09 June 2008

ພຣະທີ່ພົບໃນແຂວງມຸກດາຫານ


ອິງຕາມຂ່າວທີ່ຊາວບ້ານບາງຊາຍນ້ອຍ ເມືອງຫວ້ານໃຫຍ່ ແຂວງມຸກດາຫານ ພົບພຣະພຸດທະຮຸບໃນລຳນ້ຳຂອງດັ່ງທີ່ສສະເໜີຂ່າວໄປແລ້ວໃນບລ໊ອກນີ້ນັ້ນ, ເມື່ອເອົາຂາວນີ້ມາຜະໜວກເຂົ້າກັບຂ່ວຕ່າງໆ ກ່ຽວກັບພຣະພຸດທະຮູບຂອງລາວເສັຍເລື້ອຍໆນັ້ນ ມັນເຮັດໃຫ້ເກີດມີຄວາມສົງໄສວ່າ ການພົບພຣະຄັ້ງນີ້ມັນອາດເກີດຄວາມສົງໄສ ແລະມີເງື່ອນງຳຢ່າງໃດຢ່າງໜຶ່ງ
ຄວາມຈິງແລ້ວ ພຣະພຸດທະຮູບທີ່ຈົມລົງນຳ້ຂອງນີ້ມີເຫດພຽງ ໒ ປະການເທົ່ານັ້ນ ຄື
໑- ເກີດຈາກການພັງທະລາຍຂອງດິນຝັ່ງແມ່ນນຳ້ຂອງ ເຮັດໃຫ້ວັດເກົ່າແຄມນຳ້ຂອງຕົກລົງນຳ້
໒- ເກີດຈາກການເຄື່ອນຍ້ານວັດຖຸບູຮານໃນປາງສົງຄວາມສຍາມ-ລາວ
໓- ເກີດຈາກການໂຈຣະກັມ
ຫາກ
ກີດຈາກການພັງທະລາຍຂອງດິນຝັ່ງແມ່ນນຳ້ຂອງ ເຮັດໃຫ້ວັດເກົ່າແຄມນຳ້ຂອງຕົກລົງນຳ້ ກໍອາດເປັນໄດ້ເມື່ອ ໔໐ ປີ ຄືນຫຼັງ ເພາະຕລິ່ງຝັ່ງຂອງທັງສອງຟາກຝັ່ງຍັງບໍ່ທັນຖືກເອົາໃຈໃສ່ຈາກທາງສັງຄົມ ແລະລັດຖະບານ, ຫາກເກີດຈາກການເຄື່ອນຍ້ານວັດຖຸບູຮານໃນປາງສົງ ຄວາມສຍາມ-ລາວ ກໍນັບເປັນເວລາ ໒໐໐ ກວ່າປີແລ້ວ, ຫາກພຣະພຸດທະຮູບທີ່ພົບນີ້ ໄດ້ເກີດຈາກເຫກການທັວສອງ ກໍເປັນໄປໄດ້ວ່າ ພຣະຮູບນີ້ຈັກຕ້ອງສຶກຂໍ ແລະເຂົ້າຂີ້ໝ້ຽງ ຫຼືຫລ້ອຍຫຼໍໄປຕາມທຳມະຊາດຂອງວັດຖຸ ແຕ່ພຣະພຸດທະຮູບທີ່ພົບໃນແຂວງມຸກດາຫານັ້ນ ຍັງຄົມສະພາບເຫຼື້ອມ ແລະບໍ່ມີສິ່ງຫຼຸ້ຍຫຼໍເລີຍ ຈຶ່ງອາດສັນນິຖານວ່າພຣະອົງນີ້ ຕ້ອງຖືກໂຈຣະກັມຈາກຄົນບໍ່ຫວັງດີ ແລະພວກຊື້ຂອງເກົ່າຕາມໃບສັ່ງແນ່ນອນ.
ພຣະອົງນີ້ ເປັນສີລະປະລ້ານຊ້າງພົບຫຼາຍທີ່ສຸດຢູ່ທີ່ແຂວງພາກກາງເຖິງພາກໃຕ້ຂອງລາວ ພຣະສິລປະແບບນີ້ສ່ວນຫຼາຍຈະເປັນພຣະສ່ຽງ

No comments:

Post a Comment