08 June 2008

ບົດທີ ໓: ໝາກນ້ຳເຕົ້າປຸງ


ໝາກນ້ຳເຕົ້າ ເປັນພືດຊະນິດເຄືອ ເປັນໝາກໄມ້ທີ່ຄົນລາວຮູ້ຈັກມາເຫິງນານ ປາກົດໃນຕຳນານພະຍາແຖນ ຫຼືຕຳນານຂຸນບູຣົມ ຄົນລາວຖືວ່າ ມະນຸດເຊື້ອຊາດ ລາວມາຈາກໝາກນ້່ຳເຕົ້າປຸງ ຖືວ່າພະແຖນເປັນເທພະເຈົ້າຂອງຕົນ, ຖືວ່າຂຸນບູຣົມ ຣາຊາທິຣາດເປັນປະຖົມມະກະສັດຂອງຄົນລາວ ລວມທັງຊົນຊາດໄຕທັງມວນ, ຖືວ່າລາວ ແລະບັນດາຊົນເຜົ່າໄຕທັງໝົດ ເປັນພີ່ນ້ອງຮ່ວມທ້ອງດຽວກັນ, ​ຄຳວ່າໝາກນຳ້ເຕົ້າປຸງນັ້ນ ຄົງຈະຜ້ຽນດ້ວຍລັກສະນະຂອງພາສາແຕ່ລະຍຸກ ຫາກເບິ່ງລັກສະນະຂອງເນື້ອເລື່ອງແລ້ວ ຄົງຈະແມ່ນໝາກນຳ້ເຕົ້າປຸ້ງ (ຄືວັນໃຫຍ່ກວ່າປົກກຕິ)

ໃນຕຳນານຂຸນບູຣົມພາກຕົ້ນໆ ຈະເວົ້າກ່ຽວກັບຄວາມເຊື່ອກ່ຽວກັບແຖນ ສາເປັນສ່ວນໃຫຍ່ແຕ່ຄວາມຈິງຂອງເລື່ອງນັ້ນ ອາດເວົ້າເຖິງວ່າຊົນຊາດຕ່າງໆ ທີ່ເກີດຂຶ້ນໃນດິນແດນສຸວັນນະພູມ ຫຼືໃນ ສະເພາະອິນດູຈີນເທົ່ານັ້ນ ວ່າແມ່ນຊົນຊາດດຽວກັນ ຫຼືມີບັນພະບູລຸດດຽວກັນ ເລື່ອງນີ້ແມ່ນສາມາດທີ່ ຈະພໍຟັງເຫດຜົນໄດ້ ເພາະວ່າຍຸກນັ້ນມັນແມ່ນຕົກຢູ່ໃນລະບອບ ຂອງເທວະຣາຊາ ການທີ່ພະຍາແຖນ ມີສ່ວນກ່ຽວພັນກັບຄົນເຊື້ອສາຍໄຕລາວນັ້ນ ມັນຍ່ອມເປັນໄປໄດ້ ໂດຍເອົາແຖນເປັນ ຈຸດໃຈກາງຂອງຄວາມເຊື່ອ ແລ້ວເອົາໝາກນ້ຳເຕົ້າ ເປັນປະເດັນຂອງເລື່ອງ ເພື່ອອະທິບາຍໃນ ສິ່ງທີ່ເປັນປິດສະໜານັ້ນໝາກນໍ້າອາດໝາຍເຖິງສາຍນ້ຳເຕົ້າອາດໝາຍເຖິງສິ່ງທີ່ເຕົ້າລວມຄວາມເຊື່ອ ແລະເຕົ້າລວມຄວາມເປັນຊົນຊາດ ທີ່ມີບັນພະບູຣຸດດຽວກັນ, ໂດຍຢືດເອົາ ຕອນສຳຄັນຄື ພະຍາແຖນ ໄດ້ສົ່ງຂຸນບູຣົມລາຊາທິຣາດ ມາຄອງເມືອງລຸ່ມລິດລຽງ, ມາຄອງ ເມືອງພຽງຄັກຄ້ອຍ, ທີ່ນານ້ອຍອ້ອຍໜູ ນັ້ນເປັນແລ່ງກຳເນີດຊາດໄທລາວ, ເຊິ່ງຂຸນບູຣົມລາຊາທິລາດ ເປັນປະ ຖົມກະສັດລ້ານຊ້າງ ແລະບັນພະບູລຸດຂອງໄທ-ໄຕທັງມວນ.

ຫາກເຮົາເອົາຄຳວ່າໝາກກັບນ້ຳແລະເຕົ້າມາແຍກສ່ວນກັນຈະເຫັນປິດສະໜາທີ່ວ່າໝາກໝາຍເຖິງສະຖານທີ່ ແລະຕົ້ນກຳເນີດ, “ນຳ້ກໍຄືສາຍນ້ຳໃດ ໜຶ່ງໃນພູມີພາກອິນດູຈີນ ແລະຄຳວ່າເຕົ້ານີ້ກໍຄືສູນກາງຂອງໄທ-ໄຕລາວທັງມວນ, ສະຖານທີ່ຕັ້ງຂອງ ນານ້ອຍອ້ອຍໜູນັ້ນຢູ່ທີ່ໃດ ? ຄວນຈະສຶກສາໃຫ້ລະອຽດອີກ, ແຕ່ເທົ່າທີ່ນັກປະວັດສາດທັງຫຼາຍ ໄດ້ກ່າວເຖິງນັ້ນແມ່ນບົ່ງຊີ້ໄວ້ ແຫ່ງຄື ທີ່ເມືອງສິບສອງຈຸໄທ ເຊິ່ງເປັນຖິ່ນຂອງໄຕດຳ, ໄທ ແດງ ແລະໄທຂາວ ແລະບາງທ່ານກໍກຳນົດໄປຍັງເມືອງໜອງແສ ເຖິງຢ່າງໃດປິດສະໜາ ໝາກນ້ຳເຕົ້ານີ້ ເປັນເລື່ອງໜຶ່ງທີ່ສຳຄັນ ຄວນແກ່ການສຶກສາໃນວົງກວ້າງອີກຕໍ່ໄປ.

ສຳລັບ ທ້າວພະຍາ ແລະຂຸນບູຣົມທີ່ແຖນໄວ້ໃຈລົງມາຂອງເມືອງລຸ່ມນັ້ນ, ຈະເປັນແຖນ ຫຼືເປັນໃຜກໍເປັນຄວາມເຊື່ອທາງລັດທິ ແລະສາສະໜາໃນສະໄໝນັ້ນ, ບາດນີ້ ຄຳວ່າແຖນແມ່ນໃຜ, ເປັນພົມ ຫຼືເປັນພະອິສວນ ຫຼືພະນາຣາຍນັ້ນ ກໍຍ່ອມເປັນໄປ ໃນຄວາມເຊື່ອຂອງ ລັດທິເທວະນິຍົມ ຫຼືສາສະໜາເທວະນິຍົມ, ເຊິ່ງຮ່ວມຍຸກກັບສາສະໜາພາມຮີນດູ ອັນເປັນ ສາສະໜາເກົ່າແກ່ຂອງມະນຸດໂລກ ມາກ່ອນແລ້ວ ຫຼືຈະວິເຄາະໄປວ່າ ແຖນກໍຄືເທພະເຈົ້າ ຂອງຄົນລາວ ບໍ່ແມ່ນພົມ, ມະຫາພົມ ຫຼືພະອີສູນ ພຣະນາລາຍເລີຍ ແຕ່ວ່າພະຍາແຖນ ເປັນເທພະເຈົ້າອີກອົງໜຶ່ງ ທີ່ມີສະຖານະທຽບເທົ່າກັບ ເທພະເຈົ້າອົງສຳຄັນຂອງສາສະໜາພາມ (ຮິນດູ), ຫຼືຄຳວ່າເມືອງລຸ່ມຈະຕີຄວາມໝາຍວ່າ ບໍ່ແມ່ນເມືອງຟ້າເມືອງແຖນດອກ ແຕ່ເປັນ ເມືອງທີ່ຢູ່ທາງໃຕ້, ຖ້າເປັນເຊັ່ນນັ້ນ ຄຳວ່າເມືອງຟ້າແລະເມືອງບົນກໍຕ້ອງມີເມືອງໜຶ່ງ ອີກຢູ່ທາງເໜືອ ນານ້ອຍອ້ອຍໜູນີ້ອີກ ທີ່ຄົນເມືອງເໜືອສົ່ງຂຸນບູຣົມມາຄອງເມືອງລຸ່ມ(ເມືອງໃຕ້).

ອີກສິ່ງໜຶ່ງທີ່ບໍ່ຄວນມອງຂ້າມໃນຕຳນານຂຸນບູຣົມນັ້ນ ມີຖານັນດອນສັກຂອງລະບອບ ການປົກຄອງຢູ່ສອງຊັ້ນຈະແຈ້ງ ຄືພະຍາ ແລະຂຸນເຮົາຈະເຫັນໃນພາກຕົ້ນໆຂອງໜັງສື ນັ້ນແຖນຈະຢູ່ໃນຖານະຂອງເຈົ້າຟ້າເຈົ້າພະຍາອັນມີອະພິສິດເໜືອບັນດາຂຸນທັງມວນ ເຊັ່ນ ຂຸນເຄັກ, ຂຸນຄານ, ຂຸນຄູ(ຄຣູ) ແລະຂຸນຄອງ, ລ້ວນແຕ່ຖືກແຕ່ງຕັ້ງ ຫຼືມີພະບັນຊາແຕ່ງຕັ້ງ ຫຼືປົດຕຳແໜ່ງທັງນັ້ນ, ຍັງມີອີກນາມໜຶ່ງ ທີ່ເຂົ້າໃຈວ່າເປັນຕຳແໜ່ງ ຫຼືມີຖານະເໜືອນຂຸນ ກໍຄືປູ່ ອັນເປັນນາມຂອງປູ່ລາງເຊີງເຖິງເປັນແກ່ນນຳຂອງມະນຸດລຸ້ນກ່ອນ ທີ່ເຫຼືອຈາກນ້ຳຖ້ວມຫຼວງຍັງເຫຼືອຢູ່, ເມື່ອເບິ່ງຕອນນີ້ ລະບອບການປົກຄອງຂອງຄົນໄຕລາວນັ້ນ ມີ "ພະຍາ ກັບຂຸນ" ເປັນໃຫຍ່ມາເຖິງສົມຄວນ (ເຫິງປານໃດແລ້ວ)

ຫາກເປັນໄປໃນລັກສະນະເຊັ່ນນັ້ນ ຄົນໄຕລາວ ກໍແມ່ນຊົນຊາດທີ່ເກົ່າແກ່ມາ ແຕ່ດຶກດຳບັນ ເຊິ່ງມີຄວາມເຊື່ອລັດທິ ແລະສາສະໜາເປັນຂອງຕົນເອງ ແລ້ວກໍ່ເກີດ ເປັນວັດທະທຳລາວ ທີ່ຢຶດຖືປະຕິບັດກັນມາໃຫ້ເຫັນເປັນຮູບປະທຳຮອດບັດນີ້.

ເລື່ອງຂອງຂຸນບູຣົມນີ້ ກໍມີສ່ວນຄ້າຍໆກັບ ເລື່ອງທ້າວຮຸ່ງ(ທ້າວເຈືອງ) ທີ່ເປັນບັນພະບຸ ຣຸດຂອງລາວອີກພວກໜຶ່ງ ໄດ້ມີລູກມີຫຼານຫຼວງຫຼາຍພາຍມາກ ອອກໄປຕັ້ງຖິ່ນຖານໃນຖິ່ນຕ່າງໆບໍລິເວນນີ້ ກໍເໝືອນກັບເລື່ອງນາງສາຢີ ຂອງຈີນທີ່ມີບຸດ ໑໐ ຄົນແບ່ງແຍກກັນອອກໄປ ສ້າງເມືອງ ເຊັ່ນດຽວກັນກັບເລື່ອງເຈົ້າຕະກູນເມືອງ ທີ່ຕີເມືອງຊູ ມີໂອຣົດ ຄົນ, ເຊິ່ງຕ່າງ ແຍກຍ້າຍກັນຄອງ ຫຼືສ້າງເມືອງ ຈຶ່ງທຳໃຫ້ມອງເຫັນການສ້າງ ບ້ານແປງເມືອງຂອງມະນຸດ ໃນທ້ອງຖີ່ນຕ່າງໆໃນລ່ອງນ້ຳ ແລະຫາແຫຼ່ງນ້ຳ ເພື່ອສ້າງຊຸມຊົນເມືອງ ເຊິ່ງໃນຄວາມໝາຍ ຂອງນັກປະຫວັດສາດລາວ ວ່າສັງຄົມເຈົ້າກົກເຈົ້າເຫຼົ່າພັດທະນາມາເປັນສັງຄົມນະຄອນລັດ.

ດັ່ງດຽວກັບຂຸນບູລົມລາຊາທິລາດ ໄດ້ຖືກພຣະຍາແຖນສົ່ງລົງມາເປັນເຈົ້າຜູ້ປົກຄອງ ເມືອງຫຼືຜູ້ນຳຊຸມຊົນທີ່ມີກຸ່ມໃຫຍ່ ພາຍຫຼັງກໍປາກົດຊື່ຂຸນຄວາງ, ຂຸນວີ, ຂຸນເລີງ, ຂຸນແລນ, ຂຸນລໍ ເປັນຜູ່ນຳຊຸມຊົນໄທ ແລະລາວທີ່ອອກຈາກນ້ຳເຕົ້ານັ້ນ ມາລວມຕົວກັນສ້າງບ້ານແປງ ເມືອງຂຶ້ນໃນດິນແດນສຸວັນນະພູມນີ້.

ແຕ່ຕຳນານຂອງຂອງຈີນນັ້ນ ກ່າວເຖິງຜູ້ສ້າງໂລກຄືພານກູ້ ເມື່ອທຳການຫຼົງໃຫຼໃນໂລກ ຢູ່ໃນໂລກເຫິງນານເຖິງ ໑໘.໐໐໐ ປີ, ພານກູ້ ທ່ານຜູ້ຮູ້ອະທິບາຍວ່າ (ກູ້-ແປວ່າ ເກົ່າ ຫຼືບູຮານ) ສຳລັບຄຳວ່າພານນັ້ນອອກສຽງໃກ້ຄຽງກັບຄຳວ່າແຜນຫຼືແຖນເປັນຄຳລາວບູຮານ ແປວ່າຜູ້ສ້າງໂລກ ຫາກເປັນເຊັ່ນນີ້ ກໍຕ້ອງຍອມຮອບວ່າແພນ, ແຜນ, ແຖນ(ພະຍາແຖນ) ບາງທ່ານກໍວ່າຜີແຖນນັ້ນມີຄວາມໝາຍວ່າຜູ້ສ້າງໂລກ, ສ້າງມະນຸດ

ຄຳວ່າຜູ້ສ້າງໂລກສ້າງມະນຸດນັ້ນບໍ່ສະເພາະແຕ່ໃນຕຳນານຂອງລາວ ແລະໄຕເທົ່າ ນັ້ນ ຫາກມີທຸກໆຊາດໄປ, ເຊັ່ນ ອິນເດັຍບູຮານກໍແມ່ນພົມ, ອີຫຍິບບູຮານ ກໍມີຫຼາຍ ເຊັ່ນໃນຕົ້ນກໍາເນີດສາສະໜາຄິດ ກໍສືບເນື່ອງມາຈາກສາສະໜາຢິວ ແລະອີຢີບບຸຮານ.

ໃນບັນດາຊາວໄທລາວ ຫຼືກຸ່ມຄົນ ທີ່ເຊື່ອເລື່ອງແຖນ ເປັນຜູ້ສ້າງໂລກ ມັນກໍບໍ່ເປັນເລືອງແປກ, ສຳລັບຄວາມເຊື່ອ ເລື່ອງພຣົມເປັນຜູ້ສ້າງໂລກ ຂອງອິນເດັຍບູຮານເລີຍ, ດ້ວຍຄວາມ ເຊື່ອເຊັ່ນນີ້ບໍ ? ທາງຝຣັ່ງຈິງຕັ້ງດິນແດນສຸວັນນະພູມວ່າອິນດູຈີນ ?” ເພາະມີແຫຼ່ງວັດທະນະທຳທີ່ແຕກຕ່າງກັນຈະແຈ້ງຄື "ແຖນ" ແລະ "ພາມ(ຮີນດູ)" ຫາກກ່າວເຖິງແຖນເປັນຜູ້ສົ່ງຂຸນບູລົມມາຄອງເມືອງລຸ່ມ ມີເນື້ອເລື່ອງເຊັ່ນດຽວກັນກຳເນີດສາສະໜາ ຂອງສາສະໜາເທວະນິຍົມທັງມວນ ຫາກເປັນເຊັ່ນນັ້ນ "ຂຸນບູຣົມ" ບໍ່ພຽງແຕ່ເປັນຜູ້ນຳຂອງອານາຈັກຢ່າງດຽວ ຍັງເປັນຜູ້ນຳ ທາງສາສະໜາດ້ວຍ.

No comments:

Post a Comment