ອັກຂະຫຼະເຄົ້າລາວ-ໄທຍ ມາຈາກທີ່ດຽວກັນ
----=-=----
ພອຈ.ເນືອງພິລັກ ໂຊຕິທອນ
7 ມີນາ 2015
-------------
- ຕາມທັດສະນະຂອງນັກພາສາສາດ ແລະນັກປະຫວັດສາດຂອງໄທຍ ເຊື່ອວ່າອັກສອນໄທຍ ໄດ້ມາຈາກອັກສອນຂຸນຣາມຄຳແຫງ ແລະເຊື່ອວ່າຂຸນຣາມຄຳແຫງ ໄດ້ດັດແປງອັກສອນນັ້ນມາຈາກອັກສອນຂະເໝນ ຫຼືຂອມ.
- ໃນຂະນະດຽວກັນນັ້ນ ທັດສະນະຂອງນັກວິຊາການຂອງໄທຍ໌ກ່າວຢ່າງໝັ້ນໃຈວ່າ "ອັກສອນລາວ ຫຼືເຂົາຮຽກອີກທາງໜຶ່ງວ່າອັກສອນໄທຍ໌ນ້ອຍ ໄດ້ແປງມາຈາກອັກສອນ ຂຸນຣາມຄຳແຫງອີກຕໍ່ໜຶ່ງ ໂດຍຜ່ານຊຽງທອງຫຼວງພະບາງ ເຂົ້າສູ່ພາກອີສານຂອງໄທຍ໌" .
- ເມື່ອລາວພົບຫຼັກຖານສີລາຈາລືກວັດວິຊຸນ
ຫຼວງພະບາງ ມີອາຍຸ 800 ກວ່າປີ ເຊິ່ງມີອາຍຸເກົ່າແກ່ກວ່າ ອັກສອນຂຸນຣາມຄຳແຫງ ເຖິງ
113 ປີ ແລະຝ່າຍໄທຍ໌ພົບສີລາຈາລືກ ອັກສອນລາວ ທີ່ພະທາດຮ້າງ (ພະທາດ
ສີບຸນເຮືອງ)ບ້ານແຮ່ ອຳເພີພັງໂຄນ ສາກົນນະຄອນ ທີ່ມີອາຍຸຍາວນານ ໝາຍຄວາມວ່າ ຮ່ວມສະໄໝກັບອັກສອນສະໄໝພະຍາລິໄທ ຢູ່ສຸໂຂໄທ ສີສັດຊະນາໄລ ຢູ່ໃນຍຸກດຽວກັບພະເຈົ້າຟ້າງຸ່ມ ພະເຈົ້າອູ່ທອງ ແຫ່ງອະໂຍທະຍາ ແຕ່ມີຮູບແບບ ອັກຂະຫຼະວິທີທັນສະໄໝກວ່າອັກສອນພະຍາລິໄທເລັກນ້ອຍອັນນັ້ນບໍ່ຖືວ່າເປັນເລື່ອງແປກ ເພາະມີການພັດທະນາໃນໄລຍະດຽວກັນ ແລະຄວາມເໝືອນກັນ ແລະຕ່າງກັນແນ່ເປັນທຳມະດາເພາະບຸກຄົນສະຫຼັກອັກສອນໃສ່ຫີນຕ່າງກັນ ຕ່າງສະຖານທີ່ກັນ ບໍ່ວ່າເປັນສາລະສຳຄັນປານໃດ.
- ທີ່ມັນແປກ ຄື ອັກສອນຂຸນຣາມຄຳແຫງ ນັ້ນກັບມີຄວາມທັນສະໄໝກວ່າແລະແຕກຕ່າງຈາກອັກສອນຕະກູນດຽວກັນ ທະວີບ ຂ້າມສະຕະວັດໄປເລີຍ, ແຕ່ມາສຶກສາເບິ່ງຄັກໆມນຄວາມທັນສະໄໝນັ້ນ ພັດມອງເຫັນຄວາມຫຼ້າຫຼັງຢູ່ດ້ວຍດັ່ງນີ້.
1. ຄວາມທັນສະໄໝຂອງອັກສອນຂຸນຣາມຕຳແຫງ ຄື:
- ຫີນ ຫຼືສີລາອັນເປັນເຄື່ອງມືບັນທຶກຂໍ້ຄວາມ ເປັນຫີນສີ່ຫຼ່ຽມ ສະກັດໄດ້ຢ່າງສວຍງາມ ອັນນີ້ມັນເປັນຜີມື ແລະເຄື່ອງມື ການຊ່າງສະໄໝໃໝ່ ທີ່ທັນສະໄໝທີ່ສຸດແລ້ວ.
- ຫີນ ຫຼືສີລາອັນເປັນເຄື່ອງມືບັນທຶກຂໍ້ຄວາມເປັນສີ່ຫຼ່ຽມງາມວິຈີດບັນຈົງ ເຊິ່ງຖືວ່າເປັນສີລາຈາຣືກບູຮານທີ່ຫາຍາກທິ່ສຸດໃນພາກພື້ນອາຊີ.
- ແຖວບັນທັດ ຫຼືການວາງບັນທັດເພື່ອວະຫຼັກອັກສອນລົງໄປຊື່ກົງກັນ ສະເໝີກັນທຸດແຖວ ຄືມີການໃຊ້ຫຼັກເລຂາຄະນິດສະໄໝໃໝ່ກວ່າຍຸກບູຮານ ຄືທັນສະໄໝກວ່າສີລາຈາຣືກສຸໂຂໄທຍຸກຫຼັງໆທຳໄດ້ເໝືອນ.
- ອັກຂະຫຼະວິທີຂອງຂຸນຣາມຄຳແຫງເກືອບທັງໝົດນັ້ນ ລຽນໃນແຖວດຽວກັນທັງສະຫຼະ ພະຍັນຊະນະ ແລະມີຮູບວັນນະຍຸດດ້ວຍ ເຊີ່ງຕ່າງຈາກອັກສອນສູໂຂໄທ ສະໄໝພະຍາລິໄທຍຸກສຶບທອດ ແລະຕ່າງຈາກສອນລາວທັງມວນ ບໍ່ວ່າຈະເປັນອັກສອນລາວເດີມ(ອັກສອນທຳຕະກູນຕ່າງໆ) ອັກສອນລາວ ທີ່ມີການປະສົມອັກສອນ ຫຼືອັກຂະຫຼະວິທີທັງພະຍັນຊະນະ ສະຫຼະ ແລະວັນນະຍຸດທັງໃນ 4 ທິດ, ຄວາມທັນສະໄໝແບບນີ້ບໍ່ເໝືອນອັກສອນຊາວອາຊີເລີຍ ຄ້າຍອັກສອນໂຣມັນແຫ່ງຍູໂຣບໄປ.
- ຮູບໂຕອັກສອນເປັນຕົວຫຼ່ຽມ ບໍ່ຄ້າຍອັກສອນຕ່າງໆໃນະາກພື້ນອາຊີ ທີ່ໃຊ້ການຈານ ແລະຂຽນ, ໄປຄືອັກສອນຈີນ ແລະໂຣມັນທີ່ໃຊ້ຂີດ.
2. ຄວາມລ້າຫຼັງຂອງອັກສອນຂອງຂຸນຣາມຄຳແຫງ ຄື.
- ເປັນອັກສອນທີ່ຍັງບໍ່ທັນສົມບູນຈະຄ້າຍອັກສອນລາວທັງໝົດໃນຍຸກດຽວກັນກະບໍ່ແມ່ນ ຈະຄືອັກສອນທຳ ແລະຂອມກະບໍ່ແມ່ນ,
- ຄວາມທັນສະໄໝ ທີ່ລໍ້າຍຸກເຊັ່ນນີ້ ເຮັດໃຫ້ນັກສຶກສາສີລາຈາຣືກທັງໃນ ແລະນອກປະເທດໄດ້ສຶກສາກັນເຖິງຄວາມເປັນຈິງຂອງສີລາຈາຣືກນີ້ຢ່າງກວ້າງຂອງ ບໍ່ສະເພາະແຕ່ນັດວິຊາການໄທຍ໌ເອງ ກໍຄືຕ່າງປະເທດ.
- ເມື່ອລາວພົບສີລາຈາຣືກອັກສອນລາວວັດວິຊຸນ ແລະໄທຍ໌ພົບສີລາຣືກພະທາດຮ້າງ ບ້ານແຮ່ອຳເພີພັງໂຄນ ຈັງຫວັດສາກົນນະຄອນ ແລ້ວໄປສົມທຽບກັບອັກສອນໃນສະໄໝພະຍາລິໄທ ເຫັນວ່າອັກສອນເຄົ້າຂອງທັງສາມແຫຼ່ງນີ້ມີສ່ວນເໝືອນກັນ ແລະແຕກຕ່າງຈາກອັກສອນຂຸນຣາມຄຳແຫງໂດຍສິ້ນເຊີງ.
- ຈາກຫຼັກຖານສາມແຫ່ງນີ້ ຕ້ອງໄດ້ສຶກສາກັນໃໝ່ແລ້ວວ່າ ອັກສອນລາວ-ໄທຍ ກຳເນີດມາຈາກໃສກັນແທ້ ?
----=-=----
ພອຈ.ເນືອງພິລັກ ໂຊຕິທອນ
7 ມີນາ 2015
-------------
- ຕາມທັດສະນະຂອງນັກພາສາສາດ ແລະນັກປະຫວັດສາດຂອງໄທຍ ເຊື່ອວ່າອັກສອນໄທຍ ໄດ້ມາຈາກອັກສອນຂຸນຣາມຄຳແຫງ ແລະເຊື່ອວ່າຂຸນຣາມຄຳແຫງ ໄດ້ດັດແປງອັກສອນນັ້ນມາຈາກອັ
- ໃນຂະນະດຽວກັນນັ້ນ ທັດສະນະຂອງນັກວິຊາການຂອງໄທຍ
- ເມື່ອລາວພົບຫຼັກຖານສີລາຈາລື
- ທີ່ມັນແປກ ຄື ອັກສອນຂຸນຣາມຄຳແຫງ ນັ້ນກັບມີຄວາມທັນສະໄໝກວ່າແລະແຕກຕ່າງຈາກອັກສອນຕະກູນດຽ
1. ຄວາມທັນສະໄໝຂອງອັກສອນຂຸນຣາມຕຳແຫງ ຄື:
- ຫີນ ຫຼືສີລາອັນເປັນເຄື່ອງມືບັນທຶກຂໍ້ຄວາມ ເປັນຫີນສີ່ຫຼ່ຽມ ສະກັດໄດ້ຢ່າງສວຍງາມ ອັນນີ້ມັນເປັນຜີມື ແລະເຄື່ອງມື ການຊ່າງສະໄໝໃໝ່ ທີ່ທັນສະໄໝທີ່ສຸດແລ້ວ.
- ຫີນ ຫຼືສີລາອັນເປັນເຄື່ອງມືບັນທຶກຂໍ້ຄວາມເປັນສີ່ຫຼ່ຽມງາມວິຈີດບັນຈົງ ເຊິ່ງຖືວ່າເປັນສີລາຈາຣືກບູຮານທີ່ຫາຍາກທິ່ສຸດໃນພາກພື້ນອາຊີ.
- ແຖວບັນທັດ ຫຼືການວາງບັນທັດເພື່ອວະຫຼັກອັກສອນລົງໄປຊື່ກົງກັນ ສະເໝີກັນທຸດແຖວ ຄືມີການໃຊ້ຫຼັກເລຂາຄະນິດສະໄໝໃໝ່ກວ່າຍຸກບູຮານ ຄືທັນສະໄໝກວ່າສີລາຈາຣືກສຸໂຂໄທຍຸກຫຼັງໆທຳໄດ້ເໝືອນ.
- ອັກຂະຫຼະວິທີຂອງຂຸນຣາມຄຳແຫງເກືອບທັງໝົດນັ້ນ ລຽນໃນແຖວດຽວກັນທັງສະຫຼະ ພະຍັນຊະນະ ແລະມີຮູບວັນນະຍຸດດ້ວຍ ເຊີ່ງຕ່າງຈາກອັກສອນສູໂຂໄທ ສະໄໝພະຍາລິໄທຍຸກສຶບທອດ ແລະຕ່າງຈາກສອນລາວທັງມວນ ບໍ່ວ່າຈະເປັນອັກສອນລາວເດີມ(ອັກສອນທຳຕະກູນຕ່າງໆ) ອັກສອນລາວ ທີ່ມີການປະສົມອັກສອນ ຫຼືອັກຂະຫຼະວິທີທັງພະຍັນຊະນະ ສະຫຼະ ແລະວັນນະຍຸດທັງໃນ 4 ທິດ, ຄວາມທັນສະໄໝແບບນີ້ບໍ່ເໝືອນອັກສອນຊາວອາຊີເລີຍ ຄ້າຍອັກສອນໂຣມັນແຫ່ງຍູໂຣບໄປ.
- ຮູບໂຕອັກສອນເປັນຕົວຫຼ່ຽມ ບໍ່ຄ້າຍອັກສອນຕ່າງໆໃນະາກພື້ນອາຊີ ທີ່ໃຊ້ການຈານ ແລະຂຽນ, ໄປຄືອັກສອນຈີນ ແລະໂຣມັນທີ່ໃຊ້ຂີດ.
2. ຄວາມລ້າຫຼັງຂອງອັກສອນຂອງຂຸນຣາມຄຳແຫງ ຄື.
- ເປັນອັກສອນທີ່ຍັງບໍ່ທັນສົມບູນຈະຄ້າຍອັກສອນລາວທັງໝົດໃນຍຸກດຽວກັນກະບໍ່ແມ່ນ ຈະຄືອັກສອນທຳ ແລະຂອມກະບໍ່ແມ່ນ,
- ຄວາມທັນສະໄໝ ທີ່ລໍ້າຍຸກເຊັ່ນນີ້ ເຮັດໃຫ້ນັກສຶກສາສີລາຈາຣືກທັງໃນ ແລະນອກປະເທດໄດ້ສຶກສາກັນເຖິງຄວາມເປັນຈິງຂອງສີລາຈາຣືກນີ້ຢ່າງກວ້າງຂອງ ບໍ່ສະເພາະແຕ່ນັດວິຊາການໄທຍ໌ເອງ ກໍຄືຕ່າງປະເທດ.
- ເມື່ອລາວພົບສີລາຈາຣືກອັກສອນລາວວັດວິຊຸນ ແລະໄທຍ໌ພົບສີລາຣືກພະທາດຮ້າງ ບ້ານແຮ່ອຳເພີພັງໂຄນ ຈັງຫວັດສາກົນນະຄອນ ແລ້ວໄປສົມທຽບກັບອັກສອນໃນສະໄໝພະຍາລິໄທ ເຫັນວ່າອັກສອນເຄົ້າຂອງທັງສາມແຫຼ່ງນີ້ມີສ່ວນເໝືອນກັນ ແລະແຕກຕ່າງຈາກອັກສອນຂຸນຣາມຄຳແຫງໂດຍສິ້ນເຊີງ.
- ຈາກຫຼັກຖານສາມແຫ່ງນີ້ ຕ້ອງໄດ້ສຶກສາກັນໃໝ່ແລ້ວວ່າ ອັກສອນລາວ-ໄທຍ ກຳເນີດມາຈາກໃສກັນແທ້ ?
No comments:
Post a Comment