14 June 2008

ເຫັນຕົວເພິງໃນຖານພຣະທີ່ບ້ານເປໃຕເມືອງສັງທອງ



ຮູບທີ ໑ ຮູບຖານພຣະທີ່ພົບ ປາກົດເຫັນມີຈາຣືກອັກສອນລາວເດີມ(ອັກສອນລາວບອກສັກກະຣາດໄວ້ແຕ່ຍັງອ່ານບໍ່ທັນໄດ້ຄັກ)

ຮູບທີ ໒ ຮູບທີແຕ້ມໃຫ້ເຫັນສັດທັງ ໘ ຕົວທີ່ປະຈຳຢູ່ທິດຕ່າງໆ
ເມື່ອວັນທີ ໑໐ ເດືອນມິຖຸນາ ໒໐໐໘ ໄດ້ໄປຖວາຍກອງ, ຄ້ອງ, ໂປງ ທີ່ວັດນາເປໃຕ້ ເມືອງເພັຍລາດ ນະຄອນຫຼວງວຽງຈັນ, ສະພາບວັດດັ່ງກ່າວຊຸດໂຊມຢ່າງຍິ່ງ ມີກຸຕິໄມ້ ສາລາຫຼັງເກົ່າ ແລະສາລາຫຼັງໃໝ່ບໍ່ປາກົດເຫັນມີສີມ ມີຍາພໍ່ເຖົ້າອົງໜຶ່ງ ອາຍຸ ໙໐ ປີ ແລະມີສາມະເນນນ້ອຍໜຶ່ງອົງ ວັດດັ່ງກ່າວເປັນວັດໃໝ່ ທີ່ສ້າງຂຶ້ນແທນວັດເກົ່າທີ່ຍ້າຍມາຈາກແຄມນຳ້ ຈຶ່ງປາກົດວ່າມີສິ່ງຂອງບູຮານຢູ່ ຫຼາຍສິ້ນ ທີ່ຜູ້ຂຽນສົນໃຈທີ່ສຸດແມ່ນ ພຣະພຸດທະຮູບຫີນ ແລະຖານ ຫຼືບັນລັງພຣະລັກສະນະຄົງຈະເປັນພຣະຍືນ ສ່ວນອົງພຣະພຸດທະຮູບນັ້ນຖືກລັກໄປແລ້ວຈຶ່ງຍັງເຫຼືອແຕ່ຖານ ຫຼືບັນລັງນັ້ນ, ຕາມສອບຖາມກັບຍາພໍ່ເຈົ້າອະທິການໄດ້ໃຫ້ການວ່າ "ພຣະອົງນີ້ເມື່ອກ່ອນຢູ່ວັດເດີມ ແລ້ວມີຄົນມາລັກໄປ ແລ້ວເອົາໄປຂາຍທີ່ຝັ່ງໄທຍ໌ ສ່ວນຖານນີ້ໃຫ້ການວ່າຂາຍບໍ່ໄດ້ຈຶ່ງເອົາກັບມາຄືນ ແຕ່ຖິ້ມໄວ້ກາງປ່າ ຊາວບ້ານໄປພົບແລ້ວນຳເອົາມາໄວ້ທີ່ວັດນີ້ຄືນ ຍັງເຫຼືອແຕ່ສັດພຽງ ໗ ໂຕ ເຂົາເອົາໂຕໜຶ່ງ"ປາກົດວ່າທີ່ຖານນັ້ນມີຮູບສັດທີ່ຮັກສາທິດທັງ ໘ ຢູ່ດ້ວຍ ຈຶ່ງຖ່າຍຮູບມາ ເມື່ອມາສຶກສາເບິ່ງຕຳລາໃນຫຼັກໂຫຣາສາດແລ້ວ ປາກົດວ່າ ເປັນຮູບຕົວເພິ່ງ ເຊິ່ງສະຖິດຢູ່ໃນ ທິດຕ່າງໆ (ຮູບ ໑) ໃນຖານພຣະນັ້ນປາກົດວ່າສັດຕົວໜຶ່ງຫາຍໄປ ຈຶ່ງໄດ້ໄປສົມທຽບເບິ່ງ ຈຶ່ງໄດ້ຮູບຄົບຖ້ວນ (ດັ່ງຮູບ) ໂດຍໄປໄດ້ກອນຈາກພຣະອາຈາຣຍ໌ອົງໜຶ່ງ ເພີ່ນວ່າຈື່ບໍ່ຄັກເດີ ກໍເລີຍຂຽນໃຫ້ດັ່ງນີ້
"ບັກເຄົ້າເມົ້າ ນັ່ງເຝົ້າກໍຣະດີ
ປັດສິເມ ນາກເນົາໃນນຳ້............." ເມື່ອໄດ້ພຽງເທົ່ານີ້ກໍມາຕໍ່ເອົາຕາມເລື່ອງລາວ ປະກົດວ່າໄດ້ຮູບສົມບູນ ແລະຍັງໄດ້ໄປເຫັນ ເປັນເຈັ້ຍຂຽນດ້ວຍອັກສອນທັມທີ່ຂາດແລ້ວ ກໍຈຶ່ງເອົາມາຕໍ່ກັນເຂົ້າອີກ ຈຶ່ງໄດ້ເລື່ອງລາວຢ່າງນີ້.

ວິທີຫາຕົວເພິ່ງ(ໃຫ້ເບິ່ງຕາມຮູບທີ ໒)
- ຜູ້ຊາຍນັບອາຍຸ ໑ ປີລົງທີ່ເສືອ ວົນວຽນໄປຫານາກ ຈົນຄົບອາຍຸປັດຈຸບັນ
-
ຜູ້ຍິງນັບອາຍຸ ໑ ປີລົງທີ່ງົວ ວົນວຽນໄປຫາຄຸດ ຈົນຄົບອາຍຸປັດຈຸບັນ (ເມື່ອອາຍຸປັດຈະບັນຂອງທ່ານຕົກສັດໂຕໃດ ທ່ານກໍເພິງສັດໂຕນັ້ນ ແລ້ວກໍມີຄຳທຳນາຍຢ່າງນີ້.(ອິງຕາມຕຳລາສອງແຫຼ່ງຄືຕາມແບບອັກສອນທຳທີ່ພົບເປັນເຈັ້ຍຂາດ ກັບຊອກໃນເວບເພີ່ມຕື່ມ ເຊິ່ງໝາຍຕາມທີ່ເອົາມາຈາກເວບວ່າ "ວ" ເອົາມາຈາກອັກສອນທຳວ່າ "ທ" ໄວ້ໜ້າຄຳຖາຍຕາມສັດທັງ ໘ ດັ່ງນີ້)

໑. ເພິ່ງງົວ:
- "ວ" ທວາຍວ່າ ປີນີ້ຈັກລຳບາກ ມີຄົນເອົາພາລະມາໃຫ້ຮັບຜິດຊອບ ຢ່າຮັບປາກໃຜງ່າຍຈັກລຳບາກ.
- "ທ" ປີໃດເພິ່ງງົວ ແຕ່ສັງຂານໄປຮອດເດືອນ ໙ ດັບມີເຄາະ, ແຕ່ເດືອນ ໑໐ ຮອດ ເດືອນຈຽງກັບມີໂຊກ, ແຕ່ເດືອນຍີ່ຮອດເດືອນ ໓ ມີເຄາະຮ້າຍໜັກ, ໃຫ້ແກ້ພົມມະຊາດແລະບູຊາຈິ່ງດີ.

໒. ເພິ່ງຄຸດ:
- "ວ" ທວາຍວ່າ ປີນັ້ນດີ ຖ້າຮັບຣັດຖະການຈະໄດ້ເລື່ອນຊັ້ນເລື່ອນຕຳແໜ່ງ ໃຫ້ແຕ່ງເຄື່ອງບູຊາຫິ້ງພຣະຕະຫຼອດປີ (ໄຫວ້ພຣະຕະຫຼອດປີຈັກໂຊກ)
- "ທ" ປີໃດເພິ່ງຄຸດ ແຕ່ສັງຂານໄປຮອດເດືອນ ໙ ດັບຈັກມີໂຊກອັນໃຫຍ່, ແຕ່ເດືອນ ໑໐ ຮອດ ເດືອນຈຽງກັບມີໂຊກ, ແຕ່ເດືອນຍີ່ຮອດເດືອນ ໓ ມີເຄາະຮ້າຍໜັກ,
໓. ເພິ່ງແມວ
- "ວ" ທວາຍວ່າ ຊາຕາຕົກລຳບາກມາກໝັກໜາ ແກ້ດ້ວຍການສູດພະຫູງ ບູຊາດ້ວນຂອງຂາວເຫຼືອງ.

໔. ເພິ່ງຣາຊະສີ
- "ວ" ທວາຍວ່າ ປີນີ້ຊາຕາດີອົງອາດ ທຳການງານອັນໃດກໍສຳເລັດ ເສີມດ້ວຍການສູດອິຕິປິໂສ.

໕. ເພິ່ງເສຶອ
- "ວ" ທວາຍວ່າ ຊາຕາດີຄິດທຳງານໃຫຍ່ກໍມັກຈະສຳເລັດ ມີສັດຕູເປັນຄົນໃກ້ຊິດ.

໖. ເພິ່ງນາກ
- "ວ" ທວາຍວ່າ ທຳການຄ້າຂາຍກ່ຽວກັບນຳ້ ຫຼືທຳຣັດຖະການກ່ຽວກັບນຳ້ຈະດີີ.

໗. ເພິ່ງ
ໜູ- "ວ" ທວາຍວ່າ ຈະຕົກຕ່ຳຫ້າມທຳການໃຫຍ່ໃຫ້ສູດພາຫຸງ ແລະອິຕິປິໂສ.

໘. ເພີ່ງຊ້າງ
- "ວ" ທວາຍວ່າ ຈັກເລື່ອນຍົດ ເລືອນສັກ ໃຫ້ແຕ່ງເຄື່ອງບູຊາໂຊກ ສູດອິຕິປິໂສ.

ເມື່ອມາສຶກສາເຣື່ອງຕົວເພິງຄັກໆແລ້ວ ພັດເຫັນວິທີການອີກວິທີການໜຶ່ງ ທີ່ເປັນປະເພນີປະຕິບັດຂອງຄົນ ຄື ການປ່ອຍສັດ-ໂຜດສັດ-ເຊິ່ງໃນຕຳລານັ້ນນອກຈາກອະທິບາຍເຖິງບຸກຄົນໄດ້ເພິ່ງສັດຕັວໃດແລ້ວ ຈະມີເຄາະ ແລະລາບຕ່າງໆ ເມື່ອບຸກຄົນໄດ້ຮັບເຄາະແລະລາບແລ້ວ ຕຳລານີ້ກໍມີວີທີແກ້ເຄາະ ແລະບູຊາໂຊກດ້ວຍການໂຜດສັດອີກ ດັ່ງນີ້ຄື:

ວິທີແກ້ຕົວເພິ່ງຕາມຄະຕິບູຮານ
໑. ເພິ່ງເສືອ ໃຫ້ປ່ອຍປູ ແລະຫອຍ
໒. ເພິ່ງຊ້າງ ໃຫ້ປ່ອຍເຕົ່າ ແລະປາຂາວ
໓. ເພິ່ງຄຸດ ໃຫ້ປ່ອຍນົກສອງໂຕ ແລະຫອຍເທົ່າອາຍຸ
໔. ເພິ່ງແມວ ໃຫ້ປ່ອຍປາ, ຫອຍແນວລະ ໑໒ ໂຕ.
໕. ເພິ່ງນາກ ໃຫ້ປ່ອຍອ່ຽນ.
ໃນຕຳລານີ້ ປາກົດເຫັນວ່າ ໃຜເພິ່ງຫຍັງໃຫ້ປ່ອຍສັດຫຍັງໄວ້ພຽງ ໕ ຕົວສັດເທົ່ານັ້ນ ແຕ່ວ່າສັດຕົວເພິ່ງນັ້ນມີ ເຖິງ ໘ ຕົວ ຈຶ່ງຂາດຫາຍໄປ ໓ ຕົວສັດ ຄື ຣາຊະສີ, ໜູ ແລະງົວ ທີ່ໃນຕຳລາທີ່ພົບນີ້ບໍ່ໄດ້ກຳນົດໃຫ້ເຮັດຫຍັງ ຈຶ່ງສົງໄສວ່າ ຜູ້ສືບທອດຕຳລາຄົງກ່າຍມາບໍ່ໝົດ ຫຼືວ່າບໍ່ມີການກຳນົດໃຫ້ເຮັດຫຍັງມາກ່ອນແລ້ວ.

ົຢ່າງໃດກໍຕາມ ວິທີນັບຕົວເພິ່ງນີ້ ຖືວ່າເປັນມໍຣະດົົກລ້ານຊ້າງອີກແບບໜຶ່ງ ທີ່ມີການປະຍຸກເຂົ້າກັນລະຫວ່າງວີຖີພຸດ ກັບວິຖີພຣາມອັນເປັນຄວາມ ເຊື່ອເດີມຂອງພູມີພາກອາຊີໃນອະດີດ ກໍຖືວ່າເຂົ້າກັນຢ່າງລົງຕົວ, ຫາກເຮົາເບິ່ງຄວາມໝາຍອີກແບບໜຶ່ງຈະເຫັນວ່າການປະສົມປະສານກັນລະຫວ່າງພຸດກັບພຣາມນັ້ນ ເປັນຈຸດແຂງແບບໜຶ່ງ ທີ່ເຮັດໃຫ້ວິຖີພຸດຂອງລາວນັ້ນຕິດພັນກັບສັງຄົມລາວຢ່າງລົງຕົວ ແລະແຍກອອກບໍ່ໄດ້, ຈັນມາຮອດບັດນີ້ ວິຖີພຸດໃນເມືອງລາວ ໄດ້ປະສົມປະສານກັນຫຼາຍທັດສະນະຄະຕິ ແລະບໍ່ສາມາດທີ່ແຍກອອກຈາກສັງຄົມໄດ້, ຫາກມອງອີງຕຄວາມໝາຍໜຶ່ງ ການເພິ່ງຕົວສັດເປັນຄວາມເຊື່ອຂອງພຣາມ ທີ່ຄວນຢືດຖືປະຕິບັດ ແລະວ່າທັງຫຼາຍທັງປວງກໍຍັງຢູ່ແທບພຣະບາດຂອງພຣະພຸດທະ
ເຈົ້າ ອາດໝາຍຄວາມວ່າ ວິທີເອົາຊະນະກັບອຸປະສັກ ແລະສິ່ງກີດຂວາງນັ້ນ ຈະນອກເໜືອໄປຈາກຄຳສອນແຫ່ງພຣະພຸດທະສາສນາໄປບໍ່ໄດ້.

ປະຣະມາລິຂິດ : ເມື່ອຂຽນບົດ ແລະແຕ້ມຮູບນີ້ຈົບລົງແລ້ວ ທ່ານອາຈາຣຍ໌ໄລ່ ເຮັດວຽກຢູ່ຫ້ອງການສະຫວັດດີການ ສັງຄົມເມືອງໄຊເຊດຖາມາຫຼິ້ນນຳ ກໍໄດ້ເວົ້າເຣື່ອງນີ້ນຳເພີ່ນ ກໍພ​ໍດີເພີ່ນຈື່ລະອຽດກ່ຽວກັບກອນ ເພີ່ນກໍຈົດໃຫ້ດັ່ງນີ້້້

- ຄຸດກໍເນົາຢູ່ເບື້ອງ ຫົນແຫ່ງບົວລະພາ
ອາຄະເນແມວ ຢູ່ເຟືອແຝງເຝົ້າ
ທັກຂິນກ້ຳ ລາຊະສີແຫນແຫ່
ບັກເຄົ້າເມົ້າ ນັ່ງເຝົ້າຫໍຣະດີ
ປັດສີເມ ນາກກ້ຽວທັນດອນ
ພາຍັບກ້ຳ ໂຄຈອນໝູປ່າ
ອຸດອນກ້ຳ ພາຍສານຊ້າງເຜືອກ
ເລື່ອນໆງົວແມ່ລ້ານ ກິນຫຍ້າຝ່າຍອີສານ

ໂສກສັຕວ໌ຕົວເພິ່ງແບບທີ: 1

" ໂຄງສອງ "

ກ່າວກັນວ່າ ເປັນຕໍາຣາຊຽງໝ້ຽງ-ຣິຈນາໂດຍ ສຳລິດ ບົວສີສວັດ
(ຄຳໃນວົງເລັບ-ແມ່ນຮຽບຮຽງໂດຍຜູ້ຂຽນ ເພື່ອໃຫ້ໄດ້ສຳຜັສ)
ຊົກງົກ (ຖົກ)ກວຽນ
ຫຽນແອ່ນ (ແບນ)ໂຕ
ໂສພາພ ນາບຟານ
ຫານນ້ໍາ ຊໍາໂກນ.

ຄໍາອະທິບາຍ:
ຊົກງົກ ໝາຍເຖິງ ຊ້າງ
ຖົກກວຽນ ໝາຍເຖິງ ງົວ
ຫຽນແອ່ນ ໝາຍເຖິງ ຄຣຸທ
ແບນໂຕ ໝາຍເຖິງ ແມວ
ໂສພາພ ໝາຍເຖິງ ຣາຊະສີຫ໌
ນາບຟານ ໝາຍເຖິງ ເສືອ
ຫານນ້ໍາ ໝາຍເຖິງ ນາຄ
ຊໍາໂກນ ໝາຍເຖິງ ໜູ.

ໂສກສັຕວ໌ຕົວເພິ່ງແບບທີ: 2
" ໂຄງສາມ "
ຄຣຸທບູ ພັພພູອາ
ສີຫາທັກ ພະຍັຄ(ໂຫ)
ນາໂຄປັຈ ມຸສິກັດພາ
ກຸນຊຣາອຸ ອຸສຸພ໌ອີ.

ກອນສັຕວ໌ຕົວເພິ່ງ:

" ກອນເກົ້າ "
ຄຣຸທ ກໍເນົາ(ນັ່ງ)ຫ້ອງ ຫົນແຫ່ງບົວຣະພາ
ອາຄະເນ(ນາມ) ແມວ ຢູ່ເຝືອແຝງຝັ້ນ
ທັກສິນ(ແຖວທາງ)ກ້ຳ ຣາຊະສີຫ໌ ແຫນແຫ່
(ເສືອລາຍແລ) ເຄົ້າເມົ້າ ນັ່ງເຝົ້າ ຫໍລະດີ
ປັຈສິເມ (ແມ່ນ)ນາຄ (ປາກກ່າຍ)ພັນດອນ
ພາຍັພ ໂຄຈຣໜູ (ຢູ່ໂກນກັດສ້າງ)
ອຸດອນ(ແດນ ດົງຊ້າງ) ພາຍສານລ້ານເຖື່ອນ
ເລື່ອນເລື່ອນງົວ ແມ່ງ້ອງ ກິນຫຍ້າ ຝ່າຍອີສານ.

ຄວາມໝາຍໂສກ ແລະ ກອນມີດັ່ງນີ້:

ຄຣຸທ ຢູ່ທິສ ບູລະພາ
ແມວ ຢູ່ທິສ ອາຄະເນ
ຣາຊະສີຫ໌ ຢູ່ທິສ ຫໍລະດີ
ນາຄ ຢູ່ທິສ ປັຈຈິມ
ໜູ ຢູ່ທິສ ພາຍັພ
ຊ້າງ ຢູ່ທິສ ອຸດອນ
ງົວ ຢູ່ທິສ ອີສານ.

ໝາຍເຫຕ: ຕົວເພິ່ງ ຫຼື ຕົວສັຕວ໌ເພິ່ງ, ແມ່ນຕົວທີ່ນັບອາຍຸໄປຕົກໃສ່, ຮຽກວ່າຕົກຕົວເພິ່ງ
ຈະຮ້າຍ ຫຼື ດີ ກໍຂຶ້ນຢູ່ນໍາສັຕວ໌ຕັວນັ້ນໆ ວ່າໃຫຍ່ ຫຼື ນ້ອຍ ດີ ຫຼື ຮ້າຍ.
ຖ້າຢາກຊາບວ່າປີນີ້ຈະໂຊຄດີ ຫຼື ບໍ່?
ຜູ້ຊາຍໃຫ້ນັບປີທີນຶ່ງລົງທີ່ ເສືອ ວຽນໄປຫາ ນາຄ
ຜູ້ຍິງ ໃຫ້ນັບລົງທີ່ ງົວ ວຽນໄປຫາ ຄຣຸທ
ອາຍຸຕົກສັຕວ໌ຕົວໃດ ໃຫ້ທວາຍຕາມນັ້ນ.
ເມື່ອເອົາຄຳກອນໂຄງນີ້ ມາທຽບກັບຮູບທີ່ແຕ້ມໄດ້ ແລ້ວໄປສົມທຽບກັບຮູບທີ່ປາກົດໃນຖານພຣະນ້ັນກໍກົງກັນພໍດີ.

ຊົກງົກ    (ຖົກ)ກວຽນ
ຫຽນແອ່ນ    (ແບນ)ໂຕ
ໂສພາພ    ນາບຟານ
ຫານນ້ໍາ    ຊໍາໂກນ.
ຄໍາອະທິບາຍ:
ຊົກງົກ   ໝາຍເຖິງ   ຊ້າງ
ຖົກກວຽນ   ໝາຍເຖິງ   ງົວ
ຫຽນແອ່ນ   ໝາຍເຖິງ   ຄຣຸທ
ແບນໂຕ   ໝາຍເຖິງ   ແມວ
ໂສພາພ   ໝາຍເຖິງ   ຣາຊະສີຫ໌
ນາບຟານ   ໝາຍເຖິງ   ເສືອ
ຫານນ້ໍາ   ໝາຍເຖິງ   ນາຄ
ຊໍາໂກນ   ໝາຍເຖິງ   ໜູ.


ໂສກສັຕວ໌ຕົວເພິ່ງແບບທີ: 2
" ໂຄງສາມ "
ຄຣຸທບູ   ພັພພູອາ
ສີຫາທັກ   ພະຍັຄ(ໂຫ)
ນາໂຄປັຈ   ມຸສິກັດພາ
ກຸນຊຣາອຸ   ອຸສຸພ໌ອີ.
ກອນສັຕວ໌ຕົວເພິ່ງ:
" ກອນເກົ້າ "
ຄຣຸທ ກໍເນົາ(ນັ່ງ)ຫ້ອງ              ຫົນແຫ່ງບົວຣະພາ
ອາຄະເນ(ນາມ) ແມວ         ຢູ່ເຝືອແຝງຝັ້ນ
ທັກສິນ(ແຖວທາງ)ກ້ຳ               ຣາຊະສີຫ໌ ແຫນແຫ່
(ເສືອລາຍແລ) ເຄົ້າເມົ້າ       ນັ່ງເຝົ້າ ຫໍລະດີ

ປັຈສິເມ (ແມ່ນ)ນາຄ                   (ປາກກ່າຍ)ພັນດອນ
ພາຍັພ ໂຄຈຣໜູ                   (ຢູ່ໂກນກັດສ້າງ)
ອຸດອນ(ແດນ ດົງຊ້າງ)                  ພາຍສານລ້ານເຖື່ອນ
ເລື່ອນເລື່ອນງົວ ແມ່ງ້ອງ                ກິນຫຍ້າ ຝ່າຍອີສານ. 
ຄໍາໝາຍໂສກ ແລະ ກອນມີດັ່ງນີ້:
ຄຣຸທ   ຢູ່ທິສ   ບູລະພາ
ແມວ   ຢູ່ທິສ   ອາຄະເນ
ຣາຊະສີຫ໌   ຢູ່ທິສ   ຫໍລະດີ
ນາຄ   ຢູ່ທິສ   ປັຈ
ໜູ   ຢູ່ທິສ   ພາຍັພ
ຊ້າງ   ຢູ່ທິສ   ອຸດອນ

ງົວ   ຢູ່ທິສ   ອີສານ.

No comments:

Post a Comment