19 June 2008

ສີລະປະລ້ານຊ້າງສັນຍາລັກແຫ່ງແມ່ນໍ້າຂອງ





ສີລະປະລ້ານຊ້າງສັນຍາລັກແຫ່ງແມ່ນໍ້າຂອງ

ພຣະຄຣູເນືອງພິລັກ ໂຊຕິທອນ

ຫາກເວົ້າເຖິງສີລປະລ້ານຊ້າງ ຫຼາຍທ່ານອາດຊິ້ຂົ້າໃຈໂລດ ແຕ່ຖ້າຖາມວ່າແຫຼ່ງກຳເນິດສີລະປະລ້ານ ຊ້າງຢູ່ທີ່ໃດ ? ຫຼາຍຄົນອາດຊິຕອບໄປຕ່າງໆນານາຕໍ່ກັບຄຳຖາມນີ້ ຫາກເຮົາສຶກສາຕາມປະຫວັດສາດຂອງຊົນ ຊົນຊາດລາວ ແລະການສ້າງຕັ້ງອານາຈັກຂອງຊົນຊາດລາວແລ້ວ ຈະເຫັນໄດ້ວ່າ ຄົນລາວມັກຈະຕັ້ງອານາຈັກຢູ່ ຕາມສາຍນຳ້ ເຊິ່ງມີສາຍນຳ້ໃຫຍ່ສານໜຶ່ງ ເຊິ່ງເມື່ອກ່ອນຮຽກວ່າສາຍເລືອດລາວ ເຮັດໃຫ້ຄົນລາວຢູ່ສອງຝາກຝັ່ງ ແມ່ນຳ້ສາຍນີ້ ໄດ້ສ້າງສັນສີລະປະອັນເປັນເອກລະລັກຕົນ ແລະເອກະລັກຊາດ ສະແດງເຖິງຄວາມເປັນເອກະລັກ ຂອງຊົນເຜົ່າ ແຕ່ເມື່ອມາຮອດປັດຈຸບັນນີ້ ແມ່ນຳ້ຂອງໄດ້ຖືກແຍກອອກເປັນສອງຝາກຝັ່ງຢ່າງຈະແຈ້ງ ເໝືອນກັບ ສາຍເລືອດຖືກເຊືອດຝານອອກຈາກກັນ ເຊັ່ນດຽວກັບຄົນສອງຝາກຝັ່ງອັນເປັນພີ່ນ້ອງ ເຊື້ອເຜົ່າພົງພັນ ໄດ້ຫຼົງລືມ ກັນໄປຕາມການເວລາ ຊຳ້ບໍ່ພໍສາຍເລືອດນັ້ນພັດຖືກໂລກເຂົາແຊກແຊງອີກຕ່າງຫາກ ກໍເໝືອນກັບປະວັດ ສີລປະ ວັດທະນະທຳໃນສອງຝາກຝັ່ງນັ້ນຖືກທຳລາຍໂດຍທຳມະຊາດ ແລະຖືກປິດບັງໂດຍຄົນຈະນວນໜຶ່ງ ເຮັດໃຫ້ສີລະ ປະວັດທະນະທັມຂອງສອງຝັ່ງຂອງນັ້ນຖືກລະເລີຍ ແລະລືມຫຼົງຢ່າງໜ້າສົມເພດ.

ແຕ່ປານນັ້ນກໍຕາມ ເພື່ອແກ້ຂໍ້ຂ້ອງໃຈໃນສິລປະລ້ານຊ້າງກຳເນີດເກີດຂຶ້ນທີ່ໃດນັ້ນ ແມ່ນໄດ້ສຶກສາຈາກ ການເດີນທາງເທິງສອງຝັ່ງແມ່ນຳ້ຂອງຈາກເໜືອຮອດໃຕ້ ຈາກຝັ່ງຕາເວັນອອກສູ່ຕາເວັນຕົກແຫ່ງແມ່ນຳ້ນຳ້ຂອງ ສັງເກດ ແລະຕີລາຄາສະເໝີ ໃນສິ່ງທີ່ພົບເຫັນໃນດິນແດນທັງສອງຕອນນີ້ ຈຶ່ງເຫັນວ່າ “ສີລະປະລ້ານຊ້າງ ກໍເກີດ ທີ່ລ້ານຊ້າງນັ້ນແລ້ວ ແລະລ້ານຊ້າງຢູ່ທີ່ໃດ ກໍຕ້ອງຕອບວ່າລ້ານຊ້າງກໍຢູ່ບົນສອງຝາກຝັ່ງແມ່ນຳ້ຂອງ ແລະສາຂາ ແມ່ນຳ້ຂອງມັນຕັ້ງແຕ່ເໜືອຮອດໃຕ້ນີ້ແລ, ຄຳຖາມອາດຊິຖາມຕໍ່ໄປວ່າ ສາຂາຂອງແມ່ນຳ້ຂອງມັນນັ້ນກໍານົດເອົາ ແຕ່ໃສເຖິງໃສ ກ​ໍຕ້ອງຕອບວ່າ ເໜືອສຸດກຳນົດແຕ່ຍອດອູລົງໄປຮອດເຊກອງຊ້ອນ ເຊຊານຊ້ອນຕໍ່ໃຕ້ຕ່ຳສຸດເຂດ ແຄວ້ນແດນໃຕ້ຕໍ່ຂະເໝນພຸ້ນແລ.

ຫາກເຮົາຍັງຈື່ບົດກອນບົດໜຶ່ງທີ່ຢູ່ໃນປຶ້ມຫັດອ່ານໃນສະໄໝລະບອບເກົ່ານັ້ນຂຽນວ່າ “ປະເທດຂ້ອຍຊັ້ນຊື່ ເມືອງລາວ ລວງກວ້າງຍາວ ສຸດຕາເຫຼືອອ່ານ ນຳ້ຂອງຝ່ານໄຫຼຜ່າທາງກາງ ມີຫົນທາງຖະໜົນສະອາດ ປະເທດ ຊາດລາວໃຫຍ່ໄຜສານ.” ເຮົາຈະເຫັນວ່າ ນອກຈາກເຂດກຳນົດທາງຍາວຂອງສາຂາແມ່ນຳ້ຂອງແລ້ວ ຍັງເວົ້າ ເຖິງຄຳກອນນີ້ອ້າງອິງດ້ວຍ ກໍຈະເຫັນວ່າ “ສີລປະລ້າງຊ້າງ ເປັນສິລປະມະຫາຊົນ ເລີ່ມຕົ້ນຈາກສີລປະສາມັນ ຊົນບົນສອງຝາກຝັ່ງແມ່ນຳ້ຂອງ ຈົນກ້າວເຂົ້າສູ່ສີລປະສູນກາງອຳນາດຂອງອານາຈັກລ້ານຊ້າງທີ່ກວ້າງໃຫຍ່ໄພ ສານ ແລ້ວອານາຈັກລ້ານຊ້າງທີ່ກວ້າງໃຫຍ່ໄພສານນີ້ ໄດ້ຍຶນຍົງຄົງຕົວຢູ່ຢ່າງທະນົງອົງອາດຮ່ວມ ໔-໕໐໐ ປີ, ຍ່ອມສ້າງສັນສີລປະພື້ນຖານຂອງກຸ່ມຄົນຈົນກາຍເປັນວັດທະນະທຳລາວທີ່ມີເອກະລັກ ສັນຍາລັກ ແລະຄົງຄວາມ ເອກະລາດ ແຫ່ງຊາດລາວຊົ່ວລູກຊົ່ວຫຼານມາຮອດປັດຈຸບັນ.

(ອານາຈັກລ້ານຊ້າງໃນພຸດທະສະຕະວັດທີ ໒໐ ເຖິງພຸດທະສະວັດທີ ໒໔)

ເນື່ອງດ້ວຍມະນຸດຊະຍະຊາດທັງຫຼາຍນັ້ນ ອາໄສຢູ່ລ່ອງແມ່ນຳ້ ແລ້ວກໍ່ເກີດເປັນຊຸມຊົນ ກາຍເປັນອານາ ຈັກຕ່າງໆ ເຊິ່ງການຈະເລີນເຕີບໂຕຂອງອານາຈັກ ກໍ່ໃຫ້ເກີດວັດທະນະທັມເອກະລັກຂອງຊົນກຸ່ມໃຫຍ່ທັງມວນ ໂດຍການສືບທອດວັດທະນະທັມຊຸມຊົນ, ຊົນຊາດ, ຊົນເຜົ່າ, ທີ່ສ້າງສັນໂດຍທັມມະຊາດ ເປັນແຮງບັນດານໃຈ ແລະຈີນຕະນາການອັນເລີກເຊິ່ງ ການເປັນຜົນງານດ້ານສີລະປະວັດທະນະທັມ ກໍ່ໃຫ້ເກີດວັດທະນະທັມທາງ ແນວຄິດ ຜລິດເປັນສາຍສຳພັນທີ່ສົ່ງຜົນສະທ້ອນທີ່ສືບເນື່ອງມາເປັນວັດທນະນະທັມແຫ່ງປະຫວັດສາດລວມສູນ ສະແດງອອກມາເປັນອັດຕະລັກ ຫຼືເອກະລັກຂອງທີ່ມີຕົວຕົນ ແລະສັນຍາລັກອັນລົງຕົວຂອງກຸ່ມຄົນຕ່າງໆທີ່ອາໄສ ຢູ່ໃນລ່ອງແມ່ນຳ້ສາຍຕ່າງໆໃນອະນຸພາກພື້ນແຫ່ງແມ່ນ້ຳຂອງທີ່ມີຂອບເຂດ ແລະສີລປະວັດທະນະທັມນັ້ນ ໄດ້ ກາຍ​ເປັນກະແສທານທີ່ຢືດໜ່ຽວກັນໃຫ້ກຸ່ມຄົນຂອງຊຸມຊົນ ໃຫ້ມີຄວາມຮູ້ສຶກຮ່ວມກັນທາງສາຍເລືອດ ຈົນເປັນ ເອກະລາດສະແຫ່ງຊາດສະເພາະຄົນກຸ່ມໃຫຍ່, ອັນມີສາມັນສຳນຶກຮ່ວມກັນ ຄວາມເປັນອັນໜຶ່ງອັນດຽວກັນ ໂດຍ ອາໄສສີລະປະວັດທະນະທັມເປັນແກນນຳ ເຊິ່ງເຫັນໄດ້ຈາກວັດທະນະທັມພື້ນຖານຂອງຊຸມຊົນທີ່ຈະເລີນເຕີບໂຕ ໃນກຸ່ມຊົນສ່ວນໜ່ອຍ ກ່ອນປະຫວັດສາດ ກາຍມາເປັນວັດທະນະທັມປະຫວັດສາດແຫ່ງຍຸກສະໄໝມັນມີສ່ວນຕໍ່ ເນື່ອງກັນປຽບສະເໝືອນວັດທະນະທັມສາຍເລືອດຝອຍ ລວມກັນແລ້ວກາຍເປັນວັດທະນະທັມສາຍເລືອດໃຫຍ່ ເຮັດໃຫ້ມີການຍອມຮັບເຊິ່ງກັນແລະກັນ ອັນເປັນທີ່ມາຂອງກຸ່ມຊົນທີ່ມີປະຫວັດສາດ ເມື່ອສືບຄົ້ນທາງປະຫວັດ ສາດກ​ຈະເຫັນໄດ້ເຖິງວິວັດທະນາການສ​້າງສັນພັດທະນາປັບປຸງ ເພື່ອຮອບຮັບຕໍ່ຄວາມຕ້ອງການຈິງແຫ່ງຍຸກສະ ໄໝໄດ້ຢ່າງຈະແຈ້ງ ໃນອະດີດກະແສແຫ່ງວັດທະນະທັມລາວ ໄດ້ກໍ່ກຳເນີດຈາກວິວັດທະນາການຂອງຊຸມຊົນ ກໍ່ກຳເນີດເປັນວັດທະນະທັມລວມຂອງຊາດລາວ ເຊິ່ງມີສາຍນຳ້ຂອງເປັນຕົ້ນກຳເນີດຫຼໍ່ລ້ຽງກໍ່ໃຫ້ເກີດວັດທະນະ ນະທັມລ້ານຊ້າງບົນສອງຟາກຝັ່ງແມ່ນຳ້ຂແງ, ເຖິງວ່າໃນປັດຈຸບັນວັດທະນລາວໄດ້ໄຫຼຜ່ານຂ້າມສາຍນຳ້ໜຶ່ງ ຕໍ່ ໃສ່ສາຍນຳ້ໜຶ່ງ ຂ້າມເສັ້ນແດງແຫ່ງວັດທະທັມກໍຕາມ ວັດທະນະທັມລາວຊາວລ້ານຊ້າງກໍຍັງຄົງວັດທະນະທັມ ຕົນເຊັ່ນດຽວກັບອະດີດ ເຊິ່ງເຫັນໄດ້ຈາກສີລປະວັດທະນະທັມແຫ່ງແມ່ນຳ້ຂອງ ໃນອະດີດໄດ້ສ້າງສັນສີລະປະວັດ ທະນະທັມອື່ນຢ່າງລົງຕົວ.

(ພຣະທາດພະນົມເປັນເປັນວັດທະນະທັມຖານບົວ ໘ ຫຼ່ຽມ ເປັນວັດທະນະທັມທາງສາຍເລືອດລ້ານຊ້າງຕາມ ວິຖີທາງປະ ວັດສາດ ຢືນສະງ່າຢູ່ກາງພະນົມເປັນ)

ແມ່ນຳ້ຂອງ ເປັນແມ່ນຳ້ສາຍໜຶ່ງທີ່ຫຼໍ່ລ້ຽງຜູ້ຄົນຢູ່ໃນອະນຸພາກພຶ້ນທະອາຊີຕາເວັນສ່ຽງໃຕ້ ເຊິງກຳເນີດ ຈາກສາຍພູທິເບດ ຕອນເໜືອຂອງປະເທດຈີນ ໄຫຼຜ່ານດີນແດນຂອງປະເທດຈີນ, ພະມ້າ, ລາວ, ໄທຍ໌ ຂະເໝນ ແລະຫວຽດນາມ ດິນແດນທີ່ແມ່ນຳ້ຂອງໄຫຼາຍຜ່ານກໍ່ກຳເນີດເປັນແຫຼ່ງວັດທະນະທັມປະເພນີທີ່ຫຼາກຫຼາຍ ລວມ ທັງສີລະລ້ານຊ້າງທີ່ມີເອກະລັກທີ່ເວົ້າເຖິງນີ້ດວ້ຍ.

ລ້ານຊ້າງ ຄືຊື່ອານາຈັກທີ່ຍິ່ງໃຫຍ່ຄຽງຄູ່ຢູ່ກັບແມ່ນຳ້ຂອງ ເຊິ່ງຕັ້ງຂຶ້ນປະມານພຸດທະສະວັດທີ ໑໗ ລ້ານ ຊ້າງໝາຍເຖິງດິນແດນຕອນເໜືອຂອງລາວມີນະຄອນຫຼວງພະບາງເປັນສູນກາງ ຈົນມາເຖິງພຸດທະສະວັດທີ ໒໑ ລ້ານຊ້າງໄດ້ຂະຫຍາຍຕົວລົງທາງໃຕ້ ຈົນເຖິງລີ່ຜີມີສູນກາງຢູ່ທີ່ນະຄອນຫຼວງວຽງຈັນ, ແລະຄຳວ່າລ້ານຊ້າງຕິດ ພັນກັບແມ່ນຳ້ຂອງນັ້ນ ເພາະປາກົດຫຼັກຖານໃນພາ​ສາວັດທະນະທັມຊາວໄທລື້ຮຽກແມ່ນຳ້ຂອງວ່າ ແມ່ນຳ້ລ້ານ ຊ້າງ, ຢ່າງໃດກໍຕາມອານາລ້ານຊ້າງນີ້ມີຫຼັກຖານປາກົດໃນເອກະສານບູຮານ ດັ່ງນີ້:

ສີສັຕຕະນາຄະນາຫຸດ ເປັນຊື່ອານາຈັກລາວໃນສອງທີ່ຄື ທີ່ນະຄອນຫຼວງພຣະບາງເປັນຣາຊະທານີ ຄັ້ງ ໑ ແລະທີ່ນະຄອນຫຼວງວຽງຈັນຄັ້ງ ໑ ຄຳວ່າ “ສີສັຕະນາຄະນາຫຸດນີ້” ບໍ່ທັນເຫັຍຜູ້ແປ ແລະຕີຄວາມໝາຍ ເປັນລາຍ ລັກອັກສອນເທື່ອ ສະນັ້ນຜູ້ຂຽນຈຶ່ງລອງແຍກສັບອອກມາແປ ແລະຕີຄວາມໝາຍດັ່ງນີ້:

ສີສັດຕະນາຄະນະຫຸຕນີ້ ຄວາມເດີມເປັນ “ສຣີສັຕຕະນາຄະນາຫຸຕອຸຕະມະຣາຊະທານີ” ແຍກສັບອອກ “ສຕ” ແປວ່າຮ້ອຍ “ນາຄ” ແປວ່ານາກກໍໄດ້ ແປວ່າຊ້າງກໍໄດ້ “ນຫຸຕ” ແປວ່າໝື່ນ, “ອຸຕມະ” ແປວ່າອັນອດົມ ຣາຊະທານີ ໝາຍຄວາມວ່ານະຄອນອັນເປັນສູນກາງແຫ່ງຣັດ ຫຼືປະເທດ ລວມຄວາມແລ້ວແປວ່າ “ລ້ານຊ້າງ”. ແປໝົດນາມວ່າ “ສຣີສັຕຕະນາຄະນາຫຸຕອຸຕະມະຣາຊະທານີ” (ເມືອງສີອຸດົມໄປດ້ວຍຊ້າງອັນເປັນສີແຫ່ງ ຣາ ຊະທານີ)

ຜູ້ຂຽນເປັນຄົນສີທັນດອນ ເຄີຍຊິນກັບການັບເລກຂອງຄົນທາງໃຕ້ເຂດສີພັນດອນໃນອະດີດ ເຂົານັບເງິນຄື ສິບໝື່ນ ເທົ່າກັບແສນ, ສິບແສນເທົ່າກັບລ້ານ, ການເວລາຜ່ານໄປຄຳນັບນີ້ສູນເສັຍໄປ ດຽວນີ້ຊາວສີພັນດອນໃຊ້ ການ ນັບເລກແບບດຽວກັນທົ່າປະເທດ ເມື່ອປີ ໒໐໐໑ ໄດ້ໄປເມືອງຂະເໝນ ແລະໄປນອນພັກຢູ່ຊຽງແຕງຫຼາຍຄືນ ດັ່ງ ເຮົາຮູ້ແລ້ວວ່າ ຄັ້ງໜຶ່ງເມືອງຊຽງແຕງ ແລະຣັດຕະນະຄີຣີຂອງຂະເໝນປັດຈຸບັນນີ້ ເຄີຍຮ່ວມເປັນສ່ວນໜຶ່ງ ຂອງ ອານາຈັກລ້ານຊ້າງຈຳປາສັກ ສະນັ້ນຈຶ່ງບໍ່ເປັນເລື່ອງແປກທີ່ຊາວຂະເໝນເຊື້ອສາຍລາວເຂດນັ້ນ ໃຊ້ພາສາ ລາວ ເປັນພາສາທາງວັດທະນະທັມໃນຊີວິດປະຈຳວັນ ແຕ່ພາສາລາວໃນເຂດນີ້ຂາດການຕິດຕໍ່ພົວພັນກັບລາວ ມາເຫິງ ສັບແສງທາງການອາດຊິປະສົມກັບພາສາຂະເໝນໄປເປັນທັມມະດາ ມີການນັບເລກຂອງຄົນລາວໃນຂະ ເໝນ ເຊິ່ງຖືວ່າແປກຈາກຄົນລາວທົ່ວໄປຄື:

ໜຶ່ງແສນ, ສອງແສນຮອດເກົ້າແສນເຂົາຈະວ່າ ສິບໝື່ນ, ຊາວໝື່ນ, ເກົ້າສິບໝຶ່ນ, ໜຶ່ງລ້ານບາງຄັ້ງກໍວ່າ ສິບແສນ, ຈົນຮອດເກົ້າສິບແສນ, ເມື່ອຟັງຄຳນັບເລກຂອງຊາວລາວໃນຊຽງແຕງແລ້ວ ຈຶ່ງລອງເອົາ ສຣີສັຕນາຄະ ນາຫຸດມາແຍກຊັບຈະເຫັນເປັນຕົວເລກຄື “ຮ້ອຍໝຶ່ນ” ເມື່ອເອົາຄຳວ່າ ຮ້ອຍໝຶ່ນມາຜສົມກັນແລ້ວ ຈະເປັນ “ໜຶ່ງລ້ານພໍດີ” ກໍເທົ່າກັບລ້ານ ເມື່ອເອົາ “ນາຄ” ອັນແປວ່າຊ້າງຈະເຫັນເປັນຮູປະທັມເລີຍວ່າ “ລ້ານຊ້າງ” ຫາກ ເຮົາເອົາ “ສຣີ” ຄຳໜ້າມາຜສົມເຂົ້າ ກໍຈະໄດ້ຄຳວ່າ “ສີລ້ານຊ້າງ” ຢ່າງໜ້າພາກພູມໃຈ.

ຫາກເຮົາສຶກສາສີລາຈາຣືກສຸໂຂໄທ ໃນຈາຣືກຫຼັກທີສອງມີຄຳວ່າ “ແສນຊ້າງ” ແລະຫຼັກສີລາຈາຣືກ ຣາມ ຄຳແກງມີຄຳວ່າ “ເມືອງກວ້າງຊ້າງຫຼາຍ” ອັນໝາຍວ່າເມືອງນີ້ມີສ້າງຫຼວງຫຼາຍເຮົາກໍຈະເຫັນວ່າ “ຊ້າງເປັນສັນ ຍາລັກຂອງລາວ”, ແລ້ວເມື່ອເຮົາຢືດຖືຕາມຫຼັກຖານສີລາຈາຣືກຣາມຄຳແຫງທຸກຫຼັກທີ່ກ່າວເຖິງລ້ານຊ້າງນັ້ນ, ມັນກໍເປັນສິ່ງຢັ້ງຢືນວ່າ “ລ້ານຊ້າງນັ້ນກຳເນີດມາກ່ອນສີລາຈາຣືກຣາມຄຳແຫງ” ເນື່ອງຈາກວ່າໄດ້ກ່າວອ້າງເຖິງ ດິນແດນທີ່ມີຄວາມຈະເລີນມາກ່ອນ ຫຼືປາກົດຊື່ກ່ອນຈະເກີດສີລາຈາຣືກນັ້ນແລ້ວ ແລະຖ້າເປັນດັ່ງນັ້ນຈິງ ລ້ານ ຊ້າງເກີດກ່ອນສຸໂຂໄທ ເນື່ອງດ້ວຍສີລາຈາຣືກຣາມຄຳແຫງ ໄດ້ກ່າວວ່າ “ຕົວຣາມຄຳແຫງເອງເປັນຕົ້ນກະສັດ ສ້າງເມືອງສຸໂຂໄທ” ນັ້ນກໍໝາຍວ່າ ວັດທະນະທັມລ້ານຊ້າງ ອັນເປັນວັດທະນະທັມຊຸມຊົນລາວ ເກີດກ່ອນວັດທະ ນະທັມລ້ານຊ້າງແລ້ວ.

ຫາກເຮົາຖືກວ່າ ສີໂຄຕະປຸຣະ ເປັນສ່ວນໜຶ່ງຂອງລ້ານຊ້າງທີ່ສືບເນື່ອງວັດທະນະທັມຊຸມຊົນ ຫຼັກຖານ ທາງສີລະປະວັດທະນະທັມທີ່ເຮົາຄົ້ນພົບເມື່ອກາງເດືອນພຶດສະພາ ປີ ໒໐໐໘ ຜ່ານມານັ້ນ ເປັນວັດທະນະທັມທີ່ ຢັ້ງຢືນເຖິງຄວາມເອກລາດແຫ່ງຊາດຂອງວັດທະນະທັມລ້ານຊ້າງ ທີ່ປະສົມປະສານກັນເຂົ້າ ເຊິ່ງວັດຖຸບູຮານ ທີ່ພົບນີ້ມີອາຍຸ ເຖິງ ໒໔໕໓ ປີ.

(ຫຼັກຖານທາງສີລະປະທີ່ພົບໃໝ່ເຊື່ອວ່າມີອາຍຸ ໒໔໕໓ ປີ ເປັນສີລະປະສີໂຄດຕະບອງ ຖືວ່າເປັນວັດທະນະທັມຊຸມຊົນກ່ອນລ້ານຊ້າງ)

ຄວາມຈະແຈ້ງຂອງລ້ານຊ້າງ ທີ່ພົ້ນເດັ່ນທາງປະຫວັດສາດນັ້ນ ເລີ່ມປາກົດຕົວໃນຣັດຊະສະໄໝ ພຣະ​ບາດສົມເດັດພຣະເຈົ້າຟ້າງຸ່ມະຫາຣາດ ໃນ ພ.ສ ໑໘໔໙-໑໙໑໕ ທີ່ຊົງລວບລວມພຣະຣາຊະອານາຈັກລາວເປັນ ປຶກແຜ່ນ ໂດຍຕັ້ງເມືອງຊຽງດົງຊຽງທອງ(ຫຼວງພຣະບາງ)ເປັນຣາຊະທານີ ເຊິ່ງໃນຣັດຊະສະໄໝນັ້ນ ສາມາດ ກ່າວໄດ້ວ່າ ເປັນສະໄໝລ້ານຊ້າງຢ່າງແທ້ຈິງ ລ້ານຊ້າງສະໄໝພຣະເຈົ້າຟ້າງຸ່ມະຫາຣາດອາດລວມເອົາອານາ ຈັກລ້ານນາດ້ວຍ ຈົນມາເຖິງລັດຖະສະໄໝພຣະເຈົ້າໄຊຍະເຊດຖາທິຣາດ ສູນກາງຣາຊະທານີຂອງລ້ານຊ້າງ ກໍໄດ້ມາຕັ້ງຢູ່ຈັນທະບູຣີ ຂະໜານນາມວ່າ “ສີສັດຕະນາຄະນາຫຸດອຸຕະມະຣາຊະທານີ” ໃນປີ ພ.ສ ໒໑໐໓-໒໑໓໐ ຫຼັງຈາກນນັ້ນອານາຈັກລ້ານຊ້າງກໍໄດ້ແບ່ງອອກເປັນສາມອານາຈັກ ຄືອານາຈັກລ້ານຊ້າງຫຼວງພຣະບາງ, ອາ ນາຈັກລ້ານຊ້າງວຽງຈັນ ແລະອານາຈັກລ້ານຊ້າງຈຳປາສັກໃນການຕໍ່ມາ ອານາຈັກທັງສາມນີ້ໄດ້ກິນເນື້ອທີ່ກວມ ເອົາພາກອີສານຂອງໄທຍ໌ປັດຈຸບັນຕັ້ງແຕ່ເລີ່ມຕົ້ນອານາຈັກ, ເຮັດໃຫ້ສິລະປະວັດທະນະທັມລ້ານຊ້າງແຜ່ໄພສານ ອອກໄປໃນພູມີພາກຕ່າງໆຂອງພາກອີສານຂອງໄທຍ໌ ລ່ວງເລີຍໄປຮອດດິນແດນຂະເໝນທາງພາກໃຕ ອັນເປັນ ສ່ວນໜຶ່ງຂອງອານາຈັກລ້ານຊ້າງຈຳປາສັກ ກາຍເປັນວິຖີຊີວິດ ແລະວັດທະນະທັມຂອງຊຸມຊົນເຫຼົ​່ານັ້ນ, ອັນສະ ແດງເຖິງ ຄວາມສັດທາ ແລະຄວາມເຊື່ອຂອງກຸ່ມຊົນຕໍ່ສິ່ງຕ່າງໆຮອດຕົວ ລວມທັງສາສະໜາ ມອງເຫັນໄດ້ໃນແງ່ ມູມດ້ານສິລະປະວັດທະນະທັມ ຕະຫຼອດຄຸນຄວາມດີ ແລະຖ່າຍທອດຄຸນຄ່າດ້ານວັດທະນະທັມລຸ້ນຕໍ່ລຸ້ນສືບມາ ເຮັດໃຫ້ສີລະປະວັດທະນະທັມເຫຼົ່ານັ້ນ ຝັງເລີດໃນສາຍເລືອດຂອງຊົນຊາດໃນດິນແດນທີ່ຖືກກ່າວເຖິງ.

ສີລະປະລ້ານຊ້າງ ບໍ່ພຽງແຕ່ຂະຫຍາຍຕົວໃນຂອງເຂດແຫ່ງອານາຈັກ ແລະຊຸມຊົນຕົນເທົ່ານັ້ນ ຍັງໄດ້ ຂ້າມຜ່ານນອກວັດອຳນາດແຫ່ງອານາຈັກຂອງຕົນໃນບາງກາລະໂອກາດ ເຫັນໄດ້ວັດທະນະທຳ ລ້ານຊ້າງໄດ້ ເຄື່ອນໄປຕາມລຳແມ່ນຳ້ຂອງໃນສະໄໝປະຫວັດສາດຂ້າມຜ່ານ ໂດຍການອົບພະຍົບຂອງຊົນຊາດລາວກຸ່ມໜຶ່ງລົງ ໃຕ້ຮອດເມືອງພະທາຍ(ພະນົມເປັນ) ໃນໄລຍະນີ້ເປັນທີ່ບຍອມຮັບກັນຢ່າງກວ້າງຂວາງແລ້ວວ່າ ການຂະຫຍາຍ ວັດທະນະນະທັມລ້ານຊ້າງເຂົ້າສູ່ພາກອີສານ ຈົນສິ້ນສະໄໝພຣະເຈົ້າສີຣິບຸນຍະສານ ໃນ ພ.ສ ໒໓໒໒ ຫຼັງຈາກ ນັ້ນວັດທະນະທັມລ້ານຊ້າງ ບໍ່ພຽງແຕ່ຂະຫຍາຍຕົວດິນແດນລ້າງຊ້າງເທົ່ານັ້ນ ຍັງໄດ້ສືບຕໍ່ຂະຫຍາຍຕົວອອກ ນອກອານາຈັກລ້ານຊ້າງອີກ ຫຼັງຈາກທີ່ອານາຈັກລານຊ້າງລົ້ມສະຫຼາຍ ຄົນລາວທົ່ວທັງ ໓ ອານາຈັກໄດ້ຖືກຂົນ ຍ້າຍດ້ວຍການກວດຕ້ອນ ລົງໄປສູ່ລ້ອງແມ່ນຳ້ເຈົ້າພະຍາ ແລະສາຂອງມັນຈົນທົ່ວດິນແດນສຍາມ ກາຍເປັນວັດ ທະນະທັມທີ່ປະສົມປະສານລະຫວ່າງສຍາມ-ລາວ ກໍ່ເກີດເປັນວັດທະນະທັມໄທຍ໌ມາຮອດບັດນີ້ ຈົນເຮັດໃຫ້ແຍກ ແຍກອອກບໍ່ໄດ້ວ່າ “ອັນໃດເປັນວັດທະນະທັມໄທຍ໌ແທ້ ແລະອັນໃດເປັນວັດທະນະທັມລາວແທ້ໃນຫົວເມືອງນອກ ອານາເຂດລ້ານຊ້າງ” ສີລະປະສອງແຫຼ່ງນີ້ ໄດ້ຫຼໍ່ຫຼອມ ແລະກໍ່ກຳເນີດວັດທະນະທັມຣັຕນະໂກສີນນັ້ນເອງ.

No comments:

Post a Comment