02 July 2011

ພາວະຜູ້ນໍາ

ການສຶກສາພາວະຜູ້ນໍາຢ່າງມີລະບົບ ໄດ້ດຳເນີນການຕໍ່ເນື່ອງມາຮ່ວມຮ້ອຍປີ ເກີດມູມມອງ ແລະຄວາມເຊື່ອຕ່າງໆ ທີ່ພັດທະນະມາເປັນທິດສະດີຜູ້ນໍາຈຳນວນມາກ ມາຍ ໃນທີ່ນີ້ຈະແບ່ງເປັນກຸ່ມທິດສະດີ ແລະ ເລີ່ມດ້ວຍທິດສະດີຄຸນລັກສະນະຂອງຜູ້ນຳ, ກຸ່ມທິດສະດີພຶດຕິກັມ ຕົວຢ່າງບາງທິດສະດີເຊີງສະຖານະການ ທິດສະດີຜູ້ນຳເຊີງວິລະບູຣຸດ ຫຼືພາວະຜູ້ນຳໃໝ່ໂດຍສະເໜຫາບາງທິດສະດີ ແລະປະເດັນທີ່ເປັນແນວໂນ້ມກ່ຽວກັບພາວະຜູ້ນຳໃນອະນາຄົດ ຄວາມໝາຍຂອງພາວະຜູ້ນຳ.

- ມີຄວາມສຳຄັນຢູ່ 2 ຄຳທີ່ຈຳເປັນຕ້ອງເຂົ້າໃຈໃນຄັ້ງແຮກ ກໍຄືຄຳວ່າ "leadership" ເຊິ່ງມັກຮຽກວ່າ "ພາວະຜູ້ນຳ" ຫຼື "ການເປັນຜູ້ນຳ" ກັບຄຳອີກຄັ້ງໜຶ່ງ ຄື "Management" ເຊິ່ງຮຽກວ່າ "ການບໍຣິຫານ" "ການບໍຣິຫານຈັດການ" ທັງສອງຄຳກໍມີຄວາມໝາຍແຕກຕ່າງກັນ ໂດຍມີນັກວິຊາການຄົນ ສຳຄັນໃຫ້ທັດສະນະໄວ້ ດັ່ງນີ້:

- ຄອຕເຕີຣ໌(Kotter, 1999)ແຫ່ງມະຫາວິທະຍາໄລຮາຣ໌ວາຣ໌ດ ກ່າວວ່າ ການບໍຣິຫານຈັດການ "Management" ໝາຍເຖິງຄວາມສາມາດ ຄວາມສາມາດໃນການປະຜະເຊີນກັບສະຖານະກາທີ່ສະຫຼັບສັບຊ້ອນໄດ້, ການບໍຣິຫານຈັດການທີ່ດີທຳໃຫ້ເກີດຄວາມເປັນລະບຽບຮຽບຮ້ອຍ ໃນແນ່ທີ່ມີແຜ່ນງານທີ່ເປັນທາງການ ມີໂຄງສ້າງຂອງອົງການທີ່ແນ່ນອນຊັດເຈນ ແລະມີການກຳກັບດູແລການດຳເນີນງານເປັນໄປຕາມແຜນ ສ່ວນພາວະຜູ້ນໍາໝາຍເຸຖິງ ຄວາມສາມາດໃນການຜະເຊີນກັບພາວະການປ່ຽນແປງໄດ້ ໂດຍມີຜູ້ນໍາເປັນຜູ້ສ້າງວິໄສທັດເປັນຕົວກໍາກັບ ທິດທາງຂອງອົງການໃນອະນາຄົດ ຈາກນັ້ນຈຶ່ງຈັດວາງຄົນພ້ອມກັບສື່ຄວາມໝາຍໃຫ້ເຂົ້າໃຈ ວິໄສທັດ ແລະສ້າງແຮງບັນດົນບັນດານໃຈແກ່ຄົນເລົ່ານັ້ນ ໃຫ້ສາມາດເອົາຊະນະອຸປະສັດເພື່ອໄປສູ່ວິໄສທັດດັ່ງກ່າວ.

ລາວ ບໍ່ຄ່ອຍປາກົດໃນປະຫວັດສາດໄທຍ໌

- ນັບຕັ້ງແຕ່ອະດີດຍຸກກ່ອນປະວັດສາດນັ້ນດິນແດນທີ່ເປັນປະເທດລາວໄທຍ໌ນັ້ນ ມືຊື່ວ່າສຸວັນນະພູມ, ຄົນທີ່ເປັນເຈົ້າຂອງສຸວັນນະພູມນັ້ນ ຫຼາຍທ່ານວ່າຂອມ, ມອນ, ຂະແມ ແລະລາວ.

- ໃນບັນດາປະເທດສຸວັນນະພູມໃນສະໄໝດຶກດຳບັນກ່ອນປະປະຫວັດສາດ 1500 ກວ່າປີນັ້ນ, ບັນດາແຄວ້ນຕ່າງໆໃນແຜ່ນດິນໃຫຍ່ສຸວັນນະ ພູມນັ້ນ ມີແຄວ້ນຕ່າງໆ ໃນຊາຍຝັ່ງທະເລອັນດາມັນ ມີທວາຣາຣະວະດີ, ສີວິໄຊ ແລະອື່ນໆ ສ່ວນທາງຝັ່ງທະເລຕາເວັນອອກມີແຄວ້ນຈາມປາ ແລະອື່ນໆ.

- ນັກປະຫວັດສາດໄດ້ຢັ້ງຢືນວ່າ ແຄວ້ນໃນກາງສຸວັນນະພູມຕອນກາງຂອງແຜ່ນດິນໃຫຍ່ ມີແຄວ້ນຕ່າງໆຫຼວງຫຼາຍ ບາງແຄວ້ນເປັນອິສະຣະ ບາງແຄວ້ນເອກະຣາດ ບາງແຄວ້ນກໍປົກຄອງແບບສະມັກຄີ, ແຄວ້ນເລົ່ານັ້ນນັກປະຫວັດສາດທັງຫຼາຍ ກ່າວວ່າ ມີແຄວ້ວນສີໂຄດ-ຈັນທະບູຣີ, ແຄວ້ນລາວະຣັດຖະ(ລົບບູຣີ), ແຄວ້ນສຸວັນນະໂຄມຄໍາ, ສືບເນື່ອງມາເລື້ອຍໆ ຈົນມາຮອດກ່ອນປະຫວັດສາດປະມານ 300 ປີ, ມີແຄວ້ນເອກະຣາດຫຼາຍແຄວ້ນຂອງຄົນໄທລາວ ຄື ແຄວ້ນສີໂຄດ, ແຄວ້ນຈັນທະບູຣີ-ໄຜ່ໜາມ, ແຄວ້ນຊວາ, ແຄວ້ນຊຽງແສນ, ແຄວ້ນແຖນ, ແຄວ້ນສຸໂຂໄທ, ແຄວ້ນປິງໂຍນົກ ແລະອື່ນໆ ບັນດາແຄວ້ນເລົ່ານີ້ ລ້ວນແຕ່ແມ່ນແຄວ້ນຂອງຄົນໄທລາວ.

- ດ້ວຍເຫດນັ້ນ ໃນປະຫວັດສດຕອນຕົ້ນ ປະເພດຕໍານານຂອງລາວ ໄດ້ກ່າວໄວ້ວ່າອານາຈັກຂອງຄົນລາວ ມີ 3 ລ້ານ, ຄືລ້ານຊ້າງ, ລ້ານນາ ແລະລ້ານເພັຍ(ກ່າວກັນວ່າລ້ານພຣະຍາ), ລ້ານຊ້າງເຮົາຊາບໃນປະວັດສາດວ່າ ເປັນດິນແດນລາວ ແລະພາກອີສານທັງໝົດລວມທັງຊຽງຮຸ່ງ, ສິບສອງຈຸໄຕດ້ວຍ, ລ້ານນາໄດ້ແກ່ດິນແດນລ້ານນາ ແລະໃນດິນແດນພະມ້າ ແຕ່ລ້ານເພັຍນັ້ນ ຍັງບໍ່ຮູ້ຊັດແຈ້ງວ່າ ຢູ່ທີ່ໃດ ແຕ່ນັກປະຫວັດສາດ ບາງທ່ານເວົ້າສັ້ນໆວ່າ ອາຍຸທະຍາ, ແຕ່ເມື່ອເບິ່ງຕາມເຫດການກ່ອນປະວັດສາດແລ້ວສົງໄສແມ່ນລາວະຣັຖະ ຫຼືລົບບູຣີ, ຫາກຢັ່ງເຖິງການ ປ່ຽນແປງທາງປະຫວັດສາດ ກໍອາດກວາມເອົາອະຍຸທະຍາດ້ວຍ, ອັນນີ້ກໍອາດຈະມີຄວາມເປັນຈິງ ເພາະທາງການໄທຍ໌ໄດ້ບັນທຶກໄວ້ວ່າ ໄດ້ຄົ້ນພົບທັມມະຈັກ ແລະກວາງໝອບ ທີ່ນະຄອນປະຖົມຢັ້ງຢືນວ່າ ເປັນຫຼັກຖານທາງສາສນາ ທີ່ເຂົ້າມາໃນສະໄໝພຣະເຈົ້າອະໂສກ ສົ່ງພຣະໂສນະ-ອຸດຕະຣະມາຍັງສຸວັນນພູມ ໃນນັ້ນ ຍັງຢືນວ່າໄດ້ພົບ ອັກສອນຄ້າຍອັກສອນທັມຂຽນໃສ່ລານຄໍສວ່າ ເຍທັມມະ ເຫຕຸ.... ເຂົາສົງໄສວ່າເປັນອັກສອນລາວ.

- ຈົນມາຮອດຍຸກປະຫວັດສາດ ອານາຈັກໃຫຍ່ທີ່ປາກົດຕົວນັ້ນ ມີລ້ານຊ້າງ-ລ້ານນາ, ອາຍຸທະຍາ-ສຸໂຂໄທ, ແລະອານາຈັກອັງກໍວັດ ອານາຈັກ ລ້ານຊ້າງ ເປັນອານາຈັກຂອງຄົນລາວ ກິນອານາເຂດສອງຟາກຝັ່ງແມ່ນໍ້າຂອງ, ອານາຈັກສຸໂຂໄທ ເປັນອານາຈັກຂອງຄົນໄທ(ບໍ່ແມ່ນໄທຍ) ອາດແມ່ລາວພວກໜຶ່ງ, ພາຍລຸນມາຖືກລວມເຂົ້າຢູ່ໃນອຳນາດຂອງອາຍຸທະຍາ ຮຽກຕົນເອງວ່າສຍາມ, ແລະອານາຈັກອັງກໍນັ້ນ ເປັນອານາຈັກຂອງຂະແມ.

- ເປັນທີ່ສັງເກດວ່າ ນັບຕັ້ງແຕ່ເກີດອຳນາດຣັດຂຶ້ນມາ ໂດຍເຣີ່ມຈາກສະໄໝສຸໂຂໄທ-ອາຍຸທະຍາ ແລະນັບແຕ່ສະໄໝພຣະຍາສຸວັນນຄໍາຜົງ ເລື້ອຍມາຈົນເຖິງພຣະເຈົ້າຟ້າງຸ່ມມະຫາຣາດ ອານາຈັກລ້ານຊ້າງເປັນເອກະລາດມາຈົນຮອດປີ 1779 ນັ້ນ, ປະວັດສາດໄທບໍ່ໄດ້ກ່າວເຖິງລາວ ຫຼາຍປານໃດ ອາດກ່າວໄດ້ວ່າບໍ່ກ່າວເລີຍ ບໍ່ວ່າດ້ານເສດຖະກິດ, ການເມືອງ, ການທະຫານ, ສັງຄົນ, ຊົນຊາດແລະອື່ນໆ ທັງໆທີ່ອານາຈັກ ລ້ານຊ້າງຄົງທົນຢູ່ນານຕັ້ງ 600 ກວ່າປີ, ປະວັດສາດຊາດໄທ ບໍ່ໄດ້ກ່າວເຖິງ ລາວ ແລະຄົນລາວເລີຍ ອັນນີ້ເປັນເລື່ອງແປກ ຄວນແກ່ການສຶກສາແລ.

26 June 2011

ຟ້າໃສໃນໜ້າຝົນ

img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!!!!
ພຸ້ນທ້ອງຟ້າ ຟາກເບື້ອງນັ້ນ ຕາເວັນອອກ
ລົມພັດຍອກ ຕ້ອງງ່າໄມ້ ວັນຟ້າໃສ
ຝົນຮວຍຮໍາ ຕົກລົງມາ ຟ້າອຸໄທ
ອຸທົກໃຫຼ ຫຼຸຫຼັ່ງລົ້ນ ພົ້ນຄັນນາ

ວິຫົກເຫີນ ບິນເພີດເພີນ ຍາມຟ້າສາງ
ພືປິກຫ່າງ ໂບກໂບຍບິນ ຊົມພຶກສາ
ຈາກຮວງຮັ່ງ ໝາຍມຸ້ງສູ່ ທ້ອງທົ່ງນາ
ສະແຫວງຫາ ຊອກອາຫານ ພຽງເພື່ອກິນ

ທ້ອງທົ່ງນາ ຍາມໜ້າຝົນ ແສນສົດສວຍ
ນໍ້າໃນຫ້ວຍ ໃຫຼລົ້ນຫຼັ່ງ ທັ່ງທາຣິນ
ປູປາກຸ້ງ ຫອຍກົບຂຽດ ຢຽດກັນປີນ
ລອຍລະລິນ ແຂ່ງກັນຂຶ້ນ ທ້ອງທົ່ງນາ


ພຶກສາດົ້ວ ໃບໜາດົກ ປົກປ່າໄມ້
ຍອດຮຽວໃຜ່ ນົກເຂົາຄູ່ ສາລີກາ
ຊາວນາໄຖ ຄາດຂຸດຮຸດ ທັງຕົກກ້າ
ມອງທ້ອງຟ້າ ສີສົດໃສ ດັ່ງອໍາໄພ

ຝົນຮວຍຮໍາ ຕົກພໍ່າພໍ່າ ເມື່ອຄືນນີ້
ທົ່ວທຸກທີ່ ທ້ອງຖິ່ນ ທາຣິນໃຫຼ
ຊາວນາສຸກ ສົດຊື່ນຊົມ ທ້ອງຟ້າໃໝ່
ໃນຫົວໃຈ ມີຄວາມຫວັງ ດັ່ງໄດ້ພອນ

ຟ້າສົດໃສ ໃນໜ້າຝົນ ຄົນທົ່ວຫຼ້າ
ວາແຂນອ້າ ນອບນ້ອມຮັບ ບໍ່ຫວັງວອນ
ຟ້າສີຄາມ ສົດໃສ ຍາມແດດອ່ອນ
ຫາກເປັນພອນ ຈາກເທວາ ຈະນ້ອມນໍາ