ໝາກນ້ຳເຕົ້າປຸງ ອັນປາກົດໃນວັນນະກັມຕຳນານ ແລ້ວສືບເນື່ອງມາເປັນພົງສາວະດານລ້ານຊ້າງ ແລະບັນດາຊົນຊາດຊົນເຜົ່າດຽວກັບລາວ ທີ່ຕັ້ງອານາຈັກຂອງຕົນເອກະລາດນັ້ນ, ຖ້າເຮົາມອງຜິວເຜີນມັນກໍເພີດເພີນໄປຊື່ໆ ຈົນເຫັນວ່າເປັນການອຸປະໂຫຼກບໍ່ໜ້າເຊື່ອຖື, ຫາກເຮົາມອງອີກແບບມູມມອງໜຶ່ງ ມັນກະເປັນຕາຄົ້ນຄິດຫາປິດສະໜາຄາໃຈຂອງເຮົາ ແລະຂອງຄົນຫຼາຍຄົນໄດ້ເຊັ່ນກັນ.
ຕົ້ນກໍຳເນີດຂອງມະນຸດທຸກຊົນຊາດຊົນເຜົ່າໃນໂລກນີ້ ຂະບວນວິວັດແຫ່ງປະວັດສາດ ລ້ວນແຕ່ເລີ່ມຕົ້ນມາຈາກວັນນະຄະດີ, ນິທານ ແລະຕຳນານພາຍໃຕ້ຄວາມເຊື່ອຂອງກຸ່ມຊົນໃນຍຸກນັ້ນໆດ້ວຍກັນທັງນັ້ນບາງຊາດບາງເຜົ່າພັນ ເມື່ອຜ່ານຂະບວນວິວັດເຫຼົ່ານັ້ນ ກ່ອນຈະກ້າວເຂົ້າຍຸກຂອງວິທະຍາສາດ ໃນຮູບແບບປະວັດສາດ ບາງຊາດບາງເຜົ່າພັນ ຕ້ອງໄດ້ຜ່ານຄວາມເຊື່ອແຫ່ງສາດສະໜາອັນມີຢູ່ທົ່ວໄປ ເຊັ່ນອິນເດັຍນັ້ນ ໄດ້ຜ່ານຍຸກຂອງສາສະໜາພາມ, ຍຸກອຸປະຣິສັດ, ຍຸກໄຕເວດ, ຍຸກຣາມມະຍະນະ, ຍຸກພະຣະຕະ ແລ້ວກໍຜ່ານເຂົ້າສູ່ຍຸກຂອງພຸດທະສາສະນາ ອັນເປັນປັດສະຍາສຸດຍອດຂອງມວນມະນຸດ, ແລ້ວຈຶ່ງກັບໄປສູ່ຍຸກຂອງຮີນດູ ແລະອິສລາມ ເມື່ອໂລກປ່ຽນແປງມາສູຍຸກສັງຄົມອານາຈັກໃຫຍ່ ຈຶ່ງກ້າວເຂົ້າຍຸກຂອງປະ ຫວັດສາດວິທະຍາສາດ ຮ່ວມກັບຊາວໂລກທັງມວນ, ມີບາງຊາດບາງກຸ່ມຄົນ ທີ່ເກີດຫຼັງຍຸກເລົ່ານັ້ນ ກໍາເນີດໃນບຸກຂອງວິທະຍາການໂລກໃໝ່ ກໍບໍ່ມີວິວັດທະນາການເລົ່ານັ້ນ ກໍປະຕິເສດປະຫວັດສາດປະເພດຕໍາ ນານໄປເລີຍ ອັນນັ້ນມັນກໍເປັນສິ່ງໜຶ່ງທີ່ເຮັດໃຫ້ເຮົາເຫັນຄວາມໃໝ່ເກົ່າຂອງຊາດນັ້ນໆໄດ້ດີ.
ຫາກເຮົາຖືເອົາຫຼັກຖານແຫ່ງວັນນະກຳ ແລະຕຳນານ ທີ່ປາກົດໃນລາວ ເຊິ່ງເປັນບົດຕົ້ນຂອງພົງ ສາວະດານລາວແລ້ວ ມັນກໍບໍ່ແມ່ນເລື່ອງແປກ ທີ່ແຍກວັດທະນະທຳອອກຈາກຄວາມເຊື່ອ ແລະແຍກຄວາມເຊື່ອອອກຈາກວິທະຍາສາດໄດ້, ເມື່ອເຮົາເຂົ້າໃຈບັນຫານີ້ ເຮົາຈະມອງຊອດໄປເຫັນວ່າ “ສັງຄົມລາວເຮົາ ລວມທັງຊົນຊາດຊົນເຜົ່າໄຕທັງມວນນັ້ນ ມີຄວາມເຊື່ອທີ່ເປັນເອກະລັກແຫ່ງຊາດຕະກູນ ແລະກຸ່ມຊົນຕົນມາແຕ່ເດີມນັ້ນ ຄື ຄວາມເຊື່ອຜີບັນພະບູຣຸດ ແລະແຖນ ອັນເປັນຄວາມເຊື່ອ(ລັດທິ ຫຼືສາສະໜາ) ດັ້ງເດີມຂອງຕົນ ເຊິ່ງນັກຄົ້ນຄວ້າຊາວຝຣັ່ງຄົງຈະເຫັນຈຸດນີ້ ຈຶ່ງຮຽກວັດທະນະທຳສ່ວນນີ້ວ່າ ແຫຼ່ງວັດທະນະທຳຈາກຈີນ” ບົດເລີ່ມຕົ້ນຂອງຊາດລາວໄດ້ກຳນົດຈຸດເກີດຈາກ “ແຖນ” ເຊິ່ງບໍ່ໄດ້ກ່າວເຖິງພາມອັນເປັນສາສະໜາເກົ່າແກ່ຂອງໂລກໝື່ນໆປີເລີຍ, ແຖນ ຜູ້ຊົງອຳນາດເໜືອຄົນໄຕລາວ ໄດ້ມີອະພິສິດເປັນເທບເອກະຣາດ ບໍ່ເຫັນທີ່ມາຈາກຂະບວນວິວັດຂອງພະພຣົມ ຫຼືພະອີສວນ ແລະພະນາຣາຍແມ່ນແຕ່ນ້ອຍດຽວ, ແຕ່ສັງຄົມລາວມີຈຸດກຳເນີດຈາກແຖນເປັນໃຫຍ່ໃນເມືອງຟ້າ, ຮ່ວມກັບແຖນອື່ນໆປົກຄອງເມືອງລຸ່ມ ແຖນຈຶ່ງເປັນເທພະເຈົ້າຂອງຄົນລາວ ແລະໄຕເທົ່ານັ້ນ.
ເມື່ອແຖນເປັນໃຫຍ່ໃນກຸ່ມຊົນຊາວລາວ ແລະໄຕມັນກໍບໍ່ເປັນເລື່ອງແປກປາຫຼາດ ທີ່ວັນນະກຳຕ່າ່ງຂອງຄົນລາວ ແລະວັດທະນະທຳລາວ ແລະບັນດາຊົນເຜົ່າ ຊິບໍ່ມີເລື່ອງຂອງແຖນ ເຂົ້າມາກ່ຽວຂ້ອງພາຍໃຕ້ຣະບົບຄວາມເຊື່ອໃນຍຸກແຫ່ງການສ້າງຄວາມແຂ້ມແຂງໃຫ້ແກ່ກຸ່ມຊົນ ທີ່ພົ້ນອອກຈາກສັງຄົມກະແຈກກະຈາຍແບບເຈົ້າກົກເຈົ້າເຫຼົ່າ ແລ້ວກ້າວຂຶ້ນເປັນສັງຄົມນະຄອນລັດ ແລະຣາຊະທານີທີ່ຍິ່ງໃຫຍ່, ແມ່ນແຕ່ຍຸກຣາຊະທານີທີ່ຍິ່ງໃຫຍ່ຂອງອານາຈັກຕ່າງໆ ໂດຍສະເພາະອານາຈັກລ້ານຊ້າງນັ້ນ ເຊິ່ງມີພຣະພຸດທະສາສະໜາເຂົ້າມາເປັນແກ່ນນຳ ແລະອິດທິພົນບົດບາດຄຳສອນ ແລະຄວາມເຊື່ອໃນພຸດທະສາສະໜາຍັງປາກົດໃນວັນນະກັມລ້ານຊ້າງ ທຸກໆເລື່ອງບໍ່ມີເວັ້ນ ແລະໃນອານາຈັກລ້ານຊ້າງກ່ອນມະຫາອານາຈັກລ້ານຊ້າງນັ້ນ ໄດ້ແບ່ງອອກເປັນສອງວັດທະນະທຳໂດຍຈະແຈ້ງ ຄື ທາງເໜືອໄດ້ຮັບອິດທິພົນແຖນ, ທາງໃຕ້ໄດ້ຮັບອິດທິພົນພຣາມ, ຮີນດູຈາກຂອມ ໃນນັ້ນຍັງມີວັດທະນະທັມນາຄ ອັນເປັນວັດທະນະທັມຍ່ອຍ ຄົງໄດ້ຈາກແຖນ ແລະພຣາມດ້ວຍ ເພາະປາກົດເຫັນວ່າທັງວັດທະນະທັມແຖນກໍເຫັນຖືນາກໃນລ່ອງນໍ້າ ກໍເຮັດໃຫ້ວັນນະກັມບາງວັນນະກຳຂອງລາວບາງເລື່ອງມີຄວາມເຊື່ອຂອງພຣາມ ຮີນດູເຂົ້າມາປາກົດໂດດເດັ່ນ, ໃນສະຖາປານາມະຫາອານາຈັກລ້ານຊ້າງແລ້ວ ວັນນະກຳລ້ານຊ້າງ ບາງວັນນະກຳປາກົດຄວາມເຊື່ອຂອງພຸດ, ພຣາມ, ແຖນ ແລະນາດປາກົດນຳກັນກໍມີ ເຊັ່ນວັນນະກັມຟ້າສັ່ງນ້ອງອື່ນໆ ເປັນວັນນະກັມພຸດປະສົມພຣາມ, ສວ່ນພຸດແລະພຣາມປະສົມກັນເຫັນໄດ້ຈາກວັນນະກຳພະລັກພະລາມ ອັນເປັນວັນ ນະຄະດີສຸດຍອດສະບັບໜຶ່ງຂອງລາວ ເຊັ່ນດຽວກັນກັບວັນນະກັມສີນໄຊເປັນນະກັມພຸດໂດຍເດັ່ນ ແລະພາມປະສົມເລັກນ້ອຍ, ວັນນະກັມພະເຫວດສັນດອນເປັນວັນນະກັມພຸດໂດຍເດັດຂາດ ແຕ່ວັນນະກັມເຫົຼ່ານັ້ນພັດຕ່າງຈາກວັນນະກຳຂຸນບູຣົມຣາຊາທິຣາດໜ້ອຍໜຶ່ງ ເພາະວັນນະກຳນີ້ ມັນໄດ້ກ່ຽວຂ້ອງກັບຈາຣີດປະເພນີໃນລັກສະນະພຶດຕິກຳ ແລະຄວາມເຊື່ອອອກເປັນຮູປະທຳ ວັນນະກຳຂຸນບູຣົມ ຈຶ່ງຈັດເປັນວັນນະ ກຳປະເພດຕຳນານ ເຊັ່ນດຽວກັບວັນນະກຳທີ່ປາກົດໃນລ່ອງແມ່ນ້ຳຂອງຕອນກາງຂອງລາວ ອີກເລື່ອງໜຶ່ງຄື “ອຸຣັງຄະນິທານ” ແລະວັນນະກຳໃນພາກກາງ ສາກຂອງເລື່ອງທີ່ຊຽງຂວາງຂື້ນພາກເໜືອຈົນຮອດຊຽງແສນໄດ້ແກ່ “ທ້າວຮຸ່ງທ້າວເຈືອງ” ວັນນະກຳທັງສາມນີ້ ມີຄວາມໂດດເດັ່ນຢ່າງມີອັດຕະລັກ ແລະເອກະລັກແຫ່ງຊົນຊາດລາວທີ່ພົ້ນເດັ່ນ ຕ່າງຍຸກຕ່າງສະໄໝ ຕ່າງມີຈຸດປະສົງ ແລະເປົ້າໝາຍຢ່າງມີຈຸດຢືນທັງສະ ແດງຖານະຂອງຕົນຢ່າງຈະແຈ້ງ, ມີຄວາມເຊື່ອທີ່ເປັນເອກະລັກ ໃຫ້ເຮົາແຍກປະເພດອອກເປັນປະເດັນໄດ້ຢ່າງລົງຕົວ ວັນນະກຳທັງສາມລ້ວນແຕ່ ໄດ້ສະທ້ອນບົດບາດສຳຄັນຕໍ່ວັດທະນະທັມ, ສັງຄົມ, ຊົນເຜົ່າ ແລະຄວາມເຊື່ອຢ່າງຈະແຈ້ງ, ຄືວັນນະກັມອຸລັງຄະນິທານ ຈະເນັ້ນເຖິງບົດບາດພະພຸດທະເຈົ້າ ແລະພະພຸດທະສາສະໜາທີ່ມີຕໍ່ຊົນຊາວນາຄະ ຫຼືລາວ, ສ່ວນວັນນະກັມຂຸນບູຣົມນັ້ນຈະເນັ້ນບົດບາດຂອງ "ແຖນ" ທີ່ມີອິດທະພົນຕໍ່ຊາວລາວແລະໄຕ, ສ່ວນວັນນະກັມເຣື່ອງ "ທ້າວຮຸ່ງທ້າວເຈື່ອງ" ເນັ້ນບົດບາດຂອງຕົນຕໍ່ຊຸມຊົນລາວ ແລະຂ້າ ເຊິ່ງມີແຖນເຂົ້າມາກ່ຽວຂ້ອງເປັນໄລຍະໆ ເມື່ອມາເບິ່ງຄວາມເດັ່ນຂອງວັນນະກັມທັງ ໓ ແລ້ວ, ລ້ວນແຕ່ເຫັນເອກະລັກຂອງຄວາມເຊື່ອເຂົ້າມາກ່ຽວຂ້ອງ ຈຶ່ງເຮັດໃຫ້ເຫັນວ່າ "ການສ້າງຊາດຂອງລາວ ກໍເປັນໄປແບບດຽວກັບທຸກຊົນຊາດໃນໂລກ ທີ່ເອົາຄວາມເຊື່ອເປັນການສ້າງຊາດ" ມີທິດສະດີໃນການປົກຄອງ ມັນຈຶ່ງບໍ່ເປັນການເລື່ອງແປກທີ່ເຫັນວັນນະກັມເຫຼົ່ານີ້ ມີເລື່ອງຂອງແຖນ ແລະຄວາມເຊື່ອແຕ່ລະຍຸກສະໄໝ ເຂົ້າມາກ່ຽວຂ້ອງ.
ເມື່ອແຖນ ມີບົດບາດຢ່າງຈະແຈ້ງໃນວິຖີຊີວິດ ຄວາມເຊື່ອ ແລະການປະຕິບັດ ຂອງສັງຄົມລາວບັນດາເຜົ່າ ແຖນຈຶ່ງເປັນສິ່ງທີ່ເຮົາບໍ່ຄວນຈະມອງຂ້າມໄດ້ເລີຍ.
- ຂຽນໂດຍ: ສາຍເຊລຳເພົາ
No comments:
Post a Comment