26 June 2011

ຟ້າໃສໃນໜ້າຝົນ

img.laoupload.com | ບໍລິການ ອັບໂຫລດຮູບ ຝາກຮູບ ດາວໂຫລດຮູບ ເກັບຮູບ ສົ່ງຮູບ ຮັກສາຮູບ ຟຣີ!!!!
ພຸ້ນທ້ອງຟ້າ ຟາກເບື້ອງນັ້ນ ຕາເວັນອອກ
ລົມພັດຍອກ ຕ້ອງງ່າໄມ້ ວັນຟ້າໃສ
ຝົນຮວຍຮໍາ ຕົກລົງມາ ຟ້າອຸໄທ
ອຸທົກໃຫຼ ຫຼຸຫຼັ່ງລົ້ນ ພົ້ນຄັນນາ

ວິຫົກເຫີນ ບິນເພີດເພີນ ຍາມຟ້າສາງ
ພືປິກຫ່າງ ໂບກໂບຍບິນ ຊົມພຶກສາ
ຈາກຮວງຮັ່ງ ໝາຍມຸ້ງສູ່ ທ້ອງທົ່ງນາ
ສະແຫວງຫາ ຊອກອາຫານ ພຽງເພື່ອກິນ

ທ້ອງທົ່ງນາ ຍາມໜ້າຝົນ ແສນສົດສວຍ
ນໍ້າໃນຫ້ວຍ ໃຫຼລົ້ນຫຼັ່ງ ທັ່ງທາຣິນ
ປູປາກຸ້ງ ຫອຍກົບຂຽດ ຢຽດກັນປີນ
ລອຍລະລິນ ແຂ່ງກັນຂຶ້ນ ທ້ອງທົ່ງນາ


ພຶກສາດົ້ວ ໃບໜາດົກ ປົກປ່າໄມ້
ຍອດຮຽວໃຜ່ ນົກເຂົາຄູ່ ສາລີກາ
ຊາວນາໄຖ ຄາດຂຸດຮຸດ ທັງຕົກກ້າ
ມອງທ້ອງຟ້າ ສີສົດໃສ ດັ່ງອໍາໄພ

ຝົນຮວຍຮໍາ ຕົກພໍ່າພໍ່າ ເມື່ອຄືນນີ້
ທົ່ວທຸກທີ່ ທ້ອງຖິ່ນ ທາຣິນໃຫຼ
ຊາວນາສຸກ ສົດຊື່ນຊົມ ທ້ອງຟ້າໃໝ່
ໃນຫົວໃຈ ມີຄວາມຫວັງ ດັ່ງໄດ້ພອນ

ຟ້າສົດໃສ ໃນໜ້າຝົນ ຄົນທົ່ວຫຼ້າ
ວາແຂນອ້າ ນອບນ້ອມຮັບ ບໍ່ຫວັງວອນ
ຟ້າສີຄາມ ສົດໃສ ຍາມແດດອ່ອນ
ຫາກເປັນພອນ ຈາກເທວາ ຈະນ້ອມນໍາ

No comments:

Post a Comment