30 July 2011

ການຕັດສະຮູ້ທີ່ສົມບູນຄືຫຍັງ ?

- ບັນຫາ : ການຕັດສະຮູ້ຄືຫຍັງ ? ພຣະພຸດທະເຈົ້າຊົງປະກາດວ່າ ພຣະອົງໄດ້ຕັສຮູ້ແລ້ວເມື່ອໃດ ?
- ພຸດທະດຳຣັສຕອບ : ດູກ່ອນພິກຂຸທັງຫຼາຍ ດວງຕາພາຍໃນຍານ, ປັນຍາ, ວິຊຊາ, ແສງສະຫວ່າງພາຍໃນ ໄດ້ເກີດແກ່ເຮົາ ໃນທັມທັງຫຼາຍ ທີ່ເຮົາບໍ່ເຄີຍໄດ້ຍິນໄດ້ຟັງມາກ່ອວນວ່າ ນີ້ ຄືຄວາມຈິງອັນປະເສີດ ຄືທຸກຂ໌ (ສັຈຈະຍານ)
- ທຸກຂະອະຣິຍະສັຈຈະ (ສັຈຈະຍານ) ທຸກຂະອະຣິຍະສັຈຈະນັ້ນ ເຮົາກຳນົດຮູ້ແລ້ວ (ກະຕະຍານ).
- ນີ້ຄື ທຸກຂະສະມຸທັຍອະຣິຍະສັຈຈະ(ສັຈຈະຍານ) ທຸກຂະສະມຸທັບ, ເປັນສິ່ງຄວນລະ (ກິດຈະຍານ) ທຸກຂະສະມຸທັຍ ນັ້ນເຮົາລະແລ້ວ (ກະຕະ ຍານ)
- ນີ້ຄື ທຸດຂະນິໂຣອະຣິຍະສັຈຈະ (ສັຈຈະຍານ) ທຸດຂະນິໂຣ..ນັ້ນຄວນທຳໃຫ້ແຈ້ງ (ກິຈຈະຍານ) ທຸກຂະນິໂຣທະ,,ດນັ້ນເຮົາໄດ້ທຳໃຫ້ແຈ້ງແລ້ວ,
(ກະຕະຍານ).
- ນີ້ຄືປະຕິປະທາເຖິງຄວາມດັບທຸກ (ສັຈຈະຍານ) ປະຕິປະທາເຖິງຄວາມດັບທຸກ ຄວນທຳໃຫ້ເກີດຂຶ້ນ (ກິຈຈະຍານ) ປະຕິປະທາເຖິງຄວາມດັບທຸກຂ໌ນັ້ນ ເຮົາທຳໃຫ້ເກີດມີແລ້ວ (ກະຕະຍານ)
- ດູກ່ອນພິກຂຸທັງຫຼາຍ ກໍການເຫັນແຈ້ງດ້ວຍຍານ ຕາມຄວາມເປັນຈິງໃນອະຣິຍະສັຈຈ໌ 4 ເຫຼົ່ານີ້ ແຕ່ລະຢ່າງນັບດ້ວຍ(ຍານ) 3 ດັ່ງກ່າວມາກ ຣວມ ເປັນອາການ 12 ຍັງບໍໍ່ບໍຣິສຸດຜຸດຜ່ອງຕາບໃດ ຄວາມນັ້ນເຮົາກໍຍັງບໍ່ປະຕິຍາຍຕົນວ່າໄດ້ຕັສຮູ້ອະນຸຕຣະສັມມາສັມໂພທິຍາຍໃນໂລກ...ແຕ່ ເມື່ອໃດ ຄວາມເຫັນດ້ວຍຍາຍໃນອະຣິຍະສັຈຈ໌ 4 ຕາມຄວາມເປັນຈິງ...ມີອາການຣວມ 12 ຍານຂອງເຮົາບໍຣິສຸດເມື່ອນັ້ນເຮົາຈຶ່ງປະຕິຍານຕົນວ່າ ເປັນຜູ້ຕັສຮູ້...ຍານະທັສສະນະໄດ້ບັງເກີດຂຶ້ນແກ່ເຮົາວ່າ ວິມຸຕຕິຂອງເຮົາບໍ່ກັບອອກຊາຕນີ້ ເປັນຊາຕສຸດທ້າຍ ບັດນີ້ພົບໃໝ່ບໍ່ມີ....

ຕະຖະຄະຕະສູຕ ທີ 1 ມະຫາ.ສັງ. (1666-1670)
ຕບ. 19 : 529-530 ຕທ.19 : 478-479
ຕອ. K.S. 5 : 358-359

No comments:

Post a Comment