09 June 2008

ບົດທີ ໔: ກຳເນີດຄຳວ່າ “ລາວ”

ຫາກກ່າວເຖິງລາວ ມັກຈະກ່າວເຖິງ ອານາຈັກລ້ານຊ້າງ ຫາກກ່າວເຖິງລ້ານຊ້າງ ຈະປາສະຈາກລ້ານນາແມ່ນບໍ່ໄດ້ເດັດຂາດ ເພາະທັງສອງອານາຈັກນີ້ “ລ້ວນແຕ່ອ້າງວ່າເປັນ ເຊື້ອຊາດລາວ ທີ່ມີເຄົ້າຕະກູນມາຈາກທີ່ດຽວກັນ” ມີການກ່າວກ່ຽວກັບຄຳວ່າ “ລາວ” ໄວ້ຫຼວງ ຫຼາຍ ແລະມີລັກສະນະທີ່ແຕກຕ່າງກັນຫຼາຍ ຈຶ່ງນຳມາສະເໜີອີກແງ່ມູນໝຶ່ງດັ່ງນີ້:
ຫຼວງວິຈິດທະວາການ ກ່າວໄວ້ໃນພົງສາວະດານຊາດໄທຍ໌ວ່າ ລາວມາຈາກຄຳວ່າ “ລົວະ ຫຼືລະວ້າ” ເຊິ່ງເປັນຊື່ຮຽກຄົນຊາດໜຶ່ງ ທີ່ຕັ້ງຖິ່ນຖານຢູ່ດິນແດນແຖບນີ້ມາກ່ອນ ຕໍ່ມາ ພວກອ້າຍລາວອົບພະຍົບລົງມາປະປົນກັບຄົນພວກນີ້ ກໍຮຽກຄົນພວກນີ້ວ່າ “ລາວ” ໜ້າຈະພ້ຽນ ມາຈາກຄຳວ່າ “ດາວ” ເຊິ່ງໝາຍເຖິງທຽນ, ແຖນ, ໄທ, ໄທ້ ເຖິງແປວ່າຟ້າ ຫຼືຜູ້ສືບເຊື້ອສາຍ ຈາກສະຫວັນ ແຕ່ຈີນເວົ້າສຽງ “ດ” ບໍ່ແຈ້ງກາຍເປັນສຽງ “ລ” ດ້ວຍເຫດນີ້ພວກລາວຈຶ່ງມີລັດທິຜີ ຟ້າມາແຕ່ເດີມ.
ພະຍາອະນຸມານຣາຊະທົນ ໄດ້ກ່າວໄວ້ໃນໜັງສື ເຣື່ອງຂອງຊາດໄທຍ໌ວ່າ ກ່ອນທີ່ຈະໄດ້ ຊື່ວ່າລາວນັ້ນ ມີເລື່ອງກ່າວໄວ້ວ່າ ນານມາແລ້ວມີຍິງຄົນໜຶ່ງຊື່ຊາຍັດ ໄດ້ໄປຫາປາທີ່ແມ່ນຳ້ ໄດ້ ໄປຖືກຕ້ອງໄມ້ເຊິງຈົມຢູ່ ເກີດຄວາມຮູ້ສຶກຢ່າງແປກປາຫຼາດ ລ່ວງມາບໍ່ຊ້ານາງກໍມີຄັນ ຄັນເຖິງ ກຳນົດປະສູດອອກບຸດມາ ໑໐ ຄົນ, ຕໍ່ມາໄມ້ທີ່ຈົມນຳ້ທີ່ນາງຊາຢັດໄປຖືກຕ້ອງຈົນມີທ້ອງໄດ້ກັບ ກາຍເກີດເປັນມັງກອນ ປາກົດຂຶ້ນເໜືອນຳ້ ນາງຊາຍັດໄດ້ຮູ້ສຶກເໝືອນໄດ້ຍິນສຽງມັງກອນຮ້ອງ ຖາມວ່າ “ອອກລູກແລ້ວບໍ່ແມ່ນບ​ໍ ? ເວລານີ້ລູກຢູ່ໃສ ?” ຂະນະນັ້ນບຸດຂອງນາຊາຍັດ ເຫັນມັງ ກອນກໍພາກັນກົວຢ້ານ ຕົກໃຈແລ່ນໜີ ເຫຼືອແຕ່ລູກຄົນຫຼ້າໜີບໍ່ທັນ ຕ້ອງນັ່ງອີງຢູ່ຂ້າງມັງກອນ ມັງກອນຈຶ່ງເລັຍເດັກນັ້ນ ນາງຊາຍັດເຫັນກໍກ່າວເປັນພາສາ ຕາມນິໄສຂອງຊາວປ່າ ເຊິ່ງມີສຽງ ຄ້າຍກາວ່າ “ເກົ໋າຫຼົງ” ໂດຍເກົ໋າແປວ່າອີງ ຫຼົງແປວ່ານັ່ງ ອາໄສນິມິດນີ້ນາງຊາຍັດຊື່ບຸດຄົນຫຼ້າ ວ່າ ເກົ໋າຫຼົງ ການຕໍ່ມາເດັກທັງ ໑໐ ກໍເຕີບໂຕຂຶ້ນ ພີ່ນ້ອງທັງ ໙ ຄົນເຫັນນ້ອງຊາຍຄົນທີ ໑໐ ເຊິງຖືກມັງກອນເລັຍມີສະຕິປັນຍາສະຫຼຽວສະຫຼາດ ກໍພ້ອມໃຈກັນຍົກຍ້ອງຂຶ້ນໃຫ້ເປັນຫົວໜ້າ ຊາຍທັງ ໑໐ ຄົນນີ້ ເຊື່ອວ່າເປັນບັນບູຣຸດຂອງຄົນລາວ ຈຶ່ງຮຽກວ່າພວກອ້າຍລາວ.

ໂດຍ: ພອຄ.ເນືອງພິລັກ ໂຊຕິທອນ

No comments:

Post a Comment