08 June 2008

ສົມບັດອັນລຳ້ຄ່າ



ໃນຮູບ ໓ ແຜ່ນນີ້ ມີສົມບັດອັນລຳ້ຄ່າຢູ່ເຖິງ ໖ ຊີ້ນ, ໃນພາບທີ ໑ ເປັນຮູບແຜ່າເງິນສະຫຼັກ ມີຮູ້ຊາຍ ໑ ຄົນ ນັ່ງຢູ່ທາງກາງ ແລະມີຍິງ ໒ ຄົນນັ່ງຢູ່ສອງຂ້າງ, ຍິງທັງສອງມີອາຍຸແຕກຕ່າງກັນຢ່າງເຫັນຈະແຈ້ງ ທັງສອງກຳລັງຖືດອກບົນຜູ້ລະດອກ ອັນອາດໝາຍເຖິງທາດປະຣິຈາຄະ ແຕ່ມີເບິ່ງອີກທາງໜຶ່ງ ຫາກເຫັນວ່າທາດປະຣະຈາຄະທຳມະດາທົ່ວໄປ ມືຂອງທັງສອງຄົນໃນຮູບອາດຊິຖືໃບວີແທນດອນດອກບົວກໍໄດ້ ແຕ່ຢ່າງໃດກໍຕາມ ເມື່ອເຮົາເອົາຮູບແຜ່ນທີ່ ໒ ມາພິຈາຣນານອີກຈະເຫັນວ່າ ເຫັນຍິງສາວໃບໜ້າໜຸ່ມແໜ້ນອາຍຸກໍບໍ່ອາດຊິເກິນ ໒໑-໒໕ ປີ ປູ່ແທ່ນດອກບົວ ແລະມືຊ້າຍຖືກດອກບົວອີກດອກໜຶ່ງຢືນຢູ່ ແລະມີຄຸົນສອງຄົນທັງຊາຍ ແລະຍິງຖືພາສະນະເໝືອນກຳລັງເປັນທາດປາຣິຈາຄະ ຄອບຮັບໃຊ້ຍິງຄົນນີ້, ອັນນີ້ຄົງຈະເປນສິ່ງຢັ້ງຢືນ ແລະວິນິດໄສພາບທີ ໑ ໄດ້ແລ້ວວ່າ, ຜູ້ຊາຍທີ່ນັ່ງຊັນຫົວເຂົານັ້ນ ກໍຄືບຸກຄົນຜູ້ຊົງອຳນາດ ເຊິ່ງເປັນເຈົ້າຂອງພາບນັ້ນ ສ່ວນຍິງສອງຄົນທີ່ຖືດອກບົວນັ້ນ ບໍແມ່ນທາດປະຣິຈາຄະທຳມະດາສາມັນ ຫາກແມ່ນ "ພັນລະຍາທັງສອງຂອງຊາຍຄົນນີ້" ຯ
ເພາະເຫດໃດ ? ເພາະພາບແມ່ນທີ ໒ ມັນຟ້ອງ ພາບທັງໝົດນີ້ ເຮົາຮູ້ແລ້ວວ່າໄດ້ທີ່ດຽວກັນຢູ່ບ້ານໜຶ່ງໃນບ້ານໜອງເຮືອທອງ ເມືອງໄຊບູລີ ແຂວງສະຫວັນນະເຂດ ແລະໄດ້ຢູ່ໃນສະຖານດຽວກັນ ທີ່ບ້ານແຫ່ງໜຶ່ງ ຕາມຂ່າວທີ່ບັນດາທ່ານຮູ້ແລ້ວ, ເມື່ອພາບນີ້ໄດ້ໃນທີ່ແຫ່ງດຽວກັນ ມັນກໍຢັ້ງຢືນໃນຕົວແລ້ວວ່າ "ສົມບັດທັງໝົດນີ້ຕ້ອງແມ່ນຂອງຄົນດຽວກັນ" ແລະພາບແຜ່ນທີ ໒ ຕ້ອງແມ່ນກ່ຽວເນື່ອງກັບພາບທີ ໑ ເນື່ອງຈາກທີ່ພາບທີສອງ ມັນໄດ້ບອກຖານະຂອງຂອງຍິງໜຸ່ມຈະແຈ້ງແລ້ວວ່າແຜ່ນໃຜ ? ຍິງຄົນທີສອງຕ້ອງເປັນຊາຍາອີກຄົນໜຶ່ງຂອງຊາຍທີ່ຢູ່ໃນພາບທີ ໑ ນັ້ນ, ຍິງຄົນນີ້ ເຖິງຈະຍັງສາວແຕ່ກໍຊົງອິດທິພົນທີ່ສຸດຕໍ່ຊາຍຄົນນີ້ ເພາະມີຄົນໃຊ້ຄອຍບົວລະບັດຮັກສາ ອັນນີ້ມັນກໍກ່ຽວຂ້ອງກັບພາບທີ ໓ ເຊິ່ງໄດ້ຖ່າຍລວມເອົາວັດຖຸເຄື່ອງຄຳ ໔ ສິ້ນໄວ້ນຳກັນ, ໃນພາບທີ ໓ ນັ້ນ ບໍ່ແມ່ນພາບ ແຕ່ແມ່ນພາສະນະທີ່ພົບໃນທີ່ດຽວກັບມີ ໑- ພາສະນະຄ້າຍກະອົບ(ບາງທ່ານວ່າຂັນໝາກຄຳ) ໒-ຄັນໂທ ຫຼືເຕົ້ານຳ້ຄຳຜະສົມ ໓- ໂອຄຳ ຫຼືຂັນຄຳ(ທີ່ຕືນຫາຍໄປ) ແລະ ໔- ຕົ້ນດອກໄມ້ຄຳ(ບາງທ່ານວ່າ-ຕົ້ນດອກໄມ້ຄຳນີ້ແມ່ນເຄື່ອງປະກົບຍອດຂອງກະອົບຄຳ) ແຕ່ ຜຂ ວ່າໜ້າຈະແມ່ນດອກໄມ້ ປະດັບສະດາຂອງເກົ້າ ສຳລັບຍິງສູງສັກໃນສະໄໝນັ້ນ) ເພາະເຫັນທີ່ສຽນຂອງຍິງໜຸ່ມຮູ້ສຶກວ່າມີເກົ້່າດອກໄມ້ ຫຼືບໍ່ດັ່ງນັ້ນ ກໍແມ່ນດອກໄມ້ທີ່ຍິງສາວຖືກໍເປັນໄປໄດ້
ຢ່າງໃດກໍຕາມ ໃນພາບສະຫຼັກດ້ວຍແຜ່ນເງິນທັງສອງນັ້ນ ຜູ້ຊາຍຕ້ອງແມ່ນເຈົ້າເມືອງ ໃນສະໄໝບູຮານ, ສ່ວນນາງທັງສອງຕ້ອງແມ່ນຊາຍາຂອງເຈົ້າເມືອງນັ້ນ, ຫຼັກຖານນີ້ ສົມທຽບຈາກຂໍ້ມູນຫຼັກຖານທີ່ເປັນນິທານ ຫຼືເລື່ອງທີ່ປະຊາຊົນໄດ້ເຫຼົ່າມາເປັນພື້ນຂອງບ້ານ(ປະເພດພື້ນສືບ)ນັ້ນວ່າ
"ມີເມືອງໜຶ່ງ ຊື່ເມືອງຄັນແທ້(ຫຼື້ເມືອງເວີນຊາ) ມີເຈົ້າເມືອງປົກຄອງ ເຈົ້າເມືອງໄດ້ໄປຕີເມືອງໜຶ່ງ ຊື່ວ່າເມືອງຕຸມພະວາ ໄດ້ແລ້ວກໍເອົາລູກຊາວຂອງເຈົ້າເມືອງຕຸມພະວານັ້ນມາເປັນຊາຍາ ເຈົ້າເມືອງເມືອງເວີນຊານັ້ນ ຈຶ່ງໄດ້ຈຶ່ງຊາຍາສອງຄົນ" ຄວາມຈິງແລ້ວນິທານ ທີ່ປະຊາຊົນບ້ານໜອງເຮືອທອງເລົ່າມາຍາວ ແລະມີຄວາມຣະອຽດຫຼາຍ ແຕ່ບໍ່ສາມາດເລົ່າໄດ້ລະອຽດ ເພາະກຳເນື້ອໃນບໍ່ໄດ້ທັງໝົດ ຈຶ່ງເຫລົ່າພໍສັງເຂບນຳມາເປັນຕົວຢ່າງ ເພື່ອພິຈາລະນາຮູບ ແລະສົມບັດທັງໝົດ ຫາກນິທານເລື່ອງນີ້ເປັນຈິງ ກໍສະແດງວ່າວັດຖຸທັງໝົດນີ້ ຍ່ອມມີທີ່ມາຢ່າງຈະແຈ້ງ ແລະຍ່ອມໃຫ້ລາຍລະອຽດຂອງປະວັດສາດອະນາຈັກສີໂຄດຕະບອງໃນພຸດທະສະວັດທີ ໑໑-໑໖ ໄດ້ຢ່າງຈະແຈ້ງລະອຽດ ເພາະນອກຈາກວັດຖະເຫຼົ່ານີ້ແລ້ວ ຍັງມີພາຖາດເງິນອີກໜຶ່ງອັນ ເຊິ່ງໃນຂອບພາຖາດເງີນນັ້ນມີອັກສອນປັນລະວະ ເຊິ່ງເປັນອັກສອນທີ່ອານາຈັກສີໂຄດຕະບອງນຳມາໃໍຊ້ໃນໄລຍະນັ້ນ
ອັກສອນນັ້ນຍັງບໍ່ທັນສາມາດອ່ານໄດ້ຈະແຈ້ງ ແຕ່ສາມາດວິເຄາະຕາມຫຼັຫຖານປະຫວັດສາດອື່ນ ໄດ້ແລ້ວວ່າມີອາຍຸເຖິງ ໒໔໕໓ ປິີ(ອິງຕາມຂ່າວ), ນອກຈາກນີ້ ຫາກອ່ານໄດ້ໂດຍລະອຽດແລ້ວຄົງຈະເຫັນປະວັດສາດລາວກ່ອນອານາຈັກລ້ານຊ້າງໄດ້ຢ່າງຈະແຈ້ງຂຶ້ນຕື່ມ ໂດຍະສະເພາະປະວັດສາດລາວອານາຈັກສີໂຄດຕະບອງ, ຄວາມຈິງແລ້ວ ຕາມການໃກ້ການຂອງທ່ານຫົວໜ້າກົມພິພິດທະພັນ ແລະວັດຖຸບູຮານເວົ້າກັບຜູ້ຂຽນນັ້ນ ບອກວ່າວັດຖຸບູຮານທີ່ພົບນັ້ນ ມີຫຼວງຫຼາຍກວ່ານີ້ ນອກຈາກວັດຖຸທີ່ພົບໃນສະຖານທີ່ນັ້ນແລ້ວ ຍັງມີຫຼັກຖານທີ່ກ່ຽວຂ້ອງກັບຕຳນານຂອງເມືອງຄັນແທນີ້ຫຼວງຫຼາຍ ເຊິ່ງເປັນສິງຢັ້ງຢືນເຖິງຄວາມເປັນຈິງຂອງຕຳນານພື້ນສືບນັ້ນໄດ້ເປັນຢ່າງດີ
ສ່ວນສົມບັດທັງໝົດນັ້ນ ອິງຕາມພາບທີ່ປາກົດ ແລະການພົບກນັ້ນ ແມ່ນຂອງຍິງສາວໃນຮູບນັ້ນ ເພາະນອກຈາກພາບແລ້ວແຜ່ນທີ ໑ ແລ້ວ, ກໍມີຮູບແຜ່ນທີສອງ ເຊິ່ງມີຮູບຂອງນາງສາວຄົນດຽວຢູ່ເທົ່ານັ້ນ ຫາກເຮົາເອົາເລື່ອງນັ້ນມາເປັນເລື່ອງຂອງເຮົາ ເຮົາຈະເອົາຮູບຂອງຍິງອີກຄົນໜຶ່ງ ເຊິ່ງເປັນເມັຍຂອງຜົວເຮົາໄວ້ໃນເຮືອນຂອງເຮົາບໍ ? ແນ່ນອນແລ້ວເປັນໄປບໍ່ໄດ້ໃນສັງຄົມມະນຸດທຸກສະໄໝ ແຕ່ຫາກສັງຄົມນັ້ນຍອມຮັບກັບລາຊາຜູ້ມີອຳນາດຈັກຕ້ອງໄດ້ມີຊາຍາຫຼາຍອົງ ບາງຄັ້ງອາດເກີດຈາກຄວາມຈຳເປັນ ຢ່າງພາວະວິໄສ ເຊັ່ນສາຍການທູນ, ປະດັບກຽດຕິຍົດ, ເວົ້າເຖິງອາຳນາດປາລະມີ ຫຼືເວົ້າເຖິງການສ້າງຜູ້ສືບທອດອື່ນໆ ແຕ່ໃນລະດັບຈິດໃຈນັ້ນແມ່ນຍອມຮັບກັນຍາກ ແຕ່ສິ່ງທີ່ພົບເຫັນແມ່ມີຮູບຍິ່ງສາວ ເປັນຮູບດ່ຽວ ກໍໝາຍເຖິງເຈົ້າຂອງຊັບສົມບັດເຫຼົ່າ ລວມທັງຮູບນັ້ນແມ່ນເຈົ້າຂອງພາບເປັນຜູ້ຮັກສາຂອງຕົນເອງໄວ້.

No comments:

Post a Comment