12 June 2008

ກ່ຽວກັບພະຍາແຖນ

ກາລະຄັ້ງໜຶ່ງນານມາແລ້ວ ໂລກມະນຸດເກີດຄວາມແຫ່ງແລ້ງຜິດປົກກະຕິ ຝົນບໍ່ຕົກຕົກລົງມາຮວຍຮຳໂລກມະນຸດຍາວ ນານເຖິງ ໗ ປີແລ້ວ, ສະໄໝນັ້ນມີພະຍາຄັນຄາກເປັນໃຫຍ່ກວ່າຝູງສັດທັງຫຼາຍ ເຫັນໂລກມະນຸດເກີດຄວາມເດືອດຮອດ ຈຶ່ງໄດ້ປະ ຊຸມບັນກາສັດສາວາສິ່ງທັງຫຼາຍຕົກລົງວ່າຈະເຮັດຈັ່ງໃດກັບສະພາບດິນຟ້າອາກາດແຫ້ງແລ້ງເຊັ່ນນີ້ ສັດທັງຫຼາຍມີພະຍາແມງ ງອດ, ພະຍາແມງເງົາ, ພະຍາປວກ ແລະ ອື່ນໆ ຈຶ່ງຕົກລົງກັນວ່າຕ້ອງຂຶ້ນໄປເຝົ້າພະຍາແຖນ ວ່າເຮັດຫຍັງຢູ່ຕັ້ງ ໖-໗ ປີ ຈຶ່ງບໍ່ທຳ ພາຣະໜ້າທີ່ຂອງຕົນ ຕົກລົງກັນແລ້ວກໍພາກັນຂຶ້ນໄປຍັງເມືອງແຖນໂດຍທາງເຄືອເຂົາກາດ.
ເມື່ອພຣະຍາແຖນໄດ້ເຫັນຝູງພຣະຍາສັດຈຳນວນຫຼວງຫຼາຍມາ ຫຼວງຫຼາຍເຊັ່ນນີ້ ກໍຮູ້ເຣື່ອງຫຍັງມີແຕ່ຮ້າຍເປັນຟືນ ເປັນໄຟ ໃຫ້ແກ່ບັນດາກອງທັບສັດທີ່ຂຶ້ນມາຈາກໂລກ ຍັງບໍ່ພໍເທົ່ານັ້ນກໍຍັງສັງກອງທັບຂອງຕົນອອກສູ້ຮົບ ຂະນະນັ້ນເຫັນທ່າທີ່ບໍ່ດີ ພຣະຍາຄັນຄາກເຊິ່ງເປັນຫົວໜ້າຂອງສັດ ກໍສັ່ງໃຫ້ກອງທັບຂອງຕົນອອກສູ້ຮົບກັບພົນພຣະຍາແຖນ ໃນທີ່ສຸດກອງທັບຂອງພຣະ ຍາແຖນສູ້ກອງທັບພຣະຍາຄັນຄາກບໍ່ໄດ້ ຈຶ່ງຕັດຖາມວ່າ:
ພຣະຍາແຖນ : ເຫດໃດພຣະຍາຄັນຄາກຈຶ່ງນຳຣີພົນຂຶ້ນໃສບຸກລຸກເມືອງບົນເຊັ່ນນີ້ ?.
ພຣະຍາຄັນຄາກຕອບກັບໄປວ່າ : ຍ້ອນເຫດພຣະແຖນຢູ່ເມືອງບົນ ມີໜ້າທີ່ເຮັດນໍ້າຟ້ານ້ຳຝົນ ແຕ່ເປັນເວລາ ໖-໗ ປີແລ້ວ ຟ້າບໍ່ລົງຝົນບໍ່ຕົກ ສັດສາວາສິ່ງລົ້ມຕາຍອະເນກອະນັນ ມະນຸດຊົນໄດ້ຮັບຄວາມເດືອດຮ້ອນວຸ້ນວາຍກັນ ເມື່ອນັ້ນເອງພຣະຍາແຖນ ຈຶ່ງເພິ່ງນຶກຂຶ້ນໄດ້ວ່າ ຕົນເອງບໍ່ໄດ້ສັ່ງໃຫ້ຝົນຕົກລົງມາຫຼາຍປີແລ້ວ ຈຶ່ງຮີບບັນຊາໃຫ້ຝົນຕົກທັນໃດ ພ້ອມກັບມີ້ເມດຕາແຝງສອນ ເປັນດອກໄມ້ໄຟສະຫວ່າງເຈີດຈ້າສະຫງ່າພິພົບ ຊ່ວຍໃຫ້ບັນດາພຣະຍາສັດກັບລົງສູ່ພື້ນດິນຢ່າງປອດໄຟ ເມື່ອເຫັນເຊັ່ນນັ້ນ ພຣະ ຍາຄັນຄາກ ຈຶ່ງສັ່ງແກ່ພວກມະນຸດ ວ່າຕໍ່ແຕ່ນີ້ໃຫ້ຈູດບັ້ງໄຟຂຶ້ນທຸກປີ ເພື່ອຄອຍເຕືອນບໍ່ໃຫ້ພຣະຍາແຖນຫຼົງລືມສັ່ງໃຫ້ຝົນຕົກ.
ດ້ວຍເຫດນັ້ນ, ຫຼັງຈາກນັ້ນເປັນຕົ້ນມາ ເມື່ອມະນຸດໄດ້ຮັບຄວາມສະບາຍ ບໍເດືອນຮ້ອນຍ້ອນນ້ຳຟ້ານ້ໍາຝົນ ມະນຸດຈຶ່ງຄິດ ເຫັນຄຸນຂອງພຣະຍາຄັນຄາກ ຈຶ່ງເຮັດຄອງບັ້ງຖວາຍພຣະຍາຄັນຄາກໂດຍເອົາຮູບພຣະຍາຄັນຄາກໄວ້ເຖິງຄ້ອງບັ້ງ ແລະ ໃຈກາງ ຂອງຄ້ອງບັ້ງ ໝາຍເຖິງທ້ອງຟ້າບ່ອນພຣະຍາແຖນສະຖິດຢູ່ ກໍເຮັດຮູບຕາເວັນແສກໄວ້ ຮອດຍາມບຸນເດືອນຫົກພາກັນເຮັດບຸນ ບັ້ງໄຟເພື່ອເຕືອນບອກພຣະຍາແຖນບໍໃຫ້ລືມ ສິ່ງທີ່ຂາດບໍ່ໄດ້ໃນອະດີດ ກໍຄືຄ້ອງບັ້ງຕ້ອງໄດ້ຕີໃນງານບຸນບັ້ງໄຟ ເພື່ອເປັນຕົວແທນ ສຽງຮ້ອງກັມປະນາດຂອງພຣະຍາຄັນຄາກນັ້ນເອງ.
ສະນັ້ນ, ເມື່ອເຮົາເຫັນຄ້ອງບັ້ງເມື່ອໃດ ກໍຕ້ອງເຫັນຮູບພຣະຍາຄັນຄາກທຸກໆໜ່ວຍນັ້ນເອງ.

No comments:

Post a Comment