂຄດຕະບອງ ຖືວ່າເປັນວັດທະນະທັມຊຸມຊົນກ່ອນລ້ານຊ້າງ)

ຄວາມຈະແຈ້ງຂອງລ້ານຊ້າງ ທີ່ພົ້ນເດັ່ນທາງປະຫວັດສາດນັ້ນ ເລີ່ມປາກົດຕົວໃນຣັດຊະສະໄໝ ພຣະ​ບາດສົມເດັດພຣະເຈົ້າຟ້າງຸ່ມະຫາຣາດ ໃນ ພ.ສ ໑໘໔໙-໑໙໑໕ ທີ່ຊົງລວບລວມພຣະຣາຊະອານາຈັກລາວເປັນ ປຶກແຜ່ນ ໂດຍຕັ້ງເມືອງຊຽງດົງຊຽງທອງ(ຫຼວງພຣະບາງ)ເປັນຣາຊະທານີ ເຊິ່ງໃນຣັດຊະສະໄໝນັ້ນ ສາມາດ ກ່າວໄດ້ວ່າ ເປັນສະໄໝລ້ານຊ້າງຢ່າງແທ້ຈິງ ລ້ານຊ້າງສະໄໝພຣະເຈົ້າຟ້າງຸ່ມະຫາຣາດອາດລວມເອົາອານາ ຈັກລ້ານນາດ້ວຍ ຈົນມາເຖິງລັດຖະສະໄໝພຣະເຈົ້າໄຊຍະເຊດຖາທິຣາດ ສູນກາງຣາຊະທານີຂອງລ້ານຊ້າງ ກໍໄດ້ມາຕັ້ງຢູ່ຈັນທະບູຣີ ຂະໜານນາມວ່າ “ສີສັດຕະນາຄະນາຫຸດອຸຕະມະຣາຊະທານີ” ໃນປີ ພ.ສ ໒໑໐໓-໒໑໓໐ ຫຼັງຈາກນນັ້ນອານາຈັກລ້ານຊ້າງກໍໄດ້ແບ່ງອອກເປັນສາມອານາຈັກ ຄືອານາຈັກລ້ານຊ້າງຫຼວງພຣະບາງ, ອາ ນາຈັກລ້ານຊ້າງວຽງຈັນ ແລະອານາຈັກລ້ານຊ້າງຈຳປາສັກໃນການຕໍ່ມາ ອານາຈັກທັງສາມນີ້ໄດ້ກິນເນື້ອທີ່ກວມ ເອົາພາກອີສານຂອງໄທຍ໌ປັດຈຸບັນຕັ້ງແຕ່ເລີ່ມຕົ້ນອານາຈັກ, ເຮັດໃຫ້ສິລະປະວັດທະນະທັມລ້ານຊ້າງແຜ່ໄພສານ ອອກໄປໃນພູມີພາກຕ່າງໆຂອງພາກອີສານຂອງໄທຍ໌ ລ່ວງເລີຍໄປຮອດດິນແດນຂະເໝນທາງພາກໃຕ ອັນເປັນ ສ່ວນໜຶ່ງຂອງອານາຈັກລ້ານຊ້າງຈຳປາສັກ ກາຍເປັນວິຖີຊີວິດ ແລະວັດທະນະທັມຂອງຊຸມຊົນເຫຼົ​່ານັ້ນ, ອັນສະ ແດງເຖິງ ຄວາມສັດທາ ແລະຄວາມເຊື່ອຂອງກຸ່ມຊົນຕໍ່ສິ່ງຕ່າງໆຮອດຕົວ ລວມທັງສາສະໜາ ມອງເຫັນໄດ້ໃນແງ່ ມູມດ້ານສິລະປະວັດທະນະທັມ ຕະຫຼອດຄຸນຄວາມດີ ແລະຖ່າຍທອດຄຸນຄ່າດ້ານວັດທະນະທັມລຸ້ນຕໍ່ລຸ້ນສືບມາ ເຮັດໃຫ້ສີລະປະວັດທະນະທັມເຫຼົ່ານັ້ນ ຝັງເລີດໃນສາຍເລືອດຂອງຊົນຊາດໃນດິນແດນທີ່ຖືກກ່າວເຖິງ.

ສີລະປະລ້ານຊ້າງ ບໍ່ພຽງແຕ່ຂະຫຍາຍຕົວໃນຂອງເຂດແຫ່ງອານາຈັກ ແລະຊຸມຊົນຕົນເທົ່ານັ້ນ ຍັງໄດ້ ຂ້າມຜ່ານນອກວັດອຳນາດແຫ່ງອານາຈັກຂອງຕົນໃນບາງກາລະໂອກາດ ເຫັນໄດ້ວັດທະນະທຳ ລ້ານຊ້າງໄດ້ ເຄື່ອນໄປຕາມລຳແມ່ນຳ້ຂອງໃນສະໄໝປະຫວັດສາດຂ້າມຜ່ານ ໂດຍການອົບພະຍົບຂອງຊົນຊາດລາວກຸ່ມໜຶ່ງລົງ ໃຕ້ຮອດເມືອງພະທາຍ(ພະນົມເປັນ) ໃນໄລຍະນີ້ເປັນທີ່ບຍອມຮັບກັນຢ່າງກວ້າງຂວາງແລ້ວວ່າ ການຂະຫຍາຍ ວັດທະນະນະທັມລ້ານຊ້າງເຂົ້າສູ່ພາກອີສານ ຈົນສິ້ນສະໄໝພຣະເຈົ້າສີຣິບຸນຍະສານ ໃນ ພ.ສ ໒໓໒໒ ຫຼັງຈາກ ນັ້ນວັດທະນະທັມລ້ານຊ້າງ ບໍ່ພຽງແຕ່ຂະຫຍາຍຕົວດິນແດນລ້າງຊ້າງເທົ່ານັ້ນ ຍັງໄດ້ສືບຕໍ່ຂະຫຍາຍຕົວອອກ ນອກອານາຈັກລ້ານຊ້າງອີກ ຫຼັງຈາກທີ່ອານາຈັກລານຊ້າງລົ້ມສະຫຼາຍ ຄົນລາວທົ່ວທັງ ໓ ອານາຈັກໄດ້ຖືກຂົນ ຍ້າຍດ້ວຍການກວດຕ້ອນ ລົງໄປສູ່ລ້ອງແມ່ນຳ້ເຈົ້າພະຍາ ແລະສາຂອງມັນຈົນທົ່ວດິນແດນສຍາມ ກາຍເປັນວັດ ທະນະທັມທີ່ປະສົມປະສານລະຫວ່າງສຍາມ-ລາວ ກໍ່ເກີດເປັນວັດທະນະທັມໄທຍ໌ມາຮອດບັດນີ້ ຈົນເຮັດໃຫ້ແຍກ ແຍກອອກບໍ່ໄດ້ວ່າ “ອັນໃດເປັນວັດທະນະທັມໄທຍ໌ແທ້ ແລະອັນໃດເປັນວັດທະນະທັມລາວແທ້ໃນຫົວເມືອງນອກ ອານາເຂດລ້ານຊ້າງ” ສີລະປະສອງແຫຼ່ງນີ້ ໄດ້ຫຼໍ່ຫຼອມ ແລະກໍ່ກຳເນີດວັດທະນະທັມຣັຕນະໂກສີນນັ້ນເອງ.