01 August 2011

ພາຍຸໄຕ້ຝຸ່ນນົກເຕັນ (ນົກກະເຕັນ) - ລົມໄຕ້ຝຸ່ນ

ນົກເຕັນ:
- ນົກກະເຕັນ (ເປັນຊື່ເຕັມໃນພາສາລາວ) ນົກເຕັນ (ເປັນພາສາເວົ້າຂອງຄົນລາວ) ຊື່ວິທະຍາສາດ Alcedo atthis ພາສາອັງກິດ common kingfisher ລັກສະນະທົ່ວໄປ ມີຄວາມຍາວຈາກປາຍປາກຈົນສຸດປາຍຫາງ 13-16 ຊມ. ໂຕຜູ້ແລະໂຕແມ່ ມີລັກສະນະຄ້າຍຄືກັນ ແຕກຕ່າງກັນພຽງເລັກນ້ອຍ ພໍສັງເກດໄດ້ ຄືໂຕແມ່ມີໂຄນປາກລ່າງເປັນສີສົ້ມ ຂະນະທີ່ໂຕຜູ້ມີປາກສີດຳສະໜິດ ຫົວ ໜ້າຜາກ ສີຟ້າອົມຂຽວ ຄໍສີຂາວ ໜ້າເອີກແລະຂົນຄຸມຫູສີແດງ ຂົນຄຸມປີກສີຟ້າອົມຂຽວ.


ຖິ່ນອາໄສ:
- ເປັນນົກທີ່ອົບພະຍົບມາຈາກຖິ່ນທີ່ອາກາດໜາວເຢັນ ໃນລະດູໜາວ ພົບໄດ້ເລື່ອຍໆ ແລະປະຣິມານຫຼາຍທົ່ວພູມີພາກຂອງປະເທດລາວ ມັກອາໄສຢູ່ຕາມແຫຼ່ງນໍ້າ.

ອາຫານ:
- ປາ, ແມງປໍ, ຕັກແຕນ, ຂຽດນ້ອຍ, ກຸ້ງນໍ້າຈືດຂະໜາດນ້ອຍ, ຮວກ ບໍຣິເວນໜອງ, ບຶງນໍ້າຈືດ ແຄມຫ້ວຍ ມັກຈອບງອຍກິ່ງໄມ້ເພື່ອດັກຈັບ ຫາອາຫານ.

ພຶດຕິກັມ:
- ມັກພົບຢູ່ໂດດດ່ຽວບໍ່ຣວມຝູງ ຫາກິນເວລາກາງເວັນ ໂດຍມັກຈະຈັບງອຍຢູ່ຕາມກິ່ງງ່າ ຮຽວໄຜ່ ໄມ້ແຫ່ງ ຕໍໄມ້ ໃນແຫຼ່ງນໍ້າ ເມື່ອພົບເຫຍື່ອມັກຈະບິນໂສບໃຊ້ປາກຄາບເຫຍື່ອ.

ການສືບພັນ:
- ຍັງບໍ່ມີການຣາຍງານພົບການເຮັດຮັງວາງໄຂ່ໃນປະເທດລາວ ຈະເຣີ່ມພົບໃນລາວໄດ້ຕັ້ງແຕ່ເດືອນກັນຍາ ໄປຈົນເຖິງປາຍລະດູໜາວ.

ສະຖານທີ່ພົບ
- ສາມາດພົບໄດ້ທົ່ວໄປ.

ຊື່ພາຍຸໄຕ້ຝຸ່ນ : ນົກເຕັນ
- ພາຍຸ(ລົມ) ມາຈາກ ຄຳເດີມ ວາຍຸ,(ວາໂຍ) ພາຍຸເປັນການໃຊ້ຮຽກລົມໄຕ້ຝຸ່ນທີ່ພັດມາແຮງ ທີ່ມາພ້ອມກັບຝົນ, ລັກສະນະຂອງລົມພາຍຸນີ້ ຈະມີລັກສະນະເປັນລົມໝູນ ມາພ້ອມກັບຝົນ, ລົມໝຸນຫາກເປັນລົມຂະໜາດນ້ອຍ ແລະບໍ່ມີຝົນຈະຮຽກວ່າ ລົມຫົວກຸດ.
- ພາຍຸ: ນົກເຕັນ (ຊື່ທີ່ໃຊ້ຮຽກລົມໄຕ້ຝຸ່ນ) ນົກກະເຕັນ (ເປັນຊື່ທາງການໃນພາສາລາວ ພາສາເວົ້າແມ່ນນົກເຕັນ-ບາງຄົນກໍເວົ້າເຕັມໆຄວາມ ຄືນົກກະເຕັນ)
- ຄວາມໝາຍ : ເປັນຊື່ຂອງພາຍຸ (ໂດຍເອົາຊືນົກມາຕັ້ງຊື່)
- ຄວາມຈິງແລ້ວຫາກເປັນລົມໃຫຍ່ບໍ່ມີຝົນ ພາຍຸລົມ, ຫາກເປັນລົມມີຝົນພ້ອມ ຄວນຈະຮຽກວ່າ ພາຍຸຝົນ.
- ຊື່ພາສາອັງກິດ : Nock-Ten (1108)
- ທີ່ມາຂອງຊື່ພາຍຸໄຕ້ຝຸ່ນນົກເຕັນ : ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
- ວັນທີ 27 ກໍຣະກົດ 2011(2554) ຣະດັບຄວາມຮຸນແຮງ (ພາຍຸໂຊນຮ້ອນ 85 15° 00' 00'' ເໜືອ 122° 48' 00'') ຕາເວັນອອກ.
- ວັນທີ 26 ກໍຣະກົົດ 2011(2554) ຣະດັບຄວາມຮຸນແຮງ (ພາຍຸໂຊນຮ້ອນ 85 14° 48' 00'' ເໜືອ 123° 00' 00'') ຕາເວັນອອກ.
- ຂຶ້ນບົກ ແລະເຂົ້າສູ່ປະເທດລາວ ວັນທີ 30-31 ກໍຣະກົດ 2011(2554).
ທີ່ມາ ຂອງຂໍ້ມູນບາງສ່ວນສະພາບອາກາດ ໄຕ້ຝຸ່ນນົກເຕັນ:
http://www.tmd.go.th/storm_tracking.php

No comments:

Post a Comment