14 June 2008

ກົດໝາຍບູຮານລາວ


ຂຽນໂດຍ: ພຣະຄຣູເນືອງພິລັກ ໂຊຕິທອນ
ສິ່ງໜຶ່ງທີ່ຢັ້ງຢືນເຖິງຄວາມເອກະລາດ ແລະຄວາມຈະເຣີນຂອງຊາດລາວອີກຢ່າງໜຶ່ງແມ່ນ ຈາຮີດ ປະເພນີ ແລະວັດທະນະທັມ ປະເພດ(ນິຕິທັມ) ຫຼືກົດໝາຍ, ປະເທດລາວເຮົາມີກົດໝາຍອັນເປັນລາຍລັກອັກສອນນັ້ນ ຫຼາຍສະບັບ ເຊິ່ງບັນທຶກໄວ້ໃນໜັງສືໃບລານ ເຊິ່ງໃນອະດີດຜ່ານມານ ທາງບັນດີດສະພາຍຈັນທະບູລີ ແລະໜ່ວຍງານຕ່າງໆຕະຫຼອດສັງຄົມລາວ ໄດ້ນຳມາແປງເປັນອັກສອນລາວ ພິມອອກເຜີຍແຜ່ ເຊັ່ນສຳລິດ ບົວສີສະຫວັດນ ກໍໄດ້ປະຣິວັດຄັມພີ "ໂພສາຣາດສັງຄະປາກອນ" ໄວ້ ແລະຄັມພີກົດໝາຍບູຮານລາວທັງ ຄຳພີໂພສາລາດ ໕ ສະບັບອັນໄດ້ແກ່.
໑. ຄຳພິມູນລະຕັນໄຕ ມິສາລະສຳຄັນຢູ່ ໓ ປະການ ຄື ເປັນນິທານຕຳນານກ່ຽວກັບຄະດີຖ້ວຍຄວາມປິດສະໜາບັນຫາ ແລະຕົວຢ່າງພິຈາລະນາຄະດີແບບບູຮານ ໜັງສືເລື່ອງນີ້ເນັ້ນເຖິງການ ເຮັດວຽກບໍລິຫານປະເທດ ສັງຄົມ ແລະບ້ານເມືອງ ຂອງຜູ້ນຳສະໄໝບູຮານ" ເຊິ່ງຜູ້ປະລິວັດໜັງສືນີ້ໄດ້ໃຫ້ຄວາມສຳຄັນວ່າ " ເວົ້າງ່າາຍໆແມ່ນແນວທາງການບໍລິຫານປະເທດ ຫຼືລັດຖະສາດບູຮານຫຼືຫຼາຍຕົວຢ່າງ ຂອງການແກ້ບັນຫາ ແບບບົວບໍ່ໃຫ້ຊ້ຳ ນ້ຳບໍ່ໃຫ້ຂຸ່ນ"
໒. ຄຳພີທຳມະສາດຫຼວງ : ກໍເປັນກົດໝາຍແມ່ ຫຼືກົດໝາຍຫຼັກຂອງການໃຊ້ກົດໝາຍ ຫຼືພິທີພິຈາຣະນາຄວາມທັງໝົດ ເຊິ່ງມີທັງໝົດ ໓໒໑ ມາດຕາ, ແຕ່ເທ່ົາທີ່ມີການຄົນຄວ້າປາກົດວ່າເສັຍໄປ ໖ ຜູກຈຳນວນ ໖໐ ມາດຕາ, ຜູ້ຫ້ອງປານາຕິບາດ ຕາມທາງຜູ້ປະລິວັດໄດ້ກ່າວວ່າ ໄດ້ຫາແລ້ວເກີອບທົ່ວປະເທດແຕ່ບໍ່ພົບ ກໍຈົນໃຈ ຈຶ່ງສະບັບໜຶ່ງຈາກຊຽງໃໝ່ເປັນອັກສອນໄທຍ ຂາດໄປ ໖໐ ມາດຕາເຊັ່ນດຽວກັນ ແລະໃຫນນັ້ນບອກໄວ້ ດ້ວຍຄຳວ່າ ໄດ້ຕົນສະບັບຈາກປະເທດລາວ ຊາວຍີ່ປຸນນຳໄປ...ມີຫຼັກຖານພໍຢັ້ງຢືນໄດ້ວ່າແຕ່ງໃນສະໄໝພຣະເຈົ້າສຸຣິຍະວົງສາທຳມິກະ​ຣາດ ມີລັກສະນະພິເສດ ເຫດວ່າເອົາສິນ ໕ ຫຼືປັນຈະສິລາໃນການຈັດໝວດໝູ່ ມີ ໕ ໝວດຄື

໒.໑. ຫ້ອງປານາຕິບາດ : ວ່າດ້ວຍການຕີຟັນລັນແທງ ທຸບຕີວິວາດ.

໒.໒. ຫ້ອງອະທິນນາທານ ວ່າດ້ວຍການລັກ ຂະໂມຍ ການໂລບການສໍ່ລາດບັງຫຼວງ ການປຸ້ນຈີ້ລັກຊັບ.

໒.໓. ຫ້ອງກາເມສຸມິດສາຈານ: ວ່າດ້ວຍການຜິດປະເວນີ ຄົບຊູ້ສູ່ສາວ ການສ້າງຄອບຄົວ ຈາຣີດຜົວເມັຍ(ຮີດຜົວຄອງເມັຍ) ການປະຮ້າງດ ການແປ່ງປັນຊັບສິນ.

໒.໔. ຫ້ອງມຸສາວາດ: ວ່າດ້ວຍການຕົວະ ຫຼອກລວງ(ຕົວະ ລ່າຍ ພາງ ສໍ້ສົນ ສັບສຽດ ການກ່າວຄຳຫຍາບ ໄຮ້ສາລະ ແລະຕົວະຍົວະ)

໒.໕. ຫ້ອງສຸລາ ແລະເມໄລ : ວ່າດ້ວຍການກິນເຫຼົ້າເມົາຢາ ສິ່ງເບື່ອເມົາ ແລະສິ່ງເສບຕິດຕ່າງໆ

໓. ຄຳພີສ້ອຍສາຍຄຳ: ເປັນຄຳພີຂະໜາດສັ້ນ ມີປະມານ ໓໐ ກວ່າແຜ່ນລານ ເນື້ອໃນຈະເນັ້ນໄປໃນຫຼັກການຂອງພິກຂຸປາຕິໂມກ ໒໒໗ ສິກຂາບົດ ເປັນພື້ນຖານໃນການປຽບທຽບ ແລະບັນຍັດໄວ້ລະອຽດກ່ຽວກັບຈະຣິຍະທຳສັງຄົມ ​ທີ່ເວົ້າໄວ້ຈະແຈ້ງກ່ຽວກັບການຄອງເຮືອນຂອງຄພຣາ ວາດ ໂດຍຖືເອົາຫຼັກສີນ ໒໒໗ ຂອງພຣະພິກຂຸສົງໄປປັບໃຊ້ໃນວະລະລະບຽບການຂອງສັງຄົມ ໃນຄຳພີນີ້ບອກໄວ້ຈະແຈ້ງວ່າແຕ່ງໃນລັດຊະສະໄໝຂອງ ພຣະເຈົ້າໂພທິສາລາດ ສະຕະວັດທີ ໑໔
໔. ຄຳພີສຸວັນນະມຸກຂາ: ມີລັກສະນະເປັນປະມວນກົດໝາຍບູຮານລາວ (The code of lao Customary Law) ກ່່າວເຖິງຫຼັກ ປະມວນກົດໝາຍໂດຍທົ່ວໆໄປ ມັກອ້າງປາລີສັນສະກິດມາປະກອບ ເຊັ່ນນິທານນາງຕັນໄຕ ນິທານເວຕານເປັນຕົ້ນ.

໕. ຣາຊະສາດ: ວ່າດ້ວຍພະຈາຣິຍະທັມຂອງພຣະມະຫາກະສັດ ເຊັ່ນ ທັສຣາຊະພິຊະທຳ, ອະປະຫານິຍະທຳ, ໂລກະທຳ ຈາຮີດບ້ານເມືອງ ແລະອື່ນໆ ຄຳພີນີ້ຈະເນັ້ນໄປທາງຜູ້ບໍລິຫານບ້າເມືອງ ໃຫ້ມີມະໂນທຳປະຈຳໃຈ ບໍ່ຄວນໃຊ້ອຳນາດໃນທາງທີ່ຜິດສີນທຳ ນຳໃຊ້ລາຊະຊັບ ແລະຊັບສິນຂອງຊາດ ເພື່ອບັນເທົາທຸເລົາທຸກຂອງປະຊາຊົນ ແລະປະເທດຊາດ ຊ່ວຍກັນປົກປ້ອງ ແລະຊຸກຍູ້ສົ່ງເສີມປະຊາຊົນພົນລະເມືອງ.

ຄຳພີທັງ ໕ ທີ່ມີການຈັດພິມ ແລະເຜີຍແຜ່ສູ່ງສັງຄົມລາວຜ່ານມາທັງ ໕ ສະບັບນີ້ ທັງຄຳພີ ໂພສາຣາດສັງຄະປາກອນ ນັ້ນລ້ວນແຕ່ເປັນກົດໝາຍ ບູຮານລາວ, ເມື່ອເຮົາສຶກສາເບິ່ງທາງປະຫວັດສາດແລ້ວ ຈະເຫັນໄດ້ວ່າ ອານາຈັກລ້ານຊ້າງໄດ້ໃຊ້ກົດໝາຍປົກຄອງປະເທດມາຕັ້ງແຕ່ສະໄໝພຣະເຈົ້າຟ້າງຸ່ມມະຫາລາດແລ້ວ ເມື່ອເຮົາເອົາ ໜັງສືທັງ ໕ ສະບັບນີ້ໄປໂຍງໃສ່ ຮີດ ໑໒ ຄອງ ໑໔ ປາກົດວ່າ ຮີດ ໑໒ ຄອງ ໑໔ ເປັນກົດໝາຍແມ່ບົດ ທຽບໄດ້ກັບລັດຖະທຳມະນູນ, ສ່ວນຄຳພີທັງຫ້ານີ້ແມ່ນກົດໝາຍລູກ ທີ່ເວົ້າເຖິງຂໍ້ບັນຍັດ ແລະວິທີພິຈາລະນາກົດໝາຍ, ແຕ່ໃນຄຳພີນັ້ນຈະມີຫຼັກໃນການອອກກົດ ຫຼືບັນຍັດກົດໝາຍນັ້ນ ຈະເປັນໄປໃນຫຼັກຂອງສິນ ໕ ເປັນໝວກໝູ່ໃຫຍ່ ແລະເອົາສີນ ໒໒໗ ເປັນຫຼັກຂອງການຂະຫຼາຍຄວາມຫຼັກການອອກກົດປະເພນີ ເຊີ່ງຮຽກວ່າ ກົດໝາຍຈະລິຍະທຳ ອັນເປັນຕົ້ນແບບຂອງຮີດຄອງ ແລະວິທີ່ປຕິບັດ ກາຍເປັນວັດທະນະທຳລາວ ທັງໝົດແມ່ນອິງໃສ່ເນື້ອໃນຄຳສອນຂອງພະພຸດທະສາສ​ະໜາເປັນຫຼັກ ເພາະເຫດໃດ ? ເພາະເຮົາເຫັນນຳກັນແລ້ວວ່າ ປະເ​ທດລາວນັບແຕ່ພຣະເຈົ້າຟ້າງຸ່ມເປັນຕົນມາເອົາພະທະສາສະໜາເປັນແກ່ນນຳຂອງການພັດທະ ນາຊາດ ກໍບໍ່ເປັນເລື່ອງປາຫຼາດທີ່ກົດໝາຍຕ່າງໆ ຕະຫຼອດທັງຈະລິຍະທຳສັງຄົມລາວໃນອະດີດ ຊິບໍ່ເອົາຄຳສອນພຣະພຸດທະສາສະໜາມາເປັນແບບ ຢ່າງຂອງການບໍລິຫານປະເທດ ເພາະສະໄໝນັ້ນ ກໍມີແນວທາງຫຼັກສຳຄັນກໍມີແຕ່ພະພຸດທະສາສະໜາ.

ເມື່ອເຮົາສຶກສາ ປະຫວັດສາດລາວແຕ່ເລີ່ຕົ້ນແລ້ວ ຈະເຫັນວ່າ ປະເທດລາວເຮົານັ້ນ ເປັນລະບອບປະຊາທິປະໄຕ ແບບພະມະຫາກະສັດ ຫຼື ຣາຊາທິປະໄຕ ບໍ່ແມ່ນ ສົມບູນຍາສສິດທິຣາດ ໂດຍມີການບັງຄັບບັນຊາໂດຍພະມະຫາກະສັດ ໂດຍພະອົງດຽວ ຫາ່ກແມ່ນການບໍລິຫານປະເທດຊາດທັງໝົດ ແມ່ນເປັນໄປໂດຍກົດໝາຍ ແລະຄະຣາຊະມົນຕີທັງ ໔ ເຊິ່ງເຮົາເຫັນໄດ້ທາງໜຶ່ງນັ້ນວ່າ ປະເທດລາວເປັນປະເທດຣາຊາທິປະໄຕມາເຫິງນານນັ້ນ ຄື.

໑. ລະບົບທາດໃນອານາຈັກລ້ານຊ້າງບໍ່ຈະແຈ້ງ, ລະບົບທາດທີ່ປາກົດໃນສັງຄົມລາວແມ່ນສ່ວນໃຫຍ່ຈະເປັນຂ້ອຍ ແລະຂ້ອຍສ່ວຍໃຫຍ່ກໍແມ່ນ ຢູ່ໃນລັກສະນະສັດທາເປັນສ່ວນໃຫຍ່ ເຮົາຈະເຫັນວ່າ "ໃຫ້່ຂ້າໂອກາດ ຫຼືຂ້າປະຕິບັດພະທາດ" ເທົ່ານັ້ນ, ທາດ ຫຼືຂ້າເລົ່ານີ້ແມ່ນເປັນໄປດ້ວຍສັດທາ.

໒. ໃນປະຫວັດສາດຊາດລາວ ໂດຍສະເພາະສຶກສາປະວັດ ພະເຈົ້າຟ້າງຸ່ມມະຫາຣາດນັ້ນ ເຫັນວ່າ "ຊາວເມືອງເນລະເທດພະອົງ ເຖິງ ໒ ຄັ້ງ" ຄື ຄັ້ງໜຶ່ງ ເນລະເທດອອກຈກາລາຊະສຳນັກຊຽງທອງ ຕອນຍັງນ້ອຍ, ຄັງທີ ໒ ແມ່ນການເນລະເທດຕອນເປັນກະສັດແລ້ວ ອັນນີ້ຍ່ອມສະແດງໃຫ້ເຫັນວ່າ ໃນລະບອບການປົກຄອງລາວບູຮານ ໃຊ້ລະບົບກົດໝາຍ ແລະໃຊ້ສະພາ ເປັນການບໍລິຫານປະເທດ ແລະຖືສຽງປະຊາຊົນຫຼາຍກວ່າອຳນາດ, ວິທີນີ້ຍັງສືບຕໍ່ມາຈົນຮອດສະໄໝພະເຈົ້າສຸລິຍະວົງສາທຳມິກະລາດ ທີ່ສະພາລາດຊະມົນຕີສັງປະຫານລາຊະໂອລົດ ຂອງພຣະອົງ ອັນເນືອງມາຈາກຄວາມຜິດ ກົດໝາຍໝວດທີ ໓ ຄື ໝວດກາເມສຸມິດສາຈານ ຈະເຫັນວ່າກົດໝາຍ ໃນສະໄໝບູຮານນັ້ນສັກສິດສົມຄວນ ກົດໝາຍໝາດທີ ໓ (ວ່າດ້ວຍກາເມສຸມິດສາຈານ) ຍັງຕ້ອງໂທດຂັ້ນປະຫານ, ຖືວ່າ ອານາຈັກລາວຖືກົດໝາຍມາຢ່າງເຄັ່ງຄັດສົມຄວນ ຈຶ່ງເຮັດໃຫ້ປະເທດລ້ານຊ້າງເຂັ້ມແຂງມາເຖິງ ເກືອບ ໖໐໐ ປີ.

ຢ່າງໃດກໍຕາມ, ຄຳພີກົດໝາຍບູຮານລາວທີ່ປະກົດໃຫ້ເຮົາເຫັນເປັນຫຼັກຖານນີ້ ຍ່ອມສະແດງໃຫ້ເຫັນວ່າ ລ້ານຊ້າງ ກໍຄືສັງຄົມລາວ ເປັນປະເທດທີ່ມີຄວາມຈະເລີນມາຢ່າງແຂງແຮງ ເພາະມີກົດໝາຍເປັນເຄື່ອງມີໃນການບໍລິຫານປະເທດ.

No comments:

Post a Comment