08 June 2008

ບົດທີ ໑: ຕົ້ນກຳເນີດຂອງຄົນໃນພາກພື້ນອິນດູຈີນ

- ຄຳວ່າ “ອິນດູຈີນ” ນັ້ນຊາວອາຊີຮູ້ຈັກນຳພວກຝຣັ່ງທີ່ພາຮຽກໃນຍຸກລ່າອະນານິຄົມ ສະຕະວັດທີ 18-19 ເຊິ່ງເຂົາໝາຍເອົາແຜ່ນດິນໃນພາກພື້ນແຫຼມທອງ ຫຼືແຫຼມຄຳ, ລົງໄປຮອດແຜ່ນດິນທີ່ເປັນເກາະ ດອນໃນຝັ່ງມະຫາສະໝຸດອິນເດັຍ ແລະທະເລຈີນໃຕ້, ການຕັ້ງຊື່ອິນດູຈີນຂອງຝຣັ່ງນັ້ນ ເຂົາຕີຄວາມໝາຍຈາກບັນດາຊົນຊາດ ແລະວັດທະນະທຳຂອງບັນດາຊົນຊາດໃນພາກພື້ນນີ້ວ່າ ມີທີ່ມາຈາກສອງແຫຼ່ງນີ້, ຫຼັກຖານເກົ່າແກ່ທີ່ອ້າງເຖິງດິນແດນຕອນນີ້ ກ່ອນຝຣັ່ງຈະຕັ້ງຊື່ອິນດູຈີນ ຊາວອາຊີຮູ້ຊື່ວ່າ “ສຸວັນນະພູມ” ເຊິ່ງມາໜັງສືອ້າງອິງທາງຄັມພີສາສະໜາ ແປຕາມພາສາທີ່ປາກົດວ່າ ແຫຼມຄຳ ໄທຍ໌ວ່າແຫຼມທອງ, ຄວາມໝາຍດຽວກັນ ທອງຄໍາ.

- ຢ່າງໃດກໍຕາມໃນຄວາມໝາຍໃໝ່ຂອງຄຳວ່າອິນດູຈີນໃນຍຸກໃໝ່ນັ້ນ ກຳເນີດຈາກໄລຍະສົງຄມອິນ ດູຈີນ ແລະສົງຄວາມເຢັນນີ້ ສະນັ້ນຄຳວ່າ “ອິນດູຈີນ” ໃນຍຸກໃນຄວາມໝາຍອື່ນ ຂອງຕາເວັນຕົກ ກໍເຂົາຈະເວົ້າສະເພາະ ໓ ປະເທດ ອັນໄດ້ແກ່ລາວ, ຫວຽດນາມ ແລະກຳປູເຈັຍ ເທົ່ານັ້ນ.
ໃນບົດຂຽນນີ້ຫາກກ່າວເຖິງອິນດູຈີນ ບໍ່ໄດ້ໝາຍເອົາສະເພາະແຕ່ ໓ ປະເທດເທົ່າ ນັ້ນແມ່ນໝາຍ ກຳນົດລວມໄປເຖິງບັນດາປະເທດໃນພາກພື້ນແຜ່ນດິນໃຫຍ່ຂອງອາຊີຕາເວັນອອກສ່ຽງໃຕ້ເຊິ່ງມີມຽນມາ, ພາກໃຕ້ຂອງຈີນ ແລະໄທຍ໌ດ້ວຍ, ຕະຫຼອດບັນດາປະເທດໃນຄາບສະມຸດປາຊີຟິກດ້ວຍ.

- ໃນບົດຂຽນນີ້ແມ່ນຂຽນກ່ຽວກັບວັດທະນະທຳ ແລະຊົນຊາດໃນພາກພື້ນ ເຊິ່ງປາກົດວ່າ ມີຄຳຊ້ຳກັນແຕ່ມີຄວາມໝາຍແຕກຕ່າງກັນ ຄື ຄຳວ່າ “ໄທຍ໌, ໄຕ ແລະໄທ”, ຫາພົບຄຳວ່າ “ໄທຍ໌” ເຊິ່ງທຽນໃສ່ພາສາອັງກິດ(Thai) ໃຫ້ໝາຍເຖິງຄົນໄທຍ໌ ສະເພາະໃນປະເທດໄທຍ໌ (Thailand) ເທົ່ານັ້ນ ແຕ່ຖ້າຫາກພົບຄຳວ່າ “ໄທຫຼືໄຕ” ເຊິ່ງກຳກັບເປັນພາສາອັງກິດ(Tai)ນັ້ນ ຄືຊົນຊາດ, ຊົນເຜົ່າຕ່າງໆໃນພູມີພາກນີ້ລວມໄປເຖິງຊົນຊາດລາວທັງມວນດ້ວຍ, ການກຳນົດແບບນີ້ ໄດ້ອ້າງອິງຕາມກົດສາກົນທີ່ໄດ້ກຳນົດໄວ້ແລ້ວ.
ການກຳເນີດຂອງແຕ່ລະຊາດຍ່ອມມີທີ່ມາຈະແຈ້ງ ແຕ່ທີ່ມາເຫຼົ່ານັ້ນຍ່ອມເກີດຈາກມະຕິ ແລະພື້ນຖານຂອງສັງຄົມມະນຸດ ທີ່ວິວັດທະນາການເຊິ່ງໄດ້ຈົດຈຳ ແລະບັນທຶກສືບເນື່ອງມາຈາກຍຸກຂອງວັນ ນະຄະດີປະເພດວະນະນິຍາຍ ແລະເທບນິຍາຍ, ປະເພດຂອງວັນນະກັມປະເພດຕຳນານ ແລະພື້ນເພ, ພື້ນສຶບ, ທັງສອງປະເພດນີ້ນັກປະຫວັດສາດຮຽກວ່າ ຍຸກວັນນະຄະດີ, ແລ້ວກ້າວເຂົາຍຸກພົງສາວະດານ ຕໍ່ໃສ່ຍຸກຂອງປະຫວັດສາດ, ເມື່ອມະນຸດໄດ້ເລີ່ມກໍ່ຮ່າງສ້າງຕົວເປັນສັງຄົມຣັດ ແລະມະຫາອານາຈັກ.

- ໃນພົງສາວະດານ ຂອງມະນຸດເຜົ່າພັນຕ່າງໆໃນພູມີພາກອິນດູຈີນນັ້ນ, ລ້ວນແຕ່ກຳເນີດມາຈາກເທບນິຍາຍ ທີ່ປະກົດໃນຮູບແບບຂອງຕຳນານເປັນສ່ວນໃຫຍ່, ໂດຍສະເພາະມະນຸດກຸ່ມທີ່ມີວັດທະນະທຳປະເພນີຄ້າຍຄຽງກັນ ມັກຈະປາກົດເຫັນວ່າມີຄວາມເຊື່ອດ້ວຍເລື່ອງຂອງ “ແຖນ” ຄ້າຍໆກັນ ໃນນັ້ນຍັງມີນາກມາກ່ຽວຂ້ອງດ້ວຍ, ເຊິ່ງເຮົາປາກົດໃນພົງສາວະດານພາກຕົ້ນໆຂອງອານາຈັກຕ່າງໆ ໂດຍສະ ເພາະແມ່ນອານາຈັກລ້ານຊ້າງ ແລະບັນດາກຸ່ມຄົນທີ່ມີຮ່ອງຮອຍວັດທະນະທັມດຽວກັນໃນກຸ່ມ “ໄຕ ຫຼືໄທ“ ມັກຈະມີບັນພະບູຣຸດສືບເນື່ອງມາຈາກແຖນ, ມີກຸ່ມຄົນໄຕ(ໄທ)ສ່ວນຫຼາຍມີ ບັນພະບູຣຸດດຽວກັນດຽວກັນກັບຄົນລາວໃນລ້ານຊ້າງ ແລະລ້ານນາ ອັນໄດ້ແກ່ “ຂຸນບູຣົມຣາຊາທິຣາດ ຫຼືຂຸນບູຣົມມະຫາຣາດ”.

- ໃນພົງວະດານລ້ານຊ້າງຕອນຕົ້ນໆນັ້ນ ໄດ້ເລີ່ມຈາກຂຸນທັງ ໓ ອັນໄດ້ແກ່ປູ່ລາງເຊີງ(ລານເຊີນ) ຂຸນຄານ ແລະຂຸນເຄັດ, ຂຸນທັງ ໓ ນີ້ຕັ້ງເມືອງຢູ່ຮ່ວມກັນໃນເມືອງລຸ່ມ ເຊິ່ງຂຸນທັງສາມນີ້ ກໍຢູ່ພາຍໃຕ້ອິດທິພົນຂອງ “ແຖນ” ເຊິ່ງຖືເປັນເທພະເຈົ້າຢູ່ເມືອງບົນ(ຟ້າ) ເຊິ່ງມີໜ້າທີ່ປົກຄອງເບິ່ງແຍງມະນຸດເມືອງລຸ່ມ(ໂລກ), ຂຸນທັງ ໓ ນີ້ຊິເຮັດຫຍັງທຳຫຍັງຕ້ອງໄດ້ປຶກສາຫາລື ຫຼືຕ້ອງໄດ້ຮັບຄວາມຊ່ວຍເຫຼືອເກື້ອກູນຈາກ ພຣະຍາແຖນ ເຊິ່ງຖືວ່າເປັນຜູ່ຊ່ວຍເຫຼືອເບິ່ງແຍງ, ຕໍ່ມາແຖນ ແລະຄົນເມືອງລຸ່ມມີການເຫີນຫ່າງກັນ ຈຶ່ງເຮັດໃຫ້ຄົນເມືອງລຸ່ມບໍ່ຄ່ອຍເຊື່ອຟັງແຖນ ເມື່ອການເວລາຜ່ານໄປ ຈຶ່ງເຮັດໃຫ້ແຖນນັ້ນເກີດຄວາມຂັດເຄືອງໃຈ ແລະພິໂລດຮ້າຍໃຫ້ມະນຸດທີ່ບັງອາດຝືນຄຳພຣະຍາແຖນ, ໃນທີ່ສຸດແຖນຈຶ່ງໄດ້ບັນດານໃຫ້ນ້ຳຖ້ວມຫຼວງແກ່ເມືອງລຸ່ມ ເຮັດໃຫ້ມະນຸດສ່ວນໃຫຍ່ຕາຍຈົນໝົດ, ນ້ຳຖ້ວມຄັ້ງນັ້ນ ຖືວ່າເປັນຍຸກລ້າງໂລກເພາະຄົນທີ່ເຫຼືອ ນັ້ນມີພຽງແຕ່ປູ່ລ້າງເຊີງ, ຂຸນເຄັດ ແລະຂຸນຄານ, ພ້ອມດ້ວຍບໍລິວານ ແລະສັດສາວາສິ່ງພຽງ ເທົ່າລຳເຮືອນ້ອຍໜຶ່ງເທົ່ານັ້ນ ເຊິ່ງປູ່ລາງເຊິນສັ່ງໃຫ້ຂຸນທັງສອງກຳກັບຂຶ້ນເຮືອ, ນ້ຳຖ້ວມຫຼວງໄດ້ເອົາເຮືອຂອງປູ່ລາງເຊິນຂຶ້ນໄປຮອດເມືອງຟ້າໄປຮອດພະຍາແຖນ.

- ຄັ້ງນັ້ນ, ພຣະຍາແຖນຈຶ່ງສັ່ງກັບຂຸນທັງ ໓ ວ່າ “ຊິກິນເຂົ້າໃຫ້ບອກໝາຍ, ຊິກິນແລງ ກິນງາຍໃຫ້ບອກກ່າວ, ກິນເຂົ້າໃຫ້ສົ່ງຂາ ຊິກິນປາໃຫ້ສົ່ງຮອດແຖນນັ້ນ, ເປັນການຢຳເກງຜີເຖົ້າ, ຢຳເກົ້າແຖນ” ແຕ່ບໍ່ຟັງ” ອັນນີ້ຖືວ່າເປັນປະເພນີປະຕິບັດຂອງຄົນຊົນຊາດລາວຕັ້ງແຕ່ ດຶກດຳບັນມາຮອດບັດນີ້, ໃນຊຸມຊົນຊາວລາວໃນປະເທດລາວເຮົາ ເມື່ອ 20 ປີຄືນຫຼັງເວລາຈະກິນເຂົ້າ ແມ່ນບໍ່ມີໃຜ ເຂົາກໍມັກຈະເອີ້ນວ່າ ມາເດີກິນ ເຂົ້າ ຄັນເຫັນໃຜກໍຕາມ ທັງທີ່ຮູ້ບໍ່ຮູ້ຈັກກັນຜ່ານກາຍມາ ຂະນະເຮົາກິນເຂົ້າຢູ່ ມັກຈະເອີ້ນວ່າ “ມາເດີກິນ ເຂົ້າ“, ໃນສັງຄົມຊົນນະບົດຍັງຄົງຮັກສາປະເພນີນີ້ຢູ່, ມັນເປັນຄະຕິຄວາມເຊື່ອມາແຕ່ບູຮານແລ້ວສໍາລັບ ຊົນໄທລາວເຮົາ.
ເມື່ອແຖນສັ່ງດັ່ງນັ້ນແລ້ວ ກໍໃຫ້ຄົນເຫຼົ່ານັ້ນ ໄປຢູ່ດອນໃນໜອງນ້ຳໃຫຍ່ ລໍຖ້າຈົນກວ່ານ້ຳຈະບົກລົງ ດອນກໍເກີດເປັນແຜ່ນດິນໃຫຍ່, ຕໍ່ມາຂຸນທັງ ໓ ນັ້ນຈຶ່ງບອກພຣະຍາແຖນວ່າ “ຢູ່ເມືອງຟ້າເມືອງແຖນບໍ່ລຶ້ງບໍ່ແກ່ນ ເມື່ອນ້ຳບົກແລ້ວຂໍລົງເມືອເມືອງລຸ້ມ ຈຶ່ງຂໍໄປຢູ່ເມືອງລຸ່ມລິດລຽງ ເມືອງພຽງຄັດຄ້ອຍ.

- ພຣະຍາແຖນຈຶ່ງສົ່ງຄົນເຫຼົ່ານັ້ນລົງມາເມືອງລຸ່ມ ພ້ອມກັບຄວາຍເຂົາລູ ແລ້ວໃຫ້ຕັ້ງບ້ານເມືອງຢູ່ທີ່ນານ້ອຍອ້ອຍໜູ ຄວາຍນັ້ນເຮັດນາໄດ້ ໓ ປີກໍຕາຍ ປູ່ລາງເຊິງຈຶ່ງເອົາເຂົາ ແລະຂາຄວາຍນັ້ນໄວ້ ແຕ່ກັບເກີດເປັນເຄືອນ້ຳເຕົ້າ ແລ້ວອອກໝາກໃຫຍ່ຜິດປົກກະຕິ.
ພາຍໃນໝາກນ້ຳເຕົ້ານັ້ນ ເກີດມີສຽງຮ້ອງຂອງຄົນໂກລາຫົນ ຈົນປູ່ລາງເຊິນໄດ້ສັ່ງໃຫ້ຄົນເຮັດເຫຼັກຊີໄປຊີໝາກນ້ຳເຕົ້ານັ້ນ ຄົນກໍລຸຫຼັ່ງທັ່ງເທຍາດກັນອອກມາ ຍ້ອນຮູ້ເຫຼັກຊີນັ້ນຍັງຮ້ອນ ແລະໃໝ້ດຳ, ຈຶ່ງເຮັດໃຫ້ຄົນທີ່ບຽດສຽດກັນອອກມາກ່ອນນັ້ນມີຜິວສີດຳ, ດັ່ງນັ້ນປູ່ລາງເຊິນຈຶ່ງສັ່ງໃຫ້ຄົນເອົາສິ່ວເຈາະໝາກນ້ຳເຕົ້ານັ້ນໃຫ້ໃຫຍ່ຂຶ້ນ ຮຽກວ່າຮູສິ່ວ ເຮັດໃຫ້ຄົນທີ່ອອກມາຫຼັງນີ້ມີ ຜິວຂາວກວ່າ ຄົນທີ່ອອກມາຕາມຮູສິ່ວນັ້ນໄດ້ແຕ່ຄົນໄຕແລະລາວ(ຮຽກຣວມກັນວ່າ ໄທລາວ) ສ່ວນຄົນທີ່ອອກມາກ່ອນ ຈາກຮູສິ່ວແມ່ນແມ່ນພວກຂ້າພວກຂອມ ຈຶ່ງໄດ້ເປັນຂ້ອຍ ແລະໄພ່ຂອງປູ່ລາງເຊິນທັງໝົດ.

- ເມື່ອໝາກນ້ຳເຕົ້ານັ້ນແຕກອອກມາ ກໍມີຄົນເຜົ່າຕ່າງໆອອກມາອີກ ໕ ເຜົ່າ ຕື ໄທລົມ, ໄທລີ, ໄທເລີງ, ໄທລໍ ແລະໄທຄວາງ.
ໄທພວກນີ້ ມີການຕີຄວາມຂອງຫຼາຍຄົນວ່າ ໄທດຳ, ໄທຂາວ, ຫໍ້ ແລະແກວ, ບາງທ່ານ ກໍອ້າງໄປເຖິງໄທຈ້ວງນຳ ຢ່າງໃດກໍຕາມຕາມຄວາມໝາຍ ຂອງວັນນະກຳປະເພດຕຳນານ ໃນເລື່ອງຂຸນບູຣົມຣາຊາທິຣາດ ອັນເປັນຕົ້ນຕະກູນລາວແລະໄທ, ອາດລວມໄປເຖິງເຜົ່າໄທສ່ວນໃຫຍ່ໃນໄທສຍາມດ້ວຍ ນີ້ລ້ວນແຕ່ເປັນພີ່ນ້ອງກັນ ແລະເຜົ່າໄທທັງໝົດເລົ່ານີ້ ລ້ວນແຕ່ນັບຖື ພຣະຍາແຖນເໝືອນກັນກັບລາວ ເຊິ່ງມີປູລາງເຊິນເປັນຜູ້ບອກສອນ ໃຫ້ເຮັດໄຮ່ໃສ່ນາ ຕ່ຳຫູກທໍໄໝ ມີຜ້າແລະສິ້ນເປັນຕົ້ນລ້ຽງຊີວິດ ແລ້ວທຳການປຸກຢ້າວແປງເຮືອນ ແຕ່ງແປງກັນເປັນຜົວ ເປັນເມັຍກັນ ມີຢ້າວມີເຮືອນ ມີລູກລິງຊາຍອອກມາກໍແຕ່ງງານກັນເອງ ອອກລູກອອກຫຼານ ກັນເປັນເຜົ່າພັນ, ແຍກຍ້າຍກັນໄປຢູ່ໃນທີ່ຕ່າງໆ ຜູ້ຢູ່ສູງໃຫ້ເຮັດໄຮ່, ຜູ້ຢູ່ແຄມນ້ຳ ແລະທົ່ງພຽງໃຫ້ເຮັດນາ, ຈຶ່ງມີຄຳວ່າ ເຮັດໄຮ່ໃສ່ນາມາຮອດບັດນີ້.

- ເມື່ອຄົນຫຼາຍຂຶ້ນ ພຣະຍາແຖນຈຶ່ງໃຫ້ຂຸນຄູ(ຄຣູ) ແລະຂຸນຄອງລົງມາເປັນທ້າວພຣະຍາປົກຄອງມະນຸດຊ່ວຍປູ່ລາງເຊິນ, ຂຸນທັງສອງປົກຄອງຄົນກຸ່ມນີ້ ໂດຍປຸກເຮືອນກະບໍ່ເປືອງ ສ້າງເມືອງກະບໍ່ກວ້າງ ກິນແຕ່ເຫຼົ້າທຸກມື້ທຸກວັນ ຈົນບ່າວໄພ່ຄາງທຸກຄ່າງຍາກ ເຮັດໃຫ້ຂຸນເຄັດຂຸນຄານຕ້ອງໄປໄຫວ້ສາພຣະຍາແຖນ ຈົ່ງໃຫ້ພຣະຍາທັງສອງນີ້ກັບຄືນເມືອງບົນ ໃຫ້ເອົາສອງຄົນນີ້ກັບໄປເມືອງຟ້າ, ແລ້ວພຣະຍາແຖນຈຶ່ງສັ່ງຂຸນບູຣົມຣາຊາທິຣາດ ນຳລີພົນລົງມາເມືອງລຸ່ມລິດລຽງ ລົງມາເມືອງພຽງຄັກຄ້ອຍ ຢູ່ນານ້ອຍອ້ອຍໝູ ຂີ່ຊ້າງງາງອນງາງ້ຽວລົງມາ ຄົນທີ່ສະຫຼາດກໍໄດ້ເປັນບ່າວຮັບໃຊ້ໃຫ້ແກ່ຂຸນບູຣົມຣາຊາທິຣາດ, ຄົນທີ່ບໍ່ສະ ຫຼາດກໍເປັນບ່າວໄພ່ເປັນຂ້າ ຢູ່ປ່າເຮັດໄຮ່ໃສ່ນາ.

- ອັນນີ້ ແມ່ນຕຳນານເມືອງລ້ານຊ້າງ ອັນປາກົດໃນຕຳນານຂຸນບູຣົມຣາຊາທິຣາດ ແລະພາກຕົ້ນຂອງພົງສາວະດານລາວ, ເປັນຕຳນານທີ່ຕິດພັນກັບຄວາມເຊື່ອ ກ່ຽວຂ້ອງກັບພຣະຍາແຖນ ເຊິ່ງເປັນຕົ້ນກຳເນີດຂອງຊົນເຜົ່າ ຢູ່ໃນສຸວັນນະພູມ ຄືອິນດູຈີນ, ຄົນທັງໝົດແມ່ນອອກມາຈາກທີ່ດຽວກັນ ໝາຍເຖິງແຫຼ່ງດຽວກັນ ຄືຖິ່ນທີ່ສູງດ້ວຍຜູຜາປ່າໄມ້ທີ່ສຽດສິວເມກໝອກ.
ເມື່ອເບິ່ງຕາມວັດທະນະທຳຂອງຄົນເຫຼົ່ານີ້ ແມ່ນຕິດພັນກັບກັບຄວາມເຊື່ອເລື່ອງແຖນຢູ່ ບໍ່ສະ ເພາະແຕ່ກຸ່ມຊົນລາວກໍຄືກຸ່ມຊົນໄຕທັງມວນ ແລະອື່ນໆຈົນຮອດບັດນີ້ ເຖິງວ່າພຸດທະສາສະໜາຈະເຂົ້າມາມີບົດບາດ ໃນອານາຈັກລ້ານຊ້າງ, ລ້ານນາ, ສິບສອງຈຸໄທ, ສິບສອງພັນນາ ຕັ້ງແຕ່ກ່ອນປະຫວັດສາດ ແລະພ້ອມກັບປະຫວັດສາດຂອງຄົນເຫຼົ່ານີ້ກໍຕາມ ພຣະຍາແຖນ ແລ ຄວາມເຊື່ອເລື່ອງແຖນກໍຍັງປະກົດຕົວຢ່າງເອກະຣາດກໍມີ, ຕິດພັນກັບວັດທະນະທັມຊາວພຸດກໍມີ ອັນນີ້ມັນກໍຢັ້ງຢືນໃນສັດຈະທັດຂອງຕຳນານ ແລະບໍ່ເປັນເລື່ອງແຜກປະຫຼາດ ທີ່ແຖນຈະເປັນບົດເລີ່ມຕົ້ນຂອງພົງສາວະດານລາວ ຫຼືພົງສາວະດານລ້ານຊ້າງ ແລະກຸ່ມຊົນໃນຕະກູນດຽວກັນ, ໂດຍສະເພາະແລ້ວແມ່ນຕະກູນໄຕ ເຊິ່ງມີກົກເຄົ້າເຫງົ້າກະຕູນດຽວກັບລາວ ກໍມີເຄົ້າແບບດຽວກັນທຸກໆເຜົ່າ ຫາກເຮົາເອົາວັນນະຄະດີ ຕຳນານເລື່ອງນີ້ໄປເສື່ອມໂຍງເຂົ້າກັບຄວາມໝາຍຂອງຄວາມເວົ້າປະໂຫຍກໜຶ່ງ ທີ່ຄົນໄທຍ໌ເວົ້າກັນຈົນຮອດບັດນີ້ວ່າ “ຂະເໝນຂາວ ລາວ ດຳໄມ່ມີ ຫຼືໄມ່ໃຊ້” ນັ້ນແລ້ວ ຈະກົງກັບຄຳເນື້ອຄວາມໃນວັນນະຄະດີ ແລະຕຳນານຕອນໜຶ່ງວ່າ ຄົນທີ່ຜິວຂາວແມ່ນລາວ ຫຼືກຸ່ມໄຕ, ສ່ວນຄົນທີ່ຜິວດຳ ແມ່ນຂອມແລະຊົນຊາດທີ່ແຕກສາຂາອອກມາຈາກຂອມທັງຫຼາຍນັ້ນ, ເຊັ່ນຂະແມຣ໌, ສຍາມ, ມາລາຢາ, ມອນ ດັ່ງນີ້ເປັນຕົ້ນ.

- ເອີ…..ມັນເປັນປິດສະໜາທີ່ຊວນໃຫ້ຄົ້ນຫາບໍ່ແມ່ນຢອກເນາະ, ເອົາລະໃຜຊິວ່າຈັ່ງໃດກະຢ່າຢຸດບໍ່ໄດ້ສາແລ້ວປີ່(ພີ່)ນ້ອງເຮົາເອີຍ, ສືບຕໍ່ໄປຈົນເຫັນເງື່ອນນຳກັນເນີ.

No comments:

Post a Comment