29 July 2011

ທິດ 6

ທິດ 6

- ທິດ 6 ບຸກຄົນປະເພດຕ່າງໆ ທີ່ເຮົາຕ້ອງກ່ຽວຂ້ອງສັມພັນ ດຸດຈະດັ່ງທີ່ຢູ່ອາໄສຮອບຕົວ ຈັດເປັນ 6 ທິດ ດັ່ງນີ້:
1. ປຸຣະມະທິດ ທິດເບື້ອງໜ້າ ໄດ້ແກ່ ບິດາ-ມາດາ.
2. ທັກຂີນະທິດ ທິດເບື້ອງຂວາ ໄດ້ແກ່ຄຣູອາຈານ.
3. ປັດສິມະທິດ ທິດເບື້ອງຫຼັງ ໄດ້ແກ່ສາມີ-ພັນລະຍາ.
4. ອຸຕຕະຣິທິດ ເບື້ອງເບຶ້ອງຊ້າຍ ໄດ້ແກ່ມິດສະຫາຍ.
5. ອຸປະຣິມະທິດ ທິດເບື້ອງເທິງໄດ້ແກ່ ພຣະສົງ-ສະມະນະ.
6. ປຸຣັຕຖິມະທິດ ທິດເບື້ອງລຸ່ມ ໄດ້ແກ່ລູກຈ້າງ-ນາຍຈ້າງ.

1.1. ປຸຣະມະທິດ ທິດເບື້ອງໜ້າ ໄດ້ແກ່ ບິດາ-ມາດາ.
ກ. ມາຕາບິດາ ອຸນຸເຄາະບຸດທິດາ ດັ່ງນີ້:
1. ຫ້າມປາມຈາກຄວາມຄວາມຊົ່ວ.
2. ໃຫ້ຕັ້ວຕົນຢູ່ໃນຄວາມດີ.
3. ໃຫ້ສຶກສາສີລະປະວິທະຍາ.
4. ຫາຄູ່ຄອງທີ່ສົມຄວນໃຫ້.
5. ມອບຊັບສົມບັດໃຫ້ໃນໂອກາດອັນສົມຄວນ.

ຂ. ບຸດທິດາ ເພິ່ງບໍາຣຸງມາດາບິດາ ດັ່ງນີ້:
1. ທ່ານລ້ຽງເຮົາມາແລ້ວ ລ້ຽງທ່ານຕອບ.
2. ຊ່ວຍທຳກິດຂອງທ່ານ.
3. ດຳຣົງວົງສະກຸນ.
4. ປະພຶດຕົນໃຫ້ເໝາະກັບຄວາມເປັນທາຍາດ.
5. ເມື່ອທ່ານລ່ວງລັບໄປແລ້ວ ທຳບຸນອຸທິດໃຫ້ທ່ານ.

1.2. ທັກຂີນະທິສະ ທິດເບື້ອງຂວາ ໄດ້ແກ່ຄູບາອາຈານ.
- ຄຣູບາອາຈານອະນຸເຄາະສິດ ດັ່ງນີ້:
1. ຝຶກຝົນແນະນໍາໃຫ້ເປັນຄົນດີ.
2. ສອນໃຫ້ເຂົ້າໃຈແຈ່ມແຈ້ງ.
3. ສອນສີລປະວິທະຍາໃຫ້ສິ້ນເຊີງ.
4. ຍົກຍ້ອງໃຫ້ປາກົດໃນໝູ່ເພື່ອນ.
5. ສ້າງເຄື່ອງຄຸ້ມກັນໄຟໃນສາຣະທິດ ຄື ສອນໃຫ້ສິດປະຕິບັດໄດ້ຈິງ ນໍາວິຊາໄປລ້ຽງຊີບທຳງານໄດ້.

- ສິດສົງເຄາະຄຣູອາຈານດັ່ງນີ້:
1. ລຸກຕ້ອນຮັບສະແດງຄວາມເຄົາຣົບ.
2. ເຂົ້າໄປຫາ.
3. ໃຝ່ໃຈຮຽນ.
4. ບົວລະບັດ.
5. ຮຽນສີລປະວິທະຍາໂດຍໂຄຣົບ.

1.3 ປັດສິມມະທິດ ທິດເບື້ອງຫຼັງ ໄດ້ແກ່ ສາມີ ດັ່ງນີ້:
- ສາມີເພິ່ງບຳຣຸງພັນລະຍາ ດັ່ງນີ້:
1. ຍົກຍ້ອງສົມເປັນພັນລະຍາ.
2. ບໍ່ດູໝິ່ນ.
3. ບໍ່ນອກໃຈ.
4. ມອບຄວາມເປັນໃຫຍ່ໃຫ້ໃນເຮືອນ.
5. ຫາເຄື່ອງປະດັບມາໃຫ້ເປັນຂອງຂວັນຕາມໂອກາດ.

- ພັນລະຍາອະນຸເຄາະສາມີ ດັ່ງນີ້.
1. ຈັດງານບ້ານເຮືອນໃຫ້ຮຽບຮ້ອຍ.
2.ສົງເຄາະຍາດທັງສອງຝ່າຍດ້ວຍດີ.
3. ບໍ່ນອກໃຈ.
4. ຮັກສາສົມບັດທີ່ຫາມາໄດ້.
5. ຂະຫຍັນບໍ່ຂີ້ຄ້ານໃນງານທັງປວງ.

1.4. ອຸຕະຣະທິດ ທິດເບື້ອງຊ້າຍ ໄດ້ແກ່ມິດສະຫາຍ.
- ເພິ່ງບຳຣຸງມິດສະຫາຍດັ່ງນີ້.
1. ເພື່ອແຜ່ແບ່ງປັນ.
2. ເວົ້າຈາມີນ້ຳໃຈ.
3. ຊ່ວຍເຫຼືອເກື້ອກູນກັນ.
4. ມີຕົນສະເໝີ ຮ່ວມສຸກຮ່ວມທຸກດ້ວຍ.
5. ຊື່ສັດຈິງໃຈຕໍ່ກັນ.

- ມິດສະຫາຍອະນຸເຄາະຕອບ.
1. ເມື່ອເພື່ອນປະໝາດຊ່ວຍປ້ອງກັນ.
2. ເມື່ອເພື່ອນປະໝາດ ຊ່ວຍຮັກສາຊັບສົມບັດຂອງເພື່ອນ.
3. ໃນຄາວມີໄພ ເປັນທີ່ເພິ່ງໄດ້.
4. ບໍ່ລະຖິ້ມໃນຍາມທຸກຢາກ.
5. ນັບຖືຕລອດເຖິງວົງຍາດພີ່ນ້ອງຂອງມິດ.

5. ອຸປະຣິມະທິດ ທິດເບື້ອງເທິງ(ບົນ) ໄດ້ແກ່ພຣະສົງ ສະມະເນນ
- ຄະຣືຫັດເພິ່ງບຳຣຸງພຣະສົງ ດັ່ງນີ້.
1. ຈະທຳສິ່ງໃດກໍດ້ວຍເມດຕາ.
2. ຈະເວົ້າສິ່ງໃດກໍດ້ວຍເມດຕາ.
3. ຈະຄິດສິ່ງໃດກໍດ້ວຍເມດຕາ.
4. ຕ້ອນຮັບດ້ວຍຄວາມເຕັມໃຈ.
5. ອຸປະຖັມດ້ວຍປັດໄຈ 4

- ພຣະສົງສາມະເນນ ສົງເຄາະຄະຣືຫັດ.
1. ຫ້າມປາມຈາກຄວາມຊົ່ວ.
2. ໃຫ້ຕັ້ງຢູ່ໃນຄວາມດີ.
3. ອະນຸເຄາະດ້ວຍຄວາມປາຖະໜາດີ.
4. ໃຫ້ຟັງສິ່ງທີ່ບໍ່ເຄີຍຟັງ.
5. ທຳສິ່ງທີ່ເຄີຍຟັງມາແລ້ວໃຫ້ແຈ່ມແຈ້ງ.
6. ບອກທາງສະຫວັນ ສອນວິທີດຳເນີນຊີວິດໃຫ້ປະສົບຄວາມສຸກຄວາມຈະເຣີນ.

6. ເຫດຖິທະທິດ ທິດເບື້ອງລ່າງ(ລຸ່ມ) ໄດ້ແກ່ລູກຈ້າງກັບນາຍຈ້າງ.
- ນາຍຈ້າງເພິ່ງບຳຣຸງລູກຈ້າງ ດັ່ງນີ້
1. ຈັດງານໃຫ້ທຳຕາມກຳລັງຄວາມສາມາດ.
2. ໃຫ້ຄ່າຈ້າງຣາງວັນສົມຄວນແກ່ງານ ແລະຄວາມເປັນຢູ່.
3. ຈັດສະຫວັດດີການດີ ມີການຊ່ວຍປິ່ນປົວພະຍາບານ ໃນຍາມເຈັບໄຂ້ ເປັນຕົ້ນ.
4. ໄດ້ຂອງແປຫໆ ພິເສດໆມາ ກໍແບ່ງປັນໃຫ້.
5. ໃຫ້ມີວັນຫຍຸດພັກຜ່ອນຕາມໂອກາດ ອັນຄວນ.

- ລູກຈ້າງອະນຸເຄາະນາຍຈ້າງ ດັ່ງນີ້.
1. ເຣີ່ມທຳງານກ່ອນ.
2. ເລີກຕາມທີຫຼັງ.
3. ເອົາແຕ່ຂອງທີ່ນາຍໃຫ້.
4. ທຳການງານໃຫ້ຮຽບຮ້ອຍ ແລະດີຍິ່ງຂຶ້ນ.
5. ນຳຄວາມດີຂອງນາຍໄປເຜີຍແຜ່.

No comments:

Post a Comment